ສຸຂະພາບເປັນສິ່ງສຳຄັນສຳລັບໝົດທຸກຄົນ ແລະໃນບົດທີ 07 ນີ້ ທ່ານຈະໄດ້ຮຽນກ່ຽວກັບວິທີຖາມເຖິງສຸຂະພາບຂອງຜູ້ອື່ນໃນພາສາຫວຽດ ໂດຍໃຊ້ຄຳຖາມ “thế nào” ທີ່ແປວ່າ ເປັນແນວໃດ, ຈັ່ງໃດ, ແນວໃດ ແລະການໃຊ້ຄຳລົງທ້າຍ “ạ” ເພື່ອສະແດງເຖິງການໃຫ້ກຽດ ຫຼື ເຄົາລົບນັບຖືຕໍ່ຜູ້ມີອາຍຸສູງ ຫຼື ຜູ້ທີ່ມີຖານະໃນສັງຄົມໃນພາສາຫວຽດ.
ກ່ອນອື່ນຂໍເຊີນທ່ານຟັງຄຳສັບໃໝ່ທີ່ມີຢູ່ໃນບົດສົນທະນາກ່ອນ ເພື່ອຊ່ວຍໃຫ້ທ່ານເຂົ້າໃຈບົດຮຽນຫຼາຍຂຶ້ນ.
ຄຳສັບ
em [ແອັມ] : ນ້ອງ
dạo này [ຢ້າວໄນ່]: ຊ່ວງນີ້
khoẻ [ແຂວ]: ແຂງແຮງ
cảm ơn [ກາມເອິນ]: ຂອບໃຈ
thế nào [ເຖນ່າວ]: ເປັນແນວໃດ, ເປັນຈັ່ງໃດ, ຈັ່ງໃດ, ແນວໃດ
dạ [ຢະ]: ໂດຍ
vẫn [ເວິ້ນ]: ກໍ່ຍັງ, ຍັງ, ຍັງຄົງ
bình thường [ບິ່ງເຖື່ອງ] : ປົກກະຕິ, ທຳມະດາ
1. ບົດສົນທະນາ
ບົດສົນທະນານີ້ ແມ່ນການສົນທະນາລະຫວ່າງອ້າຍຮັກ-ນ້ອງຮັກ ທີ່ດົນໆແລ້ວຈຶ່ງພົບກັນ. ເຂົາເຈົ້າພົບກັນຢູ່ສວນສາທາລະນະແຫ່ງໜຶ່ງ, ເຮົາມາເບິ່ງວ່າເຂົາເຈົ້າຈະທັກທາຍກັນແນວໃດ!

Mai: Em chào anh ạ! ສະບາຍດີອ້າຍ!
Hùng: Chào em! ສະບາຍດີນ້ອງ!
Mai: Dạo này, anh có khoẻ không ạ? ຊ່ວງນີ້, ອ້າຍແຂງແຮງບໍ?
Hùng: Cảm ơn em! Anh khoẻ. Còn em thế nào? ຂອບໃຈນ້ອງ! ອ້າຍແຂງແຮງ. ນ້ອງເດເປັນແນວໃດ?
Mai: Dạ, em vẫn bình thường ạ! ໂດຍ, ນ້ອງຍັງປົກກະຕິ!
2. ໄວຍາກອນ
2.1 ວິທີການຖາມເຖິງສຸຂະພາບ
ວິທີການຖາມເຖິງສຸຂະພາບໃນພາສາຫວຽດກໍ່ງ່າຍໆຄືກັບໃນພາສາລາວ, ແຕ່ຈະຕ່າງໜ້ອຍໜຶ່ງຢູ່ບ່ອນວ່າ: ຖ້າຜູ້ອາຍຸນ້ອຍກວ່າທັກ ຫຼື ລົມກັບຜູ້ອາຍຸຫຼາຍກວ່າຕົວເອງ ແມ່ນຈະລົງທ້າຍ ດ້ວຍ “ạ” ສະເໝີ ດັ່ງລາຍລະອຽດດັ່ງນີ້:
ເວລາຖາມ:
* ໂຄງສ້າງ1: ຄຳແທນນາມບູລຸດທີ 02-03 ຈຳນວນທີ່ເຫມາະສົມ + có khoẻ không?
* ໂຄງສ້າງ2: ຄຳແທນນາມບູລຸດທີ 02-03 ຈຳນວນທີ່ເຫມາະສົມ + (vẫn) khoẻ chứ?
ເວລາຕອບ:
ໂຄງສ້າງ: ຄຳແທນນາມບູລຸດທີ 01 ຈຳນວນທີ່ເຫມາະສົມ + (vẫn) khoẻ/bình thường/…
ຕົວຢ່າງ:
1. Chị có khoẻ không? ເອື້ອຍແຂງແຮງດີບໍ?
– Tôi vẫn khoẻ. ຂ້ອຍຍັງແຂງແຮງດີ.
