ຄຳສັບກ່ຽວກັບອາຫານ ແລະ ເຄື່ອງດື່ມໃນພາສາຫວຽດ

ອາຫານຂອງແຕ່ລະປະເທດມີລົດຊາດ, ມີຄວາມເປັນເອກະລັກສ່ວນຕົວຂອງໃຜລາວ ແລະ ອາຫານຫວຽດກໍ່ຄືກັນ. ທ່ານໄດ້ຊິມອາຫານຫວຽດແລ້ວບໍວ່າເປັນແນວໃດ? ຖ້າທ່ານຫາກໍ່ມາຫວຽດຮອດຫວຽດນາມ ແລະ ຢາກໄປກິນອາຫານຫວຽດເບິ່ງວ່າເປັນແນວໃດ? ແຕ່ວ່າທ່ານຍັງບໍ່ຮູ້ພາສາຫວຽດດີ, ບໍ່ໄດ້ຄຳສັບກ່ຽວກັບອາຫານ ແລະ ເຄື່ອງດື່ມໃນພາສາຫວຽດດີ, ທ່ານຢ່າຟ້າວກັງວົນເພາະບົດຮຽນນີ້ຈະຊ່ວຍທ່ານໄດ້ໃນເວລາທີ່ເຂົ້າຮ້ານອາຫານຫວຽດນາມ ແລະ ໜັ້ນໃຈໃນສັ່ງອາຫານຫວຽດບໍ່ວ່າຈະເປັນເມນູອາຫານ ຫຼື ເຄື່ອງດື່ມປະເພດໃດກໍ່ຕາມທີ່ທ່ານມັກ. ບົດຮຽນດ້ານລຸ່ມນີ້ແມ່ນບົດຄຳສັບກ່ຽວກັບອາຫານ ແລະ ເຄື່ອງດື່ມໃນພາສາຫວຽດ.

ເນື້ອໃນບົດຮຽນໂດຍຫຍໍ້
  1. 1. ຄຳສັບກ່ຽວກັບອາຫານໃນພາສາຫວຽດ
  2. 2. ຄຳສັບກ່ຽວກັບເຄື່ອງດື່ມໃນພາສາຫວຽດ
  3. 3. ຕົວຢ່າງປະໂຫຍກກ່ຽວກັບອາຫານໃນພາສາຫວຽດ

ຫວຽດນາມ ​ແມ່ນ​ປະ​ເທດ​ກະສິກຳ​ທີ່​ຕັ້ງ​ຢູ່​ເຂດອາກາດຮ້ອນ​ມໍ​ລະ​ສຸມ​​. ອານາ​ເຂດ​ຂອງ​ຫວຽດນາມ​​ແບ່ງ​ອອກ​ເປັນ 3 ​ເຂດ​ທີ່​ແຕກ​ຕ່າງ​ກັນ​ຄື: ພາກ​ເໜືອ, ພາກ​ກາງ ແລະ ພາກ​ໃຕ້, ໂດຍມີ 54 ຊົນ​ເຜົ່າອ້າຍນ້ອງ. ​ລັກສະນະ​ພູມີປະເທດ, ວັດທະນະທຳ, ຊົນ​ເຜົ່າ, ພູມ​ອາກາດ​ຈະກຳນົດ​ລັກສະນະ​ພິ​ເສດ​ຂອງ​ອາຫານ​ການ​ກິນ​ຢູ່ແຕ່ລະ​ພາກ​. ແຕ່​ລະ​ພາກອາຫານມີຄວາມ​ເປັນ​ເອ​ກະ​ລັກ ​ແລະ ​ລົດ​ຊາດ​ຂອງ​ຕົນ​ ​ເຮັດ​ໃຫ້​ອາຫານ​ຫວຽດນາມ​ອຸດົມສົມບູນ ​ແລະ ມີ​ຄວາມ​ຫຼາກ​ຫຼາຍ. ອາຫານທີ່ເຮັດມາຈາກຜັກມີຫຼາຍຊະນິດ (ຕົ້ມ, ຂົ້ວ, ດອງ, ກິນດິບ); ແກງມີຫຼາຍຊະນິດ, ໂດຍສະເພາະແມ່ນແກງສົ້ມ, ໃນນັ້ນອາຫານທີ່ປຸງແຕ່ງດ້ວຍເນື້ອສັດມີໜ້ອຍ. ຊີ້ນສັດ​​ທີ່​ຄົນຫວຽດນິຍົມ​ກິນ​​ແມ່ນ: ​ຊີ້ນ​ໝູ, ຊີ້ນ​ງົວ, ໄກ່, ເປັດ, ກຸ້ງ, ປາ, ກະປູ, ຫອຍ, ຫອຍແຄງ, ຫອຍກວ້າງ, ຫອຍ​ນາງ​ລົມ, ຫອຍກີ້ ແລະ ​ອື່ນໆ. ​ຄົນຫວຽດຈະໃຫ້ຄວາມສຳຄັນກັບ​​ອາ​ຫານ​ທີ່ແຊບຫຼາຍ. ບົດນີ້ແມ່ນຄຳສັບກ່ຽວກັບອາຫານໃນພາສາຫວຽດ.

