ຄຳສັບກ່ຽວກັບຄອບຄົວ ແລະ ຄວາມສຳພັນຂອງຄົນຫວຽດນາມໃນພາສາຫວຽດ

ຄອບຄົວເປັນຈຸດເລີ່ມຕົ້ນຂອງຊີວິດທຸກໆຄົນ, ເປັນບ່ອນທີ່ພວກເຮົາໄດ້ຮັບຄວາມອົບອຸ່ນທີ່ສຸດ. ບໍ່ວ່າຊີວິດຈະປ່ຽນໄປແນວໃດ, ບໍ່ວ່າເຮົາໄປໄກປານໃດ, ຄອບຄົວກໍ່ເປັນບ່ອນສະຫງົບສຸກ, ເປັນກຳລັງໃຈອັນໜັກແໜ້ນທີ່ທຸກຄົນຢາກກັບໄປ ເພາະສະນັ້ນ, ຄອບຄົວມີບົດບາດສໍາຄັນທີ່ສຸດໃນການເດີນທາງຂອງການເຕີບໂຕເຕັມທີ່ ແລະຄວາມສຸກຂອງແຕ່ລະຄົນ. ໃນ​ບົດ​ຄວາມ​ນີ້, ທ່ານ​ຈະ​ໄດ້​ຮຽນ​ຮູ້​ຄໍາ​ສັບ​ໃນພາສາຫວຽດທີ່​ກ່ຽວ​ກັບ​ຄອບ​ຄົວ ​ແລະ​ ຄວາມສຳພັນ​ຂອງ​ຄອບ​ຄົວ​ຫວຽດ​.

ຄອບຄົວ​ໜຶ່ງ​ຈະ​ມີ​ສະມາຊິກ​ຫຼາຍ​ຄົນທີ່​ຕິດ​ພັນກັນ ແລະ ມີ​ສາຍພົວພັນ​ທີ່​ແຕກຕ່າງ​ກັນ. ຄຳ​ສັບ​ກ່ຽວ​ກັບ​ສາຍ​ພົວ​ພັນ​ໃນ​ຄອບ​ຄົວ​ໃນ​ພາ​ສາ​ຫວຽດມີ​ດັ່ງ​ນີ້:

