ຄຳກົງກັນຂ້າມທີ່ມັກໃຊ້ໃນພາສາຫວຽດ

ຄຳກົງກັນຂ້າມ ແມ່ນຄຳສັບທີ່ມີຄວາມໝາຍກົງກັນຂ້າມກັນ, ໃຊ້ເພື່ອສະແດງໃຫ້ເຫັນສອງດ້ານທີ່ແຕກຕ່າງກັນຂອງຄຸນລັກສະນະ, ປະກົດການ, ຄຸນສົມບັດ ຫຼື ການກະທຳດຽວກັນ. ຕົວຢ່າງ: ສູງ – ຕ່ຳ, ມ່ວນ – ເສົ້າ, ເປີດ – ປິດ… ຄຳກົງກັນຂ້າມບາງຄຳໃນພາສາຫວຽດເປັນໄດ້ທັງຄຳນາມ, ຄຳຄຸນນາມ ແລະ ຄຳວິເສດ.

👉 ຍ້ອນມີຄຳກົງກັນຂ້າມ, ການເວົ້າຈຶ່ງມີຄວາມໜ້າສົນໃຈຫຼາຍຂຶ້ນ, ຊ່ວຍອະທິບາຍຄວາມກົງກັນຂ້າມ, ການປຽບທຽບ ແລະ ເຮັດໃຫ້ຄວາມໝາຍເດັ່ນຊັດຂຶ້ນ.

1. ຄຳກົງກັນຂ້າມທີ່ມັກພົບໃນພາສາຫວຽດ

1.1 ຄຳກົງກັນຂ້າມທີ່ເປັນຄຳຄຸນນາມ

ຄຳກົງກັນຂ້າມທີ່ເປັນຄຳຄຸນນາມ ເປັນປະເພດທີ່ພົບເຫັນຫຼາຍທີ່ສຸດ, ໃຊ້ເພື່ອອະທິບາຍລັກສະນະ, ສະພາບ, ແລະ ຄຸນສົມບັດຂອງສິ່ງຂອງ ຫຼື ປະກົດການຕ່າງໆ.

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1đen >< trắngແດນ >< ຈັງດຳ >< ຂາວ
2đẹp >< xấuແດບ >< ເຊົາງາມ >< ຂີ້ລ້າຍສະຫຼະ âu ບໍ່ມີສະຫຼະໃດໃນພາສາລາວໃຫ້ທຽບ ສະນັ້ນຈະທັບສັບຊົ່ວຄາວເປັນສະຫຼະ ເ×ົາ
3nóng >< lạnhໜອງ >< ແລັ້ງຮ້ອນ >< ໜາວ
4dài >< ngắnຢ່າຍ >< ຫງັນຍາວ >< ສັ້ນ
5mạnh mẽ >< yếu đuốiແມັ້ງ ແໝ>< ອຽວ ດວຍເຂັ້ມແຂງ >< ອ່ອນແອ
6cao >< thấpກາວ >< ເທິບສູງ >< ຕໍ່າ
7to >< nhỏຕໍ >< ຫຍໍໃຫຍ່ >< ນ້ອຍ
8cứng >< mềmກຶງ >< ເມ່ມແຂງ >< ອ່ອນ
9rộng >< hẹpຢົ້ງ >< ແຮບກວ້າງ >< ແຄບ
10dày >< mỏngໄຢ່ >< ໝອງໜາ >< ບາງ
11nặng >< nhẹນັ້ງ >< ແຍະໜັກ >< ເບົາ
12nhanh >< chậmແຍັງ >< ເຈິ້ມໄວ >< ຊ້າ
13khô >< ướtໂຄ >< ເອຶອດແຫ້ງ >< ປຽກ
14sáng >< tốiສາງ >< ໂຕຍແຈ້ງ >< ມືດ
15mới >< cũເໝີຍ >< ກູໃໝ່ >< ເກົ່າ
16sạch >< bẩnແຊັກ >< ເບິນສະອາດ >< ເປື້ອນ
17vui >< buồnວຸຍ >< ບ່ວນມ່ວນຊື່ >< ໂສກເສົ້າ, ເຫງົາ
18hiền >< dữຮ່ຽນ >< ຢືໃຈດີ >< ໃຈຮ້າຍ / ດີ >< ຮ້າຍ
19thông minh >< ngu ngốcທົງ ມິງ >< ງູ ໂງກສະຫຼາດ >< ໂງ່ຈ້າ
20thật >< giảເທິດ >< ຢາແທ້ >< ປອມ
21an toàn >< nguy hiểmອານ ຕວ່ານ >< ງຸຍ ຫຽມປອດໄພ >< ອັນຕະລາຍ
22già >< trẻຢ່າ >< ແຈແກ່ >< ໜຸ່ມ
23ngon >< dởງອນ >< ເຢີແຊບ >< ບໍ່ແຊບ
24dễ >< khóເຢ >< ຂໍງ່າຍ >< ຍາກ
25yên tĩnh >< ồn àoອຽນ ຕິງ >< ໂອ່ນ ອ່າວສະຫງົບ >< ວຸ້ນວາຍ
26gầy >< béoເ-ກິ່ຍ >< ແບວຈ່ອຍ >< ຕຸ້ຍ
27sang >< hènຊາງ >< ເເຮ່ນສູງສົ່ງ, ມີຖານະ >< ຕໍ່າຕ້ອຍ, ຕໍ່າຊ້າ
28dũng cảm >< hèn nhátຍຸງ ກາມ >< ແຮ່ນ ຍາດກ້າຫານ >< ຂີ້ຢ້ານ
29trống rỗng >< đầy đủຈົງ ຢົງ >< ເດິ່ຍ ດູວ່າງເປົ່າ >< ເຕັມ
30may mắn >< xui xẻoໄມ ໝັນ >< ຊຸຍ ແສວໂຊກດີ >< ໂຊກຮ້າຍ
31nông >< sâuນົງ >< ເຊົາຕື້ນ >< ເລິກສະຫຼະ âu ບໍ່ມີສະຫຼະໃດໃນພາສາລາວໃຫ້ທຽບ ສະນັ້ນຈະທັບສັບຊົ່ວຄາວເປັນສະຫຼະ ເ×ົາ
ຮູບພາບປະກອບ – ຄຳກົງກັນຂ້າມທີ່ເປັນຄຳຄຸນນາມ

