ບົດທີ 05: ຕົວເລກ ແລະວິທີການນັບເລກໃນພາສາຫວຽດ

ບົດນີ້ ທ່ານຈະໄດ້ຮຽນກ່ຽວກັບຕົວເລກ ແລະວີທີການນັບເລກໃນພາສາຫວຽດ ເຊິ່ງການນັບເລກໃນພາສາຫວຽດກໍ່ງ່າຍໆ ແລະ ບໍ່ຕ່າງຫຍັງຫຼາຍກັບການນັບເລກໃນພາສາລາວ ແຕ່ຈະມີບາງໂຕເລກທີ່ເວລາເປັນຈຳນວນຫຼາຍແລ້ວມັນຈະນັບຕ່າງໝ້ອຍໜຶ່ງ ຈຶ່ງເຮັດໃຫ້ມີຂໍ້ຫຍຸ້ງຍາກໜ້ອຍໜຶ່ງສຳລັບຜູ້ທີ່ຫາກໍ່ຮຽນພາສາຫວຽດໃໝ່ໆ ສະນັ້ນ, ພວກເຮົາຢາກໃຫ້ທ່ານເອົາໃຈໃສ່ເພີ່ມເຕີມກ່ຽວກັບຈຸດນີ້.

1. ການນັບເລກ

1.1 ຈຳນວນແຕ່ 0 – 100

– ເລກ ພາສາຫວຽດເວົ້າວ່າ: Số[ໂສ]

– ຕົວເລກ ພາສາຫວຽດເວົ້າວ່າ: Con số[ກອນໂສ]

– ຫົວໜ່ວຍ ພາສາຫວຽດເວົ້າວ່າ: Hàng đơn vị [ຫ່າງເດີນວິ]

– ຫົວສິບ ພາສາຫວຽດເວົ້າວ່າ: Hàng chục [ຫ່າງຈຸກ]

– ຫົວຮ້ອຍ ພາສາຫວຽດເວົ້າວ່າ: Hàng trăm [ຫ່າງຈຳ]

– ຫົວພັນ ພາສາຫວຽດເວົ້າວ່າ: Hàng nghìn [ຫ່າງງີ່ນ]

– ສິບພັນ ພາສາຫວຽດເວົ້າວ່າ: Mười nghìn [ເໝື່ອຍງີ່ນ]

– ແສນ ພາສາຫວຽດເວົ້າວ່າ: trăm nghìn [ຈຳງີ່ນ] 

– ລ້ານ ພາສາຫວຽດເວົ້າວ່າ: Triệu [ຈ້ຽວ]

– ຕື້ ພາສາຫວຽດເວົ້າວ່າ: Tỉ [ຕີ]

0

ສູນ ພາສາຫວຽດເວົ້າວ່າ: Không [ຄົງ]

1

ໜຶ່ງ ພາສາຫວຽດເວົ້າວ່າ: Một [ໂໝດ]

2

ສອງ ພາສາຫວຽດເວົ້າວ່າ: Hai [ຮາຍ]

3

ສາມ ພາສາຫວຽດເວົ້າວ່າ:​ Ba [ບາ]

4

ສີ່ ພາສາຫວຽດເວົ້າວ່າ: Bốn [ໂບນ]

5

ຫ້າ ພາສາຫວຽດເວົ້າວ່າ: Năm [ນຳ]

6

ຫົກ ພາສາຫວຽດເວົ້າວ່າ: Sáu [ເສົາ]

7

ເຈັດ ພາສາຫວຽດເວົ້າວ່າ: Bảy [ໄບ]

8

ແປດ ພາສາຫວຽດເວົ້າວ່າ: Tám [ຕາມ]

9

ເກົ້າ ພາສາຫວຽດເວົ້າວ່າ: Chín [ຈີນ]

10

ສິບ ພາສາຫວຽດເວົ້າວ່າ:​ Mười [ເໝື່ອຍ]

11

ສິບເອັດ ພາສາຫວຽດເວົ້າວ່າ: Mười một [ເໝື່ອຍໂໝດ]

12

ສິບສອງ ພາສາຫວຽດເວົ້າວ່າ: Mười hai [ເໝື່ອຍຮາຍ]

