ຄຳສັບກ່ຽວກັບຜັກ ແລະ​ ໝາກໄມ້ໃນພາສາຫວຽດ

ຜັກ ແລະໝາກໄມ້ເປັນອາຫານທຳມະຊາດທີ່ສຳຄັນໃນຊີວິດປະຈຳວັນຂອງຄົນເຮົາ. ພວກມັນບໍ່ພຽງແຕ່ໃຫ້ວິຕາມິນ ແລະແຮ່ທາດເທົ່ານັ້ນ, ແຕ່ຍັງຊ່ວຍເພີ່ມຄວາມຕ້ານອະນຸມູນອິສະລະ ແລະປັບລະບົບຍ່ອຍອາຫານນຳອີກ. ຜັກມີຫຼາຍຊະນິດເຊັ່ນ: ຜັກກາດ, ຜັກບົ້ງ, ຜັກປັງ,… ມັກນຳໄປເຮັດແກງ, ລວກ ຫຼື ຂົ້ວ. ໝາກໄມ້ຍັງອຸດົມໄປດ້ວຍໝາກກ້ຽງ, ໝາກກ້ວຍ, ໝາກແອັບເປິ້ນ, ໝາກອະງຸ່ນ … ບໍ່ພຽງແຕ່ແຊບ, ແຕ່ຍັງມີສານອາຫານອີກດ້ວຍ. ສະນັ້ນ, ເຮົາຄວນຝຶກນິໄສການກິນຜັກ ແລະ ໝາກໄມ້ເປັນປະຈຳ ເພື່ອໃຫ້ມີສຸຂະພາບແຂງແຮງ. ໃນ​ບົດ​​ນີ້​, ທ່ານ​ຈະ​ໄດ້​ຮຽນ​ຮູ້​ບາງຄໍາ​ສັບ​​ກ່ຽວ​ກັບ​ໝາກ​ໄມ້ ​ແລະ​ ຜັກ​ໃນ​ພາ​ສາ​ຫວຽດ​​. ໃນແຕ່ລະຂໍ້ ພວກເຮົາຈະມີຄຳອ່ານພ້ອມ ເພື່ອເປັນຊ່ອງທາງໃຫ້ແກ່ຜູ້ທີ່ຍັງບໍ່ມີພື້ນຖານພາສາຫວຽດ.

ຜັກແມ່ນປະເພດພຶດໃບຂຽວທີ່ກິນໄດ້. ຜັກບາງຊະນິດສາມາດກິນໄດ້ແຕ່ໃບ, ບາງຊະນິດສາມາດກິນໄດ້ທັງໃບ ແລະ ລຳ. ການກິນຜັກພຽງຊະນິດດຽວບໍ່ສາມາດໃຫ້ສານອາຫານພຽງພໍກັບຮ່າງກາຍໄດ້ ສະນັ້ນ, ພວກເຮົາຕ້ອງກິນຜັກຫຼາຍຊະນິດ. ຕາຕາລາງລຸ່ມນີ້ແມ່ນຄຳສັບກ່ຽວກັບຜັກໃນພາສາຫວຽດ.

