ຄຳສັບກ່ຽວກັບຄວາມຮູ້ສຶກໃນພາສາຫວຽດ

ຄວາມຮູ້ສຶກແມ່ນລັດທາງຈິດວິທະຍາທໍາມະຊາດຂອງມະນຸດຕໍ່ສະຖານະການໃນຊີວິດທີ່ສະແດງອາລົມ, ຄວາມຄິດ ແລະ ປະຕິກິລິຍາທໍາມະຊາດຂອງຄົນຕໍ່ສະຖານະການພາຍນອກ. ຄວາມຮູ້ສຶກປະກອບມີສອງປະເພດຕົ້ນຕໍຄື: ຄວາມຮູ້ສຶກດ້ານບວກ ແລະ ດ້ານລົບ. ຄວາມຮູ້ສຶກແຕ່​ລະ​ປະ​ເພດ​​ເປັນ​ຕົວ​ແທນ​ໂດຍ​ຫຼາຍ​ຮູບ​ແບບ​ທີ່​ແຕກ​ຕ່າງ​ກັນ, ​ສອດ​ຄ່ອງ​ກັນ​ກັບ​ສື່ອາ​ລົມ​ທີ່​ແຕກ​ຕ່າງ​ກັນເຊັ່ນ: ຄວາມສຸກ, ຄວາມໂສກເສົ້າ, ຄວາມໂກດແຄ້ນ, ຄວາມກັງວົນ, ຄວາມຮັກ, ຄວາມອິດສາ, ແລະ ອື່ນໆ. ຮຽນຄຳສັບກ່ຽວກັບຄວາມຮູ້ສຶກ​ທາງ​ດ້ານ​ຈິດ​ໃຈບໍ່​ພຽງ​ແຕ່ຈະ​ຊ່ວຍ​ເພີ່ມ​ຄວາມ​ສາ​ມາດ​ທາງ​ດ້ານ​ພາ​ສາ​ຫວຽດເທົ່າ​ນັ້ນ, ແຕ່​ຍັງ​ຊ່ວຍ​ໃຫ້​ຜູ້​ຮຽນ​ເຂົ້າ​ໃຈ​ວັດ​ທະ​ນະ​ທຳ​ສື່​ສານ ແລະ ວິ​ທີ​ການ​ສະ​ແດງ​ຄວາມ​ຮູ້​ສຶກ​ຂອງ​ຕົນຢ່າງ​ເລິກ​ເຊິ່ງກວ່າເກົ່າໃນເວລາສື່ສານກັບຄົນຫວຽດ. ບົດ​ຄວາມ​ນີ້​ຈະ​ແນະນຳກ່ຽວກັບຄໍາ​ສັບ​ຕ່າງໆ​ຕາມ​ແຕ່​ລະ​ກຸ່ມ​ຂອງ​ອາ​ລົມ​ພື້ນ​ຖານ​ທີ່ມັກພົບເຫັນຫຼາຍ​ທີ່​ສຸດ​.

ອາລົມໃນທາງບວກແມ່ນປະຕິກິລິຍາທາງຈິດໃຈທີ່ເຮັດໃຫ້ຄົນຮູ້ສຶກຮັກ, ສະບາຍໃຈເວລາຢູ່ຮ່ວມ ແລະ ເຕັມໄປດ້ວຍພະລັງງານທີ່ດີ. ຄວາມຮູ້ສຶກໃນທາງບວກສາມາດສະແດງອອກໂດຍຜ່ານຄວາມດີໃຈ, ຄວາມຕື່ນເຕັ້ນ, ຄວາມຮູ້ສຶກທີ່ສະຫງົບ ຫຼື ເຕັມປ່ຽມໄປດ້ວຍຄວາມຮັກ. ຂ້າງລຸ່ມນີ້ແມ່ນຄຳສັບເພື່ອອະທິບາຍອາລົມໃນທາງບວກໃນພາສາຫວຽດ:

ລ/ດຄຳສັບຄຳທັບສັບຄວາມໝາຍໝາຍເຫດ
1Hạnh phúcແຮັ້ງ ຟຸກມີຄວາມສຸກ
2Vui vẻວຸຍ ແວມ່ວນຊື່ນ
3Phấn khíchເຟິນ ຄິກຕື່ນເຕັ້ນ
4Rạo rựcຣ້າວ ຣຶກຄຶກຄື້ນ
5Hài lòngຮ່າຍ ລ່ອງພໍໃຈ
6Vui tươiວຸຍ ເຕືອຍສົດໃສ
7Tràn đầy niềm vuiຈ່ານ ເດິ່ຍ ນ່ຽມ ວຸຍເຕັມໄປດ້ວຍຄວາມມ່ວນຊື່ນ
8Phấn chấnເຝິນ ເຈິນຕື່ນເຕັ້ນ
9Sung sướngຊຸງ ເສືອງສະໜຸກສະບາຍ
10Thư tháiທື ຖາຍສະຫວາດສະເຫວີຍ
11Khoan khoáiຄວານ ຂວາຍສະບາຍໃຈ
12Tuyệt vờiຕວຽດ ເວີ່ຍສຸດຍອດ
13Phêເຟຟິນ
14Đam mêດາມ ເມເມົາມົວ
15Say đắmໄສ ດຳຫຼົງໄຫຼ
16Ngất ngâyເງິດ ເງິຍປາບປື້ມ
17Bất ngờເບິດ ເງີ່ໂດຍບັງເອີນ
18Tình cờຕິ່ງ ເກີ່ບັງເອີນ
19Hăm hởຮຳ ເຫີກະມັງກະມໍ
20Hăng háiຮັງ ຫາຍຫ້າວຫັນ
21Hân hoanເຮິນ ຮວານປິຕິຍິນດີ
22Thích thúທິກ ຖູພໍອົກພໍໃຈ
23Hãnh diệnແຫັງ ຢ້ຽນເອກອ້າງທະນົງຕົວD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກ ກາງ -ໃຕ້
24Tự hàoຕຶ ຮ່າວພາກພູມໃຈ
25Nhẹ nhõmແຮະ ຫຍອມສຸພາບຮຽບຮ້ອຍ
26Mãn nguyệnໝານ ງວ້ຽນພໍໃຈ
27Hồi hộpໂຮ່ຍ ໂຮບຕື່ນເຕັ້ນ
28Cảm độngກາມ ດົ້ງຕື້ນຕັນໃຈ
29Mong mỏiມອງ ໝອຍມຸ່ງຫວັງ
30Ngạc nhiênງາກ ຍຽນແປກໃຈ
31thư giãnທື ຢານຜ່ອນຄາຍGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກ ກາງ – ໃຕ້
ຕາຕະລາງ: ຄຳສັບກ່ຽວກັບຄວາມຮູ້ສຶກທາງບວກໃນພາສາຫວຽດ

*ເບິ່ງເພີ່ມຕື່ມຄຳສັບກ່ຽວກັບຄວາມຮັກໃນພາສາຫວຽດ>>>

ຄຳສັບກ່ຽວກັບຄວາມຮູ້ສຶກທາງບວກໃນພາສາຫວຽດ
ຄຳສັບກ່ຽວກັບຄວາມຮູ້ສຶກທາງບວກໃນພາສາຫວຽດ

ຄົນເຮົາບໍ່ໄດ້ຢູ່ໃນສະພາບທີ່ມີຄວາມສຸກສະເໝີໄປ, ມີບາງຄັ້ງທີ່ເຮົາພົບເລື່ອງບໍ່ດີ ຫຼື ຕົກຢູ່ໃນສະພາບທີ່ໃຈຮ້າຍ, ກັງວົນ, ຮູ້ສຶກສັບສົນ, ຈົນກະທັ້ງຜິດຫວັງ… ສະນັ້ນ ພາສາຫວຽດຄຳສັບໃດທີ່ລວມເຖິງອາລົມທາງລົບ? ໃຫ້ພວກເຮົາຮຽນຮູ້ຜ່ານບາງຄໍາສັບຂ້າງລຸ່ມນີ້!