13

ສິບສາມ ພາສາຫວຽດເວົ້າວ່າ: Mười ba [ເໝື່ອຍບາ]

14

ສິບສີ່ ພາສາຫວຽດເວົ້າວ່າ:​ Mười bốn [ເໝື່ອຍໂບນ]

15

ສິບຫ້າ ພາສາຫວຽດເວົ້າວ່າ:​ Mười lăm [ເໝື່ອຍລຳ]

16

ສິບຫົກ ພາສາຫວຽດເວົ້າວ່າ: Mười sáu [ເໝື່ອຍເສົາ]

17

ສິບເຈັດ ພາສາຫວຽດເວົ້າວ່າ: Mười bảy [ເໝື່ອຍໄບ]

18

ສິບແປດ ພາສາຫວຽດເວົ້າວ່າ: Mười tám[ເໝື່ອຍຕາມ]

19

ສິບເກົ້າ ພາສາຫວຽດເວົ້າວ່າ: Mười chín [ເໝື່ອຍຈີນ]

20

ຊາວ ພາສາຫວຽດເວົ້າວ່າ:​ Hai mươi [ຮາຍເມືອຍ]

21

ຊາວເອັດ ພາສາຫວຽດເວົ້າວ່າ:​ Hai mươi mốt [ຮາຍເມືອຍໝົດ]

22

ຊາວສອງ ພາສາຫວຽດເວົ້າວ່າ: Hai mươi hai [ຮາຍເມືອຍຮາຍ]

23

ຊາວສາມ ພາສາຫວຽດເວົ້າວ່າ: Hai mươi ba [ຮາຍເມືອຍບາ]

24

ຊາວສີ່ ພາສາຫວຽດເວົ້າວ່າ: Hai mươi bốn / Hai mươi tư [ຮາຍເມືອຍໂບນ / ຮາຍເມືອຍຕື]

25

ຊາວຫ້າ ພາສາຫວຽດເວົ້າວ່າ: Hai mươi lăm / hai mươi nhăm [ຮາຍເມືອຍລຳ / ຮາຍເມືອຍຍຳ]

26

ຊາວຫົກ ພາສາຫວຽດເວົ້າວ່າ: Hai mươi sáu [ຮາຍເມືອຍເສົາ]

27

ຊາວເຈັດ ພາສາຫວຽດເວົ້າວ່າ: Hai mươi bảy [ຮາຍເມືອຍໄບ]

28

ຊາວແປດ ພາສາຫວຽດເວົ້າວ່າ: Hai mươi tám [ຮາຍເມືອຍຕາມ]

29

ຊາວເກົ້າ ພາສາຫວຽດເວົ້າວ່າ:​ Hai mươi chín [ຮາຍເມືອຍຈີນ]

30

ສາມສິບ ພາສາຫວຽດເວົ້າວ່າ:​ Ba mươi [ບາເມືອຍ]

40

ສີ່ສິບ ພາສາຫວຽດເວົ້າວ່າ: Bốn mươi [ໂບນເມືອຍ]

50

ຫ້າສິບ ພາສາຫວຽດເວົ້າວ່າ: Năm mươi [ນຳເມືອຍ]

60

ຫົກສິບ ພາສາຫວຽດເວົ້າວ່າ: Sáu mươi [ເສົາເມືອຍ]

70

ເຈັດສິບ ພາສາຫວຽດເວົ້າວ່າ:​ Bảy mươi [ໄບເມືອຍ]

80

ແປດສິບ ພາສາຫວຽດເວົ້າວ່າ: Tám mươi [ຕາມເມືອຍ]

90

ເກົ້າສິບ ພາສາຫວຽດເວົ້າວ່າ: Chín mươi [ຈີນເມືອຍ]

100

ໜຶ່ງຮ້ອຍ ພາສາຫວຽດເວົ້າວ່າ: Một trăm [ໂໝດຈຳ]

VIDEO ບົດຮຽນ

ເປັນແນວໃດທຸກຄົນ, ຮຽນນັບເລກໃນພາສາຫວຽດຍາກຫຼາຍບໍ? ຫຼັງຈາກທີ່ເຮົາຮຽນນັບແຕ່ 0 ເລກຮອດ ຮ້ອຍ ແລ້ວ, ເຮົາມາຮຽນນັບຕໍ່ຈົນໄປຮອດ ຕື້ ນຳກັນ