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Cụກຸພໍ່ເຖົ້າ/ແມ່ເຖົ້າໃຊ້ຮຽກເອີ້ນຄົນສູງອາຍຸທົ່ວໄປຢ່າງເຄົາລົບນັບຖື ໃຊ້ໄດ້ທັງຍິງ ແລະ ຊາຍ
2Cụ ôngກຸ ອົງພໍ່ຕູ້, ພໍ່ເຖົ້າ
3Cụ bàກຸ ບ່າແມ່ຕູູ້, ແມ່ເຖົ້າ
4Ôngອົງພໍ່ເຖົ້າ, ປູ່
5Ông nộiອົງ ໂນ້ຍພໍ່ປູ່ (ພໍ່ຂອງພໍ່)
6Ông ngoạiອົງ ງວ້າຍພໍ່ຕູ້ (ພໍ່ຂອງແມ່)
7ບ່າແມ່ເຖົ້າ, ຍ່າ
8Bà nộiບ່າ ໂນ້ຍແມ່ຍ່າ (ແມ່ຂອງພໍ່)
9Bà ngoạiບ່າ ງວ້າຍແມ່ຕູ້ (ແມ່ຂອງແມ່)
10Bốໂບພໍ່
11Bố chồngໂບ ຈົ່ງພໍ່ຜົວ
12Bố dượngໂບ ເຢືອງພໍ່ນ້າD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
13Bố đơn thânໂບ ເດີນ ເທິນພໍ່ລ້ຽງດ່ຽວ
14Bố nuôiໂບ ນວຍພໍ່ລ້ຽງ
15Mẹແມະແມ່
16Mẹ chồngແມະ ຈົ່ງແມ່ຜົວ
17Mẹ nuôiແມະ ນວຍແມ່ລ້ຽງ
18Mẹ kếແມະ ເກແມ່ນ້າ
19Mẹ đơn thânແມະ ເດີນ ເທິນແມ່ລ້ຽງດ່ຽວ
20Dì ghẻຢີ່ ແກແມ່ນ້າ (ເມຍໃຫມ່ພໍ່)D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້.
21ຢີ່ນ້າສາວ (ນ້ອງສາວຂອງແມ່)D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
22Vợເວິເມຍ
23Vợ cảເວິ ກາເມຍໃຫຍ່
24Vợ lẽເວິ ແຫຼເມຍນ້ອຍ
25Vợ hờເວິ ເຮີ່ເມຍບໍ່ເປັນທາງການ
26Vợ chưa cướiເວິ ເຈືອ ເກືອຍຄູ່ໝັ້ນ (ຜູ້ຍິງ)
27Chồngຈົ່ງຜົວ
28Chồng chưa cướiຈົ່ງ ເຈືອ ເກືອຍຄູ່ໝັ້ນ (ຜູ້ຊາຍ)
29Chồng hờຈົ່ງ ເຮີ່ຜົວບໍ່ເປັນທາງການ
30Conກອນລູກ
31Con traiກອນ ຈາຍລູກຊາຍ
32Con gáiກອນ -ກາຍລູກສາວ
33Con dâuກອນ ເຢົາລູກໃພ້D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
34Con rểກອນ ເຢລູກເຂີຍ
35Con cảກອນ ກາລູກກົກ
36Con thứກອນ ຖືລູກກາງ
37Con útກອນ ອູດລູກຫຼ້າ
38Con nuôiກອນ ນວຍລູກລ້ຽງ
39Cùng mẹ khác chaກຸ່ງ ແມະ ຂາກ ຈາຮ່ວມແມ່ຄົນດຽວ ແຕ່ຕ່າງພໍ່
40Cùng cha khác mẹກຸ່ງ ຈາ ຂາກ ແມະຮ່ວມພໍ່ຄົນດຽວ ແຕ່ຕ່າງແມ່
41Anhແອັງອ້າຍ
42Anh traiແອັງ ຈາຍອ້າຍຄີງ
43Anh họແອັງ ເຮາະອ້າຍ (ລູກອ້າຍລູກນ້ອງ)
44Anh rểແອັງ ເຢອ້າຍເຂີຍ
45Chịຈິເອື້ອຍ
46Chị gáiຈິ ກາຍເອື້ອຍຄີງ
47Chị dâuຈິ ເຢົາເອື້ອຍໃພ້D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
48Chị họຈິ ເຮາະເອື້ອຍ (ລູກອ້າຍລູກນ້ອງ)
49Emແອັມນ້ອງ
50Em traiແອັມ ຈາຍນ້ອງຊາຍ
51Em gáiແອັມ -ກາຍນ້ອງສາວ
52Em họແອັມ ເຮາະນ້ອງ (ລູກອ້າຍລູກນ້ອງ)
53Cháuເຈົາຫຼານ
54Cháu traiເຈົາ ຈາຍຫຼານຊາຍ
55Cháu gáiເຈົາ – ກາຍຫຼານສາວ
56ໂກອາ
57ຢີ່ນ້າສາວD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
58Chúຈູອາວ
59Bácບາກລຸງ,ປ້າ (ອ້າຍ, ເອື້ອຍຂອງພໍ່ແມ່)
60Bác traiບາກ ຈາຍລຸງ
61Bác gáiບາກ -ກາຍປ້າ
62Chắtຈັດເຫຼນ
63Cậuເກົ້ານ້າບ່າວ
64Mợເມິນ້າໃຜ້
65Thímຖິມອາໃຜ້
66Người yêuເງື່ອຍ ອຽວຄົນຮັກ (ແຟນ)
67Bạn traiບ້ານ ຈາຍແຟນ (ຜູ້ຊາຍ)
68Bạn gáiບ້ານ -ກາຍແຟນ (ຜູ້ສາວ)
69Họ hàng xaເຮາະ ຮ່າງ ຊາພີ່ນ້ອງທາງໄກ
70Họ hàng bên nộiເຮາະ ຮ່າງ ເບນ ໂນ້ຍພີ່ນ້ອງທາງພໍ່
71Họ hàng bên ngoạiເຮາະ ຮ່າງ ເບນ ງວ້າຍພີ່ນ້ອງທາງແມ່
ຕາຕະລາງ: ຄຳສັບກ່ຽວກັບສະມາຊິກ ແລະ ສາຍພົວພັນໃນ ຄ/ຄ ໃນພາສາຫວຽດ

ເມື່ອຄົນເຮົາຢູ່ຮ່ວມກັນ, ຈະເປັນເລື່ອງຍາກທີ່ຈະຫຼີກລ້ຽງການຂັດແຍ່ງ, ຜິດຖຽງກັນ, ມີຂໍ້ຂັດແຍ່ງທີ່ສາມາດແກ້ໄຂໄດ້ ແຕ່ກໍ່ມີຂໍ້ຂັດແຍ່ງທີ່ບໍ່ສາມາດແກ້ໄຂໄດ້ ເຊິ່ງເປັນສາຍເຫດເຮັດໃຫ້ຄອບຄົວມີຄວາມທຸກ, ແຕກແຍກ. ບາງ​ຄຳ​ສັບ​ໃນພາສາ​ຫວຽດ​ທີ່​ໃຊ້​ກັນ​ທົ່ວ​ໄປ​ເພື່ອ​ເວົ້າ​ເຖິງ​ສະ​ຖາ​ນະ​ການ​ສົມ​ລົດມີ​ດັ່ງ​ນີ້:

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Hạnh phúcແຮັ້ງ ຟຸກມີຄວາມສຸກ
2Đầm ấmເດິ່ມ ເອິມອົບອຸ່ນ
3Sum vầyຊຸມ ເວິ່ຍປຸ້ມລຸມກັນ
4Đoàn kếtດວ່ານ ເກັດສາມັກຄີ
5Hòa thuậnຮວ່າ ທ້ວນປອງດອງກັນ
6Tan vỡຕານ ເຫວີແຕກແຍກ
7Cãi vãກາຍ ຫວາໂຕ້ຖຽງກັນບໍ່ຢຸດບໍ່ເຊົາ
8Mâu thuẫnເມົາ ຖວນຂັດແຍ້ງ
9Xích míchສິກ ໝິກຜິດຂ້ອງຕ້ອງຖຽງ
10Không thèm nhìn mặtຄົງ ແທ່ມ ຍິ່ນ ໝັດບໍ່ຢາກເຫັນຮອດໜ້າ
11Từ mặtຕື່ ໝັດບໍ່ຮັບວ່າເປັນເຊື້ອສາຍ (ຕັດພໍ່ຕັດແມ່)
12Đánh nhauແດັງ ເຍົາຕີກັນ
13Li hônລີ ໂຮນຢ່າຮ້າງ
14Li thânລີ ເທິນແຍກກັນຢູ່ (ຜົວເມຍ)
15Ngoại tìnhງວ້າຍ ຕິ່ງນອກໃຈ
16Tranh chấp tài sảnແຈັງ ເກິບ ຕ່າຍ ສານຍາດຊີງຊັບສົມບັດ
17Bỏ vợບໍ ເວິປະເມຍ
18Bỏ chồngບໍ ຈົ່ງປະຜົວ
19Lén lútແລນ ລຸດລັກລອບ
20Vụng trộmວຸງ ໂຈ້ມແອບແຊບ
21Kiện ra tòaກ້ຽນ ຢາ ຕວ່າຮ້ອງທຸກຂື້ນສານ
22Giành quyền nuôi conແຢັ່ງ ກວ່ຽນ ນວຍ ກອນຍາດສິດລ້ຽງລູກ
23Ghen tuôngແ-ກນ ຕົງຫຶງຫວງ
24Đánh ghenແດັງ ແກນຕີກັນຍ້ອນຄວາມຫຶງຫວງ
25Mồ côi cha mẹໂມ່ ໂກຍ ຈາ ແມະກຳພ້າພໍ່ແມ່
26Góa chồngກວາ ຈົ່ງແມ່ໝ້າຍ (ຜູ້ຍິງທີ່ຜົວຕາຍປະ)
27Góa vợກວາ ເວິພໍ່ໝ້າຍ (ຜູ້ຊາຍທີ່ເມຍຕາຍປະ)
28Sinh con một bềສິງ ກອນ ໂມ້ດ ເບ່ເກີດໄດ້ແຕ່ຊາຍລ້ວນ ຫຼື ຍິງລ້ວນ
29Chung thủyຈຸງ ຖຸຍຊື່ສັດ/ຮັກດຽວໃຈດຽວ
30Dan díuຢານ ຢິວເສກສົນD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
ຕາຕະລາງ: ຄຳສັບກ່ຽວກັບການສົມລົດ ແລະ ຄ/ຄ ໃນພາສາຫວຽດ

ຄອບຄົວແບບດັ້ງເດີມ ຖືໄດ້ວ່າເປັນຄອບຄົວໃຫຍ່ ເຊິ່ງສະມາຊິກມີສາຍພົວພັນທາງສາຍເລືອດ ແລະ ສາມາດຢູ່ຮ່ວມກັນໄດ້ 3 ຮຸ່ນຄົນຂຶ້ນໄປຄື: ປູ່ຍ່າຕາຍາຍ-ພໍ່-ແມ່-ລູກ ສ່ວນຫຼາຍມັກຈະມີຫຼາຍ ແລະ ອາໄສຢູ່​ຊົນນະບົດ​ຂອງຫວຽດນາມ.

