ການທ່ອງທ່ຽວແມ່ນໜຶ່ງໃນຫົວຂໍ້ທີ່ໜ້າສົນໃຈ ແລະ ຄຸ້ນເຄີຍໃນຊີວິດປະຈຳວັນ. ເມື່ອຮຽນພາສາຫວຽດ, ການຮຽນຮູ້ຄຳສັບກ່ຽວກັບການທ່ອງທ່ຽວບໍ່ພຽງແຕ່ຊ່ວຍໃຫ້ຜູ້ຮຽນສາມາດສື່ສານໄດ້ຢ່າງມີປະສິດທິຜົນກວ່າໃນສະພາບການຕົວຈິງເຊັ່ນ: ການທ່ຽວຊົມສະຖານທີ່, ຈອງຫ້ອງພັກ, ຖາມທາງ, ແຕ່ຍັງເປີດກວ້າງເພື່ອໃຫ້ຮູ້ກ່ຽວກັບສະຖານທີ່ທີ່ມີຊື່ສຽງ ແລະ ວັດທະນະທໍາທ້ອງຖິ່ນຂອງສະຖານທີ່ນັ້ນ. ໃນບົດຄວາມນີ້ຈະແນະນຳຄຳສັບໃນແຕ່ລະກຸ່ມຄື: ບັນດາຄຳສັບກ່ຽວກັບເອກະສານທີ່ຕ້ອງມີເມື່ອໄປທ່ອງທ່ຽວ, ຄຳສັບກ່ຽວກັບປະເພດການທ່ອງທ່ຽວ, ຄຳສັບກ່ຽວກັບສະຖານທີ່ທ່ອງທ່ຽວ ແລະ ບ່ອນພັກເຊົາ, ຄຳສັບກ່ຽວກັບການເຄື່ອນໄຫວໃນການທ່ອງທ່ຽວ ແລະ ປະໂຫຍກສົນທະນາກ່ຽວກັບການທ່ອງທ່ຽວ, ຫວັງວ່າຜ່ານບົດນີ້, ຜູ້ຮຽນຈະສາມາດວາງແຜນການທ່ອງທ່ຽວ, ແລກປ່ຽນຂໍ້ມູນຂ່າວສານ ແລະ ແບ່ງປັນປະສົບການໃນພາສາຫວຽດໄດ້ຢ່າງຖືກຕ້ອງຕາມທຳມະຊາດ.
1. ຄຳສັບກ່ຽວກັບເອກະສານທີ່ຕ້ອງມີເມື່ອໄປທ່ອງທ່ຽວ
ການເດີນທາງທ່ອງທ່ຽວແຕ່ລະເທື່ອ, ນອກຈາກເສື້ອຜ້າເຄື່ອງແຕ່ງກາຍ ແລະ ຂອງໃຊ້ຈຳເປັນແລ້ວ ເອກະສານການເດີນທາງກໍເປັນສິ່ງສຳຄັນທີ່ເຮົາຕ້ອງຕຽມພ້ອມຢູ່ສະເໝີ, ບໍ່ວ່າເຮົາຈະເດີນທາງໄປທ່ອງທ່ຽວໃນປະເທດ ຫຼື ຕ່າງປະເທດກໍ່ຕາມ ເຮົາຈຳເປັນຕ້ອງໃຊ້ເອກະສານບາງຢ່າງເພື່ອສະດວກໃນການເດີນທາງ ແລະ ສະດວກໃນການແລ່ນເອກະສານຂັ້ນຕອນຕ່າງໆ. ຕາຕະລາງລຸ່ມນີ້ແມ່ນຄຳສັລກ່ຽວກັບເອກະສານທີ່ຕ້ອງໄດ້ພົກພາຕິດຕົວເວລາໄປທ່ຽວ.
