ເງິນຕາມີບົດບາດສຳຄັນທີ່ສຸດໃນການດຳລົງຊີວິດຂອງຄົນເຮົາ. ຄົນເຮົາບໍ່ສາມາດໃຊ້ຊີວິດໄດ້ຖ້າບໍ່ມີເງິນ. ເມື່ອເຈົ້າມາຫວຽດນາມບໍ່ວ່າຈະມາຮຽນຕໍ່ ຫຼື ມາທ່ອງທ່ຽວກໍ່ຕາມ, ເຈົ້າຈະຕ້ອງມີເງິນຕາຫວຽດ ຫຼື ເອີ້ນວ່າເງິນດົ່ງ. ຢູ່ຫວຽດບໍ່ຄືຢູ່ລາວທີ່ເຈົ້າຈະສາມາດໃຊ້ເງິນບາດ ຫຼື ເງິນດອນລ່າໄດ້, ຢູ່ຫວຽດນາມຈະໃຊ້ແຕ່ເງິນດົ່ງໄດ້ເທົ່ານັ້ນ. ຖ້າເຈົ້າມີເງິນກີບ, ເງິນບາດ ຫຼື ເງິນດອນລ່າ, ເຈົ້າຕ້ອງໄປທະນະຄານເພື່ອປ່ຽນເປັນເງິນດົ່ງ. ຍ້ອນແນວນັ້ນ, ມັນຈະຍາກຖ້າເຈົ້າບໍ່ຮູ້ຄຳສັບກ່ຽວກັບເງິນຕາ ແລະ ບັນດາການເຄື່ອນໄຫວຂອງເງິນໃນພາສາຫວຽດຕົວຢ່າງເຊັ່ນ: ການເປິດບັນຊີທະນະຄານ, ໂອນເງິນ, ຈ່າຍຄ່າຮຽນ, ຈ່າຍຄ່າຄອງຊີບ ແລະ ການເຄື່ອນໄຫວອື່ນໆ. ໃນບົດນີ້, ພວກເຮົາຈະໄດ້ຮຽນຮູ້ກ່ຽວກັບມູນຄ່າຂອງເງິນດົ່ງໃນປະຈຸບັນ, ບາງປະເພດເງິນຕາໃນໂລກ ແລະ ບັນດາການເຄື່ອນໄຫວທີ່ກ່ຽວກັບເງິນເປັນພາສາຫວຽດ.
- 1. ແນະນຳກ່ຽວກັບເງິນດົ່ງ ແລະ ບັນດາມູນຄ່າເງິນໃນປະຈຸບັນ
- 1.1 ເງິນໃບ 500.000 ດົ່ງ (ຫ້າແສນດົ່ງ)
- 1.2 ເງິນໃບ 200.000 ດົ່ງ (ສອງແສນດົ່ງ)
- 1.3 ເງິນໃບ 100.000 ດົ່ງ (ໜຶ່ງແສນດົ່ງ)
- 1.4 ເງິນໃບ 50.000 ດົ່ງ (ຫ້າສິບພັນດົ່ງ)
- 1.5 ເງິນໃບ 20.000 ດົ່ງ (ຊາວພັນດົ່ງ)
- 1.6 ເງິນໃບ 10.000 ດົ່ງ (ສິບພັນດົ່ງ)
- 1.7 ເງິນໃບ 5.000 ດົ່ງ (ຫ້າພັນດົ່ງ)
- 1.8 ເງິນໃບ 2.000 ດົ່ງ (ສອງພັນດົ່ງ)
- 1.9 ເງິນໃບ 1.000 ດົ່ງ (ໜຶ່ງພັນດົ່ງ)
- 1.10 ເງິນໃບ 500 ດົ່ງ (ຫ້າຮ້ອຍດົ່ງ)
- 2. ຊື່ຂອງບາງສະກຸນເງິນທີ່ນິຍົມໃຊ້ໃນໂລກເປັນພາສາຫວຽດ
- 3. ຄຳສັບກ່ຽວກັບບັນດາຮ່ວງເງິນເປັນພາສາຫວຽດ
- 4. ຄຳສັບກ່ຽວກັບຄ່າທຳນຽມ ແລະ ຄ່າບໍລິການເປັນພາສາຫວຽດ
- 5. ຄຳສັບກ່ຽວກັບການເຄື່ອນເໜັງຂອງເງິນເປັນພາສາຫວຽດ
- 6. ປະໂຫຍກສົນທະນາກ່ຽວກັບເງິນເປັນພາສາຫວຽດ
1. ແນະນຳກ່ຽວກັບເງິນດົ່ງ ແລະ ບັນດາມູນຄ່າເງິນໃນປະຈຸບັນ
ເງິນດົ່ງແມ່ນເງິນຕາທີ່ທະນາຄານແຫ່ງລັດຫວຽດນາມອອກໃຫ້ ແລະ ຖືກນຳໃຊ້ຊຳລະເງິນແບບບໍ່ມີກຳນົດຢູ່ໃນດິນແດນຂອງຫວຽດນາມ. ປັດຈຸບັນ, ປະເພດມູນຄ່າຂອງເງິນດົ່ງທີ່ນຳໃຊ້ຢູ່ຫວຽດນາມລວມມີ:
1.1 ເງິນໃບ 500.000 ດົ່ງ (ຫ້າແສນດົ່ງ)
ດ້ານໜ້າ: ມີຕົວໜັງສື “ສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ເຄື່ອງໝາຍກາຊາດ”
ຮູບປະທານໂຮ່ຈີມິນ – ມູນຄ່າ 500.000 ດົ່ງ, ດ້ວຍຕົວໜັງສື ແລະ ຕົວເລກ – ຕົບແຕ່ງຮູບດ້ວຍລວດລາຍຊົນເຜົ່າ ແລະ ລວດລາຍສີສັນທີ່ງາມທັນສະໄໝ.