ແກງແມ່ນອາຫານທີ່ຂາດບໍ່ໄດ້ໃນເມນູອາຫານຂອງຄົນຫວຽດ. ນອກຈາກຈະຊ່ວຍເສີມລົດຊາດຂອງອາຫານໃຫ້ແຊບແລ້ວ, ກິນແກງຍັງຊ່ວຍໃຫ້ຮ່າງກາຍດູດຊຶມອາຫານໄດ້ດີອີກ. ລຸ່ມນີ້ແມ່ນບາງຄຳສັບກ່ຽວກັບແກງໃນພາສາຫວຽດ:

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Canh chua cá kèoແກັງ ຈົວ ກາ ແກ່ວແກງສົ້ມປາແກ້ວ
2Canh cá khoai cải cúcແກັງ ກາ ຄວາຍ ກາຍ ກຸກແກງປາໃສ່ເຜືອກ ແລະ ຜັກຕັງໂອ
3Canh cá khoai thì làແກັງ ກາ ຄວາຍ ຖີ່ ລ່າແກງປາໃສ່ເຜືອກ ແລະ ຜັກຊີ
4Canh chua cá chạchແກັງ ຈົວ ກາ ແຈັກແກງສົ້ມປາຫຼົດ
5Canh rau rền thịt bòແກັງ ເຢົາ ເຢ່ນ ຖິດ ບໍ່ແກງຜັກຫົມໃສ່ຊີ້ນງົວ
6Canh chua cá bòແກັງ ຈົວ ກາ ບໍ່ແກງສົ້ມປາໜັງ
7Canh rong biển cà chuaແກັງ ຢອງ ບຽນ ກ່າ ຈົວແກງສາລ່າຍທະເລໃສ່ໝາກເລັ່ນ
8Canh rau ngót chay đậu phụແກັງ ເຢົາ ງອດ ໄຈ ເດົ້າ ຟຸແກງຜັກຫວານໃສ່ເຕົ້າຮູ້
9Canh cải thìa nấu xương lợnແກັງ ກາຍ ເທ່ຍ ເໜົາ ເຊືອງ ເລິ້ນແກງຜັກຮົ່ງເຕ່ໃສ່ກະດູກໝູ
10Canh gà nấu lá tỏiແກັງ ກ່າ ເໜົາ ຫຼາ ຕອຍແກງໄກ່ໃສ່ໃບກະທຽມ
11Canh khoai mỡ nấu cá quảແກັງ ຄວາຍ ເໝີ ເໜົາ ກາ ກວາແກງມັນອ້ອນໃສ່ປາຄໍ່
12Canh mùng tơi tôm khôແກັງ ມຸ່ງ ເຕີຍ ໂຕມ ໂຄແກງຜັກປັງໃສ່ກຸ້ງແຫ້ງ
13Canh rong biển hải sảnແກັງ ຢອງ ບຽນ ຫາຍ ສານແກງສາລ່າຍທະເລr ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
14Canh thịt bò khoai tây cà rốtແກັງ ທິດ ບໍ່ ຄວາຍ ເິຕຍ ກ່າ ຣົດແກງຊິ້ນງົວໃສ່ມັນຝຮັ່ງ ແລະ ແຄຣອດ
15Canh gà chôm chômແກັງ ກ່າ ໂຈມ ໂຈມແກງໄກ່ໃສ່ໝາກເງາະ
16Canh rau sắnແກັງ ເຢົາ ສັນແກງຍອດມັນຕົ້ນ
17Canh kim chi sườn lợnແກັງ ກິມ ຈິ ເຊື່ອນ ເລິນແກງກິມຈິໃສ່ກະດູກຂ້າງໝູ
18Canh gà hạt senແກັງ ກ່າ ຮາດ ແຊນແກງໄກ່ໃສ່ເມັດບົວ
19Canh bắp (ngô) hầm xươngແກັງ ບັບ (ໂງ) ເຮິ່ມ ເຊືອງແກງສາລີໃສ່ກະດູກ
20Canh mùng tơi đậu phụແກັງ ມຸ່ງ ເຕີຍ ເດົ້າ ຟຸແກງຜັກປັງໃສ່ເຕົ້າຮູ້
21Canh đậu phụ, giá, hẹ, thịt bămແກັງ ເດົ້າ ຟຸ, ຢາ, ແຮະ, ທິດ ບຳແກງເຕົ້າຮູ້ໃສ່ຖົ່ງງອກ, ຜັກປານ ແລະ ຊິ້ນບົດ
