ບົດທີ 06: ເຈົ້າຊື່ຫຍັງ?

ຄຳຖາມ ເຈົ້າຊື່ຫຍັງ ແມ່ນຄຳຖາມທຳອິດທີ່ເຮົາມັກໃຊ້ເວລາເຮົາຢາກຮູ້ຈັກກັບຄົນອື່ນ ແລະໃນບົດນີ້ທ່ານຈະໄດ້ຮຽນກ່ຽວກັບວິທີການທັກທາຍ-ຖາມຊື່ໃນພາສາຫວຽດ. ຂັ້ນຕອນໃນການຮຽນຂອງບົດນີ້ຈະມີ 03 ພາກສ່ວນຫຼັກໆຕາມລຳດັບຄື ພາກບົດສົນທະນາ, ພາກໄວຍາກອນ ແລະພາກປະຕິບັດ. ໃນພາກບົດສົນທະນາ ທ່ານຈະໄດ້ເລີ່ມຮຽນຈາກການຟັງຄຳສັບທີ່ມີໃນບົດສົນທະນາ ແລ້ວຈຶ່ງມາຟັງບົດສົນທະນາ, ສ່ວນພາກໄວຍາກ່ອນແມ່ນພາກອະທິບາຍໂຄງສ້າງກ່ຽວກັບການທັກທາຍ ແລະພາກສຸດທ້າຍແມ່ນພາກປະຕິບັດ ເຊິ່ງເປັນພາກທີ່ທ່ານຈະໄດ້ທົບທວນ ແລະນຳໃຊ້ຄວາມຮູ້ທີ່ໄດ້ຮຽນມາໃນພາກທີ 01 ແລະທີ 02 ເພື່ອຕອບຂໍ້ສອບດ້ວຍຕົນເອງ. ຫຼັງຈາກທ່ານຕອບແລ້ວໆ, ທ່ານສາມາດກວດຄືນເບິ່ງວ່າຕົວເອງເຮັດຖືກ ຫຼື ຜິດ ດ້ວຍການກົດເບິ່ງຂະໜານຕອບທີ່ພວກເຮົາມີໄວ້ໃຫ້. ຂະໜານຕອບຈະຢູ່ທາງລຸ່ມຂອງທຸກຂໍ້ສອບ.

ກ່ອນອື່ນຂໍເຊີນທ່ານຟັງບາງຄຳສັບທີ່ມີຢູ່ໃນບົດສົນທະນາ ເພື່ອຈະຊ່ວຍໃຫ້ທ່ານເຂົ້າໃຈບົດຮຽນຫຼາຍຂຶ້ນ.

ຄຳສັບ

ຟາຍຟັງຄຳສັບ: ທ່ານສາມາດກົດຟັງ ແລະ ເຝິກອ່ານໄປພ້ອມໆກັນ

xin lỗi [ຊິນໂຫຼຍ]: ຂໍໂທດ

là [ລ່າ]: ແມ່ນ/ເປັນ

còn [ກ່ອນ]: ສ່ວນ/ເດ

cũng [ກູງ]: ກໍ່

gặp [-]: ພົບ

tên [ເຕນ]: ຊື່

gì [ຢີ່]: ຫຍັງ

vui [ວຸຍ]: ດີໃຈ, ມ່ວນຊື່ນ

rất [ເຣິດ/ເຢິດ]: ຫຼາຍ

rất vui được gặp [ເຣິດວຸຍເດືອກ -ກັບ]: ດີໃຈຫຼາຍທີ່ໄດ້ພົບ

1. ບົດສົນທະນາ

ບົດສົນທະນານີ້ ແມ່ນການທັກທາຍລະຫວ່າງບ່າວສາວຄູ່ໜຶ່ງ ຢູ່ກອງປະຊຸມສຳມະນາ ຜູ້ບ່າວຊື່ວ່າ ນາມ ສ່ວນຜູ້ສາວຊື່ວ່າ ລານ. ເຂົາເຈົ້າບໍ່ເຄີຍຮູ້ຈັກກັນມາກ່ອນ ນີ້ເປັນເທື່ອທຳອິກທີ່ເຂົາເຈົາພົບກັນ ເຮົາມາເບິ່ງວ່າເຂົາເຈົ້າຈະທຳຄວາມຮູ້ຈັກກັນແນວໃດ!