ດ້ານຫຼັງ: ມີຕົວໜັງສື “ທະນາຄານແຫ່ງ ສສ ຫວຽດນາມ”
ມີຮູບພາບເຮືອນຂອງປະທານໂຮ່ຈີມິນ ຢູ່ ກິມລຽນ (Kim Liên)- ມູນຄ່າ 500.000 ດົ່ງ, ດ້ວຍຕົວໜັງສື ແລະ ຕົວເລກ – ການຕົບແຕ່ງຮູບດ້ວຍລວດລາຍຊົນເຜົ່າ ແລະ ລວດລາຍສີສັນທີ່ງາມທັນສະໄໝ.

1.2 ເງິນໃບ 200.000 ດົ່ງ (ສອງແສນດົ່ງ)
ດ້ານໜ້າ: ມີຕົວໜັງສື “ສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ເຄື່ອງໝາຍກາຊາດ”
ມີຮູບປະທານໂຮ່ຈີມິນ – ມູນຄ່າ 200.000 ດົ່ງ, ດ້ວຍຕົວໜັງສື ແລະ ຕົວເລກ – ການຕົບແຕ່ງຮູບດ້ວຍລວດລາຍຊົນເຜົ່າ ແລະ ລວດລາຍສີສັນທີ່ງາມທັນສະໄໝ.

ດ້ານຫຼັງ: ມີຕົວໜັງສື “ທະນາຄານແຫ່ງ ສສ ຫວຽດນາມ”
ມີຮູບພາບກ້ອນຫີນຄູ່ຕັ້ງຢູ່ອ່າວຮ່າລອງ (vịnh Hạ Long) – ມູນຄ່າ 200.000 ດົ່ງ, ດ້ວຍຕົວໜັງສື ແລະ ຕົວເລກ – ການຕົບແຕ່ງຮູບດ້ວຍລວດລາຍຊົນເຜົ່າ ແລະ ລວດລາຍສີສັນທີ່ງາມທັນສະໄໝ.

1.3 ເງິນໃບ 100.000 ດົ່ງ (ໜຶ່ງແສນດົ່ງ)
ດ້ານໜ້າ: ຕົວໜັງສື “ສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ເຄື່ອງໝາຍກາຊາດ”
ມີຮູບປະທານໂຮ່ຈີມິນ – ມູນຄ່າ 100.000 ດົ່ງ, ດ້ວຍຕົວໜັງສື ແລະ ຕົວເລກ – ການຕົບແຕ່ງຮູບດ້ວຍລວດລາຍຊົນເຜົ່າ ແລະ ລວດລາຍສີສັນທີ່ງາມທັນສະໄໝ.

ດ້ານຫຼັງ: ມີຕົວໜັງສື “ທະນາຕານແຫ່ງ ສສ ຫວຽດນາມ”
ມີຮູບພາບສະຖານທີ່ບູຊາຂົງຈື້ (Văn Miếu) – ກວັກ ຕື ຢາມ (Quốc Tử giám) – ມູນຄ່າ 100.000 ດົ່ງ, ດ້ວຍຕົວໜັງສື ແລະ ຕົວເລກ – ການຕົບແຕ່ງຮູບດ້ວຍລວດລາຍຊົນເຜົ່າ ແລະ ລວດລາຍສີສັນທີ່ງາມທັນສະໄໝ.

