ບົດຮຽນນີ້ ທ່ານຈະໄດ້ຮຽນກ່ຽວກັບວັນນະຍຸດ ແລະຫຼັກການໃສ່ວັນນະຍຸດໃນພາສາຫວຽດ. ໃນພາສາຫວຽດມີວັນນະຍຸດທັງໝົດ 6 ສຽງ ແລະ ສັນຍາສັກດ້ວຍ 5 ໄມ້, ແຕ່ລະໄມ້ຂອງວັນນະຍຸດນັ້ນຈະວາງຢູ່ທາງເທິງ – ທາງລຸ່ມຂອງພະຍາງ ເຊິ່ງຈະຕ່າງກັບວັນນະຍຸດໃນພາສາລາວເລັກນ້ອຍ ແລະ ເນື່ອງຈາກວ່າພາສາຫວຽດມີວັນນະຍຸດຂ້ອນຂ້າງຫຼາຍສຽງ ສະນັ້ນຈະມີຂໍ້ຫຍຸ້ງຍາກໜ້ອຍໜຶ່ງສຳລັບຜູ້ທີ່ຫາກໍ່ຮຽນພາສາຫວຽດໃໝ່ໆ, ອີກຢ່າງ ເຮົາຈະບໍ່ສາມາດເອົາວັນນະຍຸດໃນພາສາຫວຽດ ມາທຽບໃສ່ ວັນນະຍຸດໃນພາສາລາວໄດ້ ເພາະວ່າ ສຽງວັນນະຍຸດຂອງພາສາລາວແມ່ນຂື້ນກັບໝວດຕົວອັກສອນ ສູງ-ກາງ-ຕໍ່າ ກຳນົດສຽງ, ສ່ວນໃນພາສາຫວຽດແມ່ນວັນນະຍຸດເປັນຕົວກຳນົດສຽງເອງ…… ຜ່ານການຮຽນການສອນພາສາຫວຽດໃຫ້ຄົນລາວ, ພວກເຮົາເຫັນໄດ້ວ່າວັນນະຍຸດ ໄມ້ ຫອຍ ແລະ ໄມ້ ຫງ໊ະ ຈະອອກສຽງຍາກສຸດ. ສະນັ້ນ, ພວກເຮົາຢາກໃຫ້ທ່ານເອົາໃຈໃສ່ເພີ່ມເຕີມກ່ຽວກັບຈຸດນີ້.
1. ສຽງວັນນະຍຸດ
1.1. ສຽງສາມັນ
ສຽງສາມັນ ພາສາຫວຽດເອີ້ນວ່າ: thanh không[ແທັງໂຄງ] ຫຼື thanh ngang[ແທັງງາງ] ເປັນສຽງພື້ນຖານສູງທີ່ບໍ່ມີວັນນະຍຸດ.
ຕົວຢ່າງ:
1. Cơm[ເກິມ] ເປັນຄຳທີ່ໄດ້ມາຈາກການສະກົດຄຳລະຫວ່າງ: ພະຍັນຊະນະ c ກັບສະຫຼະ ơ ແລະຕົວສະກົດ m ເປັນ cơm. Cơm ແປວ່າ: ເຂົ້າ(ສຸກ)
2. Thi[ທີ] ເປັນຄຳທີ່ໄດ້ມາຈາກການສະກົດຄຳລະຫວ່າງ: ພະຍັນຊະນະ th ກັບສະຫຼະ i ເປັນ thi. Thi ແປວ່າ: ເສັງ
3. Lưng[ລຶງ] ເປັນຄຳທີ່ໄດ້ມາຈາກການສະກົດຄຳລະຫວ່າງ: ພະຍັນຊະນະ l ກັບສະຫຼະ ư ແລະຕົວສະກົດ ng ເປັນ lưng. Lưng ແປວ່າ: ຫຼັງ.
1.2. ໄມ້ຫວ່ຽນ
ໄມ້ຫວ່ຽນ ພາສາຫວຽດເອີ້ນວ່າ: thanh huyền[ແທັງຫວ່ຽນ] ນອນຢູ່ໃນວັນນະຍຸດສຽງຕໍ່າ. ເວລາອອກສຽງ ສຽງຈະລົງ. ວັນນະຍຸດນີ້ຄ້າຍຄືກັບໄມ້ເອກ (×່) ໃນພາສາລາວ.
