ຄຳສັບກ່ຽວກັບການຊື້ເຄື່ອງຊື້ຂອງໃນພາສາຫວຽດ

ຫຼາຍຄົນມັກໄປຊື້ເຄື່ອງຊື້ຂອງໃນທ້າຍອາທິດ. ບາງຄົນກໍ່ໄປຊື້ຢູ່ຕະຫຼາດ, ບາງຄົນກໍ່ມັກຈະໄປສູນການຄ້າເພື່ອເລືອກ ແລະ ຊື້ສິນຄ້າທີ່ພວກເຂົາມັກ. ຖ້າພວກເຂົາໄປບໍ່ໄດ້, ພວກເຂົາຍັງສາມາດສັ່ງຊື້ທາງອອນລາຍໄດ້. ຢູ່ຫວຽດນາມ, ທ່ານສາມາດສັ່ງຊື້ສິນຄ້າໃນ lazada, shopee, ແລະ tiki. ເມື່ອທ່ານສັ່ງຊື້ເຄື່ອງອອນລາຍ, ທ່ານມີແຕ່ນັ່ງຢູ່ເຮືອນ ແລະ ລໍຖ້າເຄື່ອງເທົ່ານັ້ນ! ແຕ່ສິ່ງທີ່ສໍາຄັນຄືທ່ານຮູ້ຄໍາສັບພຽງພໍທີ່ຈະໄປຊື້ເຄື່ອງຢູ່ທີ່ນັ້ນແລ້ວຫຼືບໍ່! ໃນ​ບົດ​ຄວາມ​ນີ້, ທ່ານ​ຈະ​ໄດ້​ຮຽນ​ຮູ້​ຄໍາ​ສັບ ​ແລະ ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ຊື້​ເຄື່ອງ​ໃນ​ພາ​ສາ​ຫວຽດ​.

ໃນປັດຈຸບັນ, ຍອມຮັບວ່າເຕັກໂນໂລຊີມີຄວາມທັນສະໄໝ ແລະ ສະດວກສະບາຍໃນການຊື້ເຄື່ອງຊື້ຂອງຜ່ານທາງອອນລາຍແຕ່ຫຼາຍຄົນກໍ່ຍັງມັກໄປຮ້ານຄ້າເພື່ອຊື້ສິນຄ້າ. ໃນທັດສະນະຂອງພວກເຂົາ, ການຊື້ຢູ່ຮ້ານຈະຮັບປະກັນຄຸນນະພາບດີກວ່າການຊື້ອອນລາຍ. ຖ້າທ່ານຊື້ສິນຄ້າໃນລາຄາທີ່ສູງທ່ານຄວນໄປຊື້ສິນຄ້າຢູ່ຮ້ານເອງເພື່ອຮັບປະກັນຄຸນນະພາບ ເພາະຢຸ້ຫວຽດນາມຈະມີບໍລິການຫຼັງການຂາຍດີສົມຄວນ.

