ບົດທີ 11: ນີ້ແມ່ນຮູບຄອບຄົວຂ້ອຍ

ບົດທີ 11 ນີ້, ທ່ານຈະໄດ້ຮຽນກ່ຽວກັບສະມາຊິກໃນຄອບຄົວເປັນພາສາຫວຽດ, ການໃຊ້ບັນດາຄຳແທນນາມຊີ້ບອກ: ນີ້, ນັ້ນ, ຫັ້ນ ແລະ ການນຳໃຊ້ຄຳທີ່ຖາມເຖິງຈຳນວນ”… ເທົ່າໃດ?” ໃນພາສາຫວຽດ.

ກ່ອນຈະໄປເຂົ້າສູ່ບົດຮຽນ, ຂໍເຊີນທ່ານຮຽນຄຳສັບໃໝ່ທີ່ມີຢູ່ໃນບົດສົນທະນາກ່ອນ ເພື່ອຈະຊ່ວຍໃຫ້ທ່ານເຂົ້າໃຈບົດຮຽນຫຼາຍຂຶ້ນ.

ຄຳສັບ

ຟາຍຟັງຄຳສັບ: ທ່ານສາມາດກົດຟັງ ແລະ ເຝິກອ່ານໄປພ້ອມໆກັນ

ảnh [ແອັງ]: ຮູບ

gia đình [ຢາດິ່ງ]: ຄອບຄົວ

cậu [ເກົ້າ]: ເຈົ້າ, ໂຕ

tớ [ເຕີ]: ຂ້ອຍ, ກັນ

chụp [ຈູບ]: ຖ່າຍ

đại [ດ້າຍ]: ໃຫຍ່

nhỏ [ຫຍໍ]: ນ້ອຍ

chỉ… thôi [ຈີ…ໂທຍ]: ພຽງ, ພຽງແຕ່…ເທົ່ານັ້ນ

trẻ [ແຈ]: ໜຸ່ມ

bao nhiêu [ບາວຍຽວ]: ເທົ່າໃດ, ຈັກ

tuổi [ຕວາຍ]: ອາຍຸ(ປີ)

trông [ຈົງ]: ເບິ່ງ, ຊົງ, ເບິ່ງຊົງ

hạnh phúc [ແຫັ້ງຟຸກ]: ຄວາມສຸກ

1. ບົດສົນທະນາ

ບົດສົນທະນານີ້ແມ່ນການສົນທະນາລະຫວ່າງສອງສ່ຽວ ລານ ແລະ ງາ. ນີ້ແມ່ນຄັ້ງທຳອິດທີ່ ລານ ໄປຢາມເຮືອນຂອງ ງາ ແລະ ລານ ໄດ້ຖາມກ່ຽວກັບຮູບຄອບຄົວຂອງ ງາ. ເຮົາມາເບິ່ງວ່າ ພວກເຂົາຈະສົນທະນາກັນແບບໃດ?

ແນະນຳກ່ຽວກັບຮູບຄອບຄົວ
ຟາຍຟັງບົດສົນທະນາ: ທ່ານສາມາດກົດຟັງ ແລະ ຕິຕາມໄປພ້ອມໆກັນ

Lan : Nga ơi! Đây có phải là ảnh gia đình cậu không? ງາເອີຍ! ນີ້ແມ່ນຮູບຄອບຄົວໂຕບໍ?

Nga : Ừ! Đây là ảnh gia đình tớ. ອື່! ນີ້ແມ່ນຮູບຄອບຄົວກັນ.

Lan : Gia đình cậu đông người nhỉ? ຄອບຄົວໂຕຫຼາຍຄົນເນາະ?

Nga : Phải! Đây là ảnh chụp đại gia đình. Còn gia đình nhỏ của tớ chỉ có 5 người thôi. ແມ່ນ! ນີ້ແມ່ນຮູບຖ່າຍຄອບຄົວໃຫຍ່. ສ່ວນຄອບຄົວນ້ອຍຂອງກັນມີພຽງແຕ່ 5 ຄົນເທົ່ານັ້ນ.

Lan : Đây là ông của cậu à? ນີ້ແມ່ນປູ່ຂອງໂຕຫວາ?