ຕົວຢ່າງ:
1. Về[ເວ່] ເປັນຄຳທີ່ໄດ້ມາຈາກການສະກົດຄຳລະຫວ່າງ: ພະຍັນຊະນະ v ກັບສະຫຼະ ê ແລະ ວັນນະຍຸດ huyền[ຮວ່ຽນ]. Vềແປວ່າ: ກັບ(ກັບມາ).
2. Mùa[ມົ່ວ] ເປັນຄຳທີ່ໄດ້ມາຈາກການສະກົດຄຳລະຫວ່າງ: ພະຍັນຊະນະ m ກັບສະຫຼະ ua ແລະວັນນະຍຸດ huyền[ຮວ່ຽນ] ເປັນ mùa. Mùa ແປວ່າ: ລະດູ
3. Bùn[ບູ່ນ] ເປັນຄຳທີ່ໄດ້ມາຈາກການສະກົດຄຳລະຫວ່າງ: ພະຍັນຊະນະ b ກັບສະຫຼະ un ແລະວັນນະຍຸດ huyền[ຮວ່ຽນ] ເປັນ bùn. Bùn ແປວ່າ: ຂີ້ຕົມ
1.3. ໄມ້ສັກ
ໄມ້ສັກ ພາສາຫວຽດເອີ້ນວ່າ: thanh sắc[ແທັງສັກ] ນອນຢູ່ໃນວັນນະຍຸດສຽງສູງ. ເວລາອອກສຽງ ສຽງຈະຂື້ນ. ວັນນະຍຸດນີ້ ເວລາທັບສັບອາດຈະໃສ່ວັນນະຍຸດ ຫຼື ບໍ່ໃສ່ກໍ່ໄດ້ ຕາມຄວາມເໝາະສົມ ໂດຍເລືອກໃຊ້ສຽງທີ່ໃກ້ຄຽງກວ່າໝູ່ເປັນຫຼັກ (ຂື້ນກັບຕົວອັກສອນສູງ-ກາງ-ຕໍ່າ).
ຕົວຢ່າງ:
1. Cá[ກາ] ເປັນຄຳທີ່ໄດ້ມາຈາກການສະກົດຄຳລະຫວ່າງ: ພະຍັນຊະນະ c ກັບສະຫຼະ a ແລະວັນນະຍຸດ sắc[ສັກ] ເປັນ cá. Cá ແປວ່າ: ປາ
2. Vé[ແຫວ] ເປັນຄຳທີ່ໄດ້ມາຈາກການສະກົດຄຳລະຫວ່າງ: ພະຍັນຊະນະ v ກັບສະຫຼະ e ແລະວັນນະຍຸດ sắc[ສັກ] ເປັນ vé. Vé ແປວ່າ: ປີ້
3. Múa[ໝົວ] ເປັນຄຳທີ່ໄດ້ມາຈາກການສະກົດຄຳລະຫວ່າງ: ພະຍັນຊະນະ m ກັບສະຫຼະ ua ແລະວັນນະຍຸດ sắc[ສັກ] ເປັນ múa. Múa ແປວ່າ: ຟ້ອນ.
1.4. ໄມ້ຫອຍ
ໄມ້ຫອຍ ພາສາຫວຽດເອີ້ນວ່າ: thanh hỏi[ແທັງຫອຍ] ນອນຢູ່ໃນວັນນະຍຸດສຽງຕໍ່າ. ເວລາອອກສຽງ ສຽງຈະຂື້ນໜ້ອຍໜຶ່ງ-ລົງ ແລ້ວກໍ່ຂື້ນອີກ. ວັນນະຍຸດນີ້ ເວລາທັບສັບອາດຈະໃສ່ວັນນະຍຸດ ຫຼື ບໍ່ໃສ່ກໍ່ໄດ້ ຕາມຄວາມເໝາະສົມ ໂດຍເລືອກໃຊ້ສຽງທີ່ໃກ້ຄຽງກວ່າໝູ່ເປັນຫຼັກ (ຂື້ນກັບຕົວອັກສອນສູງ-ກາງ-ຕໍ່າ).