ລ/ດ ຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Muaມົວຊື້
2Mua chịuມົວ ຈິ້ວຊື້ຕິດໜີ້
3Mặc cảໝັກ ກາຕໍ່ລອງລາຄາ
4Trả giáຈາ ຢາຕໍ່ລາຄາGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
5Trả tiềnຈາ ຕ່ຽນຈ່າຍເງິນ
6Tiền lẻຕ່ຽນ ແຫຼເງິນໃບນ້ອຍ
7Tiền mặtຕ່ຽນ ໝັດເງິນສົດ
8Tiền thốiຕ່ຽນ ໂຖຍເງິນທ້ອນ
9Túi ni lôngຕຸຍ ນີ ລົງຖົງຢາງໃສ່ເຄື່ອງ
10Phòng thử đồຟ່ອງ ຖື ໂດ່ຫ້ອງປ່ຽນເຄື່ອງ
11Hàng giảm giáຮ່າງ ຢາມ ຢາສິນຄ້າຫຼຸດລາຄາGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
12Hàng mẫuຮ່າງ ເໝົາສິນຄ້າຕົວຢ່າງ
13Hàng dùng thửຮ່າງ ຢຸ່ງ ຖືສິນຄ້າທົດລອງ
14Hàng hiệuຮ່າງ ຮ້ຽວສິນຄ້າມີຍີ່ຫໍ້
15Hàng xa xỉຮ່າງ ຊາ ສີສິນຄ້າຟຸ່ມເຟືອຍ
16Hàng đồng giáຮ່າງ ດົ່ງ ຢາສິນຄ້າລາຄາດຽວກັນGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
17Hàng độcຮ່າງ ໂດກສິນຄ້າທີ່ເປັນເອກະລັກ
18Hàng trưng bàyຮ່າງ ຈຶງ ໄບ່ສິນຄ້າວາງສະແດງ
19Mua 01 tặng 01ມົວ ໂມດ ຕັ້ງ ໂມດຊື້ 01 ແຖມ 01
20đổi trong 07 ngàyໂມດ ໂດຍ ໂມດ ຈອງ ໄບ ໄງ່ປ່ຽນພາຍໃນ 07 ມື້
21Khuyến mạiຄວຽນ ມ້າຍໂປຣໂມຊັນ
22Ưu đãi đặc biệtອິວ ດາຍ ດັກ ບ້ຽນຍະໂຍບາຍພິເສດ
23Giá cũຢາ ກູລາຄາເກົ່າGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
24Giá niêm yếtຢ່າ ນຽມ ອຽດລາຄາທີ່ລະບຸໄວ້
25Giá mớiຢາ ເໝີຍລາຄາໃຫມ່
26Hàng giá rẻຮ່າງ ຢາ ແຣສິນຄ້າລາຄາຖືກ
27Hàng cao cấpຮ່າງ ກາວ ເກິບສິນຄ້າຊັ້ນນຳ
28Thanh toánແທັງ ຕວານຊຳລະ
29Thanh toán chuyển khoảnແທັງ ຕວານ ຈວຽນ ຄວານ​ຊໍາ​ລະ​ຜ່ານ​ການ​ໂອນ​
30Thanh toán bằng tiền mặtແທງ ຕວານ ບັ່ງ ຕ່ຽນ ໝັດຊໍາລະເປັນເງິນສົດ
31Thẻ thành viênແຖ ແທັ່ງ ວຽນບັດສະມາຊິກ
32Giỏ hàngຢໍ ຮ່າງກະຕ່າສິນຄ້າ
33Xe đẩy mua hàngແຊ ເດິຍ ມົວ ຮ່າງລໍ້ຍູ້
34Quầy thu ngânກວີ່ຍ ທູ ເງິນເຄົາເຕີ້
35Quét mã vạchກວັດ ໝາ ແວັກສະແກນບາໂຄດ
36Tủ kínhຕູ ກິງຕູ້ແວ່ນ
37Chọn hàngຈ້ອນ ຮ່າງເລືອກເຄື່ອງ
38Nhân viên thu ngânເຍິນ ວຽນ ທູ ເງິນພະນັກງານເກັບເງິນ
39Hóa đơnຮວາ ເດີນໃບບິນ
40Biên laiບຽນ ລາຍໃບບິນຮັບ
41Chiết khấuຈຽດ ເຄົາສ່ວນຫຼຸດ
42Giảm giá 50%ຢາມ ຢາ ນຳ ເມືອຍ ເຟິ່ນ ຈຳຫຼຸດລາຄາ 50%.Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
43Thẻ tín dụngແຖ ຕິນ ຢຸ້ງບັດເຄຣດິດD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້.
44Hoàn tiềnຮວ່ານ ຕ່ຽນສົ່ງເງິນຄືນ
45Nhân viên bảo vệເຍິນ ວຽນ ບາວ ເວະພະນັກງານຮັກສາຄວາມປອດໄພ
46Vé gửi xeແວ ກຶຍ ແຊປີ້ຝາກລົດ
47Hàng tồn khoຮ່າງ ໂຕ່ນ ຄໍສິນຄ້າຄ້າງໃນສາງ
48Trung tâm thương mạiຈຸງ ເຕິມ ເທືອງ ມ້າຍສູນກາງການຄ້າ
49Siêu thịຊຽວ ທິຮ້ານສັບພະສິນຄ້າ
50Cửa hàng trang sứcເກືອ ຮ່າງ ຈາງ ສຶກຮ້ານຂາຍເຄື່ອງປະດັບ
51Cửa hàng mỹ phẩmເກືອ ຮ່າງ ໝີ ເຝິມຮ້ານຂາຍເຄື່ອງສໍາອາງ
52Cửa hàng giầy dépເກືອ ຮ່າງ ເຢິຍ ແຢບຮ້ານຂາຍເກີບD, Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
53Cửa hàng đồng hồເກືອ ຮ່າງ ດົ່ງ ໂຮ່ຮ້ານຂາຍໂມງ
54Cửa hàng nước hoaເກືອ ຮ່າງ ເນຶອກ ຮວາຮ້ານຂາຍນ້ຳຫອມ
56Cửa hàng miễn thuếເກືອ ຮ່າງ ມຽນ ທູເອຮ້ານຄ້າປອດພາສີ“ທູເອ” ອ່ານຄວບໃສ່ກັນໄວໆ
57Cửa hàng bán lẻເກືອ ຮ່າງ ບານ ແຫຼຮ້ານຂາຍຍ່ອຍ
58Tem chống hàng giảແຕມ ຈົງ ຮ່າງ ຢາສະແຕມຕິດປ້ອງກັນການປອມແປງສິນຄ້າ
59Kích cỡກິກ ເກີຂະໜາດ
60Chào hàngຈ່າວ ຮ່າງຈ່າວຂາຍສິນຄ້າ
61Đắtດັດແພງ
62Rẻແຣ/ແຢຖືກ
63Giá cả phải chăngຢາ ກາ ຝາຍ ຈັງລາຄາພໍດີງາມGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
64Vừa túi tiềnເວື່ອ ຕູຍ ຕ່ຽນລາຄາບໍ່ແພງ/ລາຄາສົມກັບເງິນ
65Máy đếm tiềnໄມ ເດມ ຕ່ຽນຈັກນັບເງິນ
66Chợເຈິຕະຫຼາດ
67Chợ cócເຈິ ກອກຕະຫຼາດນ້ອຍ
68Bán lẻບານ ແຫຼຂາຍຍ່ອຍ
69Bán buônບານ ບວນຂາຍຍົກ
70Hòa vốnຮວ່າ ໂວນເທົ່າທຶນ
71Biển quảng cáoບຽນ ກວາງ ກາວປ້າຍໂຄສະນາ
ຕາຕະລາງ: ຄຳສັບກ່ຽວກັບການຊື້ເຄື່ອງຊື້ຂອງໃນຮ້ານຄ້າ

