ຄຳສັບກ່ຽວກັບເວລາໃນພາສາຫວຽດ

ເວລາເປັນສິ່ງໜຶ່ງທີ່ມີຄ່າທີ່ສຸດໃນຊີວິດຂອງຄົນເຮົາ, ພວກເຮົາມີເວລາ 24 ຊົ່ວໂມງຕໍ່ມື້ເທົ່າກັນ, ແຕ່ລະຄົນໃຊ້ເວລາແຕກຕ່າງກັນ, ບາງຄົນໃຊ້ເວລາໃນການຮຽນຮູ້, ເຮັດວຽກ ແລະ ພັດທະນາຕົນເອງ. ເວລາບໍ່ສາມາດຊື້ໄດ້ດ້ວຍເງິນ ແລະ ບໍ່ສາມາດກັບຄືນມາໄດ້. ສະນັ້ນ, ຈົ່ງໃຫ້ຄວາມສຳຄັນກັບເວລາທຸກໆນາທີ, ຢ່າເສຍເວລາກັບສິ່ງທີ່ບໍ່ມີປະໂຫຍດ, ຈົ່ງໃຊ້ເວລາຢູ່ກັບຄອບຄົວ, ໝູ່ເພື່ອນ ແລະ ເຮັດສິ່ງທີ່ມີຄວາມໝາຍໃນຊີວິດ. ພວກເຮົາຄວນຮຽນຮູ້ວິທີຈັດການເວລາ, ກຳນົດເປົ້າໝາຍປະຈໍາວັນ ແລະ ພະຍາຍາມບັນລຸມັນໃຫ້ໄດ້. ເວລາເປັນຊັບສິນທີ່ບໍ່ມີຕົວຕົນ ແຕ່ມີຄ່າທີ່ບໍ່ມີຂອບເຂດ. ໃນບົດຮຽນບົດນີ້, ຈະແນະນຳກ່ຽວກັບຄຳສັບເວລາໃນພາສາຫວຽດ.

ເວລາໄດ້ແບ່ງເປັນຫົວໜ່ວຍຕ່າງໆດັ່ງນີ້:

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1 GiâyເຢິຍວິນາທີGi ອອກສຽງເປັນໂຕ ໄດ້ຖ້າທຽບໃສ່ສຳນຽງພາກໃຕ້
2Phútຝຸດນາທີ
3Giờເຢີຊົ່ວໂມງ, ໂມງ
4Giờ buổi sángເຢີ່ ບັວຍ ສາງເວລາຕອນເຊົ້າ
5Giờ buổi tốiເຢີ່ ບັວຍ ໂຕ່ຍເວລາຕອນຄ່ຳ
6Ngàyໄງ່ມື້
7Tuầnຕ່ວນອາທິດ
8 Thángຖາງເດືອນ
9Nămນຳປີ
10Thập kỷເທິບ ກີທົດສະວັດ
11Thế kỷເຖ ກີສະຕະວັດ
12Thiên niên kỷທຽນ ນຽນ ກີສະຫັດສະຫວັດ
13Hàng ngày ຮ່າງ ໄງ່ທຸກມື້/ແຕ່ລະມື້
14Hai tuầnຮາຍ ຕ່ວນສອງອາທິດ
15Hai tuần một lầnຮາຍ ຕ່ວນ ໂມດ ເລິ່ນສອງອາທິດເທື່ອໜຶ່ງ
16Hàng thángຮ່າງ ຖາງທຸກໆເດືອນ/ແຕ່ລະເດືອນ
17 Hàng quýຮ່າງ ກຸຍທຸກໄຕມາດ
18Hàng nămຮ່າງ ນຳທຸກປີ/ແຕ່ລະປີ
19Hai năm một lầnຮາຍ ນຳ ໂມດ ເລິ່ນສອງປີເທື່ອໜຶ່ງ
20Ba năm một lầnບາ ນຳ ໂມດ ເລິ່ນສາມປີເທື່ອໜຶ່ງ
21Mười năm một lầnເໝື່ອຍ ນຳ ໂມດ ເລິ່ນສິບປີເທື່ອໜຶ່ງ
22Một trăm năm một lầnໂມດ ຈຳ ນຳ ໂມດ ເລິ່ນຮ້ອຍປີເທື່ອໜຶ່ງ
23Sáu tháng một lầnເສົາ ຖາງ ໂໝດ ເລິ່ນຫົກເດືອນເທື່ອໜຶ່ງ
24Năm nhuậnນຳ ຍ້ວນປີແປດສອງຫົນ
25Kỷ nguyên, thời đạiກີ ງວຽນ, ເທີ່ຍ ດ້າຍຍຸກ, ສະໄໝ