1.2 ຄຳກົງກັນຂ້າມທີ່ເປັນຄຳກຳມະ

ຄຳກົງກັນຂ້າມທີ່ເປັນຄຳກຳມະ ແມ່ນຄຳທີ່ສະແດງເຖິງການກະທຳ, ສະພາບການທີ່ມີລັກສະນະກົງກັນຂ້າມກັນ.

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1cười >< khócເກື່ອຍ >< ຂັອກຫົວ >< ໄຫ້
2mở >< đóngເໝີ >< ດັອງເປີດ >< ປິດ
3cho >< lấyຈໍ >< ເຫຼິຍໃຫ້ >< ເອົາ
4đến >< điເດນ >< ດີມາ >< ໄປ
5tiến >< lùiຕຽນ >< ລຸ່ຍກ້າວໄປ >< ຖອຍຫຼັງ
6 thắng >< thuaຖັງ >< ທົວຊະນະ >< ປະລາໄຊ
7yêu >< ghétອຽວ >< ເ-ກັດຮັກ >< ຊັງ
8nhớ >< quênເຫຍີ >< ເກວນຈື່ >< ລືມ
9đẩy >< kéoເດິຍ >< ແກວຍູ້ >< ດຶງ
10mua >< bánມົວ >< ບານຊື້ >< ຂາຍ
11dựng >< ngãດຶ້ງ >< ຫງາຕັ້ງ >< ລົ້ມ
12sống >< chếtສົງ >< ເຈັດມີຊີວິດ, ຢູ່ >< ຕາຍ
13nói >< im lặngໜອຍ >< ອິມລັ້ງເວົ້າ >< ມິດ
14đứng >< ngồiດືງ >< ໂງ່ຍຢືນ >< ນັ່ງ
15ngủ >< thứcຫງູ >< ທຶກນອນ >< ຕື່ນ
16vào >< raວ່າວ >< ຢາ/ຣາເຂົ້າ >< ອອກ
17lên >< xuốngເລນ >< ສວງຂື້ນ >< ລົງ
18nhập khẩu >< xuất khẩuເຍິບ >< ຊວັດນຳເຂົ້າ >< ສົ່ງອອກ
19giữ >< bỏຢື >< ບໍຮັກສາ >< ປະຖິ້ມ
20đồng ý >< phản đốiດົ່ງ ອີ >< ຟານ ໂດຍຕົກລົງ >< ປະຕິເສດ
21gặp >< chia tay-ກັບ >< ເຈຍໄຕພົບ >< ຈາກ, ເລີກລາ
22mặc >< cởiໝັກ >< ເກີຍນຸ່ງ >< ແກ້
ép buộc >< tự nguyệnແອັບ ບວກ >< ຕຶ ງວ້ຽນບີບບັງຄັບ >< ສະໝັກໃຈ
thay đổi >< y nguyênໄທ ໂດຍ >< ອີ ງວຽນປ່ຽນແປງ >< ຄືເກົ່າ
ຮູບພາບປະກອບ – ຄຳກົງກັນຂ້າມທີ່ເປັນຄຳກຳມະ

