ຮ່າໂນ້ຍ (Hà Nội) ແລະ ຄວາມເປັນມາ

ເມື່ອເວົ້າເຖິງບົດເພງ “ຮ່າໂນ້ຍ – ວຽງຈັນ” ຄົນລາວສ່ວນຫຼາຍຈະຄຸ້ນເຄີຍ ແລະ ຮູ້ຈັກກັນເປັນຢ່າງດີ, ໂດຍສະເພາະແມ່ນຢູ່ໃນຂົງເຂດວຽກງານການພົວພັນລະຫວ່າງລາວ – ຫວຽດນາມ. ແຕ່ທ່ານຮູ້ບໍ່, ກ່ອນຈະມີຊື່ວ່າ ຮ່າໂນ້ຍ ຄືດັ່ງທຸກມື້ນີ້, ດິນແດນແຫ່ງນີ້ໄດ້ຜ່ານຊື່ເອີ້ນທີ່ແຕກຕ່າງກັນມາຫຼາຍຊື່, ແຕ່ລະຊື່ຈະມີຄວາມໝາຍສະເພາະຂອງຕົນທີ່ຕິດພັນກັບແຕ່ລະໄລຍະທາງປະຫວັດສາດ. ໃນບົດນີ້, ພວກເຮົາຈະພາທຸກທ່ານໄປຮູ້ຈັກກັບແຕ່ລະຊື່ຂອງ ຮ່າໂນ້ຍ ຕັ້ງແຕ່ສະໄໝລາຊະວົງ ຫງວຽນ (nhà Nguyễn) ຈົນມາຮອດປັດຈຸບັນນີ້.

1. ຮ່າໂນ້ຍມີຄວາມໝາຍວ່າແນວໃດ?

ຮ່າໂນ້ຍ ແມ່ນນະຄອນຫຼວງຂອງປະເທດຫວຽດນາມ ຕັ້ງຢູ່ພາກເໜືອຂອງປະເທດຫວຽດນາມ, ບໍ່ພຽງແຕ່ເປັນສູນກາງທາງດ້ານການເມືອງ, ວັດທະນະທຳ ແລະ ການສຶກສາເທົ່ານັ້ນ ແຕ່ຍັງເປັນບ່ອນເກັບຮັກສາຄຸນຄ່າທາງດ້ານປະຫວັດສາດອັນຍາວນານ. ຊື່ “ຮ່າໂນ້ຍ” ເມື່ອໄດ້ຍິນແລ້ວເຮັດໃຫ້ນຶກເຫັນພາບດິນແດນທີ່ເກົ່າແກ່, ຄວາມສະຫງົບ ທີ່ເປັນຈຸດເຊື່ອມຕໍ່ລະຫວ່າງປະຫວັດສາດ, ຮີດຄອງປະເພນີ ແລະ ຄວາມທັນສະໄໝ.

ຮູບປະກອບ: ຮ່າໂນ້ຍ ປັດຈຸບັນໃນຍາມຄໍ່າຄືນ

ຊື່ “ຮ່າໂນ້ຍ” ຖືກເອີ້ນຢ່າງເປັນທາງການໃນປີ 1831, ສະໄໝຂອງກະສັດ ມິງມ້າງ (Minh Mạng ) ລາຊະວົງ ຫງວຽນ (nhà Nguyễn) ເມື່ອພະອົງດຳເນີນບໍລິຫານ ແລະ ສ້າງຕັ້ງແຂວງຮ່າໂນ້ຍ. ອີງຕາມຕົວອັກສອນຈີນ, “Hà Nội” ຂຽນວ່າ “河內”:

“Hà” (河) ໝາຍເຖິງ: ແມ່ນ້ຳ.

“Nội” (內) ໝາຍເຖິງ: ໃນ (ທາງໃນ).

ເມື່ອລວມ 2 ຄຳນີ້ເຂົ້າກັນເປັນ “ຮ່າໂນ້ຍ” ໝາຍເຖິງ “ດິນແດນທີ່ຕັ້ງຢູ່ກາງແມ່ນ້ຳ” ເຊິ່ງສະທ້ອນໃຫ້ເຫັນເຖິງທີ່ຕັ້ງພູມສາດທີ່ພິເສດຂອງສະຖານທີ່ແຫ່ງນີ້ຄື: ຕັ້ງຢູ່ລະຫວ່າງແມ່ນ້ຳສາຍໃຫຍ່ເຊັ່ນ: ແມ່ນ້ຳຍິ (ແມ່ນ້ຳແດງ – Sông Hồng) ແລະ ແມ່ນ້ຳແທັງກວຽດ (Thanh Quyết). ຊື່ນີ້ບໍ່ພຽງແຕ່ສະແດງເຖິງລັກສະນະທໍາມະຊາດເທົ່ານັ້ນ ແຕ່ຍັງມີຄວາມໝາຍທາງດ້ານຮວງຈຸ້ຍທີ່ເປັນສັນຍາລັກຂອງຄວາມອຸດົມສົມບູນ, ຄວາມສະດວກສະບາຍ ແລະ ຄວາມໝັ້ນຄົງ.

