4 ວິທີເຮັດໃຫ້ຮຽນພາສາຫວຽດໄດ້ໄວ ແລະ ມີປະສິດທິຜົນທີ່ສຸດ

ວິທີທີ່ໄວທີ່ສຸດ ແລະ ມີປະສິດທິຜົນທີ່ສຸດໃນການຮຽນພາສາຫວຽດ, ການສື່ສານຂັ້ນພື້ນຖານແມ່ນການເລີ່ມຕົ້ນຈາກສິ່ງທີ່ງ່າຍທີ່ສຸດ. ບົດນີ້ຈະເວົ້າກ່ຽວກັບການຮຽນພາສາຫວຽດແນວໃດໃຫ້ໄດ້ໄວ ແລະ ມີປະສິດທິຜົນທີ່ສຸດ.

1. ຮຽນພາສາຫວຽດ ຜ່ານການຜັນສຽງເປັນພາສາລາວ

ຮຽນພາສາຫວຽດຜ່ານການຜັນສຽງເປັນພາສາລາວ ເປັນວິທີທີ່ໄດ້ຜົນດີທີ່ສຸດ. ໃນພາສາຫວຽດ ເຖິງຈະມີຫຼາຍຄຳສັບທີ່ບໍ່ສາມາດຜັນສຽງຕົງກັບພາສາລາວໄດ້ຢ່າງຖືກຕ້ອງ 100% ກໍ່ຕາມ ແຕ່ກໍ່ຄ້າຍຄືປະມານ 85% ແລ້ວເມື່ອທຽບກັບພາສາລາວ. ຄົນສ່ວນຫຼາຍຄິດວ່າການຜັນສຽງ ຫຼື ການອອກສຽງທີ່ບໍ່ຖືກນັ້ນບໍ່ມີຜົນຫຍັງຕໍ່ກັບການສື່ສານ ແຕ່ຄວາມຄິດນັ້ນອາດຈະເປັນເພາະວ່າເຂົາເຈົ້າຍັງບໍ່ຮູ້ເຖິງຄວາມສຳຄັນຂອງການອອກສຽງເມື່ອຮຽນພາສາຫວຽດເພື່ອການສື່ສານ.

ການຜັນສຽງໃນພາສາຫວຽດນັ້ນບໍ່ຍາກປານໃດເພາະວ່າພະຍາງໃນພາສາຫວຽດສ່ວນຫຼາຍສາມາດຜັນສຽງຕາມພາສາລາວໄດ້, ສະນັ້ນຈຶ່ງເຮັດໃຫ້ການຮຽນພາສາຫວຽດສະດວກຫຼາຍຂື້ນ. ສາເຫດທີ່ເຮັດໃຫ້ເຮົາບໍ່ສາມາດຟັງພາສາຫວຽດໄດ້ດີ ແລະ ຂາດຄວາມໝັ້ນໃຈໃນເວລາສື່ສານພາສາຫວຽດກັບເຈົ້າຂອງພາສານັ້ນ ກໍ່ຍ້ອນເຮົາອອກສຽງບໍ່ຖືກຕ້ອງນັ້ນເອງ.

         ສຳລັບການຮຽນພາສາຫວຽດຂັ້ນພື້ນຖານນັ້ນ, ອອກສຽງໃຫ້ຖືກຕ້ອງເປັນສີ່ງທີ່ສຳຄັນທີ່ສຸດ ສະນັ້ນ, ກ່ອນອື່ນໝົດ ເຮົາຕ້ອງເຝິກອອກສຽງພະຍັນຊະນະ, ສະຫຼະ ແລະ ວັນນະຍຸດ ໃຫ້ຖືກຕ້ອງຕັ້ງແຕ່ເລີ່ມຕົ້ນຮຽນເລີຍ ເພາະຖ້າເຮົາອອກສຽງຖືກຕ້ອງຕັ້ງແຕ່ເລີ່ມຮຽນແລ້ວ ເຮົາຈະອອກສຽງຖືກສະເໝີໄປ…

