ພາສາຫວຽດແມ່ນທີ່ຂຽນດ້ວຍອັກສອນລາແຕັງ (Latin) ມີເຄື່ອງໝາຍພິເສດກຳກັບທີ່ໃຊ້ເປັນພາສາຊາດ. ພາສາຫວຽດສ່ວນຫຼາຍເປັນຄໍາໂດດ, ແຍກພະຍາງຈະແຈ້ງ ແຕ່ລະພະຍາງຜັນສຽງແຍກກັນ. ຄໍາສັບໜຶ່ງອາດຈະມີພະຍາງດຽວ ຫຼືຫຼາຍພະຍາງ, ວິທີສ້າງປະໂຫຍກຈະເອົາບັນດາຄໍາສັບຮຽງກັນເປັນປະໂຫຍກ ຫຼືເອົາບັນດາຄໍາສັບຮຽງກັນເປັນກຸ່ມຄໍາແລ້ວຈຶ່ງປະສົມເປັນປະໂຫຍກ. ເນື່ອງຈາກຈຸດດັ່ງກ່າວນີ້, ໃນການຮຽນພາສາຫວຽດຈຶ່ງຍາກທີ່ຈະຜັນສຽງໃຫ້ຖືກຕ້ອງ. ກ່ອນທີ່ຈະອອກສຽງໃຫ້ຖືກຕ້ອງນັ້ນ, ກ່ອນອື່ນໝົດຕ້ອງຝຶກຜັນສຽງແຕ່ລະພະຍາງໃຫ້ຖືກຕ້ອງຊັດເຈນເສຍກ່ອນ.
I. ສະເໜີລວມ
ອີງໃສ່ຈຸດພິເສດຄວາມແຕກຕ່າງດ້ານສໍານຽງສຽງເວົ້າ, ສາມາດແບ່ງພາສາຫວຽດອອກເປັນສາມເຂດໃຫຍ່ (3 ທ້ອງຖິ່ນໃຫຍ່) ຄື: ພາສາຫວຽດທ້ອງຖິ່ນບັກໂບ້ (ພາກເໜືອ), ພາສາຫວຽດທ້ອງຖິ່ນຈຸງໂບ້ (ພາກກາງ) ແລະພາສາຫວຽດທ້ອງຖິ່ນນາມໂບ້ (ພາກໃຕ້). ຄວາມແຕກຕ່າງຕົ້ນຕໍແມ່ນດ້ານສໍານຽງແຕ່ຄວາມແຕກຕ່າງກັນນັ້ນກໍ່ບໍ່ມີຜົນສະທ້ອນຕໍ່ການສື່ສານຊຶ່ງກັນ ແລະກັນປານໃດ. ຊາວທ້ອງຖິ່ນຮ່າໂນ້ຍ (ບັກໂບ້) ສາມາດເຂົ້າໄປດຳລົງຊີວິດຮ່ວມກັບຊາວເມືອງເຫວ້ (ຈຸງໂບ້), ເມືອງໂຮ່ຈີມິນ (ນາມໂບ້) ໄດ້ຢ່າງງ່າຍດາຍ; ກົງກັນຂ້າມຊາວເມືອງເຫວ້ ຫຼື ຊາວເມືອງໂຮ່ຈີ່ມິນກໍສາມາດເຂົ້າມາດໍາລົງຊີວິດກັບຊາວເມືອງຮ່າໂນ້ຍໄດ້ເຊັ່ນກັນ.

ຊາວຕ່າງປະເທດຮຽນພາສາຫວຽດມັກຈະເລືອກຮຽນຕາມສໍານຽງປັກໂບ້ (ພາກເໜືອ) ເປັນມາດຕະຖານ (ອີງໃສ່ເປົ້າໝາຍຂອງຜູ້ຮຽນ ແລະມາຮອດປັດຈຸບັນກໍມີຫຼາຍຄົນຮຽນທີ່ເລືອກສໍານຽງຈຸງໂບ້ ແລະນາມໂບ້).