2. ຊື່ຕ່າງໆຂອງ “ຮ່າໂນ້ຍ” ໃນແຕ່ລະຍຸກສະໄໝ

ກ່ອນທີ່ຈະມີຊື່ “ຮ່າໂນ້ຍ” ດິນແດນແຫ່ງນີ້ເຄີຍມີຫຼາຍຊື່ທີ່ແຕກຕ່າງກັນ ເຊິ່ງສະທ້ອນໃຫ້ເຫັນເຖິງແຕ່ລະໄລຍະຂອງປະຫວັດສາດ:

ຊື່ສະໄໝຄວາມໝາຍ
ລອງໂດ (Long Đỗ)ສະໄໝຈີນປົກຄອງ“ສາຍບືມັງກອນ” ຕາມຕຳນານຂອງເທບພະເຈົ້າ ລອງໂດ (Long Đỗ) ໄດ້ປະກົດຂຶ້ນໃນເວລາທີ່ເຈົ້າເມືອງກາວບ່ຽນ (Cao Biền) ກຳລັງສ້າງເມືອງດ້າຍລາ (Đại La).
ຕົງບິ່ງ (Tống Bình)ສະໄໝຕຸ່ຍ – ເດື່ອງ (Tùy – Đường)ທີ່ຕັ້ງອຳນາດການປົກຄອງຂອງຝ່າຍເໜືອ
ດ້າຍລາ (Đại La)ສະຕະວັດທີ 9ຊື່ເມືອງບູຮານທີ່ຖືກສ້າງຂຶ້ນໂດຍເຈົ້າເມືອງກາວບ່ຽນ (Cao Biền), ທີ່ເຈົ້າຊີວິດ ຫຼີຖາຍໂຕ (Lý Thái Tổ) ເຊິ່ງກ່າວເຖິງໃນເວລາຍ້າຍເມືອງຫຼວງ.
ທັງລອງ (Thăng Long)ປີ 1010“ມັງກອນຂຶ້ນສູ່ທ້ອງຟ້າ” ແມ່ນຊື່ທີ່ເຈົ້າຊີວິດ ຫຼີຖາຍໂຕ (Lý Thái Tổ) ຕັ້ງໃຫ້ເມື່ອຍ້າຍນະຄອນຫຼວງຈາກ ຮວາລື (Hoa Lư) ມາທີ່ ດ້າຍລາ (Đại La).
ດົງໂດ (Đông Đô)ສະໄໝ ໂຮ່ກຸຍລີ (Hồ Quý Ly)“ນະຄອນຫຼວງທາງທິດຕາເວັນອອກ” – ແຍກອອກຈາກ ນະຄອນຫຼວງທາງທິດຕາເວັນຕົກ (ແທັງຮວາ (Thanh Hóa)).
ຮ່າໂນ້ຍ (Hà Nội)ແຕ່ປີ 1831 ຈົນຮອດປະຈຸບັນ“ດິນແດນກາງແມ່ນ້ຳ” ຊື່ ເອີ້ນທາງການຂອງແຂວງ ແລະ ເມືອງ

ແຕ່ລະຊື່ເອີ້ນລ້ວນແຕ່ຕິດພັນກັບເຫດການປະຫວັດສາດໃດໜຶ່ງ, ລາຊະວົງໃດໜຶ່ງ ແລະ ຄວາມມຸ່ງຫວັງໃດໜຶ່ງຂອງຊົນຊາດຫວຽດ.

