ເຈົ້າເຮັດວຽກຫຍັງ, ເຈົ້າອາຊີບຫຍັງ? ຫຼື ເຈົ້າເຮັດວຽກຢູ່ໃສ? ເປັນຄຳຖາມທີ່ສັງຄົມທຸກມື້ນີ້ມັກຖາມຫຼາຍທີ່ສຸດໃນເວລາທີ່ເຮົາທຳຄວາມລຶ້ງເຄີຍກັບຄົນໆໜຶ່ງທີ່ຫາກໍ່ຮູ້ຈັກໃໝ່ໆ ເພາະສະນັ້ນ, ໃນບົດທີ 8 ນີ້ ທ່ານຈະໄດ້ຮຽນກ່ຽວກັບການຖາມເຖິງອາຊີບ: ”cách hỏi về nghề nghiệp” ແລະ ການໃຊ້ຄຳຖາມ ຄາດເດົາ: ”… phải không?(ແມ່ນບໍ?)” ໃນພາສາຫວຽດ.
ກ່ອນຈະໄປເຂົ້າສູ່ບົດຮຽນ, ຂໍເຊີນທ່ານຟັງຄຳສັບໃໝ່ທີ່ມີຢູ່ໃນບົດສົນທະນາກ່ອນ ເພື່ອຈະຊ່ວຍໃຫ້ທ່ານເຂົ້າໃຈບົດຮຽນຫຼາຍຂຶ້ນ.
ຄຳສັບ
đi [ດີ]: ໄປ
đâu [ເດົາ]: ໃສ
đấy [ເດິຍ]: ຫັ້ນ, ໄດ໋ຫັ້ນ
chợ [ເຈິ]: ຕະຫຼາດ
đây [ເດິຍ]: ນີ້
bạn [ບ້ານ]: ໝູ່, ເພື່ອນ, ເຈົ້າ
cảnh sát [ແກັງຊາດ]
phải không [ຝາຍຄົງ]: ແມ່ນບໍ
vâng [ເວິງ]: ເຈົ້າ
y tá [ອີຕາ]: ພະຍາບານ
làm quen [ລ່າມແກວນ]: ຮູ້ຈັກ, ທຳຄວາມລຶ້ງເຄີຍ
với [ເວີຍ]: ກັບ, ນຳ
vậy [ເວິ້ຍ]: ເຊັ່ນກັນ, ເຊັ່ນດຽວກັນ
ເບິ່ງເພີ່ມເຕີມ:
1. ບົດສົນທະນາ
ບົດສົນທະນານີ້ ແມ່ນການສົນທະນາລະຫວ່າງສອງສາວ: ນາ, ລານ ແລະ ດຶກ ເຊິ່ງ ນາ ແລະ ດຶກ ຮູ້ຈັກກັນແລ້ວ, ສ່ວນ ນາ ແລະ ດຶກ ຍັງບໍ່ຮູ້ຈັກກັນ. ເຂົາເຈົ້າພົບກັນຢູ່ລະຫວ່າງທາງ, ເຮົາມາເບິ່ງວ່າເຂົາເຈົ້າຈະທັກທາຍກັນແນວໃດ!

Đức: Chào chị Na! Chị đi đâu đấy? ສະບາຍດີເອື້ອຍນາ! ເອື້ອຍໄປໃສຫັ້ນ?
Na: Chào anh Đức. Tôi đi chợ. Dạo này, anh vẫn khoẻ chứ? ສະບາຍດີອ້າຍດຶກ. ຂ້ອຍໄປຕະຫຼາດ. ຊ່ວງນີ້, ອ້າຍແຂງແຮງຢູ່ຕິ?
Đức: Cảm ơn chị. Tôi vẫn khoẻ. Còn chị? ຂອບໃຈເອື້ອຍ. ຂ້ອຍຍັງແຂງແຮງຢູ່. ເອື້ອຍເດ?
Na: Tôi cũng khoẻ. Đây là Lan, bạn tôi. ຂ້ອຍກໍ່ແຂງແຮງ. ນີແມ່ນ ລານ ໝູ່ຂ້ອຍ.
