ບົດທີ 17: ອ້າຍມີຂອງຂວັນໃຫ້ນ້ອງບໍ?

ໃນບົດທີ 17 ນີ້​ ທຸກທ່ານຈະໄດ້ຮຽນກ່ຽວກັບບາງຄຳສັບໃໝ່, ການໃຊ້ໂຄງສ້າງປະໂຫຍກຄຳຖາມ: ” … có … không?” ແລະ ໂຄງສ້າງປະໂຫຍກຄຳຖາມ: ” TT + bao nhiêu?” ໃນພາສາຫວຽດ ພ້ອມດ້ວຍທົດສອບຢູ່ທ້າຍບົດໃຫ້ທ່ານໄດ້ເຮັດເອງເພື່ອປະເມີນຜົນການຮຽນຂອງທ່ານວ່າຜ່ານການຮຽນ ທ່ານເຂົ້າໃຈໜ້ອຍຫຼາຍຊໍ່າໃດ.

ກ່ອນຈະໄປເຂົ້າສູ່ບົດຮຽນ, ຂໍເຊີນທ່ານຮຽນຄຳສັບໃໝ່ທີ່ມີຢູ່ໃນບົດສົນທະນາກ່ອນ ເພື່ອຈະຊ່ວຍໃຫ້ທ່ານເຂົ້າໃຈບົດຮຽນຫຼາຍຂຶ້ນ.

ຄຳສັບ

ຟາຍຟັງບົດສົນທະນາ: ທ່ານສາມາດກົດຟັງ ແລະ ຕິຕາມໄປພ້ອມໆກັນ

đố [ໂດ] : ທວາຍ

ngày rằm [ໄງ່ ຣໍ່າ] : ວັນສິນ (ວັນເພັງ 15 ຄໍ່າ)

giả vờ [ຢາ ເວີ່] : ທຳທ່າ

hay [ໄຮ] : ຫຼື, ຫຼືວ່າ

đùa [ດົ່ວ] : ຢອກ

sinh nhật [ຊິງ ເຍິດ] : ວັນເກີດ

thật [ເທິດ] : ແທ້

út (em gái út) [ອຸດ (ແອັມ -ກາຍ ອຸດ)] : ຫຼ້າ (ນ້ອງສາວຫຼ້າ)

tưởng [ເຕືອງ] : ຄິດວ່າ

quan trọng [ກວານ ຈ້ອງ] : ສຳຄັນ

quà [ກວ່າ] : ຂອງຂວັນ

tuyệt vời [ຕວ້ຽດ ເວີ່ຍ] : ສຸດຍອດ, ເລີດແຮງ

1. ບົດສົນທະນາ

ອ້າຍມີຂອງຂວັນໃຫ້ນ້ອງ

A: Em đố anh, ngày mai là ngày gì? ນ້ອງທວາຍອ້າຍ, ມື້ອື່ນແມ່ນວັນຫຍັງ?

B: Mai á, mai là ngày rằm. ມື້ອື່ນຫວາ, ມື້ອື່ນແມ່ນວັນສິນ.

A: Không phải. Anh giả vờ hay không nhớ thật đấy? ບໍ່ແມ່ນ. ອ້າຍທຳທ່າ ຫຼືວ່າ ບໍ່ຈື່ແທ້ຫັ້ນ?

B: Anh đùa thôi. Mai là sinh nhật em gái út của anh mà. ອ້າຍຢອກຊື່ໆ. ມື້ອື່ນແມ່ນວັນເກີດນ້ອງສາວຫຼ້າຂອງອ້າຍເດ.

A: Em tưởng anh quên thật rồi chứ!.  ນ້ອງຄິດວ່າອ້າຍລືມແທ້ແລ້ວ.

B: Ngày quan trọng của em thế sao mà anh quên được. ມື້ສຳຄັນຂອງນ້ອງປານນັ້ນອ້າຍຊິລືມໄດ້ຈັ່ງໄດ໋.

A: Thế anh có quà cho em không? ຄັນຊັ້ນ ອ້າຍມີຂອງຂວັນໃຫ້ນ້ອງບໍ?

B: Có chứ, có 2 quyển sách và một chiếc áo. ມີ. ມີປຶ້ມ 2 ຫົວ ແລະ ເສື້ອຜືນໜຶ່ງ.

A: Ôi! Thích quá. Anh trai của em thật tuyệt vời. Em cảm ơn anh rất nhiều ạ! ໂອ່! ມັກຫຼາຍ. ອ້າຍຂອງນ້ອງຈັ່ງແມ່ນສຸດຍອດ. ຂອບໃຈອ້າຍຫຼາຍໆ.

2. ໄວຍາກອນ

2.1. ວິທີໃຊ້ຄຳຖາມ: ”… có … không?”

a. ຄຳຖາມ: ”…. có + TT + không?”

ຕົວຢ່າງ:

1. Món ăn này có ngon không? ອາຫານເຍື່ອງນີ້ແຊບບໍ?

– Vâng. Món ăn này rấ ngon. ເຈົ້າ. ອາຫານເຍື່ອງນີ້ແຊບຫຼາຍ.

2. Cái váy này có đẹp không? ກະໂປ່ງຜືນນີ້ງາມບໍ?

– Có. Cái váy này đẹp. ງາມ. ກະໂປ່ງຜືນນີ້ງາມ.