ຮູບພາບປະກອບ: ຮູບປັ້ນເຈົ້າຊີວິດ ຫຼີຖາຍໂຕ (Lý Thái Tổ)

ບົດອ່ານເພີ່ມເຕີມກ່ຽວກັບ: ຄວາມເປັນມາ ແລະ ຄວາມໝາຍຂອງເພງຊາດຫວຽກນາມ

3. ທັງລອງ – ຮ່າໂນ້ຍ: ສັນຍາລັກຂອງນະຄອນຫຼວງພັນປີ

ໃນບັນດາຊື່ທັງໝົດ, “ທັງລອງ” ອາດຈະແມ່ນຊື່ທີ່ຖືກກ່າວເຖິງຫຼາຍທີ່ສຸດເມື່ອເວົ້າເຖິງຮ່າໂນ້ຍ. ໃນປີ ຄ.ສ. 1010, ເຈົ້າຊີວິດ ຫຼີຖາຍໂຕ (Lý Thái Tổ) ໄດ້ອອກລັດຊະການຍົກຍ້າຍນະຄອນຫຼວງ, ເລືອກເອົາເມືອງ ດ້າຍລາ (Đại La) ເປັນເມືອງຫຼວງໃໝ່ ແລະ ປ່ຽນຊື່ເປັນ “ທັງລອງ” ໝາຍເຖິງ “ມັງກອນບິນຂຶ້ນ”. ອີງຕາມຕຳນານ, ເມື່ອເຮືອຂອງເຈົ້າຊີວິດທຽບທ່າໄດ້ມີມັງກອນຄຳບິນຂຶ້ນສູ່ທ້ອງຟ້າ – ເຊິ່ງຖືວ່າເປັນລາງດີທີ່ບົ່ງບອກເຖິງຄວາມຈະເລີນຮຸ່ງເຮືອງ.

ຊື່ “ທັງລອງ” ບໍ່ພຽງແຕ່ມີຄວາມໝາຍທາງດ້ານຄວາມເຊື່ອເທົ່ານັ້ນ ແຕ່ຍັງສະແດງໃຫ້ເຫັນເຖິງຄວາມມຸ່ງມາດປາດຖະໜາທີ່ຈະກ້າວຂຶ້ນ ແລະ ພັດທະນາຂອງຊາດ. ໃນຕະຫຼອດເກືອບ 800 ປີ “ທັງລອງ” ແມ່ນສູນກາງທາງດ້ານການເມືອງ ແລະ ວັດທະນະທໍາຂອງລາຊະວົງ ຫຼີ, ເຈີ່ນ, ເລ , ຫງວຽນ (Lý, Trần, Lê, Nguyễn).

ປະຈຸບັນນີ້, ເຖິງ “ຮ່າໂນ້ຍ” ຈະແມ່ນຊື່ເອີ້ນຢ່າງເປັນທາງການ ແລະ ບໍ່ໄດ້ເອີ້ນ “ທັງລອງ” ອີກແລ້ວກໍ່ຕາມ ແຕ່ຊື່ “ທັງລອງ” ກໍ່ຍັງຖືກນໍາໃຊ້ຢູ່ໃນບັນດາພາກສ່ວນ, ແລະ ສະຖານທີ່ຕ່າງໆເຊັ່ນ: ກຳແພງພະລາຊະວັງທັງລອງ, ມະຫາວິທະຍາໄລທັງລອງ, ຖະໜົນທັງລອງ ເພື່ອເປັນລະນຶກເຖິງຄວາມຊົງຈໍາທາງປະຫວັດສາດ.

ຮູບປະກອບ: ກຳແພງພະລາຊະວັງທັງລອງ (Hoàng Thành Thăng Long)

ຮຽນຄຳສັບກ່ຽວກັບ: ສະຖານທີ່ໃນພາສາຫວຽດ 👈ທີ່ນີ້ໄດ້

4. ຮ່າໂນ້ຍ – ບ່ອນເຕົ້າໂຮມຂອງແມ່ນໍ້າລຳເຊ ແລະ ວັດທະນະທໍາ

ຊື່ “ຮ່າໂນ້ຍ” ບໍ່ພຽງແຕ່ສະທ້ອນເຖິງທີ່ຕັ້ງພູມສາດ – ພື້ນທີ່ດິນທີ່ຕັ້ງຢູ່ລະຫວ່າງກາງຂອງບັນດາສາຍນໍ້າຕ່າງໆ ແຕ່ຍັງສະແດງເຖິງຄວາມສະໜິດຕິດພັນກັນລະຫວ່າງຄົນ ແລະ ທໍາມະຊາດ. ແມ່ນໍ້າແດງ (Sông Hồng), ແມ່ນໍ້າໂຕລິກ ( Sông Tô Lịch), ບຶງເຕີຍ (hồ Tây), ບຶງຮວ່ານກຽມ (hồ Hoàn Kiếm)… ລ້ວນແຕ່ແມ່ນສັນຍາລັກທີ່ຕິດພັນກັບຊີວິດການເປັນຢູ່ຂອງຊາວຮ່າໂນ້ຍ.