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Rau ngótເຢົາ ງອດຜັກຫວານ
2Rau dềnເຢົາ ເຢ່ນຜັກຫົມD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກກາງ – ໃຕ້
3 Cần tâyເກິ່ນ ເຕິຍຜັກແຊນເນີລີ
4Bắp cảiບັບ ກາຍຜັກກະລໍ່າປີ
5Súp lơ trắngຊູບ ເລີ ຈັງກະລ່ຳດອກ
6 Súp lơ xanhຊູບ ເລີ ແຊັງບ໋ອກໂຄລີ
7Rau muốngເຢົາ ໝວງຜັກບົ້ງ
8Sà láchຊ່າ ແລັກສະຫຼັດ
9 Hành láແຮັ່ງ ຫຼາຫອມບົ່ວໃບ
10Rau mùiເຢົາ ມຸ່ຍຫອມປ້ອມ
11Rau rămເຢົາ ຢຳຜັກແພວ
12Rau máເຢົາ ໝາຜັກໜອກ
13Cải đắngກາຍ ດັງຜັກກາດຂົມ
14Rau thơmເຢົາ ເທີມຜັກຫອມ
15Lá tía tôຫຼາ ເຕຍ ໂຕໃບຫອມເຫືອດ, ໃບແມງແຄງ
16Rau mồng tơiເຢົາ ມົ່ງ ເຕີຍຜັກປັງ
17Rong biểnຢອງ ບຽນສາລ່າຍທະເລ
18 Lá lốtຫຼາ ໂລດຜັກອີເລີດ
19Giá đỗຢາ ໂດຖົ່ວງອກ
20Rau húngເຢົາ ຫຸງຜັກບົວລະພາ
21thì làທີ່ ລ່າຜັກຊີ
22Rau tầu bayເຢົາ ເຕົ່າ ໄບຜັກຍົນຫົງ
23Mùi tàuມຸ່ຍ ເຕົ່າຫອມເປ
24Rau bình bátເຢົາ ບິ່ງ ບາດຜັກຕຳນິນ
25Lá chanh Tháiຫຼາ ແຈັງ ຖາຍໃບຂີ້ຫູດ
26Tỏiຕອຍກະທຽມ
27Lá tỏiຫຼາ ຕອຍໃບກະທຽມ
28Rau cải lànເຢົາ ກາຍ ລ່ານຜັກກາດນາ
29Rau cải xoongເຢົາ ກາຍ ຊອງຜັກກາດນ້ຳ
30Rau nhútເຢົາ ຍຸດຜັກກະເສດ
31Rau cải cúcເຢົາ ກາຍ ກຸກຜັກຕັງໂອ
32Rau đayເຢົາ ໄດຜັກປໍ
33Rau ngổເຢົາ ໂຫງຜັກກະແຍງ
34Rau thốiເຢົາ ໂຖຍຜັກເນົ່າ, ຜັກຂະ
35Rau diếp cáເຢົາ ຢຽບ ກາຜັກຄາວທອງD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກກາງ -ໃຕ້
36Rau cải trắngເຢົາ ກາຍ ຈັງຜັກກາດຂາວ
37Rau hương nhuເຢົາ ເຮືອງ ຍູຜັກກະເພົາ
38húng bạc hàຫຸງ ບາກ ຮ່າຫອມຮໍ້
39húng éຫຸງ ເອຜັກອີ່ຕູ່
40lá hẹຫຼາ ແຮະຜັກສະແຫຼບ
41Cải bẹ xanhກາຍ ແບະ ແຊັງຜັກກາດຂີວ
42Cải bẹ dưaກາຍ ແບະ ເຢືອຜັກກາດຕີນໝີD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກກາງ – ໃຕ້
43Cải thìaກາຍ ເທ່ຍຜັກຮົ່ງເຕ້
44Cải thảoກາຍ ຖາວຜັກກາດຫຍໍ້
45Rau dớnເຢົາ ເຢີນຜັກກູດD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກກາງ -ໃຕ້
ຕາຕະລາງ: ຄຳສັບກ່ຽວກັບຜັກໃນພາສາຫວຽດ
ຜັກຫອມຊະນິດຕ່າງໆ
ຜັກຊະນິດຕ່າງໆໃນພາສາຫວຽດ

ນອກຈາກພຶດທີ່ເປັນໃບຂຽວແລ້ວ, ຍັງມີພຶດສ່ວນທີ່ເອີ້ນວ່າ “ຫົວ” ເຊິ່ງແມ່ນພາກສ່ວນທີ່ຈະເລີນເຕີບໂຕຢູ່ໃຕ້ດິນເຊັ່ນ: ຫົວມັນດ້າງ, ມັນເຝືອກ, ຫົວແຄລອດ… ແລະ “ໝາກ” ແມ່ນຜົນມາຈາກໝາກຫຼື ດອກ. ພຶດປະເພດທີ່ເປັນ ຫົວ ແລະ ໝາກ ບາງຊະນິດສາມາດກິນດິບໄດ້ ແຕ່ບາງຊະນິດກໍ່ຕ້ອງປຸງແຕ່ງໃຫ້ສຸກຈຶ່ງກິນໄດ້. ຕາຕາລາງລຸ່ມນີ້ແມ່ນບາງຄຳສັບກ່ຽວກັບພຶດປະເພດ ຫົວ ແລະ ໝາກ ໃນພາສາຫວຽດ.

ໝາຍເຫດ: ພຶດຜັກແຕ່ລະປະເພດ ທັງໃນພາສາຫວຽດ ແລະ ພາສາລາວ, ບາງເຂດ – ບາງທ້ອງຖິ່ນອາດຈະເອີ້ນຕ່າງກັນ.