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Buồnບ່ວນເຫງົາ, ເສົ້າ
2Chánຈານເບື່ອ
3Tức giậnຕຶກ ເຢິນໂມໂຫGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກ ກາງ -ໃຕ້
4Ấm ứcເອິມ ອຶກອຸກອັ່ງໃນໃຈ
5Lo lắngລໍ ຫຼັງໜັກອົກໜັກໃຈ, ເປັນຫວ່ງ
6Sốcສົກຊັອກ
7Sợ hãiເສິ ຫ້າຍຢ້ານກົວ
8Xấu hổເສົາ ໂຫລະອາຍ, ອາຍ
9Bối rốiໂບຍ ໂຣຍສົນກະວົນໃຈ
10Hoang mangຮວາງ ມາງກະວົນກະວາຍ
11Bi quanບິ ກວານທໍ້ໃຈ
12Miễn cưỡngໝຽນ ເກືອງຝືນໃຈ
13Choáng ngợpຈວາງ ເງິບຕື່ນຕະລຶງ
14Uất ứcອວັດ ອຶກແຄ້ນໃຈ
15Mệt mỏiເໝດ ຫມ໋ອຍອິດເມື່ອຍ
16Nghi ngờງີ ເງີ່ສົງໄສ
17Căng thẳngກັງ ຖັງເຄັ່ງຄຽດ
18Trầm tưເຈິ່ມ ຕືມິດງຽບຄິດໜັກ
19Lạc lõngລາກ ລອງອ້າງວ້າງ
20Bất mãnເບິດ ໝານບໍ່ພໍໃຈ
21Tổn thươngໂຕ໋ນ ເທືອງເຈັບປວດ
22Lúng túngລຸງ ຕຸງສັບສົນ, ກະວົນກະວາຍ
23Tuyệt vọngຕວຽດ ວ້ອງສິ້ນຫວັງ
24Thất vọngເທິດ ວ້ອງຜິດຫວັງ
25Giận dữເຢິ້ນ ຢືໂກດເຄືອງGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກ ກາງ -ໃຕ້.
D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກ ກາງ -ໃຕ້.
26Điên tiếtດຽນ ຕຽດເລືອດຂື້ນໜ້າ
27Phát cáuຝາດ ເກົາຢາກຮ້າຍ
28Khó chịuຂໍ ຈິ້ວຫຸນຫວຍ, ໝຸດໝັດ, ລຳຄານ
29Hiếu kỳຫຽວ ກີ່ມັກອັນແປກປະຫຼາດ
30Ganh ghétແ-ກັງ ເເ-ກັດອິດສາ
31Hốt hoảngຮົດ ຫວາງຕື່ນເຕັ້ນກະວົນກະວາຍ
32Hoảng sợຫວາງ ເສິຫວາດຫວັ່ນຢ້ານກົວ
33Tiếc nuốiຕຽກ ໜວຍໜ້າເສຍດາຍ
34trống trảiຈົງ ຈາຍວ່າງເປົ່າ
ຕາຕະລາງ: ຄຳສັບກ່ຽວກັບຄວາມຮູ້ສຶກທາງລົບໃນພາສາຫວຽດ
ຄຳສັບກ່ຽວກັບຄວາມຮູ້ສຶກທາງລົບໃນພາສາຫວຽດ
ຄຳສັບກ່ຽວກັບຄວາມຮູ້ສຶກທາງລົບໃນພາສາຫວຽດ
ລ/ດປະໂຫຍກ/ວະລີຄວາມໝາຍໝາຍເຫດ
1Tôi cảm thấy buồn quá!ຂ້ອຍຮູ້ສຶກເຫງົາຫຼາຍ!
2Nó làm tôi tức phát điên rồi.ມັນເຮັດໃຫ້ຂ້ອຍໃຈຮ້າຍຊິເປັນບ້າແລ້ວ.
3Bạn có chuyện gì mà vui thế?ເຈົ້າມີເລື່ອງຫຍັງຄືດີໃຈແທ້?
4Tôi hài lòng về cuộc sống hiện tại của tôi.ຂ້ອຍພໍໃຈກັບຊີວິດໃນປັດຈຸບັນຂອງຂ້ອຍ.
5Đừng lo lắng, mọi thứ sẽ ổn thôi!ຢ່າກັງວົນ, ທຸກສິ່ງຢ່າງຈະດີຂື້ນເອງ!
6Hãy tự tin lên nào!ຈົ່ງໝັ້ນໃຈໃນໂຕເອງໂລດ!
7Tôi hụt hẫng vì anh ấy đã bỏ tôi đi.ຂ້ອຍຮູ້ສຶກຂາດອັນໃດອັນໜື່ງຍ້ອນລາວໄດ້ບອກເລີກຂ້ອຍໄປ.
