ຄຳສັບກ່ຽວກັບສະຖານທີ່ໃນພາສາຫວຽດ

ສະຖານທີ່ ແມ່ນຕຳແໜ່ງສະເພາະບ່ອນໃດບ່ອນໜຶ່ງຢູ່ເທິງໂລກ, ເປັນບ່ອນທີ່ມີເຫດການ, ສິ່ງຂອງ ຫຼື ກິດຈະກຳຕ່າງໆເກີດຂຶ້ນ. ມັນອາດຈະເປັນບ່ອນໃດບ່ອນໜຶ່ງທີ່ຖືກກຳນົດໄວ້ຊັດເຈນ ຫຼື ເຂດທີ່ມີຂອບເຂດທີ່ບໍ່ຊັດເຈນ. ໃນບົດ​ຄວາມ​ນີ້​ຈະແນະນຳຄຳສັບທີ່ກ້ຽວຂ້ອງ​ສະຖານທີ່ເຊັ່ນ: ຄຳສັບກ່ຽວກັບສະຖານທີ່ສາທາລະນະ ແລະ ສັງຄົມ, ຄຳສັບກ່ຽວກັບສະຖານທີ່ທ່ອງທ່ຽວ,​ ສວນສະໜຸກ ແລະ ວັດທະນະທຳ, ຄຳສັບກ່ຽວກັບສະຖານທີ່ຫ້ອງການ, ອົງການຈັດຕັ້ງ ແລະ ຊຸມຊົນ, ຕົວຢ່າງປະໂຫຍກທີ່ໃຊ້ທົ່ວໄປໃນພາສາຫວຽດ. ຫວັງວ່າບົດຄວາມບົດນີ້ຈະຊ່ວຍໃຫ້​ທ່ານ​ຮຽນ​ຮູ້​ຄໍາ​ສັບ​ເພີ່ມ​ເຕີມ​ກ່ຽວ​ກັບສະຖານທີ່​ໃນ​ພາ​ສາ​ຫວຽດໃຫ້ຫຼາຍຂື້ນ​​.

1. ຄຳສັບກ່ຽວກັບສະຖານທີ່ໃນພາສາຫວຽດ

1.1 ຄຳສັບກ່ຽວກັບສະຖານທີ່ສາທາລະນະ ແລະ ສັງຄົມ

ສະຖານທີ່ສາທາລະນະ ແລະ ສັງຄົມ ມີຫຼາຍ, ເຊິ່ງລ້ວນແລ້ວແຕ່ເປັນບ່ອນທີ່ທຸກຄົນສາມາດເຂົ້າເຖິງ ແລະ ໃຊ້ບໍລິການຮ່ວມກັນໄດ້.

