ປະຫວັດຄວາມເປັນມາ ແລະຄວາມໝາຍຂອງເພງຊາດຫວຽດນາມ

ເພງຊາດແມ່ນເພງທາງການທີ່ເປັນຕົວແທນໃຫ້ແກ່ປະເທດ, ສະແດງເຖິງຄວາມຮັກຊາດ, ຄວາມພາກພູມໃຈຂອງຊາດ ແລະ ຄວາມປາຖະໜາເພື່ອຄວາມເສລີພາບ, ສັນຕິພາບ ຫຼື ຄວາມສາມັກຄີ. ເພງຊາດຫຼາຍບົດໄດ້ຖືກສ້າງຂຶ້ນໃນໄລຍະການຕໍ່ສູ້ເພື່ອເອກະລາດ ຫຼື ຫຼັງຈາກເຫດການປະຫວັດສາດທີ່ສຳຄັນ, ສະນັ້ນຈຶ່ງມີຄວາມໝາຍຂອງຍຸກສະໄໝຢ່າງເລິກເຊິ່ງ. ນອກນັ້ນ, ເພງຊາດຍັງຖືກຮ້ອງ ຫຼື ເປີດໃນເຫດທີ່ສຳຄັນເຊັ່ນ: ພິທີເປີດ, ພິທີໄວ້ອາໄລ, ການແຂ່ງຂັນກິລາສາກົນ ຫຼື ເມື່ອຕອນຮັບປະມຸກລັດ. ເມື່ອທຸກຄົນຮ້ອງເພງຊາດນຳກັນ, ນັ້ນຄືຊ່ວງເວລາທີ່ສະແດງເຖິງຄວາມເປັນເອກະພາບ ແລະ ຄວາມຈົງຮັກພັກດີຕໍ່ປະເທດຊາດ. ໃນບົດຄວາມນີ້, ພວກເຮົາຈະມາຮຽນຮູ້ກ່ຽວກັບປະຫວັດສາດຂອງເພງຊາດຫວຽດນາມນຳກັນ.

1. ປະຫວັດຄວາມເປັນມາຂອງເພງຊາດຫວຽດນາມ

1.1 ປະຫວັດຄວາມເປັນມາ

ເພງຊາດຫວຽດນາມແມ່ນເພງ “Tiến Quân Ca” ແປເປັນພາສາລາວຊົ່ວຄາວແມ່ນ “ເພງເດີນທັບ”, ແຕ່ງໂດຍນັກດົນຕີ Văn Cao ໃນປີ 1944 ທີ່ຫ້ອງແຖວເລກທີ 171 ຖະໜົນ Mongrand – ຮ່າໂນ້ຍ (ປັດຈຸບັນແມ່ນເຮືອນເລກທີ 45 ຖະໜົນ Nguyễn Thượng Hiền – ຮ່າໂນ້ຍ) ແລະ ຖືກພິມຄັ້ງທຳອິດໃນໜ້າວັນນະຄະດີຂອງໜັງສືພິມ Độc Lập ເດືອນ ພະຈິກ 1944.

ນັກດົນຕີ Văn Cao
ນັກດົນຕີ Văn Cao

ເດືອນສິງຫາ ປີ 1945, ກອງປະຊຸມໃຫຍ່ປະຊາຊົນ (ຕົ້ນກຳເນີດຂອງກອງປະຊຸມສະພາແຫ່ງຊາດຫວຽດນາມໃນປັດຈຸບັນ) ໄດ້ຈັດຂຶ້ນທີ່ເມືອງ ເຕິນຈ່າວ (Tân Trào) ແຂວງ ຕວຽນກວາງ (Tuyên Quang), ເພື່ອປຶກສາຫາລືແຜນການລຸກຮື້ຂຶ້ນທົ່ວປະເທດ, ປຶກສາຫາລືແຜນການອອກແບບຂອງທຸງຊາດ, ກາສັນຍະລັກແຫ່ງຊາດ ແລະ ເພງຊາດ ເມື່ອຫວຽດນາມໄດ້ຮັບເອກະລາດ. ນັກດົນຕີ Nguyễn Đình Thi ໄດ້ຮັບໜ້າທີ່ປຶກສາຫາລືຄວາມຄິດເຫັນຈາກບັນດາຜູ້ແທນ, ຄັດເລືອກບົດເພງພິເສດຈໍານວນໜຶ່ງເພື່ອສະເໜີຕໍ່ປະທານ ໂຮ່ຈີມິນ (Hồ Chí Minh) ແລະ ກອງປະຊຸມໃຫຍ່ປະຊາຊົນ ເພື່ອລົງຄະແນນສຽງເລືອກເປັນເພງຊາດ.