22Canh cua rau rút nấm rơmແກັງ ກົວ ເຢົາ ຢຸດ ເໝິມ ເຢິມແກງກະປູໃສ່ຜັກກະເສດ ແລະ ເຫັດເຟືອງ
23Canh ngao nấu đậu phụແກັງ ງາວ ເໜົາ ເດົ້າ ຟຸແກງຫອຍກີ້ໃສ່ເຕົ້າຮູ້
24Canh gà nấu chua lá éແກັງ -ກ່າ ເໜົາ ຈົວ ຫຼາ ແອແກງສົ້ມໄກ່ໃສ່ຜັກອີ່ຕູ
25Canh mướp nấu thịt bò và nấm bào ngưແກັງ ເໝືອບ ເໜົາ ທິດ ບໍ່ ວ່າ ເໜິມ ບ່າວ ງືແກງໝາກບວກໃສ່ຊິ້ນງົວ ແລະ ເຫັດນາງລົມ
26Canh sà lách, cải xoong và thịt bòແກັງ ຊ່າ ເລັກ, ກາຍ ຊອງ ວ່າ ທິດ ບໍ່ແກງຜັກສະຫຼັດ, ຜັກກາດນ້ຳ ແລະ ຊີ້ນງົວ
27Canh cá basa nấu mẻແກັງ ກາ ບາສາ ເໜົາ ແມແກງປາບາສາໃສ່ເຂົ້າສົ້ມ
28Canh rau muống nấu tômແກັງ ເຢົາ ໝວງ ເໜົາ ໂຕມແກງຜັກບົ້ງໃສ່ກຸ້ງ
29Canh khoai sọ rau muốngແກັງ ຄວາຍ ເຊາະ ເຢົາ ໝວງແກງເຜືອກໃສ່ຜັກບົ້ງ
30Canh rau đay nấu tômແກັງ ເຢົາ ໄດ ເໜົາ ໂຕມແກງຜັກປໍເໝືອດໃສ່ກຸ້ງ
31Canh cải cúc cà chuaແກັງ ກາຍ ກຸກ ກ່າ ຈົວແກງຜັກຕັງໂອໃສ່ໝາກເລັ່ນ
32Canh rau cần nấu tômແກັງ ເຢົາ ເກິ່ນ ເໜົາ ໂຕມແກງຜັກຊີຊ້າງໃສ່ກຸ້ງ
33Canh xương củ cảiແກັງ ເຊືອງ ກູ ກາຍແກງກະດູກໃສ່ຫົວຜັກກາດຂາວ
34Canh đu đủ thịt cua viênແກັງ ດູ ດູ່ ທິດ ກົວ ວຽນແກງໝາກຫຸ່ງໃສ່ລູກຊີ້ນປູ
35Canh cải nấu ngaoແກັງ ກາຍ ເໜົາ ງາວແກງຜັກກາດໃສ່ຫອຍກີ້
36Canh cải cá rôແກັງ ກາຍ ກາ ໂຣແກງຜັກກາດໃສ່ປາເຂັງ
38Canh bông bí nấu tômແກັງ ບົງ ບີ ເໜົາ ໂຕມແກງດອກໝາກອຶໃສ່ກຸ້ງ
39Canh cải ngồng nấu tômແກັງ ກາຍ ງົ່ງ ເໜົາ ໂຕມແກງຜັກກາດຊ້ອມໃສ່ກຸ້ງ
40Canh hàu nấu măng chuaແກັງ ເຮົ່າ ເໜົາ ມັງ ຈົວແກງຫອຍນາງລົມໃສ່ໜໍ່ໄມ້ສົ້ມ
41Canh vịt hầm đu đủແກັງ ວິດ ເຮິ່ມ ດູ ດູ່ແກງເປັດອົບໃສ່ໝາກຫຸ່ງ
42Canh ghẹ rau muốngແກັງ ເເ-ກະ ເຢົາ ໝວງແກງກະປູໄຂ່ໃສ່ຜັກບົ້ງ
43Canh bầu nấu trứngແກັງ ເບົ່າ ເໜົາ ຈຶງແກງໝາກນ້ຳໃສ່ໄຂ່
44Canh đu đủແກັງ ດູ ດູ່ແກງໝາກຫຸ່ງ
45Canh củ dền thịt bămແກັງ ກູ ເຢ່ນ ທິດ ບຳແກງບິດລູດໃສ່ຊີ້ນບົດD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກກາງ – ໃຕ້