ຄອບຄົວແບບດັ້ງເດີມ

ຄອບຄົວແບບດັ້ງ​ເດີມ​ມີ​ຄວາມຕິດພັນ​ແໜ້ນ​ແຟ້ນ​ໃນ​ດ້ານເຊື້ອສາຍ, ອະນຸລັກ ​ແລະ ຮັກສາ​ມູນເຊື້ອວັດທະນະທຳ, ຮີດຄອງປະເພນີ, ພິທີ, ເສີມຂະຫຍາຍ​ບັນດາ​ຂະໜົບທຳນຽມ. ສະມາຊິກ​ໃນ​ຄອບຄົວ​ມີ​ເງື່ອນ​ໄຂ​ທີ່​ຈະ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ກ່ຽວກັບ​ວັດຖຸ ​ແລະ ຈິດ​ວິນ​ຍານ, ​ເບິ່ງ​ແຍງ​ຜູ້​ເຖົ້າ​ຜູ້ແກ່, ການສຶກສາ ແລະ ​ລ້ຽງດູຮຸ່ນໜຸ່ມ. ນັ້ນ​ແມ່ນ​ບັນດາ​ຄຸນຄ່າ​ພື້ນຖານ​ຂອງ​ວັດທະນະທຳ​ທີ່​ພວກ​ເຮົາ​ຕ້ອງ​ສືບ​ທອດ ​ແລະ ​ເສີມຂະຫຍາຍ.

ຢ່າງໃດກໍຕາມ, ຂໍ້ເສຍຂອງຄອບຄົວປະເພດນີ້ແມ່ນມີປະເພນີ ແລະ ການປະຕິບັດທີ່ຫຼ້າສະໄຫມ. ນອກຈາກນັ້ນ, ຄວາມແຕກຕ່າງທາງດ້ານຈິດວິທະຍາ, ອາຍຸ, ການດຳລົງຊີວິດ, ຄວາມຊິນເຄີຍຍັງເຮັດໃຫ້ເກີດຄວາມຂັດແຍ້ງຍາກທີ່ຈະຫຼີກລ່ຽງໄດ້ລະຫວ່າງຄົນຮຸ່ນຜູ້ເຖົ້າຜູ້ແກ່ – ລູກຫຼານເຊັ່ນ: ລະຫວ່າງແມ່ຜົວກັບລູກໃພ້ … ນອກຈາກນັ້ນ, ຍັງຈຳກັດການພັດທະນາແບບເສລີຂອງແຕ່ລະສະມາຊິກໃນຄອບຄົວ.

ໃນປັດຈຸບັນ, ຄອບຄົວແບບທັນສະໄຫມ ຫຼື ຄົນຫວຽດເອີ້ນອີກຊື່ໜຶ່ງວ່າ “ຄອບຄົວນິວເຄຼຍ” ກຳລັງເປັນທີ່ນິຍົມໃນຕົວເມືອງ ແລະ ຢູ່ໃນຊົນນະບົດ ທີ່​ມີ​ພຽງ​ແຕ່​ຜົວເມຍ (ພໍ່​ແມ່) ແລະ ລູກ​ທີ່​ເຂົາ​ເຈົ້າ​ໃຫ້​ກຳ​ເນີ​ດ. ທ່າ​ອ່ຽງ​ການ​ສ້າງ​​ຄອບ​ຄົວແບບນິວເຄຼຍ​ຢູ່​ຫວຽດ​ນາມກຳລັງມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ.

ຄອບຄົວແບບທັນສະໄຫມ
ຮູບພາບປະກອບ

ຄອບຄົວນິວເຄຼຍມີເອກະລາດທາງການພົວພັນດ້ານເສດຖະກິດ ແລະ ໃຫ້ສະມາຊິກແຕ່ລະຄົນມີພື້ນທີ່ຫວ່າງຂ້ອນຂ້າງໃຫຍ່ເພື່ອພັດທະນາສິດເສລີພາບສ່ວນຕົວ. ບົດບາດຂອງບຸກຄົນໄດ້ຍົກສູງ.

ຢ່າງໃດກໍ່ຕາມ, ຍັງມີຈຸດອ່ອນ. ເປັນຕົ້ນ, ເນື່ອງຈາກລະດັບການຢູ່ຮ່ວມກັນຫຼຸດລົງ ແລະ ເຖິງຂັ້ນບໍ່ມີເວລາໃຫ້ຄອບຄົວຫຼຸດລົງ, ໃນການສະໜັບສະໜູນເຊິ່ງກັນ ແລະກັນທາງດ້ານວັດຖຸ ແລະ ຈິດໃຈແມ່ນຖືກຈໍາກັດ, ໃນການສືບທອດ ແລະ ສົ່ງເສີມຄຸນຄ່າວັດທະນະທຳໃນຄອບຄົບແມ່ນຖືກຈໍາກັດ.

