ເມື່ອເວົ້າເຖິງກິລາປະເພດຕ່າງໆແລ້ວບໍ່ວ່າຈະເປັນຜູ້ໃຫຍ່ ຫຼື ຜູ້ນ້ອຍກໍລ້ວນແລ້ວແຕ່ມັກຫຼີ້ນ, ບາງຄົນຫຼີ້ນເພື່ອສຸຂະພາບທີ່ດີ, ບາງຄົນຫຼີ້ນເພື່ອຄວາມມ່ວນຊື່ນ ແລະ ເພື່ອໃຫ້ຄວາມຜ່ອນຄາຍ. ກິລາແມ່ນມີຫຼາຍປະເພດຫຼາຍຊະນິດ. ໃນບົດນີ້, ພວກເຮົາໄດ້ລວບລວມຄຳສັບກ່ຽວກັບກິລາໃນພາສາຫວຽດມາໄວ້ໃນເປັນແຕ່ລະຫົວຂໍ້ເຊັ່ນ: ຄຳສັບກ່ຽວກັບກິລາທົ່ວໄປ, ຄຳສັບກ່ຽວກັບປະເພດກິລາ ແລະ ຄຳສັບກ່ຽວກັບອຸປະກອນໃນການຫຼີ້ນ. ແຕ່ລະຄຳສັບ, ພວກເຮົາໄດ້ສະກົດຄຳອ່ານເປັນພາສາລາວ (ຄຳທັບສັບພາສາລາວ) ເພື່ອຊ່ວຍເປັນຊ່ອງທາງໃນການອອກສຽງໃຫ້ຜູ້ທີ່ຮຽນດ້ວຍຕົວເອງໃຫ້ງ່າຍຂື້ນອີກດ້ວຍ. ສຸດທ້າຍນີ້ພວກເຮົາຫວັງວ່າທຸກໆທ່ານຈະປະສົບຜົນສຳເລັດໃນການຮຽນພາສາຫວຽດ.
1. ຄຳສັບກ່ຽວກັບຊື່ປະເພດກິລາຕ່າງໆໃນພາສາຫວຽດ
ກິລາມີຫຼາຍປະເພດຫຼາຍຊະນິດເຊີ່ງໃນບົດນີ້ເຮົາໄດ້ແບ່ງຄຳສັບກ່ຽວກິລາໃນພາສາຫວຽດມອອກເປັນ 2 ປະເພດຄື: ກິລາໃນຮົ່ມ ແລະ ກິລາກາງແຈ້ງ.
1.1 ກິລາໃນເດີ່ນຮົ່ມ
- Đấm bốc /ເດິມ ບົກ/ ຕີມວຍ
- Cầu lông /ເກົ່າ ລົງ/ ດອກປີກໄກ່
- Bóng bàn /ບອງ ບ່ານ/ ປິ້ງປ່ອງ
- Võ thuật /ຫວໍ ທວດ/ ເທຄອນໂດ
- Võ đối kháng /ຫວໍ ໂດຍ ຂາງ/ ສີນລະປະການຕໍ່ສູ້
- Võ karate /ຫວໍ ຄາ ລາ ແຕ/ ຄາລາເຕ
- Võ judo / ຫວໍ ຈູ ໂດ/ ຢູໂດ
- Bơi lội /ເບີຍ ໂລ້ຍ/ ລອຍນ້ຳ
- Yoga / ໂຢ -ກາ/ ໂຢຄະ
- Cử tạ / ກື ຕ້າ/ ຍົກນ້ຳໜັກ
- Bóng chuyền /ບອງ ຈວ່ຽນ/ ບານສົ່ງ
- Bóng nước /ບອງ ເນຶອກ/ ບານໂຍນໃນນ້ຳ
- Bắn súng /ບັນ ສຸງ/ ຍິງປືນ
- Bóng rổ /ບອງ ໂຣ/ ບານບ້ວງ(ບາສເກັດບໍ)
- Thể dục nhịp điệu, thể dục thẩm mỹ /ເຖ ຢຸກ ຍິບ ດ້ຽວ, ເຖ ຢຸກ ເຖິມ ໝີ/ ແອໂຣບິກ
- Chơi game /ເຈີຍ ເ-ກມ/ ຫຼິ້ນເກມ
- Chơi bi-a /ເຈີຍ ບີ ອາ/ ຫຼິ້ນສະນຸກເກີ
ໝາຍເຫດ: ຄຳອ່ານ (ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100%.