Đức: Chào chị Lan! ສະບາຍດີເອື້ອຍ ລານ!
Lan: Chào anh Đức! Anh là cảnh sát phải không? ສະບາຍດີອ້າຍດຶກ. ອ້າຍເປັນຕຳຫຼວດແມ່ນບໍ?
Đức: Vâng. Tôi là cảnh sát. Còn chị? ເຈົ້າ. ຂ້ອຍເປັນຕຳຫຼວດ. ເອື້ອຍເດ?
Lan: Tôi là y tá. Rất vui được làm quen với anh. ຂ້ອຍເປັນພະຍາບານ. ດີໃຈຫຼາຍທີ່ໄດ້ຮູ້ຈັກກັບອ້າຍ.
Đức: Tôi cũng vậy. ຂ້ອຍກໍ່ເຊັ່ນກັນ.
*ເນື່ອງຈາກບົດທີ 08 ນີ້ເປັນບົດຮຽນກ່ຽວກັບອາຊີບ, ເພາະສະນັ້ນ ກ່ອນຈະເຂົ້າສູ່ໄວຍາກອນຂອງບົດທີ 8 ນີ້, ຂໍເຊີນທ່ານມາຮຽນຮູ້ບາງອາຊີບໃນພາສາຫວຽດຕາມຄຣິບວິດີໂອລຸ່ມນີ້ກ່ອນ:
2. ໄວຍາກອນ
2.1 ວິທີການຖາມເຖິງອາຊີບ
ວິທີການຖາມອາຊີບໃນພາສາຫວຽດກໍ່ງ່າຍໆຄືກັບໃນພາສາລາວ, ເຊິ່ງຕາມຫຼັກການໄວຍາກອນແລ້ວຈະມີໂຄງສ້າງດັ່ງລາຍລະອຽດດັ່ງນີ້:
ເວລາຖາມ:
* ໂຄງສ້າງ: ຄຳຕົວຕັ້ງ + làm nghề gì?
ເວລາຕອບ:
ໂຄງສ້າງ: ຄຳຕົວຕັ້ງ + là + ……… (ຄຳນາມ).
ຕົວຢ່າງ:
1. Anh làm nghề gì? ອ້າຍອາຊີບຫຍັງ?
– Tôi là bộ đội. ຂ້ອຍເປັນທະຫານ.
2. Cô ấy làm nghề gì? ລາວ(ສາວນັ້ນ)ອາຊີບຫຍັງ?
– Cô ấy là giáo viên. ລາວເປັນຄູ.
3. Anh ấy làm nghề gì? ລາວ(ອ້າຍນັ້ນ)ອາຊີບຫຍັງ?
– Anh ấy là ca sĩ. ລາວເປັນນັກຮ້ອງ.
VIDEO ອະທິບາຍບົດຮຽນ
2.2 ການໃຊ້ຄຳຖາມ ຄາດເດົາ: …. ແມ່ນບໍ?
”… phải không?” ເປັນຄຳຖາມທີ່ໃຊ້ຖາມໃນເວລາທີ່ເຮົາຄາດເດົາ ຫຼື ຮູ້ພໍຄ່າວໆກ່ຽວກັບສິ່ງໃດໜຶ່ງແລ້ວ ແຕ່ຍັງບໍ່ທັນແນ່ໃຈເທື່ອ ເວລານີ້, ເຮົາຈະໃຊ້ຄຳຖາມນີ້ມາຖາມ. ໂຄງສ້າງຂອງຄຳຖາມນີ້, ເວລາຖາມຈະມີ 3 ໂຄງສ້າງ ແຕ່ເວລາຕອບຈະມີພຽງໂຄງສ້າງດຽວດັ່ງລຸ່ມນີ້:
ເວລາຖາມ:
* ໂຄງສ້າງ1: ຄຳແທນນາມບູລຸດທີ 02-03 ຈຳນວນທີ່ເຫມາະສົມ + là + ຄຳແທນນາມ + à?
* ໂຄງສ້າງ2: ຄຳແທນນາມບູລຸດທີ 02-03 ຈຳນວນທີ່ເຫມາະສົມ + là + ຄຳແທນນາມ + phải không(ạ)?