1.4 ເງິນໃບ 50.000 ດົ່ງ (ຫ້າສິບພັນດົ່ງ)
ດ້ານໜ້າ: ມີຕົວໜັງສື “ສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ເຄື່ອງໝາຍກາຊາດ”
ມີຮູບປະທານໂຮ່ຈີມິນ – ມູນຄ່າ 50.000 ດົ່ງ, ດ້ວຍຕົວໜັງສື ແລະ ຕົວເລກ – ການຕົບແຕ່ງຮູບດ້ວຍລວດລາຍຊົນເຜົ່າ ແລະ ລວດລາຍສີສັນທີ່ງາມທັນສະໄໝ.

ດ້ານຫຼັງ: ມີຕົວໜັງສື “ທະນາຄານແຫ່ງ ສສ ຫວຽດນາມ”
ມີຮູບພາບເມືອງເຫວ້ (Huế) – ມູນຄ່າ 50.000 ດົ່ງ, ດ້ວຍຕົວໜັງສື ແລະ ຕົວເລກ – ການຕົບແຕ່ງຮູບດ້ວຍລວດລາຍຊົນເຜົ່າ ແລະ ລວດລາຍສີສັນທີ່ງາມທັນສະໄໝ.

1.5 ເງິນໃບ 20.000 ດົ່ງ (ຊາວພັນດົ່ງ)
ດ້ານໜ້າ: ມີຕົວໜັງສື “ສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ເຄື່ອງໝາຍກາຊາດ”
ມີຮູບປະທານໂຮ່ຈີມິນ – ມູນຄ່າ 20.000 ດົ່ງ, ດ້ວຍຕົວໜັງສື ແລະ ຕົວເລກ – ການຕົບແຕ່ງຮູບດ້ວຍລວດລາຍຊົນເຜົ່າ ແລະ ລວດລາຍສີສັນທີ່ງາມທັນສະໄໝ.

ດ້ານຫຼັງ: ມີຕົວໜັງສື “ທະນາຄານແຫ່ງ ສສ ຫວຽດນາມ”
ມີຮູບທັດສະນີຍະພາບວັດຂົວຍີ່ປຸ່ນຢູ່ໂຮ້ຍອານ (Hội An), ກວາງນາມ (Quảng Nam) – ມູນຄ່າ 20.000 ດົ່ງ, ດ້ວຍຕົວໜັງສື ແລະ ຕົວເລກ – ການຕົບແຕ່ງຮູບດ້ວຍລວດລາຍຊົນເຜົ່າ ແລະ ລວດລາຍສີສັນທີ່ງາມທັນສະໄໝ.

1.6 ເງິນໃບ 10.000 ດົ່ງ (ສິບພັນດົ່ງ)
ດ້ານໜ້າ: ມີຕົວໜັງສື “ສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ເຄື່ອງໝາຍກາຊາດ”
ມີຮູບປະທານໂຮ່ຈີມິນ – ມູນຄ່າ 10.000 ດົ່ງ, ດ້ວຍຕົວໜັງສື ແລະ ຕົວເລກ – ການຕົບແຕ່ງຮູບດ້ວຍລວດລາຍຊົນເຜົ່າ ແລະ ລວດລາຍສີສັນທີ່ງາມທັນສະໄໝ.

ດ້ານຫຼັງ: ມີຕົວໜັງສື “ທະນາຄານແຫ່ງ ສສ ຫວຽດນາມ”
ມີຮູບພາບສະຖານທີ່ຂຸດຄົ້ນນ້ຳມັນ ແລະ ອາຍແກັສ – ມູນຄ່າ 10.000 ດົ່ງ, ດ້ວຍຕົວໜັງສື ແລະ ຕົວເລກ – ການຕົບແຕ່ງຮູບດ້ວຍລວດລາຍຊົນເຜົ່າ ແລະ ລວດລາຍສີສັນທີ່ງາມທັນສະໄໝ.

1.7 ເງິນໃບ 5.000 ດົ່ງ (ຫ້າພັນດົ່ງ)
ດ້ານໜ້າ: ມີຕົວໜັງສື “ສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ເຄື່ອງໝາຍກາຊາດ”
ມີຮູບປະທານໂຮ່ຈີມິນ – ມູນຄ່າ 5.000 ດົ່ງ, ດ້ວຍຕົວໜັງສື ແລະ ຕົວເລກ – ການຕົບແຕ່ງຮູບດ້ວຍລວດລາຍຊົນເຜົ່າ ແລະ ລວດລາຍສີສັນທີ່ງາມທັນສະໄໝ.

ດ້ານຫຼັງ: ມີຕົວໜັງສື “ທະນາຄານແຫ່ງ ສສ ຫວຽດນາມ”
ມີຮູບພາບທັດສະນີຍະພາບເຂື່ອນໄຟຟ້າ ຈິ້ອານ (Thuỷ điện Trị An) – ມູນຄ່າ 5.000 ດົ່ງ, ດ້ວຍຕົວໜັງສື ແລະ ຕົວເລກ – ການຕົບແຕ່ງຮູບດ້ວຍລວດລາຍຊົນເຜົ່າ ແລະ ລວດລາຍສີສັນທີ່ງາມທັນສະໄໝ.

