ສັດສາວາສິ່ງໃນໂລກນີ້ມີຫຼາກຫຼາຍຊະນິດ ແລະ ຫຼາກຫຼາຍສາຍພັນ. ພວກມັນຖືກພົບເຫັນຢູ່ທົ່ວທຸກແຫ່ງໃນໂລກ, ຈາກປ່າເລິກ, ມະຫາສະຫມຸດ, ຈົນເຖິງທະເລຊາຍແຫ້ງແລ້ງ. ສັດໄດ້ຖືກແບ່ງອອກເປັນຫຼາຍກຸ່ມທີ່ແຕກຕ່າງກັນເຊັ່ນ: ສັດລ້ຽງລູກດ້ວຍນົມ, ນົກ, ປາ, ສັດເລືອຄານ, ແມງໄມ້, ແລະອື່ນໆ, ແຕ່ລະຊະນິດມີລັກສະນະຂອງຕົນເອງແລະມີບົດບາດສໍາຄັນໃນລະບົບນິເວດ. ປະຊາຊົນລ້ຽງສັດບາງຊະນິດເປັນສັດລ້ຽງ, ລ້ຽງຊີ້ນ, ໄຂ່, ຫຼືເພື່ອຊ່ວຍເຫຼືອໃນການເຮັດວຽກ. ການປົກປັກຮັກສາສັດເປັນວິທີການສໍາລັບພວກເຮົາເພື່ອປະກອບສ່ວນໃນການຮັກສາຄວາມສົມດູນ ແລະ ຊີວະນາໆພັນ. ໃນບົດນີ້ພວກເຮົາຈະໄດ້ຮຽນບາງຄຳສັບກ່ຽວກັບສັດໃນພາສາຫວຽດ. ສັດແຕ່ລະປະເພດ ພວກເຮົາໄດ້ຂຽນຄຳທັບສັບພາສາລາວເພື່ອຊ່ວຍເປັນຊ່ອງທາງໃນການອອກສຽງໃຫ້ຜູ້ທີ່ຮຽນດ້ວຍຕົວເອງອີກດ້ວຍ.
1. ຄຳສັບກ່ຽວກັບສັດລ້ຽງ
1.1 ປະເພດສັດ 4 ຂາ
- Con lừa /ກອນ ເລື່ອ/: ໂຕລາ
- Con chó /ກອນ ຈໍ/: ໂຕໝາ
- Con dê /ກອນ ເຢ/: ໂຕແບ້
- Con ngựa /ກອນ ເງື້ອ/: ໂຕມ້າ
- Con bê /ກອນ ເບ/: ໂຕງົວນ້ອຍ
- Chó đực /ຈໍ ດຶກ/: ໝາຜູ້
- Chó con /ຈໍ ກອນ/: ໝານ້ອຍ
- Mèo cái /ແມ່ວ ກາຍ/: ແມວແມ່
- Mèo con /ແມ່ວ ກອນ/: ແມວນ້ອຍ (ລູກແມວ)
- Con mèo /ກອນ ແມ່ວ/: ໂຕແມວ
- Con cừu /ກອນ ກິ່ວ/: ໂຕແກະ
- Bò sữa /ບໍ່ ເສືອ/: ງົວພັນ(ງົວໃຫ້ນົມ)
- Con lợn /ກອນ ເລິ້ນ/: ໂຕໝູ
- Con thỏ/ ກອນ ຖໍ/: ໂຕກະຕ່າຍ
- Thỏ con /ຖໍ ກອນ/: ລູກກະຕ່າຍ
- Con trâu /ກອນ ເຈົາ/: ໂຕຄວາຍ
- Con bò /ກອນ ບໍ່/: ໂຕງົວ
ໝາຍເຫດ: ຄຳອ່ານ (ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100%
VIDEO 01:
*ເບິ່ງເພີ່ມຕື່ມ ຄຳສັບກ່ຽວກັບຄວາມຮູ້ສຶກໃນພາສາຫວຽດ
1.2 ສັດລ້ຽງປະເພດສັດປີກ
- Con vẹt /ກອນ ແວດ/: ນົກແກ້ວ
- Con vịt /ກອນ ວິດ/: ໂຕເປັດ
- Con ngan /ກອນ ງານ/: ເປັດເທບ
- Gà /-ກ່າ/: ໄກ່
- Gà trống /-ກ່າ ຈົງ/: ໄກ່ຜູ້
- Gà mái /-ກ່າ ໝາຍ/: ໄກ່ແມ່
- Gà tây /-ກ່າ ເຕິຍ/: ໄກ່ງວງ
- Con ngỗng /ກອນ ຫງົງ/: ໂຕຫ່ານ
