ທ່ານເປັນຄົນໜຶ່ງທີ່ມັກຮັກພາສາຫວຽດແມ່ນບໍ່? ທ່ານຢາກແບ່ງປັນປະສົບການການຮຽນພາສາຫວຽດໃຫ້ກັບຊຸມຊົນຄົນລາວບໍ່? ຫຼື ງ່າຍໆຄື ທ່ານເກັ່ງໃນດ້ານໃດດ້ານໜຶ່ງ ແລະ ຢາກແບ່ງປັນຄວາມຮູ້ນັ້ນໃຫ້ທຸກຄົນໄດ້ຮູ້ນຳ. ຂໍເຊີນທ່ານເຂົ້າຮ່ວມຂຽນບົດຄວາມໃຫ້ກັບ phasaviet ພວກເຮົາ – ເວທີເຊື່ອມຕໍ່ຄົນລາວທີ່ຮຽນພາສາຫວຽດຢູ່ທຸກຫົນທຸກແຫ່ງ.
ເນື້ອຫາທີ່ຕ້ອງການຂຽນ
ທ່ານສາມາດເລືອກຂຽນໃນຫົວຂໍ້ຕ່າງໆ ດັ່ງນີ້:
– ປະສົບການໃນການຮຽນພາສາຫວຽດ.
– ອະທິບາຍໄວຍາກອນພາສາຫວຽດ.
– ຄຳສັບຕາມຫົວຂໍ້ຕ່າງໆ (ເຊັ່ນ: ຄອບຄົວ, ໂຮງຮຽນ, ການທ່ອງທ່ຽວ…).
– ເລື່ອງລາວ ຫຼື ບົດຮຽນກ່ຽວກັບການຮຽນພາສາຫວຽດຂອງທ່ານ.
– ທັກສະການພັດທະນາຕົນເອງ.
– ພາສາຫວຽດສະເພາະດ້ານ ເຊັ່ນ: ວັດທະນະທຳ, ເສດຖະກິດ, ວິທະຍາສາດ, ເຕັກນິກ ແລະ ອື່ນໆ.
ເງື່ອນໄຂຂອງບົດຄວາມ
– ພາສາ: ຂຽນເປັນພາສາລາວ.
– ຮູບແບບ: ໃຊ້ຟອນ “Phetsarath OT”, ຂະໜາດໂຕໜັງສື “12pt”, ໄລຍະຫ່າງແຖວ 1,5.
– ຄວາມຍາວ: ແຕ່ 1 ເຖິງ 3 ໜ້າ A4.
– ເນື້ອຫາ: ຕ້ອງຈະແຈ້ງ, ເຂົ້າໃຈງ່າຍ ແລະ ເໝາະສົມກັບຄົນລາວທີ່ກຳລັງຮຽນພາສາຫວຽດ.
ຄ່າຕອບແທນ
– ຈ່າຍຕາມຈຳນວນໜ້າ A4 (ບໍ່ນັບຮູບພາບ).
– ອັດຕາຄ່າຕອບແທນລະອຽດ ຈະຖືກແຈ້ງໃຫ້ຊາບ ເມື່ອບົດຄວາມໄດ້ຮັບການອະນຸມັດ.
ວິທີການສົ່ງບົດຄວາມ
– ສົ່ງບົດຄວາມຜ່ານທາງຂໍ້ຄວາມ Fanpage ຫຼື ອີເມວ: vanpheng992@gmail.com;
– ຫົວຂໍ້ອີເມວ: “ບົດຄວາມຜູ້ຮ່ວມງານ” – [ຊື່ ແລະ ນາມສະກຸນຂອງທ່ານ];
– ຫຼືທ່ານສາມາດປະກອບຂໍ້ມູນໃສ່ແບບພອມຕາມລິ້ງນີ້: https://forms.gle/uB3G4smKLcFbkEaQ8
***
ມາຮ່ວມກັນກະຈາຍຄວາມຮັກມັກໃນພາສາຫວຽດ ໄປສູ່ຊຸມຊົນຄົນລາວນຳກັນ! ພວກເຮົາລໍຖ້າອ່ານບົດຄວາມດີໆຈາກທ່ານຢູ່ສະເໝີ.