1.8 ເງິນໃບ 2.000 ດົ່ງ (ສອງພັນດົ່ງ)
ດ້ານໜ້າ: ມີຕົວໜັງສື “ສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ເຄື່ອງໝາຍກາຊາດ”
ມີຮູບປະທານໂຮ່ຈີມິນ – ມູນຄ່າ 2.000 ດົ່ງ, ດ້ວຍຕົວໜັງສື ແລະ ຕົວເລກ – ການຕົບແຕ່ງຮູບດ້ວຍລວດລາຍຊົນເຜົ່າ ແລະ ລວດລາຍສີສັນທີ່ງາມທັນສະໄໝ.

ດ້ານຫຼັງ: ມີຕົວໜັງສື “ທະນາຄານແຫ່ງ ສສ ຫວຽດນາມ”
ມີຮູບພາບໂຮງງານຕັດຫຍິບ – ມູນຄ່າ 2.000 ດົ່ງ, ດ້ວຍຕົວໜັງສື ແລະ ຕົວເລກ – ການຕົບແຕ່ງຮູບດ້ວຍລວດລາຍຊົນເຜົ່າ ແລະ ລວດລາຍສີສັນທີ່ງາມທັນສະໄໝ.

1.9 ເງິນໃບ 1.000 ດົ່ງ (ໜຶ່ງພັນດົ່ງ)
ດ້ານໜ້າ: ມີຕົວໜັງສື “ສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ເຄື່ອງໝາຍກາຊາດ”
ມີຮູບປະທານໂຮ່ຈີມິນ – ມູນຄ່າ 1.000 ດົ່ງ, ດ້ວຍຕົວໜັງສື ແລະ ຕົວເລກ – ການຕົບແຕ່ງຮູບດ້ວຍລວດລາຍຊົນເຜົ່າ ແລະ ລວດລາຍສີສັນທີ່ງາມທັນສະໄໝ.

ດ້ານຫຼັງ: ມີຕົວໜັງສື “ທະນາຄານແຫ່ງ ສສ ຫວຽດນາມ”
ມີຮູບພາບຂຸດຄົ້ນໄມ້ – ມູນຄ່າ 1.000 ດົ່ງ, ດ້ວຍຕົວໜັງສື ແລະ ຕົວເລກ – ການຕົບແຕ່ງຮູບດ້ວຍລວດລາຍຊົນເຜົ່າ ແລະ ລວດລາຍສີສັນທີ່ງາມທັນສະໄໝ.

1.10 ເງິນໃບ 500 ດົ່ງ (ຫ້າຮ້ອຍດົ່ງ)
ດ້ານໜ້າ: ມີຕົວໜັງສື “ສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ເຄື່ອງໝາຍແຫ່ງຊາດ”
ມີຮູບປະທານໂຮ່ຈີມິນ – ມູນຄ່າ 500 ດົ່ງ, ດ້ວຍຕົວໜັງສື ແລະ ຕົວເລກ – ການຕົບແຕ່ງຮູບດ້ວຍລວດລາຍຊົນເຜົ່າ ແລະ ລວດລາຍສີສັນທີ່ງາມທັນສະໄໝ.

ດ້ານຫຼັງ: ມີຕົວໜັງສື “ທະນາຄານແຫ່ງ ສສ ຫວຽດນາມ “
ມີຮູບພາບທ່າກຳປັ່ນຫາຍຟ່ອງ (cảng Hải Phòng) – ມູນຄ່າ 500 ດົ່ງ, ດ້ວຍຕົວໜັງສື ແລະ ຕົວເລກ – ການຕົບແຕ່ງຮູບດ້ວຍລວດລາຍຊົນເຜົ່າ ແລະ ລວດລາຍສີສັນທີ່ງາມທັນສະໄໝ.

