ໃນບົດຮຽນນີ້ ທ່ານຈະໄດ້ຮຽນກ່ຽວກັບສະຫຼະໃນພາສາຫວຽດ. ສະຫຼະໃນພາສາຫວຽດມີທັງໝົດ 14 ຕົວ, ໃນນັ້ນມີສະຫຼະດ່ຽວ 11 ຕົວ ແລະສະຫຼະຄູ່ (ສະຫຼະປະສົມ) 03 ຕົວ. ໃນສ່ວນຂອງສະຫຼະດ່ຽວ 11 ຕົວ ນັ້ນ, ທ່ານໄດ້ຮູ້ຈັກໃນບົດທີ 01 ວ່າດ້ວຍຕົວອັກສອນໃນພາສາຫວຽດແລ້ວ, ສ່ວນສະຫຼະຄູ່ 03 ຕົວທີ່ທ່ານຈະຮຽນໃນບົດນີ້ແມ່ນຈຳພວກສະຫຼະປະສົມທີ່ປະກົດຂື້ນໃໝ່. ດັ່ງນັ້ນເຮົາຂໍໃຫ້ທ່ານເອົາໃຈໃສ່ເພີ່ມຕື່ມ ເພາະສຽງຂອງສະຫຼະໃນພາສາຫວຽດມີລັກສະນະເປັນສຽງກາງສະເໝີ, ບໍ່ໄດ້ແບ່ງເປັນສຽງສັ້ນ ແລະສຽງຍາວຄືສະຫຼະໃນພາສາລາວ ແລະຈຸດນີ້ກໍຄືຈຸດແຕກຕ່າງລະຫວ່າງສະຫຼະໃນພາສາຫວຽດ ແລະ ພາສາລາວ ເຊິ່ງຈະມີທັງຂໍ້ຫຍຸ້ງຍາກ ແລະຂໍ້ສະດວກສຳລັບຜູ້ຮຽນພາສາຫວຽດໃໝ່.
1. ສະຫຼະດ່ຽວ
ສະຫຼະດ່ຽວ ຫຼື ສະຫຼະເຄົ້າແມ່ນສະຫຼະທີ່ບໍ່ທັນປະສົມກັບສະຫຼະອື່ນ, ເປັນສະຫຼະທີ່ອອກສຽງແລ້ວກະທົບຖານທີ່ເກີດຂອງສຽງພຽງຖານດຽວ. ໃນພາສາຫວຽດມີສະຫຼະດ່ຽວ 11 ຕົວ ແລະວິທີການອອກສຽງຂອງແຕ່ລະຕົວແມ່ນໃຫ້ອອກສຽງຄືສະຫຼະສຽງຍາວໃນພາສາລາວເລີຍ:
- a[ອາ] ເປັນສະຫຼະ ×າ ໃນພາສາຫວຽດ, ຖ້າທຽບໃສ່ພາສາລາວຈະແມ່ນສຽງຫຼະສະ ×າ. ຕົວຢ່າງ: ba[ບາ]: ສາມ (ເລກ 3);
- ă[ອາ] ຖ້າທຽບໃສ່ພາສາລາວຈະແມ່ນໝາຍກັນ: ×ັ . ສະຫຼະ ຕົວນີ້ຈຳເປັນຕ້ອງມີຕົວສະກົດຈຶ່ງສາມາດສ້າງເປັນຄຳສັບທີ່ອ່ານອອກສຽງ ແລະມີຄວາມໝາຍໃນພາສາຫວຽດໄດ້. ຕົວຢ່າງ: khăn[ຄັນ]: ຜ້າ;