2. ເນັ້ນຝຶກຟັງ ແລະ ອອກສຽງ ກ່ອນຈຶ່ງ ເຝິກເວົ້າ ແລະ ຂຽນຕາມຫຼັງ

         ເປັນຫຍັງພວກເຮົາຈຶ່ງຕ້ອງຮຽນທັກສະການຟັງ, ທັກສະການອອກສຽງ ກ່ອນທີ່ຈະຮຽນທັກສະການເວົ້າ ແລະ ທັກສະການຂຽນ? ກໍ່ເພາະວ່າທັງ 2 ທັກສະນີ້ເປັນທັກສະພື້ນຖານຫຼັກທີ່ຈະຊ່ວຍໃຫ້ເຮົາຮຽນພາສາຫວຽດໄດ້ງ່າຍຂື້ນ. ເຮົາລອງສົມທຽບໃສ່ເດັກນ້ອຍທີ່ຢູ່ໃນໄວກຳລັງຮຽນຮູ້, ສິ່ງທໍາອິດທີ່ເັດກຮຽນຮູ້ແມ່ນທັກສະການອອກສຽງ, ທັກສະການຟັງ, ຟັງສິ່ງທີ່ຄົນອ້ອມຂ້າງເວົ້າ, ຟັງຫຼາຍຂື້ນແລ້ວຄໍາສັບຂອງເັດກຈະຄ່ອຍໆມີເພີ່ມຂຶ້ນ ແລະ ຈຶ່ງຮຽນເວົ້າ ແລະ ຂຽນຕາມຫຼັງ. ໃນການຮຽນພາສາຕ່າງປະເທດໃດໜຶ່ງນັ້ນກໍ່ຄືກັນກັບເດັກນ້ອຍທີ່ກຳລັງຮຽນຟັງ, ຮຽນເວົ້າ, ຮຽນອ່ານ ແລະ ຮຽນຂຽນ ນັ້ນເອງ.

ຝຶກອອກສຽງພາສາຫວຽດ

         ເມື່ອເຮົາຟັງ, ອອກສຽງ ໄດ້ແລ້ວເຮົາຈື່ງສາມາດເວົ້າຖືກຕ້ອງ ແລະ ສາມາດສື່ສານ, (ເວົ້າ-ຂຽນ) ກັບຄົນອື່ນໄດ້. ຖ້າເຮົາຢາກຮຽນທັກສະການອ່ານ-ທັກສະການຟັງໃຫ້ໄດ້ໄວເຮົາາຕ້ອງຮຽນໄວຍາກອນ, ຄຳສັບ ແລະ ພະຍາຍາມຝຶກຟັງໃຫ້ຫຼາຍໆ ເພາະ “ຄວາມອົດທົນ ແລະ ວຽກງານໜັກເປັນແມ່ແຫ່ງຄວາມສຳເລັດ” ສະນັ້ນ, ຖ້າເຮົາເຝິກຟັງ, ເຝິກອອກສຽງທຸກມື້ ເຮົາຈະຕ້ອງເກັ່ງພາສາຫວຽດໄດ້ຢ່າງແນ່ນອນ.

ເບິ່ງບົດຄວາມອື່ນ: ບາງຈຸດພິເສດຂອງພາສາຫວຽດ

3. ຮຽນພາສາຫວຽດຕາມຫົວຂໍ້ທີ່ຕົນຕ້ອງການ

         ໜຶ່ງໃນວິທີຮຽນພາສາຫວຽດຂັ້ນພື້ນຖານເພື່ອການສື່ສານໃຫ້ໄດ້ໄວທີ່ສຸດ ແລະ ມີປະສິດທິຜົນດີທີ່ສຸດແມ່ນການຮຽນຕາມຫົວຂໍ້. ຮຽນໄປຕາມແຕ່ລະຫົວຂໍ້ແບບນີ້ຈະບໍ່ເຮັດໃຫ້ເຮົາສັບສົນຄຳສັບ ແລະ ບໍ່ເບື່ອໜ່າຍ (ຕົວຢ່າງ: ມື້ນີ້ຮຽນຄຳສັບການຕະຫຼາດ ຫຼັງຈາກຮຽນຄຳສັບການຕະຫຼາດແລ້ວ ຈຶ່ງຮຽນຕໍ່ ຄຳສັບການເງິນ ແລະ ຫົວຂໍ້ອື່ນໆ ຕາມລຳດັບ…) ຮຽນແບບນີ້ຈະຊ່ວຍໃຫ້ເຮົາຈື່ຄຳສັບໄດ້ໄວຂື້ນ ແລະ ຈື່ດົນ.

ຄຽງຄູ່ກັບການຮຽນພາສາຫວຽດຕາມແຕ່ລະຫົວຂໍ້ນັ້ນ, ບໍ່ແມ່ນເຮົາຈະຮຽນແຕ່ຮຽນຄໍາສັບ, ວິທີການອອກສຽງ ເທົ່ານັ້ນ, ແຕ່ເຮົາຍັງຕ້ອງໄດ້ຈື່ໂຄງສ້າງ ແລະ ໄວຍາກອນອີກດ້ວຍ ຈຶ່ງເຮັດໃຫ້ເຈົ້າຈົດຈຳໄດ້ດົນ.