*ເບິ່ງບົດຮຽນກ່ຽວກັບວິທີການຖາມເຖິງເວລາໃນພາສາຫວຽດ>>>

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Buổi sángບັວຍ ສາງຕອນເຊົ້າ
2Buổi trưaບັວຍ ເຈືອຕອນທ່ຽງ
3Buổi chiềuບັວຍ ຈ່ຽວຕອນແລງ/ ຕອນບ່າຍ
4Buổi tốiບັວຍ ໂຕຍຕອນຄໍ່າ
5Nửa đêmເໜືອ ເດມທ່ຽງຄືນ
6Bình minhບິ່ງ ມິງຮຸ່ງເຊົ້າ, ອາລຸນຍາມເຊົ້າ
7 Hoàng hônຮວ່າງ ໂຮນຕາເວັນຄ້ອຍຄໍ່າ, ສາຍັນ (ເວລາທີ່ຕາເວັນໃກ້ຈະຕົກດິນ)
8Chạng vạngຈ້າງ ວ້າງມືດສະຫຼົວ, ຟ້າສະຫຼົວ
9Mặt trời mọcມັດ ເຈີ່ຍ ມັອກຕາເວັນຂື້ນ
10Mặt trời lặnມັດ ເຈີ່ຍ ລັ້ນຕາເວັນຕົກດິນ
11Sớm tinh mơເສິມ ຕິງ ເມີເຊົ້າຕູ່, ແຕ່ເຊົ້າໆ
12Đêm khuyaເດມ ເຄວເດິກດື່ນຄ່ຳຄືນ
13Giữa trưaເຢື້ອ ເຈືອກາງທ່ຽງ
14Ban ngàyບານ ໄງ່ກາງເວັນ
15Ban đêmບານ ເດມກາງຄືນ
16Đầu buổi chiềuເດົ່າ ບັວຍ ຈ່ຽວຊ່ວງບ່າຍໆ12 ໂມງ – 14 ໂມງ
17Cuối buổi chiềuກວຍ ບັວຍ ຈ່ຽວຕອນຫົວແລງ17 ໂມງ – 18 ໂມງ 30
18Đầu buổi tốiເດົ່າ ບັວຍ ໂຕຍຕອນຫົວຄໍ່າ18 ໂມງ 30 – 20 ໂມງ
19Cuối buổi tốiກວຍ ບັວຍ ໂຕຍຕອນຄໍ່າມືດ21 ໂມງ – 23 ໂມງ
20Trước bình minhເຈຶອກ ບິ່ງ ມິງກ່ອນຮຸ່ງເຊົ້າ (ກ່ອນຕາເວັນຈະຂື້ນພົ້ນຂອບຟ້າ)
21Ánh sáng ban ngàyແອງ ສາງ ບານ ໄງ່ແສງສະຫວ່າງຕອນກາງເວັນ
22Mặt trăng mọcມັດ ຈັງ ມັອກເດືອນຂື້ນ
23Mặt trăng lặnມັດ ຈັງ ລັ້ນເດືອນລັບຈາກທ້ອງຟ້າ