2. ຊື່ຂອງບາງສະກຸນເງິນທີ່ນິຍົມໃຊ້ໃນໂລກເປັນພາສາຫວຽດ
ລ/ດ | ຄຳສັບ | ຄຳທັບສັບ | ຄວາມໝາຍ | ໝາຍເຫດ |
---|---|---|---|---|
1 | Kíp | ກິບ | ກີບ (ເງິນລາວ) | |
2 | Đồng | ດົ່ງ | ດົ່ງ (ເງິນຫວຽດນາມ) | |
3 | Đô la | ໂດ ລາ | ໂດລາ (ເງິນສະຫະລັດອາເມລິກາ) | |
4 | Yên | ເຢນ | ເຢັນ (ເງິນຍີ່ປຸ່ນ) | |
5 | Nhân dân tệ | ເຍິນ ເຢິນ ເຕະ | ຢວນ (ເງິນຈີນ) | |
6 | Bảng | ບາງ | ປອນ (ເງິນອັງກິດ) | |
7 | Euro | ເອີໂຣ | ເອີໂຣ (ເງິນເອີໂຣ) | |
8 | Đô la | ໂດ ລາ | ໂດລາ (ເງິນອົດສະຕາລີ) | |
9 | Đô la | ໂດ ລາ | ໂດລາ (ເງິນການາດາ) | |
10 | Đô la | ໂດ ລາ | ໂດລາ (ເງິນນິວຊີແລນ) | |
11 | Đô la | ໂດ ລາ | ໂດລາ (ເງິນຮົງກົງ) | |
12 | Franc | ຟັງ | ຟຣັ່ງ (ເງິນສະວິດ) | |
13 | Bạt | ບາດ | ບາດ (ເງິນໄທ) |
ໝາຍເຫດ: ຄຳອ່ານ (ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100%
*ເບິ່ງເພີ່ມຕື່ມຄຳສັບກ່ຽວກັບການຊື້ເຄື່ອງຊື້ຂອງໃນພາສາຫວຽດ>>>

