ຮຽນພາສາຫວຽດກໍຄືກັບການຮຽນພາສາຕ່າງປະເທດອື່ນໆ ເຊິ່ງຈະເລີ່ມຕົ້ນຈາກການຮູ້ຈັກກັບຕົວອັກສອນທັງໝົດທີ່ພາສານັ້ນມີ ແລ້ວຈຶ່ງມາຮຽນຟັງ, ເວົ້າ, ອ່ານ ແລະຂຽນ. ໃນບົດຮຽນທຳອິດນີ້ ທ່ານຈະໄດ້ຮຽນຮູ້ກ່ຽວກັບຕົວອັກສອນ 29 ຕົວໃນພາສາຫວຽດ, ເຊິ່ງມີທັງພະຍັນຊະນະ ແລະສະຫຼະ ຢູ່ນຳ. ຕົວອັກສອນພາສາຫວຽດບາງຕົວຈະບໍ່ມີຕົວໃຫ້ທຽບໃນພາສາລາວ ເຮັດໃຫ້ການໃຊ້ຕົວອັກສອນພາສາລາວເພື່ອທຽບສັບບໍ່ຖືກຕ້ອງ 100%. ສະນັ້ນ ຈຶ່ງເອົາຕົວອັກສອນພາສາອັງກິດບາງໂຕມາໃຊ້ຈົດສຽງ ເພາະມັນມີຈຸດຜະລິດສຽງໃກ້ຄຽງກັນ ແລະຂໍໃຫ້ທ່ານເອົາໃຈໃສ່ເຝິກອອກສຽງຈຳນວນຕົວອັກສອນດັ່ງກ່າວຫຼາຍຂຶ້ນເພາະຈະຊ່ວຍໃຫ້ທ່ານເວົ້າພາສາຫວຽດໄດ້ດີໃນອະນາຄົດ.
ກ່ອນທີ່ຈະເຂົ້າສູ່ບົດຮຽນ, ພວກເຮົາມີບາງຂໍ້ຢາກແນະນຳ ແລະທ່ານຄວນເອົາໃຈໃສ່ດັ່ງນີ້:
- ແຕ່ລະຕົວອັກສອນຈະມີຮູບປະກອບຢູ່ເບື້ອງຊ້າຍ, ຄຳອະທິບາຍຢູ່ເບື້ອງຂວາ ແລະຟາຍຟັງການອອກສຽງຢູ່ທາງລຸ່ມ.
- ຄຳສັບພາສາລາວຢູ່ໃນເຄື່ອງໝາຍ [ ] ແມ່ນຄຳທັບສັບ (ຄຳອ່ານ) ເຊິ່ງບາງຄຳຈະບໍ່ຖືກຕ້ອງຕາມສຳນຽງໃນພາສາຫວຽດໄດ້ 100%.
- ວິທີການອອກສຽງຂອງຕົວອັກສອນແຕ່ລະຕົວ ແມ່ນໃຫ້ອອກສຽງຕົວອັກສອນ (ສີຟ້າ) ກ່ອນ ແລ້ວຈຶ່ງອ່ານປະກອບເປັນຄຳສັບ (ສີດຳ) ເຊັ່ນ ດຽວກັບວິທີອ່ານ ແລະ ອອກສຽງຕົວອັກສອນໃນພາສາລາວຄື: ກ-ໄກ່, ຂ-ໄຂ່, ຄ-ຄວາຍ ແລະອື່ນໆ ເພື່ອຈະຈື່ຈຳຕົວອັກສອນໄດ້ດີ.
- ແຕ່ລະຕົວອັກສອນຈະມີທັງຕົວພິມໃຫຍ່ ແລະຕົວພິມນ້ອຍ. ໃນພາສາຫວຽດ, ພວກເຮົາຈະຂຽນຕົວພິມໃຫຍ່ເວລາເລີ່ມຕົ້ນປະໂຫຍກ. ຢູ່ທາງຫຼັງຂອງໝາຍຈ້ຳ (.) ແລະຊື່ສະເພາະຕ່າງໆຄືກັບຫຼັກການຂຽນໃນພາສາອັງກິດ.
- ພະຍັນຊະນະສ່ວນຫຼາຍຈະອອກສຽງປະກອບກັບສະຫຼະ ເອີ ຄືກັບພະຍັນຊະນະໃນພາສາລາວທີ່ອອກສຽງສະຫຼະ ອໍ ຢູ່ນຳ ສ່ວນສຽງສະຫຼະຈະອອກສຽງແຕກຕ່າງຕາມລັກສະນະຂອງໃຜມັນ.
ຕົວອັກສອນພາສາຫວຽດ 29 ຕົວ ທີ່ຂຽນເປັນຕົວພິມນ້ອຍ:
a ă â b c d đ e ê g h i k l m n o ô ơ p q r s t u ư v x y
ຕົວອັກສອນພາສາຫວຽດ 29 ຕົວ ທີ່ຂຽນເປັນຕົວພິມໃຫຍ່:
A Ă Â B C D Đ E Ê G H I K L M N O Ô Ơ P Q R S T U Ư V X Y
ແລະວິທີການອອກສຽງຂອງແຕ່ລະຕົວຈະມີຄືດັ່ງລຸ່ມນີ້:

