ບົດທີ 09: ຂ້ອຍເຮັດວຽກຢູ່ບໍລິສັດ ພີເອພີ

ເຈົ້າເຮັດວຽກຢູ່ໃສ? ເປັນຄຳຖາມທີ່ສັງຄົມທຸກມື້ນີ້ຖາມຫຼາຍທີ່ສຸດ,​ ບໍ່ວ່າຈະເປັນຖາມໝູ່ຄູ່, ພີ່ນ້ອງ ຫຼືຄົນທີ່ເຮົາຫາກໍ່ຮູ້ຈັກໃໝ່ໆ ເພາະສະນັ້ນ, ໃນບົດທີ 09 ນີ້ ທ່ານຈະໄດ້ຮຽນກ່ຽວກັບການຖາມເຖິງສະຖານທີ່: ”… ở đâu” ແລະ ຄຳແທນນາມບອກບູລຸດໃນພາສາຫວຽດ

ກ່ອນຈະໄປເຂົ້າສູ່ບົດຮຽນ, ຂໍເຊີນທ່ານຮຽນຄຳສັບໃໝ່ທີ່ມີຢູ່ໃນບົດສົນທະນາກ່ອນ ເພື່ອຈະຊ່ວຍໃຫ້ທ່ານເຂົ້າໃຈບົດຮຽນຫຼາຍຂຶ້ນ.

ຄຳສັບ

ຟາຍຟັງຄຳສັບ: ທ່ານສາມາດກົດຟັງ ແລະ ເຝິກອ່ານໄປພ້ອມໆກັນ

làm [ລ່າມ]: ເຮັດ

việc [ວຽກ]: ວຽກ

bây giờ [ເບິຍເຢີ່]: ດຽວນີ້

ở [ເອີ]: ຢູ່

công ty [ກົງຕີ]: ບໍລິສັດ

chỗ [ໂຈ]: ບ່ອນ

cũ [ກູ]: ເກົ່າ

nhé [ແຫຍ]: ເດີ

hẹn gặp lại [ແຫ້ນ -ັບຫຼ້າຍ]: ພົບກັນໃໝ່

1. ບົດສົນທະນາ

ຟາຍຟັງບົດສົນທະນາ: ທ່ານສາມາດກົດຟັງ ແລະ ຕິຕາມໄປພ້ອມໆກັນ

Hưng: Chào chị Linh! Chị đi đâu đấy? ສະບາຍດີເອື້ອຍ ລິງ! ເອື້ອຍໄປໃສຫັ້ນ?

Linh: Chào anh! Tôi đi làm. ສະບາຍດີອ້າຍ! ຂ້ອຍໄປເຮັດວຽກ.

Hưng: Bây giờ, chị làm việc ở đâu? ດຽວນີ້, ເອື້ອຍເຮັດວຽກຢູ່ໃສ?

Linh: Tôi làm việc ở công ty PAP. Còn anh? ຂ້ອຍເຮັດວຽກຢູ່ບໍລິສັດ PAP. ອ້າຍເດ?

Hưng: Tôi vẫn làm ở chỗ cũ. ຂ້ອຍຍັງເຮັດຢູ່ບ່ອນເກົ່າ.

Linh: Chào anh nhé! Tôi đi làm đây! ລາເດີອ້າຍ! ຂ້ອຍໄປເຮັດວຽກກ່ອນ.

Hưng: Vâng. Hẹn gặp lại chị! ເຈົ້າ. ພົບກັນໃໝ່ເອື້ອຍ!

Linh: Vâng! ເຈົ້າ!

2. ໄວຍາກອນ

2.1 ການຖາມເຖິງສະຖານທີ່

”… ở đâu” ເປັນຄຳຖາມທີ່ໃຊ້ຖາມເຖິງສະຖານທີ່ຕ່າງໆໃນພາສາຫວຽດ ເຊິ່ງກໍ່ງ່າຍໆຄືກັບຄຳຖາມ “… ຢູ່ໃສ” ໃນພາສາລາວນັ້ນເອງ. ຄຳຖາມ ”… ở đâu” ນີ້ໃຊ້ຖາມເຖິງສະຖານທີ່ທົ່ວໄປ ບໍ່ວ່າຈະເປັນສະຖານທີ່ເຮັດວຽກ, ຖິ່ນຖານກຳເນີດ, ບ່ອນຢູ່ ແລະ ອື່ນໆ… ດັ່ງລາຍລະອຽດລຸ່ມນີ້:

ເວລາຖາມ:

* ໂຄງສ້າງ: ຄຳຕົວຕັ້ງ + ຄຳກຳມະ + ở đâu?

ເວລາຕອບ:

ໂຄງສ້າງ: ຄຳຕົວຕັ້ງ +ຄຳກຳມະ + ở + ….. (ສະຖານທີ່).

