ຄຳສັບກ່ຽວກັບເຄື່ອງໃຊ້ໃນຫ້ອງການໃນພາສາຫວຽດ

ເຄື່ອງໃຊ້ໃນຫ້ອງການເປັນເຄື່ອງໃຊ້ສຳລັບການເຮັດວຽກໃນຫ້ອງການ ມັນຊ່ວຍໃຫ້ວຽກງານດຳເນີນໄປຢ່າງສະດວກ ແລະ ມີປະສິດທິພາບ. ໂດຍທົ່ວໄປແລ້ວ ອຸປະກອນເຫົຼ່ານີ້ສາມາດແບ່ງອອກເປັນສອງກຸ່ມຫຼັກຄື: ກຸ່ມເຄື່ອງໃຊ້ໃນຫ້ອງການທີ່ບໍ່ແມ່ນເຄື່ອງຈັກ ແລະກຸ່ມເຄື່ອງໃຊ້ໃນຫ້ອງການທີ່ເປັນເຄື່ອງຈັກ. ບົດ​ຮຽນນີ້​ຈະ​ຊ່ວຍ​ໃຫ້​ທ່ານ​ຮຽນ​ຮູ້​ຄໍາ​ສັບ​​ກ່ຽວ​ກັບ​ອຸປະກອນສຳລັບຫ້ອງການ​ໃນ​ພາ​ສາ​ຫວຽດໃຫ້ຫຼາຍຂື້ນ​​.

I. ຄຳສັບກ່ຽວກັບເຄື່ອງໃຊ້ໃນຫ້ອງການ

1.1 ກຸ່ມເຄື່ອງໃຊ້ໃນຫ້ອງການທີ່ບໍ່ແມ່ນເຄື່ອງຈັກ

1.1.1 ຄຳສັບກ່ຽວກັບອຸປະກອນການຂຽນ

ອຸປະກອນການຂຽນແມ່ນເຄື່ອງມື ແລະ ເຄື່ອງໃຊ້ຕ່າງໆ ທີ່ໃຊ້ສໍາລັບການຂຽນ, ແຕ້ມ ຫຼື ບັນທຶກຂໍ້ມູນ. ອຸປະກອນເຫຼົ່ານີ້ມີຄວາມສໍາຄັນຫຼາຍໃນການເຮັດວຽກຫ້ອງການ, ການຮຽນ, ແລະ ກິດຈະກຳປະຈໍາວັນ.

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Bút biບຸດ ບີບິກ
2Bút lôngບຸດ ລົງບິກເຟິດ
3Bút mựcບຸດ ມຶກປາກກາດຳ
4Chì màuຈີ່ ເມົ່າສໍສີ
5Bút xoáບຸດ ສວານໍ້າລຶບ
6Bút đánh dấuບຸດ ແດັງ ເຢົາປາກກາໄຮໄລ້D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
7Sáp màuສາບ ເມົ່າສໍສີທຽນ
8Bút lông viết bảngບຸດ ລົງ ວຽດ ບາງບິກເຟິດຂຽນກະດານ
9Bút chì kimບຸດ ຈີ່ ກິມສໍກົດ
10Cọ vẽເກາະ ແຫວແປງແຕ້ມຮູບ
11Bút vẽບຸດ ແຫວປາກກາແຕ້ມຮູບ
12Compaກົມປາກົມປາ
13Cục tẩy / gôm tẩyກຸກ ເຕິຍ / ໂ-ກມ ເຕິຍຢາງລຶບສໍ
ອຸປະກອນການຂຽນ
ຄຳສັບກ່ຽວກັບອຸປະກອນການຂຽນ

ເບິ່ງເພິ່ມຕື່ມ: ຄຳສັບກ່ຽວກັບເຄື່ອງໃຊ້ຂອງສອຍໃນເຮືອນໃນພາສາຫວຽດ

1.1.2 ຄຳສັບກ່ຽວກັບອຸປະກອນເຈ້ຍ ແລະ ເອກະສານ

ເຄື່ອງໃຊ້ໃນຫ້ອງການທີ່ກ່ຽວກັບເຈ້ຍ ແລະ ເອກະສານ ແມ່ນສິ່ງທີ່ຂາດບໍ່ໄດ້ໃນທຸກຫ້ອງການ ເພາະມັນຊ່ວຍຈັດລະບົບ, ເກັບຮັກສາ ແລະ ປົກປ້ອງຂໍ້ມູນຕ່າງໆ.