ອັກສອນຕົວນີ້ອ່ານວ່າ: A[ອາ] ເປັນສະຫຼະ ×າ ໃນພາສາຫວຽດ, ຖ້າທຽບໃສ່ພາສາລາວຈະແມ່ນຫຼະສະ ×າ. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: A-cá[ອາ-ກາ] ມີຄວາມໝາຍວ່າ: ”ປາ (ໂຕປາ)”. ສະຫຼະ A[ອາ] ເວລາເອົາໄປປະກອບກັບພະຍັນຊະນະຈະໃສ່ຕົວສະກົດ ຫຼື ບໍ່ໃສ່ກໍ່ໄດ້ຂື້ນກັບຄຳສັບນັ້ນໆ. ຕົວຢ່າງ: cha [ຈາ], ban [ບານ],…

ອັກສອນຕົວນີ້ອ່ານວ່າ: Ă[ອາ] ຖ້າທຽບໃສ່ພາສາລາວຈະແມ່ນໝາຍກັນ: ×ັ (ສະຫຼະທີ່ມີໄມ້ກັນຢູ່ເທິງຫົວໃນພາສາລາວ). ສະຫຼະ Ă[ອາ] ຕົວນີ້ຈຳເປັນຕ້ອງມີຕົວສະກົດຈຶ່ງສາມາດເປັນຄຳສັບທີ່ອ່ານອອກສຽງ ແລະມີຄວາມໝາຍໃນພາສາຫວຽດໄດ້ເຊັ່ນ: chăn[ຈັນ] ມີຄວາມໝາຍວ່າ: ”ຜ້າຫົ່ມ”; (ch ແມ່ນພະຍັນຊະນະ, ă ແມ່ນສະຫຼະ ແລະ n ແມ່ນຕົວສະກົດ). ຖ້າຫາກຂຽນ: chă ຈະບໍ່ສາມາດອ່ານໄດ້, ຖ້າທຽບໃສ່ໃນພາສາລາວກໍ່ຄືກັບໂຕ ຈ ໃສ່ໝາຍກັນ [ຈັ ] ເຊິ່ງບໍ່ມີຄວາມໝາຍ ແລະອ່ານອອກສຽງບໍ່ໄດ້ ເພາະບໍ່ມີຕົວສະກົດ.

ອັກສອນຕົວນີ້ອ່ານວ່າ: Â[ເອີ] ເປັນສະຫຼະ ເ×ີ… ໃນພາສາຫວຽດ, ຖ້າທຽບໃສ່ພາສາລາວແມ່ນສຽງຫຼະສະ ເ×ີ…, ເ×ິ… ສະຫຼະ Â[ເອີ] ຕົວນີ້ຈຳເປັນຕ້ອງມີຕົວສະກົດຈຶ່ງສາມາດສ້າງເປັນຄຳສັບທີ່ອ່ານອອກສຽງ ແລະມີຄວາມໝາຍໃນພາສາຫວຽດໄດ້ເຊັ່ນ: nấm[ເໜິມ] ມີຄວາມໝາຍວ່າ: ”ເຫັດ”. ( n ແມ່ນພະຍັນຊະນະ, â ແມ່ນສະຫຼະ, m ແມ່ນຕົວສະກົດ ແລະ ວັນນະຍຸດສັກ). ຖ້າຫາກຂຽນ: nấ ຈະບໍ່ສາມາດອ່ານໄດ້ ແລະ ບໍ່ມີຄວາມໝາຍເພາະບໍ່ມີຕົວສະກົດ.