ຮຽນຄຳສັບເພີ່ມເຕີມກ່ຽວກັບ: 👉🏿ເຄື່ອງໃຊ້ໃນຫ້ອງການ ໄດ້ທີ່ລິ້ງ https://phasaviet.com/?p=15054

1.3 ຄຳກົງກັນຂ້າມທີ່ເປັນຄຳນາມ

ຄຳກົງກັນຂ້າມທີ່ເປັນຄຳນາມເຖິງຈະບໍ່ມີຫຼາຍ, ແຕ່ຄຳນາມບາງຄຳກໍສາມາດສ້າງຄຳກົງກັນຂ້າມກັນໄດ້.

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1 ngày >< đêmໄງ່ >< ເດມມື້ >< ຄືນ
2 sáng >< chiềuສາງ >< ຈ່ຽວເຊົ້າ >< ແລງ
3nam >< nữນາມ >< ໜືຊາຍ >< ຍິງ
4bạn bè >< kẻ thùບ້ານ ແບ່ >< ແກ ທູ່ໝູ່ເພື່ອນ >< ສັດຕູ
5thiên đường >< địa ngụcທຽນ ເດື່ອງ >< ເດ້ຍ ງຸກສະຫວັນ >< ນະລົກ
6đất >< trờiເດິດ >< ເຈີ່ຍດິນ >< ຟ້າ
7cha >< mẹຈາ >< ແມະພໍ່ >< ແມ່
8thầy >< tròເທິ່ຍ >< ຈໍ່ຄູ, ອາຈານ >< ລູກສິດ
9trước >< sauເຈຶອກ >< ເຊົາກ່ອນ >< ຫຼັງ
10trái >< phảiຈາຍ >< ຝາຍຊ້າຍ >< ຂວາ
11trong >< ngoàiຈອງ >< ງວ່າຍໃນ >< ນອກ
12trên >< dướiເຈນ >< ເຢືອຍເທິງ >< ລຸ່ມ
13thắng lợi >< thất bạiຖັງ ເລິ້ຍ >< ເທິດ ບ້າຍໄຊຊະນະ >< ຄວາມຜ່າຍແພ້
14quá khứ >< tương laiກວາ ຂື >< ເຕືອງ ລາຍອະດີດ >< ອະນາຄົດ
15hạnh phúc >< đau khổແຮັ້ງ ຟຸກ >< ເດົາ ໂຂຄວາມສຸກ >< ຄວາມເຈັບປວດ
16sự sống >< cái chếtສຶ ສົງ >< ກາຍ ເຈັດຄວາມເປັນ >< ຄວາມຕາຍ
văn minh >< lạc hậuວັນ ມິງ >< ລາກ ເຮົ້າສີວິໄລ >< ຫຼ້າຫຼັງ
ຮູບພາບປະກອບ – ຄຳກົງກັນຂ້າມທີ່ເປັນຄຳນາມ

1.4 ຄຳກົງກັນຂ້າມທີ່ເປັນຄຳວິເສດ

ຄຳກົງກັນຂ້າມທີ່ເປັນຄຳວິເສດ (ບອກເວລາ, ລະດັບ, ສະຖານທີ່, ວິທີການ) ມີດັ່ງນີ້:

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1thường >< thỉnh thoảngເທື່ອງ >< ຖິງ ຖວາງປົກກະຕິ >< ບາງຄັ້ງຄາວ
2mãi >< thoáng (một chốc)ໝາຍ >< ທວາງ (ໂມດ ຈົກ)ຕະຫຼອດໄປ, ດົນ, ດົນນານ >< ພຽງຊົ່ວຄາວ, ຊົ່ວຄາວ, ແປັບດຽວ
3đúng >< saiດຸງ >< ຊາຍຖືກ >< ຜິດ
4cùng lúc >< khác lúcກຸ່ງ ລຸກ >< ຂາກ ລຸກເວລາດຽວກັນ >< ຕ່າງເວລາ
5dọc >< ngangຢັອກ >< ງາງລວງຕັ້ງ >< ລວງນອນ
6thẳng >< congຖັງ >< ກັອງຊື່ >< ຄົດ
7ngay >< từ từໄງ >< ຕື່ ຕື່ທັນທີ >< ຄ່ອຍໆ, ຊ້າໆ
8luôn >< hiếm khiລວນ >< ຮຽມ ຄີສະເໝີ, ຕະຫຼອດ, ເລື່ອຍໆ >< ບໍ່ຄ່ອຍ, ຫາຍາກ
9ít >< nhiềuອິດ >< ຍ່ຽວໜ້ອຍ >< ຫຼາຍ
10chung >< riêngຈູງ >< ຢຽງ/ຣຽງລວມ, ຮ່ວມ >< ສະເພາະ, ສ່ວນຕົວ
11trái >< phảiຈາຍ >< ຝາຍຊ້າຍ >< ຂວາ
12lên >< xuốngເລນ >< ສວງຂຶ້ນ >< ລົງ
13đây >< kiaເດິຍ >< ເກຍນີ້ >< ນັ້ນ, ຫັ້ນ, ພຸ້ນ
14trong >< ngoàiຈອງ >< ງວ່າຍໃນ >< ນອກ
15xa >< gầnຊາ >< ເ-ກິ່ນໃກ້ >< ໄກ
16trên >< dướiເຈນ >< ເຢືອຍເທິງ >< ລຸ່ມ
17trước >< sauເຈຶອກ >< ເຊົາກ່ອນ >< ຫຼັງ
18sớm >< muộnເສີມ >< ໝ້ວນເຊົ້າ >< ສວາຍ
19nhanh >< chậmແຍັງ >< ເຈິ້ມໄວ >< ຊ້າ
ຮູບພາບປະກອບ – ຄຳກົງກັນຂ້າມທີ່ເປັນຄຳວິເສດ

2. ບາງກຸ່ມຄຳກົງກັນຂ້າມພິເສດໃນພາສາຫວຽດ

2.1. ຄຳກົງກັນຂ້າມທີ່ສະແດງເຖິງຄວາມຮູ້ສຶກ

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1vui >< buồnວຸຍ >< ບ່ວນດີໃຈ >< ເສຍໃຈ
2yêu >< ghétອຽວ >< ແ-ກັດຮັກ >< ຊັງ
3giận >< ha thứເຢິ້ນ >< ທາ ຖືຄຽດ >< ໃຫ້ອະໄພ
4hạnh phúc >< khổ đauແຮັ້ງ ຟຸກ >< ໂຂ ເດົາມີຄວາມສຸກ, ຄວາມສຸກ >< ເຈັບປວດ, ຄວາມທຸກທໍລະມານ
ໝາຍເຫດ: ຄຳອ່ານ (ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100%
ຮູບພາບປະກອບ – ຄຳທີ່ສະແດງເຖິງຄວາມຮູ້ສຶກ

ຮຽນຄຳສັບເພີ່ມເຕີມກ່ຽວກັບ: 👉🏿ຄວາມຮູ້ສຶກ ໄດ້ທີ່ລິ້ງ https://phasaviet.com/?p=10065

2.2. ຄຳກົງກັນຂ້າມທີ່ສະແດງເຖິງຄຸນນະທຳ, ຈັນຍາບັນ, ຈັນຍາທຳ

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1chính >< tàຈິງ >< ຕ່າຊອບທຳ, ທ່ຽງທຳ >< ບໍ່ຊອບທຳ, ຊົ່ວຮ້າຍ
2tốt >< xấuຕົດ >< ເສົາດີ >< ຊົ່ວສະຫຼະ âu ບໍ່ມີສະຫຼະໃດໃນພາສາລາວໃຫ້ທຽບ ສະນັ້ນຈະທັບສັບຊົ່ວຄາວເປັນສະຫຼະ ເ×ົາ
3trung thực >< dối tráຈູງ ທຶກ >< ໂຢຍ ຈາສັດຊື່, ຊື່ສັດ >< ຫຼອກລວງ, ບໍ່ສັດຊື່
4thật >< giảເທິດ >< ຢາແທ້ >< ປອມ
ໝາຍເຫດ: ຄຳອ່ານ (ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100%

2.3. ຄຳກົງກັນຂ້າມທີ່ສະແດງເຖິງສະພາບທາງສັງຄົມ

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1sang >< hènຊາງ >< ເເຮ່ນສູງສົ່ງ, ມີຖານະ >< ຕໍ່າຕ້ອຍ, ຕໍ່າຊ້າ
2văn minh >< lạc hậuວັນ ມິງ >< ລາກ ເຮົ້າສີວິໄລ >< ຫຼ້າຫຼັງ
3công bằng >< bất côngກົງ ບັ່ງ >< ເບິດ ກົງຍຸດຕິທຳ >< ບໍ່ຍຸດຕິທຳ
4giàu >< nghèoເຢົ່າ >< ແງ່ວຮັ່ງມີ >< ທຸກຍາກ
ໝາຍເຫດ: ຄຳອ່ານ (ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100%