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Ngô (bắp)ໂງ (ບັບ)ໝາກສາລີ
2Củ dền đỏກູ ເຢ່ນ ດໍ້ບິດລູດD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກກາງ – ໃຕ້
3Quả bí xanhກວາ ບີ ແຊັງໝາກອຶສີຂຽວ
4Dưa leoເຢືອ ແລວໝາກແຕງD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກກາງ – ໃຕ້
5Ớt chuôngເອີດ ຈວງໝາກເຜັດຫວານ
6Cà da ếchກາ ຢາ ເອັກໝາກເຂືອລາຍຂຽວD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກກາງ – ໃຕ້
7Quả cà chuaກວາ ກ່າ ຈົວໝາກເລັ່ນ
8Củ hẹກູ ແຮະຫົວຜັກປານ
9Ớt/ ớt cayເອິດ /ເອິດ ໄກໝາກເຜັດ(ເຜັດ)
10Khoai langຄວາຍ ລາງມັນດ້າງ
11Khoai tâyຄວາຍ ເຕິຍມັນຝຣັ່ງ
12Củ nghệກູ ເງະຂີ້ໝິ້ນ
13Củ riềngກູ ຢ່ຽງຫົວຂ່າR ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກກາງ – ໃຕ້
14Hành tâyແຮັ່ງ ເຕິຍຫົວຜັກບົວໃຫຍ່
15Củ sọກູ ເຊາະເຜືອກນ້ອຍ
16Củ kiệuກູ ກ້ຽວຫົວຜັກສະຄູ້
17Su hàoຊູ ຮ່າວໝາກເວີ່, ໝາກຊູຮາວ
18Củ cà rốtກູ ກ່າ ໂຣດຫົວກາຣົດ
19Củ gừngກູ -ກຶ່ງຫົວຂີງ
20Quả bíກວາ ບີໝາກອຶ
21Củ cải trắngກູ ກາຍ ຈັງຫົວຜັກກາດຂາວ
22Cà tímກ່າ ຕິມໝາກເຂືອມ່ວງ
23Quả mướpກວາ ເມືອບໝາກບວບ
24Bí đao ບີ ດາວໝາກໂຕ່ນ
25Đậu đũaເດົ້າ ດົວໝາກຖົ່ວຍາວ
26Quả bầuກວາ ເບົ່າໝາກນ້ຳເຕົ້າ
27Su suຊູ ຊູໝາກຊູ
28Dưa chuộtເຢືອ ຈວດໝາກແຕງກວາ
29Mướp đắngເໝືອບ ດັງໝາກມາລະ
30Đậu rồngເດົ້າ ຢົ່ງໝາກຖົ່ວພູ
31Khoai mônຄວາຍ ໂມນເຜືອກ
32khoai Sắnຄວາຍ ສັນມັນຕົ້ນ
33Củ từກູ ຕື່ມັນອ້ອນ
34Măng tâyມັງ ເຕິຍໜໍ່ໄມ້ຝຮັ່ງ
35Củ sảກູ ສາຫົວສີໄຄ
36Củ đậuກູ ເດົ້າມັນເພົາ
37Củ hành khôກູ ແຮັ່ງ ໂຄຫົວຜັກບົ່ວແຫ້ງ
38Củ tỏiກູ ຕອຍຫົວຜັກທຽມ
39Đậu bắpເດົ້າ ບັບໝາກເມືອບ
ຄຳສັບກ່ຽວກັບຫົວ ແລະ ໝາກໃນພາສາຫວຽດ

ໝາກໄມ້ມີຫຼາຍປະເພດເຊັ່ນ: ໝາກກ້ວຍ, ໝາກກ້ຽງ, ໝາກແອັບປິ້ນ, ໝາກໂມ, ໝາກມ່ວງ, … ບໍ່ພຽງແຕ່ມີລົດຊາດແຊບ, ແຕ່ຍັງໃຫ້ທາດນ້ຳຕານທໍາມະຊາດ, ເສັ້ນໄຍອາຫານ ແລະວິຕາມິນທີ່ຈໍາເປັນສໍາລັບຮ່າງກາຍ. ການສຶກສາຄົ້ນຄວ້າພົບວ່າການກິນໝາກໄມ້ເປັນປະຈໍາຊ່ວຍປ້ອງກັນພະຍາດ, ຄວາມດັນເລືອດ, ພະຍາດເບົາຫວານ, ຊ່ວຍບຳລຸງສະໝອງ ແລະປັບອາລົມ. ໝາກໄມ້ຍັງຖືກນຳໄປເຮັດຂະໜົມຫວານ, ນ້ຳປັ່ນ, ນ້ຳໝາກໄມ້ ຫຼືສະຫຼັດ. ຕາຕະລາງລຸ່ມນີ້ແມ່ນຄຳສັບກ່ຽວກັບໝາກໄມ້ໃນພາສາຫວຽດ.