ລ/ດ | ຄຳສັບ | ຄຳທັບສັບ | ຄວາມໝາຍ | ໝາຍເຫດ |
---|---|---|---|---|
1 | Hộ chiếu | ໂຫະ ຈຽວ | ພາສປອດ/ໜັງສືຜ່ານແດນ | |
2 | Căn cước công dân | ກັນ ເກືອກ ກົງ ເຢິນ | ບັດປະຊາຊົນ | D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
3 | Vé máy bay | ແຫວ ໄໝ ໄບ | ປີ້ຍົນ | |
4 | Thị thực | ທິ ທຶກ | ວີຊາ | |
5 | Thẻ xuất cảnh | ແຖ ສວດ ແກງ | ບັດອອກເມືອງ | |
6 | Thẻ lên tàu | ແຖ ເລນ ເຕົ່າ | ບັດຂື້ນລົດໄຟ | |
7 | Tờ khai hải quan | ເຕີ່ ຄາຍ ຫາຍ ກວານ | ໃບແຈ້ງພາສີ | |
8 | Bảo hiểm du lịch | ບາວ ຫຽມ ຢູ ລິກ | ປະກັນໄພທ່ອງທ່ຽວ | D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
9 | Giấy chứng nhận tiêm chủng | ເຢິຍ ຈຶງ ເຍິ້ນ ຕຽມ ຈູງ | ໃບຢັ້ງຢືນການສັກວັກຊິນ | Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
10 | Giấy chứng nhận sức khỏe | ເຢິຍ ຈຶງ ເຍິ້ນ ສຶກ ແຂວ | ໃບຢັ້ງຢືນສຸຂະພາບ | Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
11 | Thư mời | ທື ເມີ່ຍ | ຈົດໝາຍເຊີນ | |
12 | Chứng minh tài chính | ຈຶງ ມິງ ຕ່າຍ ຈິງ | ຫຼັກຖານທາງການເງິນ | |
13 | Vé khứ hồi | ແຫວ ຂື ໂຫ່ຍ | ປີ້ໄປກັບ | |
14 | Vé một chiều | ແຫວ ໂມດ ຈ່ຽວ | ປີ້ 1 ຖ້ຽວ | |
15 | Giấy phép lái xe | ເຢິຍ ແຟັບ ຫຼາຍ ແຊ | ໃບອະນຸຍາດຂັບຂີ່ລົດ | |
16 | Giấy phép lái xe quốc tế | ເຢິຍ ແຟັບ ຫຼາຍ ແຊ ກວັກ ເຕ | ໃບອະນຸຍາດຂັບຂີ່ລົດສາກົນ | |
17 | Xin visa | ຊິນ ວິ ຊາ | ຂໍວິຊາ | |
18 | Hộ chiếu ngoại giao | ໂຫະ ຈຽວ ງວ້າຍ ຢາວ | ໜັງສືຜ່ານແດນການທູດ | Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
19 | Hộ chiếu công vụ | ໂຫະ ຈຽວ ກົງ ວຸ | ໜັງສືຜ່ານແດນລັດຖະການ | |
20 | Hộ chiếu khẩn | ໂຫະ ຈຽວ ເຄິນ | ໜັງສືຜ່ານແດນສຸກເສີນ | |
21 | Hộ chiếu phổ thông | ໂຫະ ຈຽວ ໂຝ ທົງ | ໜັງສືຜ່ານແດນທຳມະດາ |
*ໝາຍເຫດ: ຄຳອ່ານ (ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100%
*ເບິ່ງເພີ່ມຕື່ມຄຳສັບກ່ຽວກັບການຊື້ເຄື່ອງຂອງໃນພາສາຫວຽດ>>>

2. ຄຳສັບກ່ຽວກັບປະເພດການທ່ອງທ່ຽວໃນພາສາຫວຽດ
ການທ່ອງທ່ຽວມີຫຼາຍປະເພດ, ການທ່ອງທ່ຽວກໍຂື້ນກັບຄວາມມັກ ແລະ ຄວາມຕ້ອງການຂອງແຕ່ລະຄົນ. ຕາຕະລາງລຸ່ມນີ້ແມ່ນບັນດາປະເພດຂອງການທ່ອງທ່ຽວເປັນພາສາຫວຽດ.
ລ/ດ | ຄຳສັບ | ຄຳ | ຄວາມໝາຍ | ໝາຍເຫດ |
---|---|---|---|---|
1 | Du lịch trong nước | ຢູ ລິກ ຈອງ ເໜືອກ | ທ່ອງທ່ຽວພາຍໃນປະເທດ | D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
2 | Du lịch quốc tế | ຢູ ລິກ ກວັກ ເຕ | ທ່ອງທ່ຽວຕ່າງປະເທດ | |
3 | Du lịch tự túc | ຢູ ລິກ ຕຶ ຕຸກ | ທ່ອງທ່ຽວດ້ວຍຕົວເອງ (ຈ່າຍເອງ) | |