1.2 ຈຳນວນແຕ່ 101 – 1 ຕື້

101

ໜຶ່ງຮ້ອຍໜຶ່ງ ພາສາຫວຽດເວົ້າວ່າ: Một trăm linh một / Một trăm lẻ một [ໂໝດຈຳລິງໂໝດ / ໂໝດຈຳແຫຼໂໝດ]

102

ໜຶ່ງຮ້ອຍສອງ ພາສາຫວຽດເວົ້າວ່າ: Một trăm linh hai / Một trăm lẻ hai [ໂໝດຈຳລິງຮາຍ / ໂໝດຈຳແຫຼຮາຍ]

105

ໜຶ່ງຮ້ອຍຫ້າ ພາສາຫວຽດເວົ້າວ່າ: Một trăm linh năm / Một trăm lẻ năm [ໂໝດຈຳລິງນຳ / ໂໝດຈຳແຫຼນຳ]

109

ໜຶ່ງຮ້ອຍເກົ້າ ພາສາຫວຽດເວົ້າວ່າ: Một trăm linh chín / Một trăm lẻ chín [ໂໝດຈຳລິງຈີນ / ໂໝດຈຳແຫຼຈີນ]

110

ໜຶ່ງຮ້ອຍສິບ ພາສາຫວຽດເວົ້າວ່າ: Một trăm mười [ໂໝດຈຳເໝື່ອຍ]

111

ໜຶ່ງຮ້ອຍສິບເອັດ ພາສາຫວຽດເວົ້າວ່າ: Một trăm mười một [ໂໝດຈຳເໝື່ອຍໂໝດ]

112

ໜຶ່ງຮ້ອຍສິບສອງ ພາສາຫວຽດເວົ້າວ່າ: Một trăm mười hai [ໂໝດຈຳເໝື່ອຍຮາຍ]

119

ໜຶ່ງຮ້ອຍສິບເກົ້າ ພາສາຫວຽດເວົ້າວ່າ: Một trăm mười chín [ໂໝດຈຳເໝື່ອຍຈີນ]

120

ໜຶ່ງຮ້ອຍຊາວ ພາສາຫວຽດເວົ້າວ່າ: Một trăm hai mươi [ໂໝດຈຳຮາຍເມືອຍ]

121

ໜຶ່ງຮ້ອຍຊາວເອັດ ພາສາຫວຽດເວົ້າວ່າ: Một trăm hai mươi mốt [ໂໝດຈຳຮາຍເມືອຍໝົດ]

130

ໜຶ່ງຮ້ອຍສາມສິບ ພາສາຫວຽດເວົ້າວ່າ: Một trăm ba mươi [ໂໝດຈຳບາເມືອຍ]

131

ໜຶ່ງຮ້ອຍສາມສິບເອັດ ພາສາຫວຽດເວົ້າວ່າ: Một trăm ba mươi mốt [ໂໝດຈຳບາເມືອຍໝົດ]

134

ໜຶ່ງຮ້ອຍສາມສິບສີ່ ພາສາຫວຽດເວົ້າວ່າ: Một trăm ba mươi tư [ໂໝດຈຳບາເມືອຍຕື]

139

ໜຶ່ງຮ້ອຍສາມສິບເກົ້າ ພາສາຫວຽດເວົ້າວ່າ: Một trăm ba mươi chín [ໂໝດຈຳບາເມືອຍຈີນ]

200

ສອງຮ້ອຍ ພາສາຫວຽດເວົ້າວ່າ: Hai trăm [ຮາຍຈຳ]

300

ສາມຮ້ອຍ ພາສາຫວຽດເວົ້າວ່າ: Ba trăm [ບາຈຳ]

400

ສີ່ຮ້ອຍ ພາສາຫວຽດເວົ້າວ່າ: Bốn trăm [ໂບນຈຳ]

500

ຫ້າຮ້ອຍ ພາສາຫວຽດເວົ້າວ່າ: Năm trăm [ນຳຈຳ]

800

ແປດຮ້ອຍ ພາສາຫວຽດເວົ້າວ່າ: Tám trăm [ຕາມຈຳ]

