ຄຳສັບກ່ຽວກັບນິໄສໃຈຄໍຂອງຄົນໃນພາສາຫວຽດ

ນິໄສໃຈຄຳເປັນສິ່ງໜຶ່ງທີ່ສຳຄັນໃນຊີວິດປະຈຳວັນ. ຄຳສັບໃນພາສາຫວຽດມີຄວາມອຸດົມ ແລະ ຫຼາກຫຼາຍທີ່ສະແດງອອກໂດຍຜ່ານຄໍາສັບນິໄສໃຈຄໍຕ່າງໆຂອງຄົນ, ຈາກຄໍານາມທີ່ຊີ້ໃຫ້ເຫັນເຖິງນິໄສໃຈຄໍໃນທາງລົບໄປສູ່ນິໄສໃຈຄໍໃນດ້ານບວກ, ແຕ່ລະຄໍາມີຄວາມໝາຍເປັນເອກະລັກ ແລະ ສະທ້ອນໃຫ້ເຫັນທັດສະນະຂອງຜູ້ເວົ້າຕໍ່ບຸກຄົນໃດຫນຶ່ງ. ມື້ນີ້, ເຊີນທຸກຄົນມາຮຽນຄຳສັບກ່ຽວກັບຫົວຂໍ້ນີ້ກັບພວກເຮົາໃນບົດຄວາມດັ່ງລຸ່ມນີ້:

ຄົນ,ສັດ ແລະ ວັດຖຸສິ່ງຂອງ ລ້ວນແລ້ວແຕ່ບໍ່ສົມບູນແບບໝົດ. ນິດໄສໃຈຄໍຂອງຄົນລ້ວນມີສອງດ້ານ: ດ້ານບວກ ແລະ ດ້ານລົບ. ພວກເຮົາຄວນສົ່ງເສີມນິດໄສໃນດ້ານບວກ ແລະ ຄ່ອຍໆຈໍາກັດລັກສະນະດ້ານລົບໄປໄດ້ຫຼາຍເທົ່າໃດຍິ່ງດີ.

ວິດີໂອບົດຮຽນກ່ຽວກັບນິໄສດ້ານບວກ ແລະນິໄສດ້ານລົບໃນພາສາຫວຽດ

ນິດໄສໃນດ້ານບວກແມ່ນສະແດງອອກໂດຍຜ່ານຄໍາສັບຕ່າງໆເຊັ່ນ “ໃຈດີ”, “ດຸຫມັ່ນ”, “ສຸພາບ” ແລະ “ຄວາມອົດທົນ”. ໃນການສື່ສານ, ຄໍາເຫຼົ່ານີ້ມັກຈະຖືກນໍາໃຊ້ເພື່ອສັນລະເສີນ ແລະ ຮູ້ຈັກນິໄສຂອງບຸກຄົນໃດຫນຶ່ງ. ລຸ່ມນີ້ແມ່ນ​ຄໍາ​ສັບ​ພາສາຫວຽດ​ທີ່​ນໍາ​ໃຊ້​ເພື່ອ​ເວົ້າ​ກ່ຽວ​ກັບ​ນິໄສໃນ​ດ້ານບວກ​​:

ລ/ດຄຳສັບຄຳທັບສັບຄວາມໝາຍໝາຍເຫດ
1rộng lượngຢົ້ງ ເລື້ອງກວ້າງຂວາງ, ໃຈກວ້າງ
2duyên dángຢວຽນ ຢາງອ່ອນໂຍນ, ໜ້າຮັກD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
3kín đáoກິນ ດາວນິໄສງຽບໆ, ມິດໆ, ມິດຊິດ
4siêng năngຊຽງ ນັງຂະຫຍັນໝັ່ນພຽນ
5chu đáoຈູ ດາວຮອບຄອບ, ຖີ່ຖ້ວນ
6khéo léoແຂວ ແຫຼວຄ່ອງແຄ້ວ, ຮູ້ຈັກອັນໃດຄວນອັນໃດບໍ່ຄວນ
7lịch sựລິກ ຊຶສຸພາບ
8sáng tạoສາງ ຕ້າວມີຫົວຄິດປະດິດສ້າງ
9cầu toànເກົ່າ ຕວ່ານສົມບູນທຸກດ້ານ
10dũng cảmຢຸງ ກາມກ້າຫານ, ອາດຫານ, ພິລະອາດຫານD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
11hiếu kháchຫຽວ ແຂັກນິໄສເປັນມິດ
12khiêm tốnຄຽມ ໂຕນຖ່ອມຕົວ, ຄ່ຽມຄົມ
13mạnh dạnແມັງ ຢ້ານແຂງກ້າ, ກ້າກັ່ນD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
14tốt bụngໂຕດ ບຸ້ງໃຈດີ
15hiền lànhຮ້ຽນ ແລັ່ງໃຈດີ, ໃຈກຸສົນ
16thật thàເທິດ ທ່າຊື່ໆ, ສັດຊື່
17thông minhທົງ ມິງສະຫຼາດ
18đúng giờດຸ້ງ ເຢີ່ຕົງເວລາ
19thân thiệnເທິນ ທ້ຽນເປັນມິດ
20nghiêm khắcງຽມ ຂັກເຄັ່ງຂັດ, ເຂັ້ມງວດ
21dễ thươngເຢ ເທືອງເປັນຕາແພງD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
22cẩn thậnເກິນ ເທິ້ນລະມັດລະວັງ, ຮອບຄອບຖີ່ຖ້ວນ
23vui tínhວຸຍ ຕິງນິໄສມັກມ່ວນ
24thú vịຖູ ວິໜ້າຈັບໃຈ, ມ່ວນຊື່ນເບີກບານ
25điềm tĩnhດ່ຽມ ຕິງທຸ່ນທ່ຽງ
26ngây thơເງິຍ ເທີໄຮ້ດຽງສາ
27quyết đoánກວຽດ ດວານເດັດຂາດ
28năng độngນັງ ດົ້ງຫ້າວຫັນ, ຂະຫຍັນຂັນເຂື່ອນ
29nhạy cảmໄຍ້ ກາມອ່ອນໄຫວງ່າຍ
30nhiệt tìnhຍຽດ ຕິ່ງຫ້າວຫັນ, ຈຶກຈັກ
31hài hướcຮ່າຍ ເຫືອກຕະຫຼົກເຮຮາ
32trung thựcຈຸງ ທຶກສັດຊື່
33dịu dàngຢິ້ວ ຢ່າງອ່ອນໂຍນD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
34tử tếຕື ເຕຮຽບຮ້ອຍ, ຈົບເຈືອ
35đáng yêuດາງ -ອຽວໜ້າຮັກ
36trung thànhຈຸງ ແທັ່ງຈົງຮັກພັກດີ
37chín chắnຈິນ ຈັນສຸຂຸມຮອບຄອບ
38thẳng thắnຖັງ ຖັນຊື່ຕົງ, ຊື່ສັດ
39nhân từເຍິນ ຕື່ເມດຕາ
40ngoan ngoãnງວານ ຫງວານຄຳຮູ້, ຮູ້ຄວາມ
41tinh ýຕິງ ອີສະຕິໄວ
42hào phóngຮ່າວ ຝອງໃຈໃຫຍ່, ໃຈກວ້າງຂວາງ
43cởi mởເກີຍ ເໝີຈິດໃຈກວ້າງຂວາງ, ເບິ່ງກວ້າງ
44tự tinຕຶ ຕິນເຊື່ອໝັ້ນຕົວເອງ
45lạc quanລາກ ກວນຄິດໃນແງ່ດີ, ເຊື່ອໝັ້ນຕໍ່ອະນາຄົດ
46hòa đồngຮວ່າ ດົ່ງປອງດອງ
47Dễ gầnເຢ ເ-ກິ່ນເຂົ້າກັບຄົນໄດ້ງ້າຍ, ອັດທະຍາໄສດີ

*ເບິ່ງເພີ່ມຕື່ມຄຳສັບກ່ຽວກັບຄວາມຮູ້ສຶກໃນພາສາຫວຽດ>>>

1.2. ຄຳສັບກ່ຽວກັບນິໄສໃນດ້ານລົບ

ນອກຈາກຄຳສັບທີ່ສະແດງເຖິງນິໄສໃນດ້ານບວກແລ້ວ, ຍັງມີຄຳສັບທີ່ສະແດງເຖິງນິໄສໃນດ້ານລົບເຊັ່ນ: ເອົາຄວາມຄິດໂຕເອງເປັນໃຫຍ່, ຂີ້ຄ້ານ, ໃຈຮ້ອນ ແລະ ອື່ນໆ ທີ່ມີຄວາມໝາຍດ້ານລົບ ແລະ ສ້າງຄວາມປະທັບໃຈທີ່ບໍ່ດີໃນສາຍຕາຂອງຄົນອື່ນ. ບາງ​ຄຳ​ສັບ​ຂອງ​ພາສາຫວຽດ​​ທີ່​ເວົ້າ​ເຖິງ​ບຸກ​ຄົນໃນ​ທາງ​ລົບ​ມີ​ດັ່ງ​ນີ້:

ອິດສາແມ່ນນິໄສດ້ານລົບ
ລ/ດຄຳສັບຄຳທັບສັບຄວາມໝາຍໝາຍເຫດ
1hung hăngຮຸງ ຮັງກະມຶງກະມັງ
2tham vọngທາມ ວ້ອງມັກໃຫຍ່ໄຝ່ສູງ
3nóng tínhໜອງ ຕິງໃຈຮ້ອນ
4lạnh lùngແລັ້ງ ລຸ່ງເຢັນຊາ, ເສີຍເມີຍ, ເຢືອກເຢັນ
5hống háchຫົງ ແຮັກໂອ້ອວດຈອງຫອງ
6hiếu thắngຫຽວ ຖັງມັກລື່ນ, ມັກເອົາປຽບ
7trầm tínhເຈິ່ມ ຕິງນິໄສມິດງຽບ, ບໍ່ມັກປາກ
8nhàm chánຍ່າມ ຈານເບື່ອໜ່າຍ
9xảo quyệtສາວ ກວຽດເລລ່ຽມ
10cẩu thảເກົາ ຖາມັກງ່າຍ, ບໍ່ມີລະບຽບ, ບໍ່ຮອບຄອບ
11ganh đuaແ-ກັງ ດົວຊ່ວງຊີງ
12yếu đuốiອຽວ ດວຍອ່ອນແອ
13nhút nhátຍຸດ ຫຍາດຂີ້ຢ້ານ
14đố kỵໂດ ກິອິດສາ
15nịnh hótນິ້ງ ຫອດຈອບອອຍ
16thô lỗໂທ ໂຫຼຫຍາບຄາຍ
17cộc cằnກົກ ກັ່ນມັກຮ້າຍ, ມັກຈົ່ມ
18tham lamທາມ ລາມໂລບມາກໂລພາ
19ích kỷອິກ ກີເຫັນແກ່ຕົວ
20không trung thựcຄົງ ຈຸງ ທຶກບໍ່ສັດຊື່
21bất lịch sựເບິດ ລິກ ຊຶເສຍມາລະຍາດ
22dối tráໂຢຍ ຈາຂີ້ສໍ້ລໍ້ລວງD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
23phàn nànຟ່ານ ນ່ານຂີ້ຈົ່ມ
24đê tiệnເດ ຕ້ຽນຂີ້ຖ່ອຍ, ອັບປີ
25láu cáເລົາ ກາສະຫຼາດແກມໂກງ
26kiêu ngạoກຽວ ງ້າວອວດອົ່ງ
27hỗn láoໂຫນ ຫຼາວຈອງຫອງ
28xấu tínhເສົາ ຕິງນິໄສບໍ່ດີ
29bủn xỉnບຸນ ສິນຂີ້ໜຽວ
30bướng bỉnhເບືອງ ບິງຫົວດື້, ດື້ດຶງ
31dở hơiເຢີ ເຮີຍບ້າໆບໍໆ, ບໍ່ເຂົ້າທ່າD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
32gian xảoຢານ ສາວສໍ້ໂກງGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
33kiêu căngກຽວ ກັງອວດອົ່ງ
34tị nạnhຕິ ແນັ້ງຫຶງສາ
35lười biếngເລື່ອຍ ບຽງ ຂີ້ຄ້ານ
36thâm độcເທິມ ດົກໂຫດຫ້ຽມ
37nghịch ngợmງິກ ເງີມຂີ້ດື້
38hấp tấpເຫິບ ເຕິບກະລົກກະລົນ
39ngu ngốcງູ ຫງົກໂງ່ຈ້າ
40khờ khạoເຄີ່ ຄ້າວເຊີ້ຊ້າເງິງະ
41bảo thủບາວ ຖູເອົາຄວາມຄິດໂຕເອງເປັນໃຫຍ່
42cả nểກາ ເໜເກງໃຈ, ຢ້ານຜິດໃຈ
43mít ướtໝິດ -ເອືອດຂີ້ໄຫ້