ອັກສອນຕົວນີ້ອ່ານວ່າ: B [ເບີ່] ຖ້າທຽບກັບຕົວອັກສອນໃນພາສາລາວແມ່ນຈະຄືກັບຕົວ ບ. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: B-bò[ເບີ່-ບໍ່]. Bò[ບໍ່] ມີຄວາມໝາຍວ່າ: ”ງົວ”. ຕົວອັກສອນ B [ເບີ່] ນີ້ຈະເປັນໄດ້ແຕ່ພະຍັນຊະນະຢ່າງດຽວ.

ອັກສອນຕົວນີ້ອ່ານວ່າ: C [ເກີ່] ຖ້າທຽບກັບຕົວອັກສອນໃນພາສາລາວແມ່ນຈະຄືກັບຕົວ ກ. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: C-cam[ເກີ່-ກາມ]. Cam[ກາມ] ມີຄວາມໝາຍວ່າ: ”ໝາກກ້ຽງ”. ຕົວອັກສອນ C [ເກີ່] ນີ້ເປັນໄດ້ທັງພະຍັນຊະນະ ແລະ ຕົວສະກົດຄືກັບຕົວ ກ ໃນພາສາລາວ.

ອັກສອນຕົວນີ້ອ່ານວ່າ: D[zer] ຕົວອັກສອນນີ້ໃນພາສາລາວຈະບໍ່ມີຕົວໃດໃຫ້ທຽບ ດັ່ງນັ້ນ, ຈຶ່ງເອົາສຽງຕົວ Z ໃນພາສາອັງກິດມາຈົດສຽງ ເພາະຈຸດຜະລິດຄຽງໃກ້ຄຽງກັນ. ຕົວອັກສອນ D[zer] ນີ້ຖ້າທຽບໃສ່ສຳນຽງພາກໃຕ້ແລ້ວ ສາມາດອອກສຽງເປັນຕົວ ຢ ໄດ້ຄື: D[ເຢີ່]. ຕົວອັກສອນ D[zer] ຈະເປັນໄດ້ແຕ່ພະຍັນຊະນະຢ່າງດຽວ.

ອັກສອນຕົວນີ້ອ່ານວ່າ: Đ[ເດີ່] ຖ້າທຽບກັບຕົວອັກສອນໃນພາສາລາວແມ່ນຈະຄືກັບຕົວ ດ. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: Đ-đá[ເດີ່-ດາ]. Đá[ດາ] ມີຄວາມໝາຍວ່າ: ”ຫີນ”. ຕົວອັກສອນ Đ[ເດີ່] ນີ້ຈະເປັນໄດ້ແຕ່ພະຍັນຊະນະຢ່າງດຽວ.

ອັກສອນຕົວນີ້ອ່ານວ່າ: E[ແອ] ເປັນສະຫຼະ E[ແອ] ໃນພາສາຫວຽດ, ຖ້າທຽບໃສ່ພາສາລາວແມ່ນສຽງຫຼະສະ ແ×. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: E-kem[ແອ-ແກັມ]. Kem[ແກັມ] ມີຄວາມໝາຍວ່າ: ”ກະແລມ”. ສະຫຼະ E[ແອ] ນີ້ເວລາເອົາໄປປະກອບກັບພະຍັນຊະນະຈະໃສ່ຕົວສະກົດ ຫຼື ບໍ່ໃສ່ ກໍ່ໄດ້ຂື້ນກັບຄຳສັບນັ້ນໆ. ຕົວຢ່າງ: nghe [ແງ], khen [ແຄນ],…

