ສະພາບອາກາດແມ່ນປະກົດການທາງທຳມະຊາດເຊັ່ນ: ແສງແດດ, ຝົນ, ລົມ, ລົມພະຍຸ ແລະ ອື່ນໆ ທີ່ເຮົາມັກພົບໃນຊີວິດປະຈຳວັນ. ສະພາບອາກາດແມ່ນຫນຶ່ງໃນຫົວຂໍ້ທົ່ວໄປ ແລະ ຄຸ້ນເຄີຍທີ່ສຸດໃນຊີວິດປະຈໍາວັນ.ໃນການສື່ສານ, ເວລາເຮົາຢາກລົມກັບຄົນໃດໜຶ່ງ ຫຼື ເມື່ອເຮົາບໍ່ຮູ້ຈະລົມເລື່ອງຫຍັງ, ພວກເຮົາມັກຈະເລີ່ມຕົ້ນການສົນທະນາໂດຍການຖາມກ່ຽວກັບສະພາບອາກາດເຊັ່ນ: “ມື້ນີ້ອາກາດດີເນາະ”, “ອາກາດມື້ນີ້ຮ້ອນເດ”, “ອື່ນຝົນຈະຕົກບໍນໍ້”… ສະນັ້ນ, ການຮຽນຮູ້ຄຳສັບກ່ຽວກັບດິນຟ້າອາກາດຈະຊ່ວຍໃຫ້ນັກຮຽນເຂົ້າເຖິງບົດສົນທະນາໄດ້ຢ່າງງ່າຍດາຍ, ສື່ສານຢ່າງຄ່ອງແຄ້ວ, ສະແດງຄວາມຮູ້ສຶກສ່ວນຕົວໃນແຕ່ລະສະພາບໄດ້ດີ. ບົດນີ້ຈະສອນຄໍາສັບທີ່ຫຼາກຫຼາຍ, ແບ່ງຕາມປະກົດການດິນຟ້າອາກາດ, ຄວາມຮູ້ສຶກ, ລະດູການຂອງປີ, ແລະກິດຈະກໍາທີ່ກ່ຽວຂ້ອງ, ຊ່ວຍໃຫ້ຜູ້ຮຽນເຂົ້າໃຈເລິກ ແລະ ນໍາໃຊ້ມັນຢ່າງຖືກຕ້ອງໃນການປະຕິບັດຕົວຈິງ.
1. ຄຳສັບກ່ຽວກັບສະພາບອາກາດໃນພາສາຫວຽດ
ສະພາບອາກາດມີການປ່ຽນແປງສະເຫມີ, ບາງຄັ້ງກໍ່ມີແດດ ແລະ ບາງຄັ້ງກໍ່ມີຝົນຕົກ, ເຮັດໃຫ້ເຮົາຍາກທີ່ຈະຄາດຄະເນໄດ້. ຕາຕາລາງລຸ່ມນີ້ແມ່ນບາງຄຳສັບກ່ຽວກັບປະກົດການດິນຟ້າອາກາດໃນພາສາຫວຽດ:
ລ/ດ | ຄຳສັບພາສາຫວຽດ | ຄຳທັບສັບພາສາລາວ | ຄວາມໝາຍ | ໝາຍເຫດ |
---|---|---|---|---|
1 | Nắng | ໜັງ | ແດດ | |
2 | Gió | ຢໍ | ລົມ | Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
3 | Mưa | ເມືອ | ຝົນ | |
4 | Bão | ບາວ | ພາຍຸ | |
5 | Cơn dông | ເກີນ ຢົງ | ພາຍຸຝົນ | D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
6 | Lốc | ຫຼົກ | ລົມຫົວກຸດ | |
7 | Sương muối | ເຊືອງ ໝວຍ | ໝອກຂຸ້ນ | |
8 | Mưa đá | ເມືອ ດາ | ຝົນໝາກເຫັບ | |
9 | Hạn hán | ຮ້ານ ຫານ | ໄພແຫ້ງແລ້ງ | |
10 | Lũ lụt | ຫຼູ ລູດ | ໄພນ້ຳຖ້ວມ | |
11 | Cầu vồng | ເກົ່າ ວົ່ງ | ຮຸ້ງກິນນ້ຳ(ສາຍຮຸ້ງ) | |
12 | Sét đánh | ແສດ ແດັງ | ຟ້າຜ່າ | |
13 | Sấm | ເສິມ | ຟ້າຮ້ອງ | |
14 | chớp | ເຈີບ | ຟ້າເຫຼື້ອມ, ຟ້າລຽບ | |
15 | Tuyết | ຕວຽດ | ຫິມະ |
ໝາຍເຫດ: ຄຳອ່ານ(ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100%.