ນອກຈາກນັ້ນ, ຈິ່ງເຮັດໃຫ້ຄອບຄົວນິວເຄຼຍມີລູກຫຼານນ້ອຍເພາະເງື່ອນໄຂນີ້, ເວລາສໍາລັບການລ້ຽງດູ, ຄວາມໃກ້ຊິດເພື່ອສະແດງຄວາມຮູ້ສຶກຂອງລູກຕໍ່ພໍ່ແມ່ ແລະ ພໍ່ເຖົ້າແມ່ເຖົ້າຈິ່ງມີໜ້ອຍ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄອບຄົວແບບ​ນິວ​ເຄຼຍຍັງ​ຄົງ​ເປັນທີ່​ນິຍົມ​ກັນ​ຢູ່​ຫວຽດນາມ​ໃນ​ທຸກ​ມື້​ນີ້, ​ໃນ​ບັນດາ​ສັງຄົມ​ອຸດສາຫະກຳ ​ແລະ ໃນເຂດຕົວ​ເມືອງ​ທີ່​ພັດທະນາ​ແລ້ວ.

ນີ້ແມ່ນບາງປະໂຫຍກການສື່ສານພາສາຫວຽດທົ່ວໄປກ່ຽວກັບຫົວຂໍ້ຄອບຄົວເພື່ອຊ່ວຍໃຫ້ທ່ານຮຽນພາສາຫວຽດໄດ້ງ່າຍຂຶ້ນ.

ລ/ດປະໂຫຍກຄວາມໝາຍໝາຍເຫດ
1Gia đình bạn có tất cả mấy người?ຄອບຄົວເຈົ້າມີທັງໝົດຈັກຄົນ?
2Gia đình tôi có tất cả năm người.ຄອບຄົວຂ້ອຍມີທັງໝົດ 5 ຄົນ.
3Bạn có chị gái không?ເຈົ້າມີເອື້ອຍບໍ?
4Bạn có anh trai không?ເຈົ້າມີອ້າຍບໍ?
5Bạn có mấy anh chị em?ເຈົ້າມີອ້າຍເອື້ອຍນ້ອງຈັກຄົນ?
6Tôi có 6 anh chị em.ຂ້ອຍມີອ້າຍເອື້ອຍນ້ອງ 6 ຄົນ.
7Bạn tôi đã bỏ chồng được 05 năm rồi.ໝູ່ຂ້ອຍປະຜົວໄດ້ 05 ປີແລ້ວ.
8Hai người đó sống ly thân đã lâu.ສອງຄົນນັ້ນແຍກກັນຢູ່ດົນແລ້ວ.
9Nó sinh ra đã mồ côi cha.ມັນເກີດມາກຳພ້າພໍ່.
10Ngày nghỉ, Mai thường đi thăm bà con họ hàng.ມື້ພັກ, ມາຍຈະມັກໄປຢ້ຽມຢາມຍາດຕິພີ່ນ້ອງ.
11Gia đình họ thật hạnh phúc.ຄອບຄົວພວກເຂົາມີຄວາມສຸກຫຼາຍ.
12Ngày mai, anh họ tôi ở quê lên chơi.ມື້ອື່ນ, ອ້າຍລູກພີ່ລູກນ້ອງຂ້ອຍຈະຂື້ນມາຫຼິ້ນນຳ.
13Vợ tao viết đơn ly hôn rồi!ເມຍກູຂຽນໃບຢ່າຮ້າງກັບກູແລ້ວ!
14Chị vợ bắt quả tang anh chồng đang vụng trộm.ເອື້ອຍເມຍຈັບໄດ້ຄາໜັງຄາເຂົາວ່າຜົວລາວຫຼິ້ນຊູ້
15Bạn sắp kết hôn chưa?ເຈົ້າໃກ້ຈະແຕ່ງງານແລ້ວບໍ?
16Đây là chồng sắp cưới của tôi.ນີ້ແມ່ນຄູ່ໝັ້ນຂອງຂ້ອຍ.
ຕາຕະລາງ: ປະໂຫຍກຕົວຢ່າງ

Gia đình anh Minh là một gia đình hiện đại điển hình tại thành phố Hồ Chí Minh. Anh Minh là một kỹ sư công nghệ thông tin, còn vợ anh, chị Lan, là một nhà thiết kế thời trang. Họ có hai con, một trai và một gái, đều đang học tại các trường quốc tế.