*ເບິ່ງເພີ່ມຕື່ມຄຳສັບກ່ຽວກັບກິດຈະວັດປະຈຳວັນໃນພາສາຫວຽດ>>>

2. ປະໂຫຍກກ່ຽວກັບນິໄສໃຈຄໍທີ່ມັກໃຊ້ໃນພາສາຫວຽດ

ລ/ດປະໂຫຍກຄວາມໝາຍ
1Công việc này đòi hỏi sự khéo léo và tỉ mỉ.ວຽກນີ້ຕ້ອງອາໄສຄວາມຄ່ອງແຄ່ວ ແລະ ລະອຽດລະອໍ.
2Minh là một học sinh chăm chỉ.ມິງ ເປັນນັກຮຽນທີ່ດຸໜັ່ນ.
3Đừng hấp tấp nếu không muốn làm hỏng việc.ຢ່າກະລົກກະລົນຖ້າບໍ່ຢາກເຮັດໃຫ້ເສຍວຽກ.
4Ông ta là một kẻ bảo thủ.ລາວເປັນຄົນໜຶ່ງທີ່ເອົາຄວາມຄິດໂຕເອງເປັນໃຫຍ່.
5Hãy suy nghĩ tích cực lên rồi mọi việc sẽ tốt thôi.ຈົ່ງຄິດບວກເອົາໄວ້ແລ້ວທຸກຢ່າງຈະດີ.
6Cậu ấy vừa tốt bụng vừa chu đáo.ລາວທັງໃຈດີທັງຮອບຄອບ.
7Tôi rất sợ bố tôi vì ông ấy là người rất nghiêm khắc.ຂ້ອຍຢ້ານພໍ່ຂ້ອຍອີຫຼີເພາະລາວເປັນຄົນເຂັ້ມງວດຫຼາຍ.
8Đôi khi tao thấy mày cũng dở hơi.ບາງເທື່ອກູກະເຫັນມືງບ້າໆບໍໆ.
9Mẹ tôi suốt ngày kêu ca phàn nàn.ແມ່ຂ້ອຍຈຶ່ງຈົ່ມໝົດມື້ໝົດມື້.
10Tôi không ngờ anh ta là một người ích kỷ đến thế!ຂ້ອຍບໍ່ຄິດວ່າລາວຈະເປັນຄົນທີ່ເຫັນແກ່ຕົວປານນີ້!

ຂ້າງເທິງນີ້ແມ່ນຄຳສັບກ່ຽວກັບນິໄສທີ່ມີລັກສະນະໃນດ້ານບວກ ແລະ ດ້ານລົບໃນພາສາຫວຽດ. ແຕ່ລະຄຳສັບລ້ວນແຕ່ມີຈຸດພິເສດເປັນຂອງຕົນເອງໃນການຖ່າຍທອດ ແລະ ສ້າງຄວາມປະທັບໃຈໃຫ້ກັບຜູ້ຟັງ. ສະນັ້ນ, ການເລືອກໃຊ້ຄຳສັບທີ່ເໝາະສົມບໍ່ພຽງແຕ່ຊ່ວຍໃຫ້ເຮົາສື່ສານຢ່າງມີປະສິດທິພາບເທົ່ານັ້ນ ແຕ່ຍັງສະແດງເຖິງຄວາມເຄົາລົບ ແລະ ຄວາມເຂົ້າໃຈຂອງຄົນອື່ນອີກດ້ວຍ. ຫວັງ​ວ່າຜ່ານບົດ​ຮຽນ​ນີ້, ທ່ານ​ຈະຮຽນ​ໄດ້​ຄຳ​ສັບ​ຫຼາຍ​ກວ່າ​ເກົ່າ ແລະ ມີ​ຄວາມ​ໝັ້ນ​ໃຈ​ໃນ​ເວ​ລາ​ສື່ສານ​​ກັບ​ຄົນ​ຫວຽດຫຼາຍຂື້ນ​!

ຖ້າທ່ານເຫັນວ່າບົດຮຽນເົຮາມີປະໂຫຍກຕໍ່ທ່ານ ແລະ ໝູ່ເພື່ອນ, ທ່ານສາມາດເແຊບົດຮຽນໄປໃຫ້ໝູ່ໄດ້ຮຽນຮູ້ນຳ…!

ຂໍຂອບໃຈ

Lên đầu trang