- Chim bồ câu /ຈິມ ໂບ່ ເກົາ/: ນົກກັງແກ
- Chim cút /ຈິມ ກຸດ/: ນົກກະທາ
ໝາຍເຫດ: ພະຍັນຊະນະ G ບໍ່ມີໂຕທັບສັບໃນພາສາລາວ, ສຽງຂອງມັນຄ້າຍຄືໂຕ ກ ແຕ່ບໍ່ແມ່ນໂຕ ກ ແລະ ຄຳອ່ານ (ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100%
VIDEO 02
2. ຄຳສັບກ່ຽວກັບສັດປ່າ
ສັດປ່າແມ່ນສັດທີ່ອາໄສຢູ່ຕາມທໍາມະຊາດໃນປ່າ, ພູເຂົາ, ທະເລຊາຍ ຫຼື ເຂດທີ່ບໍ່ມີການແຊກແຊງຂອງມະນຸດ. ບາງຄຳສັບທົ່ວໄປກ່ຽວກັບສັດປ່າປະກອບມີ: ສິງ, ເສືອ, ຊ້າງ, ເສືອດາວ, ໝີ, ແຮດ, ຮິບໂປໂປເຕມ, ລິງ, ນົກອິນຊີ, ແຂ້ … ແຕ່ລະຊະນິດມີຮູບຮ່າງ, ນິໄສ ແລະ ບ່ອນຢູ່ອາໃສແຕກຕ່າງກັນ.
2.1. ສັດປ່າປະເພດໃຫຍ່ (ສັດ 4 ຂາ)
ລ/ດ | ຄຳສັບພາສາຫວຽດ | ຄຳທັບສັບພາສາລາວ | ຄວາມໝາຍ | ໝາຍເຫດ |
---|---|---|---|---|
1 | con gấu | ກອນ ເ-ກົາ | ໂຕໝີ | |
2 | gấu trúc | ເ-ກົາ ຈຸກ | ໝີແພນດ້າ | |
3 | sư tử | ຊື ຕື | ສິງ | |
4 | sư tử cái | ຊື ຕື ກາຍ | ສິງໂຕແມ່ | |
5 | sư tử đực | ຊື ຕື ດືກ | ສິງໂຕຜູ້ | |
6 | sư tử con | ຊື ຕື ກອນ | ລູກສິງໂຕ | |
7 | con hổ | ກອນ ໂຫ | ໂຕເສືອ | |
8 | báo đen | ບາວ ແດນ | ເສືອດຳ | |
9 | báo đốm | ບາວ ໂດມ | ເສືອດາວ | |
10 | con tê giác | ກອນ ເຕ ຢາກ | ໂຕແຮດ | |
11 | con cáo | ກອນ ກາວ | ໂຕເຫງັນ | |
12 | con nai | ກອນ ນາຍ | ໂຕກວາງ | |
13 | con voi | ກອນ ວອຍ | ໂຕຊ້າງ | |
14 | con sói | ກອນ ສອຍ | ໝາໄນ | |
15 | hươu cao cổ | ເຮືອວ ກາວໂກ | ໂອງຄໍຍາວ/ລະມັ່ງ | |
16 | lợn rừng | ເລີ້ນ ຢື່ງ | ໝູປ່າ | |
17 | lạc đà | ລາກ ດ່າ | ໂຕອູດ | |
18 | ngựa vằn | ເລື້ອ ວັ່ນ | ມ້າລາຍ | |
19 | hà mã | ຮາ ມາ | ຊ້າງນ້ຳ |

ໝາຍເຫດ: ຄຳອ່ານ (ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100%
VIDEO 03
2.2. ສັດປີກໃນປ່າ
- Gà rừng /-ກ່າ ຢຶ່ງ/: ໄກ່ປ່າ
- Gà lôi /-ກ່າ ໂລຍ/: ໄກ້ຟ້າ
- Chim én /ຈິມ ແອນ/: ນົກແອ່ນ
- Con quạ /ກອນ ກວະ/: ໂຕກາ
- Chim cút /ຈິມ ກຸດ/: ນົກກະທາ