* ໂຄງສ້າງ3: ຄຳແທນນາມບູລຸດທີ 02-03 ຈຳນວນທີ່ເຫມາະສົມ + có phải là + ຄຳແທນນາມ + không(ạ)?
ເວລາຕອບ:
+ ຖ້າແມ່ນ ຫຼື ຖືກຕາມທີ່ເຂົາຖາມ: ຕອບວ່າ: Vâng/Đúng/Phải/Ừ + ຄຳແທນນາມບູລຸດທີ 01-02-03 ຈຳນວນທີ່ເຫມາະສົມ + là + ຄຳແທນນາມ.
+ ຖ້າບໍ່ແມ່ນ ຫຼື ບໍ່ຖືກຕາມທີ່ເຂົາຖາມ: ຕອບວ່າ: Không(ạ)/Không phải + ຄຳແທນນາມບູລຸດທີ 01-02-03 ຈຳນວນທີ່ເຫມາະສົມ + không phải là + ຄຳແທນນາມ.
ຕົວຢ່າງ:
1. Anh ấy tên là Hoà à? ລາວ(ອ້າຍນັ້ນ)ຊື່ວ່າ ຮວ່າ ຫວາ?
– Không phải. Anh ấy không phải tên là Hoà. ບໍ່ແມ່ນ. ລາວບໍ່ແມ່ນຊື່ວ່າ ຮວ່າ.
2. Cô ấy là giáo viên phải không? ລາວ(ສາວນັ້ນ)ເປັນຄູແມ່ນບໍ?
– Vâng. Cô ấy là giáo viên. ເຈົ້າ. ສາວນັ້ນເປັນຄູ.
3. Họ có phải là cảnh sát không? ເຂົາເຈົ້າກໍ່ເປັນຕຳຫຼວດບໍ?
– Không phải. Họ không phải là cảnh sát. Họ là bộ đội. ບໍ່ແມ່ນ. ເຂົາເຈົ້າບໍ່ແມ່ນຕຳຫຼວດ. ເຂົາເຈົ້າເປັນທະຫານ.
VIDEO ອະທິບາຍບົດຮຽນ
3. ຂໍ້ທົດສອບ
*ໝາຍເຫດ: ພວກເຮົາຂໍແນະນຳໃຊ້ທ່ານເຮັດຂໍ້ສອບໝົດທຸກຂໍ້ກ່ອນ ຫຼັງຈາກນັ້ນຈຶ່ງກົດເບິ່ງຂະໜານຕອບ
3.1 ຈົ່ງເລືອກເອົາຄຳສັບທີ່ຖືກຕ້ອງຕື່ມໃສ່ບ່ອນວ່າງລຸ່ມນີ້
làm việc, chị, anh, đâu, phải không, y tá, nghề, là, còn, không
A: Chào ………..!
B: Chào ……………..! Anh là sinh viên ……………?
A: …………., tôi không phải ………. sinh viên. Tôi là kĩ sư. ………. chị, chị làm ……… gì?
B: Tôi là ……………….
A: Chị làm việc ở ……….?
B: Tôi …………… ở bệnh viên Bạch Mai.
3.2 ຈົ່ງຊັບຊ້ອນຄຳສັບລຸ່ມນີ້ໃຫ້ເປັນປະໂຫຍກທີ່ຖືກຕ້ອງ
1. không / cô ấy / có / là / sinh viên / phải / ?
2. cảnh sát / Huy / là / anh.
3. không / phải / ông Ba / bác sĩ / là.
4. à / bà Hoa / nội trợ / là / ?
5. phải / các / ấy / là / không / anh chị / tiếp viên hàng không / ?
ເຊີນທ່ານກົດໃສ່ນີ້ເພື່ອເບິ່ງຄຳຕອບ ຖ້າທ່ານເຫັນວ່າບົດຮຽນຂອງພວກເຮົາມີປະໂຫຍດ, ທ່ານສາມາດແບ່ງບັນໃຫ້ໝູ່ເພື່ອນມາຮຽນຮູ້ນຳກັນໄດ້
ຂໍຂອບໃຈ!