4 | Du lịch sinh thái | ຢູ ລິກ ຊິງ ຖາຍ | ທ່ອງທ່ຽວແບບນິເວດ | |
5 | Du lịch tôn giáo | ຢູ ລິກ ໂຕນ ຢາວ | ທ່ອງທ່ຽວທາງສາດສະໜາ | |
6 | Du lịch văn hóa | ຢູ ລິກ ວັນ ຮວາ | ທ່ອງທ່ຽວວັດທະນະທໍາ | |
7 | Du lịch nghỉ dưỡng | ຢູ ລິກ ຫງີ ເຢືອງ | ທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບ | |
8 | Du lịch giải trí | ຢູ ລິກ ຢາຍ ຈີ | ທ່ອງທ່ຽວພັກຜ່ອນຢ່ອນໃຈ | D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
9 | Du lịch thể thao | ຢູ ລິກ ເຖ ທາວ | ທ່ອງທ່ຽວແບບກິລາ | |
10 | Du lịch khám phá | ຢູ ລິກ ຂາມ ຝາ | ທ່ອງທ່ຽວສຳຫຼວດ, ຄົ້ນຫາ | |
11 | Du lịch kết hợp | ຢູ ລິກ ເກດ ເຮີບ | ທ່ອງທ່ຽວແບບສົມທົບ | |
12 | Du lịch gia đình | ຢູ ລິກ ຢາ ດິ່ງ | ທ່ອງທ່ຽວແບບຄອບຄົວ | D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
13 | Du lịch theo đoàn | ຢູ ລິກ ແທວ ດວ່ານ | ທ່ອງທ່ຽວເປັນກຸ່ມ, ເປັນຄະນະ | |
14 | Du lịch cá nhân | ຢູ ລິກ ກາ ເຍິນ | ທ່ອງທ່ຽວແບບສ່ວນຕົວ | |
15 | Du lịch nội địa | ຢູ ລິກ ໂນ້ຍ ເດ້ຍ | ທ່ອງທ່ຽວໃນປະເທດ | |
16 | Du lich nông thôn | ຢູ ລິກ ນົງ ໂທນ | ທ່ອງທ່ຽວຊົມຊົນນະບົດ | |
17 | Du lịch đô thị | ຢູ ລິກ ໂດ ທິ | ທ່ອງທ່ຽວຊົມຕົວເມືອງ | |
18 | Du lịch mạo hiểm | ຢູ ລິກ ມ້າວ ຫຽມ | ທ່ອງທ່ຽວແບບປະຈົນໄພ | |
19 | Đi phượt | ເຝືອດ | ຂັບລົດເອງໄປທ່ຽວເອງ |
ໝາຍເຫດ: ຄຳອ່ານ (ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100%
*ເບິ່ງເພີ່ມຕື່ມຄຳສັບກ່ຽວກັບການອາຫານ ແລະເຄື່ອງດື່ມໃນພາສາຫວຽດ>>>

3. ຄຳສັບກ່ຽວກັບສະຖານທີ່ທ່ອງທ່ຽວ ແລະ ບ່ອນພັກເຊົາໃນພາສາຫວຽດ
ສະຖານທີ່ພັກ ແລະ ບ່ອນພັກເຊົາຖືວ່າເປັນສິ່ງທີ່ສຳຄັນໃນການທ່ອງທ່ຽວ. ຕາຕະລາງລຸ່ມນີ້ແມ່ນບາງຄຳສັບກ່ຽວກັບສະຖານທີ່ທ່ອງທ່ຽວ ແລະ ບ່ອນພັກເຊົາທີ່ທ່ານຄວນຮູ້.
ລ/ດ | ຄຳສັບ | ຄຳທັບສັບ | ຄວາມໝາຍ | ໝາຍເຫດ |
---|---|---|---|---|
1 | Điểm đến | ດຽມ ເດນ | ຈຸດໝາຍປາຍທາງ | |
2 | Điểm đến ưa thích | ດຽມ ເດນ ເອືອ ຖິກ | ຈຸດໝາຍປາຍທາງທີ່ມັກ | |
3 | Địa điểm du lịch | ເດຍ ດຽມ ຢູ ລິກ | ສະຖານທີ່ທ່ອງທ່ຽວ | D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
4 | Nơi lưu trú | ເນີຍ ລຶວ ຈູ | ບ່ອນພັກ | |
5 | Địa chỉ khách sạn | ເດ້ຍ ຈີ ແຂັກ ຊ້ານ | ທີ່ຢູ່ໂຮງແຮມ | |
6 | Khách sạn | ແຂັກ ຊ້ານ | ໂຮງແຮມ | |
7 | Khách sạn ven biển | ແຂັກ ຊ້ານ ແວນ ບຽນ | ໂຮງແຮມແຄມທະເລ | |
8 | Khách sạn bình dân | ແຂັກ ຊ້ານ ບິ່ງ ເຢິນ | ໂຮງແຮມທຳມະດາ | D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