ຕົວຢ່າງ:

1. Chị làm việc ở đâu? ເອື້ອຍເຮັດວຽກຢູ່ໃສ?

– Tôi làm việc ở công ty xây dựng số 01. ຂ້ອຍເຮັດວຽກຢູ່ບໍລິສັດກໍ່ສ້າງເລກ 01.

2. Em học ở đâu? ນ້ອງຮຽນຢູ່ໃສ?

– Em học ở trường NaKham ạ. ນ້ອງຮຽນຢູ່ໂຮງຮຽນ ນາຄຳ.

3. Quê anh ở đâu? ບ້ານອ້າຍຢູ່ໃສ?

– Quê anh ở Bắc Ninh. ບ້ານອ້າຍຢູ່ ບັກນິງ.

4. Anh để chìa khoá xe ở đâu? ອ້າຍເອົາກະແຈລົດໄວ້ໃສ?

– Anh để ở trên tủ lạnh. ອ້າຍປະໄວ້ຢູ່ເທິງຕູ້ເຢັນ.

2.2 ຄຳແທນນາມບອກບູລູດ

ໃນພາສາຫວຽດ ຄຳແທນນາມບອກບູລຸດ ຫຼື ບຸລຸດສັບພະນາມບໍ່ວ່າຈະເປັນຈຳນວນໜ້ອຍ ຫຼື ຫຼາຍກໍ່ຄືກັບຄຳແທນນາມບອກບູລຸດໃນພາສາລາວ ດັ່ງລຸ່ມນີ້:

ຄຳແທນນາມບູລຸດທີ 1:

ຈຳນວນໜ້ອຍ:

tôi : ຂ້ອຍ

ຈຳນວນຫຼາຍ:

chúng tôi : ພວກຂ້ອຍ

ຄຳແທນນາມບູລຸດທີ 2:

ຈຳນວນໜ້ອຍ:

bạn, anh, chị, em, … : ເຈົ້າ, ອ້າຍ, ເອື້ອຍ, ນ້ອງ, …

ຈຳນວນຫຼາຍ:

các bạn, các anh, các chị, … :ພວກເຈົ້າ, ພວກອ້າຍ, ພວກເອື້ອຍ,…

ຄຳແທນນາມບູລຸດທີ 3:

ຈຳນວນໜ້ອຍ:

bạn ấy, anh ấy, chị ấy, … : ລາວ, ອ້າຍຄົນນັ້ນ, ເອື້ອຍຄົນນັ້ນ, …

ຈຳນວນຫຼາຍ:

họ : ພວກເຂົາ, ເຂົາເຈົ້າ

chúng nó : ພວກມັນ

ຖ້າທ່ານຍັງບໍ່ທັນເຂົ້າໃຈໄວຍາກອນທ່ານສາມາດເບິ່ງ Video ອະທິບາຍບົດຮຽນດັ່ງລຸ່ມນີ້ ເຊິ່ງເລີ່ມຈະຈາກນາທີ 08:40 ໄປ

3. ຂໍ້ທົດສອບ

*ໝາຍເຫດ: ພວກເຮົາຂໍແນະນຳໃຊ້ທ່ານເຮັດຂໍ້ສອບໝົດທຸກຂໍ້ກ່ອນ ຫຼັງຈາກນັ້ນຈຶ່ງກົດເບິ່ງຂະໜານຕອບ

3.1 ຈົ່ງສ້າງຄຳຖາມໃຫ້ກັບຄຳຕອບລຸ່ມນີ້

1. …………………………………………?

– Vâng! Đây là Lan, bạn tôi.

2. …………………………………………?

– Không. Chị ấy không phải là bác sĩ. Chị ấy là ca sĩ.

3. …………………………………………?

– Anh ấy là nhà báo.

4. …………………………………………?

– Quê tôi ấy ở Hải Phòng.

5. …………………………………………?

– Công việc của tôi vẫn bình thường.

3.2 ຈົ່ງຟັງແລ້ວຕື່ມໃສ່ບ່ອນວ່າງລຸ່ມນີ້

1. Chị Na là ………………

2. Chị ấy ………….. ở trường Đại học ……………

3. Anh Hùng là …………..

4. Anh Tùng làm việc ở ………….. xây dựng Hải Phòng.

5. Bà Hoa là …………… Bà ấy là việc ở nhà ăn ……………

6. ………….. anh ấy ở …………..?

7. ………….., chị làm việc ở đâu?

8. Bạn là sinh viên …………..?

ເຊີນທ່ານກົດໃສ່ນີ້ເພື່ອເບິ່ງຄຳຕອບ . ຖ້າທ່ານເຫັນວ່າບົດຮຽນຂອງພວກເຮົາມີປະໂຫຍດ, ທ່ານສາມາດແບ່ງບັນໃຫ້ໝູ່ເພື່ອນມາຮຽນຮູ້ນຳກັນໄດ້

ຂໍຂອບໃຈ!

Lên đầu trang