3. ຄຳສັບກ່ຽວກັບບັນດາຮ່ວງເງິນເປັນພາສາຫວຽດ
ລ/ດ | ຄຳສັບ | ຄຳທັບສັບ | ຄວາມໝາຍ | ໝາຍເຫດ |
---|---|---|---|---|
1 | Tiền mặt | ຕ່ຽນ ມັດ | ເງິນສົດ | |
2 | Tiền lẻ | ຕ່ຽນ ແຫຼ | ເງິນນ້ອຍ (ເງິນໃບນ້ອຍ) | |
3 | Tiền giấy | ຕ່ຽນ ເຢີຍ | ເງິນເຈ້ຍ | Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
4 | Tiền giả | ຕ່ຽນ ຢາ | ເງິນປອມ | Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
5 | Tiền thật | ຕ່ຽນ ເທິດ | ເງິນແທ້ | |
6 | Tiền xu | ຕ່ຽນ ຊູ | ຫຼຽນ | |
7 | Tiền lãi | ຕ່ຽນ ຫຼາຍ | ເງິນດອກເບ້ຍ | |
8 | Tiền đầu tư | ຕ່ຽນ ເດົ່າ ຕື | ເງິນລົງທຶນ | |
9 | Tiền ảo | ຕ່ຽນ ອາວ | ເງິນບິກຄ໋ອຍ | |
10 | Quỹ đen | ກຸຍ ແດນ | ບັນຊີລັບ | |
11 | Tiền vay | ຕ່ຽນ ໄວ | ເງິນກູ້ | |
12 | Tiền vốn | ຕ່ຽນ ໂຫວນ | ເງິນທຶນ | |
13 | Tiền gửi ngân hàng | ຕ່ຽນ -ກືຍ ເງິນ ຮ່າງ | ເງິນຝາກທະນາຄານ | |
14 | Tiền tiết kiệm | ຕ່ຽນ ກ້ຽມ | ເງິນປະຢັດ | |
15 | Tiền lương | ຕ່ຽນ ເລືອງ | ເງິນເດືອນ | |
16 | Tiền thu nhập | ຕ່ຽນ ທູ ເຍິບ | ເງິນລາຍຮັບ | |
17 | Tiền thưởng | ຕ່ຽນ ເຖືອງ | ເງິນລາງວັນ | |
18 | Tiền làm thêm giờ | ຕ່ຽນ ລ່າມ ເທມ ເຢີ່ | ເງິນລ່ວງເວລາ | Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
19 | Tiền trợ cấp | ຕ່ຽນ ເຈິ ເກິບ | ເງິນອຸດໜູນ | |
20 | Tiền ủng hộ | ຕ່ຽນ ອຸງ ໂຮະ | ເງິນຊ່ວຍເຫຼືອ | |
21 | Tiền bố thí | ຕ່ຽນ ໂບ ຖີ | ເງິນບໍລິຈາກ | |
22 | Tiền trả nợ | ຕ່ຽນ ຈາ ເນີ | ເງິນໃຊ້ໜີ້ | |
23 | Tiền đặt cọc | ຕ່ຽນ ດັດ ກອກ | ເງິນມັດຈຳ | |
24 | Tiền trả góp | ຕ່ຽນ ຈາ ກອບ | ຈ່າຍຜ່ອນ (ເງິນ) | |
25 | Tiền thừa | ຕ່ຽນ ເທື່ອ | ເງິນເຫຼືອ | |
26 | Tiền trả một lần | ຕ່ຽນ ຈາ ໂມດ ເລິ່ນ | ຈ່າຍສົດ(ຈ່າຍເທື່ອດຽວ) | |
27 | Tiền tiêu dùng | ຕ່ຽນ ຕຽວ ຢຸ່ງ | ເງິນໃຊ້ຈ່າຍ | D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
28 | Tiền mừng đám cưới | ຕ່ຽນ ມຶ່ງ ດາມ ເກືອຍ | ເງິນໃສ່ຊ່ອງ (ໃນງານແຕ່ງ) | |
29 | Tiền thách cưới | ຕ່ຽນ ແຖັກ ເກືອຍ | ເງິນສິນສອດ | |
30 | Tiền mừng tuổi | ຕ່ຽນ ມຶ່ງ ຕວຍ | ເງິນປີໃຫມ່ (ເງິນລີ່ຊີ່/ອັງເປົາ) | |
31 | Tiền phúng | ຕ່ຽນ ຝຸງ | ເງິນກິນທານ | |
32 | Tiền mừng tân gia | ຕ່ຽນ ມຶ່ງ ເຕິນ ຢາ | ເງິນໃສ່ຊ່ອງ (ໃນງານຂື້ນເຮືອນໃຫມ່) | Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
33 | Tiền phạt | ຕ່ຽນ ຟາດ | ເງິນປັບໃໝ | |
34 | Tiền điện | ຕ່ຽນ ດ້ຽນ | ເງິນຄ່າໄຟ | |
35 | Tiền nước | ຕ່ຽນ ເໜຶອກ | ເງິນຄ່ານ້ຳ | |
36 | Tiền mạng | ຕ່ຽນ ໝ້າງ | ເງິນຄ່າອິນເຕີເນັດ | |
37 | Tiền cổ tức | ຕ່ຽນ ໂກ ຕຶກ | ເງິນຫຸ້ນ | |
38 | Tiền hoa hồng | ຕ່ຽນ ຮວາ ຮົ່ງ | ເງິນເປີເຊັນ | |
39 | Tiền bo | ຕ່ຽນ ບໍ | ເງິນທິບ | |
40 | Tiền sửa xe | ຕ່ຽນ ເສືອ ແຊ | ເງິນລ້າງລົດ | |
41 | Tiền xăng | ຕ່ຽນ ຊັງ | ເງິນຄ່ານ້ຳມັນ | |
42 | Tiền mua sắm | ຕ່ຽນ ມົວ ສຳ | ເງິນຊື້ເຄື່ອງ | |
43 | Tiền du lịch | ຕ່ຽນ ຢູ ລິກ | ເງິນທ່ອງທ່ຽວ | D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
44 | Tiền đầu tư | ຕ່ຽນ ເດົ່າ ຕື | ເງິນລົງທຶນ | |
45 | Tiền tiết kiệm | ຕ່ຽນ ຕຽດ ກ້ຽມ | ເງິນປະຍັດ | |
46 | Tiền bảo hiểm | ຕ່ຽນ ບາວ ຫຽມ | ເງິນປະກັນໄພ | |
47 | (Tiền) học bổng | (ຕ່ຽນ) ຮອກ ບົງ | ເງິນເບ້ຍລ້ຽງ | |
48 | Tiền thuê nhà | ຕ່ຽນ ເທ ຍ່າ | ຄ່າເຊົ່າເຮືອນ | ສະຫຼະ uê ບໍ່ມີໃນພາສາລາວ |
49 | Tiền thuê cửa hàng | ຕ່ຽນ ເທ ເກືອ ຮ່າງ | ຄ່າເຊົ່າຮ້ານ | |
50 | Tiền bồi thường | ຕ່ຽນ ໂບ່ຍ ເທື່ອງ | ເງິນທົດແທນ/ຊົດເຊີຍ |
ໝາຍເຫດ: ຄຳອ່ານ (ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100%
*ເບິ່ງບົດຮຽນກ່ຽວກັບການຊື້ຂາຍ ແລະຕໍ່ລາຄາໃນເວລາຊື້ເຄື່ອງຊຶ້ຂອງ>>>