46Canh đậu đũaແກັງ ເດົ້າ ດົວແກງໝາກຖົ່ວຍາວ
47Cá chim nấu canh chuaກາ ຈິມ ເໜົາ ແກັງ ຈົວແກງປາກະພົງໃສ່ໝາກເລັ່ນ
48Bí đao thịt bămບີ ດາວ ທິດ ບຳແກງໝາກໂຕ່ນໃສ່ຊີ້ນບົດ
49Canh thịt bò cà chuaແກັງ ທິດ ບໍ່ ກ່າ ຈົວແກງຊີ້ນງົວໃສ່ໝາກເລັ່ນ
50Canh hếnແກັງ ເຫນແກງຫອຍກີ້
51Canh thịt bò rau rămແກັງ ທິດ ບໍ່ ເຢົາ ຢຳແກງຊີ້ນງົວໃສ່ຜັກແພວ
52Cá lóc khô nấu canh chuaກາ ລັອກ ໂຄ ເໜົາ ແກັງ ຈົວແກງສົ້ມປາຄໍ່ແຫ້ງ
53Canh măng chuaແກັງ ມັງ ຈົວແກງໜໍ່ໄມ້ສົ້ມ
54Canh nha đam nấu sườn, tômແກັງ ຍາ ດາມ ເໜົາ ເຊື່ອນ, ໂຕມແກງຫວ້ານຫາງແຂ້ໃສ່ກະດູກໝູ ແລະ ກຸ້ງ
55Canh gân bò chua cayແກັງ ເ-ກິນ ບໍ່ ຈົວ ໄກແກງສົ້ມເຜັດເອັນງົວ
56Canh chua đậu phụ cayແກັງ ຈົວ ເດົ້າ ຟຸ ໄກແກງສົ້ມເຜັດເຕົ້າຮູ້
57Canh tôm nấu mẻແກັງ ໂຕມ ເໜົາ ແມແກງກຸ້ງໃສ່ເຂົ້າສົ້ມ
58Canh chuối đậu phụແກັງ ຈວຍ ເດົ້າ ຟຸແກງກ້ວຍໃສ່ເຕົ້າຮູ້
59Canh ngó môn tôm thịtແກັງ ຫງໍ ໂມນ ໂຕມ ທິດແກງກ້ານເຜືອກໃສ່ກຸ້ງ ແລະ ຊີ້ນ
60Canh gà mướp đắngແກັງ -ກ່າ ເມືອບ ດັງແກງໄກ່ໃສ່ໝາກມະລະ
61Canh thập cẩmແກັງ ເທິບ ເກິມແກງລວມມິດ
62Canh rong biển thịt bòແກັງ ຢອງ ບຽນ ທິດ ບໍ່ແກງສາລ່າຍໃສ່ຊີ້ນງົວ
63Canh bắp chuối nấu sườn lợn, tômແກັງ ບັບ ຈວຍ ເໜົາ ເຊື່ອນ ເລິ້ນ, ໂຕມແກງໝາກປີໃສ່ກະດູກຂ້າງໝູ ແລະ ກຸ້ງ
64Canh chua đầu cá hồiແກັງ ຈົວ ເດົ່າ ກາ ໂຮ່ຍແກງສົ້ມຫົວປາແຊວມອນ
65Canh rau bíແກັງ ເຢົາ ບີແກງຍອດໝາກອຶ
66Canh cà chua trứngແກັງ ກ່າ ຈົວ ຈຶງແກງໄຂ່ໃສ່ໝາກເລັ່ນ
67Canh hoa thiênແກັງ ຮວາ ທຽນແກງດອກທຽນລີ້
68Canh rau đay tôm khôແກັງ ເຢົາ ໄດ ໂຕມ ໂຄແກງຜັກປໍໃສ່ກຸ້ງແຫ້ງ
69Canh bầu nấu hếnແກັງ ເບົ່າ ເໜົາ ເຫນແກງໝາກນ້ຳໃສ່ຫອຍກີ້
70Canh rau má thịt bămແກັງ ເຢົາ ໝາ ທິດ ບຳແກງຜັກໜອກໃສ່ຊີ້ນບົດ
ຕາຕະລາງ: ຄຳສັບກ່ຽວກັບປະເພດແກງໃນພາສາຫວຽດ
ຄຳສັບກ່ຽວກັບອາຫານປະເພດແກງໃນພາສາຫວຽດ
ຮູບປະກອບກັບອາຫານປະເພດແກງໃນພາສາຫວຽດ

