ຄຳສັບກ່ຽວກັບສີ ແລະ ຮູບຊົງໃນພາສາຫວຽດ

ສີແມ່ນຄຸນລັກສະນະທາງສາຍຕາຂອງວັດຖຸທີ່ສ້າງຂື້ນເມື່ອແສງສະຫວ່າງສະທ້ອນ ຫຼື ປ່ອຍອອກມາຈາກວັດຖຸ, ຊ່ວຍໃຫ້ຕາຂອງພວກເຮົາຮັບຮູ້ ແລະ ແຍກວັດຖຸຕ່າງໆໄດ້. ຮູບຊົງແມ່ນລັກສະນະພາຍນອກ, ເສັ້ນໂຄງຮ່າງ ຫຼື ພື້ນຜິວຂອງວັດຖຸ, ຊ່ວຍໃຫ້ມັນແຕກຕ່າງຈາກວັດຖຸອື່ນໆ. ຮູບຊົງອະທິບາຍໂຄງສ້າງທາງພື້ນທີ່ຂອງວັດຖຸ, ບໍ່ລວມເອົາປັດໄຈຕ່າງໆເຊັ່ນ: ສີ, ວັດສະດຸ, ຂະໜາດ, ຫຼື ທີ່ຕັ້ງ. ໃນບົດຄວາມນີ້, ຈະແນະນໍາຄໍາສັບກ່ຽວກັບສີ ແລະ ກຸ່ມສີຕ່າງໆໃນພາສາຫວຽດ, ຄຳສັບກ່ຽວກັບຮູບຊົງໃນພາສາຫວຽດ.

1. ຄຳສັບກ່ຽວກັບສີ ແລະ ກຸ່ມສີຕ່າງໆໃນພາສາຫວຽດ

1.1 ຄຳສັບກ່ຽວກັບສີພື້ນຖານໃນພາສາຫວຽດ

ສີພື້ນຖານ ຫຼື ເອີ້ນວ່າສີເດີມ ແມ່ນສີທີ່ສາມາດປະສົມເຂົ້າກັນເພື່ອສ້າງສີອື່ນໆທັງໝົດໄດ້. ສີເດີມ ຫຼື ແມ່ສີມີ 12 ສີດັ່ງນີ້:

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Màu đenເມົ່າ ແດນສີດຳ
2Màu trắngເມົ່າ ຈັງສີຂາວ
3Màu đỏ ເມົ່າ ດໍສີແດງ
4Màu vàngເມົ່າ ວ່າງສີເຫຼືອງ
5Màu camເມົ່າ ກາມສີສົ້ມ
6Màu tím ເມົ່າ ຕິມສີມ່ວງ
7Màu xanhເມົ່າ ແຊັງສີຟ້າ
8Màu xanh láເມົ່າ ແຊັງ ຫຼາສີຂຽວ
9Màu nâu ເມົ່າ ເນົາສີນ້ຳຕານ
10Màu xámເມົ່າ ສາມສີເທົາ
11Màu hồngເມົ່າ ຮົ່ງສີບົວ
12Màu bạcເມົ່າ ບາກສີນໍ້າເງິນ (ສີປອນ)
ກຸ່ມສີຕ່າງໆໃນພາສາຫວຽດ
ກຸ່ມສີຕ່າງໆໃນພາສາຫວຽດ

*ເບິ່ງເພີ່ມຕື່ມ: ປະຫວັດຄວາມເປັນມາ ແລະ ຄວາມໝາຍຂອງທຸງຊາດຫວຽດນາມ

1.2 ຄຳສັບກ່ຽວກັບກຸ່ມສີແດງ

ກຸ່ມສີແດງລວມມີທັງໝົດ 06 ສີດັ່ງນີ້:

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Màu đỏ anh đàoເມົ່າ ດໍ ແອັງ ດ່າວສີແດງເຊີຣີ
2Màu đỏ sángເມົ່າ ດໍ ສາງສີແດງແຈ້ງ
3Màu đỏ mậnເມົ່າ ດໍ ເມິ້ນສີແດງບົວ (ແດງໝາກໝັ້ນ)
4Màu đỏ rượu vang ດໍ ເມົ່າ ຢ້ຽວ ວາງສີແດງເຫຼົ້າແວງ
5Đỏ hoa hồngດໍ ຮວາ ຮົ່ງສີແດງດອກກຸຫຼາບ
6Đỏ nhạtດໍ ຍາດສີແດງອ່ອນ