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Công viênກົງ ວຽນສວນສາທາລະນະ
2Quảng trườngກວາງ ເຈື່ອງສະໜາມຫຼວງ
3Vườn hoaເວື່ອນ ຮວາສວນດອກໄມ້
4Đường phốເດື່ອງ ໂຝທາງໃນເມືອງ
5Bưu điệnບິວ ດ້ຽນໄປສະນີ
6Ngân hàngເງິນ ຮ່າງທະນາຄານ
7Bệnh việnແບັ້ງ ວ້ຽນໂຮງໝໍ
8Trạm y tếຈ້າມ ອີ ເຕສຸກສາລາ
9Trường họcເຈື່ອງ ຮັອກໂຮງຮຽນ
10Thư việnທື ວ້ຽນຫໍສະໝຸດ
11Bảo tàngບາວ ຕ່າງຫໍພິພິດທະພັນ
12Trung tâm thương mạiຈຸງ ເຕິມ ເທືອງ ມ້າຍສູນການຄ້າ
13Siêu thịຊຽວ ທິຊຸບເປີມາເກັດ
14Chợເຈິຕະຫຼາດ
15Nhà gaຍ່າ -ກາສະຖານີລົດໄຟ
16Bến xe buýtເບນ ແຊ ບວິດສະຖານີລົດເມ
17Phòng tập gymຟ່ອງ ເຕິບ ຢິມຫ້ອງອອກກຳລັງກາຍ
18Sở cảnh sát phòng cháy chữa cháyເສີ ແັກງ ສາດ ຟັ່ອງ ໄຈ ເຈືອ ໄຈ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ
19Tiệm tạp hóaຕ້ຽມ ຕາບ ຮວາຮ້ານຂາຍເຄື່ອງຍ່ອຍ
20Tiệm thuốcຕ້ຽມ ທັວກຮ້ານຂາຍຢາ
21Trạm thu phíຈ້າມ ທູ ຝີດ່ານເກັບເງິນ
22Bãi đỗ xeບາຍ ໂດ ແຊບ່ອນຈອດລົດ
23Cây xăngເກິຍ ຊັງປ້ຳນ້ຳມັນ
24Nhà vệ sinh công cộngຍ່າ ເວະ ຊິງ ກົງ ກົ້ງຫ້ອງນ້ຳສາທາລະນະ
25Khu vui chơi trẻ emຄູ ວຸຍ ເຈີຍ ແຈ ແອັມສະໜາມເດັກຫຼິ້ນ
26Trạm xe điệnຈ້ຽມ ແຊ ດ້ຽນສະຖານີລົດໄຟຟ້າ
27Nhà tang lễຍ່າ ຕາງ ເຫຼວັດສຳລັບຈັດງານສົບ
28Nghĩa trangເຫງຍ ຈາງສຸສານ / ປ່າຊ້າ
29Cầu vượtເກົ່າ ເວືອດຂົວຂ້າມທາງ
ສະຖານທີ່ສາທາລະນະ
ຄຳສັບກ່ຽວກັບສະຖານທີ່ສາທາລະນະ ແລະ ສັງຄົມ

*ເບິ່ງເພີ່ມຕື່ມຄຳສັບກ່ຽວກັບການສັນຈອນໃນພາສາຫວຽດ>>>

1.2 ຄຳສັບກ່ຽວກັບສະຖານທີ່ທ່ອງທ່ຽວ,​ ສວນສະໜຸກ ແລະ ວັດທະນະທຳ

ສະຖານທີ່ທ່ອງທ່ຽວ ແມ່ນບ່ອນທີ່ມີທຳມະຊາດ ຫຼື ສິ່ງທີ່ຄົນສ້າງຂຶ້ນທີ່ສວຍງາມ, ເຊິ່ງດຶງດູດນັກທ່ອງທ່ຽວໃຫ້ມາຢ້ຽມຊົມ ແລະ ພັກຜ່ອນ. ສວນສະໜຸກ ແມ່ນເຂດທີ່ຖືກສ້າງຂຶ້ນເພື່ອຄວາມບັນເທີງ, ມັກຈະມີເຄື່ອງຫຼິ້ນທີ່ຫຼາກຫຼາຍສຳລັບທຸກເພດທຸກໄວ. ວັດທະນະທຳ ໝາຍເຖິງມໍລະດົກ, ຮີດຄອງປະເພນີ ແລະ ສິລະປະຂອງຊົນເຜົ່າ ຫຼື ເຂດໃດໜຶ່ງ. ເມື່ອເວົ້າເຖິງ “ສະຖານທີ່ວັດທະນະທຳ” ໝາຍເຖິງບ່ອນທີ່ມີຄຸນຄ່າທາງປະຫວັດສາດ ແລະ ສິລະປະ, ເຊິ່ງນັກທ່ອງທ່ຽວສາມາດໄປສຶກສາຮຽນຮູ້ກ່ຽວກັບວັດທະນະທຳທ້ອງຖິ່ນ. ຕາຕະລາງລຸ່ມນີ້ແມ່ນຄຳສັບກ່ຽວກັບສະຖານທີ່ທ່ອງທ່ຽວ,​ ສວນສະໜຸກ ແລະ ວັດທະນະທຳໃນພາສາຫວຽດ.