Nga : Đúng rồi! Còn đây là bố tớ, đây là mẹ tớ. ແມ່ນແລ້ວ! ສ່ວນນີ້ແມ່ນພໍ່ກັນ, ນີ້ແມ່ນແມ່ກັນ.

Lan : Bố mẹ cậu còn trẻ thế! Năm nay, bố mẹ cậu bao nhiêu tuổi rồi? ພໍ່ແມ່ໂຕຍັງໜຸ່ມແທ້! ປີນີ້, ອາຍຸພໍ່ແມ່ໂຕເທົ່າໃດແລ້ວ?

Nga : Năm nay, bố tôi 52 tuổi. Còn mẹ tôi 48 tuổi. ປີນີ້, ພໍ່ກັນ 52 ປີ. ສ່ວນແມ່ກັນ 48 ປີ.

Lan : Gia đình cậu trông rất hạnh phúc nhỉ. ຄອບຄົວໂຕຊົງຊິມີຄວາມສຸກຫຼາຍເນາະ.

Nga : Cảm ơn cậu! ຂອບໃຈໂຕ!

2. ໄວຍາກອນ

3.1. ການໃຊ້ບັນດາຄຳແທນນາມຊີ້ບອກ: ນີ້, ນັ້ນ, ຫັ້ນ, ພຸ້ນ

3.1.1. Đây : ນີ້

“Đây”ເປັນຄຳຊີ້ບອກຄົນ, ສັດ, ວັດຖຸສິ່ງຂອງທີ່ຢູ່ໃກ້ກັບຄົນເວົ້າ ແລະ ຄົນຟັງ

ຕົວຢ່າງ: 

1. Đây là chị gái tôi. ນີ້ແມ່ນເອື້ອຍຂ້ອຍ.

2. Đây là lớp học của tôi. ນີ້ແມ່ນຫ້ອງຮຽນຂອງຂ້ອຍ.

3. Đây là chiếc xe của tôi. ນີ້ແມ່ນລົດຂອງຂ້ອຍ.

3.1.2. Đó, đấy : ນັ້ນ, ຫັ້ນ

“Đó, đấy” ເປັນຄຳຊີ້ບອກຄົນ, ສັດ, ວັດຖຸສິ່ງຂອງທີ່ຢູ່ໄກຈາກຄົນເວົ້າ ແລະ ຄົນຟັງ

ຕົວຢ່າງ: 

1. Đó là xe của anh trai tôi. ນັ້ນແມ່ນລົດຂອງອ້າຍຂ້ອຍ.

2. Đấy là cô Linh. ຫັ້ນແມ່ນສາວ ລິງ.

3. Đó là con thỏ. ນັ້ນແມ່ນໂຕກະຕ່າຍ.

3.1.3. Kia : ພຸ້ນ, ຫັ້ນ

“Kia” ກໍ່ເປັນຄຳຊີ້ບອກຄົນ, ສັດ, ວັດຖຸສິ່ງຂອງທີ່ຢູ່ໄກຈາກຄົນເວົ້າ ແລະ ຄົນຟັງ

ຕົວຢ່າງ: 

1. Kia là con trâu. ພຸ້ນແມ່ນໂຕຄວາຍ.

2. Kia là người yêu nó. ຫັ້ນແມ່ນແຟນມັນ.

3. Chỗ ngồi của bạn là chỗ kia. ບ່ອນນັ່ງຂອງເຈົ້າແມ່ນບ່ອນຫັ້ນ.

3.2. ການໃຊ້ຄຳທີ່ຖາມເຖິງຈຳນວນ “bao nhiêu, mấy”

“bao nhiêu ແລະ mấy” ເປັນ 2 ຄຳທີ່ໃຊ້ຖາມເຖິງຈຳນວນ, ໃນພາສາລາວອາດຈະໃຊ້ຄືກັນ, ແຕ່ໃນພາສາຫວຽດ ສອງຄຳນີ້ຈະໃຊ້ຕ່າງກັນໜ້ອຍໜຶ່ງຄືດັ່ງລຸ່ມນີ້:

3.2.1.  Mấy : ຈັກ (ໃຊ້ຖາມຈຳນວນໜ້ອຍແຕ່ 10 ລົງມາ)

ຕົວຢ່າງ:

1. Cái bút này mấy nghìn? ບິກກ້ານນີ້ຈັກພັນ?

– 2000 đồng. 2000 ດົ່ງ.