*ເບິ່ງເພີ່ມຕື່ມບົດຮຽນວິທີຖາມເຖິງສະພາບອາກາດໃນພາສາຫວຽດ>>>
2. ຄຳສັບກ່ຽວກັບສະພາບອາກາດໃນພາສາຫວຽດ
ບາງຄຳສັບກ່ຽວກັບສະພາບອາກາດໃນຫວຽດມີດັ່ງນີ້:
ລ/ດ | ຄຳສັບພາສາຫວຽດ | ຄຳທັບສັບພາສາລາວ | ຄວາມໝາຍ | ໝາຍເຫດ |
---|---|---|---|---|
1 | Có nắng vài nơi | ກໍ ໜັງ ວ່າຍ ເນີຍ | ມີແດດບາງບ່ອນ | |
2 | Gió nhẹ | ຢໍ ແຍະ | ລົມຄ່ອຍໆ | Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
3 | Nhiều sương | ຍ່ຽວ ເຊືອງ | ໝອກຫຼາຍ | |
4 | Đóng băng | ດອງ ບັງ | ເປັນນ້ຳກ້າມ | |
5 | Độ ẩm cao | ໂດະ ເອິມ ກາວ | ຄວາມຊຸ່ມຊື່ນສູງ | |
6 | Rét buốt | ແຣດ ບວດ | ໜາວຈົນປວດ,ໜາວເໜັບ | |
7 | Mưa phùn | ເມືອ ຟຸ່ນ | ຝົນຝອຍ | |
8 | Mưa nặng hạt | ເມືອ ນັ້ງ ຮາດ | ຝົນຕົກຫນັກ | |
9 | Trời quang | ເຈີ່ຍ ກວາງ | ອາກາດແຈ່ມໃສ | |
10 | Ít mây | ອິດ ເມິຍ | ມີເມກໜ້ອຍ | |
11 | Nhiều mây | ຍ່ຽວ ເມິຍ | ມີເມກຫຼາຍ | |
12 | Sương mù dày đặc | ເຊືອງ ໝູ່ ໄຢ່ ດັກ | ໝອກປົກຄຸມໜາ | D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
13 | U ám | ອູ ອາມ | ມຶດມົວ | |
14 | Mưa rải rác | ເມືອ ຣາຍ ຣາກ | ຝົນຕົກກະແຈກກະຈາຍ | |
15 | Có bão | ກໍ ບາວ | ມີພາຍຸ | |
16 | Mưa rào | ເມືອ ຣ່າວ | ຝົນຫ່າໃຫຍ່ | |
17 | Trời nồm | ເຈີ່ຍ ໂນ່ມ | ອາກາດຊຸ່ມ | |
18 | Oi bức | ອອຍ ບຶກ | ອົບເອົ້າ, ຮ້ອນເອົ້າ | |
19 | Ôn hòa | ໂອນ ຮວ່າ | ອົບອຸ່ນ | |
20 | Không mây | ຄົງ ເມິຍ | ບໍ່ມີເມກ | |
21 | Không mưa | ຄົງ ເມືອ | ບໍ່ມີຝົນ | |
22 | Trời râm mát | ເຈີ່ຍ ເຣິມ ມາດ | ອາກາດຮົ່ມເຢັນ | |
23 | Ấm áp | ເອິມ ອາບ | ອົບອຸ່ນ | |
24 | Nhiều sương | ຍ່ຽວ ເຊືອງ | ມີໝອກຫຼາຍ | |
25 | Nhiều nắng | ຍ່ຽວ ໜັງ | ມີແດດຫຼາຍ | |
26 | Quang đãng | ກວາງ ດັງ | ໃສແຈ້ງ, ໂລ່ງແຈ້ງ | |
27 | Vừa nắng vừa mưa | ເວື່ອ ໜັງ ເວື່ອ ເມືອ | ທັງແດດທັງຝົນ | |
28 | Nắng chang chang | ໜັງ ຈາງ ຈາງ | ແດດແຈ້ງຈ່າງປ່າງ | |
29 | Mây thay đổi | ເມິຍ ໄທ ໂດຍ | ເມກມີການປ່ຽນແປງ |
ໝາຍເຫດ: ຄຳອ່ານ (ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100%.