ອົບເປັນອາຫານເມນູໜຶ່ງ, ວິທີການປຸງແຕ່ງແມ່ນໃສ່ວັດຖຸດິບ ຫຼື ສ່ວນປະກອບທີ່ຕ້ອງການ, ໃສ່ນໍ້າພໍປະມານ ແລະ ຕົ້ມໃນເວລາດົນ. ຕາຕະລາງລຸ່ມນີ້ແມ່ນບາງຄຳສັບກ່ຽວກັບອາຫານປະເພດອົບໃນພາສາຫວຽດ.

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Gà hầm thuốc bắcກ່າ ເຮິ່ມ ຖັວກ ບັກອົບໄກ່ໃສ່ຢາຈີນ
2Gà hầm hạt senກ່າ ເຮິ່ມ ຮາດ ແຊນອົບໄກ່ໃສ່ເມັດໝາກບົວ
3Xương bò hầm atisoເຊືອງ ບໍ່ ເຮິ່ມ ອາຕີໂຊອົບກະດູກງົວໃສ່ດອກອາຕີໂຊ
4Bồ câu hầm senໂບ່ ເກົາ ເຮິ່ມ ແຊນອົບນົກກາງແກໃສ່ເມັດໝາກບົວ
5Thịt dê hầm gừngທິດ ເຢ ເຮິ່ມ -ກຶ່ງອົບຊີ້ນແບ້ໃສ່ຂີງD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
6Vịt hầm bí trần bìວິດ ເຮິ່ມ ບີ ເຈິ່ນ ບີ່ອົບເປັດໃສ່ເປຶອກໝາກກ້ຽງນ້ອຍຕາກແຫ້ງ
7Gân bò hầmເ-ກິນ ບໍ່ ເຮິ່ມອົບເອັນງົວ
8Đuôi bò hầmດວຍ ບໍ່ ເຮິ່ມອົບຫາງງົວ
9Bắp bò hầmບັບ ບໍ່ ເຮິ່ມອົບຂາລາຍງົວ
10Bao tử hầmບາວ ຕື ເຮິ່ມອົບກະເພາະ
11Măng khô hầmມັງ ໂຄ ເຮິ່ມອົບໜໍ່ໄມ້ແຫ້ງ
ຕາຕະລາງ: ຄຳສັບກ່ຽວກັບອາຫານປະເພດອົບໃນພາສາຫວຽດ

ອາຫານປະເພດຈືນແມ່ນອາຫານທີ່ໃຊ້ວິທີການປຸງອາຫານດ້ວຍນ້ຳມັນ ຫຼື ໄຂມັນອື່ນໆເຊັ່ນ: ປາຈືນ, ເຂົ້າຈືນ, ເຕົ້າຮູ້ທອດ ແລະ ອື່ນໆ. ຕາຕະລາງລຸ່ມນີ້ແມ່ນຄຳສັບກ່ຽວກັບອາຫານປະເພດຈືນໃນພາສາຫວຽດ.