1.2 ກິລາກາງແຈ້ງ
- Bóng bầu dục Mỹ /ບອງ ເບົ່າ ຢ້ກ ໝີ/ ກິລາລັກບີ
- Đua xe đạp /ດົວ ແຊ ດາບ/ ແຂ່ງລົດຖີບ
- Bắn cung /ບັນ ກຸງ/ ຍີງທະນູ
- Leo núi /ແລວ ນ໊ຍ/ ປີນພູ
- Điền kinh /ດ່ຽນ ກິງ/ ກິລາແລ່ນ
- Chèo thuyền ca-nô /ແຈ່ວ ທວ່ຽນ ກາ ໂນ/ ພາຍເຮືອ
- Bóng chuyền bãi biển /ບອງ ຈວ່ຽນ ບາຍ ບຽນ/ ບານສົ່ງເທິງຫາດຊາຍ
- Câu cá /ເກົາ ກາ/ ຕຶກເບັດ
- Bóng đá /ບອງ ດາ/ ບານເຕະ
- Đua mô tô /ດົວ ໂມ ໂຕ/ ແຂ່ງລົດຈັກ
- Đánh gôn /ແດັງ ໂ-ກນ/ ຕີກ໋ອບ
- Đi bộ đường dài /ດີ ໂບະ ເດື່ອງ ຢ່າຍ/ ຍ່າງປ່າ
- Chạy bộ /ໄຈ້ ໂບະ/ ແລ່ນ
- Đua ngựa /ດົວ ເງື້ອ/ ແຂ່ງມ້າ

- Cưỡi ngựa /ເກືອຍ ເງື້ອ/ ຂີ່ມ້າ
- Trượt băng /ເຈຶອດ ບັງ/ ຫຼິ້ນສະກີ
- Trượt ván /ເຈຶອດ ວານ: ຫຼິ້ນສະເກັດ
- Chèo thuyền /ແຈ່ວ ທວ່ຽນ/ ພາຍເຮືອ
- Bóng rugby /ບອງ ລູ ບີ/ ລັກບີ້
- Chạy đua /ໄຈ້ ດົວ/ ແຂ່ງແລ່ນ
- Trượt tuyết /ເຈຶອດ ຕວຽດ/ ຫຼິ້ນສິກີຫິມະ
- Chạy vượt rào /ໄຈ້ ເວຶອດ ຣ່າວ/ ໂດດຂ້າມຕາໜ່າງ
- Ném tạ /ແໜມ ຕ້າ/ ແກວ່ງນ້ຳໜັກ
- Ném lao /ແໜມ ລາວ/ ແກວ່ງຫຼາວ
- Ném đĩa /ແໜມ ເດຍ/ ກິລາແກວ່ນຈານ
- Lướt ván buồm /ເລຶອດ ຫວານ ບ່ວມ/ ຫຼິ້ນສະກີນ້ຳເຮືອສະເພົາ
- Đi bộ /ດີ ໂບະ/ ຍ່າງ
- Quần vợt /ກວ່ນ ເວິດ/ ເຕັນນິດສ໌
ໝາຍເຫດ: ຄຳອ່ານ (ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100%.