3. ຄຳສັບກ່ຽວກັບອຸນຫະພູມໃນພາສາຫວຽດ
ເມື່ອເວົ້າເຖິງສະພາບອາກາດ, ພວກເຮົາບໍ່ສາມາດຄາດຄະເນເຖິງອຸນຫະພູມໄດ້ ແລະ ຕາຕາລາງລຸ່ມນີ້ແມ່ນຄຳສັບກ່ຽວກັບອຸນຫະພູມໃນພາສາຫວຽດ:
ລ/ດ | ຄຳສັບພາສາຫວຽດ | ຄຳທັບສັບພາສາລາວ | ຄວາມໝາຍ | ໝາຍເຫດ |
---|---|---|---|---|
1 | Nhiệt độ | ຍຽດ ໂດະ | ອຸນຫະພູມ | |
2 | Độ | ໂດະ | ອົງສາ | |
3 | Độ C | ໂດະ ເຊ | ອົງສາ c | |
4 | Nhiệt độ âm | ຍຽດ ໂດະ ເອິມ | ອຸນພະພູມລົບ | |
5 | Nóng | ໜອັງ | ຮ້ອນ | |
6 | Lạnh | ແລ້ງ | ໜາວ | |
7 | Nhiệt độ cao | ຍຽດ ໂດະ ກາວ | ອຸນຫະພູມສູງ | |
8 | Nhiệt độ thấp | ຍຽດ ໂດະ ເຖິບ | ອຸນຫະພູມຕໍ່າ |
ໝາຍເຫດ: ຄຳອ່ານ (ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100%.
4. ຄຳສັບກ່ຽວກັບພູມິອາກາດໃນພາສາຫວຽດ
ລ/ດ | ຄຳສັບພາສາຫວຽດ | ຄຳທັບສັບພາສາລາວ | ຄວາມໝາຍ | ໝາຍເຫດ |
---|---|---|---|---|
1 | Khí hậu | ຂີ ເຮົ້າ | ພູມອາກາດ | |
2 | Thời tiết | ເທີ່ຍ ຕຽດ | ອາກາດ | |
3 | Khí hậu rừng mưa nhiệt đới | ຂີ ເຮົ້າ ຣື່ງ ເມືອ ຍຽດ ເດີຍ | ອາກາດຝົນປ່າເຂດຮ້ອນ | |
4 | Khí hậu nhiệt đới gió mùa | ຂີ ເຮົ້າ ຍຽດ ເດີຍ ຢໍ ເມືອ | ພູມອາກາດລົມມໍລະສຸມເຂດຮ້ອນ | Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
5 | Khí hậu nhiệt đới | ຂີ ເຮົ້າ ຍຽດ ເດີຍ | ເຂດອາກາດຮ້ອນ | |
6 | Khí hậu khô cằn | ຂີ ເຮົ້າ ໂຄ ກັ່ນ | ສະພາບອາກາດແຫ້ງກະແດ້ງ | |
7 | Khí hậu ôn đới | ຂີ ເຮົ້າ ໂອນ ເດີຍ | ເຂດອາກາດອຸ່ນ | |
8 | Khí hậu lục địa | ຂີ ເຮົ້າ ລຸກ ເດ້ຍ | ເຂດອາກາດທະວີບ | |
9 | Khí hậu vùng cực | ຂີ ເຮົ້າ ວຸ່ງ ກຶກ | ເຂດອາກາດຂົ້ວໂລກ |
ໝາຍເຫດ: ຄຳອ່ານ (ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100%.