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Công viên giải tríກົງ ວຽນ ຢາຍ ຈີສວນສະໜຸກGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
2Công viên nướcກົງ ວຽນ ເນຶອກສວນນ້ຳ
3Rạp chiếu phimຢາບ ຈຽວ ຟີມໂຮງສາຍໜັງ
4Sân vận độngເຊິນ ເວິ້ນ ດົ້ງສະໜາມກິລາ
5Vườn bách thúເວື່ອນ ແບັກ ຖູສວນສັດ
6Thủy cungຖຸຍ ກຸງອຸມົງປາ (ສວນສັດນ້ຳ)
7Khu nghỉ dưỡngຄູ ຫງີ ເຢືອງຣີສອດD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
8Sân chơiເຊິນ ເຈີຍສະໜາມສຳລັບຫຼິ້ນມ່ວນຊື່ນ
9Trung tâm mua sắmຈຸງ ເຕິມ ມົວ ສຳສູນການຄ້າ
10Sân gônເຊິນ ໂ-ກນສະໜາມກ໊ອຟ
11Quán barກວນ ບາຮ້ານບາ
12Sòng bạcຊ່ອງ ບາກກາຊີໂນ
13Rạp xiếcຢາບ ຊັຽກໂຮງລະຄອນສັດ
14Phòng trưng bày nghệ thuậtຟ່ອງ ຈຶງ ໄບ່ ເງະ ທັວດຫໍວາງສະແດງສິລະປະ
15Sân khấu ca nhạcເຊິນ ເຂົາ ກາ ຍາກເວທີຄອນເສີດ
16Hộp đêmໂຫບ ເດມໄນຄລັບ
17Quán Karaokeກວນ ກາລາໂອເກຮ້ານຄາຣາໂອເກະ
18Phế tíchເຝ ຕິກບູຮານສະຖານສະຫຼັກຫັກພັງ
19Nhà hátຍ່າ ຮາດໂຮງລະຄອນ
20Nhà thờຍ່າ ເທີ່ໂບດ
21Chùaຈົ່ວວັດ
22Đềnເດ່ນຫໍເທວະດາ
23Cung điệnກຸງ ດ້ຽນພະລາດຊະວັງ
24Lăng tẩmລັງ ເຕິມສຸສານ, ສະຖານທີ່ຝັງສົບ
25Thápຖາບທາດ
26Phố cổໂຝ ໂກຖະໜົນເກົ່າ
27Di sản thế giớiຢີ ສານ ເຖ ເຢີຍມໍລະດົກໂລກD ແລະ Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
28Di tích lịch sửຢີ ຕິກ ລິກ ສືສະຖານທີ່ປະຫວັດສາດD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
29Tượng đàiເຕື້ອງ ດ່າຍອະນຸສອນສະຖານ
30Kim tự thápກິມ ຕຶ ຖາບປິຣາມິດ
31Vạn Lý Trường Thànhວ້ານ ລີ ເຈືອງ ແທັ່ງກຳແພງເມືອງຈີນ
32Vườn treo Babylonເວື່ອນ ແຈວ ບາບີລອນສວນຫ້ອຍ ບາບີລອນ
33Bãi biểnບາຍ ບຽນແຄມທະເລ
34Hồໂຫ່ໜອງ
35Sôngຊົງແມ່ນ້ຳ
36Thác nướcຖາກ ເນືອກນ້ຳຕົກຕາດ
37Núiໜຸຍພູ
38Hang độngຮາງ ດົ້ງຖ້ຳ
39Vịnhວິ້ງອ່າວ
40Hòn đảoຮ່ອນ ດາວເກາະ/ດອນ
41Rừngຢື່ງປ່າ
42Sa mạcຊາ ມາກທະເລຊາຍ
43Vườn quốc giaເວື່ອນ ກັວກ ຢາອຸທິຍານແຫ່ງຊາດGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
44Suối nước nóngສວຍ ເນຶອກ ໜອງຫ້ວຍບໍ່ນ້ຳຮ້ອນ
45Đồiໂດ່ຍໂນນ/ໂພນ
46Thung lũngທຸງ ຫລຸງຮ່ອມພູ
47Con đườngກອນ ເດື່ອງເສັ້ນທາງ
48Đại lộດ້າຍ ໂລະທາງຫຼວງ
49Vỉa hèຫວຍ ແຮ່ທາງຍ່າງ/ຮິມທາງ
50Cầuເກົ່າຂົວ
51Ngõຫງໍຮ່ອມ
52Thành phốແທັ່ງ ໂຝຕົວເມືອງ
53Đồng bằngດົ່ງ ບັ່ງທົ່ງພຽງ
54Đầm lầyເດິ່ມ ເລິ່ຍບຶງຕົມ
55Hẻm núiແຮມ ໜຸຍຮ່ອມພູ
ສະຖານທີ່ທ່ອງທ່ຽວ,​ ສວນສະໜຸກ ແລະ ວັດທະນະທຳ
ຄຳສັບກ່ຽວກັບສະຖານທີ່ທ່ອງທ່ຽວ,​ ສວນສະໜຸກ ແລະ ວັດທະນະທຳ