2. ຄຳສັບກ່ຽວກັບກິລາ-ກິດຈະກຳທົ່ວໄປ
ເຕະບານ, ຕີດອກປິກໄກ່,ພາຍເຮືອ, ບານບ້ວງ…ໃນພາສາຫວຽດວ່າແນວໃດ? ດັ່ງນັ້ນພວກເຮົາໄດ້ຮຽບຮຽງຄຳສັບກ່ຽວກັບກິລາໃນພາສາຫວຽດໄວ້ດັ່ງລຸ່ມນີ້:
- Đi bộ thể dục /ດີ ໂບ ເຖ ຢຸກ/ ຍ່າງອອກກຳລັງກາຍ
- Cưỡi ngựa /ເກືອຍ ເງື້ອ/ ຂີ່ມ້າ
- Nhảy dù /ໄຫຍ ຢູ່/ ໂດດຈ້ອງ
- Đá cầu mây /ດາ ເກົ່າ ເມິຍ/ ເຕະກະຕໍ້ຫວາຍ
- Chơi thể thao /ເຈີຍ ເຖ ທາວ/ ຫຼິ້ນກິລາ
- Chơi bóng đá /ເຈີຍ ບອງ ດາ/ ເຕະບານ
- Chơi quần vợt /ເຈີຍ ກວ່ນ ເວິດ/ ຕີເຕັນນິດສ໌
- Chơi cầu lông /ເຈີຍ ເກົ່າ ລົງ/ ຕີດອກປິກໄກ່
- Chơi bóng chuyền /ເຈີຍ ບອງ ຈ່ວຽນ/ ຕີບານສົ່ງ
- Chơi bóng chày /ເຈີຍ ບອງ ໄຈ່/ ຕີເບັດສ໌ບອນ
- Chơi golf /ເຈີຍ ກ໋ອບ/ ຕີກັອບ
- Chơi bóng rổ /ເຈີຍ ບອງ ໂຣ/ ຕີບານບ້ວງ
- Chơi bóng rugby /ເຈີຍ ບອງ ຣັກ ບີ/ ຫຼິ້ນລັກບີ
- Chơi cờ vua /ເຈີຍ ເກີ່ ວົວ/ ຫຼິ້ນໝາກຣຸກສາກົນ
- Chơi bóng ném /ເຈີຍ ບອງ ແໜມ/ ຫຼິ້ນບານໂຍນ
- Chơi bi-a /ເຈີຍ ບີ ອາ/ ຫຼິ້ນສະນຸກເກີ
- Đi câu cá /ດີ ເກົາ ກາ/ ໄປຕຶກເບັດ
- Đi bộ đường dài /ດີ ໂບ້ ເດື່ອງ ຢ່າຍ/ ຍ່າງປ່າ
- Chơi thuyền kayak /ເຈີຍ ທວ່ຽນ ຄາຢາກ/ ພາຍເຮືອ kayak
- Leo vách đá /ແລວ ແຫວັກ ດາ/ ປີນຜາຫີນ
- Khiêu vũ /ຄຽວ ຫວູ/ ເຕັ້ນລຳ
- Tập võ /ເຕິບ ຫວໍ/ ຝຶກມວຍ
- Tập karate /ເຕິບ ຄາ ລາ ແຕ/ ຝຶກຄາລາເຕ້
- Tập võ judo /ເຕິບ ວໍ ຈູ ໂດ/ ຝຶກມວຍຢູໂດ
- Tập kungfu /ເຕິບ ກັງ ຟູ/ ຝຶກກັງຟູ
- Tập yoga /ເຕິບ ໂຢ -ກາ/ ຝຶກໂຢຄະ
- Nhảy dây /ໄຍ໋ ເຢິຍ/ ເຕັ້ນເຊືອກ
- Bơi lội /ເບີຍ ໂລ້ຍ/ ລອຍນ້ຳ
- Đi dạo /ດີ ຢ້າວ/ ຍ່າງຫຼິ້ນ
- Đi bộ /ດີ ໂບະ/ ຍ່າງ
- Chạy /ໄຈ້/ ແລ່ນ
ໝາຍເຫດ: ຄຳອ່ານ (ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100%.