9 | Khách sạn 3 sao | ແຂັກ ຊ້ານ ບາ ຊາວ | ໂຮງແຮມ 3 ດາວ | |
10 | Khách sạn 5 sao | ແຂັກ ຊ້ານ ນຳ ຊາວ | ໂຮງແຮມ 5 ດາວ | |
11 | Nhà nghỉ | ຍ່າ ຫງີ | ບ້ານພັກ | |
12 | Nhà hàng ven biển | ຍ່າ ຮ່າງ ແວນ ບຽນ | ຮ້ານອາຫານແຄມທະເລ | |
13 | Ẩm thực đường phố | ເອິມ ທຶກ ເດື່ອງ ໂຝ | ອາຫານຕາມຖະ ໜົນ | |
14 | Khu nghỉ dưỡng | ຄູ ຫງີ ເຢືອງ | ຣີສອດ | D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
15 | Nhà nghỉ tập thể | ຍ່າ ຫງີ ເຕິບ ເຖ | ເຮືອນພັກລວມ | |
16 | Nhà khách | ຍ່າ ແຂັກ | ເຮືອນພັກ/ເຮືອນຮັບແຂກ | |
17 | Khách sạn trọn gói | ແຂັກ ຊ້ານ ຈ້ອນ -ກອຍ | ໂຮງແຮມລວມຄົບທຸກຢ່າງ | |
18 | Căn hộ | ກັນ ໂຮະ | ຄອນໂດ |
ໝາຍເຫດ: ຄຳອ່ານ (ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100%

4. ຄຳສັບກ່ຽວກັບການເຄື່ອນໄຫວ ແລະ ກິດຈະກຳຂອງການທ່ອງທ່ຽວໃນພາສາຫວຽດ
ໃນເວລາເດີນໄປທາງທ່ອງທ່ຽວ, ແນ່ນອນເຮົາຈໍາເປັນຕ້ອງເລືອກໂຮງແຮມ ຫຼື ເຮືອນພັກເພື່ອເປັນສະຖານທີ່ພັກຜ່ອນລະຫວ່າງມື້ຂອງການທ່ອງທ່ຽວ. ສະນັ້ນ, ເພື່ອໃຫ້ທ່ານສາມາດສື່ສານພາສາຫວຽດໄດ້ຢ່າງໝັ້ນໃຈເມື່ອມາຮອດໂຮງແຮມ ຫຼື ສະຖານທີ່ພັກ ເຊີນທ່ານມາຮຽນຮູ້ຄຳສັບກ່ຽວກັບການເຄື່ອນໄຫວ ແລະ ກິດຈະກຳຂອງການທ່ອງທ່ຽວໃນພາສາຫວຽດ, ດັ່ງລຸ່ມນີ້:
ລ/ດ | ຄຳສັບ | ຄຳທັບສັບ | ຄວາມໝາຍ | ໝາຍເຫດ |
---|---|---|---|---|
1 | Lên lịch trình | ເລນ ລິກ ຈິ່ງ | ຈັດຕາຕະລາງທ່ຽວ | |
2 | Đặt tour | ດັດ ຕົວ | ຈອງທົວ | |
3 | Tour trọn gói | ຕົວ ຈ້ອນ -ກອຍ | ທົວລວມທັງໝົດ | |
4 | Mã tour | ໝາ ຕົວ | ລະຫັດທົວທ່ອງທ່ຽວ | |
5 | Đặt cọc tiền | ດັດ ກອກ ຕ່ຽນ | ມັດຈຳເງິນ | |
6 | Cung cấp địa chỉ email | ກຸງ ເກິບ ເດ້ຍ ຈີ ອີເມວ | ໃຫ້ທີ່ຢູ່ອີເມວ | |
7 | Ngày đi | ໄງ່ ດີ | ມື້ໄປ | |
8 | Ngày về | ໄງ່ ເວ່ | ມື້ກັບ | |
9 | Phương tiện | ເຟືອງ ຕ້ຽນ | ຍານພະຫະນະ | |
10 | Du khách | ຢູ ແຂັກ | ນັກທ່ອງທ່ຽວ | D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
11 | Khách du lịch | ແຂັກ ຢູ ລິກ | ນັກທ່ອງທ່ຽວ | |
12 | Khách du lịch quốc tế | ແຂັກ ຢູ ລິກ ກວັກ ເຕ | ນັກທ່ອງທ່ຽວຕ່າງປະເທດ | |
13 | Khách vãng lai | ແຂັກ ຫວາງ ລາຍ | ແຂກຄົນທີ່ທຽວໄປມາ | |
14 | Vắng khách | ຫວັງ ແຂັກ | ບໍ່ມີແຂກ | |
15 | Đặt phòng | ດັດ ຟ່ອງ | ຈອງຫ້ອງ | |
16 | Xác nhận lại việc đặt phòng | ສາກ ເຍິນ ລ້າຍ ວຽກ ດັດ ຟ່ອງ | ຢືນຢັນການຈອງຫ້ອງຄືນໃໝ່ | |
17 | Mùa đông khách | ມົ່ວ ດົງ ແຂັກ | ລະດູນັກທ່ອງທ່ຽວຫຼາຍ | |
18 | Mùa cao điểm | ມົ່ວ ກາວ ດຽມ | ລະດູການທ່ອງທ່ຽວ (Peak season) | |