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Giấy dán ghi nhớເຢິຍ ຢານ -ກີ ເຫຍີເຈ້ຍໂນດທຸກຄຳສັບທີ່ມີພະຍັນຊະນະ D ແລະ Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
2Giấy thanເຢິຍ ທານເຈ້ຍກາກບອນ
3Giấy kẻ ô lyເຢິຍ ແກ ໂອ ລີເຈ້ຍຕາຕະລາງ
4Hồ sơໂຮ່ ເຊີສຳເນົາ
5Giấy cho máy in kimເຢິຍ ຈໍ ໄໝ ອິນ ກິມເຈ້ຍສໍາລັບເຄື່ອງພິມ
6Giấy trắngເຢິຍ ຈັ່ງເຈ້ຍຂາວ
7Bao thưບາວ ທືຊອງຈົດໝາຍ
8Giấy bìa màu ເຢິຍ ເບ່ຍ ເມົ່າເຈ້ຍໜ້າປົກສີ
9Giấy cho máy in lazerເຢິຍ ຈໍ ໄໝ ອິນ ເລເຊີເຈ້ຍສຳລັບເຄື່ອງພິມເລເຊີ
10Giấy viết thưເຢິຍ ວຽດ ທືເຈ້ຍຂຽນຈົດໝາຍ
11Giấy phô-tôເຢິຍ ໂຟ-ໂຕເຈ້ຍ ກອັບປີ້
12Giấy đánh dấuເຢິຍ ແດັງ ເຢົາເຈ້ຍໝາຍໄວ້
13Giấy in báo ເຢິຍ ອິນ ບ້າວເຈ້ຍປິ່ນໜັງສືພິມ
14Tem thưແຕມ ທືສະແຕັມຈົດໝາຍ
15Giấy đục lỗ ເຢິຍ ດຸກ ໂຫຼເຈ້ຍເຈາະຮູ
16Sổ tayໂສ ໄຕສະໝຸດບັນທຶກ/ສະໝຸດພົກພາ
17 Sổ biên laiໂສ ບຽນ ລາຍປຶ້ມໃບຮັບເງິນ
18Sổ hóa đơnໂສ ຫົວ ເດີນປື້ມໃບບິນ
19Sổ kế hoạchໂສ ເກ ແຮວັກປຶ້ມແຜນການ
20 Quyển sách nhỏກວຽນ ແສັກ ຫຍໍປຶ້ມນ້ອຍ
21Phong bìຟອງ ບີ່ຊອງຈົດໝາຍ
22 Bưu thiếpບຶວ ຖຽບແຜ່ນໄປສະນີ
23Danh thiếpແຢັງ ຖຽບນາມບັດ
24Nhãn dánຫຍານ ຢານສະຕິກເກີ
ອຸປະກອນເຈ້ຍ ແລະເອກະສານ
ຄຳສັບກ່ຽວກັບອຸປະກອນເຈ້ຍ ແລະ ເອກະສານ

1.1.3 ຄຳສັບກ່ຽວກັບອຸປະກອນຕິດ ຫຼື ອຸປະກອນຕັດ

ເຄື່ອງໃຊ້ໃນຫ້ອງການທີ່ເປັນອຸປະກອນຕິດ ແລະ ອຸປະກອນຕັດແມ່ນເຄື່ອງມືສຳຄັນທີ່ຊ່ວຍໃນການຈັດການເອກະສານ ແລະ ວຽກງານຫ້ອງການໃຫ້ເປັນລະບຽບຮຽບຮ້ອຍ. ເຄື່ອງມືເຫຼົ່ານີ້ອຳນວຍຄວາມສະດວກໃນການເຊື່ອມຕໍ່ ຫຼື ແຍກສ່ວນຕ່າງໆຂອງວັດສະດຸ ເຊັ່ນ: ເຈ້ຍ, ກະດາດແຂງ ຫຼື ພາດສະຕິກ.