ອັກສອນຕົວນີ້ອ່ານວ່າ: Ê[ເອ] ເປັນສະຫຼະ Ê[ເອ] ໃນພາສາຫວຽດ, ຖ້າທຽບໃສ່ພາສາລາວແມ່ນສຽງຫຼະສະ ເ×. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: Ê-dê[ເອ-zea]. Dê[zea] ຫຼື Dê[ເຢ] ມີຄວາມໝາຍວ່າ: ”ແບ້” . ສະຫຼະ Ê[ເອ] ນີ້ເວລາເອົາໄປປະກອບກັບພະຍັນຊະນະຈະໃສ່ຕົວສະກົດ ຫຼື ບໍ່ໃສ່ ກໍ່ໄດ້ຂື້ນກັບຄຳສັບນັ້ນໆ. ຕົວຢ່າງ: mê [ເມ], tên [ເຕນ],…

ອັກສອນຕົວນີ້ເປັນພະຍັນຊະນະ G[-] ຖ້າຫາຄູ່ທຽບສຽງໃນພາສາລາວແມ່ນຈະບໍ່ມີ, ແຕ່ຫາຄູ່ທຽບສຽງໃນພາສາອັງກິດແມ່ນໃກ້ຄຽງກັບສຽງຂອງຕົວ G ທີ່ມີໃນຄຳເຊັ່ນວ່າ: Goal, go, gift, girl… ຕົວອັກສອນ G[-] ນີ້ຈະເປັນໄດ້ແຕ່ພະຍັນຊະນະຢ່າງດຽວ.

ອັກສອນຕົວນີ້ອ່ານວ່າ: H[ເຫີ່] ຖ້າທຽບກັບຕົວອັກສອນໃນພາສາລາວແມ່ນຈະຄືກັບຕົວ ຫ, ຮ. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: H-hoa[ເຫີ່-ຮວາ]… Hoa[ຮວາ] ມີຄວາມໝາຍວ່າ: ”ດອກໄມ້”. ຕົວອັກສອນ H[ເຫີ່] ນີ້ຈະເປັນພະຍັນຊະນະໄດ້ຢ່າງດຽວ.

ອັກສອນຕົວນີ້ອ່ານວ່າ: I[ອີ], ຖ້າທຽບໃສ່ພາສາລາວແມ່ນຈະຄືກັບສະຫຼະ ×ີ. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: I-Tivi[ອີ-ຕີວີ]… Tivi[ຕີວີ]. ມີຄວາມໝາຍວ່າ: ”ໂທລະທັດ”. ສະຫຼະ I[ອີ] ນີ້ເວລາເອົາໄປປະກອບກັບພະຍັນຊະນະ ຈະໃສ່ຕົວສະກົດ ຫຼື ບໍ່ໃສ່ ກໍ່ໄດ້ຂື້ນກັບຄຳສັບນັ້ນໆ. ຕົວຢ່າງ: kí [ກີ], tinh [ຕິ່ງ],…

ອັກສອນຕົວນີ້ອ່ານວ່າ: K[ກາ] ຖ້າທຽບກັບຕົວອັກສອນໃນພາສາລາວແມ່ນຈະຄືກັບຕົວ ກ. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: K-Kéo[ກາ-ແກັວ]… Kéo[ແກັວ] ມີຄວາມໝາຍວ່າ: ”ມີດຕັດ”. ຕົວອັກສອນ K[ກາ] ນີ້ຈະເປັນພະຍັນຊະນະໄດ້ຢ່າງດຽວ.

ອັກສອນຕົວນີ້ອ່ານວ່າ: L[ເລີ່] ຖ້າທຽບກັບຕົວອັກສອນໃນພາສາລາວແມ່ນຈະຄືກັບຕົວ ຫຼ, ລ. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: L-lá[ເລີ່-ຫຼາ]…. Lá[ຫຼາ] ມີຄວາມໝາຍວ່າ: ”ໃບໄມ້”. ຕົວອັກສອນ L[ເລີ່] ນີ້ຈະເປັນພະຍັນຊະນະໄດ້ຢ່າງດຽວ.