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Quả xoàiກວາ ຊວ່າຍໝາກມ່ວງ
2Quả  chanh leoກວາ ແຈັງ ແລວໝາກນອດ
3Quả khếກວາ ເຂໝາກເຟືອງ
4Quả mãng cầuກວາ ໝາງ ເກົ່າໝາກຂາບຝຮັ່ງ
5Quả cócກວາ ກັອກໝາກກອກ
6Quả mâm xôi đenກວາ ເມິມ ໂຊຍ ແດນແບລັກເບີຣີ
7Quả mítກວາ ມິດໝາກມີ້
8Quả mậnກວາ ເມິ້ນໝາກໝັ້ນ
9Quả chanh vàngກວາ ແຈັງ ວ່າງເລມອນ
10Quả đu đủ ກວາ ດູ ດູ໋ໝາກຫຸ່ງ
11Quả táoກວາ ຕາວໝາກແອັບເປິ້ນ
12Quả nhoກວາ ຍໍໝາກອາງຸ່ນ
13 Quả bưởiກວາ ເບືອຍໝາກພຸກ(ໝາກສົ້ມໂອ)
14Quả chuốiກວາ ຈວຍໝາກກ້ວຍ
15Quả đàoກວາ ດ່າວໝາກຄາຍ
16Quả bơກວາ ເບີໝາກອາໂວກາໂດ
17Quả dưa hấuກວາ ເຢືອ ເຫົາໝາກໂມD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກກາງ – ໃຕ້
18 Quả vảiກວາ ຫວາຍໝາກລິນຈີ່
19 Quả lựuກວາ ລືວໝາກພິລາ
20Quả camກວາ ກາມໝາກກ້ຽງ
21Quả chôm chômກວາ ໂຈມ ໂຈມໝາກງອກ
22Quả dừa ກວາ ເຢື່ອໝາກພ້າວD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກກາງ – ໃຕ້
23Quả sầu riêngກວາ ເຊົ່າ ຣຽງໝາກທຸລຽນ
24Quả quất ກວາ ກັວດໝາກກ້ຽງນ້ອຍໆ
25Quả lêກວາ ເລໝາກຊາລີ
26Quả dâu tâyກວາ ເຢົາ ເຕິຍໝາກສະຕໍເບີລີD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກກາງ – ໃຕ້
28Quả dứaກວາ ເຢືອໝາກນັດD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກກາງ – ໃຕ້
29Quả ổiກວາ ໂອຍໝາກສີດາ
30Quả dưaກວາ ເຢືອໝາກແຕງD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກກາງ – ໃຕ້
31Quả thanh longກວາ ແທັງ ລອງໝາກມັງກອນ
32Quả nhãnກວາ ຫຍານໝາກລຳໄຍ
33Quả mơກວາ ເມີໝາກຝູງ
34Quả quýtກວາ ກວິດໝາກກ້ຽງນ້ອຍ
35Quả măng cụtກວາ ມັງ ກຸດໝາກມັງຄຸດ
36Quả dưa vàngກວາ ເຢືອ ວ່າງໝາກເມລ່ອນເຫຼືອງD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກກາງ – ໃຕ້
37Quả kiwiກວາ ກີວີໝາກກີວີ່
38Quả bòn bonກວາ ບ່ອນ ບອນໝາກຫຼອງກອງ
39Qủa hồng xiêmກວາ ຮົ່ງ ຊຽມໝາກລຳມຸດ
39Quả meກວາ ແມໝາກຂາມ
40Quả naກວາ ນາໝາກຂຽບ
41Quả mâyກວາ ເມິຍໝາກຫວາຍ
42Quả mây Tháiກວາ ເມີຍ ຖາຍໝາກລະກຳ
43Quả cọກວາ ເກາະໝາກຄໍ້
ຄຳສັບກ່ຽວກັບໝາກໄມ້ໃນພາສາຫວຽດ

ໝາກຖົ່ວ ແລະ ແກ່ນຕ່າງໆ ເປັນອາຫານທີ່ມີປະໂຫຍດຕໍ່ສຸຂະພາບຫຼາຍ. ຕາຕາລາງລຸ່ມນີ້ແມ່ນຄຳສັບກ່ຽວກັບຖົ່ວ ແລະ ແກ່ນແບາງຊະນິດໃນພາສາຫວຽດ.