24Giờ cao điểmເຢີ່ ກາວ ດຽມໄລຍະເວລາເລັ່ງຮ້ອນ, ເວລາເລັ່ງດ່ວນ
25Giờ ăn trưaເຢີ່ ອັນ ເຈືອເວລາກິນເຂົ້າສວາຍ
26Giờ đi ngủເຢີ່ ດີ ຫງູເວລາໄປນອນ
27Giờ ngủ trưaເຢີ່ ຫງູ ເຈືອເວລານອນຕອນສວາຍ
28Giờ cao điểm buổi tốiເຢີ່ ກາວ ດຽມ ບັວຍ ໂຕຍເວລາເລັ່ງດ່ວນຕອນເເລງ
29Giờ cao điểm buổi sángເຢີ່ ກາວ ດຽມ ບັວຍ ສາງເວລາເລັ່ງດ່ວນຕອນເຊົ້າ
ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Tuầnຕ່ວນອາທິດ
2Thứ Haiຖື ຮາຍວັນຈັນ
3Thứ Baຖື ບາວັນອັງຄານ
4Thứ Tưຖື ຕືວັນພຸດ
5Thứ Nămຖື ນຳວັນພະຫັດ
6Thứ Sáuຖື ເສົາວັນສຸກ
7Thứ Bảyຖື ໄບວັນເສົາ
8Chủ Nhậtຈູ ເຍິດວັນອາທິດ
9Cuối tuầnກັວຍ ຕ່ວນທ້າຍອາທິດ
10Ngày/ hômໄງ່/ ໂຮມມື້/ວັນ
11Năm nhuậnນຳ ຍ້ວນປີສອງຫົນ
12Ngày trong tuầnໄງ່ ຈອງ ຕ່ວນວັນໃນສັບດາ
13Hôm nayໂຮມ ໄນມື້ນີ້
14Ngày maiໄງ່ ມາຍມື້ອື່ນ
15Hôm quaໂຮມ ກວາມື້ວານນີ້
16Ngày kiaໄງ່ ເກຍມື້ຮື
17Hôm kiaໂຮມ ເກຍມື້ຊືນ
18Thángຖາງເດືອນ
19Tháng Một/ thang giêngຖາງ ໂມດ/ ຖາງ ຢຽງເດືອນໜຶ່ງGi ອອກສຽງເປັນໂຕ ໄດ້ຖ້າທຽບໃສ່ສຳນຽງພາກໃຕ້
20Tháng Haiຖາງ ຮາຍເດືອນສອງ
21Tháng Baຖາງ ບາເດືອນສາມ
22Tháng Tưຖາງ ຕືເດືອນສີ່
23Tháng Nămຖາງ ນຳເດືອນຫ້າ
24Tháng Sáuຖາງ ເສົາເດືອນຫົກ
25 Tháng Bảyຖາງ ໄບເດືອນເຈັດ
26Tháng Támຖາງ ຕາມເດືອນແປດ
27Tháng Chínຖາງ ຈີນເດືອນເກົ້າ
