ບົດທີ 02: ພະຍັນຊະນະໃນພາສາຫວຽດ

ໃນບົດນີ້ທ່ານຈະໄດ້ຮຽນກ່ຽວກັບພະຍັນຊະນະໃນພາສາຫວຽດເຊິ່ງມີທັງໝົດ 25 ຕົວ ພ້ອມດ້ວຍໜ້າທີ່ຂອງແຕ່ລະຕົວໃນເວລາປະກອບເປັນຄຳ. ໃນພາສາຫວຽດມີພະຍັນຊະນະເຄົ້າ 15 ຕົວ ແລະ ພະຍັນຊະນະປະສົມ 10 ຕົວ. ພະຍັນຊະນະເຄົ້າ 15 ຕົວແມ່ນນອນໃນຈຳນວນຕົວອັກສອນ 29 ຕົວທີ່ທ່ານໄດ້ຮຽນໃນບົດທີ 01 ແລ້ວ, ສ່ວນພະຍັນຊະນະປະສົມ 10 ຕົວແມ່ນຢູ່ນອກຈຳນວນຕົວອັກສອນ 29 ຕົວດັ່ງກ່າວ.

1. ພະຍັນຊະນະເຄົ້າ

ພະຍັນຊະນະເຄົ້າໃນພາສາຫວຽດແມ່ນພະຍັນຊະນະຕົວເດີມ ຫຼືພະຍັນຊະນະດ່ຽວທີ່ຍັງບໍ່ທັນໄດ້ປະສົມກັບຕົວອື່ນ ເຊິ່ງມີທັງໝົດ 15 ຕົວດັ່ງນີ້:

ພະຍັນຊະນະເຄົ້າ 15 ຕົວ

1) B[ເບີ່] ພະຍັນຊະນະຕົວນີ້ເຮັດໜ້າທີ່ເປັນພະຍັນຊະນະຕົ້ນໄດ້ພຽງຢ່າງດຽວ. ຕົວຢ່າງ: bố[ໂບ]: ພໍ່

2) C[ເກີ່] ພະຍັນຊະນະຕົວນີ້ເຮັດໜ້າທີ່ເປັນທັງພະຍັນຊະນະຕົ້ນ ແລະເປັນຕົວສະກົດໄດ້. ຕົວຢ່າງ: cốc[ກົກ]: ຈອກ

3) D[zer] ພະຍັນຊະນະຕົວນີ້ເຮັດໜ້າທີ່ເປັນພະຍັນຊະນະຕົ້ນພຽງຢ່າງດຽວ. ຕົວຢ່າງ: da[za]: ໜັງ

4) Đ[ເດີ່] ພະຍັນຊະນະຕົວນີ້ເຮັດໜ້າທີ່ເປັນພະຍັນຊະນະຕົ້ນພຽງຢ່າງດຽວ. ຕົວຢ່າງ: đu đủ[ດູ ດູ໋]: ໝາກຫຸ່ງ

5) G[-] ພະຍັນຊະນະຕົວນີ້ ອອກສຽງຄ້າຍຄືສຽງຂອງຕົວ G ໃນບາງຄຳພາສາອັງກິດເຊັ່ນ: go, gun, give… ເຊິ່ງເຮັດໜ້າທີ່ເປັນພະຍັນຊະນະຕົ້ນພຽງຢ່າງດຽວ. ຕົວຢ່າງ: gỗ[-]: ໄມ້

6) H[ເຮີ່] ພະຍັນຊະນະຕົວນີ້ເຮັດໜ້າທີ່ເປັນພະຍັນຊະນະຕົ້ນພຽງຢ່າງດຽວ. ຕົວຢ່າງ: ho[ຮໍ]: ໄອ

7) K[ກາ] ພະຍັນຊະນະຕົວນີ້ເຮັດໜ້າທີ່ເປັນພະຍັນຊະນະຕົ້ນພຽງຢ່າງດຽວ. ຕົວຢ່າງ: kim[ກິມ]: ເຂັມ