ໝາຍເຫດ: ຖົ່ວ, ແກ່ນ ແຕ່ລະປະເພດ ທັງໃນພາສາຫວຽດ ແລະ ພາສາລາວ, ບາງເຂດ – ບາງທ້ອງຖິ່ນອາດຈະເອີ້ນຕ່າງກັນ.

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Hạt điềuຫາດ ດ່ຽວເມັດໝາກມ່ວງຫິມະພານ
2Hạt óc chóຫາດ ອັອກ ຈໍເມັດວໍນັດ, ໝາກສະໝອງລິງ
3Hạnh nhânແຮັ້ງ ເຍິນເອວມ໋ອນ
4Hạt vừngຫາດ ວຶ່ງໝາກງາ
5Hạt bíຫາດ ບີແກ່ນໝາກອຶ
6Hạt tiêuຫາດ ຕຽວພິກໄທ
7Hạt chiaຫາດ ເຈຍເມັດເຈຍ
8Hạt hướng dươngຫາດ ເຫືອງ ເຢືອງແກ່ນຕາເວັນD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກກາງ – ໃຕ້
9Hạt mắc caຫາດ ມັກ ກາເມັດມະຄາເດເມຍ
10Hạt dẻ cườiຫາດ ແຢ ເກື່ອຍເມັດພິສຕາຊີໂອD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກກາງ – ໃຕ້
11Hạt dẻຫາດ ແຢເມັດໝາກກໍ່D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກກາງ – ໃຕ້
12Đậu nànhເດົ້າ ແນັ່ງຖົ່ວເຫຼືອງ
13Đậu xanhເດົ້າ ແຊັງຖົ່ວຂຽວ
14Đậu đỏເດົ້າ ດໍຖົ່ວແດງ
15Đậu Hà Lanເດົ້າ ຮ່າ ລານຖົ່ວລັນເຕົາ
ຕາຕະລາງ: ຄຳສັບກ່ຽວກັບໝາກຖົ່ວ ແລະ ເມັດໃນພາສາຫວຽດ
ໝາກຖົ່ວ ແລະ ເມັດຊະນິດຕ່າງໆໃນພາສາຫວຽດ

ເຫັດແມ່ນສິ່ງມີຊີວິດທີ່ນອນຢູ່ໃນກຸ່ມຈຸລິນຊີ ຫຼື ເອີ້ນອີກຊື່ໜຶ່ງວ່າ: ເຊື້ອລາທີ່ເປັນອາຫານ. ເຫັດແຊບ ແລະ ໃຫ້ທາດທາດບຳລຸງຫຼາຍຕໍ່ສຸຂະພາບຂອງຄົນເຮົາ. ໃນການນຳເອົາເຫັດມາປຸງແຕ່ເປັນອາຫານ, ບໍ່​ສະເພາະແຕ່​ຄົນລາວ​ເທົ່າ​ນັ້ນ ​ຄົນຫວຽດກໍ່ມັກ​ໃຊ້​ເຫັດ​ເພື່ອ​ນຳມາປຸງ​ແຕ່ງ​ອາຫານເຊັ່ນກັນ. ຕາຕາລາງລຸ່ມນີ້ແມ່ນຄຳສັບກ່ຽວກັບເຫັດໃນພາສາຫວຽດ.