28 Tháng Mườiຖາງ ເໝື່ອຍເດືອນສິບ
29Tháng Mười Mộtຖາງ ເໝື່ອຍ ໂມດເດືອນສິບເອັດ
30Tháng Mười Hai/ tháng chạpຖາງ ເໝື່ອຍ ຮາຍ/ ຖາງ ຈາບເດືອນສິບສອງ
31Nămນຳປີ
33Mùaມົ່ວລະດູ
34Mùa Xuânມົ່ວ ຊວັນລະດູບານໃໝ່
35Mùa Hèມົ່ວ ແຮ່ລະດູຮ້ອນ
36Mùa Thuມົ່ວ ທູລະດູໃບໄມ້ຫຼົ່ນ
37Mùa Đôngມົ່ວ ດົງລະດູໜາວ
38Mùa khôມົ່ວ ໂຄລະດູແລ້ງ
39Mùa mưaມົ່ວ ເມືອລະດູຝົນ
ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Lập tứcເລິບ ຕຶກທັນທີທັນໃດ
2Khoảnh khắcຄວັງ ຄັກຊົ່ວພິບຕາພະຍັນຊະນະຄວບ ຄວ + ແ×ັງ
3Thời lượngເຖິ່ຍ ເລື້ອງປະລິມານເວລາ
4Kỳ, giai đoạnກີ່, ຢາຍ ດວ້ານໄລຍະ, ລະຍະGi ອອກສຽງເປັນໂຕ ໄດ້ຖ້າທຽບໃສ່ສຳນຽງພາກໃຕ້
5Khoảng thời gianຂວາງ ເຖິ່ຍ ຢານຊ່ວງໄລຍະເວລາGi ອອກສຽງເປັນໂຕ ໄດ້ຖ້າທຽບໃສ່ສຳນຽງພາກໃຕ້
6Ngay lập tứcໄງ ເລິບ ຕຶກທັນດີ, ມະລຸບປຸບປັບ
7Vĩnh cửuຫວິງ ກຶວອຳມະຕະ
8Tạm thờiຕ້າມ ເຖິ່ຍຊົ່ວຄາວ
9Vĩnh viễnຫວິງ ຫວຽນຊົ່ວກາລະນານ
10Ngắn hạnຫງັນ ຮ້ານໄລຍະສັ້ນ
11Dài hạnຢ່າຍ ຮ້ານໄລຍະຍາວ
12thoáng quaຖວາງ ກວາຜ່ານໆໄປ, ພໍລາງໆ
13 Vô hạnໂວ ຮ້ານບໍ່ມີຂອບເຂດ
14Chốc látຈົກ ຫຼາດບຶດດຽວ, ຄາວດຽວ
15Theo mùaແທວ ມົ່ວຕາມລະດູ
16Ngắn ngủiຫງັນ ຫງຸຍສັ້ນໆ
17Thời gian ngắn ngủiເຖິ່ຍ ຢານ ຫງັນ ຫງຸຍເວລາອັນສັ້ນໆGi ອອກສຽງເປັນໂຕ ໄດ້ຖ້າທຽບໃສ່ສຳນຽງພາກໃຕ້