ຕົວຢ່າງ:
1. Hiểu[ຫຽວ] ເປັນຄຳທີ່ໄດ້ມາຈາກການສະກົດຄຳລະຫວ່າງ: ພະຍັນຊະນະ h ກັບສະຫຼະ iêu ແລະວັນນະຍຸດ hỏi[ຫອຍ] ເປັນ hiểu. Hiểu ແປວ່າ: ເຂົ້າໃຈ
2. Lửa[ເຫຼືອ] ເປັນຄຳທີ່ໄດ້ມາຈາກການສະກົດຄຳລະຫວ່າງ: ພະຍັນຊະນະ l ກັບສະຫຼະ ưa ແລະວັນນະຍຸດ hỏi[ຫອຍ] ເປັນ lửa. Lửa ແປວ່າ: ໄຟ
3. Thả[ຖາ] ເປັນຄຳທີ່ໄດ້ມາຈາກການສະກົດຄຳລະຫວ່າງ: ພະຍັນຊະນະ th ກັບສະຫຼະ a ແລະວັນນະຍຸດ hỏi[ຫອຍ] ເປັນ thả. Thả ແປວ່າ: ປ່ອຍ
1.5. ໄມ້ຫງະ
ໄມ້ຫງະ ພາສາຫວຽດເອີ້ນວ່າ: thanh ngã[ແທັງຫງະ] ນອນຢູ່ໃນວັນນະຍຸດສຽງສູງ. ເວລາອອກສຽງ ສຽງຈະລົງ ແລ້ວກໍ່ຫັກສຽງຂື້ນເລີຍ. ວັນນະຍຸດນີ້ ເວລາທັບສັບອາດຈະໃສ່ວັນນະຍຸດ ຫຼື ບໍ່ໃສ່ກໍ່ໄດ້ ຕາມຄວາມເໝາະສົມ ໂດຍເລືອກໃຊ້ສຽງທີ່ໃກ້ຄຽງກວ່າໝູ່ເປັນຫຼັກ (ຂື້ນກັບຕົວອັກສອນສູງ-ກາງ-ຕໍ່າ).
ຕົວຢ່າງ:
1. Nữa[ເໝືອ] ເປັນຄຳທີ່ໄດ້ມາຈາກການສະກົດຄຳລະຫວ່າງ: ພະຍັນຊະນະ n ກັບສະຫຼະ ưa ແລະວັນນະຍຸດ ngã[ຫງະ] ເປັນ nữa. Nữa ແປວ່າ: ອີກ, ຕື່ມ
2. Vẽ[ແຫວ] ເປັນຄຳທີ່ໄດ້ມາຈາກການສະກົດຄຳລະຫວ່າງ: ພະຍັນຊະນະ v ກັບສະຫຼະ e ແລະວັນນະຍຸດ ngã[ຫງະ] ເປັນ vẽ. Vẽ ແປວ່າ: ແຕ້ມ
3. Cũ[ກູ] ເປັນຄຳທີ່ໄດ້ມາຈາກການສະກົດຄຳລະຫວ່າງ: ພະຍັນຊະນະ c ກັບສະຫຼະ u ແລະວັນນະຍຸດ ngã[ຫງ໊ະ] ເປັນ cũ. Cũ ແປວ່າ: ເກົ່າ
1.6. ໄມ້ນັ້ງ
ໄມ້ໜັ້ງ ພາສາຫວຽດເອີ້ນວ່າ: thanh nặng[ແທັງໜັ້ງ] ນອນຢູ່ໃນວັນນະຍຸດສຽງຕໍ່າ. ເວລາອອກສຽງ ສຽງຈະລົງຊື່ເລີຍ. ວັນນະຍຸດນີ້ຄ້າຍຄືກັບໄມ້ໂທ (×້) ແລະ ສະຫຼະສຽງສັ້ນໃນພາສາລາວ (ຂື້ນກັບຕົວອັກສອນສູງ-ກາງ-ຕໍ່າ).
ຕົວຢ່າງ:
1. Thịt[ຖິດ] ເປັນຄຳທີ່ໄດ້ມາຈາກການສະກົດຄຳລະຫວ່າງ: ພະຍັນຊະນະ th ກັບສະຫຼະ it ແລະວັນນະຍຸດ nặng[ນັ້ງ] ເປັນ thịt. Thịt ແປວ່າ: ຊີ້ນ
2. Mặn[ມັ້ນ] ເປັນຄຳທີ່ໄດ້ມາຈາກການສະກົດຄຳລະຫວ່າງ: ພະຍັນຊະນະ m ກັບສະຫຼະ ăn ແລະວັນນະຍຸດ nặng[ນັ້ງ] ເປັນ mặn. Mặn ແປວ່າ: ເຄັມ
3. Chậm[ເຈິ້ມ] ເປັນຄຳທີ່ໄດ້ມາຈາກການສະກົດຄຳລະຫວ່າງ: ພະຍັນຊະນະ ch ກັບສະຫຼະ âm ແລະວັນນະຍຸດ nặng[ນັ້ງ] ເປັນ chậm. Chậm ແປວ່າ: ຊ້າ
VIDEO ບົດຮຽນ
2. ຫຼັກການໃສ່ວັນນະຍຸດໃນພາສາຫວຽດ
ສຳລັບຫຼັກການໃສ່ວັນນະຍຸດໃນພາສາຫວຽດນັ້ນຈະຕ່າງຈາກພາສາລາວໜ້ອຍໜຶ່ງຄື: ໃນພາສາລາວ ຈະວາງວັນນະຍຸດຢູ່ເທິງ (ຫຼື ຊື່ກັບຕົວພະຍັນຊະນະ) ສ່ວນພາສາຫວຽດແມ່ນຈະວາງວັນນະຍຸດຢູ່ຊື່ໆກັບຕົວສະຫຼະ. ດັ່ງນັ້ນ, ຈຶ່ງຂໍໃຫ້ທຸກທ່ານເອົາໃຈໃສ່ໃນການວາງ ຫຼື ໃສ່ວັນນະຍຸດໃນພາສາຫວຽດເພີ່ມຕື່ມອີກ.