- â[ເອີ ສຽງສູງ-ສັ້ນ] ຖ້າທຽບໃສ່ພາສາລາວແມ່ນສຽງຫຼະສະ ເ×ິ… ສະຫຼະ ຕົວນີ້ຈຳເປັນຕ້ອງມີຕົວສະກົດຈຶ່ງສາມາດສ້າງເປັນຄຳສັບທີ່ອ່ານອອກສຽງ ແລະມີຄວາມໝາຍໃນພາສາຫວຽດໄດ້. ຕົວຢ່າງ: cân[ເກິນ]: ຕາຊິງ(ຊິງຊັ່ງ);
- e[ແອ] ເປັນສະຫຼະ ແ× ໃນພາສາຫວຽດ, ຖ້າທຽບໃສ່ພາສາລາວແມ່ນສຽງຫຼະສະ ແ×. ຕົວຢ່າງ: xe[ແຊ]: ລົດ;
- ê[ເອ] ເປັນສະຫຼະ ເ× ໃນພາສາຫວຽດ, ຖ້າທຽບໃສ່ພາສາລາວແມ່ນສຽງຫຼະສະ ເ×. ຕົວຢ່າງ: nghệ[ເງະ]: ຂີ້ໝີ້ນ;
- o[ອໍ] ເປັນສະຫຼະ ×ໍ ໃນພາສາຫວຽດ, ຖ້າທຽບໃສ່ພາສາລາວແມ່ນສຽງຫຼະສະ ×ໍ ແລະ ສະຫຼະປ່ຽນຮູບ ×ອ×. ຕົວຢ່າງ: to[ຕໍ]: ໃຫຍ່, voi[ວອຍ]: ຊ້າງ;
- ô[ໂອ] ເປັນສະຫຼະ ໂ× ໃນພາສາຫວຽດ, ຖ້າທຽບໃສ່ພາສາລາວແມ່ນສຽງຫຼະສະ ໂ×. ຕົວຢ່າງ: cô[ໂກ]: ອາ(ນ້ອງສາວຂອງພໍ່);
- ơ[ເອີ] ເປັນສະຫຼະ ເ×ີ ໃນພາສາຫວຽດ, ຖ້າທຽບໃສ່ພາສາລາວແມ່ນສຽງຫຼະສະ ເ×ີ. ຕົວຢ່າງ: Phở[ເຝີ]: ເຝີ;
- i[ອີ] ເປັນສະຫຼະ ×ີ ໃນພາສາຫວຽດ, ຖ້າທຽບໃສ່ພາສາລາວແມ່ນຈະຄືກັບສະຫຼະ ×ີ. ຕົວຢ່າງ: đi[ດີ]: ໄປ;
- u[ອູ] ເປັນສະຫຼະ ×ູ ໃນພາສາຫວຽດ, ຖ້າທຽບໃສ່ພາສາລາວແມ່ນສຽງຫຼະສະ ×ູ. ຕົວຢ່າງ: ngu[ງູ]: ໂງ່;
- ư[ອື] ເປັນສະຫຼະ ×ື ໃນພາສາຫວຽດ, ຖ້າທຽບໃສ່ພາສາລາວແມ່ນສຽງຫຼະສະ ×ື, ×ຶ. ຕົວຢ່າງ: hư[ຮື]: ຂີ້ດື້, nhưng[ຍຶງ]: ແຕ່(ແຕ່ວ່າ);
- y[ອີ] ເປັນສະຫຼະ ×ີ ໃນພາສາຫວຽດ, ຖ້າທຽບໃສ່ພາສາລາວແມ່ນສຽງຫຼະສະ ×ີ ຄືກັບສະຫຼະ i. ຕົວຢ່າງ: kỹ sư[ກີຊື]: ນັກວິສາວະກອນ.