*ເບິ່ງເພີ່ມຕື່ມຄຳສັບກ່ຽວກັບການທ່ອງທ່ຽວໃນພາສາຫວຽດ>>>

1.3 ຄຳສັບກ່ຽວກັບສະຖານທີ່ຫ້ອງການ, ອົງການຈັດຕັ້ງ ແລະ ຊຸມຊົນ

ຫ້ອງການ: ແມ່ນສະຖານທີ່ສະເພາະເຊັ່ນ: ອາຄານ, ຊັ້ນ ຫຼື ຫ້ອງ, ທີ່ເປັນບ່ອນໄວ້ປະຕິບັດວຽກງານບໍລິຫານ, ທຸລະກິດ ຫຼື ວິຊາສະເພາະ. ອົງການຈັດຕັ້ງ: ແມ່ນກຸ່ມຄົນທີ່ເຮັດວຽກຮ່ວມກັນເພື່ອເປົ້າໝາຍດຽວກັນ. ຊຸມຊົນ: ແມ່ນກຸ່ມຄົນທີ່ອາໄສຢູ່ຮ່ວມກັນໃນພື້ນທີ່ໃດໜຶ່ງ ຫຼື ມີລັກສະນະ, ຄວາມມັກ ແລະ ຄວາມຜູກພັນທາງສັງຄົມທີ່ຄືກັນ. ຕາຕະລາງລຸ່ມນີ້ແມ່ນຄຳສັບກ່ຽວກັບສະຖານທີ່ຫ້ອງການ, ອົງການຈັດຕັ້ງ ແລະ ຊຸມຊົນທີ່ໃຊ້ທົ່ວໄປໃນພາສາຫວຽດ.