5. ປະໂຫຍກກ່ຽວກັບອາກາດໃນພາສາຫວຽດ
ລ/ດ | ປະໂຫຍກພາສາຫວຽດ | ຄຳທັບສັບພາສາລາວ | ຄວາມໝາຍ | ໝາຍເຫດ |
---|---|---|---|---|
1 | Thời tiết ngày mai thế nào? | ເທີ່ຍ ຕຽດ ໄງ່ ມາຍ ເຖ ນ່າວ? | ອາກາດມື້ອື່ນເປັນແນວໃດ? | |
2 | Tivi dự báo ngày mai có mưa. | ຕີ ວີ ຢຶ ບາວ ໄງ່ ມາຍ ກໍ ເມືອ | ໂທລະພາບບອກວ່າມື້ອື່ນມີຝົນ | D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
3 | Ngày mai bao nhiêu độ? | ໄງ່ ມາຍ ບາວ ຍຽວ ໂດະ? | ມື້ອື່ນຈັກອົງສາ? | |
4 | Ngày mai 28 độ C. | ໄງ່ ມາຍ ຮາຍ ເມືອຍ ຕາມ ໂດະ ເຊ | ມື້ອື່ນ 28ໍ C | |
5 | Trời ít nắng và có gió nhẹ. | ເຈີ່ຍ ອິດ ໜັງ ວ່າ ກໍ ຢໍ ແຍະ | ມີແດດໜ້ອຍ ແລະ ລົມພັດຄ່ອຍໆ | Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
6 | Trời sắp mưa rồi! | ເຈີ່ຍ ສັບ ເມືອ ໂຣ່ຍ | ຝົນໃກ້ຊິຕົກແລ້ວ! | |
7 | Trời sẽ mưa nặng hạt. | ເຈີ່ຍ ແສ ເມືອ ນັ້ງ ຮາດ | ຝົນຈະຕົກໝັກ | |
8 | Hôm nay trời đẹp quá! | ໂຮມ ໄນ ເຈີ່ຍ ແດບ ກວາ! | ມື້ນີ້ອາກາດດີຫຼາຍ | |
9 | Ngày mai sẽ có mưa đá đấy! | ໄງ່ ມາຍ ແສ ກໍ ເມືອ ດາ ເດິຍ! | ມື້ອື່ນຈະມີຝົນໝາກເຫັບໄດ໋ຫັ້ນ! | |
10 | Bão đang về! | ບາວ ດາງ ເວ່! | ພາຍຸກຳລັງມາ! | |
11 | Trời vừa mưa vừa lạnh | ເຈີ່ຍ ເວື່ອ ເມືອ ເວື່ຍ ແລ້ງ | ອາກາດທັງຝົນຕົກທັງໜາວ | |
12 | Tuyết rơi ngoài cửa sổ. | ຕວຽດ ເຣີຍ ງວ່າຍ ເກືອ ໂສ. | ຫິມະຕົກຢູ່ນອກ | |
13 | Vì trời mưa nên đường lầy lội. | ວີ່ ເຈີ່ຍ ເມືອ ເນນ ເດື່ອງ ເລິ່ຍ ໂລ້ຍ. | ຍ້ອນຝົນຕົກສະນັ້ນທາງຈິ່ງເປັນຕົມ | |
14 | Hạn hán đã kéo dài được hơn 01 tháng rồi. | ຮ້ານ ຫານ ດາ ແກວ ຢ່າຍ ເດຶອກ ເຮີນ ໂມດ ຖາງ. | ໄພແຫ້ງແລ້ງແກ່ຍາວຫຼາຍໄດ້ກວ່າເດືອນໝື່ງແລ້ວ | |
15 | Trời đang nắng gắt. | ເຈີ່ຍ ດາງ ໜັງ -ກັດ | ແດດກຳລັງກ້າ |
ໝາຍເຫດ: ຄຳອ່ານ (ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100%.
6. ບົດຫັດແຕ່ງຕົວຢ່າງ
6.1. ພູມອາກາດຢູ່ຫວຽດນາມ
Khí hậu Việt Nam
Việt Nam nằm trong vùng khí hậu gần biển nên có khí hậu nhiệt đới gió mùa ẩm. Ở Việt Nam, nhiệt độ trung bình cả năm cao trên 21°C và tăng dần từ Bắc vào Nam.