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Cơm chiên cuộn trứngເກີມ ຈຽນ ກ້ວນ ຈຶງເຂົ້າຈືນຫໍ່ໄຂ່
2Đuôi heo chiên mắmດວຍ ແຮວ ຈຽນ ໝຳຫາງໝູຈືນນ້ຳປາ
3Chiên chả giò hạt senຈຽນ ຈາ ຢໍ່ ຮາດ ແຊນຈືນແໜມເມັດໝາກບົວGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
4Cá chép chiên giònກາ ແຈັບ ຈຽນ ຢ່ອນປາໄນຈືນກອບGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
5Mực chiên giònມຶກ ຈຽນ ຢ່ອນປາມຶກຈືນກອບGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
6Trứng ránຈຶງ ຢານໄຂ່ຈືນ
7Trứng ốpຈຶງ ໂອບໄຂ່ດາວ
8Bánh bao chay chiênແບັງ ບາວ ໄຈ ຈຽນຊະລາເປົາຈືນ
9Chân giò rang muốiເຈິນ ຢໍ່ ຢາງ ໝວຍຂາໝູຈືນເກືອGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
10Tôm chiên khoai tâyໂຕມ ຈຽນ ຄວາຍ ເຕິຍກຸ້ງຈືນມັນຝຮັ່ງ
11Vịt chiên nước dừaວິດ ຈຽນ ເໜືອກ ເຢື່ອຈືນເປັດໃສ່ນ້ຳໝາກພ້າວD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
12Cơm rang dưa bòເກີມ ຢາງ ເຢືອ ບໍ່ເຂົ້າຜັດໃສ່ສົ້ມຜັກ ແລະ ຊີ້ນງົວD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
13Cơm rang thập cẩmເກີມ ຢາງ ເທິບ ເກິມເຂົ້າຜັດລວມມິດ
14Cơm rang hải sảnເກີມ ຢາງ ຫາຍ ສານເຂົ້າຜັດທະເລລວມ
15Cơm rang gà xé thập cẩmເກີມ ຢາງ ກ່າ ເສ ເທິບ ເກິມເຂົ້າຜັດໄກ່ຈີກລວມມິດ
16Gà chiên muối ớtກ່າ ຈຽນ ໝວຍ ເອິດຈືນໄກ່ເອືອບເກືອ-ໝາກເຜັດ
17Lưỡi vịt chiên sả ớtເຫຼືອຍ ວິດ ຈຽນ ສາ ເອິດຈືນລີ້ນເປັດໃສ່ຫົວສີໄຄໝາກເຜັດ
18Đùi gà chiên mật ongດຸ່ຍ ກ່າ ຈຽນ ເມິດ ອອງຈືນຂາໄກ່ໃສ່ນ້ຳເຜິ້ງ
19Nem ránແນມ ຢານຢໍ່ຈືນ
ຕາຕະລາງ: ຄຳສັບກ່ຽວກັບອາຫານປະເພດຈືນ
ຄຳກັບກ່ຽວກັບອາຫານປະເພດທອດ ຫຼື ຈືນໃນພາສາຫວຽດ
ຄຳກັບກ່ຽວກັບອາຫານປະເພດຈືນໃນພາສາຫວຽດ

​ຂົ້ວ​ແມ່ນອາຫານປະເພດ​ປຸງ​ແຕ່ງ​ໂດຍການໃຊ້ນ້ຳມັນ​​ໜ້ອຍ​ໜຶ່ງ ຫຼື ນ້ຳ​ມັນໃນ​ໝໍ້​ຮ້ອນ​ພ້ອມ​ເຄື່ອງ​ເທດ ແລະ ວັດຖຸດິບ ແລ້ວຄົນໃຫ້ເຂົ້າກັນ. ຄົນຫວຽດ​ມັກ​ແຕ່ງເພື່ອກິນ​​ກັບ​ເຂົ້າ ແລະ ເປັນຂອງແກ້ມ. ຕາຕະລາງລຸ່ມນີ້ແມ່ນຄຳສັບສັບກ່ຽວກັບອາຫານປະເພດຂົ້ວໃນພາສາຫວຽດ.