8) L[ເລີ່] ພະຍັນຊະນະຕົວນີ້ເຮັດໜ້າທີ່ເປັນພະຍັນຊະນະຕົ້ນພຽງຢ່າງດຽວ. ຕົວຢ່າງ: lên[ເລນ]: ຂື້ນ

9) M[ເມີ່] ພະຍັນຊະນະຕົວນີ້ເຮັດໜ້າທີ່ເປັນພະຍັນຊະນະຕົ້ນ ແລະຕົວສະກົດໄດ້. ຕົວຢ່າງ: mắm[ມ໋ຳ]: ນ້ຳປາ

10) N[ເນີ່] ພະຍັນຊະນະຕົວນີ້ເຮັດໜ້າທີ່ເປັນພະຍັນຊະນະຕົ້ນ ແລະຕົວສະກົດໄດ້. ຕົວຢ່າງ: non[ນອນ]: ອ່ອນ

11) R[ເຣີ່] ພະຍັນຊະນະຕົວນີ້ເຮັດໜ້າທີ່ເປັນພະຍັນຊະນະຕົ້ນພຽງຢ່າງດຽວ. ຕົວຢ່າງ: rau[ເຣົາ]: ພັກ

12) S[ເສີ່] ພະຍັນຊະນະຕົວນີ້ເຮັດໜ້າທີ່ເປັນພະຍັນຊະນະຕົ້ນພຽງຢ່າງດຽວ. ຕົວຢ່າງ: số[ໂສ]: ເບີ, ຕົວເລກ

13) T[ເຕີ່] ພະຍັນຊະນະຕົວນີ້ເຮັດໜ້າທີ່ເປັນພະຍັນຊະນະຕົ້ນ ແລະຕົວສະກົດໄດ້. ຕົວຢ່າງ: tốt[ຕົດ]: ດີ

14) V[ເວີ່] ພະຍັນຊະນະຕົວນີ້ເຮັດໜ້າທີ່ເປັນພະຍັນຊະນະຕົ້ນພຽງຢ່າງດຽວ. ຕົວຢ່າງ: vợ[ເວິ]: ເມຍ

15) X[ເຊີ່] ພະຍັນຊະນະຕົວນີ້ເຮັດໜ້າທີ່ເປັນພະຍັນຊະນະຕົ້ນພຽງຢ່າງດຽວ. ຕົວຢ່າງ: xem[ແຊມ]: ເບິ່ງ

2. ພະຍັນຊະນະປະສົມ

ພະຍັນຊະນະປະສົມແມ່ນພະຍັນຊະນະທີ່ໄດ້ມາຈາກການເອົາພະຍັນຊະນະ 02 ຕົວມາປະສົມເຂົ້າກັນເປັນພະຍັນຊະນະຕົວໃໝ່ ແລະ ອອກສຽງໃໝ່ ເຊິ່ງໃນພາສາຫວຽດມີທັງໝົດ 10 ຕົວ, ໃນນັ້ນພະຍັນຊະນະທີ່ປະສົມຈາກພະຍັນຊະນະ 02 ຕົວ ມີທັງໝົດ 09 ຕົວ ແລະພະຍັນຊະນະທີ່ປະກອບຈາກພະຍັນຊະນະ 03 ຕົວ ມີ 01 ຕົວ. ພະຍັນຊະນະປະສົມທັງໝົດເຫຼົ່ານີ້ເຮັດໜ້າທີ່ເປັນພະຍັນຊະນະຕົ້ນພຽງຢ່າງດຽວ ຍົກເວັ້ນພະຍັນຊະນະ nh ແລະ ng.