19 | Thuê xe tự lái | ເທ ແຊ ຕຶ ລາຍ | ເຊົ່າລົດຂັບເອງ | ສະຫຼະ uê ບໍ່ມີໃນພາສາລາວ, thuê ອອກສຽງຊົ່ວຄາວເປັນ “ເທ” (ແນະນຳເຂົ້າເບິ່ງວິທີອອກສຽງຕາມວິດີໂອສອນ) |
20 | Không còn phòng trống | ຄົງ ກ່ອນ ຟ່ອງ ຈົງ | ບໍ່ມີຫ້ອງວ່າງ | |
21 | Đặt vé | ດັດ ແຫວ | ຈອງປີ້ | |
22 | Mua vé | ມົວ ແຫວ | ຊື້ປີ້ | |
23 | Giá gộp | ຢາ ໂ-ກບ | ລາຄາລວມ | Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້. |
24 | Vé hạng thương gia | ແຫວ ຮ້າງ ເທືອງ ຢາ | ປີ້ຊັ້ນທຸລະກິດ | |
25 | Vé khuyến mãi | ແຫວ ຂວຽນ ມ້າຍ | ປີ້ຍົນຫຼຸດລາຄາ | |
26 | Vé một chiều | ແຫວ ໂມດ ຈ່ຽວ | ປີ້1ຖ້ຽວ | |
27 | Vé khứ hồi | ແຫວ ຂື ໂຫ່ຍ | ປີ້ຍົນໄປກັບ | |
28 | Lịch bay | ລິກ ໄບ | ຕາຕະລາງບິນ | |
29 | Lịch chạy tàu | ລິກ ໄຈ້ ເຕົ່າ | ຕາຕະລາງລົດໄຟອອກ | |
30 | Sắp xếp hành lý | ສັບ ເຊັບ ແຮັ່ງ ລີ | ຈັດແຈງກະເປົາ | |
31 | Đón ở sân bay | ດອນ ເອີ ເຊິນ ໄບ | ຮັບຢູ່ສະໜາມບິນ | |
32 | Giờ khởi hành | ເຢີ່ ເຂີຍ ແຮັ່ງ | ເວລາອອກເດີນທາງ | |
33 | Giờ đến dự kiến | ເຢີ່ ເດນ ຢຶ ກຽນ | ເວລາມາຮອດໂດຍປະມານ | Gi ແລະ D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
34 | Nhận phòng | ເຍິ້ນ ຟ່ອງ | ເອົາຫ້ອງ (Check in) | |
35 | Nhận chìa khoá phòng | ເຍິ້ນ ເຈ່ຍ ຂວາ ຟ່ອງ | ເອົາກະແຈຫ້ອງ | |
36 | Xe đẩy hành lý | ແຊ ເດິຍ ແຮັ່ງ ລີ | ລົດຍູ້ກະເປົາ | |
37 | Số phòng | ໂສ ຟ່ອງ | ເບີຫ້ອງ | |
38 | Đi thang máy | ດີ ທາງ ໄໝ | ຂື້ນລິບ | |
39 | Tự bảo quản hành lý | ຕຶ ບາວ ກວານ ແຮັ່ງ ລີ | ຮັກສາກະເປົາຂອງຕົນເອງ | |
40 | Phòng cao cấp | ຟ່ອງ ກາວ ເກິບ | ຫ້ອງ VIP | |
41 | Phòng tiêu chuẩn | ຟ່ອງ ຕຽວ ຈວນ | ຫ້ອງມາດຕະຖານ | |
42 | Phòng trên tầng cao | ຟ່ອງ ເຈນ ເຕິ່ງ ກາວ | ຫ້ອງຢູ່ຊັ້ນສູງ | |
43 | Phòng giường đơn | ຟ່ອງເຢື່ອງ ເດີນ | ຫ້ອງຕຽງດ່ຽວ | Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
44 | Phòng 02 giường đơn | ຟ່ອງ ຮາຍ ເຢື່ອງ ເດີນ | ຫ້ອງຕຽງດ່ຽວ 02 ຕຽງ | |
45 | Phòng giường đôi | ຟ່ອງເຢື່ອງ ໂດຍ | ຫ້ອງຕຽງຄູ່ | |
46 | 02 phòng sát nhau | ຮາຍ ຟ່ອງ ສາດ ເຍົາ | 02 ຫ້ອງຕິດກັນ | |
47 | 02 phòng đối diện nhau | ຮາຍ ຟ່ອງ ໂດຍ ຢ້ຽນ ເຍົາ | 02 ຫ້ອງກົງກັນຂ້າມກັນ | D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
48 | Sảnh khách sạn | ແສັງ ແຂັກ ຊ້ານ | ຫ້ອງໂຖງໂຮງແຮມ | |
49 | Nhân viên lễ tân | ເຍິນ ວຽນ ເຫຼ ເຕິນ | ພະນັກງານຕ້ອນຮັບ | |
50 | Gọi quầy lễ tân | -ກ້ອຍ ເກວິ່ຍ ເຫຼ ເຕິນ | ຕິດຕໍ່ພະນັກງານຕ້ອນຮັບ | |
51 | Nhân viên vệ sinh phòng | ເຍິນ ວຽນ ເວະ ຊິງ ຟ່ອງ | ພະນັກງານທຳຄວາມສະອາດຫ້ອງ | |