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Lòng lợn xào dưaລ່ອງ ເລິນ ຊ່າວ ເຢືອຂົ້ວເຄື່ອງໃນໝູໃສ່ສົ້ມຜັກD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
2Rau muống xào thịt bòເຢົາ ໝວງ ຊ່າວ ທິດ ບໍ່ຂົ້ວຜັກບົ້ງໃສ່ຊີ້ນງົວ
3Ếch xào sả ớtແອັກ ຊ່າວ ສາ ເອິດຜັດເຜັດກົບ
4Rau má xào thịt bòເຢົາ ໝາ ຊ່າວ ທິດ ບໍ່ຂົ້ວຜັກໜອກໃສ່ຊີ້ນງົວ
5Khoai tây xào lòng gàຄວາຍ ເຕີຍ ຊ່າວ ລ່ອງ -ກ່າຂົ້ວມັນຝຣັ່ງໃສ່ເຄື່ອງໃນໄກ່
6Dạ dày xào rau rămຢະ ໄຢ່ ຊ່າວ ເຢົາ ຢຳຂົ້ວກະເພາະໃສ່ຜັກແພວD, r ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
7Mướp đắng xào trứngເໜືອບ ດັງ ຊ່າວ ຈຶງຂົ້ວໝາກໄສ່ໃສ່ໄຂ່
8Đậu phụ xào trứngເດົ້າ ຟຸ ຊ່າວ ຈຶງຂົ້ວເຕົ້າຮູ້ໃສ່ໄຂ່
9Dưa cải chua xào trứngເຢືອ ກາຍ ຈົວ ຊ່າວ ຈຶງຂົ້ວສົ້ມຜັກກາດໃສ່ໄຂ່D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
10Lòng bò xào khế chuaລ່ອງ ບໍ່ ຊ່າວ ເຂ ຈົວຂົ້ວເຄື່ອງໃນງົວໃສ່ໝາກເຟືອງສົ້ມ
11Mì xào bòມີ່ ຊ່າວ ບໍ່ຂົ້ວໝີ່ໃສ່ຊີ້ນງົວ
12Nấm rơm xào thịt bòເໜິມ ເຢີມ ຊ່າວ ທິດ ບໍ່ຂົ້ວເຫັດເຟືອງໃສ່ຊີ້ນງົວ
13Bông bí xào tômບົງ ບີ ຊ່າວ ໂຕມຂົ້ວດອກໝາກອຶໃສ່ກຸ້ງ
14Măng xào thịt bòມັງ ຊ່າວ ທິດ ບໍ່ຂົ້ວໜໍ່ໄມ້ໃສ່ຊີ້ນງົວ
15Ếch xào lá lốt, tía tôແອັກ ຊ່າວ ຫຼາ ລົດ, ເຕຍ ໂຕຜັດກົບໃສ່ໃບອີເລີດ ແລະ ຫອມເຫືອດ
16Mướp xào giá đỗເໝືອ ຊ່າວ ຢາ ໂດຂົ້ວໝາກບວບໃສ່ຖົ້ວງອກGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
ຕາຕະລາງ: ຄຳສັບກ່ຽວກັບອາຫານປະເພດຂົ້ວໃນພາສາຫວຽດ
ຄຳສັບກ່ຽວກັບອາຫານປະເພດຂົ້ວໃນພາສາຫວຽດ
ຄຳສັບກ່ຽວກັບອາຫານປະເພດຂົ້ວໃນພາສາຫວຽດ

ອາຫານປະເພດຮຸ່ມເອີ້ນອິກຊື່ໜື່ງວ່າຕົ້ມເຄັມແມ່ນປະເພດອາຫານທີ່ນິຍົມໃນຫວຽດນາມ, ໃນການປຸງອາຫານແມ່ນປຸງແຕ່ງດ້ວຍເຄື່ອງປຸງທີ່ເຂັ້ມຂຸ້ນໂດຍຜ່ານການຮຸ່ມ ຫຼື ຄ່ອຍໆໃຫ້ນ້ຳແຫ້ງ . ຂັ້ນຕອນການຮຸ່ມແມ່ນເອືອບວັດຖຸດິບ ເຊັ່ນ: ຊີ້ນ, ປາ, ກຸ້ງ, ຫຼື ຜັກ ດ້ວຍໃສ່ເຄື່ອງເທດເຊັ່ນ: ນໍ້າປາ, ນໍ້າຕານ, ຜັກທຽມ, ຜັກບົ່ວ, ແລະ ພິກໄທ. ການປຸ່ງແຕ່ງອາຫານດ້ວຍການຮຸ່ມມີສອງປະເພດຄື:

+ ການຮຸ່ມ ຫຼື ຕົ້ມເຄັມຈົນນ້ຳແຫ້ງ/ບົກ: ການຮຸ່ມຈົນກວ່ານ້ຳໃນໝໍ້ຈະແຫ້ງ ແລະ ດູດຊຶມເຂົ້າໃນວັດຖຸດິບເຮັດໃຫ້ມີລົດຊາດທີ່ເຂັ້ມຂຸ້ນ.

+ ການຮຸ່ມ ຫຼື ຕົ້ມເຄັມທີ່ມີນ້ຳຫຼາຍ: ແມ່ນການປຸງແຕ່ງດ້ວຍໃຫ້ມີນ້ຳຫຼາຍ ແລະ ມີລົດຊາດທີ່ເຂັ້ມຂຸ້ນ.

ອາຫານປະເພດຮຸ່ມ ຫຼື ຕົ້ມເຄັມຈະມີຢູ່ໃນແຕ່ລະຄາບອາຫານຂອງຄົນຫວຽດເນື່ອງຈາກມີລົດຊາດທີ່ເຂັ້ມຂຸ້ນ ແລະ ງ່າຍຕໍ່ການກິນກັບເຂົ້າ. ດັ່ງລຸ່ມນີ້ແມ່ນຄຳສັບກ່ຽວກັບອາຫານປະເພດຮຸ່ມ ຫຼື ຕົ້ມເຄັມໃນພາສາຫວຽດ.