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1 Kéoແກວມີດຕັດ
2Dao rọc giấyຢາວ ຢອກ ເຢິຍມີດຕັດເຈ້ຍທຸກຄຳສັບທີ່ມີພະຍັນຊະນະ D ແລະ Gi ສາມາດອອກສຽງເປັນໂຕ ຢ ໄດ້ຖ້າທຽບໃສ່ສຳນຽງພາກໃຕ້
3Băng dínhບັງ ຢິງສະກັອດແທບ
4Keo dánແກວ ຢານ ກາວ
5Dập ghimເຢິບ -ກີມກາລາເຟີພະຍັນຊະນະ g ບໍ່ມີຕົວພະຍັນຊະນະໃດໃນພາສາລາວໃຫ້ທຽບ
6Kim bấmກິມ ເບິມລູກກາລາເຟີ
7Kẹp giấyແກບ ເຢິຍເຫຼັກໜີບ
8Keo dán dạng thỏiແກວ ຢານ ຢ້າງ ຖອຍກາວແທ່ງ
9Băng dính hai mặtບັງ ຢິງ ຫາຍ ໝັດສະກັອດສອງໜ້າ
10Băng dính giấyບັງ ຢິງ ເຢິຍສະກັອດຕິດເຈ້ຍ
11Băng dính vảiບັງ ຢິງ ຫວາຍສະກັອດຜ້າ
12Băng dính trong ບັງ ຢິງ ຈອງສະກັອດໃສ
13Dụng cụ bấm lỗຢຸງ ກຸ ເບິມ ໂຫຼເຄື່ອງເຈາະເຈ້ຍ
14Bảng lót cắtບາງ ຫຼອດ ກັດແຜ່ນຮອງຕັດ
15Dao rọc giấy ຢາວ ຢອກ ເຢິຍມີດຕັດເຈ້ຍ
16Dao đa năng ຢາວ ດາ ນັງມີດນ້ອຍ
17Súng bắn keoສຸງ ບັນ ແກວ ປືນກາວ
18Dụng cụ gỡ kim bấmສຸງ ກຸ ເ-ກີ ກິມ ເບິມເຄື່ອງມືຖອດລູກກາລາເຟີພະຍັນຊະນະ g ບໍ່ມີຕົວພະຍັນຊະນະໃດໃນພາສາລາວໃຫ້ທຽບ
19Kẹp bướmແກບ ເບື້ອມເຫຼັກຄັດ
ອຸປະກອນຕິດ ຫຼືອຸປະກອນຕັດ
ຄຳສັບກ່ຽວກັບອຸປະກອນຕິດ ຫຼື ອຸປະກອນຕັດ

1.2 ກຸ່ມເຄື່ອງໃຊ້ໃນຫ້ອງການທີ່ເປັນເຄື່ອງຈັກ

1.2.1 ຄຳສັບກ່ຽວກັບເຄື່ອງໃຊ້ຫ້ອງການເອເລັກໂຕຣນິກ

ເຄື່ອງໃຊ້ໃນຫ້ອງການເອເລັກໂຕຣນິກທີ່ໃຊ້ລະບົບໄຟຟ້າ ຫຼື ດິຈິຕອລ ເພື່ອຊ່ວຍໃນການເຮັດວຽກຫ້ອງການໃຫ້ມີປະສິດທິພາບ ແລະ ຄວາມສະດວກສະບາຍຫຼາຍຂຶ້ນ.