ການທັກທາຍຖາມຊື່ລະຫວ່າງບ່າວສາວຄູ່ໜຶ່ງ
ການທັກທາຍຖາມຊື່ລະຫວ່າງບ່າວສາວຄູ່ໜຶ່ງ
ຟາຍຟັງບົດສົນທະນາ: ທ່ານສາມາດກົດຟັງ ແລະ ຕິຕາມໄປພ້ອມໆກັນ

Ly: Chào anh: ສະບາຍດີອ້າຍ

Minh: Chào chị. Xin lỗi, chị tên là gì?  ສະບາຍດີເອື້ອຍ. ຂໍໂທດ, ເອື້ອຍຊື່ຫຍັງ?

Ly: Tôi tên là Ly. Còn anh, anh tên là gì? ຂ້ອຍຊື່ວ່າ ລີ. ອ້າຍເດອ້າຍຊື່ຫຍັງ?

Minh: Tôi tên là Minh. Rất vui được gặp chị.  ຂ້ອຍຊື່ວ່າ ມິງ. ດີໃຈຫຼາຍທີ່ໄດ້ພົບເອື້ອຍ.

Ly: Tôi cũng rất vui được gặp anh. ຂ້ອຍກໍ່ດີໃຈຫຼາຍທີ່ໄດ້ພົບອ້າຍ.

2. ໄວຍາກອນ

2.1. ວິທີການທັກທາຍ

ຜ່ານບົດສົນທະນາ, ທ່ານໄດ້ສັງເກດບໍວ່າ ການທັກທາຍຂອງຄົນຫວຽດຈະເລີ່ມຕົ້ນດວ້ຍຄຳວ່າ ”Chào” ແລ້ວຕາມດ້ວຍຄຳແທນນາມບູລຸດທີສອງຄືກັນກັບການທັກທາຍຂອງຄົນລາວເຊິ່ງມີຄຳວ່າ ສະບາຍດີ ແລ້ວຕາມດ້ວຍຄຳແທນນາມບູລຸດທີສອງ. ການໃຊ້ຄຳແທນນາມບູລຸດທີ 02 ຈຳນວນໜ້ອຍໃນພາສາຫວຽດ ແລະ ພາສາລາວ ລ້ວນແລ້ວແຕ່ຄືກັນ. ຄຳ Chào ນີ້ໃຊ້ກັບບູລຸດທີສອງຈຳນວນໜ້ອຍ ຫຼື ຫຼາຍກໍໄດ້ ແຕ່ສະເພາະໃນບົດນີ້, ພວກເຮົາຈະສະເໜີການໃຊ້ກັບບູລຸດທີສອງຈຳນວນໜ້ອຍ ບາງຄຳເທົ່ານັ້ນ ເຊິ່ງມີຄືດັ່ງລຸ່ມນີ້:

ông[ອົງ]: ທ່ານ, ພໍ່ເຖົ້າ, ປູ່
bà[ບ່າ]: ທ່ານນາງ, ແມ່ເຖົ້າ, ຍ່າ
anh[ແອັງ]: ອ້າຍ
chị[ຈິ]: ເອື້ອຍ

2.2. ວິທີການຖາມຊື່

ໃນພາສາລາວ ຫຼື ພາສາຫວຽດກໍ່ເຊັ່ນດຽວກັນ, ເມື່ອຢາກຮູ້ຊື່ຂອງຄົນອື່ນ ພວກເຮົາກໍຈະຕັ້ງຄຳຖາມວ່າ: ເຈົ້າຊື່ຫຍັງ? ຫຼື ເອື້ອຍ/ອ້າຍ/… ຊື່ຫຍັງ? ເຊິ່ງໂຄງສ້າງແມ່ນຈະເລີ່ມຕົ້ນດ້ວຍຄຳແທນນາມບູລຸດທີ 02 ຈຳນວນນ້ອຍ ແລ້ວຕາມດ້ວຍຄຳຖາມ ຊື່ຫຍັງ ດັ່ງລາຍລະອຽດດັ່ງນີ້:

* ໂຄງສ້າງທີ 01: ຄຳແທນນາມບູລຸດທີ 02 ຈຳນວນນ້ອຍອື່ນທີ່ເມາະສົມ + tên là gì?