ຫວຽດນາມຕັ້ງຢູ່ເຂດອາກາດໃກ້ກັບທະເລ ດັ່ງນັ້ນຈຶ່ງມີພູມອາກາດຮ້ອນຊຸ່ມມໍລະສຸມ. ຢູ່ຫວຽດນາມ, ອູນຫະພູມສະເລ່ຍໝົດປີສູງກວ່າ 21°C ແລະ ຄ່ອຍໆເພີ່ມຂື້ນແຕ່ເໜືອລົງໃຕ້.
Ở miền Nam Việt Nam, mỗi năm có 2 mùa: mùa mưa và mùa khô. Mùa mưa từ tháng 5 đến hết tháng 9, mùa khô từ tháng 10 đến tháng 3.
ຢູ່ພາກໃຕ້ຂອງຫວຽດນາມ, ແຕ່ລະປີມີ 2 ລະດູ: ລະດູຝົນ ແລະ ລະດູແລ້ງ. ລະດູຝົນເລີ່ມແຕ່ເດືອນ 5 ຫາເດືອນ 9, ລະດູແລ້ງແຕ່ເດືອນ 10 ຫາເດືອນ 3.
Ở miền Bắc mỗi năm có 4 mùa: mùa xuân, mùa hạ, mùa thu và mùa đông. Mùa xuân thường bắt đầu từ tháng 2 và kết thúc vào cuối tháng 4. Mùa xuân thường có mưa phùn, ẩm ướt. Vào mùa này cây cối xanh tươi, các loại hoa đua nở.
ຢູ່ພາກເໜືອ, ແຕ່ລະປີມີ 4 ລະດູ: ລະດູບານໃໝ່, ລະດູຮ້ອນ, ລະດູໃບໄມ້ຫຼົ່ນ ແລະ ລະດູໜາວ. ລະດູບານໃໝ່ມັກຈະເລີ່ມແຕ່ເດືອນ 2 ແລະ ສິ້ນສຸດໃນທ້າຍເດືອນ 4. ລະດູບານໃໝ່ມັກຈະມີຝົນຝອຍຕົກ, ອາກາດຊຸ່ມຊື່ນ. ໃນລະດູນີ້ຕົ້ນໄມ້ໃບຫຍ້າຂຽວສົດງົດງາມ, ດອກໄມ້ນາໆຊະນິດບັ່ງບານງາມຕາ.
Mùa hè bắt đầu từ cuối tháng 5 đến cuối tháng 8. Trời nắng nóng, có khi có mưa rào vào buổi chiều, tối hoặc sáng sớm. Khí hậu mùa này nóng và ẩm.
ລະດູຮ້ອນເລີ່ມແຕ່ທ້າຍເດືອນ 5 ຫາທ້າຍເດືອນ 8. ຟ້າແດດຮ້ອນ, ບາງເທື່ອມີຝົນຕົກແຮງໃນຕອນບ່າຍ, ຕອນຄໍ່າ ຫຼື ຕອນເຊົ້າ. ອາກາດໃນລະດູນີ້ຮ້ອນ ແລະ ອົບອຸ່ນ.
Mùa thu là mùa đẹp nhất trong năm, bắt đầu vào tháng 8 và kết thúc vào tháng 11. Vào mùa này trời thường có gió, nắng nhưng không nóng nên rất thích hợp cho các chuyến đi chơi, đi du lịch.
ລະດູໃບໄມ້ຫຼົ່ນເປັນລະດູທີ່ງາມທີ່ສຸດໃນປີ, ເລີ່ມຕົ້ນແຕ່ເດືອນ 8 ແລະ ສິ້ນສຸດໃນເດືອນ 11. ໃນລະດູນີ້ມັກຈະມີລົມພັດ, ແດດອອກແຕ່ບໍ່ຮ້ອນ ສະນັ້ນຈຶ່ງເໝາະແກ່ການໄປຫຼິ້ນ, ໄປທ່ອງທ່ຽວ.
Mùa đông thường bắt đầu từ tháng 11 và kết thúc vào tháng 1. Thời tiết mùa này rất lạnh. Nhiệt độ có khi xuống dưới 10°C. Trên vùng núi cao như SaPa, mùa đông có thể có tuyết. Vào mùa này trời lạnh và khô, thỉnh thoảng có mưa phùn kéo dài cả tuần.