VIDEO ບົດຮຽນ
2. ສະຫຼະຄູ່
ສະຫຼະປະສົມໄດ້ຈາກການເອົາສະຫຼະເຄົ້າ 02 ສຽງປະສົມກັນແລ້ວກາຍເປັນສຽງໃໝ່ ແລະໃນພາສາຫວຽດມີສະຫຼະຄູ່(ສະຫຼະປະສົມ) 03 ຄູ່ຄື:
1. ຄູ່ສະຫຼະ iê, yê, ia, ya
– iê[ອີເອ] ໄດ້ມາຈາກການປະສົມລະຫວ່າງສະຫຼະ i ແລະ ສະຫຼະ ê. iê[ອີເອ] ຖ້າທຽບໃສ່ພາສາລາວຈະແມ່ນສຽງສະຫຼະປ່ຽນຮູບ ×ຽ×. ຕົວຢ່າງ: tiền[ຕ່ຽນ]: ເງິນ
– yê[ອີເອ] ໄດ້ມາຈາກການປະສົມລະຫວ່າງສະຫຼະ y ແລະ ສະຫຼະ ê. yê[ອີເອ] ຖ້າທຽບໃສ່ພາສາລາວຈະແມ່ນສຽງສະຫຼະປ່ຽນຮູບ ××ຽ× ທີ່ຕ້ອງການຕົວຄວບ ວ ຄື: ×ວຽ×. ຕົວຢ່າງ: thuyền[ຖວ່ຽນ]: ເຮືອ
– ia[ເອຍ] ໄດ້ມາຈາກການປະສົມລະຫວ່າງສະຫຼະ i ແລະ ສະຫຼະ a. ia[ເອຍ] ຖ້າທຽບໃສ່ພາສາລາວຈະແມ່ນສຽງສະຫຼະ ເ×ຍ. ຕົວຢ່າງ: chia[ເຈຍ]: ແບ່ງ
– ya[ເອຍ] ໄດ້ມາຈາກການປະສົມລະຫວ່າງສະຫຼະ y ແລະ ສະຫຼະ a. ya[ເອຍ] ຖ້າທຽບໃສ່ພາສາລາວຈະແມ່ນສຽງສະຫຼະ ເ×ຍ ທີ່ຕ້ອງການຕົວຄວບ ວ ຄື: ເ×ວຍ. ຕົວຢ່າງ: khuya[ເຄວຍ]: ເດິກ(ເດິກດື່ນ)
2. ຄູ່ສະຫຼະ ua, uô
– ua[ອົວ] ໄດ້ມາຈາກການປະສົມລະຫວ່າງສະຫຼະ u ແລະ ສະຫຼະ a. ua[ອົວ] ເປັນສະຫຼະ ×ົວ ໃນພາສາຫວຽດ, ຖ້າທຽບໃສ່ພາສາລາວຈະແມ່ນສຽງຫຼະສະ ×ົວ. ຕົວຢ່າງ: mua[ມົວ]: ຊື້
– uô[ອູໂອ] ໄດ້ມາຈາກການປະສົມລະຫວ່າງສະຫຼະ u ແລະ ສະຫຼະ ô. ຖ້າທຽບໃສ່ພາສາລາວຈະແມ່ນຫຼະສະປ່ຽນຮູບ ×ວ×. ຕົວຢ່າງ: nuôi[ນວຍ]: ລ້ຽງ
3. ຄູ່ສະຫຼະ ưa, ươ
– ưa[ເອືອ] ໄດ້ມາຈາກການປະສົມລະຫວ່າງສະຫຼະ ư ແລະ ສະຫຼະ a. ưa[ເອືອ] ເປັນສະຫຼະ ເ×ືອ ໃນພາສາຫວຽດ, ຖ້າທຽບໃສ່ພາສາລາວຈະແມ່ນສຽງຫຼະສະ ເ×ືອ. ຕົວຢ່າງ: mưa[ເມືອ]: ຝົນ
– ươ[ເອືອ] ໄດ້ມາຈາກການປະສົມລະຫວ່າງສະຫຼະ ư ແລະ ສະຫຼະ ơ. ຖ້າທຽບໃສ່ພາສາລາວຈະແມ່ນຫຼະສະປ່ຽນຮູບ ເ×ືອ× ທີ່ຕ້ອງໃສ່ຕົວສະກົດຈຶ່ງສາມາດສ້າງເປັນຄຳສັບທີ່ອ່ານອອກສຽງ ແລະມີຄວາມໝາຍໃນພາສາຫວຽດໄດ້. ຕົວຢ່າງ: ຕົວຢ່າງ: phương[ເຟືອງ]: ທິດ
ທຸກທ່ານສາມາດກົດເຂົ້າເບິ່ງວິດີໂອສອນ ຫຼື ອະທິບາຍກ່ຽວກັບສະຫຼະປະສົມໄດ້ທີ່ 👇ນີ້ເດີ:
VIDEO ບົດຮຽນ
ເບິ່ງບົດຮຽນບົດຕໍ່ໄປໄດ້ທີ່ 👉🏿 ບົດທີ 04: ວ່າດ້ວຍສຽງວັນນະຍຸດ
ຖ້າທ່ານເຫັນວ່າບົດຮຽນຂອງພວກເຮົາມີປະໂຫຍດ, ທ່ານສາມາດແບ່ງບັນໃຫ້ໝູ່ເພື່ອນມາຮຽນຮູ້ນຳກັນໄດ້. ຂໍຂອບໃຈ!
ຂໍຂອບໃຈ!