- Chim bói cá /ຈິມ ບອຍ ກາ/: ນົກເຕັນ
- Thiên nga /ທຽນ ງາ/: ນົກຫົງ
- Chim gõ kiến /ຈິມ ເກາະ ກຽນ/: ນົກເຄາະມົດ

- Chim sẻ /ຈິມ ແສ/: ນົກຈອກ
- Chim công /ຈິມ ກົງ/: ນົກຍຸງ
- Chim cánh cụt /ຈິມ ແກັງ ກຸດ/: ນົກຄໍກ່ານ (ນົກແພນກວິ່ນ)
- Đà điểu /ດ່າ ດຽວ/: ນົກກະຈອກແທດ
- Đại bàng /ດ້າຍ ບ່າງ/: ນົກອິນຊີ
- Hồng hạc /ຮົ່ງ ຮາກ/: ນົກຟາມີງໂກ
- Con cò /ກອນ ກໍ່/: ນົກຍາງ
- Kền kền /ເກ່ນ ເກ່ນ/: ໂຕແຮ້ງ
- Diều hâu, chim ưng /ຢ່ຽວ ເຮົາ, ຈິມ ອຶງ/: ແຫຼວ
- Chim ruồi /ຈິມ ຢ່ວຍ/: ນົກແມງວັນ
- Đà điểu châu Phi /ດ່າ ດຽວ ເຈົາ ຟີ/: ນົກກະຈອກແທດອາຟຣິກາ
- Chim cú /ຈິມ ກູ/: ນົກເຄົ້າ
- Chim vẹt /ຈິມ ແວດ/: ນົກແກ້ວ
- Chim bồ nông /ຈິມ ໂບ່ ນົງ/: ນົກຄ້ອນທ້ອງ, ນົກກະທຸງ
- Hải âu /ຫາຍ ເ-ອົາ/: ນົກສີດາ
ໝາຍເຫດ: ຄຳອ່ານ (ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100%
3. ຄຳສັບກ່ຽວກັບສັດນ້ຳ
ນອກຈາກປະເພດສັດບົກທີ່ກ່າວມາຂ້າງເທິງແລ້ວ ຍັງມີສັດນ້ຳປະເພດຕ່າງໆອີກ. ໃນນໍ້າຈະແບ່ງອອກເປັນ 2 ຈຳພວກໃຫຍ່ຄື: ສັດນໍ້າເຄັມ ແລະ ສັດນໍ້າຈືດ. ແຕ່ລະຈຳພວກຈະມີຫຼາກຫຼາຍສາຍພັນແຕກຕ່າງກັນໄປ ແລະ ກໍ່ຈະແບ່ງເປັນ 2 ປະເພດອີກເຊັ່ນ: ປະເພດທີ່ 1 ແມ່ນຈຳພວກມີກະດູກສັນຫຼັງເຊັ່ນ: ປາ, ນາກ, ປາທູ,… ປະເພດທີ່ 2 ແມ່ນຈຳພວກທີ່ບໍ່ມີກະດູກສັນຫຼັງເຊັ່ນ: ປູ, ກຸ້ງ, ຫອຍ, …
VIDEO 04
3.1 ສັດນ້ຳທີ່ມີກະດູກສັນຫຼັງ
- Hải cẩu /ຫາຍ ເກົາ/: ແມວນ້ຳ
- Cá mập /ກາ ເມິບ/: ປາສະຫຼາມ
- Cá ngựa /ກາ ເງື້ອ/: ປາມ້ານ້ຳ

- Chim cánh cụt /ຈິມ ແກັງ ກຸດ/: ນົກຄໍກ່ານ(ນົກແພນກວິ່ນ)
- Cá voi /ກາ ວອຍ/: ປາວານ
- Cá heo /ກາ ແຮວ/: ປາໂລມາ
- Rùa biển /ຣົ່ວ ບຽນ/: ເຕົ່າທະເລ
- Cá hồi /ກາ ໂຮ່ຍ/: ປາແຊວມອນ
- Sư tử biển /ຊື ຕື ບຽນ/: ສິງທະເລ
- Hà mã /ຮ່າ ໝາ/: ຊ້າງນ້ຳ
- Cá hề /ກາ ເຮ່/: ປາກະຕູນ
- Cá chép /ກາ ແຈບ/: ປາໄນ
- Cá sấu /ກາ ເສົາ/: ແຂ້
- Cá cơm biển /ກາ ເກິມ ບຽນ/: ປາໄສ້ຕັນ