ຮຽນພາສາຫວຽດຕາມຫົວຂໍ້

ພາສາລາວມີຄຳເວົ້າທີ່ວ່າ: “ຈື່ດີກວ່າຈົດ ແຕ່ຖ້າຈື່ບໍ່ໝົດ ຈົດດີກວ່າຈື່” ສະນັ້ນ, ຖ້າເຮົາຢາກຮຽນຮູ້ພາສາຫວຽດໃຫ້ໄດ້ ແລະ ຈື່ດົນ ເຮົາຕ້ອງຈົດບັນທຶກຄຳສັບທີ່ສຳຄັນໄວ້. ໃນນີ້, ຂ້າພະເຈົ້າຈະແນະນຳ 4 ຂັ້ນຕອນໃນການຮຽນພາສາຫວຽດທີ່ຂ້າພະເຈົ້າເຄີຍໃຊ້ແລ້ວ ແລະ ກໍ່ໄດ້ຜົນມາຄື:

  • ບັນທຶກສີ່ງທີ່ສຳຄັນໃສ່ເຈ້ຍ ຫຼື ປຶ້ມໄວ້ເພື່ອໃຫ້ຈື່ງ່າຍ;
  • ຮຽນຈາກບັນດາຄຳສຸພາສິດ, ກອນຜະຫຍາ ຫຼື ບົດກະວີ;
  • ບັນທຶກຄຳສັບ – ຮຽນຈາກບັນດາປະໂຫຍກສັ້ນໆ ແລະ ເພງສັ້ນໆ.
  • ບັນທຶກກຸ່ມຄໍາສັບ, ປະໂຫຍກໄວ້ໃຫ້ລະອຽດຕາມແຕ່ລະຫົວຂໍ້;

4. ເຂົ້າຮ່ວມຫຼັກສູດພາສາຫວຽດຂັ້ນພື້ນຖານເພື່ອການສື່ສານ

        ສະພາບແວດລ້ອມໃນການຮຽນເປັນສິ່ງສໍາຄັນທີ່ສຸດ. ເຈົ້າຈະບໍ່ສາມາດພັດທະນາຕົວເອງໄດ້ໂດຍທີ່ບໍ່ມີການແນະນຳ, ການສິດສອນຂອງຄູອາຈານ ຫຼື ບັນດາຄົນທີ່ເຄີຍຮຽນມາກ່ອນ. ເຈົ້າຢ່າປະໝາດ ແລະ ຄິດວ່າຮຽນເອງກໍ່ໄດ້, ເພາະຖ້າຮຽນຜິດ, ອອກສຽງຜິດແລ້ວຈະແກ້ໄດ້ຍາກ. ພ້ອມກັນນັ້ນ, ຍັງຕ້ອງເສຍເວລາ, ເສຍເຫື່ອແຮງ, ເສຍເງິນ, ເຮັດໃຫ້ເກີດຄວາມເບື່ອໜ່າຍ ແລະ ຍອມແພ້ງ່າຍ. ສະນັ້ນ, ການທີ່ເຈົ້າເຂົ້າຮ່ວມຫຼັກສູດພາສາຫວຽດຂັ້ນຖານເພື່ອການສື່ສານຈະແມ່ນອີກໜຶ່ງຊ່ອງທາງທີ່ດີທີ່ສຸດ ເພາະຢູ່ໃນຫຼັກສູດພາສາຫວຽດຂັ້ນພື້ນຖານເພື່ອການສື່ສານນີ້ຈະມີຄູອາຈານແນະນຳ, ສອນວິທີການຜັນສຽງ ແລະ ຊ່ວຍໃຫ້ເຈົ້າຮຽນພາສາຫວຽດໄດ້ໄວ ແລະ ງ່າຍຂື້ນ.

ສິ່ງທີ່ກ່າວມາຂ້າງເທິງນີ້ແມ່ນ 04 ວິທີທີ່ຈະຊ່ວຍໃຫ້ການຮຽນພາສາຫວຽດຂອງທ່ານໄດ້ຮັບຜົນດີ. ທ່ານສາມາດເອົາໄປໝູນໃຊ້ ຫຼື ຖ້າທ່ານມີວິທີໃດທີ່ມີປະສິດທິຜົນກວ່ານີ້ ກໍສາມາດ ຄອມເມັ້ນໄວ້ເພື່ອແບ່ງປັນໃຫ້ທຸກໆຄົນໄດ້ຮຽນຮູ້ນຳກັນເດີ.

Lên đầu trang