ສະບາຍດີ! Phasaviet ຂໍແນະນຳຕົວເອງ
Phasaviet.com ເປັນເວັບໄຊສອນພາສາຫວຽດພື້ນຖານສຳລັບຄົນລາວ, ສ້າງຕັ້ງຂຶ້ນດ້ວຍພາລະກິດທີ່ຈະນຳສະເໜີປະສົບການການຮຽນຮູ້ທີ່ສອດຄ່ອງ, ເປັນມິດ ແລະ ເຂົ້າເຖິງໄດ້ງ່າຍສຳລັບທຸກໆຄົນ, ນັບຕັ້ງແຕ່ຜູ້ເລີ່ມຕົ້ນຮຽນໄປຈົນເຖິງນັກຮຽນລະດັບສູງ. ພວກເຮົາຍິນດີຈະຮ່ວມເດີນທາງກັບທຸກທ່ານເພື່ອໃຫ້ທ່ານມີແຮງບັນດານໃຈໃນການຮຽນພາສາຫວຽດ ແລະ ເວົ້າພາສາຫວຽດໃຫ້ໄດ້ແບບເປັນທຳມະຊາດທີ່ສຸດ.
-
ວິໄສທັດ
ເປັນຂົວຕໍ່ພາສາທີ່ໜ້າເຊື່ອຖືໄດ້ລະຫວ່າງຫວຽດນາມ ແລະ ລາວ, ເປັນບ່ອນທີ່ຜູ້ຮຽນຮູ້ສຶກສະບາຍໃຈ, ມີຄວາມໝັ້ນໃຈ ແລະ ມີແຮງຈູງໃຈໃນການພັດທະນາ.
-
ພາລະກິດ
ນຳສະເໜີຫຼັກສູດພາສາຫວຽດທີ່ໜ້າສົນໃຈ, ຈື່ງ່າຍ ແລະ ແທດເໝາະກັບຄວາມຕ້ອງການຕົວຈິງ, ສົມທົບກັບເຕັກໂນໂລຢີທີ່ທັນສະໄໝ ແລະ ວິທີການສິດສອນທີ່ເຂົ້າໃຈງ່າຍ ເພື່ອຊ່ວຍໃຫ້ຜູ້ຮຽນມີຄວາມກ້າວໜ້າໃນແຕ່ລະວັນ.
ຄຸນຄ່າຫຼັກ
ເອົາຜູ້ຮຽນເປັນໃຈກາງ
ເນື້ອໃນທັງໝົດແມ່ນອອກແບບຕາມຄວາມຕ້ອງການ ແລະ ວັດທະນະທໍາຂອງນັກຮຽນຄົນລາວ.
ສອນດີ – ເຂົ້າໃຈງ່າຍ
ເນື້ອໃນທີ່ມີຊີວິດຊີວາ, ອະທິບາຍຊັດເຈນ, ເຂົ້າເຖິງງ່າຍ ແລະ ແທດເໜາະກັບຄວາມເປັນຈິງ.
ຢຶດຖືຕໍ່ຄວາມເປັນເອກະລັກ
ຮັກສາການເຊື່ອມຕໍ່ທາງດ້ານວັດທະນະທໍາລະຫວ່າງສອງປະເທດ ແລະ ສ້າງແຮງບັນດານໃຈຜ່ານແຕ່ລະບົດຮຽນ.
ນຳໃຊ້ເທັກໂລໂນຢີ
ເຊື່ອມໂຍງເຄື່ອງມືການຮຽນຮູ້ທີ່ທັນສະໄໝເຂົ້າກັນ ເພື່ອຊ່ວຍໃຫ້ຜູ້ຮຽນເຂົ້າເຖິງພາສາໄດ້ຢ່າງມີປະສິດທິພາບ.
ພວກເຮົາແມ່ນໃຜ?
Phasaviet.com ໄດ້ຮັບການສ້າງຕັ້ງຂຶ້ນໂດຍຜູ້ທີ່ມີຄວາມມັກຮັກດ້ານພາສາ, ການສຶກສາ ແລະ ການເຊື່ອມຕໍ່ວັດທະນະທຳລະຫວ່າງຫວຽດນາມ ແລະ ລາວ. ນັບແຕ່ຄູສອນພາສາ, ນັກອອກແບບເນື້ອໃນ ຈົນເຖິງຜູ້ຊ່ຽວຊານດ້ານເຕັກນິກ – ທຸກຄົນລ້ວນແຕ່ມີເປົ້າໝາຍດຽວກັນຄື: ເຮັດໃຫ້ການຮຽນພາສາຫວຽດກາຍເປັນເລື່ອງງ່າຍ ແລະ ເຕັມໄປດ້ວຍແຮງບັນດານໃຈໃນການຮຽນ.