1.3 ຄຳສັບກ່ຽວກັບກຸ່ມສີເຫຼືອງ

ກຸ່ມສີເຫຼືອງລວມມີທັງໝົດ 04 ດັ່ງນີ້:

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Màu quả dưa vàngເມົ່າ ກວາ ເຢືອ ວ່າງສີເຫຼືອງໝາກແຕງແຄນຕາລຸບD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
2Màu quýtເມົ່າ ກວິດສີໝາກກ້ຽງນ້ອຍ
3Vàng camວ່າງ ກາມສີເຫຼືອງສົ້ມ
4Vàng nhạtວ່າງ ຍາດສີເຫຼືອງອ່ອນ

1.4 ຄຳສັບກ່ຽວກັບກຸ່ມສີມ່ວງ

ກຸ່ມຄຳສັບສີມ່ວງລວມມີທັງໝົດ 03 ສີດັ່ງນີ້:

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Màu tím thẫmເມົ່າ ຕິມ ເຖິມສີມ່ວງເຂັ້ມ
2Màu cà tímເມົ່າ ກ່າ ຕິມສີມ່ວງໝາກເຂືອ
3Màu tím nhạtເມົ່າ ຕິມ ຍາດສີມ່ວງອ່ອນ

1.5 ຄຳສັບກ່ຽວກັບກຸ່ມສີຂຽວ

ກຸ່ມສີຂຽວລວມມີທັງໝົດ 13 ສີດັ່ງນີ້:

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Màu lamເມົ່າ ລາມສີຟ້າແກ່
2Xanh nhạtແຊັງ ຍາດສີຟ້າອ່ອນ
3Xanh Naviແຊັງ ນາວີສີກົມເຂັ້ມ
4Màu xanh đậmເມົ່າ ແຊັງ ເດິ້ມສີຟ້າເຂັ້ມ
5Xanh diệp lụcແຊັງ ຢຽບ ລຸກສີຂຽວແກ່D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
6Màu xanh nước biển tươiເມົ່າ ແຊັງ ເໜືອກ ບຽນ ເຕືອຍສີຟ້າທະເລສົດ
7Màu xanh lá cây tươiເມົ່າ ແຊັງ ຫຼາ ເກິຍ ເຕືອຍສີຂຽວສົດ
8Màu xanh lá cây nhạtເມົ່າ ແຊັງ ຫຼາ ເກິຍ ຍາດສີຂຽວອ່ອນ
9Màu xanh lá cây đậmເມົ່າ ແຊັງ ຫຼາ ເກິຍ ເດິມສີຂຽວແກ່
10Màu xanh da trời nhạtເມົ່າ ແຊັງ ຢາ ເຈີ່ຍ ຍາດສີຟ້າອ່ອນD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
11Màu xanh da trời đậmເມົ່າ ແຊັງ ຢາ ເຈີ່ຍ ເດິ້ມສີຟ້າແກ່D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
12Xanh hành láແຊັງ ແຮັ່ງ ຫຼາສີຂຽວໃບຫອມບົ່ວ
13Xanh táoແຊັງ ຕາວສີຂຽວໝາກແອັບເປິ້ນ

2. ຄຳສັບກ່ຽວກັບຮູບຊົງໃນພາສາຫວຽດ

ຮູບຊົງໝາຍເຖິງລັກສະນະພາຍນອກ, ເສັ້ນຂອບ, ຫຼືໂຄງສ້າງທີ່ປະກອບເປັນຮູບຊົງຂອງວັດຖຸ, ຊຶ່ງຊ່ວຍໃຫ້ເຮົາສາມາດຈໍາແນກມັນອອກຈາກວັດຖຸອື່ນໆ.