52 | Nhân viên bảo vệ khách sạn | ເຍິນ ວຽນ ບາວ ເວະ ແຂັກ ຊ້ານ | ພະນັກງານຮັກສາຄວາມປອດໄພໂຮງແຮມ | |
53 | Dịch vụ giặt khô là hơi | ຢິກ ວຸ ຢັດ ໂຄ ລ່າ ເຮີຍ | ບໍລິການຊັກແຫ້ງ | Gi ແລະ D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
54 | Phục vụ bữa sáng | ຟຸກ ວຸ ເບືອ ສາງ | ບໍລິການອາຫານເຊົ້າ | |
55 | Phục vụ ăn cả ngày | ຟຸກ ວຸ ອັນ ກາ ໄງ່ | ບໍລິການອາຫານໝົດມື້ | |
56 | Wifi miễn phí | ໄວຟາຍ ໝຽນ ຝີ | ຟຣີໄວຟາຍ | |
57 | Có xe đưa đón | ກໍ ແຊ ເດືອ ດອນ | ມີລົດມາຮັບມາສົ່ງ | |
58 | Giờ mở cửa | ເຢີ່ ເໝີ ເກືອ | ໂມງເປິດປະຕູ | Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
59 | Giờ đóng cửa | ເຢີ່ ດອງ ເກືອ | ໂມງປິດປະຕູ | |
60 | Khởi hành chuyến đi | ເຂີຍ ແຮັ່ງ ຈວຽນ ດີ | ເລີ່ມອອກເດີນທາງ | |
61 | Hướng dẫn viên du lịch | ເຫືອງ ເຢິນ ວຽນ ຢູ ລິກ | ພະນັກງານນຳທ່ຽວ | D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
62 | Tắm biển | ຕຳ ບຽນ | ອາບນ້ຳທະເລ | |
63 | Leo núi | ແລວ ນຸຍ | ປີນພູ | |
64 | Dạo quanh thành phố | ຢ້າວ ແກວັງ ແທັ່ງ ໂຝ | ຍ່າງຊົມຕົວເມືອງ | D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
65 | Cắm trại | ກຳ ຈ້າຍ | ຕັ້ງຄ້າຍ | |
66 | Chèo thuyền | ແຈ່ວ ທວ່ຽນ | ພາຍເຮືອ | |
67 | Lướt ván | ເຫຼືອດ ວານ | ສະກີນ້ຳ | |
68 | Chơi bóng chuyền bãi biển | ເຈີຍ ບອງ ຈວ່ຽນ ບາຍ ບຽນ | ຕີບານຢູ່ແຄມທະເລ | |
69 | Chơi trượt nước | ເຈີຍ ເຈືອດ ເໜືອກ | ຫຼີ້ນສະໄລ້ເດີນ້ຳ | |
70 | Lặn biển | ລັ້ນ ບຽນ | ດຳນ້ຳທະເລ | |
71 | Tắm suối | ຕຳ ສວຍ | ອາບນ້ຳຫ້ວຍ | |
72 | Đi thuyền ra đảo | ດີ ທວ່ຽນ ຢາ ດາວ | ຂີ່ເຮືອອອກໄປເກາະ | |
73 | Ngắm cảnh | ຫງໍາ ແກັງ | ຊົມທິວທັດທຳມະຊາດ | |
74 | Mua quà lưu niệm | ມົວ ກົ່ວ ລຶວ ນ້ຽມ | ຊື້ຂອງເປັນທີ່ລະນຶກ | |
75 | Đi cáp treo | ດີ ກາບ ແຈວ | ຂີ່ກະເຊົ້າ | |
76 | Cưỡi ngựa | ເກືອຍ ເງື້ອ | ຂີ່ມ້າ | |
77 | Chụp ảnh | ຈູບ ແອັງ | ຖ່າຍຮູບ | |
78 | Gọi món ăn | -ກ້ອຍ ໝອນ ອັນ | ສັ່ງອາຫານ | |
79 | Trạm dừng chân | ຈ້າມ ຢຶ່ງ ເຈິນ | ສະຖານີຈອດ/ຢຸດ | D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
80 | Dừng xe lại để nghỉ ngơi | ຢຶ່ງ ແຊ ລ້າຍ ເດ ຫງີ ເງີຍ | ຈອດລົດເພື່ອພັກຜ່ອນ | |
81 | Thúc giục di chuyển nhanh hơn | ທຸກ ຢຸກ ຢີ ຈວຽນ ແຍັງ ເຮີນ | ເລັ່ງໃຫ້ອອກເດີນທາງໄວຂື້ນ | Gi ແລະ D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
82 | Lịch trình kín mít | ລິກ ຈິ່ງ ກິນ ມິດ | ຕາຕະລາງເຕັມ | |