Gia đình anh Minh sống trong một căn hộ cao cấp với đầy đủ tiện nghi hiện đại như máy lạnh, máy giặt, và hệ thống nhà thông minh. Cả hai vợ chồng đều rất bận rộn với công việc, nhưng họ luôn cố gắng dành thời gian cho con cái vào cuối tuần. Họ thường cùng nhau đi du lịch, tham gia các hoạt động ngoài trời và khám phá những địa điểm mới.

Anh Minh và chị Lan cũng rất quan tâm đến việc giáo dục con cái, họ thường xuyên tham gia các buổi hội thảo về nuôi dạy con và luôn khuyến khích con cái phát triển kỹ năng mềm. Gia đình anh Minh là một gia đình hiện đại rất hạnh phúc.

ແປ: ຄອບຄົວ​ອ້າຍມິງ ແມ່ນ​ຄອບຄົວ​ທັນ​ສະ​ໄໝແບບຢ່າງທີ່ອາໄສ​​ຢູ່​ນະຄອນ​ໂຮ່ຈິ​ມິນ. ອ້າຍມິງ​ ເປັນນັກ​ວິ​ສະ​ວະ​ກອນ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ສ່ວນເມຍ​ຂອງລາວຊື່ ລານ, ເອື້ອຍລານ ເປັນ​ນັກ​ອອກ​ແບບ​ແຟ​ຊັນ. ​ເຂົາ​​ເຈົ້າມີ​ລູກ​ສອງ​ຄົນ: ລູກຊາຍ ແລະ ລູກສາວ, ລູກທັງ​ສອງຂອງເຂົາເຈົ້າລ້ວນແຕ່ເຂົ້າ​ຮຽນ​ຢູ່​ໂຮງ​ຮຽນນາໆຊາດ.

ຄອບຄົວ​ຂອງ ​ອ້າຍມິງ ອາ​ໄສ​ຢູ່​ໃນ​ອາ​ພາດ​ເມັນ​ຫຼູຫຼາ, ​ມີ​ສິ່ງ​ອຳນວຍ​ຄວາມ​ສະດວກ​ທີ່​ທັນ​ສະ​ໄໝ​ຄົບ​ຖ້ວນ​ເຊັ່ນ: ​ເຄື່ອງ​ປັບ​ອາກາດ, ​ເຄື່ອງ​ຊັກ​ຜ້າ, ​ແລະ ​ລະບົບ​ຫ້ອງ​ອັດສະລິຍະ. ທັງຜົວ ແລະ ເມຍລ້ວນແລ້ວແຕ່ຫຍຸ້ງກັບວຽກງານ, ແຕ່ເຂົາເຈົ້າຈະພະຍາຍາມໃຊ້ເວລາຢູ່ກັບລູກໃນທ້າຍອາທິດສະເໝີ. ພວກເຂົາມັກຈະເດີນທາງໄປທ່ອງທ່ຽວ, ເຂົ້າຮ່ວມກິດຈະກໍາຕ່າງໆ ແລະ ພາກັນໄປຫຼິ້ນສະຖານທີ່ໃໝ່ຕ່າງໆ.

ອ້າຍມິງ ​ແລະ​ ເອື້ອຍ​ລານ​ ຍັງ​ໃຫ້​ຄວາມ​ສຳຄັນ​​ຕໍ່​ການ​ສຶກສາ​ຂອງ​ລູກ​, ພວກ​ເຂົາ​​ມັກຈະ​ເຂົ້າ​ຮ່ວມ​ການ​ສຳ​ມະ​ນາ​ກ່ຽວ​ກັບການລ້ຽງດູລູກ ​ແລະ ສົ່ງເສີມ​ໃຫ້​ລູກ​ພັດທະນາ​ທັກ​ສະ​ການດຳລົງຊີວິດໃນສັງຄົມຢູ່ສະເໝີ. ຄອບຄົວອ້າຍມິງ ເປັນໜຶ່ງໃນຄອບຄົວທັນສະໄໝທີ່ມີຄວາມສຸກຫຼາຍ.

Gia đình em Mai là một gia đình truyền thống gồm ba thế hệ chung sống với nhau tại một ngôi nhà cổ kính ở Hà Nội. Ông bà nội của Mai đã ngoài 70 tuổi, nhưng vẫn rất khỏe mạnh và minh mẫn. Bố mẹ của Mai đều là giáo viên, họ luôn dạy dỗ con cái theo những giá trị truyền thống và đạo đức. Mai có một em trai nhỏ, cả hai đều rất yêu quý ông bà và thường xuyên giúp đỡ ông bà trong các công việc hàng ngày. Gia đình Mai thường quây quần bên nhau vào các bữa ăn, cùng nhau nấu nướng và chia sẻ những câu chuyện trong ngày. Vào các dịp lễ Tết, gia đình Mai thường tổ chức các buổi họp mặt gia đình, mời họ hàng và bạn bè đến chung vui. Những giá trị truyền thống như lòng hiếu thảo, sự kính trọng và tình yêu thương luôn được đề cao trong gia đình Mai. Gia đình Mai là một gia đình truyền thống điển hình, nơi mà nhiều thế hệ cùng chung sống và luôn hỗ trợ lẫn nhau.