*ເບິ່ງບົດຮຽນວິທີຕໍ່ລອງເວລາໄປຕະຫຼາດຊື້ເຄື່ອງຊື້ຂອງໃນພາສາຫວຽດ>>>

ຄຳສັບກ່ຽວກັບການຊື້ເຄື່ອງຊື້ຂອງໃນຮ້ານຄ້າ
ຄຳສັບກ່ຽວກັບການຊື້ເຄື່ອງຊື້ຂອງໃນຮ້ານຄ້າ

ຖ້າທ່ານຄິດງໍ້ທີ່ຈະອອກໄປນອກ, ໂດຍສະເພາະອາຍທີ່ຈະໂອ້ລົມກັບຄົນຫວຽດ, ທ່ານສາມາດເລືອກຊື້ເຄື່ອງອອນລາຍ. ຢູ່ຫວຽດນາມ, ທຸກສິ່ງທຸກຢ່າງແມ່ນສະດວກຫຼາຍ, ພຽງແຕ່ທ່ານຕ້ອງສັ່ງເຄື່ອງທາງອອນລາຍ, ຈະມີພະນັກງານຂົນສົ່ງສົ່ງສິນຄ້າຮອດປະຕູເຮືອນຂອງທ່ານ. ຢ່າງໃດກໍ່ຕາມ, ການຊື້ເຄື່ອງອອນລາຍນີ້ຍັງຮຽກຮ້ອງໃຫ້ທ່ານຮູ້ຄໍາສັບພາສາຫວຽດເພື່ອສັ່ງຊື້, ຕິດຕໍ່ສື່ສານກັບພະນັກງານຈັດສົ່ງເມື່ອຮັບສິນຄ້າ, ແລະ ແກ້ໄຂບັນຫາທີ່ອາດຈະເກີດຂື້ນກັບສິນຄ້າຂອງທ່ານ.