8Nhìn họ bên nhau hạnh phúc, tôi cảm thấy rất khó chịu.ເຫັນພວກເຂົາຢູ່ນຳກັນແລ້ວມີຄວາມສຸກ, ຂ້ອຍຮູ້ສຶກຫຸນຫວຍຫຼາຍ.
9Tự nhiên tôi thấy bồn chồn quá!ຢູ່ໆຂ້ອຍກໍ່ຮູ້ສຶກຮ້ອນຮົນ!
10Câu chuyện bạn kể làm tôi tò mò.ເລື່ອງທີ່ເຈົ້າເລົ່າເຮັດໃຫ້ຂ້ອຍຢາກຮູ້ຢາກເຫັນ.
11Khi nghe tin bạn thân phải chuyển đến nơi khác, tôi cảm thấy rất buồn và trống trải.ເມື່ອໄດ້ຂ່າວວ່າໝູ່ຂ້ອຍຈະຍ້າຍໄປບ່ອນອື່ນ, ຂ້ອຍຮູ້ສຶກເສົ້າ ແລະ ວ່າງເປົ່າຫຼາຍ.
12Ngồi trong lớp học suốt 3 tiếng đồng hồ mà không có gì thú vị, tôi bắt đầu cảm thấy chán nản.ນັ່ງໃນຫ້ອງຮຽນເປັນເວລາ 3 ຊົ່ວໂມງແຕ່ບໍ່ມີຫຍັງດຶງດູງຈິດໃຈເລີຍ, ຂ້ອຍຮູ້ສຶກເລີ່ມເບື່ອໜ່າຍແລ້ວ.
13Cô ấy tức giận khi phát hiện ra chồng đã làm bẩn chiếc váy yêu thích nhất của mình.ສາວນັ້ນໃຈຮ້າຍເມື່ອຮູ້ວ່າຜົວລາວເປັນຄົນເຮັດໃຫ້ກະໂປ່ງທີ່ລາວຮັກມັກທີ່ສຸດເປື້ອນ.
14Anh cảm thấy hạnh phúc tột cùng khi nhận được học bổng đi học ở Nhật Bản.ອ້າຍຮູ້ສຶກດີໃຈທີ່ສຸດເມື່ອໄດ້ຮັບທຶນໄປຮຽນຢູ່ຍີ່ປຸ່ນ.
15Trước khi bước vào phòng thi, tôi không thể ngừng cảm thấy hồi hộp và lo lắng.ກ່ອນທີ່ຈະກ້າວເຂົ້າຫ້ອງສອບ, ຂ້ອຍບໍ່ສາມາດຢຸດຄວາມຕື່ນເຕັ້ນ ແລະ ຄວາມກັງວົນໄດ້.
16Tiếng động lạ trong đêm khuya khiến cô ấy cảm thấy sợ hãi và không thể ngủ được.ສຽງແປກໆໃນຕອນເດິກເຮັດໃຫ້ສາວນັ້ນຢ້ານ ແລະ ນອນບໍ່ໄດ້.
17Sau khi công bố kết quả, em ấy rất thất vọng vì không đỗ vào trường đại học mơ ước.ຫຼັງຈາກປະກາດຜົນ, ນ້ອງນັ້ນຜິດຫວັງຫຼາຍເພາະບໍ່ສາມາດສອບເສັງເຂົ້າມະຫາໄລໄດ້ດັ່ງທີ່ຝັນໄວ້.
18Anh ấy rất ngạc nhiên khi thấy mình được thăng chức sớm hơn dự kiến.ອ້າຍນັ້ນຕົກໃຈເມື່ອເຫັນວ່າຕົວເອງໄດ້ເລື່ອນຕຳແໜ່ງໄວກວ່າທີ່ຄາດໄວ້.
19Buổi chiều ngồi bên bờ biển, nghe tiếng sóng vỗ, tôi cảm thấy thư giãn vô cùng.ນັ່ງຢູ່ແຄມທະເລໃນຕອນແລງ, ຟັງສຽງຄື້ນທະເລ, ຂ້ອຍຮູ້ສຶກວ່າຜ່ອນຄາຍໄດ້ດີຫຼາຍ.
20Bạn ấy cảm thấy ghen tỵ khi thấy bạn cùng lớp đạt điểm cao hơn mình dù không học bài nhiều.ລາວຮູ້ສຶກອິດສາເມື່ອເຫັນໝູ່ໃນຫ້ອງໄດ້ຄະແນນສູງກວ່າຕົນເອງ ທັ້ງທີ່ບໍ່ຮຽນໜັງສືປານໃດ.
ຕາຕະລາງ: ປະໂຫຍກກ່ຽວກັບຄວາມຮູ້ສຶກໃນພາສາຫວຽດ