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Nấm ເໜິມ ເຫັດ
2Nấm đùi gàເໜິມ ດຸ່ຍ -ກ່າເຫັດຊິເມຈິ
3Mộc nhĩ đenໂມກ ຫຍີ ແດນເຫັດຫູໜູດຳ
4Nấm tràmເໝິມ ຈ່າມເຫັດຣາ( ເຫັດຂົມ )
5Nấm bào ngưເໜິມ ບ່າວ ງືເຫັດນາງລົມ
6Nấm linh chiເໜິມ ລິງ ຈີເຫັດລິງຈີ
7Nấm kim châmເໜິມ ກິມ ເຈິມເຫັດເຂັມ
8 Nấm rơmເໜິມ ເຢີມເຫັດເຟືອງ
9Nấm hải sảnເໜິມ ຫາຍ ສານເຫັດເຂັມໃຫຍ່
10 Nấm mỡເໜິມ ເໝີເຫັດກະດຸມ
11Nấm tuyếtເໜິມ ຕວຽດເຫັດຂາວ
12Nấm mốiເໜິມ ໂໝຍເຫັດປວກ
13Nấm hương/ nấm đông côເໜິມ ເທືອງ/ເໜິມ ດົງ ໂກເຫັດຫອມ
14Nấm tai mèoເໜິມ ຕາຍ ແມ່ວເຫັດຫູໜູແດງ
ຕາຕະລາງ: ຄຳສັບກ່ຽວກັບເຫັດໃນພາສາຫວຽດ
ເຫັດຊະນິດຕ່າງໆໃນພາສາຫວຽດ
ຄຳສັບກ່ຽວກັບເຫັດໃນພາສາຫວຽດ

ຕົວຢ່າງ 10 ປະໂຫຍກກ່ຽວກັບຜັກ ແລະໝາກໄມ້ທີ່ນິຍົມໃຊ້ໃນພາສາຫວຽດ.

ລ/ດປະໂຫຍກພາສາຫວຽດຄວາມໝາຍໝາຍເຫດ
1Bạn thích uống loại sinh tố trái cây nào nhất?ເຈົ້າມັກກິນນ້ຳປັ່ນໝາກໄມ້ໃດຫຼາຍທີ່ສຸດ?
2Tôi thích uống sinh tố bơ nhất.ຂ້ອຍມັກກິນນ້ຳປັ່ນອາໂວກາໂດທີ່ສຸດ.
3Tôi thích ăn rau hơn ăn thịt.ຂ້ອຍມັກກິນຜັກຫຼາຍກວ່າກິນຊີ້ນ.
4Tôi thích ăn xoài chua.ຂ້ອຍມັກກິນໝາກມ່ວງສົ້ມ.
5Tối nay ăn lẩu bạn nhớ mua nấm kim châm nhé!ມື້ແລງນີ້ກິນຈຸ່ມ ເຈົ້າຢ່າລືມຊື້ເຫັດເຂັມເດີ!
6Bạn mua giúp tôi một túi hạt tiêu và hai mớ rau cải nhé!ຂ້ອຍຫາເຈົ້າຊື້ພິກໄທຖົງໜຶ່ງ ແລະ ຜັກກາດຂາວສອງມັດແນ່!Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກກາງ – ໃຕ້
7Dạo này rau đắt quá!ຊ່ວງນີ້ຜັກແພງຫຼາຍ!
8Tôi thường mua cam để đi thăm người ốmປົກກະຕິຂ້ອຍມັກຊື້ໝາກກ້ຽງໄປຢ້ຽມຄົນໄຂ້.
9Quả mít này chín rồi! Bổ thôi!ໝາກມີ້ນີ້ສຸກແລ້ວ! ຜ່າກິນເລີຍ!
10Mẹ luộc lạc cho con ăn với!ແມ່ຕົ້ມຖົ່ວດິນໃຫ້ລູກກິນແດ່!
ຕາຕະລາງ: ປະໂຫຍກຕົວຢ່າງກ່ຽວກັບຜັກ ແລະ ໝາກໄມ້ໃນພາສາຫວຽດ

ຜ່ານບົດຮຽນນີ້, ທ່ານຈື່ຊື່ຜັກ, ຫົວຜັກ, ໝາກໄມ້ ແລະ ເຫັດ ໃນພາສາຫວຽດໄດ້ຈັກຢ່າງແລ້ວ? ພວກ​ເຮົາ​ຫວັງ​ວ່າ​ຄໍາ​ສັບ​ເຫຼົ່າ​ນີ້​ຈະ​ຊ່ວຍ​ໃຫ້​ທ່ານຮຽນຮູ້ບໍ່​ຫຼາຍ​ກໍ່​ໜ້ອຍແລ້ວ. ຖ້າທ່ານເຫັນວ່າບົດຮຽນນີ້ຫນ້າສົນໃຈ, ທ່ານສາມາດແບ່ງປັນບົດນີ້ໃຫ້ກັບຫມູ່ເພື່ອນຂອງທ່ານໄດ້ຮຽນນຳເດີ!

ຂໍຂອບໃຈ!

Lên đầu trang