ແປ: ຄອບ​ຄົວນ້ອງ ​ມາຍ ​ແມ່ນ​ຄອບ​ຄົວ​ແບບດັ້ງເດີມ​​ທີ່ມີ​ສາມ​ລຸ້ນ​ຄົນ​ດຳ​ລົງ​ຊີ​ວິດ​ຮ່ວມ​ກັນ​ຢູ່​ເຮືອນ​ເກົ່າແກ່​ຢູ່ທີ່ຮ່າ​ໂນ້ຍ. ປູ່ຍ່າຂອງ ມາຍ ອາຍຸຫຼາຍກວ່າ 70 ປີແລ້ວ, ແຕ່ຍັງແຂງແຮງ ແລະ ຄວາມຈຳຍັງດີຫຼາຍ. ພໍ່​ແມ່​ຂອງ ມາຍ ລ້ວນແຕ່ເປັນ​ຄູ​ສອນ, ​ພວກເຂົາຈະ​ສອນ​ລູກ​ໃຫ້ຮູ້​ຄຸນຄ່າ ​ແລະ ຄຸນສົມບັດແບບ​ດັ້ງ​ເດີມສະເໝີ. ມາຍ ມີນ້ອງຊາຍນ້ອຍຄົນໜຶ່ງ, ມາຍ ແລະ ນ້ອງ ຮັກປູ່ກັບຍ່າຫຼາຍ ແລະ ມັກຊ່ວຍປູ່ຍ່າເຮັດວຽກເປັນປະຈຳ. ຄອບຄົວຂອງ ມາຍ ມັກເຕົ້າໂຮມ ແລະ ກິນເຂົ້າຮ່ວມກັນທຸກຄາບ, ແຕ່ງກິນນຳກັນ ແລະ ເລົ່າເລື່ອງລາວຂອງແຕ່ລະມື້ສູ່ກັນຟັງ. ໃນ​ຊ່ວງປີໃໝ່ຫວຽດ (Tết), ຄອບ​ຄົວ​ຂອງ​ ມາ​ຍ ​ມັກຈະ​ຈັດ​ງານ​ລ້ຽງ​ແລ້ວເຊີນ​ຍາດ​ຕິ​ພີ່​ນ້ອງ ​ແລະ​ ໝູ່​ເພື່ອນ​ມາ​ສະ​ເຫຼີມ​ສະ​ຫຼອງມ່ວນຊື່ນນຳກັນ. ບັນດາຄຸນຄ່າ​ແບບ​ດັ້ງ​ເດີມຄື: ຄວາມກະຕັນຍູ, ຄວາມ​ເຄົາລົບ​ນັບຖື ​ແລະ ຄວາມ​ຮັກ​ແພງ ລ້ວນ​ແຕ່​ຖືກເຊີດຊູໃນ​ຄອບຄົວ​ຂອງມາຍ. ຄອບ​ຄົວ ມາຍ ເປັນຄອບຄົວດັ້ງເດີມແບບຢ່າງ ທີ່ມີ​ຫຼາຍຄົນ​ລຸ້ນ​​ດຳ​ລົງ​ຊີ​ວິດ​ຮ່ວມ​ກັນ ແລະສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ​ແລະ​ ກັນສະເໝີ.

Gia đình anh Tâm là một gia đình đặc biệt, anh Tâm đã từng có một cuộc hôn nhân không hạnh phúc và đã ly dị vợ cũ. Sau đó, anh gặp chị Hoa, một người phụ nữ đã có một con trai riêng từ cuộc hôn nhân trước. Họ quyết định kết hôn và xây dựng một gia đình mới. Ban đầu, việc hòa nhập giữa các thành viên trong gia đình gặp nhiều khó khăn, nhưng với tình yêu và sự kiên nhẫn, họ dần dần hiểu và chấp nhận lẫn nhau. Anh Tâm luôn cố gắng làm tròn trách nhiệm của một người cha, anh thường xuyên dành thời gian chơi đùa và dạy dỗ con riêng của vợ như con ruột của mình. Chị Hoa cũng rất mừng và trân trọng sự quan tâm của anh Tâm đối với con trai mình. Gia đình anh Tâm là một minh chứng cho thấy, dù có những khó khăn và thử thách, tình yêu và sự kiên nhẫn có thể giúp xây dựng một gia đình hạnh phúc và hòa thuận.