900

ເກົ້າຮ້ອຍ ພາສາຫວຽດເວົ້າວ່າ: Chín trăm [ຈີນຈຳ]

1.000

ໜຶ່ງພັນ ພາສາຫວຽດເວົ້າວ່າ: Một nghìn / Một ngàn [ໂໝດງີ່ນ / ໂໝດງ່ານ]

2.000

ສອງພັນ ພາສາຫວຽດເວົ້າວ່າ: Hai nghìn / Hai ngàn [ຮາຍງີ່ນ / ຮາຍງ່ານ]

9.000

ເກົ້າພັນ ພາສາຫວຽດເວົ້າວ່າ: Chín nghìn / Chín ngàn [ຈີນງີ່ນ / ຈີນງ່ານ]

100.000

ໜຶ່ງແສນ ພາສາຫວຽດເວົ້າວ່າ: Một trăm nghìn / Một trăm ngàn [ໂໝດຈຳງີ່ນ / ໂໝດຈຳງ່ານ]

1.000.000

ໜຶ່ງລ້ານ ພາສາຫວຽດເວົ້າວ່າ: Một triệu [ໂໝດຈ້ຽວ]

1.000.000.000

ໜຶ່ງຕື້ ພາສາຫວຽດເວົ້າວ່າ: Một tỉ [ໂໝດຕີ]

VIDEO ບົດຮຽນ

2. ຫຼັກການນັບເລກໃນພາສາຫວຽດ

2.1. ການນັບ ຫຼື ອ່ານຈຳນວນຫຼາຍ

* ກໍລະນີເລກ 0 ຢືນຢູ່ຫຼັກ ສິບ ຈະອ່ານວ່າ linh[ລິງ] ຫຼື lẻ[ແຫຼ] ກໍ່ໄດ້

ຕົວຢ່າງ:

– 101 (ໜຶ່ງຮ້ອຍໜຶ່ງ) ຈະອ່ານວ່າ: Một trăm linh một / Một trăm lẻ một [ໂໝດຈຳລິງໂໝດ / ໂໝດຈຳແຫຼໂໝດ]

– 206 (ສອງຮ້ອຍຫົກ) ຈະອ່ານວ່າ: Hai trăm linh sáu / Hai trăm lẻ sáu [ຮາຍຈຳລິງເສົາ / ຮາຍຈຳແຫຼເສົາ]

– 309 (ສາມຮ້ອຍເກົ້າ) ຈະອ່ານວ່າ: Ba trăm linh chín / Ba trăm lẻ chín [ບາຈຳລິງຈີນ / ບາຈຳແຫຼຈີນ]

* ກໍລະນີເລກ 0 ຢືນຢູ່ຫຼັກ ຮ້ອຍ ຈະອ່ານວ່າ: không trăm[ຄົງຈຳ]

ຕົວຢ່າງ:

– 1.002 (ໜຶ່ງພັນສອງ) ຈະອ່ານວ່າ: Một nghìn không trăm linh hai / Một nghìn không trăm lẻ hai [ໂໝດງີ່ນຄົງຈຳລິງຮາຍ / ໂໝດງີ່ນຄົງຈຳແຫຼຮາຍ]

– 5.017 (ຫ້າພັນສິບເຈັດ) ຈະອ່ານວ່າ: Năm nghìn không trăm mười bảy[ນຳງີ່ນຄົງຈຳເໝື່ອຍໄບ]

– 9.090 (ເກົ້າພັນເກົ້າສິບ) ຈະອ່ານວ່າ: Chín nghìn không trăm chín mươi [ຈິ໊ນຫງີ່ນຄົງຈຳຈິ໊ນເມືອຍ]

ໝາຍເຫດ:

  • Nghìn[ງີ່ນ] ແລະ  Linh[ລິງ] ແມ່ນພາກເໜືອໃຊ້
  • Ngàn[ງ່ານ] ແລະ  Lẻ[ແຫຼ] ແມ່ນພາກໃຕ້ໃຊ້

2.2. ນັບແຕ່ 10 ຂື້ນໄປ

* ຈຳນວນແຕ່ 10 ຂື້ນໄປ, ເລກ 5 ເປັນເລກເສດຈະອ່ານວ່າ: Lăm[ລຳ]