2. Nhà anh có mấy tầng? ເຮືອນອ້າຍມີຈັກຊັ້ນ?

– Nhà anh có 2 tầng thôi. ເຮືອນອ້າຍມີແຕ່ 2 ຊັ້ນ.

3. Bé này mấy tuổi rồi, sao ăn giỏi thế? ເດັກນ້ອຍນີ້ຈັກປີແລ້ວ, ເປັນຫຍັງກິນເກັ່ງແທ້?

– Bé này mới hơn 2 tuổi thôi. ເດັກນ້ອຍນີ້ຫາກໍ່ 2 ປີປາຍ.

3.2.2. Bao nhiêu : ເທົ່າໃດ, ຈັກ (ໃຊ້ຖາມຈຳນວນຫຼາຍແຕ່ 10 ຂື້ນໄປ).

* “Bao nhiêu” ໃນພາສາລາວສ່ວນຫຼາຍຈະແປວ່າ “ຈັກ”.

ຕົວຢ່າງ:

1. Cái áo này, anh mua bao nhiêu? ເສື້ອຜືນນີ້, ອ້າຍຊື້ເທົ່າໃດ?

– Tôi mua 250.000 đồng. ຂ້ອຍຊື້ 250.000 ດົ່ງ.

2. Lớp học của bạn có bao nhiêu sinh viên? ຫ້ອງຮຽນຂອງເຈົ້າມີນັກສຶກສາຈັກຄົນ?

– Lớp học của tôi có 65 sinh viên. ຫ້ອງຮຽນຂອງຂ້ອຍມີນັກສຶກສາ 65 ຄົນ.

3. Từ đây đến nhà bạn bao nhiêu km? ແຕ່ນີ້ໄປຫາເຮືອນເຈົ້າຈັກ km?

– Từ đây đến nhà tôi 31 km. ແຕ່ນີ້ໄປຫາເຮືອນຂ້ອຍ 31 km.

VIDEO ບົດຮຽນ

3. ຂໍ້ທົດສອບ

*ໝາຍເຫດ: ພວກເຮົາຂໍແນະນຳໃຊ້ທ່ານເຮັດຂໍ້ສອບໝົດທຸກຂໍ້ກ່ອນ ຫຼັງຈາກນັ້ນຈຶ່ງກົດເບິ່ງຂະໜານຕອບ

3.1. ຈົ່ງສ້າງຄຳຖາມໃຫ້ກັບບັນດາຄຳຕອບລຸ່ມນີ້:

1. ……………………………………………….?

– Phải. Đó là ảnh gia đình của tôi.

2. ……………………?

– Đấy là con gà.

3. …………………………………….?

– Năm nay,  anh ấy 30 tuổi.

4. ……………………………………?

– Gia đình tôi có 5 người.

5. …………………………?

– Tôi có 3 chiếc xe.

3.2. ຈົ່ງເລືອກເອົາຄຳສັບທີ່ໃຫ້ມາຕື່ມໃສ່ບັນດາປະໂຫຍກລຸ່ມນີ້ (ຄຳໆໜຶ່ງສາມາດໃຊ້ໄດ້ 2 ເທື່ອ):

bao nhiêu, gia đình, Việt Nam, đây, không phải 

1. Năm nay, chị ……………….. tuổi?

2. ……………….. là nhà của cô Linh.

3. Kia ……………….. là mẹ tôi.

4. Đó là sinh viên ……………….. à?

5. ……………….. tôi có 4 người.

6. Chiếc áo này chị mua ……………….. tiền?

ເຊີນທ່ານກົດໃສ່ນີ້ເພື່ອເບິ່ງຄຳຕອບ ຖ້າທ່ານເຫັນວ່າບົດຮຽນຂອງພວກເຮົາມີປະໂຫຍດ, ທ່ານສາມາດແບ່ງບັນໃຫ້ໝູ່ເພື່ອນມາຮຽນຮູ້ນຳກັນໄດ້

ຂໍຂອບໃຈ!

Lên đầu trang