ບົດທີ 14: ມື້ນີ້ແມ່ນວັນເສົາເດນ້ອງ!

ໃນບົດນີ້ ພວກເຮົາຈະໄດ້ຮຽນຮູ້ກ່ຽວກັບວັນໃນສັບດາ, ວັນທີ ແລະ ການຖາມເຖິງວັນໃນສັບດາ, ວັນທີໃນພາສາຫວຽດ ພ້ອມດ້ວຍຄຳຖາມທ້າຍບົດໃຫ້ທ່ານຕອບເອງ ເພື່ອທົດສອບວ່າ ຜ່ານມາທ່ານຮຽນໄດ້ໜ້ອຍຫຼາຍຊໍ່າໃດແລ້ວ.

ກ່ອນຈະໄປເຂົ້າສູ່ບົດຮຽນ, ຂໍເຊີນທ່ານຮຽນຄຳສັບໃໝ່ທີ່ມີຢູ່ໃນບົດສົນທະນາກ່ອນ ເພື່ອຈະຊ່ວຍໃຫ້ທ່ານເຂົ້າໃຈບົດຮຽນຫຼາຍຂຶ້ນ.

ຄຳສັບ

ຟາຍຟັງຄຳສັບ: ທ່ານສາມາດກົດຟັງ ແລະ ເຝິກອ່ານໄປພ້ອມໆກັນ

chợ [ເຈິ] : ຕະຫຼາດ

đi làm [ດີລ່າມ]: ໄປເຮັດວຽກ

nghỉ [ຫງີ]: ພັກ

sự kiện [ສຶ ກ້ຽນ]: ເຫດການ (ອີງໃສ່ບໍລິບົດໃນບົດສົນທະນາ “sự kiện” ສາມາດແປວ່າ “ງານ” ກໍ່ໄດ້)

hôm nay [ໂຮມ ໄນ]: ມື້ນີ້

quên mất [ເກວນ ເມິດ]: ລືມເລີຍ

thứ bảy [ຖື ໄບ]: ວັນເສົາ

ngày bao nhiêu [ໄງ່ ບາວ ຍຽວ]: ວັນທີເທົ່າໃດ

hả [ຫາ]: ນໍ

chết [ເຈັດ]: ຕາຍ

sao vậy [ຊາວ ເວິ້ຍ]: ເປັນຫຍັງ, ເປັນຫຍັງຫັ້ນ

nếu [ເນວ]: ຖ້າ, ຖ້າວ່າ

chùa [ຈົ່ວ]: ວັດ

đưa [ເດືອ]: ພາ

1. ບົດສົນທະນາ

ບົດສົນທະນານີ້ແມ່ນການສົນທະນາລະຫວ່າງ ລານ ແລະ ງາ ໃນຂະນະທີ່ເຂົາເຈົ້າພົບກັນຢູ່ແຄມທາງ. ເຮົາມາເບິ່ງວ່າເຂົາເຈົ້າຈະສົນທະນາກັນແນວໃດ?

ຜູ້ສາວສອງຄົນຖາມກັນມື້ນີ້ແມ່ນວັນຫຍັງ
ຜູ້ສາວສອງຄົນຖາມກັນມື້ນີ້ແມ່ນວັນຫຍັງ
ຟາຍຟັງບົດສົນທະນາ: ທ່ານສາມາດກົດຟັງ ແລະ ຕິຕາມໄປພ້ອມໆກັນ

Lan: Em chào chị ạ. Chị đi đâu đấy? ສະບາຍດີເອື້ອຍ. ເອື້ອຍໄປໃສຫັ້ນ?

Nga: Chào em. Chị đi chợ. ສະບາຍດີນ້ອງ. ເອື້ອຍໄປຕະຫຼາດ.

Lan : Ơ! Thế hôm nay chị không đi làm ạ? ເອີ! ຄັນຊັ້ນມື້ນີ້ເອື້ອຍບໍ່ໄປເຮັດວຽກບໍ?

Nga: Không. Hôm nay chị nghỉ. ບໍ່. ມື້ນີ້ເອື້ອຍພັກ.

Lan: Công ty chị có sự kiện gì mà nghỉ thế ạ? ບໍລິສັດເອື້ອຍມີງານຫຍັງຄືພັກຊັ້ນ?

Nga: Hôm nay là thứ bảy mà em. ມື້ນີ້ແມ່ນວັນເສົາເດນ້ອງ.

Lan: Ô! thế ạ? Em quên mất. Thế hôm nay là ngày bao nhiêu rồi hả chị? ໂອ! ແທ້ຫວາ? ນ້ອງລືມເລີຍ. ຄັນຊັ້ນມື້ນີ້ແມ່ນວັນທີເທົ່າໃດແລ້ວນໍເອື້ອຍ?

Nga: Hôm nay là ngày mùng 9 rồi. ມື້ນີ້ແມ່ນວັນທີ່ 09 ແລ້ວ.

Lan: Thôi chết ! ໂອຍ! ຕາຍແລ້ວ!

Nga: Sao vậy em? ເປັນຫຍັງນ້ອງ?

Lan: Nếu hôm nay là mùng 09 thì em quên đưa mẹ đi chùa rồi. ຖ້າມື້ນີ້ແມ່ນວັນທີ 09 ຊັ້ນນ້ອງກໍ່ລືມພາແມ່ນໄປວັດແລ້ວ.

2. ໄວຍາກອນ

2.1. Các ngày trong tuần : ບັນດາວັນໃນສັບດາ

* Thứ mấy? ວັນຫຍັງ?