ຕົວຢ່າງ:

– 15 (ສິບຫ້າ) ອ່ານວ່າ: Mười lăm[ເໝື່ອຍລຳ] ບໍ່ແມ່ນ: Mười năm 

– 45 (ສີ່ສິບຫ້າ) ອ່ານວ່າ: Bốn mươi lăm[ໂບນເມືອຍລຳ] ບໍ່ແມ່ນ: Bốn mươi năm 

– 95 (ເກົ້າສິບຫ້າ) ອ່ານວ່າ: Chín mươi lăm[ຈີນເມືອຍລຳ] ບໍ່ແມ່ນ: Chín mươi năm 

2.3. ນັບແຕ່ 20 ຂື້ນໄປ

* ກໍລະນີເລກ 4 ເປັນເລກເສດຈະອ່ານວ່າ: bốn[ໂບນ] ຫຼື tư[ຕື] ກໍ່ໄດ້ ( 👉🏿bốn[ໂບນ] ເປັນພາສາເວົ້າ, ສ່ວນ tư[ຕື] ເປັນພາສາຂຽນ)

ຕົວຢ່າງ:

– 24 (ຊາວສີ່) ອ່ານວ່າ: Hai mươi tư / Hai mươi bốn[ຮາຍເມືອຍຕື / ຮາຍເມືອຍໂບນ]

– 34 (ສາມສິບສີ່) ອ່ານວ່າ: Ba mươi bốn / Ba mươi tư[ບາເມືອຍໂບນ / ບາເມືອຍຕື]

– 44 (ສີ່ສິບສີ່) ອ່ານວ່າ: Bốn mươi bốn / Bốn mươi tư [ໂບນເມືອຍໂບນ / ໂບນເມືອຍຕື]

* ຈຳນວນແຕ່ 20 ຂື້ນໄປ ສິບ: Mười[ເໝື່ອຍ] ຈະບໍ່ໃສ່ວັນນະຍຸດຮວ່ຽນ ແລະ ໜຶ່ງ Một[ໂໝດ] ຈະປ່ຽນຈາກໄມ້ໜັ້ງ ເປັນ ໄມ້ສັກ (ຄືໃນພາສາລາວປ່ຽນຈາກ ໜຶ່ງ ເປັນ ເອັດ)

ຕົວຢ່າງ: 

– 21 (ຊາວເອັດ) ອ່ານວ່າ: Hai mươi mốt[ຮາຍເມືອຍໝົດ] ບໍ່ແມ່ນ: Hai mười một[ຮາຍເໝື່ອຍໂໝດ

– 51 (ຫ້າສິບເອັດ) ອ່ານວ່າ: Năm mươi mốt[ນຳເມືອຍໝົດ] ບໍ່ແມ່ນ: Năm mười một[ນຳເໝື່ອຍໂໝດ]

– 81 (ແປດສິບເອັດ) ອ່ານວ່າ: Tám mươi mốt[ຕາມເມືອຍໝົດ] ບໍ່ແມ່ນ: Tám mười một[ຕາມເໝື່ອຍໂໝດ]

* ຈຳນວນແຕ່ 20 ຂື້ນໄປສາມາດເວົ້າ ຫຼື ນັບຫຍໍ້ກໍ່ໄດ້

ຕົວຢ່າງ:

– 22 (ຊາວສອງ) ອ່ານວ່າ: Hai mươi hai / Hai hai[ຮາຍເມືອຍຮາຍ / ຮາຍຮາຍ]

– 35 (ສາມສິບຫ້າ) ອ່ານວ່າ: Ba mươi lăm / Ba lăm[ບາເມືອຍລຳ / ບາລຳ]

– 64 (ຫົກສິບສີ່) ອ່ານວ່າ: Sáu mươi tư / Sáu tư [ເສົາເມືອຍຕື / ເສົາຕື]

ຖ້າທ່ານເຫັນວ່າບົດຮຽນຂອງພວກເຮົາມີປະໂຫຍດ, ທ່ານສາມາດແບ່ງບັນໃຫ້ໝູ່ເພື່ອນມາຮຽນຮູ້ນຳກັນໄດ້

ຂໍຂອບໃຈ!

Lên đầu trang