*ເບິ່ງເພີ່ມຕື່ມ​ ຄຳສັບກ່ຽວກັບກິດຈະວັດປະຈຳວັນໃນພາສາຫວຽດ>>>

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Bây giờເບິຍ ເຢີ່ດຽວນີ້Gi ອອກສຽງເປັນໂຕ ໄດ້ຖ້າທຽບໃສ່ສຳນຽງພາກໃຕ້
2Sớmເສິມເຊົ້າ, ໄວ (ໄວໃຊ້ກັບເວລາ)
3Sau nàyເຊົາ ໄນ່ຫຼັງຈາກນີ້
4Trướcເຈຶອກກ່ອນ
5Sauເຊົາຫຼັງ
6Muộnມ້ວນຊ້າ, ສວາຍ
7Luôn luônລວນ ລວນເລື້ອຍໆ
8Thường xuyênເຖື່ອຍ ຊວຽນເປັນປະຈຳ
9Đôi khiໂດຍ ຄີບາງຄັ້ງບາງຄາວ
10 Hiếm khiຫຽມ ຄີບໍ່ຄ່ອຍ, ມີໜ້ອຍເທື່ອ
11Không bao giờຄົງ ບາວ ເຢີ່ບໍ່ມີວັນGi ອອກສຽງເປັນໂຕ ໄດ້ຖ້າທຽບໃສ່ສຳນຽງພາກໃຕ້
12Ngay lập tứcໄງ ເລິບ ຕຶກດ່ວນ, ທັນທີທັນໃດ
13Cuối cùngກວຍ ກຸ່ງສຸດທ້າຍ
14Hiện nay/ Hiện tạiຮ້ຽນ ໄນ/ ຮ້ຽນ ຕ້າຍປັດຈຸບັນ
15Quá khứກວາ ຂືອະດີດ
16Tương laiເຕືອງ ລາຍອະນາຄົດ
17Lịch trìnhລິກ ຈິ່ງຕາຕະລາງດຳເນີນງານ
18Múi giờໝຸຍ ເຢີ່ບົວໂມງ
19Vào lúc nàyວ່າວ ລຸກ ໄນ່ໃນເວລານີ້
20Ngay bây giờໄງ ເບິຍ ເຢີ່ດຽວນີ້ເລີຍ(ດ່ວນ)
21Trong lúc nàyຈອງ ລຸກ ໄນ່ໃນເວລານີ້
22Sớm hay muộnເສິມ ໄຮ ມ້ວນເຊົ້າ ຫຼື ສວາຍ
23Thỉnh thoảngຖິງ ຖວາງບາງຄັ້ງຄາວ
24lâu dàiເລົາ ຢ່າຍຍາວນານ, ເຫິງນານ
25Càng sớm càng tốtກ່າງ ເສິມ ກ່າງ ໂຕດຍິ່ງໄວຍິ່ງດີ (ຍິ່ງເຊົ້າຍິ່ງດີ)
26Tạm thờiຕ້າມ ເຖິ່ຍຊົ່ວຄາວ
27Cùng một lúcກູ່ງ ໂມດ ລຸກໃນເວລາດຽວກັນ
28Đồng thờiດົ່ງ ເຖິ່ຍພ້ອມກັນ, ພ້ອມດຽວກັນ
ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Thư giãnຖື ຢານພັກຜ່ອນGi ອອກສຽງເປັນໂຕ ໄດ້ຖ້າທຽບໃສ່ສຳນຽງພາກໃຕ້
2Giải tỏa căng thẳngຢາຍ ຕວາ ກັງ ຖັງຜ່ອນຄາຍຄວາມເຄັ່ງຕຶງ
3Tận hưởngເຕິ້ນ ເຫືອງມີຄວາມສຸກກັບຕົນເອງ
4Vui vẻວຸຍ ແຫວມ່ວນຊື່ນພະຍັນຊະນະປະສົມ ຫວ + ແ×
5Giết thời gianຢຽດ ເທີ່ຍ ຢານເຂົ້າຮ່ວມGi ອອກສຽງເປັນໂຕ ໄດ້ຖ້າທຽບໃສ່ສຳນຽງພາກໃຕ້
6 Theo đuổiແທວ ດັວຍມຸ່ງໝັ້ນຕາມຫາ
7Thưởng thứcເຖືອງ ທຶກຊົມ, ເບິ່ງ, ດົມ, ກິນ, ຟັງ, ຊິມ
8Tiêu khiểnຕຽວ ຂຽນເວລາວ່າງ
9Hoạt độngຮັວດ ດົ້ງເຄື່ອນໄຫວ