ບົດຂ້າງເທິງນີ້ເປັນບົດຮຽນກ່ຽວກັບຄວາມຮູ້ສຶກທາງດ້ານບວກ ແລະ ດ້ານລົບໃນພາສາຫວຽດ. ຫວັງ​ວ່າຫຼັງຈາກຮຽນບາງ​ຄຳ​ສັບ​ພາສາ​ຫວຽດ​ທີ່​ກ່າວ​ມາ​ຂ້າງ​ເທິງນີ້, ທ່ານ​ຈະ​ສາມາດ​ສະ​ແດງ​ຄວາມ​ຮູ້ສຶກ, ຄວາມ​ຄິດ​ເຫັນ​ຂອງ​ຕົນ​ເປັນ​ພາສາ​ຫວຽດໄດ້ດ້ວຍ​ຄວາມ​ໝັ້ນ​ໃຈ ​ແລະ ຖືກຕ້ອງ. ຈົ່ງນຳໃຊ້ຄຳສັບກ່ຽວກັບຄວາມຮູ້ສຶກໃນພາສາຫວຽດເຫຼົ່ານີ້ຢູ່ໃນຊີວິດປະຈໍາວັນເພື່ອເພີ່ມທັກສະການສື່ສານຂອງທ່ານ. ຂໍ​ຂອບ​ໃຈ​ທ່ານ​ທີ່ເຂົ້າມາຮຽນນຳພວກເຮົາ ແລະ ​ຫວັງ​ວ່າ​ທ່ານ​ຈະ​ຮຽນ​ພາ​ສາ​ຫວຽດ​ໄດ້ຢ່າງມີ​ປະ​ສິດ​ທິ​ຜົນ​! ກະລຸນາແບ່ງປັນບົດຮຽນເຫຼົ່ານີ້ໄປໃຫ້ໝູ່ສະໜິດ ຫຼື ຄົນໃກ້ຕົວທີ່ສົນໃຈພາສາຫວຽດຂອງທ່ານໄດ້ຮຽນຮູ້ນຳທ່ານດ້ວຍ.

ຂໍຂອບໃຈ

Lên đầu trang