3. Hôm nay ở quê có lạnh không? ມື້ນີ້ຢູ່ບ້ານໜາວບໍ?

– Vâng. Hôm nay ở quê rất lạnh. ເຈົ້າ. ມື້ນີ້ຢູ່ບ້ານໜາວຫຼາຍ.

b. ຄຳຖາມ: ”…. có + ĐT + bổ ngữ + không?”

ຕົວຢ່າງ:

1. Anh có ăn kẹo không? ອ້າຍກິນເຂົ້າໜົມບໍ?

– Không. Tôi không thích ăn kẹo. ບໍ່. ຂ້ອຍບໍ່ມັກກິນເຂົ້າໜົມ.

2. Ngày mai, em có đi học không? ມື້ອື່ນ, ນ້ອງໄປໂຮງຮຽນບໍ?

– Có. Ngày mai em có đi học. ໄປ. ມື້ອື່ນນ້ອງໄປໂຮງຮຽນ.

3. Tối qua, anh có xem bóng không? ມື້ຄືນນີ້, ອ້າຍເບິ່ງເຕະບານບໍ?

– Không. Anh bận nên không xem. ບໍ່. ອ້າຍຄາວຽກ ເພາະສະນັ້ນບໍ່ໄດ້ເບິ່ງ.

c. ຄຳຖາມ: ”…. có + bổ ngữ + không?”

ຕົວຢ່າງ:

1. Anh có em gái không? ອ້າຍມີນ້ອງສາວບໍ?

– Có. Anh có 2 em gái. ມີ. ອ້າຍມີນ້ອງສາວ 2 ຄົນ.

2. Nhà chị có chó không? ເຮືອນເອື້ອຍມີໝາບໍ?

– Không. nhà tôi không có chó. ບໍ່. ເຮືອນຂ້ອຍບໍ່ມີໝາ.

3. Em có tiền lẻ không? ນ້ອງມີເງິນນ້ອຍບໍ?

– Có / không. ມີ / ບໍ່.

2.2. ໂຄງສ້າງຄຳຖາມ: ”… TT + bao nhiêu?”

ຕົວຢ່າງ:

1. Ngôi nhà này cao bao nhiêu? ເຮືອນຫຼັງນີ້ສູງເທົ່າໃດ?

– Ngôi nhà này cao 4 m. ເຮືອນຫຼັງນີ້ສູງ 4 ແມັດ.

2. Phố này dài bao nhiêu? ຖະໜົນສາຍນີ້ຍາວເທົ່າໃດ?

– Phố này dài 3 Km. ຖະໜົນສາຍນີ້ຍາວ 3 ກິໂລແມັດ.

3. Hôm nay lạnh bao nhiêu độ? ມື້ນີ້ໜາວຈັກອົງສາ?

– Hôm nay lạnh 8 độ. ມື້ນີ້ໜາວ 8 ອົງສາ.

3. ຂໍ້ທົດສອບ

ສຳລັບຂໍ້ທົດສອບຢູ່ໃນບົດທີ 17 ນີ້ ແມ່ນພວກເຮົາຈະໃຫ້ທ່ານຜູ້ຮຽນລອງແຕ່ປະໂຫຍກໂດຍທີ່ໃຊ້ບັນດາໂຄງສ້າງທີ່ໄດ້ຮຽນຢູ່ໃນໄວຍາກອນ ປະມານ 3-4 ປະໂຫຍກ ຫຼື ຫຼາຍກວ່ານັ້ນກໍ່ຍີ່ງດີ ເພື່ອປະເມີນວ່າຜ່ານການຮຽນບົດນີ້ມາ ເຮົາເອງເຂົ້າໃຈໃຊ້ບັນດາໂຄງສ້າງເຫຼົ່ານັ້ນໄດ້ໜ້ອຍ – ຫຼາຍຊໍ່າໃດ.

1.​ ໂຄງສ້າງຄຳຖາມ: ”…. có + TT + không?”

1. ………………………………………………………?

2. ………………………………………………………?

3. ………………………………………………………?

2. ໂຄງສ້າງຄຳຖາມ: ”…. có + ĐT + bổ ngữ + không?”

1. ………………………………………………………?

2. ………………………………………………………?

3. ………………………………………………………?

3. ໂຄງສ້າງຄຳຖາມ: ”…. có + bổ ngữ + không?”

1. ………………………………………………………?

2. ………………………………………………………?

3. ………………………………………………………?

4. ໂຄງສ້າງຄຳຖາມ: ”… TT + bao nhiêu?”

1. ………………………………………………………?

2. ………………………………………………………?

3. ………………………………………………………?

4. ………………………………………………………?

ທ່ານສາມາດແຕ່ງລົງໃສ່ບ່ອນຄອມເມັ້ນໄດ້, ແລ້ວທາງເຮົາຈະກວດ ແລະ ຕອບກັບຫາທ່ານເອງ ຫຼື ທ່ານສາມາດອິນບອັກມາຫາທາງເຮົາໄດ້ທຸກໆ 24 ຊົ່ວໂມງ.

ຖ້າທ່ານເຫັນວ່າບົດຮຽນຂອງພວກເຮົາມີປະໂຫຍດ, ທ່ານສາມາດແບ່ງບັນໃຫ້ໝູ່ເພື່ອນມາຮຽນຮູ້ນຳກັນໄດ້

ຂໍຂອບໃຈ!

Lên đầu trang