ອັນນີ້ແມ່ນຫຍັງເປັນຄຳຖາມທີ່ເຮົາມັກໃຊ້ເມື່ອຢາກຮູ້ວັດຖຸສິ່ງຂອງໃດໜຶ່ງໃນພາສາຫວຽດວ່າ ມັນແມ່ນຫຍັງ ແລະສຳລັບບົດທີ 12 ນີ້, ທຸກທ່ານຈະໄດ້ຮຽນກ່ຽວກັບການໃຊ້ຄຳລັກສະນະນາມ ແລະ ການໃຊ້ “rất & lắm” ໃນພາສາຫວຽດ.
ກ່ອນຈະໄປເຂົ້າສູ່ບົດຮຽນ, ຂໍເຊີນທ່ານຮຽນຄຳສັບໃໝ່ທີ່ມີຢູ່ໃນບົດສົນທະນາກ່ອນ ເພື່ອຈະຊ່ວຍໃຫ້ທ່ານເຂົ້າໃຈບົດຮຽນຫຼາຍຂຶ້ນ.
ຄຳສັບ
cái [ກາຍ]: ອັນ, ຄັນ, ຜືນ, …
rất [ເຣິດ]: ຫຼາຍ
tủ [ຕູ]: ຕູ້
quyển [ກວຽນ]: ຫົວ, ເຫຼັ້ມ
quần áo [ກວັ່ນອາວ]: ໂສ້ງເສື້ອ(ເຄື່ອງນຸ່ງ)
từ điển [ຕື່ດຽນ]: ວັດຈະນານຸກົມ
bức tranh [ບຶກແຈັງ]: ຮູບພາບ
thế nào [ເຖນ່າວ]: ແນວໃດ, ເປັນແນວໃດ, ຈັ່ງໃດ, ເປັນຈັ່ງໃດ
đẹp [ແດບ]: ງາມ
khoai tây [ຄວາຍເຕິຍ]: ມັນຝຣັ່ງ
lắm [ຫຼຳ]: ຫຼາຍ
quả xoài [ກວາ ຊວ່າຍ]: ໝາກມ່ວງ
1. ບົດສົນທະນາ
ບົດສົນທະນານີ້ແມ່ນການສົນທະນາລະຫວ່າງສອງສ່ຽວ ຕຸ້ຍ ແລະ ຕວັນ. ຕຸ້ຍ ແມ່ນຄົນລາວທີ່ກຳລັງຮຽນພາສາຫວຽດ, ສ່ວນ ຕວັນ ແມ່ນຄົນຫວຽດ. ພວກເຮົາມາເບິ່ງນຳກັນວ່າ ຕຸ້ຍ ຈະຖາມຫຍັງນຳ ຕວັນ ແດ່?

Tuy: Anh Tuấn ơi! Đây là cái gì? ອ້າຍ ຕວັນ ເອີຍ! ອັນນີ້ແມ່ນຫຍັງ?
Tuấn: Đây là cái tủ quần áo. ນີ້ແມ່ນຕູ້ເຄື່ອງນຸ່ງ.
Tuy: Kia là cái gì? ຫັ້ນແມ່ນຫຍັງ?
Tuấn: Kia là quyển từ điển Việt-. ຫັ້ນແມ່ນປື້ມວັດຈະນານຸກົມ ຫວຽດ-ລາວ.
Tuy: Quyển từ điển này thế nào? ປື້ມວັດຈະນານຸກົມນີ້ເປັນແນວໃດ?
Tuấn: Quyển từ điển này rất tốt. ປື້ມວັດຈະນານຸກົມນີ້ດີຫຼາຍ.
Tuy: Cái gì đây? ແມ່ນຫຍັງນີ້?
Tuấn: Này là bức tranh. ນີ້ແມ່ນຮູບພາບ.
Tuy: Đó là cái gì? ນັ້ນແມ່ນຫຍັງ?
Tuấn: Đó là củ khoai tây. ນັ້ນແມ່ນຫົວມັນຝຣັ່ງ.
Tuy: Còn cái này? ສ່ວນອັນນີ້ເດ?
Tuấn: Đây là quả xoài. Xoài này ngon lắm. ນີ້ແມ່ນໝາກມ່ວງ. ໝາກມ່ວງນີ້ແຊບຫຼາຍ.
2. ໄວຍາກອນ
2.1. ຄຳລັກສະນະນາມ
2.1.1. Chiếc, cái : ອັນ, ຜືນ, ຄັນ, ໜ່ວຍ, … (ເປັນຄຳລັກສະນະນາມຂອງວັດຖຸ ແລະ ມັນຈະປ່ຽນຄວາມໝາຍໄປຕາມວັດຖຸສີ່ງນັ້ນ)
ຕົວຢ່າງ:
1. Chiếc xe này rất đắt. ລົດຄັນນີ້ແພງຫຼາຍ.
2. Chiếc nhẫn này là nhẫn vàng. ແຫວນວົງນີ້ແມ່ນແຫວນຄຳ.
3. Cái áo này đẹp lắm. ເສື້ອຜືນນີ້ງາມຫຼາຍ.
4. Cái bút này là của ai? ບິກກ້ານນີ້ແມ່ນຂອງໃຜ?
2.1.2. quyển, cuốn : ເຫັ້ມ, ຫົວ (ໃຊ້ກັບປຶ້ມ)
ຕົວຢ່າງ:
1. Quyển sách này rất hay. ປື້ມຫົວນີ້ມ່ວນຫຼາຍ.
2. Cuối vở kia là của em. ປື້ມຂຽນຫົວນັ້ນແມ່ນຂອງນ້ອງ.
2.1.3. Tờ, tấm, bức : ໃບ, ສະບັບ, ແຜ່ນ, …
ຕົວຢ່າງ:
1. Tờ tiền này rất mới. ເງິນໃບນີ້ໃໝ່ຫຼາຍ.
2. Tấm ảnh này đẹp lắm. ຮູບໃບນີ້ງາມຫຼາຍ.
3. Bức tranh này là con tôi vẽ. ຮູບພາບແຜ່ນນີ້ແມ່ນລູກຂ້ອຍແຕ້ມ.
2.1.4. Củ : ຫົວ (ໃຊ້ກັບປະເທດພຶດຜັກທີ່ເປັນຫົວ)
ຕົວຢ່າງ:
1. Củ tỏi. ຫົວກະທຽມ.
2. Củ khoai lang. ຫົວມັນດ້າງ.
3. Củ cà rốt. ຫົວກາຣົດ.
2.1.5. Quả : ໝາກ, ໝ່ວຍ
ຕົວຢ່າງ:
1. Quả mít. ໝາກມີ້.
2. Quả na. ໝາກຂຽບ.
3. Quả bi. ໝາກບີ່.
VIDEO ບົດຮຽນ
2.2. ການໃຊ້ “rất/lắm”
“rất ແລະ lắm” ສອງຄຳນີ້ລ້ວນແຕ່ແປວ່າ: “ຫຼາຍ”. ຢູ່ໃນພາສາລາວ “ຫຼາຍ” ຈະໃຊ້ແບບດຽວ, ແຕ່ໃນພາສາຫວຽດ ສອງຄຳທີ່ແປວ່າ “ຫຼາຍ” ນີ້ຈະໃຊ້ຕ່າງກັນໜ້ອຍໜຶ່ງດ່ັ່ງລຸ່ມນີ້:
* Rất : ຫຼາຍ. (ເວລາໃຊ້ rất ຈະຢູ່ທາງໜ້າຂອງຄຳຄຸນນາມ)
ຕົວຢ່າງ:
1. Hôm nay rất nóng. ມື້ນີ້ຮ້ອນຫຼາຍ.
2. Cô ấy rất cao. ສາວນັ້ນສູງຫຼາຍ.
3. Hoa này rất thơm. ດອກໄມ້ນີ້ຫອມຫຼາຍ.
* Lắm : ຫຼາຍ. (ເວລາໃຊ້ lắm ຈະຢູ່ທາງຫຼັງຂອງຄຳຄຸນນາມ)
ຕົວຢ່າງ:
1. Món ăn này ngon lắm. ອາຫານນີ້ແຊບຫຼາຍ.
2. Chị ấy đẹp lắm. ເອື້ອຍນັ້ນງາມຫຼາຍ.
3. Hôm qua nóng lắm. ມື້ວານນີ້ຮ້ອນຫຼາຍ.
VIDEO ບົດຮຽນ
3. ຂໍ້ທົດສອບ
*ໝາຍເຫດ: ພວກເຮົາຂໍແນະນຳໃຊ້ທ່ານເຮັດຂໍ້ສອບໝົດທຸກຂໍ້ກ່ອນ ຫຼັງຈາກນັ້ນຈຶ່ງກົດເບິ່ງຂະໜານຕອບ
3.1. ຈົ່ງຊອກຄຳທີ່ຜິດໃນບັນດາປະໂຫຍກລຸ່ມນີ້, ແລ້ວແປງໃຫ້ຖືກຕ້ອງ:
1. Chiếc từ điển Việt – Lào này rất tốt.
– ……………………………………………………..
2. Kia là con ảnh gia đinh tôi.
– ……………………………………….
3. Cái áo này lắm đẹp.
– ………………………………….
5. Hôm qua nóng rất.
– ………………………………..
6. Quyển áo này đẹp lắm.
– ……………………………………..
7. Củ bi này là của tôi.
– ……………………………………
8. Quả xoài này rất ngon.
– ……………………………………
3.2. ຈົ່ງແປບັນດາປະໂຫຍກລຸ່ມນີ້ເປັນພາສາລາວ – ຫວຽດ:
1. ນ້ອງນັ້ນແມ່ນຄົນກໍາປູເຈຍ.
– …………………………………
2. Bố tôi là bác sĩ.
– ……………………………..
3. Ông ấy có phải là người Anh không?
– ……………………………………………………….
4. ຊື່ຂ້ອຍບໍ່ແມ່ນ Huy.
– …………………………………………..
5. Đó là con dê.
– ………………………………………..
6. ລົດຄັນນີ້ງາມຫຼາຍ.
– ……………………………………….
ເຊີນທ່ານກົດໃສ່ນີ້ເພື່ອເບິ່ງຄຳຕອບ ຖ້າທ່ານເຫັນວ່າບົດຮຽນຂອງພວກເຮົາມີປະໂຫຍດ, ທ່ານສາມາດແບ່ງບັນໃຫ້ໝູ່ເພື່ອນມາຮຽນຮູ້ນຳກັນໄດ້
ຂໍຂອບໃຈ!