ລ/ດ ຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Đặt hàngດັດ ຮ່າງສັ່ງເຄື່ອງ
2Giao hàngຢາວ ຮ່າງສົ່ງເຄື່ອງGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
3Giao hàng sớmຢາວ ຮ່າງ ເສິມສົ່ງເຄື່ອງໄວ
4Giao hàng muộnຢາວ ຮ່າງ ມ້ວນສົ່ງເຄື່ອງຊ້າ
5Nhận hàngເຍິນ ຮ່າງຮັບເຄື່ອງ
6Đơn hàngເດີນ ຮ່າງບິນເຄື່ອງ
7Hủy đơn hàngຫຸຍ ເດີນ ຮ່າງຍົກເລິກບິນສັ່ງເຄື່ອງ
8Chốt đơnຈົດ ເດີນປິດຮັບອໍເດີ
9Nhận hàng trước trả tiền sauເຍິນ ຮ່າງ ເຈຶອກ ຈາ ຕ່ຽນ ເຊົາຮັບສິນຄ້າກ່ອນ, ຈ່າຍເງິນຕາມຫຼັງ
10Thanh toán trướcແທັງ ຕວານ ເຈຶອກຊຳລະກ່ອນ/ ຈ່າຍລ່ວງໜ້າ
11Hàng không được đóng gói cẩn thậnຮ່າງ ຄົງ ເດຶອກ ດອງ -ກອຍ ເກິນ ເທິ້ນສິນຄ້າບໍ່ໄດ້ຫຸ້ມຫໍ່ຢ່າງລະມັດລະວັງ
12Hàng dễ vỡຮ່າງ ແຢ ເຫວີສິນຄ້າແຕກງ່າຍD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້.
13Hàng không giống trong ảnhຮ່າງ ຄົງ ຢົງ ຈອງ ແອັງສິນຄ້າບໍ່ຄືໃນຮູບGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
14Đánh giá sản phẩmແດັງ ຢາ ສານ ເຝິມຕີລາຄາຜະລິດຕະພັນ
15Nhân viên giao hàngເຍິນ ວຽນ ຢາວ ຮ່າງພະນັກງານສົ່ງເຄື່ອງ
16Xác nhận đơn hàngສາກ ເຍິ້ນ ເດີນ ຮ່າງຢືນຢັນຄໍາສັ່ງຊື້/ບິນສັ່ງຊື້
17Ví điện tửວີ ດ້ຽນ ຕືກະເປົາເງິນເອເລັກໂຕຣນິກ
18xả hàngສາ ຮ່າງຂາຍເລ/ຂາຍອອກ
19Miễn phí giao hàngໝຽນ ຟີ ຢາວ ຮ່າງສົ່ງເຄື່ອງໃຫ້ຟຣີGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
20Mua nhiều giảm sâuເມືອ ຍ່ຽວ ຢາມ ເສົາຊື້ຫຼາຍຫຼຸດຫຼາຍ
21Khách hàng thân thiếtແຂັກ ຮ່າງ ເທິນ ທຽດລູກຄ້າປະຈຳ
22Khung giờ vàngຄຸງ ເຢີ່ ວ່າງນາທີທອງ
23Mã giảm giáໝາ ຢາມ ຢາລະຫັດສ່ວນຫຼຸດ
24Hàng quốc tếຮ່າງ ກັວກ ເຕສິນຄ້າສາກົນ
25Thêm vào giỏ hàngເທມ ວ່າວ ຢໍ ຮ່າງຕື່ມໃສ່ກະຕ່າGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
26Yêu thíchອຽວ ທິກນິຍົມ/ມັກຮັກ
27Tổng thanh toánໂຕງ ແທັງ ຕວ໊ນລວມຄ່າຊຳລະເງິນທັງໝົດ
28Phí giao hàngຟີ ຢາວ ຮ່າງຄ່າຈັດສົ່ງGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
29Sản phẩm tương tựສານ ເຝິມ ເຕືອງ ຕຶຜະລິດຕະພັນທີ່ຄ້າຍຄືກັນ
30Cháy hàngໄຈ ຮ່າງສິນຄ້າໝົດໄວ
31Giao hàng miễn phíຢາວ ຮ່າງ ມຽນ ຝີສົ່ງເໃຫ້ຟຣີGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
32Hàng chính hãngຮ່າງ ຈິງ ຫາງສິນຄ້າຂອງແທ້
33Hàng hóa có biến thểຮ່າງ ຮວາ ກໍ ບຽນ ເຖສິນຄ້າມີການປ່ຽນແປງ
34Kho hàngຄໍ ຮ່າງສາງເຄື່ອງ
35Hàng đúng với quảng cáoຮ່າງ ດຸງ ເວີຍ ກວາງ ກາວສິນຄ້າຖືກຕ້ອງຕາມໂຄສະນາ
36Mua số lượng lớnມົວ ໂສ ເລື້ອງ ເລິນຊື້ເປັນຈໍານວນຫຼາຍ
37Chạy quảng cáoໄຈ້ ກວາງ ກາວຍິງໂຄສະນາ
ຕາຕະລາງ: ຄຳສັບກ່ຽວກັບການຊື້ເຄື່ອງຊື້ຂອງໃນອອນລາຍ