- Cá trê /ກາ ເຈ/: ປາດຸກ
- Cá thu /ກາ ທູ/: ປາອິນຊີ
- Cá chim /ກາ ຈິມ/: ປາຈະລະເມັດ
- Lươn /ເລືອນ/: ອ່ຽນ
- Cá bơn /ກາ ເບີນ/: ປາແປະ
- Cá bống /ກາ ບົງ: ປາບູ່
- Cá mè /ກາ ແມ່/: ປາເກັດແລບ
- Cá rô đồng /ກາ ໂລ ດົ່ງ/: ປາເຂັງ
- Cá nóc /ກາ ໜອກ/: ປາເປົ້າ
- Cá dọn bể /ກາ ຢ້ອນ ເບ/: ປາດູດຝຸ່ນ
- Cá rô phi /ກາ ໂຢ ຟີ/: ປານິນ
- Cá kiếm /ກາ ກຽມ/: ປາກະບີ່
- Cá đuối /ກາ ດວຍ/: ປາຝາໄລ, ປາກະເບນ
- Cá ngừ /ກາ ງື່/: ປາທູໃຫຍ່
- Cá la hán /ກາ ລາ ຫານ/: ປາເຂັງສີພາເວີຮອນ
- Cá mòi /ກາ ມ່ອຍ/: ປາສະມ່ອຍ
- Cá quả /ກາ ກວາ/: ປາໂດ, ປາຄໍ່
- Cá thiên thần /ກາ ທຽນ ເທິ່ນ/: ປາເທວະດາ
- Rắn biển /ຢັນ ບຽນ/: ງູທະເລ
- Ếch /ເອັກ/: ກົບ
- Nhái / ຫຍາຍ/: ຂຽດ
- Cá chọi /ກາ ຈ້ອຍ/: ປາກັດ
ໝາຍເຫດ: ຄຳອ່ານ (ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100%
3.2. ສັດນ້ຳທີ່ບໍ່ມີກະດູກສັນຫຼັງ
- Con mực /ກອນ ມຶກ/: ປາມຶກ
- Mực ống /ມຶກ ອົງ/: ປາອີຮື
- Tôm /ໂຕມ/: ກຸ້ງ
- Tôm hùm /ໂຕມ ຮຸ່ມ/: ກຸ້ງມັງກອນ, ກຸ້ງຫົວໜາມ
- San hô /ສານ ໂຮ/: ປະກາລັງ
- Con nghêu /ກອນ ເງວ/: ຫອຍກີ້
- Con ghẹ /ກອນ ແ-ກະ/: ປູມ້າ
- Con trai / ກອນ ຈາຍ/: ຫອຍແມງພູ່
- Con hàu /ກອນ ເຮົ່າ/: ຫອຍນາງລົມ
- Sò điệp /ຊໍ່ ດຽບ/: ຫອຍເຊວ
- Ốc biển /ອົກ ບຽນ/: ຫອຍທະເລ
- Nhím biển /ຫຍິມ ບຽນ/: ເໝັ້ນທະເລ
- Con sứa /ກອນ ເສືອ/: ແມງກະພຸນ
- Sao biển /ຊາວ ບຽນ/: ປາດາວ
- Cua /ກົວ/: ກະປູ
- Bạch tuộc /ແບັກ ຕັວກ/: ປາມຶກໜວດ
ໝາຍເຫດ: ຄຳອ່ານ (ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100%

4. ຄຳສັບກ່ຽວກັບແມງໄມ້
ແມງໄມ້ກໍ່ເປັນໜຶ່ງໃນຕະກຸນສັດ ແຕ່ຈະເປັນຕະກຸນສັດນ້ອຍໆ. ແມງໄມ້ບາງຊະນິດສາມາດເປັນອາຫານໃຫ້ແກ່ຄົນໄດ້ຄຽງຄູ່ກັນນັ້ນ, ບາງຊະນິດກໍ່ສາມາດເປັນຜິດໃຫ້ແກ່ຄົນໄດ້ເຊັ່ນກັນ. ແມງໄມ້ມີຫຼາຍສາຍພັນ ແລະ ຈະແບ່ງເປັນ 2 ປະເພດຄື: ປະເພດທີ່ໄມ້ມີປິກ ຫຼື ບໍ່ມີປິກດັ່ງລຸ່ມນີ້.