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Bộໂບະກະຊວງ
2Sởເສີພະແນກ
3Ủy ban nhân dânອຸຍ ບານ ເຍິນ ເຢິນຄະນະກຳມະການປະຊາຊົນD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
4Toà ánຕວ່າ ອານສານ
5Viện kiểm sátວ້ຽນ ກຽມ ສາດອົງການໄອຍະການ
6Đồn công anໂດ່ນ ກົງ ອານສະຖານີຕຳຫຼວດ
7Trụ sởຈຸ ເສີສຳນັກງານໃຫຍ່
8Văn phòngວັນ ຟັ່ອງສຳນັກງານ/ ຫ້ອງການ
9Toà thị chínhຕວ່າ ທິ ຈີງສຳນັກງານເທສະບານ ແຂວງ
10Công tyກົງ ຕີບໍລິສັດ
11Nhà máyຍ່າ ໄໝໂຮງງານ
12Hãng hàng khôngຫາງ ຮ່າງ ຄົງສາຍການບິນ
13Đại sứ quánດ້າຍ ສື ກວານສະຖານທູດ
14Lãnh sự quánແຫຼງ ຊຶ ກວານສະຖານກົງສູນ
15Tổ chức phi chính phủ ໂຕ ຈຶກ ຟີ ຈິງ ຝູອົງການທີ່ບໍ່ແມ່ນຂອງລັດ
16Trung tâm y tếຈຸງ ເຕິມ ອີ ເຕສູນການແພດ
17Phòng khámຟັ່ອງ ຂາມຄລີນິກ
18Trung tâm văn hóaຈູງ ເຕິມ ວັນ ຮວາສູນວັດທະນະທຳ
19Đài truyền hìnhດ່າຍ ຈວ່ຽນ ຮິ່ງສະຖານີໂທລະພາບ
20Đài phát thanhດ່າຍ ຝາດ ແທັງສະຖານີວິທະຍຸ
21Toà soạnຮວ່າ ສວ້ານກອງບັນນາທິການ/ ສຳນັກງານໜັງ ສືພິມ
22Nhà xuất bảnຍ່າ ສັວດ ບານສຳນັກພິມ
23Nhà tùຍ່າ ຕູ່ຄຸກ
24Đại họcດ້າຍ ຮັອກມະຫາວິທະຍາໄລ
25Cao đẳngກາວ ດັງວິທະຍາໄລ
26Viện nghiên cứuວ້ຽນ ງຽນ ກິວສະຖາບັນຄົ້ນຄວ້າ
27Tổng lãnh sự quánໂຕງ ແຫຼງ ຊຶ ກວານສະຖານກົງສຸນໃຫຍ່
28Cảngກາງທ່າກຳປັ່ນ
29Sân bayເຊິນ ໄບສະໜາມບິນ
30Ga tàu-ກາ ເຕົ່າສະຖານີລົດໄຟ
31Thành phốແທັ່ງ ໂຝຕົວເມືອງ
32Thị xãທິ ສາເທດສະບານ
33Thị trấnທິ ເຈິນຕົວເມືອງນ້ອຍ
34ສາຕາແສງ
35Làngລ່າງບ້ານ
36Phườngເຟື່ອງກຸ່ມ
37Quậnກວັ້ນເມືອງ (ໃນເມືອງໃຫຍ່)
38Huyệnຮວ້ຽນເມືອງ
39Tỉnhຕິງແຂວງ
40Quốc giaກັວກ ຢາປະເທດGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
41Hàng xómຮ່າງ ສອມ ຂ້າງບ້ານ, ບ້ານໃກ້ເຮືອນຄຽງ
42Khu phốຄູ ໂຝຄຸ້ມຖະໜົນ
43Căn hộກັນ ໂຫະອາພາດເມັ້ນ, ຫ້ອງເຊົ່າ
44Chung cưຈຸງ ກືຄອນໂດ
45Nhà riêngຍ່າ ຢຽງເຮືອນສ່ວນຕົວ
46Biệt thựບຽດ ທຶເຮືອນວິນລາ
47Khu dân cưຄູ ເຢິນ ກືເຂດຊຸມຊົນ
48Làng nghềລ່າງ ເງ່ບ້ານຫັດຖະກຳ
49Khu công nghiệpຄູ ກົງ ຫງຽບເຂດອຸດສາຫະກຳ
50Trường mẫu giáoເຈື່ອງ ເໝົາ ຢາວໂຮງຮຽນອະນຸບານGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
51Phòng trọຟ່ອງ ເຈາະຫ້ອງແຖວ
52Ký túc xáກີ ຕຸກ ສາຫໍພັກ
53Nhà sáchຍ່າ ແສັກຮ້ານຂາຍປຶ້ມ
54Hiệu cắt tócຮ້ຽວ ກັດ ຕັອກຮ້ານຕັດຜົມ
55Hiệu sửa xeຮ້ຽວ ເສືອ ແຊຮ້ານສ້ອມແປງລົດ
56Hiệu giặt làຮ້ຽວ ຢັດ ລ່າຮ້ານຊັກລີດ
Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
57Cửa hàng tạp hóaເກືອ ຮ່າງ ຕາບ ຮວາຮ້ານຂາຍເຄື່ອງຍ່ອຍ
ສະຖານທີ່ຫ້ອງການ, ອົງການຈັດຕັ້ງ ແລະ ຊຸມຊົນ
ຄຳສັບກ່ຽວກັບສະຖານທີ່ຫ້ອງການ, ອົງການຈັດຕັ້ງ ແລະ ຊຸມຊົນ