ອັກສອນຕົວນີ້ອ່ານວ່າ: M[ເມີ່] ຖ້າທຽບກັບຕົວອັກສອນໃນພາສາລາວແມ່ນຈະຄືກັບຕົວ ໝ, ມ. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: M-mèo[ເມີ່-ແມ່ວ]…. Mèo [ແມ່ວ] ມີຄວາມໝາຍວ່າ: ”ແມວ (ໂຕແມວ)”. ຕົວອັກສອນ M[ເມີ່] ນີ້ເປັນໄດ້ທັງພະຍັນຊະນະ ແລະ ຕົວສະກົດໄດ້ຄືກັບຕົວ ມ ໃນພາສາລາວ.

ອັກສອນຕົວນີ້ອ່ານວ່າ: N[ເນີ່] ຖ້າທຽບກັບຕົວອັກສອນໃນພາສາລາວແມ່ນຈະຄືກັບຕົວ ໜ, ນ. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: N-na[ເນີ່-ນາ]….. Na[ນາ] ມີຄວາມໝາຍວ່າ: ”ໝາກຂຽບ”. ຕົວອັກສອນ N[ເນີ່] ນີ້ເປັນໄດ້ທັງພະຍັນຊະນະ ແລະ ຕົວສະກົດໄດ້ຄືກັບຕົວ ນ ໃນພາສາລາວ.

ອັກສອນຕົວນີ້ອ່ານວ່າ: O[ອໍ] ເປັນສະຫຼະ ×ໍ ໃນພາສາຫວຽດ, ຖ້າທຽບໃສ່ພາສາລາວແມ່ນສຽງຫຼະສະ ×ໍ ແລະ ສະຫຼະທີ່ມີຕົວ ອ (×ອ…). ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: O-ong[ອໍ-ອອງ]. Ong[ອອງ] ມີຄວາມໝາຍວ່າ: ”ເຜິ້ງ (ໂຕເຜິ້ງ)”. ສະຫຼະ O[ອໍ] ນີ້ເວລາເອົາໄປປະກອບກັບພະຍັນຊະນະ ຈະໃສ່ຕົວສະກົດ ຫຼື ບໍ່ໃສ່ ກໍ່ໄດ້ຂື້ນກັບຄຳສັບນັ້ນໆ ຕົວຢ່າງ: to [ຕໍ], con [ກອນ],…

ອັກສອນຕົວນີ້ອ່ານວ່າ: Ô[ໂອ] ເປັນສະຫຼະ ໂ× ໃນພາສາຫວຽດ, ຖ້າທຽບໃສ່ພາສາລາວແມ່ນສຽງຫຼະສະ ໂ×. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: Ô-ốc[ໂອ-ອົກ]. Ốc[ອົກ] ມີຄວາມໝາຍວ່າ: ”ຫອຍ (ໂຕຫອຍ)”. ສະຫຼະ Ô[ໂອ] ນີ້ເວລາເອົາໄປປະກອບກັບພະຍັນຊະນະ ຈະໃສ່ຕົວສະກົດ ຫຼື ບໍ່ໃສ່ ກໍ່ໄດ້ຂື້ນກັບຄຳສັບນັ້ນໆ. ຕົວຢ່າງ: cô [ໂກ], nôn [ໂນນ],…

ອັກສອນຕົວນີ້ອ່ານວ່າ: Ơ[ເອີ] ເປັນສະຫຼະ ເ×ີ ໃນພາສາຫວຽດ, ຖ້າທຽບໃສ່ພາສາລາວແມ່ນສຽງຫຼະສະ ເ×ີ, ເ×ິ. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: Ơ-ớt[ເອີ-ເອິດ]. Ớt[ເອິດ] ມີຄວາມໝາຍວ່າ: ”ໝາກເຜັດ”. ສະຫຼະ Ơ[ເອີ] ນີ້ເວລາເອົາໄປປະກອບກັບພະຍັນຊະນະ ຈະໃສ່ຕົວສະກົດ ຫຼື ບໍ່ໃສ່ ກໍ່ໄດ້ຂື້ນກັບຄຳສັບນັ້ນໆ. ຕົວຢ່າງ: chớp [ເຈິບ], cơn [ເກີນ],…