*ເບິ່ງເພີ່ມຕື່ມຄຳສັບກ່ຽວກັບເງິນຕາໃນພາສາຫວຽດ>>>

ຄຳສັບກ່ຽວກັບການຊື້ເຄື່ອງຊື້ຂອງໃນອອນລາຍ
ຄຳສັບກ່ຽວກັບການຊື້ເຄື່ອງຊື້ຂອງໃນອອນລາຍ

ກໍລະນີ​ສົນທະນາ: ​ເອື້ອຍ ລານ (Lan) ກັບ ພະນັກງານ (Nhân viên) ​ທີ່​ປຶກສາ​ຢູ່​ຮ້ານ​ນ້ຳ​ຫອມ Lotte ຮ່າ​ໂນ້ຍ. ເອື້ອຍລານເປັນລູກຄ້າປະຈຳຂອງຮ້ານນີ້.

Nhân viên: Chào chị Lan, rất vui được đón tiếp chị tại cửa hàng nước hoa của chúng tôi. Chị có thể cho em biết chị đang tìm kiếm loại nước hoa như thế nào không ạ? ສະບາຍດີເອື້ອຍລານ, ຮ້ານນ້ຳຫອມຂອງພວກເຮົາດີໃຈຫຼາຍທີ່ໄດ້ບໍລິການເອື້ອຍ. ເອື້ອຍສາມາດບອກນ້ອງໄດ້ບໍ່ເອື້ອຍກຳລັງຊອກຫານ້ຳຫອມປະເພດໃດ?

Chị Lan: Chào em, chị đang tìm một loại nước hoa có thể sử dụng hàng ngày, nhưng vẫn phải sang trọng và phù hợp với phong cách của chị. ສະບາຍດີນ້ອງ, ເອື້ອຍກໍາລັງຊອກຫານໍ້າຫອມທີ່ສາມາດໃຊ້ໄດ້ທຸກໆມື້, ແຕ່ຕ້ອງມີຄວາມຫຼູຫຼາ ແລະ ເໝາະສົມກັບສະໄຕຂອງເອື້ອຍ.

Nhân viên: Em hiểu rồi ạ. Chị có thích mùi hương nào đặc biệt không? Ví dụ như hương hoa, hương gỗ, hay hương trái cây? ນ້ອງເຂົ້າໃຈແລ້ວ, ເອື້ອຍມັກກິ່ນໃດເປັນພິເສດບໍ? ຕົວຢ່າງເຊັ່ນກິ່ນດອກໄມ້, ກິ່ມຫອມໄມ້ ຫຼື ກິ່ນຫອມໝາກໄມ້?