2.4. ຄຳກົງກັນຂ້າມທີ່ສະແດງເຖິງເວລາ

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1bất tử >< hữu hạnເບິດ ຕື >< ຫືຍ ຮ້ານອະມະຕະ, ອະສົງໄຂ >< ມີຂີດຈຳກັດ, ມີຂອບເຂດ
2lâu >< chóngເລົາ >< ຈອງດົນ >< ໄວ, ດ່ວນ
3sớm >< muộnເສີມ >< ໝ້ວນເຊົ້າ >< ສວາຍ
4hôm qua >< ngày maiໂຮມ ກວາ >< ໄງ່ ມາຍມື້ວານ >< ມື້ອື່ນ
ໝາຍເຫດ: ຄຳອ່ານ (ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100%

3. ຄຸນລັກສະນະ ແລະ ບົດບາດຂອງຄຳກົງກັນຂ້າມ

3.1. ຄຸນລັກສະນະ

  • ຢູ່ເປັນຄູ່ ຫຼື ເປັນກຸ່ມສະເໝີ.

  • ສ່ວນຫຼາຍສະແດງເຖິງຄວາມກົງກັນຂ້າມໃນຂົງເຂດດຽວກັນເຊັ່ນ: ຄຳກຳມະ ຈະກົງກັນຂ້າມກັບ ຄຳກຳມະ, ຄຳກຳຄຸນນາມ ຈະກົງກັນຂ້າມກັບ ຄຳຄຸນນາມ,… ແລະ ມີໜ້ອຍຄູ່ທີ່ຈະກົງກັນຂ້າມກັບປະເພດຄຳຕ່າງກັນ.

  • ມີລັກສະນະເພິ່ງພາອາໄສກັນ: ຕົວຢ່າງ: ສູງ – ຕ່ຳ, ຈ່ອຍ – ຕຸ້ຍ, ດຳ – ຂາວ,…

3.2. ບົດບາດໃນການສື່ສານ ແລະ ວັນນະຄະດີ

  • ຊ່ວຍໃນການປຽບທຽບ ແລະ ສົມທຽບໃຫ້ເຫັນພາບທີ່ຊັດເຈນ.

  • ເຮັດໃຫ້ຄຳເວົ້າມີຊີວິດຊີວາ ແລະ ເກີດຈິນຕະນາການ.

  • ມັກຖືກນຳໃຊ້ໃນສໍານວນ, ສຸພາສິດ:

    • “Có đi có lại mới toại lòng nhau” (ມີໄປມີມາຈຶ່ງຈະຖືກໃຈກັນ) (ໄປ ↔ ມາ).

    • “Người buồn cảnh có vui đâu bao giờ” (ຄົນເສົ້າແລ້ວບັນຍາກາດຈະມີຄວາມສຸກໄດ້ແນວໃດ) (ເສົ້າ ↔ ສຸກ)

4. ສະຫຼຸບ

ຄຳກົງກັນຂ້າມແມ່ນສ່ວນໜຶ່ງທີ່ສຳຄັນໃນຄັງຄຳສັບພາສາຫວຽດ, ບໍ່ພຽງແຕ່ຊ່ວຍໃຫ້ຜູ້ຮຽນເຂົ້າໃຈຄວາມໝາຍທີ່ກົງກັນຂ້າມກັນໄດ້ດີຂຶ້ນເທົ່ານັ້ນ, ແຕ່ຍັງເຮັດໃຫ້ພາສາມີຄວາມຄ່ອງແຄ້ວ, ມີຮູບພາບ ແລະ ເຕັມໄປດ້ວຍການສະແດງອອກ. ການເຂົ້າໃຈແລະນຳໃຊ້ຄຳກົງກັນຂ້າມຢ່າງຖືກຕ້ອງຈະຊ່ວຍໃຫ້ຜູ້ຮຽນສື່ສານໄດ້ຢ່າງທຳມະຊາດ, ຢືດຢຸ່ນ ແລະ ມີໄຫວພິບຫຼາຍຂຶ້ນ.

ຜ່ານການຮຽນບົດຄຳກົງກັນຂ້າມໃນພາສາຫວຽດມານີ້, ຖ້າທ່ານເຫັນວ່າບົດຮຽນນີ້ເປັນປະໂຫຍດ, ທ່ານສາມາດແບ່ງປັນກັບຫມູ່ເພື່ອນຂອງທ່ານມາຮຽນນຳພວກເຮົາໄດ້ເດີ. ຂໍຂອບໃຈ!

Lên đầu trang