ອັກສອນຕົວນີ້ອ່ານວ່າ: P[ເປີ່] ຖ້າທຽບກັບຕົວອັກສອນໃນພາສາລາວແມ່ນຈະຄືກັບຕົວ ປ. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: P-patê[ເປີ່-ປາເຕ]… Patê[ປາເຕ] ມີຄວາມໝາຍວ່າ: ”ປາເຕ່”. ຕົວອັກສອນ P[ເປີ່] ນີ້ຈະມີຄວາມແຕກຕ່າງໜ້ອຍໜຶ່ງ ເພາະວ່າ: ເວລາເປັນພະຍັນຊະນະ ຈະຄືກັບຕົວ ປ ໃນພາສາລາວ ແລະ ເວລາເປັນຕົວສະກົດຈະຄືກັບຕົວສະກົດ ບ ໃນພາສາລາວ.

ອັກສອນຕົວນີ້ໃນພາສາຫວຽດ ເວລາມັນເປັນຕົວອັກສອນຈະອ່ານວ່າ: Q[ກູ] ຫຼື Q[ກູຍ]; ເວລາເປັນຕົວພະຍັນຊະນະຈະໄປກັບຕົວ u ສະເໝີຄື qu ອ່ານວ່າ [ເກວີ່]. Qu ຖ້າທຽບກັບຕົວອັກສອນໃນພາສາລາວແມ່ນຈະຄືກັບຕົວຄວບ ກວ. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: Qu-quần[ເກວີ່-ກວັ່ນ]…. Quần[ກວັ່ນ] ມີຄວາມໝາຍວ່າ: ”ໂສ້ງ”.

ອັກສອນຕົວນີ້ອ່ານວ່າ: R[ເຣີ່] ຖ້າທຽບກັບຕົວອັກສອນໃນພາສາລາວແມ່ນຈະຄືກັບຕົວ ຣ. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: R-rùa[ເຣີ່-ຣົ່ວ]… Rùa[ຣົ່ວ] ມີຄວາມໝາຍວ່າ: ”ເຕົ່າ (ໂຕເຕົ່າ)”. ຕົວອັກສອນ R[ເຣີ່] ນີ້ຈະເປັນພະຍັນຊະນະໄດ້ຢ່າງດຽວ.

ອັກສອນຕົວນີ້ອ່ານວ່າ: S[ເຊີ່] (ອີງໃສ່ສຳນຽງຮ່າໂນ້ຍ) ຖ້າທຽບກັບຕົວອັກສອນໃນພາສາລາວແມ່ນຈະຄືກັບຕົວ ສ, ຊ. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: S-sim[ເຊີ່-ຊິມ]… Sim[ຊິມ] ມີຄວາມໝາຍວ່າ: ”ເບີໂທ”. ຕົວອັກສອນ S[ເຊີ່] ນີ້ຈະເປັນພະຍັນຊະນະໄດ້ຢ່າງດຽວ.

ອັກສອນຕົວນີ້ອ່ານວ່າ: T[ເຕີ່] ຖ້າທຽບກັບຕົວອັກສອນໃນພາສາລາວແມ່ນຈະຄືກັບຕົວ ຕ. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: T-tiền[ເຕີ່-ຕ່ຽນ]… Tiền[ຕ່ຽນ] ມີຄວາມໝາຍວ່າ: ”ເງິນ”. ຕົວອັກສອນ T[ເຕີ່] ນີ້ຈະມີຄວາມແຕກຕ່າງໜ້ອຍໜຶ່ງ ເພາະວ່າ: ເວລາເປັນພະຍັນຊະນະ ຈະຄືກັບຕົວ ຕ ໃນພາສາລາວ ແຕ່ ເວລາເປັນຕົວສະກົດຈະຄືກັບຕົວສະກົດ ດ ໃນພາສາລາວ.