ແມງໄມ້ແມ່ນສັດຂະໜາດນ້ອຍທີ່ມີຫົກຂາ ແລະ ມັກຈະມີປີກ. ພວກມັນຖືກພົບເຫັນຢູ່ທົ່ວທຸກແຫ່ງໃນທໍາມະຊາດ, ຈາກປ່າໄມ້, ທົ່ງນາໄປຫາສວນເຮືອນ. ບາງຄໍາສັບແມງໄມ້ທົ່ວໄປປະກອບມີ: ມົດ, ຍຸງ, ແມງວັນ, ເຜິ້ງ, ແມງວັນ, ແມງກະເບື້ອ ແລະແມງປໍ. ແຕ່ລະຊະນິດມີຮູບຮ່າງ, ສີ, ແລະ ພຶດຕິກໍາທີ່ແຕກຕ່າງກັນ. ແມງໄມ້ມີບົດບາດສໍາຄັນໃນທໍາມະຊາດເຊັ່ນ: ການປະສົມເກສອນດອກ ຫຼື ທໍາລາຍຊາກສັດ ແລະ ພືດ.
4.1. ແມງໄມ້ທີ່ບໍ່ມີປິກ
- Con kiến /ກອນ ກຽນ/: ໂຕມົດ
- Kiến lửa /ກຽນ ເຫຼືອ/: ມົດສົ້ມ
- Kiến ba khoang /ກຽນ ບາ ຄວາງ/: ມົດສາມກ່ານ
- Con cuốn chiếu /ກອນ ກວນ ຈຽວ/: ໂຕບົ້ງກື
- Nhện /ເຍ້ນ/: ແມງມຸມ
- Kén /ແກນ/: ຝັກຫຼອດ
- Con rệp cây /ກອນ ແຢບ ເກິຍ/: ເພ້ຍອ່ອນຕົ້ນໄມ່
- Con rết /ກອນ ເຢັດ/: ໂຕຂີ້ເຂັບ
- Bọ cạp /ເບາະ ກາບ/: ແມງງອດ

- Con bọ chét /ກອນ ເບາະ ແຈດ/: ໂຕໝັດ
- Sâu bướm / ເຊົາ ເບືອມ/: ບົ້ງແມງກະເບື້ອ
- Con vắt /ກອນ ວັດ/: ໂຕທາກ
- Giun đất /ຢູນ ເດິດ/: ຂີ້ກະດືອນ
- Con giòi /ກອນ ຢ່ອຍ/: ໂຕໜອນ
- Ốc sên /ອົກ ເຊນ/: ຫອຍທາກ
- Con rận /ກອນ ເຢິ້ນ/: ໂຕເຫົາ
- Con đỉa /ກອນ ເດຍ/: ໂຕປີງ
ໝາຍເຫດ: ຄຳອ່ານ (ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ100%
4.2. ແມງໄມ້ມີປີກ
- Cà cuống /ກ່າ ກວງ/: ແມງດາ
- Bọ xít /ເບາະ ສິດ/: ແມງແຄງ
- Ve sầu /ແວ ເຊົ່າ/: ຈັກຈັ່ນ
- Bướm /ເບືອມ/: ແມງກະເບື້ອ
- Con gián /ກອນ ຢານ/: ແມງສາບ
- Con dế mèn /ກອນ ເຢ ແມ່ນ/: ໂຕຈີ່ນາຍ, ໂຕຈີ່ຫຼີດ, ໂຕຈິງຫຼີດ

- Chuồn chuồn /ຈ່ວນ ຈ່ວນ/: ແມງປໍ
- Con ong /ກອນ ອອງ/: ໂຕເຜິ້ງ
- Ong bắp cày /ອອງ ບັບ ໄກ່/: ແຕນ
- Đom đóm /ດອມ ດ໋ອມ/: ແມງຫິ່ງຫ້ອຍ
- Con ruồi /ກອນ ຢ່ວຍ/: ແມງວັນ
- Châu chấu /ເຈົາ ເຈົ໋າ/: ຕັກແຕນ
- Con mối /ກອນ ໂໝຍ/: ແມງເມົ່າ
- Con muỗi /ກອນ ໝວຍ/: ໂຕຍຸງ
- Con bọ rùa /ກອນ ເບາະ ຢົ່ວ/: ແມງຕັບເຕົ່າ
- Bọ hung /ເບາະ ຮຸງ/: ແມງຈູ່ຈີ່
- Con bọ ngựa /ກອນ ເບາະ ເງືອ/: ແມງມ້າ
- Bọ cánh cứng /ເບາະ ແກັງ ກືງ/: ແມງຄາມ