2.1 ພະຍັນຊະນະປະສົມ ທີ່ມາຈາກ ຕົວອັກສອນ 02 ຕົວ:

ພະຍັນຊະນະປະສົມ 09 ຕົວທີ່ມາຈາກການເອົາຕົວອັກສອນ 02 ຕົວມາປະສົມເຂົ້າກັນມີຄືດັ່ງນີ້:

ພະຍັນຊະນະຕົວນີ້ໄດ້ມາຈາກການປະສົມລະຫວ່າງພະຍັນຊະນະຕົວ P[ເປີ່] ກັບ H[ເຫີ່] ປະສົມເຂົ້າກັນກາຍເປັນພະຍັນຊະນະ Ph[ເຟີ່], ຄືສຽງຂອງພະຍັນຊະນະຕົວ , ໃນພາສາລາວ. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: Ph-Phở[ເຟີ່-ເຝີ]. Phở[ເຝີ] ແປວ່າ: ” ເຝີ”.

ພະຍັນຊະນະຕົວນີ້ໄດ້ມາຈາກການປະສົມລະຫວ່າງພະຍັນຊະນະຕົວ T[ເຕີ່] ກັບ H[ເຮີ່] ປະສົມເຂົ້າກັນກາຍເປັນພະຍັນຊະນະ Th[ເທີ່], ຄືສຽງຂອງພະຍັນຊະນະຕົວ ທ,ຖ ໃນພາສາລາວ. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: Th-Thịt[ເທີ່-ຖິດ]… Thịt[ຖິດ] ແປວ່າ: “ຊີ້ນ”.

ພະຍັນຊະນະຕົວນີ້ໄດ້ມາຈາກການປະສົມລະຫວ່າງພະຍັນຊະນະຕົວ T[ເຕີ່] ກັບ r[ເຣີ່] ປະສົມເຂົ້າກັນກາຍເປັນພະຍັນຊະນະ Tr[ເຈີ່] (ສຽງໝັກ), ຄ້າຍຄືສຽງຂອງພະຍັນຊະນະຕົວ ໃນພາສາລາວ. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: Tr-Tre[ເຈີ່-ແຈ]…. Tre[ແຈ] ແປວ່າ: “ໄມ້ໄຜ່”.

ພະຍັນຊະນະຕົວນີ້ໄດ້ມາຈາກການປະສົມລະຫວ່າງພະຍັນຊະນະຕົວ G[-] ກັບສະຫຼະ i[ອີ] ປະສົມເຂົ້າກັນກາຍເປັນພະຍັນຊະນະ Gi[-], ອອກສຽງກັບຄຳວ່າ Giấy[-]: ເຈ້ຍ, ອອກສຽງທັງໝົດເປັນ Gi-Giấy[-].

ພະຍັນຊະນະຕົວນີ້ໄດ້ມາຈາກການປະສົມລະຫວ່າງພະຍັນຊະນະຕົວ C[ເກີ່] ກັບ h[ເຮີ່] ປະສົມເຂົ້າກັນກາຍເປັນພະຍັນຊະນະ Ch[ເຈີ່] (ສຽງເບົາ), ຄ້າຍຄືສຽງຂອງພະຍັນຊະຍະຕົວ ໃນພາສາລາວ. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: Ch-Chó[ເຈີ່-ຈໍ໋]… Chó[ຈໍ໋] ແປວ່າ: “ໝາ”.

ພະຍັນຊະນະຕົວນີ້ໄດ້ມາຈາກການປະສົມລະຫວ່າງພະຍັນຊະນະຕົວ N[ເນີ່] ກັບ h[ເຫີ່] ປະສົມເຂົ້າກັນກາຍເປັນພະຍັນຊະນະ Nh[ເຍີ່], ຄືສຽງຂອງພະຍັນຊະນະຕົວ ໃນພາສາລາວ. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: Nh-nho[ເຍີ່-ຍໍ]… Nho[ຍໍ] ແປວ່າ: “ໝາກລາແຊັງ”.