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Hình lập phươngຮິ່ງ ເລິບ ເຟືອງຮູບກ້ອນ
2Hình tam giácຮິ່ງ ຕາມ ຢາກຮູບສາມແຈ Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
3Hình trònຮິ່ງ ຈ່ອນຮູບວົງມົນ
4Hình vuôngຮິ່ງ ວວງຮູບຈະຕຸລັດ
5Hình chữ nhậtຮິ່ງ ຈື້ ເຍິດຮູບສີ່ແຈສາກ
6Hình lục giácຮິ່ງ ລຸກ ຢາກຮູບຫົກແຈ Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
7Hình ngũ giácຮິ່ງ ຫງູ ຢາກຮູບຫ້າແຈ Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
8Hình bát giácຮິ່ງ ບາດ ຢາກຮູບແປດແຈ Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
9Hình bầu dụcຮິ່ງ ເບົາ ຢຸກຮູບໄຂ່D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
10Hình nónຮິ່ງ ໜອນຮູບຈວຍ
11Hình saoຮິ່ງ ຊາວຮູບດາວ
12Hình cầuຮິ່ງ ເກົ່າຮູບຊົງມົນ
13Hình trụຮິ່ງ ຈຸຮູບທໍ່
14Hình chópຮິ່ງ ຈອບຮູບປີລະມິດ/ທາດຈວຍ
ຮູບຊົງຕ່າງໆໃນພາສາຫວຽດ
ຄຳສັບກ່ຽວກັບຮູບຊົງໃນພາສາຫວຽດ

3. ປະໂຫຍກຕົວຢ່າງກ່ຽວກັບສີ ແລະ ຮູບຊົງ

ລ/ດປະໂຫຍກຄວາມໝາຍໝາຍເຫດ
1Màu xanh biển khiến tôi nhớ đến mùa hè.ສີຟ້າທະເລເຮັດໃຫ້ຂ້ອຍຄິດຮອດລະດູຮ້ອນ.
2Chiếc váy này có nhiều màu sắc rực rỡ rất bắt mắt.ກະໂປ່ງຜືນນີ້ມີສີສັນສົດໃສ ແລະ ໂດດເດັ່ນຫຼາຍ.
3Chiếc xe hơi màu bạc này vừa mới ra mắt trên thị trường.ລົດນໍ້າເງິນ (ສີປອນ) ຄັນນີ້ຫາກໍ່ອອກໃໝ່ໃນທ້ອງຕະຫຼາດ.
4Lá cây mùa thu chuyển sang màu vàng và màu đỏ rất thơ mộng.ໃນລະດູໃບໄມ້ຫຼົ່ນ, ໃບໄມ້ປ່ຽນເປັນສີເຫຼືອງ ແລະ ສີແດງຢ່າງງົດງາມ.
5Cô ấy tô son màu hồng nhạt để trông tự nhiên hơn.ລາວທາລິບສະຕິກສີບົວອ່ອນ ເພື່ອໃຫ້ເບິ່ງເປັນທຳມະຊາດຫຼາຍຂຶ້ນ.
6Cái bảng trong lớp học có hình chữ nhật dài.ກະດານໃນຫ້ອງຮຽນເປັນຮູບສີ່ແຈສາກຍາວ.
7Anh ấy cắt bánh pizza thành các miếng hình tam giác.ລາວຕັດພິດຊ່າໃຫ້ເປັນຕ່ອນໆຄືຮູບສາມ.
8Cái hộp quà nhỏ này có hình tròn nhìn rất đáng yêu.ກ່ອງຂອງຂວັນນ້ອຍໆນີ້ເປັນຮູບຊົງມົນໜ້າຮັກຫຼາຍ.
9Lọ hoa có hình dáng thon dài.ໂຖດອກໄມ້ມີຮູບຊົງຍາວ.
10Chiếc gương trong phòng tắm có hình bầu dục.ແວ່ນໃນຫ້ອງນ້ຳເປັນຮູບຊົງຄືໜ່ວຍໄຂ່

ບົດສະຫຼຸບ: ຂ້າງເທິງນີ້ແມ່ນຄຳສັບກ່ຽວກັບສີ ແລະ ກຸ່ມສີຕ່າງໆໃນພາສາຫວຽດ, ຄຳສັບກ່ຽວກັບຮູບຊົງໃນພາສາຫວຽດ, ປະໂຫຍກກ່ຽວກັບສີ ແລະ ຮູບຊົງທີ່ໃຊ້ທົ່ວໄປໃນພາສາຫວຽດ. ພວກ​ເຮົາ​ຫວັງ​ວ່າ​ຄໍາ​ສັບ​ເຫຼົ່າ​ນີ້​ຈະ​ຊ່ວຍ​ໃຫ້​ທ່ານ​ຮຽນ​ຮູ້​ພາ​ສາ​ຫວຽດ​ໄດ້​ດີກ​ວ່າ. ຖ້າທ່ານເຫັນວ່າບົດຄວາມນີ້ເປັນປະໂຫຍດ, ທ່ານສາມາດແບ່ງປັນກັບຫມູ່ເພື່ອນຂອງທ່ານໄດ້ຮຽນນຳເດີ.

Lên đầu trang