ໝາຍເຫດ: ຄຳອ່ານ (ຄຳທັບສັບ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100%
5. ຕົວຢ່າງບົດພັນລະນາກ່ຽວກັບສັດລ້ຽງໃນພາສາຫວຽດ
ສັດລ້ຽງບາງປະເພດໄດ້ຕິດພັນຢ່າງໃກ້ສິດກັບການດຳລົງຊີວິດຂອງຄົນເຮົາ ສະນັ້ນ, ບາງຄົນກໍ່ຮັກແພງສັດເໝືອນລູກຫຼານຂອງຕົນເອງເລີຍ. ໃນຂໍ້ນີ້ພວກເຮົາຈະໄດ້ຮຽນກ່ຽວກັບບາງບົດພັນລະນາເຖິງສັດລ້ຽງໃນພາສາຫວຽດ.
5.1. ໝານ້ອຍຂອງຂ້ອຍ
Nhà em nuôi một chú chó từ khi em còn nhỏ. Nó là một nguồn vui và năng lượng, luôn sẵn sàng chào đón gia đình mình với cái đuôi vẫy vui và ánh mắt háo hức. Bộ lông mềm của nó mời gọi những cái vuốt ve và ôm ấp dịu dàng, khiến nó trở thành một người bạn đồng hành yêu quý trong gia đình. Con chó này thích chơi với đồ chơi của mình và theo dõi các thành viên trong gia đình từ phòng này sang phòng khác. Mặc dù đôi khi nó có những trò nghịch ngợm như ăn vụng thức ăn hoặc sủa đùa trước gương, nhưng sự hiện diện của con chó trong nhà làm đầy ắp tiếng cười và sự ấm áp. Nó không chỉ là một thú cưng; nó còn là một thành viên được yêu quý trong gia đình, mang lại sự gần gũi hơn cho mọi người với tình yêu và lòng trung thành không điều kiện.
ແປລາວ: ເຮືອນນ້ອງລ້ຽງໝານ້ອຍໂຕໜື່ງຕັ້ງແຕ່ນ້ອງຍັງນ້ອຍ. ມັນເປັນທັງຄວາມສຸກ ແລະ ເປັນພະລັງງານບວກໃນຄອບຄົວ, ມັນມັກຈະຕ້ອນຮັບຄອບຄົວຂອງຂ້ອຍດ້ວຍການກະດິກໆຫາງ ແລະ ສາຍຕາທີ່ໜ້າອີຕົນ. ຂົນອ່ອນໆຂອງມັນດຶງດູດໃຫ້ເຮົາຢາກລູບໆຄຳໆ ແລະ ຢາກຕາກອດ, ເຮັດໃຫ້ມັນກາຍເປັນສັດລ້ຽງທີ່ຄອບຄົວຂ້ອຍຮັກທີ່ສຸດ. ໝາໂຕນີ້ມັກຫຼິ້ນກັບເຄື່ອງຫຼິ້ນຂອງຂ້ອຍ ແລະ ແລ່ນນຳສະມາຊິກໃນຄອບຄົວຈາກຫ້ອງນີ້ໄປຫາຫ້ອງນັ້ນ. ເຖິງວ່າບາງຄັ້ງມັນຈະຂີ້ດື້ເຊັ່ນ: ລັກກີນອາຫານ ຫຼື ເຫົ່າຢູ່ໜ້າແວ່ນ, ແຕ່ການມີໝາຢູ່ໃນເຮືອນເຮັດໃຫ້ເຕັມໄປດ້ວຍສຽງຫົວ ແລະ ມີຄວາມອົບອຸ່ນ. ມັນບໍ່ພຽງແຕ່ເປັນສັດລ້ຽງເທົ່ານັ້ນແຕ່ມັນຍັງປຽບເໝືອນສະມາຊິກທີ່ຮັກຄົນໜຶ່ງຂອງຄອບຄົວ, ມັນຮັກ ແລະ ມີຄວາມຊື່ສັດຕໍ່ຄອບຄົວຂ້ອຍແບບບໍ່ມີເງື່ອນໄຂ.