Chị Lan: Chị thích những mùi hương nhẹ nhàng, thanh lịch nhưng vẫn phải có chút gì đó quyến rũ. Có thể là hương hoa hoặc hương gỗ cũng được. ເອື້ອຍມັກກິ່ນຫອມແບບອ່ອນໆ, ສຸພາບລຽບລ້ອຍແຕ່ຍັງມີສະເໜ່ໜ້ອຍໜຶ່ງ. ອາດຈະເປັນນ້ຳຫອມກິ່ນດອກໄມ້ ຫຼື ກິ່ນຫອມຂອງໄມ້ກໍໄດ້.

Nhân viên: Vậy em xin giới thiệu với chị một số loại nước hoa đang rất được ưa chuộng hiện nay. Đây là Chanel No. 5, một mùi hương cổ điển và sang trọng, rất phù hợp với những dịp đặc biệt. Còn đây là Dior J’adore, với hương hoa nhài và hoa hồng, rất nữ tính và quyến rũ. ຄັນຊັ້ນ, ນ້ອງຂໍແນະນຳເອື້ອຍກັບນ້ຳຫອມທີ່ກຳລັງເປັນທີ່ນິຍົມກັນຫຼາຍຢູ່ຕອນນີ້. ນີ້ແມ່ນນ້ຳຫອມ Chanel No. 5, ກິ່ນຫອມແບບຄລາສສິກ ແລະ ຫອມແບບສຸພາບ, ເໝາະສຳຫຼັບໃນໂອກາດຕ່າງໆ. ສ່ວນນີ້ແມ່ນນ້ຳຫອມ Dior J’adore, ກັບນ້ຳຫອມດອກມະນີ ແລະ ດອກກຸຫຼາບ ມີຄວາມເປັນຜູ້ຍິງ ແລະ ຫອມຍົວະຍວນໃຈ.

Chị Lan: Nghe hấp dẫn quá. Em có thể cho chị thử mùi của Dior J’adore được không? ຟັງແລ້ວໜ້າສົນໃຈຫຼາຍ. ນ້ອງສາມາດເອົາໃຫ້ເອື້ອຍລອງສີດນ້ຳຫອມຂອງ Dior J’adore ໄດ້ບໍ?

Nhân viên: Dạ, tất nhiên rồi ạ. Chị có thể thử trên cổ tay để cảm nhận rõ hơn mùi hương. (Nhân viên xịt nước hoa lên cổ tay chị Lan) ໂດຍ, ແນ່ນອນແລ້ວ. ເອື້ອຍສາມາດລອງສີດໃສ່ຂໍ້ມືຈະໄດ້ກິ່ນຫອມກວ່າ. (ພະນັກງານສີດນ້ຳຫອມໃສ່ຂໍ້ມືເອື້ອຍລານ)

Chị Lan: Mùi hương này thật sự rất dễ chịu và quyến rũ. Chị nghĩ chị sẽ chọn loại này. ກິ່ນນີ້ຈັ່ງແມ່ນຫອມຊື່ນ ແລະ ຍົວະຍວນໃຈ. ເອື້ອຍຄິດວ່າຈະເລືອກຍີ່ຫໍ້ນີ້.

Nhân viên: Em rất vui vì chị thích. Nếu chị cần thêm thông tin hoặc muốn thử thêm loại nào khác, chị cứ nói với em nhé. ນ້ອງດີໃຈຫຼາຍທີ່ເອື້ອຍມັກ. ຖ້າເອື້ອຍຕ້ອງການຂໍ້ມູນເພີ່ມເຕີມ ຫຼື ຕ້ອງການລອງກິ່ນອື່ນ, ເອື້ອຍບອກນ້ອງໂລດເດີ.

Chị Lan: Cảm ơn em nhiều. Chị sẽ lấy một chai Dior J’adore. ຂອບໃຈນ້ອງຫຼາຍໆ. ເອື້ອຍຈະເອົາ Dior J’adore ຂວດໜຶ່ງ.

Nhân viên: Dạ, em sẽ gói lại cho chị ngay. Cảm ơn chị đã tin tưởng và lựa chọn sản phẩm của chúng em. Chúc chị một ngày vui vẻ! ໂດຍ, ນ້ອງຈະຫໍ່ໃຫ້ເອື້ອຍດຽວນີ້ເດີ. ຂອບໃຈເອື້ອຍທີ່ເຊື່ອໝັ້ນ ແລະ ເລືອກຜະລິດຕະພັນຂອງພວກເຮົາ. ຂໍໃຫ້ເປັນມື້ທີ່ມີຄວາມສຸກຂອງເອື້ອຍເດີ!