10Giải tríຢາຍ ຈິຄວາມມ່ວນຊື່ນ, ການລະຫຼິ້ນ
ເວລາພັກຜ່ອນຢ່ອນຄາຍ
ລ/ດປະໂຫຍກຄວາມໝາຍໝາຍເຫດ
1Bây giờ là mấy giờ rồi?ດຽວນີ້ແມ່ນຈັກໂມງແລ້ວ?
2Tôi đã tốt nghiệp đại học cách đây hai năm rồi.ຂ້ອຍຮຽນຈົບມະຫາວິທະຍາໄລແຕ່ສອງປີກ່ອນແລ້ວ.
3Bạn sẽ rảnh vào lúc nào?ເຈົ້າຈະວ່າງໃນຕອນໃດ?
4Tôi đã đọc xong quyển sách này hôm kia.ຂ້ອຍອ່ານປື້ມຫົວນີ້ແລ້ວແຕ່ມື້ຊືນແລ້ວ.
5Bạn đã sống ở đây bao lâu rồi?ເຈົ້າຢູ່ນີ້ດົນປານໃດແລ້ວ?
6Tôi sẽ bắt đầu công việc mới vào tháng tới.ຂ້ອຍຈະເລີ່ມເຮັດວຽກໃຫມ່ໃນເືດອນຊິມານີ້.
7Sự kiện đó sẽ kéo dài bao lâu?ເຫດການນັ້ນຈະແກ່ຍາວດົນປານໃດ?
8Hội nghị đã được hoãn lại đến tháng sau.ກອງປະຊຸມຖືກເລື່ອນໄປເດືອນໜ້າ.
9Chúng tôi đã lên lịch cuộc họp vào lúc 10 giờ sáng ngày mai.ພວກຂ້ອຍໄດ້ຂື້ນແຜນປະຊຸມໃນຕອນ 10 ໂມງຂອງເຊົ້າມື້ອື່ນ.Gi ອອກສຽງເປັນໂຕ ໄດ້ຖ້າທຽບໃສ່ສຳນຽງພາກໃຕ້
10Hôm nay là ngày bao nhiêu?ມື້ນີ້ແມ່ນວັນທີເທົ່າໃດ?
11Từ đây đến đó đi mất bao lâu?ແຕ່ນີ້ໄປຫາບ່ອນນັ້ນຍ່າງໄປໃຊ້ເວລາດົນປານໃດ?
12Tôi sẽ đi gặp khách hàng vào sáng mai.ຂ້ອຍຈະໄປພົບລູກຄ້າໃນຕອນເຊົ້າມື້ອື່ນ.
13Bạn có rảnh vào tối thứ sáu này không?ຕອນແລງວັນສຸກນີ້ເຈົ້າວ່າງບໍ?
14Bạn dự định hoàn thành dự án này khi nào?ເຈົ້າກະວ່າຈະເຮັດໃຫ້ໂຄງການນີ້ສຳເລັດເມື່ອໃດ?
15Bạn có kế hoạch gì cho kỳ nghỉ hè năm nay không?ເຈົ້າມີແຜນຫຍັງໃນຊ່ວງພັກແລ້ງຂອງປີນີ້ບໍ?
16Chúng ta vẫn gặp nhau vào ngày mai chứ?ພວກເຮົາຍັງຈະພົບກັນໃນມື້ອື່ນຢູ່ຕິ໊?
17Chuyến bay của bạn khởi hành lúc mấy giờ?ຖ້ຽວບິນຂອງເຈົ້າອອກເດີນທາງເວລາຈັກໂມງ?Gi ອອກສຽງເປັນໂຕ ໄດ້ຖ້າທຽບໃສ່ສຳນຽງພາກໃຕ້
18Bạn có thường xuyên tập thể dục không?ເຈົ້າກໍ່ອອກກຳລັງກາຍປົກກະຕິບໍ?
19Bạn sẽ ở lại đây bao lâu?ເຈົ້າຈະຢູ່ນີ້ອີກດົນປານໃດ?
20Hôm qua trời mưa to lắm!ມື້ວານນີ້ຝົນຕົກແຮງຫຼາຍ.