ເບີ່ງເພີ່ມເຕີມ: ຄຳສັບກ່ຽວກັບບານເຕະໃນພາສາຫວຽດ
3. ຄຳສັບກ່ຽວກັບອຸປະກອນ–ສະໜາມໃນພາສາຫວຽດ
ອຸປະກອບ-ສະໜາມໃນພາສາຫວຽດມີດັ່ງລຸ່ມນີ້:
3.1 ຄຳສັບກ່ຽວກັບອຸປະກອນ
- Quả bóng chuyền /ກວາ ບອງ/ ໜາກບານ
- Vợt cầu lông /ເວິດ ເກົ່າ ລົງ/ ໄມ້ຕີປິກໄກ່
- Gậy bóng chày /ເ-ກິ້ຍ ບອງ ໄຈ່/ ໄມ້ເບັດສະບອນ
- Găng tay đấm bốc /-ກັງ ໄຕ ເດິມ/ ຖົງມືຕີມວຍ
- Quả bóng đá /ກວາ ບອງ ດາ/ ໝາກບານເຕະ
- Cần câu cá /ເກິ່ນ ເກົາ ກາ/ ຄັນເບັດ
- Gậy đánh gôn /ເ-ກິ້ຍ ແດັງ ໂ-ກນ/ ໄມ້ຕີກ໋ອບ
- Giày đá bóng /ໄຢ່ ດາ ບອງ/ ເກີບເຕະບານ
- Giày trượt băng /ໄຢ່ ເຈຶອດ ບັງ/ ເກີບຫຼິ້ນສະກີ
- Gậy chơi bi-a /ເ-ກິ້ຍ ເຈີຍ ບີ ອາ/ ໄມ້ຕີສະນຸກເກີ
- Giày chạy /ໄຢ່ ໄຈ້/ ເກີບແລ່ນ
- Quả bóng bầu dục /ກວາ ບອງ ເບົ່າ ຢຸກ/ ໝາກລັກບີ
- Vợt đánh quần /ເວິດ ແດັງ ກວ່ນ/ ໄມ້ຕີເຕັນນິດ
- Cái còi /ກາຍ ກ່ອຍ/ ໝາກຫວີດ
- Cái cúp /ກາຍ ກຸບ/ ຖ້ວຍຂັນ
- Cầu mây /ເກົ່າ ເມິຍ/ ກະຕໍ້ຫວາຍ
- Linh vật /ລິງ ເວິດ/ ມາກເຕຄອສ (Mascot)
- Phao cứu sinh /ຟາວ ກຶວ ຊິງ/ ເຄື່ອງຊູຊີບ
- Kính bơi /ກິງ ເບີຍ/ ແວ່ນຕາລອຍນ້ຳ
- Đồ bơi /ໂດ່ ເບີຍ/ ເຄື່ອງລອຍນ້ຳ
- Mũi tên /ໝຸຍ ເຕນ/ ລູກທະນູ
- Lưới cầu lông /ເຫຼືອຍ ເກົ່າ ລົງ/ ຕາໜ່າງຕີດອກປິກໄກ່
- Gậy bóng chày /ເ-ກິ້ຍ ບອງ ໄຈ່/ ໄມ້ຄ້ອນເບັດສະບອນ
- Xe đạp /ແຊ ດ໋າບ/ ລົບຖີບ
- Cái cung /ກາຍ ກຸງ/ ທະນູ
- Cột khung thành /ໂກດ ຄຸງ ແທັ່ງ/ ໂກນ(ບານເຕະ)
- Xe điện chơi gôn /ແຊ ດ້ຽນ ເຈີຍ ໂ-ກນ/ ລົດໄຟຟ້າຂີ່ໄປຕີກ໋ອບ
- Mũ bảo hiểm /ໝູ ບາວ ຫຽມ/ ໝວກກັນນ໋ອກ
- Dây nhảy /ເຢິຍ ໄຍ/ ເຊືອກເຕັ້ນ
- Miếng đệm bảo vệ đầu gối /ໝຽງ ເດ້ມ ບາວ ເວະ ເດົ່າ ໂ-ກຍ/ ແຜ່ຮອງປ້ອງກັນຫົວເຂົ່າ
- Miếng đệm bảo vệ khuỷu tay /ໝຽງ ເດ້ມ ບາວ ເວະ ຄວິວ ໄຕ/ ແຜ່ຮອງປ້ອງກັນຂໍ້ສອກ
- Mái chèo /ໝາຍ ແຈ່ວ/ ໄມ້ພາຍ
- Bao cát đấm bốc /ບາວ ກາດ ເດິມ ບົກ/ ກະສອບຊາຍຕີມວຍ
- Giày chạy /ໄຢ່ ໄຈ່/ ເກີບແລ່ນ
- Thiết bị lặn /ທຽດ ບິ ລັ້ນ/ ຊຸດດຳນ້ຳ
- Giày trượt /ໄຢ່ ເຈຶອດ/ ເກີບສະກີ
- Ván trượt /ຫວານ ເຈຶອດ/ ແປ້ນສະກີ
- Ván trượt tuyết /ຫວານ ເຈຶອດ ຕວຽດ/ ແປ້ນສະກີຫິມະ
- Quả tạ /ກວາ ຕະ/ ລູກທຸ້ມ,ກ້ອນເຫຼັກ
- Thanh tạ /ແທັງ ຕະ/ ບາເບວ
- Đai đô vật /ດາຍ ໂດ ເວິດ/ ສາຍຮັດນັກມວຍ
- Đai cổ tay /ດາຍ ໂກ ໄຕ/ ສາຍຮັດຂໍ້ມື
- Thảm yoga /ຖາມ ໂຍ -ກາ/ ພົມໂຍຄະ
ໝາຍເຫດ: ຄຳອ່ານ (ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 10%.