5.2. ແມວຂອງຂ້ອຍ
Nhà em có nuôi một chú mèo rất đáng yêu với bộ lông óng ánh và đôi mắt long lanh. Nó độc lập nhưng cũng rất thích âu yếm, chơi đùa vui vẻ với gia đình. Nó di chuyển một cách lặng lẽ, thường bất ngờ xuất hiện từ bóng tối khiến mọi người ngạc nhiên. Tiếng kêu của nó là một giai điệu dễ chịu, xoa dịu căng thẳng của một ngày dài. Chú mèo vừa là một thú cưng vừa là một người bạn đồng hành, mang lại cảm giác bình yên và hấp dẫn cho cuộc sống của gia đình em, khiến mỗi ngày trở nên thú vị hơn.
ແປລາວ: ຄອບຄົວຂອງຂ້ອຍລ້ຽງແມວໂຕໜື່ງມັນໜ້າຮັກຫຼາຍ, ໂດຍສະເພາະຂົນຂອງມັນທີ່ເຫຼື້ອມ ແລະ ດວງຕາກົມເຫຼື້ອມເປັນປະກາຍ. ຈຸດພິເສດຂອງມັນແມ່ນມັກຈະອ້ອນຄົນ ແລະ ຢອກຫຼິ້ນກັບທຸກຄົນໃນຄອບຄົວຂອງຂ້ອຍ. ມັນເຄື່ອນທີ່ງຽບໆ, ບາງຄັ້ງກໍປະກົດຂຶ້ນຈາກຄວາມມືດເຮັດໃຫ້ທຸກຄົນໃນເຮືອນຕົກໃຈ. ສຽງຮ້ອງຂອງມັນເປັນສຽງທີ່ມ່ວນຫູ ແລະ ຜ່ອນຄາຍ. ແມວເປັນໄ້ດທັງສັດລ້ຽງ ແລະ ເປັນໄດ້ທັງໝູ່, ມັນນຳເອົາຄວາມສະຫງົບສຸກ ແລະ ຄວາມສົດໃສໃຫ້ຄອບຄົວຂອງຂ້ອຍສະເໝີ, ເຮັດໃຫ້ທຸກໆມື້ມີຄວາມສຸກຫຼາຍຂຶ້ນ.
5.3. ເປັດຂອງຂ້ອຍ
Gia đình em nuôi một đàn vịt thả rông quanh sân sau, tạo nên một bầu không khí sống động và vui vẻ. Những chú vịt với bộ lông óng ánh và tiếng kêu quen thuộc, đã trở thành một phần không thể thiếu trong cuộc sống hàng ngày của gia đình em. Chúng dành cả ngày để khám phá từng ngóc ngách của khu vườn, tìm kiếm côn trùng và nô đùa trong ao nhỏ của nhà mình. Nhìn chúng xếp hàng một cách ngay ngắn để tiến về phía trước là một cảnh tượng luôn mang lại niềm vui cho chúng tôi. Đàn vịt của chúng tôi là nguồn vui, mang lại tiếng cười và sự giản dị trở lại cuộc sống của chúng tôi.
ແປລາວ: ຄອບຄົວຂອງຂ້ອຍລ້ຽງເປັດຝູງໜຶ່ງທີ່ປ່ອຍຢ່າງເສລີຢູ່ເດີ່ນຫຼັງບ້ານ, ເຮັດໃຫ້ບັນຍາກາດຄຶກຄື້ນ ແລະ ມີຄວາມມ່ວນຊື່ນຫຼາຍຂື້ນ. ຝູງເປັດຂອງຂ້ອຍມີຂົນທີ່ເຫຼື້ອມ ແລະ ເງົາງາມ. ສຽງຮ້ອງຂອງພວກມັນກາຍເປັນທີ່ຄຸ້ນເຄີຍ ແລະ ໄດ້ກາຍເປັນສ່ວນຫນຶ່ງທີ່ຂາດບໍ່ໄດ້ໃນຊີວິດປະຈໍາວັນຂອງຄອບຄົວຂ້ອຍ. ພວກມັນມັກຈະຍ່າງເລາະໄປທົ່ວທຸກແຈຂອງສວນເພື່ອຊອກຫາແມງໄມ້ ແລະ ຢອກກັນຫຼິ້ນໃນໜອງຂອງເຮືອນຂ້ອຍ. ບາງເທື່ອເຮົາຢືນເບິ່ງພວກມັນຕໍ່ແຖວຢ່າງເປັນລະບຽບເພື່ອຍ່າງໄປຂ້າງໜ້າເປັນພາບທີ່ເຮັດໃຫ້ເຮົາມີຄວາມສຸກສະເໝີ. ເປັດຂອງພວກຂ້ອຍແມ່ນແຫຼ່ງຂອງຄວາມສຸກ, ເຮັດໃຫ້ພວກຂ້ອຍມີສຽງຫົວ ແລະ ມີຄວາມລຽບງ່າຍໃນການໃຊ້ຊີວິດຂື້ນ.