ແປ: ຄອບ​ຄົວ​ຂອງ​ອ້າຍ ເຕິມ ເປັນ​ຄອບ​ຄົວ​ພິ​ເສດ, ອ້າຍ ເຕິມ ເຄີຍ​ແຕ່ງ​ງານມາກ່ອນແຕ່ບໍ່​ມີ​ຄວາມ​ສຸກ​ ແລະ​ ໄດ້​ຢ່າ​ຮ້າງ​ກັບ​ອາ​ດີດ​ພັນ​ລະ​ຍາ. ຈາກນັ້ນ, ອ້າຍ ເຕິມ ກໍໄດ້ພົບກັບເອື້ອຍ ຮວາ, ຜູ້ຍິງທີ່ມີລູກຊາຍຕິດຈາກການແຕ່ງງານກ່ອນໜ້ານີ້. ພວກເຂົາຕັດສິນໃຈແຕ່ງງານ ແລະ ສ້າງຄອບຄົວໃໝ່ນຳກັນ. ໃນເບື້ອງຕົ້ນ, ການໃຊ້ຊີວິດລະຫວ່າງສະມາຊິກໃໝ່ໃນຄອບຄົວແມ່ນພົບຄວາມຫຍຸ້ງຍາກຫຼາຍ, ແຕ່ດ້ວຍຄວາມຮັກ ແລະ ຄວາມອົດທົນ, ພວກເຂົາກໍ່ຄ່ອຍໆປັບຄວາມເຂົ້າໃຈ ແລະ ຍອມຮັບເຊິ່ງກັນ ແລະ ກັນໄດ້. ອ້າຍ ເຕິມ ໄດ້ຕັ້ງໃຈເຮັດລ້ອນ​ໜ້າ​ທີ່ຂອງ​ຕົນ​ໃນ​ຖານະຄວາມ​ເປັນ​ພໍ່, ລາວ​ມັກ​ຢອກ​ຫຼິ້ນ ​ແລະ ​ສິດສອນ​ລູກ​ຂອງເມຍ​ຄື​ກັບ​​ລູກ​ຂອງ​ຕົນ. ເອື້ອຍ​ ຮວາ ດີໃຈ ແລະ​ ນັບຖືຄວາມເອົາໃຈໃສ່ຂອງອ້າຍ ເຕິມ ​ທີ່​ມີຕໍ່​ລູກ​ຊາຍຂອງຕົນເອງຫຼາຍ. ຄອບ​ຄົວ​ຂອງອ້າຍ ເຕິມ ເປັນຄອບຄົວໜຶ່ງທີ່ພິສູດໃຫ້ເຫັນວ່າ ເຖິງ​ແມ່ນ​ວ່າ​ຈະ​ມີ​ຄວາມ​ຫຍຸ້ງ​ຍາກໃນການໃຊ້ຊີວິດຄູ່ ແລະ ມີຄວາມທ້າທາຍປານໃດຕໍ່ຕາມ, ຄວາມ​ຮັກ ແລະ ຄວາມ​ອົດ​ທົນ​ສາ​ມາດ​ຊ່ວຍ​ສ້າງໃຫ້​ຄອບ​ຄົວ​ມີ​ຄວາມ​ສຸກ ແລະ ປອງດອງກັນໄດ້.

ສະຫຼຸບ: ຂ້າງເທິງນີ້ແມ່ນຄຳສັບກ່ຽວກັບສະມາຊິກ ແລະ ການພົວພັນ, ປະໂຫຍກສື່ສານທົ່ວໄປ ແລະ ບົດຕົວຢ່າງແນະນຳຄອບຄົວໃນພາສາຫວຽດ. ພວກ​ເຮົາ​ຫວັງ​ວ່າ​ຄໍາ​ສັບ​ເຫຼົ່າ​ນີ້​ຈະ​ຊ່ວຍ​ໃຫ້​ທ່ານ​ຮຽນ​ຮູ້​ພາ​ສາ​ຫວຽດ​ໄດ້​ດີກ​ວ່າ. ຖ້າທ່ານເຫັນວ່າບົດຄວາມນີ້ເປັນປະໂຫຍດ, ທ່ານສາມາດແບ່ງປັນກັບຫມູ່ເພື່ອນຂອງທ່ານໄດ້.

ຂໍຂອບໃຈ!

Lên đầu trang