ສາມບົດເພງທີ່ໄດ້ນຳມາສະເໜີຂຶ້ນແມ່ນເພງ “Cùng nhau đi hồng binh” ຂອງ Đỗ Nhuận, ເພງ “Diệt phát xít” ຂອງ Nguyễn Đình Thi ແລະ ເພງ “Tiến quân ca” ຂອງ Văn Cao.

ສຸດທ້າຍ, ເພງ Tiến quân ca ກໍ່ໄດ້ຖືກເລືອກເປັນເພງຊາດ ເພາະມັນທັງສັ້ນ, ທັງມີທຳນອງທີ່ສະຫງ່າຜ່າເຜີຍ ພ້ອມກັນນັ້ນຍັງສະແດງໃຫ້ເຫັນເຖິງຄວາມຕັ້ງໝັ້ນ, ຄວາມປາຖະໜາຂອງຊາດ ແລະ ເນື້ອເພງກໍ່ຈື່ໄດ້ງ່າຍອີກດ້ວຍ.

ວັນທີ 2 ກັນຍາ 1945, ເມື່ອປະທານ ໂຮ່ຈີມິນ Hồ Chí Minh ອ່ານບົດຖະແຫຼງການເອກະລາດຢູ່ສະໜາມຫຼວງ Ba Đình, ເພງ “Tiến Quân Ca” ກໍ່ໄດ້ຮ້ອງຂື້ນ ແລະເປັນເພງຊາດຂອງສາທາລະນະລັດປະຊາທິປະໄຕຫວຽດນາມ.

ວັນທີ 2 ກັນຍາ ປີ 1945, ຢູ່ທີ່ສະໜາມຫຼວງ ບາດິງ , ຮ່າໂນ້ຍ, ປະທານ ໂຮ່ຈີມິນ ໄດ້ອ່ານຖະແຫຼງການປະກາດເອກະລາດ, ສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ.

ສະພາແຫ່ງຊາດຊຸດທີ I ຂອງປະເທດໄດ້ຕັດສິນໃຈເອົາເພງ Tiến quân ca ທີ່ແຕ່ງໂດຍນັກປະພັນ Văn Cao ເປັນເພງຊາດຫວຽດນາມ. ໃນມາດຕາ 3 ຂອງລັດຖະທຳມະນູນ ປີ 1946 ກໍໄດ້ກຳນົດໄວ້ຢ່າງຊັດເຈນວ່າ: “ເພງຊາດແມ່ນບົດເພງ Tiến quân ca” .

ກອງປະຊຸມຄັ້ງທີ 5 ສະພາແຫ່ງຊາດ ຊຸດທີ I (ປີ 1955) ໄດ້ຕັດສິນໃຈຮັກສາເນື້ອໃນດົນຕີຂອງເພງຊາດໄວ້ຄືເກົ່າ ແຕ່ໄດ້ດັດແປງເນື້ອເພງເລັກນ້ອຍ ແລະ ຜູ້ປະພັນກໍ່ໄດ້ປະກອບສ່ວນໃນການແກ້ໄຂເນື້ອເພງນັ້ນ.

ນັບແຕ່ເດືອນເມສາ ປີ 1981 ຫາ ເດືອນມິຖຸນາ ປີ 1983, ສະພາແຫ່ງລັດໄດ້ຈັດການປະກວດເພື່ອແຕ່ງເພງຊາດໃໝ່ໃນຂອບເຂດກວ້າງຂວາງ, ແຕ່ສຸດທ້າຍກໍ່ບໍ່ສາມາດຊອກຫາເພງໃດທີ່ສາມາດນຳມາໃຊ້ແທນເພງ “Tiến quân ca” ໄດ້.

ຢູ່ກອງປະຊຸມສະພາແຫ່ງຊາດໃນປີ 1993, ສະຖານະພາບອັນສັກສິດ ແລະ ສູງສົ່ງຂອງເພງຊາດຫວຽດນາມ ໄດ້ຮັບການຢືນຢັນອີກເທື່ອໜຶ່ງ. ໃນມາດຕາ 13 ຂໍ້ທີ 3 ຂອງລັດຖະທຳມະນູນປີ 2013 ຍັງສືບຕໍ່ ກຳນົດໄວ້ວ່າ: “ເພງຊາດຂອງສາທາລະນະລັດສັງຄົມນິຍົມຫວຽດນາມ ແມ່ນດົນຕີ ແລະ ເນື້ອເພງຂອງເພງ ‘Tiến quân ca‘.”