ອັກສອນຕົວນີ້ອ່ານວ່າ: U[ອູ] ເປັນສະຫຼະ ×ູ ໃນພາສາຫວຽດ, ຖ້າທຽບໃສ່ພາສາລາວແມ່ນສຽງຫຼະສະ ×ູ. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: U-chum[ອູ-ຈຸມ]. Chum[ຈູມ]. ມີຄວາມໝາຍວ່າ ”ໄຫ”. ສະຫຼະ U[ອູ] ນີ້ເວລາເອົາໄປປະກອບກັບພະຍັນຊະນະ ຈະໃສ່ຕົວສະກົດ ຫຼື ບໍ່ໃສ່ ກໍ່ໄດ້ຂື້ນກັບຄຳສັບນັ້ນໆ. ຕົວຢ່າງ: ngu [ງູ], cúng [ກູງ],…

ອັກສອນຕົວນີ້ອ່ານວ່າ: Ư[ອື] ເປັນສະຫຼະ ×ື ໃນພາສາຫວຽດ, ຖ້າທຽບໃສ່ພາສາລາວແມ່ນສຽງຫຼະສະ ×ື, ×ຶ. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: Ư-sư tử[ອື-ຊືຕື]. Sư tử[ຊືຕື] ມີຄວາມໝາຍວ່າ ”ສິງ (ໂຕສິງ)”. ສະຫຼະ Ư[ອື] ນີ້ເວລາເອົາໄປປະກອບກັບພະຍັນຊະນະ ຈະໃສ່ຕົວສະກົດ ຫຼື ບໍ່ໃສ່ ກໍ່ໄດ້ຂື້ນກັບຄຳສັບນັ້ນໆ. ຕົວຢ່າງ: hư [ຮື], lưng [ລຶງ],…

ອັກສອນຕົວນີ້ອ່ານວ່າ: V[ເວີ່] ຖ້າທຽບກັບຕົວອັກສອນໃນພາສາລາວແມ່ນຈະຄືກັບຕົວ ວ. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: V-voi[ເວີ່-ວອຍ]… Voi[ວອຍ] ມີຄວາມໝາຍວ່າ: ”ຊ້າງ (ໂຕຊ້າງ)”. ຕົວອັກສອນ V[ເວີ່] ນີ້ຈະເປັນພະຍັນຊະນະໄດ້ຢ່າງດຽວ.

ອັກສອນຕົວນີ້ອ່ານວ່າ: X[ເຊີ່] ຖ້າທຽບກັບຕົວອັກສອນໃນພາສາລາວແມ່ນຈະຄືກັບຕົວ ຊ, ສ. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: X-xô[ເຊີ່-ໂຊ]… Xô[ໂຊ] ມີຄວາມໝາຍວ່າ: ”ຄຸ”. ຕົວອັກສອນ X[ເຊີ່] ນີ້ຈະເປັນພະຍັນຊະນະໄດ້ຢ່າງດຽວ.

ອັກສອນຕົວນີ້ອ່ານວ່າ: Y[ອີ] ເປັນສະຫຼະ ×ີ ໃນພາສາຫວຽດ, ຖ້າທຽບໃສ່ພາສາລາວແມ່ນສຽງຫຼະສະ ×ີ. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: Y-y tá[ອີ-ອີຕາ].. Y tá[ອີຕາ] ມີຄວາມໝາຍວ່າ ”ພະຍາບານ”. ສະຫຼະ Y[ອີ] ນີ້ເວລາເອົາໄປປະກອບກັບພະຍັນຊະນະ ຈະບໍ່ໃສ່ຕົວສະກົດ ແລະ ໃຊ້ໄປກັບຕົວຄວບ.
>>ເບິ່ງເພິ່ມຕື່ມ:
*ຖ້າວ່າທ່ານຍັງບໍ່ທັນເຂົ້າໃຈວິທີການອອກສຽງຂອງຕົວອັກສອນແຕ່ລະຕົວນັ້ນ ທ່ານກໍສາມາດເບິ່ງ Video ອະທິບາຍບົດຮຽນດັ່ງລຸ່ມນີ້:
VIDEO ບົດຮຽນ
ຖ້າທ່ານເຫັນວ່າບົດຮຽນຂອງພວກເຮົາມີປະໂຫຍດ, ທ່ານສາມາດແບ່ງບັນໃຫ້ໝູ່ເພື່ອນມາຮຽນຮູ້ນຳກັນໄດ້.
ຂໍຂອບໃຈ!