ຫຼັກການໃສ່ວັນນະຍຸດທີ່ຖືກຕ້ອງໃນພາສາຫວຽດ ມີ 3 ຫຼັກການຄືດັ່ງລຸ່ມນີ້:
1. ຄຳທີ່ມີສະຫຼະດ່ຽວແມ່ນຈະວາງວັນນະຍຸດຢູ່ຊື່ໆຕົວສະຫຼະ
ຕົວຢ່າງ:
1. Là[ຫຼ່າ]; L ແມ່ນພະຍັນຊະນະ, a ແມ່ນສະຫຼະ ສັງເກດເບິ່ງ: ວັນນະຍຸດ huyền[ຫວ່ຽນ] ຈະວາງຢູ່ຊື່ກັບຕົວສະຫຼະ a. là ແປວ່າ: ແມ່ນ
2. Hổ[ໂຫ]; H ແມ່ນພະຍັນຊະນະ, ô ແມ່ນສະຫຼະ ສັງເກດເບິ່ງ:ວັນນະຍຸດ hỏi[ຫອຍ] ຈະວາງຢູ່ຊື່ກັບຕົວສະຫຼະ ô. hổ ແປວ່າ: ເສືອ
2. ຄຳທີ່ມີສະຫຼະຄູ່ ແຕ່ບໍ່ໃສ່ຕົວສະກົດແມ່ນຈະວາງວັນນະຍຸດຢູ່ຊື່ໆຕົວສະຫຼະຕົວທຳອິດ
ຕົວຢ່າງ:
1. Lúa[ຫຼົວ]; L ແມ່ນພະຍັນຊະນະ, ua ແມ່ນສະຫຼະ ສັງເກດເບິ່ງ: ວັນນະຍຸດ sắc[ສັກ] ຈະວາງຢູ່ຊື່ກັບຕົວສະຫຼະໂຕທຳອິດ ua. lúa ແປວ່າ: ເຂົ້າ(ຕົ້ນເຂົ້າ);
2. Hứa[ເຫືອ]; H ແມ່ນພະຍັນຊະນະ, ưa ແມ່ນສະຫຼະ ສັງເກດເບິ່ງ: ວັນນະຍຸດ sắc[ສັກ] ຈະວາງຢູ່ຊື່ກັບຕົວສະຫຼະໂຕທຳອິດ ưa. hứa ແປວ່າ: ສັນຍາ
3. ຄຳທີ່ມີສະຫຼະຄູ່ ແລະ ໃສ່ຕົວສະກົດ ແມ່ນຈະວາງວັນນະຍຸດຢູ່ຊື່ໆຕົວສະຫຼະຕົວທີ່ 2
ຕົວຢ່າງ:
1. Vườn[ເວື່ອນ]; V ແມ່ນພະຍັນຊະນະ, ươ ແມ່ນສະຫຼະ, n ແມ່ນຕົວສະກົດ ສັງເກດເບິ່ງ: ວັນນະຍຸດ huyền[ຮວ່ຽນ] ຈະວາງຢູ່ຊື່ກັບສະຫຼະຕົວທີສອງ ươ. vườn ແປວ່າ: ສວນ;
2. Muốn[ໝວນ]; M ແມ່ນພະຍັນຊະນະ, uô ແມ່ນສະຫຼະ, n ແມ່ນຕົວສະກົດ ສັງເກດເບິ່ງ: ວັນນະຍຸດ sắc[ສັກ] ຈະວາງຢູ່ຊື່ກັບສະຫຼະຕົວທີສອງ uô. Muốn ແປວ່າ: ຢາກ
VIDEO ບົດຮຽນ
ຖ້າທ່ານເຫັນວ່າບົດຮຽນຂອງພວກເຮົາມີປະໂຫຍດ, ທ່ານສາມາດແບ່ງບັນໃຫ້ໝູ່ເພື່ອນມາຮຽນຮູ້ນຳກັນໄດ້
ຂໍຂອບໃຈ!