ລະດູໜາວມັກຈະເລີ່ມແຕ່ເດືອນ 11 ແລະ ສິ້ນສຸດໃນເດືອນ 1. ອາກາດໃນລະດູນີ້ໜາວຫຼາຍ. ມີບາງຄັ້ງອູນຫະພູມຫຼຸດລົງຕໍ່າກວ່າ 10°C. ຢູ່ເຂດພູສູງຄື ຊາປາ, ລະດູໜາວອາດຈະມີຫິມະຕົກ. ໃນລະດູນີ້ອາກາດໜາວ ແລະ ແຫ້ງ, ບາງຄັ້ງມີຝົນຝອຍຕົກແກ່ຍາວໝົດອາທິດ.
6.2. ພູມອາກາດຢູ່ລາວ
Khí hậu ở Lào
Lào là một quốc gia nằm trong khu vực bán đảo Đông Dương, có khí hậu nhiệt đới gió mùa. Khí hậu ở Lào chia làm hai mùa chính: mùa mưa và mùa khô.
ປະເທດລາວຕັ້ງຢູ່ແຫຼມອິນດູຈີນ, ມີພູມອາກາດຮ້ອນຊຸ່ມມໍລະສຸມ. ພູມອາກາດຢູ່ລາວແບ່ງອອກເປັນ 2 ລະດູຫຼັກຄື: ລະດູຝົນ ແລະ ລະດູແລ້ງ.
Mùa mưa ở Lào kéo dài từ tháng 5 đến tháng 10, chịu ảnh hưởng của gió mùa Tây Nam mang theo hơi ẩm từ biển vào đất liền. Trong mùa này, mưa thường rơi nhiều và liên tục, đặc biệt vào các tháng 7, 8 và 9. Lượng mưa lớn khiến nhiều khu vực, đặc biệt là vùng ven sông, xảy ra lũ lụt và sạt lở đất. Giao thông đi lại khó khăn, việc trồng trọt, thu hoạch cũng bị ảnh hưởng.
ລະດູຝົນຢູ່ລາວແກ່ຍາວແຕ່ເດືອນ 5 ຫາເດືອນ 10. ລະດູຝົນໄດ້ຮັບຜົນສະທ້ອນຈາກລົມລະດູຂອງທິດຕາວັນຕົກສ່ຽງໃຕ້ທີ່ນຳເອົາຄວາມຊຸ່ມຈາກທະເລມາສູ່ແຜ່ນດິນ. ໃນລະດູນີ້, ຝົນຈະຕົກຫຼາຍ ແລະ ຕົກເປັນປະຈຳ, ພິເສດແມ່ນໃນເດືອນ 7, 8 ແລະ 9. ປະລິມານນໍ້າຝົນຫຼາຍເຮັດໃຫ້ຫຼາຍເຂດ, ພິເສດແມ່ນເຂດແຄມແມ່ນໍ້າເກີດໄພນໍ້າຖ້ວມ ແລະ ດິນເຊາະເຈື່ອນ. ການສັນຈອນໄປມາພົບຄວາມຫຍຸ້ງຍາກ, ການປູກຝັງ ແລະ ເກັບກ່ຽວກໍ່ໄດ້ຮັບຜົນກະທົບໄປຕາມ.
Mùa khô kéo dài từ tháng 11 đến tháng 4 năm sau. Thời tiết trong mùa này thường nắng ráo, ít mưa và bầu trời trong xanh. Từ tháng 3 đến tháng 4, là thời điểm nhiều nơi bước vào thời điểm nóng nhất trong năm, với nhiệt độ có thể lên tới 38–40°C. Vào các tháng cuối năm (11 đến 1), thời tiết lạnh, đặc biệt là ở các vùng núi phía Bắc như Luổng Phạ Bang, Xiêng Khoảng, Sầm Nưa và Phộng Sả Ly.