83 | Giá dịch vụ đắt đỏ | ຢາ ຢິກ ວຸ ດັດ ດໍ | ຄ່າບໍລິການແພງຫຼາຍ | Gi ແລະ D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
84 | Giá cả phải chăng | ຢາ ກາ ຝາຍ ຈັງ | ລາຄາພໍດີງາມ | |
85 | Trả phòng | ຈາ ຟ່ອງ | ສົ່ງຫ້ອງຄືນ (Check out) | |
86 | Thanh toán tiền phòng | ແທັງ ຕວານ ຕ່ຽນ ຟ່ອງ | ຊຳລະເງິນຄ່າຫ້ອງ | |
87 | Chuyển khoản | ຈວຽນ ຂວານ | ໂອນເງິນ | |
88 | Tiền mặt | ຕ່ຽນ ມັດ | ເງິນສົດ | |
89 | Thẻ tín dụng | ແຖ ຕິນ ຢຸງ | ບັດເຄດິດ | |
90 | Thẻ giữ xe | ແຖ ຢື ແຊ | ບັດຈອດລົດ |
*ໝາຍເຫດ: ຄຳອ່ານ (ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100%
*ເບິ່ງເພີ່ມຕື່ມຄຳສັບກ່ຽວກັບການສັນຈອນໃນພາສາຫວຽດ>>>

5. ຕົວຢ່າງປະໂຫຍກທີ່ມັກພົບໃນເວລາໄປທ່ອງທ່ຽວເປັນພາສາຫວຽດ
ລ/ດ | ປະໂຫຍກ | ຄວາມໝາຍ | ໝາຍເຫດ |
---|---|---|---|
1 | Xin chào, tôi muốn đặt 01 phòng đôi. | ສະບາຍດີ, ຂ້ອຍຢາກຈອງຫ້ອງ ຫ້ອງຕຽງຄູ່ 1 ຫ້ອງ. | |
2 | Tuần tới, chúng ta sẽ đi du lịch Đà Nẵng 03 ngày 04 đêm | ອາທິດຈະມານີ້, ພວກເຮົາຈະໄປທ່ຽວ ດ່ານັງ 3 ມື້ 4 ຄືນ. | D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
3 | Khách sạn có bể bơi không? | ໂຮງແຮມມີສະລອຍນ້ຳບໍ? | |
4 | Từ đây đến chợ hải sản có xa không? | ແຕ່ນີ້ຫາຕະຫຼາດອາຫານທະເລໄກບໍ? | |
5 | Giá vé vào cửa tham quan là 50.000 đồng/người | ຄ່າປີ້ເຂົ້າສະຖານທີ່ 50.000ດົ່ງ/ຄົນ | Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
6 | 8:00 sẽ có xe taxi đến đón ở sảnh khách sạn. | 8:00 ຈະມີລົດມາຮັບຢູ່ຫ້ອງໂຖງໂຮງແຮມ. | |
7 | Mày đi du lịch chụp được nhiều ảnh đẹp thế! | ມືງໄປທ່ຽວນີ້ ຖ່າຍໄດ້ຮູບງາມຫຼາຍເນາະ! | |
8 | Anh đã đặt vé máy bay chưa? | ອ້າຍໄດ້ຈອງປີ້ຍົນແລ້ວບໍ? | |
9 | Tôi muốn thuê xe tự lái. | ຂ້ອຍຢາກເຊົ່າລົດມາຂັບເອງ. | |
10 | Tối nay, chúng ta sẽ đi dạo ở phố đi bộ. | ຄືນນີ້, ພວກເຮົາຈະໄປຍ່າງຫຼິ້ນຢູ່ຖະໜົນຄົນຍ່າງ. | |
11 | Làm ơn cho tôi hỏi đường đến bến xe/ga tàu/sân bay. | ຂ້ອຍຂໍຖາມທາງໄປຄິວລົດ/ສະຖານີລົດໄຟ/ ສະໜາມບິນແດ່. | |
12 | Nhà vệ sinh ở đâu vậy? | ຫ້ອງນໍ້າຢູ່ໃສນໍ? | |
13 | Xin hỏi, … đi đường nào ạ? | ຂໍຖາມ, … ໄປທາງໃດ? | |
14 | Tôi có thể bắt taxi ở đâu? | ຂ້ອຍສາມາດລັດແທັກຊີໄດ້ຢູ່ໃສ? | |
15 | Đi bộ đến đó mất bao lâu? | ຍ່າງໄປບ່ອນນັ້ນໃຊ້ເວລາດົນປານໃດ? | |
16 | Có tuyến xe buýt nào đi qua đây không? | ມີລົດເມສາຍໃດຜ່ານມາບ່ອນນີ້ບໍ? | |
17 | Bao nhiêu tiền một chuyến đi? | ໄປຖ້ຽວໜຶ່ງເທົ່າໃດ? | |
18 | Phòng có điều hòa không? | ຫ້ອງມີແອບໍ? | |