ການສົນທະນາລະຫວ່າງ Mia ແລະ Jake ກ່ຽວກັບການວາງແຜນພັກຜ່ອນຢູ່ Bali.

Mia: Chào Jake! Bạn đã suy nghĩ thêm về kế hoạch nghỉ mát của chúng ta chưa? ສະບາຍດີແຈັກ! ເຈົ້າໄດ້ຄິດກ່ຽວກັບແຜນການທີ່ຈະໄປພັກຕາກອາກາດຂອງພວກເຮົາແລ້ວບໍ?

Jake: Ừ, tối qua mình đã xem qua một số địa điểm. Bạn nghĩ sao về chuyến đi đến Bali? ອືມ, ມື້ຄືນນີ້ຂ້ອຍໄດ້ເບິ່ງບາງສະຖານທີ່ໄວ້ແລ້ວ. ເຈົ້າຄິດແນວໃດທີ່ຈະເດີນທາງໄປຫຼິ້ນ Bali ?

Mia: Bali nghe tuyệt vời! Bạn định đi khi nào? ຟັງແລ້ວ Bali ສະຖານທີ່ງາມສຸດຍອດ! ແລ້ວເຈົ້າຈະໄປມື້ໃດ?

Jake: Mình tìm thấy một số ưu đãi tốt vào tháng Chín. Thời tiết lúc đó chắc sẽ rất đẹp. ຂ້ອຍຊອກເຫັນສະຖານທີ່ທີ່ພິເສດໃນເດືອນກັນຍາ. ອາກາດຕອນນັ້ນຄືຊິດີຫຼາຍ.

Mia: Tuyệt vời! Mình cần xin nghỉ phép từ công việc. Chúng ta dự định ở lại bao lâu? ສຸດຍອດ! ຂ້ອຍຈຳເປັນຕ້ອງຂໍພັກປະຈຳປີຈາກບໍລິສັດກ່ອນ. ແລ້ວພວກເຮົາຈະໄປຈັກມື້?

Jake: Bạn nghĩ sao về hai tuần? Như vậy chúng ta có đủ thời gian để khám phá mà không vội. ເຈົ້າຄິດແນວໃດຖ້າຈະໄປສອງອາທິດ? ຄືແນວນີ້ພວກເຮົາຈະມີເວລາທ່ຽວແບບບໍ່ຕ້ອງຮີບຮ້ອນ.

Mia: Hai tuần nghe có vẻ lý tưởng. Chương trình dự kiến có gì? ສອງອາທິດພໍດີ, ລາຍການທ່ຽວມີຫຍັງແນ່?

Jake: Mình nghĩ sẽ có vài ngày ở bãi biển, đi bộ đường dài, thăm các địa điểm lịch sử và tất nhiên là thưởng thức nhiều món ngon. ຂ້ອຍຄິດວ່າຈະໃຊ້ເວລາສອງສາມມື້ນັ້ນຢູ່ຫາດຊາຍ, ເດີນປ່າ, ທ່ຽວຊົມສະຖານທີ່ປະຫວັດສາດ ແລະ ກິນອາຫານທີ່ແຊບຊ້ອຍ.

Mia: Chúng ta có thể thêm một lớp học nấu ăn không? Mình muốn học cách làm các món ăn Balinese chính gốc. ພວກເຮົາສາມາດເພີ່ມຫ້ອງຮຽນເຮັດອາຫານໄດ້ບໍ? ຂ້ອຍຢາກຮຽນວີທີເຮັດ Balinese ຈາກຕົ້ນສະບັບ.

Jake: Ý kiến hay đấy! Mình sẽ thêm vào danh sách. Chúng ta cũng nên xem xét về chỗ ở, ưu tiên nơi gần cả biển lẫn núi. ເປັນຄວາມຄິດທີ່ດີ! ຂ້ອຍຈະເພີ່ມໃສ່ລາຍການເລີຍ. ພວກເຮົາຄວນພິຈາລະນາກ່ຽວກັບທີ່ພັກ, ພວກເຮົາຄວນເນັ້ນທີ່ພັກໃກ້ທະເລ ແລະ ພູເຂົາ.

Mia: Mình đồng ý. Mình sẽ bắt đầu tìm chuyến bay và khách sạn. Chúng ta có nên thuê xe không? ຂ້ອຍເຫັນດີ. ຂ້ອຍຈະເລີ່ມຊອກຫາຖ້ຽວບິນ ແລະ ໂຮງແຮມ. ພວກເຮົາຄວນເຊົ່າລົດບໍ?