ລຳດັບປະໂຫຍກພາສາຫວຽດຄວາມໝາຍໝາຍເຫດ
1Tôi đang tìm một chiếc áo sơ mi màu xanh để đi làm.ຂ້ອຍກຳລັງຊອກເສື້ອເສີດສີຟ້າຜືນໜຶ່ງເພື່ອນຸ່ງໄປການ.
2Bạn có thể cho tôi xem đôi giày ở trên kệ kia không?ເຈົ້າເອົາເກີບຢູ່ເທິງຊັ້ນວາງເຄື່ອງເບື້ອງນັ້ນໃຫ້ຂ້ອຍເບິ່ງແດ່ໄດ້ບໍ?
3Cái váy này có còn size nhỏ hơn không ạ?ກະໂປ່ງຜືນນີ້ຍັງມີເບີນ້ອຍກວ່ານີ້ບໍ?
4Xin hỏi, ở đây có chấp nhận thanh toán bằng thẻ không?ຂໍໂທດ, ຢູ່ນີ້ມີການຊຳລະເງິນຜ່ານບັດບໍ?
5Tôi muốn đổi cái áo này vì nó bị rộng quá.ຂ້ອຍຢາກປ່ຽນເສື້ອຜືນນີ້ເພາະມັນຂ້ອນຂ້າງໃຫຍ່.
6Giá của sản phẩm này đã bao gồm thuế chưa ạ?ລາຄາຂອງຜະລິດຕະພັນນີ້ລວມທັງພາສີແລ້ວບໍ?
7Bạn có chương trình giảm giá hay khuyến mãi nào hôm nay không?ເຈົ້າມີລາຍການຫຼຸດລາຄາ ຫຼື ໂປຣໂມຊັນຫຍັງບໍມື້ນີ້?
8Tôi chỉ muốn xem thôi, nếu cần gì tôi sẽ gọi bạn.ຂ້ອຍຢາກເບິ່ງຊື່ໆ, ຖ້າຕ້ອງການຫຍັງຂ້ອຍຈະເອີ້ນເຈົ້າເດີ.
9Tôi mới mua đồ này hôm qua, nhưng về nhà thì phát hiện bị lỗi.ຂ້ອຍຫາກໍ່ຊື້ເຄື່ອງນີ້ມື້ວານ, ແຕ່ກັບໄປຮອດເຮືອນຈຶ່ງເຫັນວ່າມີຕຳໜິ.
10Xin giữ hóa đơn bạn nhé, phòng khi bạn cần đổi hàng.ກະລຸນາເກັບໃບບິນໄວ້ແດ່ເດີ, ເຜື່ອໄດ້ໃຊ້ເວລາທີ່ເຈົ້າຕ້ອງການປ່ຽນເຄື່ອງ.

ບົດຂ້າງເທິງນີ້ແມ່ນບົດລວມຄຳສັບກ່ຽວກັບການຊື້ເຄື່ອງໃນພາສາຫວຽດ. ຫວັງວ່າຜ່ານບົດນີ້, ທ່ານຈະກຳໄດ້ຄຳສັບບໍ່ຫຼາຍກໍ່ໜ້ອຍເພື່ອໄປນຳໃຊ້ໃນເວລາຊື້ເຄື່ອງຂອງແລ້ວ. ຂໍອວຍພອນໃຫ້ທຸກໆທ່າຮຽນພາສາຫວຽດນັບມື້ນັບເກັ່ງ ແລະ ກ້າວໜ້າຂື້ນເລື້ອຍໆ.

ຖ້າທ່ານເຫັນວ່າບົດຮຽນຂອງພວກເຮົາມີປະໂຫຍດ, ທ່ານສາມາດແບ່ງບັນໃຫ້ໝູ່ເພື່ອນມາຮຽນຮູ້ນຳກັນໄດ້

ຂໍຂອບໃຈ!

Lên đầu trang