5.4. ໂຕກະຕ່າຍຂອງຂ້ອຍ
Gia đình em nuôi một con thỏ. Nó thích nhảy quanh nhà, mang lại niềm vui mỗi nơi nó đến. Em rất yêu quý nó bởi đôi mắt to tròn và sự hiền lành vốn có của loài thỏ. Đặc biệt là khi nó cuộn tròn lên để được ôm ấp, nó trông lại càng đáng yêu hơn. Chú thỏ thích nhấm nháp cà rốt cùng rau xanh. Những trò đùa nghịch của nó như những bước nhảy và vòng quay nhỏ, luôn khiến chúng tôi thích thú. Nó là một tình yêu nhỏ bé làm cho ngôi nhà của chúng tôi trở nên hạnh phúc hơn.
ແປລາວ: ຄອບຄົວຂອງຂ້ອຍລ້ຽງກະຕ່າຍໂຕໜື່ງ. ມັນມັກເຕັ້ນໄປມາອ້ອມເຮືອນ, ນຳເອົາຄວາມສຸກໄປທົ່ວທຸກບ່ອນທີ່ມັນໄປ. ນ້ອງຮັກມັນຫຼາຍເພາະວ່າດວງຕາຂອງມັນໃຫຍ່ກົມ ແລະ ຄຳຮູ້ຄວາມອ່ອນໂຍນ. ໂດຍສະເພາະໃນເວລາທີ່ມັນມ້ວນໃຫ້ເຮົາກອດ, ມັນເປັນຕາຮັກຫຼາຍ. ກະຕ່າຍມັກກິນແຄລອດ ແລະ ຜັກຂຽວ. ຄວາມແປກຂອງມັນຄືໂດດເຕັ້ນໄປມາ, ເຮັດໃຫ້ພວກເຮົາມ່ວນຊື່ນ ແລະ ມີຄວາມສຸກໄປກັບມັນ. ມັນກາຍເປັນຄວາມຮັກນ້ອຍໆທີ່ເຮັດໃຫ້ຄອບຄົວຂອງພວກຂ້ອຍມີຄວາມສຸກ.
ສະຫຼຸບ: ບັນດາຄຳສັບກ່ຽວກັບສັດທີ່ທຸກທ່ານໄດ້ຮຽນມາຂ້າງເທິງນີ້ ບໍ່ວ່າຈະເປັນຊື່ເອີ້ນໃນພາສາຫວຽດ ຫຼື ພາສາລາວກໍ່ຕາມ ສັດບາງປະເພດຢູ່ບາງເຂດ, ບາງທ້ອງຖີ່ນອາດຈະເອີ້ນຕ່າງກັນ ເພາະສະນັ້ນ, ຢາກໃຫ້ທ່ານຜູ້ຮຽນຈົ່ງມີວິຈາລະນາຍານໃນການຮຽນ ແລະ ແປ. ສຸດທ້າຍນີ້, ພວກເຮົາຫວັງວ່າທ່ານຈະປະສົບຜົນສຳເລັດໃນການຮຽນພາສາຫວຽດ. ຖ້າທ່ານເຫັນວ່າບົດຮຽນນີ້ມີປະໂຫຍດກໍ່ສາມາດແປ່ງປັນ ແລະ ແຊໄປໃຫ້ຄົນຄົນອື່ນໄດ້ຮຽນນຳແດ່ເດີ.
ຂໍຂອບໃຈ!