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Máy inໄໝ ອິນເຄື່ອງພິມ
2Máy quétໄໝ ແກວເຄື່ອງສະແກນ
3Máy photocopyໄໝ ຟໍໂຕກອບປີຈັກກອັບປີ້
4Máy in 3Dໄໝ ອິນ 3Dເຄື່ອງພິມ 3 ມິຕິ
5Máy tính để bànໄໝ ຕິງ ເດ ບ່ານຄອມຕັ້ງໂຕະ
6Máy tính xách tayໄໝ ຕິງ ແສັກ ໄຕໂນດບຸກ
7Máy faxໄໝ ແຟັກເຄື່ອງແຟັກ
8Máy hủy tài liệuໄໝ ຫຸຍ ຕ່າຍ ຫຼ້ຽວເຄື່ອງຈັກຕັດເຈ້ຍ
9Máy in phunໄໝ ອິນ ຟຸນເຄື່ອງພິມນ້ຳໝຶກ
10Màn tínhມ່ານ ຕິງຄອມພິວເຕີ
11Máy chiếuໄໝ ຈຽວ ໂປເຈັກເຕີ້
12Máy tính bảngໄໝ ຕິງ ບາງແທັບເລັດ
13Ổ USBໂອ່ USBແຟລັດໄດຣຟ໌
14Ổ cứng di độngໂອ່ ກຶງ ຢິ ດົ້ງຮາດໄດຣຟ໌ທຸກຄຳສັບທີ່ມີພະຍັນຊະນະ D ແລະ Gi ສາມາດອອກສຽງເປັນໂຕ ຢ ໄດ້ຖ້າທຽບໃສ່ສຳນຽງພາກໃຕ້
15Ổ đĩa bán dẫnໂອ່ ເດຍ ບານ ເຢິນເອັສເອສດີ (SSD)
16Bộ điều giải ໂບະ ດ່ຽວ ຢາຍໂມເດັມ
17Bộ chuyển mạch mạngໂບະ ຈວຽນ ແມັກ ມ້າງສະວິດ
18Bảng tương tácບາງ ເຕືອງ ຕາກກະດານຂາວໂຕ້ຕອບ
19 Ổ cắm điệnໂອ່ ກຳ ດ້ຽນປັກໄຟ
20Bàn phímບ່ານ ຝິມແປ້ນພິມ
21Chuột máy tínhຈວດ ໄໝ ຕິງເມົ້າ
22Bàn phím không dâyບ່ານ ຝິມ ຄົງ ເຢິຍແປ້ນພິມໄຮ້ສາຍ
23Chuột không dâyຈວດ ຄົງ ເິຍເມົ້າໄຮ້ສາຍ
24Loaລວາລຳໂພງ
25Webcamເວັບແຄມກ້ອງເວັບ
26Microໄມໂຄຣໄມໂຄຣໂຟນ
27Điều khiển trình chiếuດ່ຽວ ຂຽນ ຈິ່ງ ຈຽວຣີໂມດຄວບຄຸມການນຳສະເໜີ
28Dây cáp mạng ເຢິຍ ກາບ ມ້າງສາຍແລນ
ເຄື່ອງໃຊ້ຫ້ອງການເອເລັກໂຕຣນິກ
ຄຳສັບກ່ຽວກັບເຄື່ອງໃຊ້ຫ້ອງການເອເລັກໂຕຣນິກ

1.2.2 ຄຳສັບກ່ຽວກັບເຄື່ອງໃຊ້ໃນຫ້ອງການອື່ນໆ

ນອກເໜືອຈາກຄໍາສັບທີ່ກ່າວມາກ່ອນໜ້ານີ້, ຍັງມີຄໍາສັບອື່ນໆທີ່ກ່ຽວກັບເຄື່ອງໃຊ້ໃນຫ້ອງການອີກຫຼາຍຢ່າງ:

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Thước kẻເທືອກ ເເກໄມ້ບັນທັດ
2 Thước dâyເທືອກ ເຢິຍສາຍວັດແທກທຸກຄຳສັບທີ່ມີພະຍັນຊະນະ D ແລະ Gi ສາມາດອອກສຽງເປັນໂຕ ຢ ໄດ້ຖ້າທຽບໃສ່ສຳນຽງພາກໃຕ້
3Thước đo gócເຖືອກ ດໍ -ກອກໄມບັນທັດມຸມວັດແທກ
4Cục tẩyກຸກ ເຕິຍຢາງລຶບ
5Gọt bút chìກອດ ບຸດ ຈີ່ເຄື່ອງເຫຼົາສໍ
6 Khăn trải bàn làm việcຄັນ ຈາຍ ບ່ານ ລ່າມ ວຽກຜ້າປູໂຕະເຮັດວຽກ
7 Bảng kẹp giấyບາງ ແກບ ເຢິຍກະດານຮອງຂຽນ
8Ghim đinh-ກິມ ດິງເຂັມໝຸດ
9Dây thunເຢິຍ ທູນສາຍຢາງຢືດ