ພະຍັນຊະນະຕົວນີ້ໄດ້ມາຈາກການປະສົມລະຫວ່າງພະຍັນຊະນະຕົວ N[ເນີ່] ກັບ g[-] ປະສົມເຂົ້າກັນກາຍເປັນພະຍັນຊະນະ Ng[ເງີ່], ຄືສຽງຂອງພະຍັນຊະນະຕົວ . ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: Ng-Ngô[ເງີ່-ໂງ]… Ngô[ໂງ] ແປວ່າ: “ສາລີ”.

ພະຍັນຊະນະຕົວນີ້ໄດ້ມາຈາກການປະສົມລະຫວ່າງພະຍັນຊະນະຕົວ K[ກາ] ກັບ h[ເຫີ່] ປະສົມເຂົ້າກັນກາຍເປັນພະຍັນຊະນະ Kh[ເຄີ່], ຄ້າຍຄືສຽງຂອງພະຍັນຊະນະຕົວ ຄ, ຂ ໃນພາສາລາວ. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: Kh-Khoai[ເຄີ່-ຄວາຍ]… Khoai[ຄວາຍ] ແປວ່າ: “ມັນດ້າງ”.

ພະຍັນຊະນະຕົວນີ້ໄດ້ມາຈາກການປະສົມລະຫວ່າງພະຍັນຊະນະຕົວ G[-] ກັບ h[ເຫີ່] ປະສົມເຂົ້າກັນກາຍເປັນພະຍັນຊະນະ Gh[-]. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: Ghế[-] ແປວ່າ: “ຕັ່ງ”

2.2 ພະຍັນຊະນປະສົນທີ່ມາຈາກຕົວອັກສອນ 03 ຕົວ

ພະຍັນຊະນະປະສົມມາຈາກການເອົາພະຍັນຊະນະເຄົ້າ 03 ຕົວມາປະກອບເຂົ້າກັນໄດ້ແກ່:

ພະຍັນຊະນະຕົວນີ້ໄດ້ມາຈາການປະສົມລະຫວ່າງພະຍັນຊະນະຕົວ Ng[ເງີ່] ກັບ h[ເຫີ່] ປະສົມເຂົ້າກັນກາຍເປັນພະຍັນຊະນະ Ngh [ເງີ່]; ອອກສຽງຄືກັນກັບພະຍັນຊະນະຕົວ Ng[ເງີ່], Ngh [ເງີ່] ຄືສຽງຂອງພະຍັນຊະນະຕົວ ໃນພາສາລາວ. ຢູ່ໃນນີ້ຈະອ່ານ ແລະອອກສຽງທັງໝົດວ່າ: Ngh-Nghe[ເງີ່-ແງ]… Nghe[ແງ] ແປວ່າ: “ຟັງ”.

ຜ່ານບົດຮຽນບົດນີ້, ພວກເຮົາສັງເກດເຫັນວ່າ ພະຍັນຊະນະທົງໝົດ 25 ຕົວໃນບົດຮຽນີ້ມີບາງຕົວບໍ່ມີພະຍັນຊະນະໃນພາສາລາວໃຫ້ທຽບ ແລະບາງຕົວກໍ່ອອກສຽງຄືກັນ ເຮັດໃຫ້ທ່ານພົບກັບຄວາມຫຍຸ້ງຍາກໃນການຮຽນຫຼາຍແມ່ນບໍ? ສະນັ້ນ, ເພື່ອເຮັດໃຫ້ທ່ານເຂົ້າໃຈຫຼາຍກວ່ານີ້ ເຊີນທ່ານກົດເບິ່ງວິດີໂອອອກສຽງ ແລະ ອະທິບາຍລຸ່ມນີ້ໄດ້ເດີ:

Video ບົດຮຽນ

ຖ້າທ່ານເຫັນວ່າບົດຮຽນຂອງພວກເຮົາມີປະໂຫຍດ, ທ່ານສາມາດແບ່ງບັນໃຫ້ໝູ່ເພື່ອນມາຮຽນຮູ້ນຳກັນໄດ້

ຂໍຂອບໃຈ!

Lên đầu trang