3.2 ຄຳສັບກ່ຽວກັບສະໜາມແຂ່ງຂັນ
ສະໜາມແມ່ນບ່ອນຫຼິ້ນ ຫຼື ບ່ອນຝຶກຊ້ອມ, ສະຖານທີ່ເຫຼົ່ານີ້ມີຊື່ເອີ້ນວ່າແນວໃດໃນພາສາຫວຽດ? ພວກເຮົາມາຮຽນນຳກັນດັ່ງລຸ່ມນີ້:
- Võ đài quyền anh /ຫວໍ ດ່າຍ ກວ່ຽນ ແອັງ/ ເວທີຕີມວຍ
- Khán đài /ຂານ ດ່າຍ/ ເວທີ
- Sân bóng đá /ເສິນ ບອງ ດາ/ ເດີ່ນເຕະບານ
- Sân tennis /ເສິນ ແຕນນິ/ ເດີ່ນເຕັນນິ
- Sân gôn /ເສິນ ໂ-ກນ/ ເດີ່ນກ໋ອບ
- Hồ bơi /ໂຮ່ ເບີຍ/ ສະລອຍນ້ຳ
- Phòng tập thể hình /ຟ່ອງ ເຕິບ ເຖ ຮິ່ງ/ ຫ້ອງອອກກຳລັງກາຍ
- Đường chạy đua /ເດື່ອງ ໄຈ້ ດົວ/ ທາງແລ່ນແຂ່ງ
- Đường đua xe /ເດື່ອງ ດົວ ແຊ/ ສະໜາມແຂ່ງລົດ
- Sân bóng rổ /ເສິນ ບອງ ໂຣ/ ເດີ່ນບານບ້ວງ
- Võ đài /ວໍ ດ່າຍ/ ເວທີມວຍ
- Sàn bowling /ສ່ານ ໂບລິງ/ ພື້ນໂບລິງ
- Phòng tập /ຟ່ອງ ເຕິບ/ ຫ້ອງຊ້ອມ
- Sân chơi bóng chuyền /ເສິນ ເຈີຍ ບອງ ຈວ່ຽນ/ ສະຫນາມກິລາບານສົ່ງ
ໝາຍເຫດ: ຄຳອ່ານ (ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100%.

ຄຳສັບທີ່ກວ່າມາຂ້າງເທິງນີ້ແມ່ນຄຳສັບກ່ຽວກັບກິລາບາງປະເພດໃນພາສາຫວຽດ. ພວກເຮົາຫວັງວ່າ, ຫຼັງຈາກທີ່ທ່ານໄດ້ຮຽນບົດນີ້, ທ່ານຈະກຳໄດ້ບົດຮຽນ ແລະ ຄຳສັບເພີ່ມເຕີມບໍ່ຫຼາຍກໍ່ໜ້ອຍແລ້ວ. ຖ້າທ່ານເຫັນວ່າບົດຮຽນນີ້ມີຄວາມສຳຄັນ, ທ່ານສາມາດແຊໄປໃຫ້ໝູ່ຄູ່ຂອງທ່ານມາຮຽນນຳພວກເຮົາດ້ວຍ.
ຂໍຂອບໃຈ!