ເພງ Tiến quân ca ມີບາງຈຸດທີ່ແຕກຕ່າງຖ້າທຽບກັບສະບັບປັດຈຸບັນ ທັງເນື້ອເພງ ແລະ ດົນຕີ. ສໍາລັບເນື້ອເພງ ປະໂຫຍກທຳອິດໃນສະບັບເດີມຂອງ Tiến quân ca ແມ່ນ: “Đoàn quân Việt Minh đi” ໄດ້ຖືກແກ້ໄຂເປັນ “Đoàn quân Việt Nam đi” ເພງນີ້ໄດ້ກາຍເປັນເພງຊາດຫວຽດນາມໃນປີ 1945.

ໃນປີ 1955, ຕາມການປະກອບຄວາມຄິດເຫັນຂອງບັນດາຜູ້ແທນສະພາແຫ່ງຊາດ ຊຸດທີ I ຜູ້ແຕ່ງເພງ ທ່ານ Văn Cao ໄດ້ແກ້ໄຂປະໂຫຍກ “ຂໍສາບານວ່າຈະຈີກເນື້ອ ດື່ມເລືອດສັດຕູ (Thề phanh thây uống máu quân thù)” ໃນບົດເພງມາເປັນ “ເສັ້ນທາງແຫ່ງໄຊຊະນະສ້າງຂຶ້ນຈາກຊາກສົບຂອງສັດຕູ (Đường vinh quang xây xác quân thù)”. ປະໂຫຍກສຸດທ້າຍ “ກ້າວໄປທາງໜ້າ! ຮ້ອງດັງຂຶ້ນ! ຄວາມມຸ່ງມາດປາດຖະໜາຂອງລູກຜູ້ຊາຍແມ່ນຢູ່ນີ້!” ໄດ້ຖືກນັກແຕ່ງແກ້ໄຂມາເປັນ “ພູຜາແມ່ນ້ຳຫວຽດນາມພວກເຮົາໝັ້ນຄົງຍືນຍົງ (Núi sông Việt Nam ta vững bền)” ແຕ່ເມື່ອພິມອອກມາເປັນເພງຊາດ, ຄະນະບັນນາທິການໄດ້ແກ້ໄຂມາເປັນ “ປະເທດຫວຽດນາມພວກເຮົາໝັ້ນຄົງຍືນຍົງ (Nước non Việt Nam ta vững bền)”. ໃນເດືອນເມສາ 2011, ເວັບໄຊ cracked.com – ເປັນເວັບໄຊຂໍ້ມູນຂ່າວສານດ້ານຄວາມຮູ້ທີ່ມີຊື່ສຽງຂອງອາເມລິກາ ເຊິ່ງດຶງດູດຜູ້ຊົມໄດ້ຫຼາຍຮ້ອຍລ້ານຄົນໃນທົ່ວໂລກ ໄດ້ດໍາເນີນການສໍາຫຼວດຜູ້ອ່ານ ແລະ ເຫັນດີເປັນເອກະສັນກັນລົງຄະແນນສຽງໃຫ້ເພງຊາດຫວຽດນາມ ເປັນບົດເພງຊາດທີ່ຍິ່ງໃຫຍ່ທີ່ສຸດໃນໂລກ (ໂດຍຈັດລຳດັບຕາມຫຼັງແມ່ນເພງຊາດຂອງ ຝຣັ່ງ, ຕວກກີ, ຮົງກາລີ, ອີຕາລີ, ແອລຈີເຣຍ… ).

*ເບິ່ງເພີ່ມຕື່ມ: ປະຫວັດຄວາມເປັນມາ ແລະ ຄວາມໝາຍຂອງທຸງຊາດຫວຽດນາມ

1.2 ເນື້ອໃນເພງຊາດຫວຽດນາມ

ເນື້ອໃນເພງແຕ່ປີ 1944 ຫາປີ 1955

ເນື້ອໃນເພງທີ 1ເນື້ອໃນເພງທີ 2
Đoàn quân Việt Nam đi, Chung lòng cứu quốc,
Bước chân dồn vang trên đường gập ghềnh xa,
Cờ in máu chiến thắng mang hồn nước.
Súng đằng xa chen khúc quân hành ca,
Đường vinh quang xây xác quân thù,
Thắng gian lao đoàn Việt lập chiến khu.
Thề phanh thây uống máu quân thù,
Tiến mau ra sa trường,
Tiến lên! Cùng thét lên!
Chí trai là đây nơi ước nguyền!
Đoàn quân Việt Nam đi, Sao vàng phấp phới,
Dắt giống nòi quê hương qua nơi lầm than.
Cùng chung sức kiến thiết xây đời mới,
Đứng đều lên gông xích ta đập tan.
Dù thây tan xương nát khôn sờn,
Gắng hy sinh đời ta tươi thắm hơn.
Từ bao lâu ta nuốt căm hờn,
Vũ trang đâu! Lên đường!
Hỡi ai! Lòng chớ quên!
Bắc Sơn cùng Đô Lương, Thái Nguyên.