– Chủ nhật : ວັນອາທິດ

– Thứ hai : ວັນຈັນ

– Thứ ba : ວັນອັງຄານ

– Thứ tư : ວັນພຸດ

– Thứ năm : ວັນພະຫັດ

– Thứ sáu : ວັນສຸກ

– Thứ bảy : ວັນເສົາ

– Hôm kia : ມື້ຊືນ

– Hôm qua : ມື້ວານ

– Hôm nay : ມື້ນີ້

– Ngày mai : ມື້ອື່ນ

– Ngày kia : ມື້ຮື

ການຖາມເຖິງວັນໃນພາສາຫວຽດ:

ການຖາມເຖິງວັນໃນສັບດາໃນພາສາຫວຽດຈະງ່າຍໆຄືກັບໃນພາສາລາວຄືດັ່ງລຸ່ມນີ້:

ຕົວຢ່າງ:

1. Hôm nay là thứ mấy? ມື້ນີ້ແມ່ນວັນຫຍັງ?

– Hôm nay là thứ ba. ມື້ນີ້ແມ່ນວັນອັງຄານ.

2. Hôm kia là thứ mấy? ມື້ຊືນແມ່ນວັນຫຍັງ?

– Hôm kia là thứ năm. ມື້ຊືນແມ່ນວັນພະຫັດ.

2.2. Hôm nay là ngày bao nhiêu? ມື້ນີ້ແມ່ນວັນທີເທົ່າໃດ?

ວັນທີໃນພາສາຫວຽດຈະຕ່າງຈາກພາສາລາວໜ້ອຍໜຶ່ງ. ຢູ່ໃນພາສາຫຽດແຕ່ວັນທີ 01 – 10 ຈະມີຄຳວ່າ mùng ຫຼື mồng ຢູ່ຕໍ່ໜ້າສະເໝີຄືດັ່ງລຸ່ມນີ້:

– Ngày mùng/mồng một : ວັນທີ 01

– Ngày mùng/mồng hai : ວັນທີ 02

– Ngày mùng/mồng ba : ວັນທີ 03

– ….

– Ngày mùng/mồng mười : ວັນທີ 10

– Ngày mười một : ວັນທີ 11

– Ngày mười hai : ວັນທີ 12

– Ngày mười chín : ວັນທີ 19

– Ngày hai mươi : ວັນທີ 20

– Ngày hai mươi tám : ວັນທີ 28

– Ngày ba mươi : ວັນທີ 30

– Ngày ba mươi mốt : ວັນທີ 31

ການຖາມເຖິງວັນທີ່ໃນພາສາຫວຽດ:

ການຖາມເຖິງວັນທີ່ໃນພາສາຫວຽດຈະງ່າຍໆຄືກັບໃນພາສາລາວຄືດັ່ງລຸ່ມນີ້:

ຕົວຢ່າງ:

1. Hôm nay là ngày bao nhiêu? ມື້ນີ້ແມ່ນວັນທີເທົ່າໃດ?

– Hôm nay là ngày mùng 09. ມື້ນີ້ແມ່ນວັນທີ 09.

2. Hôm kia là ngày bao nhiêu? ມື້ຊືນແມ່ນວັນທີເທົ່າໃດ?

– Hôm nay là ngày 21. ມື້ຊືນແມ່ນວັນທີ 21.

2. Bạn sẽ sang Việt Nam ngày bao nhiêu? ເຈົ້າຈະມາຫວຽດນາມວັນທີເທົ່າໃດ?

– Ngày 16 tôi đi. ວັນທີ່ 16 ຂ້ອຍໄປ.

3. ຂໍ້ທົດສອບ

*ໝາຍເຫດ: ພວກເຮົາຂໍແນະນຳໃຊ້ທ່ານເຮັດຂໍ້ສອບໝົດທຸກຂໍ້ກ່ອນ ຫຼັງຈາກນັ້ນຈຶ່ງກົດເບິ່ງຂະໜານຕອບ

3.1. ຈົ່ງສ້າງຄຳຖາມ – ຄຳຕອບໃຫ້ກັບບັນດາປະໂຫຍກລຸ່ມນີ້

1. Hôm nay là ngày bao nhiêu?

– ……………………………………………..

2. ……………………………………………

– Không. Hôm qua không phải là chủ nhật.

3. Ngày kia là ngày bao nhiêu?

– ……………………………………………….

4. ……………………………………………..

– Em đi học từ thứ 2 đến thứ 6.

5. Hôm qua là thứ tư phải không?

– …………………………………………………..

3.2 ຈົ່ງຟັງແລ້ວຕື່ມໃສ່ບ່ອນວ່າງປະໂຫຍກລຸ່ມນີ້

1. Hôm nay là thứ ba, ……………………………….

2. Hôm qua là ngày ……………………………….?

3. Hôm nay là ………………………………….?

4. Hôm kia là ……………………………. phải không?

5. ……………….. tôi sẽ đi Sapa.

6. …………………… là thứ mấy?

7. Hôm kia là ……………………………………..?

ເຊີນທ່ານກົດໃສ່ນີ້ເພື່ອເບິ່ງຄຳຕອບ ຖ້າທ່ານເຫັນວ່າບົດຮຽນຂອງພວກເຮົາມີປະໂຫຍດ, ທ່ານສາມາດແບ່ງບັນໃຫ້ໝູ່ເພື່ອນມາຮຽນຮູ້ນຳກັນໄດ້

ຂໍຂອບໃຈ!

Lên đầu trang