19 | Có Wi-Fi miễn phí không? | ມີ Wi-Fi ຟຣີບໍ? | |
20 | Mấy giờ trả phòng? | ຈັກໂມງ Check out | |
21 | Làm ơn dọn phòng giúp tôi. | ລົບກວນອານາໄມຫ້ອງໃຫ້ຂ້ອຍແດ່. | |
22 | Tôi muốn đổi phòng khác. | ຂ້ອຍຢາກປ່ຽນຫ້ອງອື່ນ. | |
23 | Cho tôi xem thực đơn. | ຂ້ອຍຂໍເບິ່ງເມນູແດ່. | |
24 | Món này có cay không? | ເມນູນີ້ເຜັດບໍ? | |
25 | Tôi bị dị ứng với hải sản. | ຂ້ອຍເປັນພູມແພ້ອາຫານທະເລ. | |
26 | Làm ơn tính tiền giúp tôi. | ລົບກວນໄລ່ເງິນໃຫ້ຂ້ອຍແດ່. | |
27 | Có món ăn chay không? | ມີເມນູອາຫານເຈບໍ? | |
28 | Tôi muốn gói món này mang về. | ຂ້ອຍຢາກຫໍ່ອາຫານນີ້ເມືອ. | |
29 | Cái này bao nhiêu tiền? | ອັນນີ້ລາຄາເທົ່າໃດ? | |
30 | Tôi chỉ xem thôi, cảm ơn nhé. | ຂ້ອຍເບິ່ງຊື່ໆ, ຂອບໃຈເດີ. | |
31 | Tôi muốn đổi/trả hàng. | ຂ້ອຍຢາກປ່ຽນ/ສົ່ງຫ້ອງ. | |
32 | Có thể trả bằng thẻ không? | ສາມາດຈ່າຍຜ່ານບັດໄດ້ບໍ? | |
33 | Cái này làm bằng gì vậy? | ອັນນີ້ເຮັດດ້ວຍຫຍັງ? | |
34 | Gọi cảnh sát/xe cứu thương giúp tôi! | ໂທເອີ້ນຕຳຫຼວດ/ລົດສຸກເສີນຊ່ວຍຂ້ອຍແດ່! | |
35 | Tôi không hiểu, bạn nói chậm hơn được không? | ຂ້ອຍບໍ່ເຂົ້າໃຈ, ເຈົ້າເວົ້າຊ້າໆແດ່ໄດ້ບໍ? | |
36 | Bạn có thể nói được tiếng Anh không? | ເຈົ້າສາມາດເວົ້າພາສາຫວຽດໄດ້ບໍ? | |
37 | Anh có số điện thoại của tài xế đến đón tôi không? | ອ້າຍມີເບີໂທລະສັບຂອງໂຊເຟີລົດທີ່ຈະມາຮັບຂ້ອຍບໍ? | |
38 | Đi bộ từ đây đến đó có xa không? | ຍ່າງແຕ່ນີ້ໄປຫາບ່ອນນັ້ນໄກບໍ? | |
39 | Ở đây có điểm xe buýt nào không? | ຢູ່ນີ້ມີບ່ອນລໍຖ້າລົດເມໃດບໍ? | |
40 | Tôi có thể đi bắt xe buýt ở đâu? | ຂ້ອຍສາມາດໄປລັດເມໄດ້ຢູ່ໃສ? | |
41 | Khách sạn này ở đâu? | ໂຮງແຮມນີ້ຢູ່ໃສ? | |
42 | Nhà hàng này ở đâu? | ຮ້ານອາຫານນີ້ຢູ່ໃສ? | |
43 | Gần đây có đại lí bán vé máy bay không? | ຢູ່ໃກ້ໆນີ້ມີຕົວແທນຂາຍປີ້ຍົນບໍ? |
ບົດສະຫຼຸບ: ບົດຮຽນຂ້າງເທິງນີ້ແມ່ນຄຳສັບກ່ຽວກັບການທ່ອງທ່ຽວໃນພາສາຫວຽດ. ໃນບົດນີ້ໄດ້ແນະນຳຄຳສັບກ່ຽວກັບເອກະສານທີ່ຈຳເປັນຕ້ອງມີເມື່ອໄປທ່ອງທ່ຽວ, ຄຳສັບກ່ຽວກັບປະເພດການທ່ອງທ່ຽວໃນພາສາຫວຽດ, ຄຳສັບກ່ຽວກັບສະຖານທີ່ທ່ອງທ່ຽວ ແລະ ບ່ອນພັກເຊົາ, ຄຳສັບກ່ຽວກັບການເຄື່ອນໄຫວໃນການທ່ອງທ່ຽວ ແລະ ປະໂຫຍກສົນທະນາກ່ຽວກັບການທ່ອງທ່ຽວໃນພາສາຫວຽດ. ພວກເຮົາຫວັງວ່າຄໍາສັບເຫຼົ່ານີ້ຈະຊ່ວຍໃຫ້ທ່ານຮຽນຮູ້ພາສາຫວຽດ ແລະ ກຳໄດ້ບາງສ່ວນເພື່ອເພີ່ມຄຳສັບໃນພາສາຫວຽດຂອງທ່ານຫຼາຍຂື້ນ. ຖ້າທ່ານເຫັນວ່າບົດຄວາມນີ້ເປັນປະໂຫຍດ, ທ່ານສາມາດແບ່ງປັນກັບໝູ່ເພື່ອນຂອງທ່ານມາຮຽນນຳພວກເຮົາໄດ້.
ຂໍຂອບໃຈ!