ຕົວຢ່າງ:

1. Bạn tên là gì? ເຈົ້າຊື່ຫຍັງ?

– Tôi tên là My. ຂ້ອຍຊື່ວ່າ ມີ.

2. Anh tên là gì? ອ້າຍຊື່ວ່າຫຍັງ?

– Tên anh  là Hùng. ຊື່ອ້າຍແມ່ນ ຫຸ່ງ.

* ໂຄງສ້າງທີ 02: Tên + ຄຳແທນນາມບູລຸດທີ 02 ຈຳນວນນ້ອຍອື່ນທີ່ເມາະສົມ + là gì?

ຕົວຢ່າງ:

1. Tên chị là gì? ຊື່ເອື້ອຍແມ່ນຫຍັງ?

– Tên tôi là Hoa. ຊື່ຂ້ອຍແມ່ນ ຮວາ.

2. Tên em là gì? ຊື່ນ້ອງແມ່ນຫຍັງ?

– Em tên là Hà. ນ້ອງຊື່ວ່າ ຮ່າ.

ໝາຍເຫດ: ສາມາດຖາມແບບໂຄງສ້າງທີ 1 ແລ້ວຕອບແບບໂຄງສ້າງທີ 2 ຫຼື ຈະຖາມແບບໂຄງສ້າງທີ 2 ແລ້ວຕອບແບບໂຄງສ້າງທີ 1 ກໍ່ໄດ້.

ຖ້າທ່ານຍັງບໍ່ທັນເຂົ້າໃຈ ຂໍເຊີນທ່ານເບິ່ງວິດີໂອອະທິບາຍບົດຮຽນຕໍ່ໄປນີ້ ແລະ ພວກເຮົາຫວັງຢ່າງຍິ່ງວ່າ ມັນຈະຊ່ວຍໃຫ້ທ່ານເຂົ້າໃຈກ່ຽວກັບວິທີການທັກທາຍ ແລະ ຖາມຊື່ໃນພາສາຫວຽດໃຫ້ຫຼາຍກວ່າເກົ່າ.

VIDEO ອະທິບາຍ

3. ຂໍ້ທົດສອບ

*ໝາຍເຫດ: ພວກເຮົາຂໍແນະນຳໃຊ້ທ່ານເຮັດຂໍ້ສອບເໝິດທຸກຂໍ້ກ່ອນ ຫຼັງຈາກນັ້ນຈຶ່ງກົດເບິ່ງຂະໜານຕອບ.

1. ຈົ່ງເລືອກຄຳສັບທີ່ທ່ານຄິດວ່າເໝາະສົມທີ່ສຸດຕື່ມໃສ່ບ່ອນວ່າງໃນບັນດາປະໂຫຍກດັ່ງລຸ່ມນີ້:

gặp,   chào,  cũng,  chị ,    vui,     tên,     là,      gì,       tên,     còn

  1. (1)………. anh.
  2. Vâng, chào (2)……… .Chị (3)……..là gì?
  3. Tôi tên (4)…….. Mai (5)………anh, anh tên là (6)…… ?
  4. Tôi (7)……… là Nam. Rất (8)…….. được gặp chị.
  5. Tôi (9)……… rất vui được (10)……… anh.

2. ຈົ່ງສັບຊ້ອນບັນດາຄຳສັບດັ່ງລຸ່ມນີ້ໃຫ້ເປັນປະໂຫຍກທີ່ຖືກຕ້ອງ:

  1. Lan / là / tôi / tên.

    ………………………

  2. gì / anh / là / tên?

    ………………………

  3. vui / gặp / được / rất / ông

    ………………………………..

ເຊີນທ່ານກົດໃສ່ນີ້ເພື່ອເບິ່ງຄຳຕອບ .ຖ້າທ່ານເຫັນວ່າບົດຮຽນຂອງພວກເຮົາມີປະໂຫຍດ, ທ່ານສາມາດແບ່ງບັນໃຫ້ໝູ່ເພື່ອນມາຮຽນຮູ້ນຳກັນໄດ້

ຂໍຂອບໃຈ!

Lên đầu trang