ຍ້ອນທີ່ຕັ້ງທີ່ “ຢູ່ກາງແມ່ນໍ້າ” ນັ້ນຈຶ່ງເຮັດໃຫ້ ຮ່າໂນ້ຍ ກາຍເປັນບ່ອນຄ້າຂາຍ, ພັດທະນາ ແລະ ເປັນສູນກາງເຊື່ອມຕໍ່ບັນດາພາກພື້ນຕ່າງໆ. ດ້ວຍເຫດນັ້ນ, ວັດທະນະທຳຂອງ ຮ່າໂນ້ຍ ຈຶ່ງມີລັກສະນະກວມລວມ, ທັງສະຫງ່າງາມ, ທັງຫຼາກຫຼາຍຮູບ, ທັງເກົ່າແກ່ ແລະ ທັນສະໄໝ.

ຮູບປະກອບ: ບຶງຮວ່ານກຽມ (Hồ Hoàn Kiếm) ຈາກມຸມສູງ

5. ຮ່າໂນ້ຍໃນຄວາມຮັບຮູ້ຂອງຄົນຫວຽດ

ສຳລັບຊາວຫວຽດ ຊື່ “ຮ່າໂນ້ຍ” ບໍ່ພຽງແຕ່ເປັນສະຖານທີ່ແຫ່ງໜຶ່ງເທົ່ານັ້ນ ແຕ່ຍັງແມ່ນສັນຍາລັກຂອງນະຄອນຫຼວງ, ເປັນຫົວໃຈຂອງຊາດ. ຮ່າໂນ້ຍ ຕິດພັນກັບບັນດາຄຸນຄ່າຕ່າງໆເຊັ່ນ:
ດ້ານປະຫວັດສາດ: ເປັນບ່ອນຈາລຶກບັນດາລາຊະວົງ, ການຕໍ່ສູ້ຕ້ານການຮຸກຮານ, ແລະ ເຫດການປະຫວັດສາດສໍາຄັນຕ່າງໆໄວ້.
ດ້ານວັດທະນະທຳ: ເປັນບ່ອນເກັບມ້ຽນມູນເຊື້ອອັນລ້ຳຄ່າຂອງຊາດ, ນັບຕັ້ງແຕ່ການຂັບລຳ (ca trù), ລະຄອນພື້ນເມືອງ (chèo), ຈົນເຖິງອາຫານ ແລະ ສະຖາປັດຕະຍະກຳຕ່າງໆ.
ທາງດ້ານຈິດໃຈ: ເປັນບ່ອນທີ່ເຮັດໃຫ້ນຶກເຖິງບ້ານເກີດເມືອງນອນ, ເຮັດໃຫ້ເຮົາຢາກກັບຄືນມາອີກ ແລະ ເປັນບ່ອນເລີ່ມຕົ້ນຊີວິດໃໝ່ຂອງຫຼາຍໆຮຸ່ນຄົນ.

ຮູບພາບປະກອບ: ສະຖານທີ່ທາງປະຫວັດສາດຢູ່ Hà Nội

6. ສະຫຼຸບ

ຊື່ເອີ້ນ “ຮ່າໂນ້ຍ” ແມ່ນສູນລວມຂອງປະຫວັດສາດ, ພູມສາດ ແລະ ວັດທະນະທຳຫວຽດນາມ. ນັບຕັ້ງແຕ່ຊື່ ລອງໂດ (Long Đỗ), ດ້າຍລາ (Đại La), ທັງລອງ (Thăng Long) ຈົນເຖິງ ຮ່າໂນ້ຍ (Hà Nội) – ແຕ່ລະຊື່ເອີ້ນລ້ວນແຕ່ໄດ້ຮັບການບັນທຶກເປັນບົດໜຶ່ງໄວ້ໃນປຶ້ມປະຫວັດສາດພັນປີ. ສຳລັບຜູ້ຮຽນພາສາຫວຽດ, ການເຂົ້າໃຈຢ່າງຈະແຈ້ງກ່ຽວກັບຄວາມໝາຍຂອງ ຮ່າໂນ້ຍ ຈະຊ່ວຍໃຫ້ທ່ານຮັກໃນພາສາ, ຜູກພັນກັບປະຊາຊົນ ແລະ ປະເທດຫວຽດນາມຫຼາຍຂຶ້ນ.

ຖ້າທ່ານເຫັນວ່າບົດຄວາມນີ້ເປັນປະໂຫຍດ, ທ່ານສາມາດແບ່ງປັນກັບຫມູ່ເພື່ອນຂອງທ່ານໄດ້ຮຽນນຳເດີ. ຂໍຂອບໃຈ!🙏🙏🙏

Lên đầu trang