ພາສາຫວຽດເປັນພາສາທີ່ມີສຽງວັນນະຍຸດຫຼາຍສຽງ, ມີເຄື່ອງໝາຍວັນນະຍຸດ 5 ຮູບ ແຕ່ມີສຽງວັນນະຍຸດ 6 ສຽງ; ແຕ່ລະພະຍາງຈະມີສຽງວັນນະຍຸດສະເພາະ ແລະມີໜ້າທີ່ຈໍາແນກຄວາມໝາຍ.
ຕົວຢ່າງ:
Bàn ໂຕະ
Bán ຂາຍ
Bạn ເພື່ອນ
ສະນັ້ນ, ການຝຶກອອກສຽງວັນນະຍຸດໃຫ້ຊັດເຈນຈຶ່ງມີຄວາມສໍາຄັນຫຼາຍໃນການຮຽນພາສາຫວຽດ, ເພາະຖ້າຜັນສຽງວັນນະຍຸດບໍ່ຖືກຈະເຮັດໃຫ້ເຂົ້າໃຈຜິດຄວາມໝາຍຂອງຄຳສັບ.
II. ຕົວໜັງສື
2.1. ຕົວອັກສອນ, ສະຫຼະ, ວັນນະຍຸດ ແລະໂຕສະກົດ
2.1.1 ຕົວອັກສອນ
ພາສາຫວຽດມີຕົວອັກສອນທັງໝົດ 29 ໂຕ ແລະ ທັບສັບພາສາລາວ (ວິທີອ່ານ) ດັ່ງຕາຕະລາງຕົວອັກສອນພາສາຫວຽດລຸ່ມນີ້:
ລ/ດ | ໂຕພິມໃຫຍ່ | ໂຕພິມນ້ອຍ | ຄຳທັບສັບ | ທຽບກັບອັກສອນລາວ | ໝາຍເຫດ |
1 | A | a | ອາ | ×າ | |
2 | Ă | ă | ອາ(ສູງ) | ຄືໝາຍກັນ (×ັ…) | |
3 | Â | â | ເອີ(ສູງ) | ຄືສະຫຼະ ເ×ິ…, ເ×ີ… ແຕ່ຕ້ອງໃສ່ຕົວສະກົດ | |
4 | B | b | ເບີ່ | ບ | |
5 | C | c | ເກີ່ | ກ | |
6 | D | d | ເຢີ່ | ຢ | ທຽບໃສ່ສຳນຽງພາກໃຕ້ຈະຄືພະຍັນຊະນະ ຢ, ແຕ່ຖ້າທຽໃສ່ສຳນຽງພາກເໜືອແມ່ນບໍ່ມີພະຍັນຊະນະໃນພາສາລາວໃຫ້ທຽບ ເຊິ່ງອອກສຽງຄືໂຕ z ໃນພາສາອັງກິດ |
7 | Đ | đ | ເດີ່ | ດ | |
8 | E | e | ແອ | ແ× | |
9 | Ê | ê | ເອ | ເ× | |
10 | G | g | ເກີ່- | – | G ບໍ່ມີພະຍັນຊະນະໃນພາສາລາວໃຫ້ທຽບ |
11 | H | h | ເຮີ່ | ຮ,ຫ | |
12 | I | i | ອີ | ສະຫຼະ ×ີ | |
13 | K | k | ກາ | ກ | |
14 | L | l | ເລີ່ | ລ,ຫຼ | |
15 | M | m | ເມີ່ | ມ,ໝ | |
16 | N | n | ເນີ່ | ນ,ໜ | |
17 | O | o | ອໍ | ສະຫຼະ ×ໍ, ×ອ… | |
18 | Ô | ô | ໂອ | ໂ× | |
19 | Ơ | ơ | ເອີ | ສະຫຼະ ເ×ີ | |
20 | P | p | ເປີ່ | ປ | |
21 | Q | q | ກູ | ກວ | |
22 | R | r | ເຣີ່ | ຣ | |
23 | S | s | ເຊີ່ | ຊ (ສຽງໜັກ) | |
24 | T | t | ເຕີ່ | ຕ | |