4. ຄຳສັບກ່ຽວກັບຄ່າທຳນຽມ ແລະ ຄ່າບໍລິການເປັນພາສາຫວຽດ
ລ/ດ | ຄຳສັບ | ຄຳທັບສັບ | ຄວາມໝາຍ | ໝາຍເຫດ |
---|---|---|---|---|
1 | Lệ phí | ເລະ ຝີ | ຄ່າທຳນຽມ | |
2 | Phí dịch vụ | ຝີ ຢິກ ວຸ | ຄ່າບໍລິການ | D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
3 | Tiền viện phí | ຕ່ຽນ ວ້ຽນ ຝີ | ເງິນຄ່າທຳນຽມໂຮງໝໍ | |
4 | Tiền vé gửi xe | ຕ່ຽນ ແຫວ ກຶຍ ແຊ | ເງິນຄ່າປີ້ຝາກລົດ | |
5 | Tiền vé tàu | ຕ່ຽນ ແຫວ ເຕົ່າ | ເງິນຄ່າປີ້ລົດໄຟ | |
6 | Tiền vé máy bay | ຕ່ຽນ ແຫວ ໄໝ ໄບ | ເງິນຄ່າປີ້ຍົນ | |
7 | Tiền vé xem phim | ຕ່ຽນ ແຫວ ແຊມ ຟິມ | ເງິນຄ່າປີ້ເບິ່ງໜັງ | |
8 | Tiền học phí | ຕ່ຽນ ຮອກ ຝີ | ເງິນຄ່າຮຽນ | |
9 | Tiền thuế | ຕ່ຽນ ເຖ | ເງິນອາກອນ/ພາສີ | |
10 | Tiền phạt | ຕ່ຽນ ຟາດ | ເງິນຄ່າປັບໃໝ | |
11 | Sinh hoạt phí | ຊິງ ຮວາດ ຝີ | ຄ່າຄອງຊີບ | |
12 | Phí giao dịch | ຝີ ຢາວ ຢິກ | ຄ່າທຳນຽມ | Gi, D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
13 | Phí rút tiền | ຝີ ຢຸດ ຕ່ຽນ | ຄ່າທຳນຽມກົດເງິນ | |
14 | Phí thường niên | ຝີ ເທື່ອງ ນຽນ | ຄ່າທຳນຽມປະຈຳປີ | |
15 | Phí cầu đường | ຝີ ເກົ່າ ເດື່ອງ | ຄ່າທາງດ່ວນ |
ໝາຍເຫດ: ຄຳອ່ານ (ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100%
5. ຄຳສັບກ່ຽວກັບການເຄື່ອນເໜັງຂອງເງິນເປັນພາສາຫວຽດ
ລ/ດ | ຄຳສັບ | ຄຳທັບສັບ | ຄວາມໝາຍ | ໝາຍເຫດ |
---|---|---|---|---|
1 | Chia tiền | ເຈຍ ຕ່ຽນ | ປັນເງິນ, ແບ່ງເງິນ | |
2 | Gửi tiền | ກຶຍ ຕ່ຽນ | ຝາກເງິນ | |
3 | Rút tiền | ຢຸດ ຕ່ຽນ | ຖອນເງິນ | |
4 | Rửa tiền | ເຢືອ ຕ່ຽນ | ຟອກເງິນ | |
5 | Chuyển tiền | ຈວຽນ ຕ່ຽນ | ໂອນເງິນ | |
6 | Kiếm tiền | ກຽມ ຕ່ຽນ | ຫາເງິນ | |
7 | Nhặt được tiền rơi | ຍັດ ເດືອກ ຕ່ຽນ ເຢີຍ | ເກັບເງິນເຮ່ຍໄດ້ | |
8 | Không nhận tiền | ຄົງ ເຍິ້ນ ຕ່ຽນ | ບໍ່ຍອມຮັບເງິນ | |
9 | Tiết kiệm tiền | ຕຽດ ກຽມ ຕ່ຽນ | ປະຢັດເງິນ | |
10 | Tích góp tiền | ຕິກ ກອບ ຕ່ຽນ | ທ້ອນເງິນ | |
11 | Đổi tiền | ໂດຍ ຕ່ຽນ | ປ່ຽນເງິນ | |
12 | Nạp tiền | ນາບ ຕ່ຽນ | ຕຶ່ມເງິນ | |
13 | Ủng hộ tiền | ອຸງ ໂຮະ ຕ່ຽນ | ສະໜັບສະໜູນເງິນ | |
14 | Thu tiền | ທູ ຕ່ຽນ | ເກັບເງິນ | |
15 | Chi tiền | ຈີ ຕ່ຽນ | ຈ່າຍເງິນ | |
16 | Gom tiền | -ກອມ ຕ່ຽນ | ໂຮມເງິນ | |
17 | Thiếu tiền | ຖຽວ ຕ່ຽນ | ເງິນບໍ່ຄົບ, ເງິນບໍ່ພໍ | |
18 | Thối lại tiền | ໂຖຍ ຫຼ້າຍ ຕ່ຽນ | ທອນເງິນ | |
19 | Cất giấu tiền | ເກິດ ເຢົາ ຕ່ຽນ | ເຊື່ອງເງິນໄວ້ | Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
20 | Thanh toán tiền | ແທັງ ຕວານ ຕ່ຽນ | ຊຳລະເງິນ | |
21 | Gửi tiền ngân hàng | ກຶຍ ຕ່ຽນ ເງິນ ຮ່າງ | ຝາກເງິນຢູ່ທະນາຄານ | |
22 | Trộm tiền | ໂຈ້ມ ຕ່ຽນ | ລັກເງິນ | |
23 | Vay tiền | ໄວ ຕ່ຽນ | ກູ້ເງິນ |
ໝາຍເຫດ: ຄຳອ່ານ (ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100%