2. ປະໂຫຍກຕົວຢ່າງທີ່ເວົ້າກ່ຽວກັບສະຖານທີ່ຕ່າງໆໃນພາສາຫວຽດ

ລ/ດຄຳສັບພາສາຫວຽດຄວາມໝາຍ
1Bạn học ở trường nào?ເຈົ້າຮຽນຢູ່ໂຮງຮຽນໃດ?
2Tôi đang làm việc tại một công ty gần ngân hàng ngoại thương.ຂ້ອຍກຳລັງເຮັດວຽກຢູ່ບໍລິສັດໜຶ່ງໃກ້ກັບທະນາຄານການຄ້າຕ່າງປະເທດ.
3Gần nhà tôi có chợ, siêu thị và bưu điện. ຢູ່ໃກ້ເຮືອນຂ້ອຍມີຕະຫຼາດ, ຊຸບເປີມາເກັດ ແລະ ໄປສະນີ.
4Chúng tôi thường đi dạo ở công viên vào buổi chiều.ພວກຂ້ອຍມັກໄປຍ່າງຢູ່ສວນສາທາລະນະໃນຕອນແລງ.
5Em trai tôi đang nằm viện vì bị sốt.ນ້ອງຊາຍຂ້ອຍກຳລັງນອນຢູ່ໂຮງໝໍຍ້ອນເປັນໄຂ້.
6Tôi đến hiệu thuốc để mua thuốc cảm.ຂ້ອຍໄປຮ້ານຂາຍຢາເພື່ອຊື້ຢາດີຫວັດ.
7Bạn đã từng đi bảo tàng Quân đội chưa?ເຈົ້າເຄີຍໄປຫໍພິພິທະພັນກອງທັບແລ້ວບໍ?
8Tôi thích ngồi ở quán cà phê để làm việc.ຂ້ອຍມັກນັ່ງຢູ່ຮ້ານກາເຟເພື່ອເຮັດວຽກ.
9Cô giáo tôi sống ở một khu dân cư yên tĩnh.ສາວຄູຂອງຂ້ອຍອາໄສຢູ່ເຂດຊຸມຊົນໜຶ່ງທີ່ງຽບສະຫງົບ.
10Hàng ngày tôi đi học bằng xe buýt.ແຕ່ລະເຊົ້າຂ້ອຍໄປໂຮງຮຽນດ້ວຍລົດເມ.

ບົດສະຫຼຸບ: ຂ້າງເທິງນີ້ແມ່ນຄຳສັບກ່ຽວກັບສະຖານທີ່ໃນພາສາຫວຽດ, ຄຳສັບກ່ຽວກັບສະຖານທີ່ສາທາລະນະ ແລະ ສັງຄົມ, ຄຳສັບກ່ຽວກັບສະຖານທີ່ທ່ອງທ່ຽວ,​ ສວນສະໜຸກ ແລະ ວັດທະນະທຳ, ຄຳສັບກ່ຽວກັບສະຖານທີ່ຫ້ອງການ, ອົງການຈັດຕັ້ງ ແລະ ຊຸມຊົນ, ປະໂຫຍກຕົວຢ່າງທີ່ໃຊ້ທົ່ວໄປໃນພາສາຫວຽດ. ພວກ​ເຮົາ​ຫວັງ​ວ່າ​ຄໍາ​ສັບ​ເຫຼົ່າ​ນີ້​ຈະ​ຊ່ວຍ​ໃຫ້​ທ່ານ​ຮຽນ​ຮູ້​ພາ​ສາ​ຫວຽດ​ໄດ້​ດີກ​ວ່າເກົ່າ. ຖ້າທ່ານເຫັນວ່າບົດຄວາມນີ້ເປັນປະໂຫຍດ, ທ່ານສາມາດແບ່ງປັນກັບຫມູ່ເພື່ອນຂອງທ່ານໄດ້ຮຽນນຳເດີ.

ຂໍຂອບໃຈ!

Lên đầu trang