II. ປະໂຫຍກກ່ຽວກັບທີ່ມັກໃຊ້ໃນພາສາຫວຽດ

ລ/ດປະໂຫຍກຄວາມໝາຍໝາຍເຫດ
1Em cho cô mượn một cây bút đỏ với!ນ້ອງໃຫ້ອາຈານຢືມບິກແດງກ້ານໜຶ່ງແດ່!
2Bút chì của tôi bị gãy rồi, tôi cần gọt lại.ສໍດຳຂອງຂ້ອຍຫັກແລ້ວ, ຂ້ອຍຕ້ອງການເຫຼົາມັນໃໝ່.
3Bạn có giấy A4 không? Cho mình vài tờ với.ເຈົ້າມີເຈ້ຍ A4 ບໍ? ໃຫ້ຂ້ອຍ 2-3 ໃບແດ່.
4Cái ghim bấm này bị hết ghim rồi.ກາລາເຟີນີ້ລູກໝົດແລ້ວ.
5Tôi thường ghi chú vào sổ tay khi học bài.ຂ້ອຍມັກຂຽນບັນທຶກໃສ່ສະໝຸດເວລາຮຽນ.
6Bạn dán giấy nhớ lên bảng giúp mình với.ເຈົ້າຕິດເຈ້ຍໃສ່ກະດານຊ່ວຍຂ້ອຍແດ່
7Hồ dán ở đâu rồi nhỉ? Mình muốn dán ảnh.ກາວຢູ່ໃສນໍ? ຂ້ອຍຢາກຕິດຮູບ.
8Hộp bút của tôi có nhiều bút màu.ໃນກັບບິກຂອງຂ້ອຍມີສໍສີຫຼາຍກ້ານ.
9Tôi vừa mua một quyển vở và một cây thước.ຂ້ອຍຫາກໍ່ຊື້ປຶ້ມຂຽນ ແລະ ໄມ້ບັນທັດ.
10Máy in trong văn phòng bị kẹt giấy.ເຄື່ອງພິມຢູ່ຫ້ອງການມີເຈ້ຍຄ້າງຢູ່ໃນ.

ບົດສະຫຼຸບ: ຂ້າງເທິງນີ້ແມ່ນຄຳສັບກ່ຽວກັບເຄື່ອງໃຊ້ໃນຫ້ອງການໃນພາສາຫວຽດ, ຄຳສັບກ່ຽວກັບອຸປະກອນການຂຽນ, ຄຳສັບກ່ຽວກັບອຸປະກອນເຈ້ຍ ແລະ ເອກະສານ, ຄຳສັບກ່ຽວກັບອຸປະກອນຕິດ ຫຼື ອຸປະກອນຕັດ, ຄຳສັບກ່ຽວກັບເຄື່ອງໃຊ້ໃນຫ້ອງການເອເລັກໂຕຣນິກ, ຄຳສັບກ່ຽວກັບເຄື່ອງໃຊ້ຫ້ອງການອື່ນໆ ແລະປະໂຫຍກກ່ຽວກັບທີ່ມັກໃຊ້ໃນພາສາຫວຽດ. ພວກ​ເຮົາ​ຫວັງ​ວ່າ​ຄໍາ​ສັບ​ເຫຼົ່າ​ນີ້​ຈະ​ຊ່ວຍ​ໃຫ້​ທ່ານ​ຮຽນ​ຮູ້​ພາ​ສາ​ຫວຽດ​ໄດ້​ດີກ​ວ່າ. ຖ້າທ່ານເຫັນວ່າບົດຄວາມນີ້ເປັນປະໂຫຍດ, ທ່ານສາມາດແບ່ງປັນກັບຫມູ່ເພື່ອນຂອງທ່ານໄດ້ຮຽນນຳເດີ.

ຂໍຂອບໃຈ!

Lên đầu trang