25 | U | u | ອູ | ສະຫຼະ ×ູ | |
26 | Ư | ư | ອື | ສະຫຼະ ×ື | |
27 | V | v | ເວີ່ | ວ | |
28 | X | x | ເສີ່ | ສ (ສຽງເບົາ) | |
29 | Y | y | ອີ | ສະຫຼະ ×ີ |
2.1.2. ສະຫຼະ
ສະຫຼະໃນພາສາຫວຽດມີສະຫຼະທັງໝົດ 14 ຕົວ, ໃນນັ້ນມີສະຫຼະດ່ຽວ 11 ຕົວ ແລະສະຫຼະປະສົມ 3 ຄູ່ ຄືດັ່ງລຸ່ມນີ້:
* ສະຫຼະດ່ຽວ 11 ຕົວ
ລຳດັບ | ສະຫຼະ | ຄຳທັບສັບພາສາລາວ | ທຽບໃສ່ສະຫຼະໃນພາສາລາວ | ຕົວຢ່າງ ແລະ ຄຳທັບສັບ | ຄວາມໝາຍ |
1 | a | ອາ | ×າ | cá : ກາ | ປາ |
2 | ă | ອາ (ສຽງສູງ) | ×ັ | ăn : ອັນ | ກິນ |
3 | â | ເອີ (ສຽງສັ້ນ) | ເິ×× | măng : ມັງ | ໜໍ່ໄມ້ |
4 | e | ແອ | ແ× | mẹ : ແມະ | ແມ່ |
5 | ê | ເອ | ເ× | mê : ເມ | ຫຼົງໄຫຼ |
6 | o | ອໍ | ×ໍ | to : ຕໍ | ໃຫຍ່ |
7 | ô | ໂອ | ໂ× | bố : ໂບ | ພໍ່ |
8 | ơ | ເອີ (ສຽງຍາວ) | ເ×ີ | cờ : ເກີ່ | ທຸງ |
9 | u | ອູ | ×ູ | tủ : ຕູ | ຕູ້ |
10 | ư | ອື | ×ື | chữ : ຈື້ | ຕົວໜັງສື |
11 | i-y | ອີ | ×ີ | Mỹ : ໝີ | ອາເມລິກາ |
* ສະຫຼະປະສົມ 3 ຕົວ
ລຳດັບ | ສະຫຼະ | ຄຳທັບສັບພາສາລາວ | ທຽບໃສ່ສະຫຼະໃນພາສາລາວ | ຕົວຢ່າງ ແລະ ຄຳທັບສັບ | ຄວາມໝາຍ |
1 | iê… | ອີເອ | ×ຽ… | tiền : ຕ່ຽນ | ເງິນ |
…yê… | ອີເອ | ×…ຽ… | chuyện : ຈວ້ຽນ | ເລື່ອງ | |
ia | ເອຍ | ເ×ຍ | chia : ເຈຍ | ປັນ, ແປ່ງ | |
…ya | ອີອາ (ອ່ານຄວບໃສ່ກັນໄວໆ) | ເ×…ຍ (ໃສ່ຕົວຄວບ) | khuya : ເຄວຍ | ເດິກດື່ນ | |
2 | uô… | ອູໂອ | ×ວ… | muốn : ໝວນ | ຢາກ |
ua | ອົວ | ×ົວ | cua : ກົວ | ກະປູ | |
3 | ươ… | ອືເອີ | ເ×ືອ… (ຕ້ອງໃສ່ຕົວສະກົດ) | vườn : ເວື່ອນ | ສວນ |
ưa | ເອືອ | ເ×ືອ (ບໍ່ໃສ່ຕົວສະກົດ) | chưa : ເຈືອ | ຍັງ, ຍັງບໍ່ |
2.2.3. ວັນນະຍຸດ
ວັນນະໃນພາສາຫວຽດມີ 6 ສຽງ ແລະ 5 ໄມ້ດັ່ງລຸ່ມນີ້:
ລຳດັບ | ເຄື່ອງໝາຍ | ຊື່ເປັນພາສາຫວຽດ | ຊື່ເປັນພາສາລາວ | ຕົວຢ່າງ | ທຽບໃສ່ວັນນະຍຸດລາວ |
---|---|---|---|---|---|
1 | ບໍ່ມີເຄື່ອງໝາຍ | thanh không/ thanh ngang | ແທັງຄົງ/ ແທັງງາງ | ma | ສຽງສາມັນ |
2 | ` | thanh huyền | ໄມ້ຮວ່ຽນ | mà | ໄມ້ເອກ |
3 | ̉ | thanh hỏi | ໄມ້ຫອຍ | mả | ໂທ (ສູງ) |
4 | ~ | thanh ngã | ໄມ້ຫງາ | mã | ໄມ້ຈັດຕະວາ |
5 | ˊ | thanh sắc | ໄມ້ສັກ | má | ສຽງອັກສອນສູງ |
6 | . | thanh nặng | ໄມ້ນັ້ງ | mạ | ໂທ (ຕ່ຳ) |
*ໝາຍເຫດ:
1. ເນື່ອງຈາກວ່າພາສາຫວຽດ ແລະພາສາລາວເປັນສອງພາສາທີ່ແຕກຕ່າງກັນ, ການນໍາເອົາສຽງວັນນະຍຸດ ຂອງສອງພາສາມາທຽບກັນຈຶ່ງເປັນການທຽບພໍໃຫ້ເຫັນລັກສະນະຄ້າຍຄືເທົ່ານັ້ນ (ບໍ່ຄືກັນຮ້ອຍສ່ວນຮ້ອຍ).
2. ໃນເວລາຂຽນ, ໄມ້ນັ້ງ (Thanh nặng) ວັນນະຍຸດນີ້ແມ່ນຈະວາງຢູ່ລຸ່ມສະຫຼະ ສ່ວນວັນນະຍຸດອື່ນໆແມ່ນວາງເທິງສະຫຼະ.
2.2.4. ຕົວສະກົດ

2.3. ວິທີປະສົມຄຳ
ການປະສົມຄຳ ຫຼື ພະຍາງໃນພາສາຫວຽດກໍ່ຄືກັບການປະສົມຄຳໃນພາສາລາວ ດັ່ງລຸ່ມນີ້:
ລຳດັບ | ພະຍັນຊະນະເຄົ້າ | ຕົວຄວບ | ສະຫຼະ | ໂຕສະກົດ | ວັນນະຍຸດ | ຄຳສັບທີ່ໄດ້ | ຄຳທັບສັບພາສາລາວ | ຄວາມໝາຍ |
---|---|---|---|---|---|---|---|---|
1 | c | a | sắc | cá | ກາ | ປາ | ||
2 | b | a | n | huyền | bàn | ບ່ານ | ໂຕະ | |
3 | h | o | a | hoa | ຮວາ | ດອກໄມ້ | ||
4 | ng | o | a | n | ngoan | ງວານ | ຄຳຮູ້ | |
5 | t | uô | i | hỏi | tuổi | ຕວຍ | ອາຍຸ | |
6 | t | o | a | n | sắc | toán | ຕວານ | ຄະນິດສາດ |
ສະຫຼຸບ: ບົດຂ້າງເທິງນີ້ແມ່ນບົດທີ່ສະເໝີເຖິງຈຸດພິເສດໃນພາສາຫວຽດ. ພວກເຮົາຫວັງວ່າຜ່ານບົດນີ້, ທຸກທ່ານຈະເຂົ້າໃຈກ່ຽວກັບບາງຈຸດຂອງພາສາຫວຽດແລ້ວ. ຖ້າທ່ານເຫັນວ່າບົດຮຽນຂອງເຮົາມີປະໂຫຍດ, ຢ່າລືມແຊໄປໃຫ້ຄົນທີ່ທ່ານຮູ້ຈັກມາຮຽນນຳພວກເຮົາແດ່ເດີ. ຂໍຂອບໃຈ!