2. Bạn vẫn khoẻ chứ? ເຈົ້າຍັງແຂງແຮງຢູ່ຕິ?
– Tôi bình thường. ຂ້ອຍປະກະຕິດີ.
*ຂໍ້ຄວນເອົາໃຈໃສ່: ເພື່ອຖາມເຖິງສຸຂະພາບ, ວຽກງານ, ຊີວິດການເປັນຢູ່ຂອງຄົນໃດໜຶ່ງນັ້ນ, ເຮົາສາມາດໃຊ້ຄຳວ່າ thế nào? ມາຖາມກໍ່ໄດ້.
ຕົວຢ່າງ:
1. Dạo này, chị thế nào? ຊ່ວງນີ້, ເອື້ອຍເປັນແນວໃດ?
– Chị khoẻ. Cảm ơn em. ເອື້ອຍແຂງແຮງດີ. ຂອບໃຈນ້ອງ.
2. Dạy này, công việc của anh thế nào? ຊ່ວງນີ້, ໜ້າວຽກຂອງອ້າຍເປັນແນວໃດ?
– Vẫn bình thường. ກໍ່ຍັງປົກກະຕິດີ.
VIDEO ອະທິບາຍ
2.2 ການໃຊ້ຄຳລົງທ້າຍ “ạ” ໃນພາສາຫວຽດ
“ạ” ເປັນຄຳສ້ອຍຕື່ມໃສ່ທ້າຍປະໂຫຍກເພື່ອສະແດງຄວາມເຄົາລົບນັບຖືຜູ້ທີ່ມີອາຍຸສູງກວ່າ ແລະ ໃຫ້ສຸພາບຂື້ນ. ສ່ວນຫຼາຍ “ạ” ຈະບໍ່ຖືກແປໃນພາສາລາວ, ແຕ່ກໍ່ມີບາງກໍລະນີ ຖ້າໃຊ້ “ạ” ກັບຄົນທີ່ມີອາຍຸນ້ອຍກວ່າຜູ້ເວົ້າ ແມ່ນ “ạ” ຈະ ແປວ່າ: ເອີຍ ໃນພາສາລາວຄືດັ່ງລຸ່ມນີ້.
ຕົວຢ່າງ:
1. Bác khoẻ không ạ? ລຸງແຂງແຮງດີບໍ?
2. Chị đi đâu ạ? ເອື້ອຍໄປໃສ?
3. Họ đi làm hết rồi em ạ! ເຂົາເຈົ້າໄປເຮັດວຽກໝົດແລ້ວນ້ອງເອີຍ!
4. Cái này ăn không được con ạ! ອັນນີ້ກິນບໍ່ໄດ້ລູກເອີຍ!
VIDEO ອະທິບາຍ
3. ຂໍ້ທົດສອບ
*ໝາຍເຫດ: ພວກເຮົາຂໍແນະນຳໃຊ້ທ່ານເຮັດຂໍ້ສອບໝົດທຸກຂໍ້ກ່ອນ ຫຼັງຈາກນັ້ນຈຶ່ງກົດເບິ່ງຂະໜານຕອບ
1. ຈົ່ງຊອກບ່ອນທີ່ຜິດໃນປະໂຫຍກລຸ່ມນີ້ແລ້ວແປງໃຫ້ຖືກຕ້ອງ
1. Chị chào em ạ!
– …………………………….
2. Bà có không khoẻ ạ?
– ………………………………..
3. Vâng. Tên tôi là Linh.
– …………………………………….
4. Anh rất vui được gặp.
– …………………………………..
5. Tên là cô ấy Mai.
– ………………………………..
2. ຈົ່ງຟັງແລ້ວໝາຍວົງມົນອ້ອມຄຳຕອບທີ່ຖືກຕ້ອງ
2.1. ຜູ້ຊາຍໃນບົດສົນທະນານີ້ຊື່ຫຍັງ?
a. Hùng
b. Hoà
c. Huy
2.2. ຜູ້ຍິງໃນບົດສົນທະນານີ້ຊື່ຫຍັງ?
a. Mai
b. My
c. Mận
ເຊີນທ່ານກົດໃສ່ນີ້ເພື່ອເບິ່ງຄຳຕອບ ຖ້າທ່ານເຫັນວ່າບົດຮຽນຂອງພວກເຮົາມີປະໂຫຍດ, ທ່ານສາມາດແບ່ງບັນໃຫ້ໝູ່ເພື່ອນມາຮຽນຮູ້ນຳກັນໄດ້
ຂໍຂອບໃຈ!