ລະດູແລ້ງແກ່ຍາວແຕ່ເດືອນ 11 ຫາເດືອນ 4 ໃນປີຕໍ່ມາ. ອາກາດໃນລະດູນີ້ມັກຈະແດດກ້າ, ຝົນຕົກໜ້ອຍ ແລະ ທ້ອງຟ້າສົດໃສ. ໃນຊ່ວງເດືອນ 3 ຫາເດືອນ 4 ເປັນຊ່ວງເວລາທີ່ຫຼາຍບ່ອນກ້າວເຂົ້າສູ່ຊ່ວງອາກາດທີ່ຮ້ອນທີ່ສຸດໃນປີກັບລະດັບອຸນຫະພູມຮ້ອນທີ່ສູງເຖິງ 38° – 40°C. ໃນບັນດາເດືອນຂອງທ້າຍປີ (ເດືອນ 11 ຫາເດືອນ 1) ອາກາດຈະໜາວຫຼາຍ, ພິເສດແມ່ນຢູ່ບັນດາເຂດພູຢູ່ພາກເໜືອຄື: ຫຼວງພະບາງ, ຊຽງຂວາງ, ຊຳເໜືອ ແລະ ຜົ້ງສາລີ.
Tuy là một quốc gia nhỏ, nhưng do địa hình đồi núi phức tạp, khí hậu ở Lào có sự khác biệt giữa các vùng. Thời tiết vùng núi phía Bắc mát mẻ hơn vùng đồng bằng Trung và Nam Lào. Một số nơi như cao nguyên Bolaven ở Nam Lào có khí hậu dễ chịu quanh năm, rất phù hợp để trồng cà phê.
ເຖິງຈະເປັນປະເທດທີ່ນ້ອຍ, ແຕ່ຍ້ອນພູມສັນຖານທີ່ສະຫຼັບຊັບຊ້ອນ, ອາກາດຢູ່ລາວຈຶ່ງມີຄວາມແຕກຕ່າງລະຫວ່າງບັນດາເຂດ. ອາກາດຢູ່ເຂດພູພາກເໜືອຈະເຢັນກວ່າເຂດພູພຽງພາກກາງ ແລະ ພາກໃຕ້. ບາງບ່ອນເຊັ່ນ: ພູພຽງບໍລິເວນຢູ່ພາກໃຕ້ຂອງລາວ ອາກາດຈະເຢັນສົດຊື່ນຕະຫຼອດປີ, ເໝາະແກ່ການປູກກາເຟຫຼາຍ.
Trong những năm gần đây, biến đổi khí hậu khiến thời tiết ở Lào trở nên khó đoán hơn. Mùa mưa có thể đến sớm hoặc muộn, gây khó khăn cho nông nghiệp và đời sống người dân. Vì thế, việc bảo vệ môi trường và sử dụng tài nguyên hợp lý đang ngày càng trở nên quan trọng.
ໃນຊຸມປີມໍ່ໆມານີ້, ຍ້ອນການປ່ຽນແປງຂອງພູມອາກາດເຮັດຈຶ່ງໃຫ້ອາກາດຢູ່ລາວຍາກທີ່ຈະຄາດຄະເນໄດ້. ລະດູຝົນອາດຈະມາຮອດໄວ ຫຼື ຊ້າກວ່າປົກກະຕິ, ສ້າງຄວາມຫຍຸ້ງຍາກໃຫ້ແກ່ການກະເສດ ແລະ ຊີວິດການເປັນຢູ່ຂອງຜູ້ຄົນ. ເພາະສະນັ້ນ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການຊົມໃຊ້ຊັບພະຍາກອນທຳມະຊາດຢ່າງສົມເຫດສົມຜົນຈຶ່ງນັບມື້ນັບສຳຄັນຂື້ນ.
ສະຫຼຸບ: ຄຳສັບທີ່ກວ່າມາຂ້າງເທິງນີ້ແມ່ນຄຳສັບກ່ຽວກັບສະພາບອາກາດທົ່ວໄປທີ່ມັກໃຊ້ໃນພາສາຫວຽດຫຼາຍທີ່ສຸດ. ທ່ານສາມາດນຳເອົາຄວາມຮູ້ທີ່ຮຽນມາໄປປັບໃຊ້ໃນຊີວິດປະຈຳວັນ. ພວກເຮົາຫວັງວ່າເຈົ້າຈະປະສົບຜົນສຳເລັດໃນເສັ້ນທາງການຮຽນພາສາຫວຽດ. ຖ້າທ່ານເຫັນວ່າບົດຄວາມນີ້ມີປະໂຫຍກ, ສາມາດແບ່ງປັນຄວາມຮູ້ໃຫ້ກັບໝູ່ເພື່ອນຂອງທ່ານ!
ຂໍຂອບໃຈ!