ເນື້ອເພງແຕ່ປີ 1955 ຫາປະຈຸບັນ

ເນື້ອໃນເພງທີ 1ເນື້ອໃນເພງທີ 2
Đoàn quân Việt Nam đi, chung lòng cứu quốc
Bước chân dồn vang trên đường gập ghềnh xa
Cờ in máu chiến thắng mang hồn nước,
Súng ngoài xa chen khúc quân hành ca
Đường vinh quang xây xác quân thù,
Thắng gian lao cùng nhau lập chiến khu.
Vì nhân dân chiến đấu không ngừng,
Tiến mau ra sa trường,
Tiến lên, cùng tiến lên!
Nước non Việt Nam ta vững bền.
Đoàn quân Việt Nam đi, sao vàng phấp phới
Dắt giống nòi quê hương qua nơi lầm than
Cùng chung sức phấn đấu xây đời mới,
Đứng đều lên gông xích ta đập tan.
Từ bao lâu ta nuốt căm hờn,
Quyết hy sinh đời ta tươi thắm hơn.
Vì nhân dân chiến đấu không ngừng,
Tiến mau ra sa trường,
Tiến lên, cùng tiến lên!
Nước non Việt Nam ta vững bền!

2. ຄວາມໝາຍຂອງເພງຊາດຫວຽດນາມ

ເພງຊາດຫວຽດນາມມີຄວາມໝາຍດັ່ງນີ້:

ຈິດໃຈຕໍ່ສູ້: ດ້ວຍບັນດາປະໂຫຍກໃນບົດເພງເຊັ່ນ “ກອງທັບຫວຽດນາມເດີນ, ຮ່ວມໃຈກູ້ຊາດ (Đoàn quân Việt Nam đi, chung lòng cứu quốc)” ໃນບົດເພງໄດ້ສະແດງໃຫ້ເຫັນເຖິງຈິດໃຈອົງອາດທີ່ພ້ອມຕໍ່ສູ້ເພື່ອເອກະລາດຂອງຊາດ.

ສັນຍະລັກແຫ່ງຄວາມສາມັກຄີ: ເພງຊາດແມ່ນຄໍາຮຽກຮ້ອງໃຫ້ທົ່ວປວງຊົນລຸກຂຶ້ນຕໍ່ສູ້ເພື່ອເປົ້າໝາຍດຽວກັນ ຄືການຍາດແຍ່ງເອົາສິດໃນການປົກຄອງຕົນເອງ ແລະ ສ້າງສາປະເທດຊາດ.

ຄວາມປາດຖະໜາ: ບໍ່ພຽງແຕ່ເປັນຄໍາຮຽກຮ້ອງໃຫ້ຕໍ່ສູ້, ບົດເພງຍັງໄດ້ສື່ເຖິງຄວາມເຊື່ອໝັ້ນຕໍ່ອະນາຄົດທີ່ສົດໃສ, ເມື່ອປະເທດຊາດມີຄວາມເປັນເອກະລາດ ແລະ ສັນຕິພາບຢ່າງສົມບູນ.

ເພງຊາດຫວຽດນາມ

ມາຮອດປັດຈຸບັນ, ເຖິງແມ່ນວ່າສັງຄົມຈະປ່ຽນແປງ ແຕ່ບົດເພງຊາດນີ້ຍັງຄົງຮັກສາຄຸນຄ່າທາງດ້ານຈິດໃຈໄວ້ຢ່າງຄົບຖ້ວນ, ຖືກນໍາໃຊ້ໃນງານມະໂຫລານລະດັບຊາດ, ງານກິລາ, ວຽກງານການທູດ ແລະ ວັດທະນະທໍາໃນຖານະທີ່ເປັນສັນຍະລັກອັນສັກສິດຂອງຊາດຫວຽດນາມ. ຖ້າທ່ານເຫັນວ່າບົດຂຽນນີ້ມີເນື້ອໃນດີ ແລະ ມີປະໂຫຍດ, ກະລຸນາແບ່ງປັນໃຫ້ໝູ່ເພື່ອນຂອງທ່ານໄດ້ມາຮຽນນຳແດ່ເດີ! ຂໍຂອບໃຈ!

ຂໍຂອບໃຈ!

Lên đầu trang