6. ປະໂຫຍກສົນທະນາກ່ຽວກັບເງິນເປັນພາສາຫວຽດ
ລ/ດ | ປະໂຫຍກ | ຄວາມໝາຍ | ໝາຍເຫດ |
---|---|---|---|
1 | Kiếm tiền rất khó. | ຫາເງິນຍາກຫຼາຍ | |
2 | Bạn có tiền không cho tôi vay 1 triệu? Ngày kia tôi trả. | ເຈົ້າມີເງິນບໍໃຫ້ຂ້ອຍຢືມຈັກ 1 ລ້ານ? ມື້ຮື, ຂ້ອຍຈະໃຊ້ຄືນ. | |
3 | Tôi còn mỗi 200 nghìn thôi. | ຂ້ອຍເຫຼືອແຕ່ 200.000 ເທົ່ານັ້ນ. | |
4 | Tháng này không có đủ tiền để trả tiền phòng trọ rồi! | ເດືອນນີ້ບໍ່ມີເງິນພໍຈ່າຍຄ່າຫ້ອງເຊົ່າແລ້ວ! | |
5 | Tiền này là tiền để tôi gửi về cho bố mẹ ở quê. | ເງິນນີ້ແມ່ນເງິນທີ່ຂ້ອຍສົ່ງໄປໃຫ້ກັບພໍ່ແມ່ຢູ່ບ້ານ. | |
6 | Tôi đang cố gắng tích góp tiền mua xe máy để đi làm. | ຂ້ອຍກຳລັງເກັບເງິນຊື້ລົດຈັກເພື່ອຂີ່ໄປເຮັດວຽກ. | |
7 | Bác tôi chưa có đủ tiền để xây nhà mới. | ລຸງຂ້ອຍຍັງບໍ່ມີເງິນພໍທີ່ຈະປຸກເຮືອນໃໝ່. | |
8 | Đã không có tiền rồi mà cứ tiêu xài hoang phí. | ບໍ່ມີເງິນແລ້ວແຕ່ກໍຍັງໃຊ້ຈ່າຍຟຸມເຟືອຍຢູ່. | |
9 | Tiền đâu mà lấy vợ! | ຊິເອົາເງິນແຕ່ໃສມາແຕ່ງເມຍ! | |
10 | Sinh viên nghèo, làm gì có tiền đâu. | ນັກສຶກສາທຸກຍາກ, ບໍ່ມີເງິນດອກ. |
ບົດສະຫຼຸບ: ບົດຂ້າງເທິງນີ້ແມ່ນຄຳສັບກ່ຽວກັບເງິນຕາຕ່າງປະເທດ ແລະ ບັນດາການເຄື່ອນໄຫວຂອງເງິນໃນພາສາຫວຽດ. ໃນບົດນີ້ໄດ້ແນະນຳກ່ຽວກັບເງິນດົ່ງ ແລະ ບັນດາມູນຄ່າເງິນຕາໃນປະຈຸບັນ, ຊື່ຂອງບາງສະກຸນເງິນທີ່ນິຍົມໃນໂລກເປັນພາສາຫວຽດ, ຄຳສັບກ່ຽວກັບບັນດາຮ່ວງເງິນໃນພາສາຫວຽດ, ຄຳສັບກ່ຽວກັບຄ່າທຳນຽມ ແລະ ຄ່າບໍລິການເປັນພາສາຫວຽດ, ຄຳສັບກ່ຽວກັບການເຄື່ອນໄຫວຂອງເງິນໃນພາສາຫວຽດ ແລະ ປະໂຫຍກສົນທະນາກ່ຽວກັບເງິນໃນພາສາຫວຽດ. ພວກເຮົາຫວັງວ່າຄໍາສັບເຫຼົ່ານີ້ຈະຊ່ວຍໃຫ້ທ່ານຮຽນຮູ້ພາສາຫວຽດໄດ້ດີກວ່າ. ຖ້າທ່ານເຫັນວ່າບົດຄວາມນີ້ເປັນປະໂຫຍດ, ທ່ານສາມາດແບ່ງປັນກັບໝູ່ເພື່ອນຂອງທ່ານມາຮຽນນຳພວກເຮົາໄດ້.
ຂໍຂອບໃຈ!