Jake: Câu hỏi hay đấy. Có lẽ sẽ dễ dàng di chuyển hơn với phương tiện của chính mình. Mình sẽ xem xét một số lựa chọn thuê xe. ເປັນຄຳຖາມທີ່ດີ. ມັນຄືຊິງ່າຍກ່ອນຖ້າໄປດ້ວຍຍານພາຫະນະສ່ວນຕົວ. ຂ້ອຍຈະລອງພິຈາລະນາທາງເລືອກໃນການເຊົ່າລົດ.

Mia: Thật là thú vị! Chúng ta cần phải tiêm phòng gì không? ໜ້າສົນໃຈ! ພວກເຮົາຕ້ອງສັກວັກຊີນຫຍັງບໍ?

Jake: Đúng là một điểm quan trọng. Tôi sẽ tìm hiểu một số lời khuyên về sức khỏe và an toàn cho người đi du lịch đến Bali và sẽ thông báo cho bạn. ມັນເປັນສິ່ງທີ່ສຳຄັນ. ຂ້ອຍຈະຊອກຫາຄຳແນະນຳກ່ຽວກັບສຸຂະພາບ ແລະ ຄວາມປອດໄພສຳລັບຄົນທີ່ຈະເດີນທາງໄປ Bali, ແລ້ວຂ້ອຍກະແຈ້ງເຈົ້າອີກເທື່ອໜຶ່ງ. 

Mia: Cảm ơn bạn, Jake. Chuyến đi này sẽ tuyệt vời lắm đây. Mình không thể chờ đợi được! ຂອບໃຈ Jake. ນີ້ຈະແມ່ນການເດີນທາງທີ່ສຸດຍອດຫຼາຍ. ຂ້ອຍລໍຖ້າບໍ່ໄຫວແລ້ວ!

Jake: Mình cũng vậy, Mia. Hãy biến nó thành một chuyến đi đáng nhớ. ຂ້ອຍກໍຄືກັນ Mia. ພວກເຮົາຈະເຮັດໃຫ້ການເດີນທາງຄັ້ງນີ້ເປັນການເດີນທາງທີ່ໜ້າຈົດຈຳທີ່ສຸດ.

ບົດສະຫຼຸບ: ບົດຮຽນຂ້າງເທິງນີ້ແມ່ນຄຳສັບກ່ຽວກັບເວລາໃນພາສາຫວຽດ. ໃນບົດນີ້, ພວກເຮົາໄດ້ແນະນຳຄຳສັບກ່ຽວກັບເວລາ, ຫົວໜ່ວຍເວລາ, ຄຳສັບກ່ຽວກັບຍາມຂອງມື້, ຄຳສັບກ່ຽວກັບມື້, ເດືອນ ແລະ ລະດູໃນປີ, ຄຳສັບກ່ຽວກັບໄລຍະເວລາ, ຄຳສັບກ່ຽວກັບເວລາຫວ່າງ, ຕົວຢ່າງປະໂຫຍກກ່ຽວ ແລະ ຕົວຢ່າງບົດທົນທະນາ. ພວກ​ເຮົາ​ຫວັງ​ວ່າ​ຄໍາ​ສັບ​ເຫຼົ່າ​ນີ້​ຈະ​ຊ່ວຍ​ໃຫ້​ທ່ານ​ຮຽນ​ຮູ້​ພາ​ສາ​ຫວຽດ ແລະ ກຳໄດ້ຄຳສັບກ່ຽວກັບເວລາໃນພາສາຫວຽດບໍ່ຫຼາຍກໍ່ໜ້ອຍແລ້ວ. ຖ້າທ່ານເຫັນວ່າບົດຮຽນນີ້ເປັນປະໂຫຍດ, ທ່ານສາມາດແບ່ງປັນກັບໝູ່ເພື່ອນຂອງທ່ານມາຮຽນນຳພວກເຮົາໄດ້.

ຂໍຂອບໃຈ!

Lên đầu trang