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Cá ngừ kho tiêuກາ ງື່ ຄໍ ຕຽວຕົ້ມເຄັມປາທູໃຫຍ່ໃສ່ພິກໄທ
2Thịt khoທິດ ຄໍຕົ້ມເຄັມຊີ້ນ
3Gà kho trứng cútກ່າ ຄໍ ຈຶງ ກຸດຕົ້ມເຄັມໄກ່ໃສ່ໄຂ່ນົກກະທາ
4Sườn lợn kho dứaເຊື່ອນ ເລິນ ຄໍ ເຢືອຕົ້ມເຄັມກະດູກຂ້າງໝູໃສ່ໝາກນັດD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
5Cá quả kho sảກາ ກວາ ຄໍ ສາຕົ້ມເຄັມປາໂດໃສ່ຫົວສີໄຄ
6Cá rô kho riềngກາ ໂຢ ຄໍ ຢ່ຽງຕົ້ມເຄັມປາເຂັງໃສ່ຂ່າ
7Vịt kho tiêu, sả, ớtວິດ ຄໍ ຕຽວ, ສາ, ເອີດຕົ້ມເຄັມເປັດໃສ່ພິກໄຄ, ຫົວສີໄຄ ແລະ ໝາກເຜັດ
8Cá thu kho gừngກາ ທູ ຄໍ ກຶ່ງຕົ້ມເຄັມປາທູໃສ່ຂີງ
ຕາຕະລາງ: ຄຳສັບກ່ຽວກັບອາຫານປະເພດຮຸ່ມໃນພາສາຫວຽດ

ການປຸ່ງແຕ່ງອາຫານດ້ວຍວິທີ​ໜື້ງ​ແມ່ນ​ການປຸງແຕ່ງ​ທີ່​ໃຊ້​ອາຍ​ຮ້ອນ​ເພື່ອ​ປຸງ​ແຕ່ງ​ອາຫານ​ໂດຍ​ກົງ. ອາຫານປະເພດໜື້ງຈະຍັງຄົງຮັກສາໂພຊະນາການ, ຄວາມສົດ ແລະ ລົດຊາດຂອງຕົ້ນສະບັບອາຫານໄດ້ດີ. ດັ່ງລຸ່ມນີ້ແມ່ນຄຳສັບກ່ຽວກັບອາຫານປະເພດໜື້ງໃນພາສາຫວຽດ:

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Gà hấp muốiກາ ເຫິບ ໝວຍໜື້ງໄກ່ໃສ່ເກືອ
2Tôm biển hấp sảໂຕມ ບຽນ ເຫິບ ສາໜື້ງກຸ້ງໃສ່ຫົວສີໄຄ
3Đậu bắp hấp xì dầuເດົ້າ ບັບ ເຫິບ ຊິ່ ເຢົ່າໜື້ງດອກກະຈຽບໃສ່ສະອິວD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
4Chân gà hấp rau rămເຈິນ ກ່າ ເຫິບ ເຢົາ ຢຳໜື້ງຕີນໄກ່ໃສ່ຜັກແພວ
5Thịt lợn hấp gừngທິດ ເລິນ ເຫິບ ກຶ່ງໜື້ງຊີ້ນໝູໃສ່ຂີງ
6Ốc hấp sảອົກ ເຫິບ ສາໜື້ງຫອຍໃສ່ຫົວສີໄຄ
7Pa-tê gan ngỗngປາ-ເຕ ການ ຫງົງປາເຕ້ຕັບຫານ
8Nghêu hấp gừngເງວ ເຫິບ ກຶ່ງໜື້ງຫອຍກີ້ໃສ່ຂີງ
9Trứng hấp lá mơຈື໊ງ ເຫິ້ບ ລ໊າ ເມີໜື້ງໄຂ່ໃສ່ໃບເມີ
10Bê hấp gừngເບ ເຫິບ ກຶ່ງໜຶ້ງຊີ້ນງົວນ້ອຍໃສ່ຂີງ
11Cá hồi hấp chanhກາ ໂຮ່ຍ ເຫິບ ແຈັງໜື້ງປາແຊນມອນໝາກນາວ
12Bề bề hấp sảເບ່ ເບ່ ເຫິບ ສາໜື້ງກັ້ງໃສ່ຫົວສີໄຄ
13Chân giò hấp biaເຈິນ ຢໍ່ ເຫິບ ເບຍໜື້ງຂາໝູໃສ່ເບຍGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
14Cá chắm hấp biaກາ ຈຳ ເຫິບ ເບຍໜື້ງປາໂຄດໃສ່ເບຍ
15Mực hấp biaມຶກ ເຫິບ ເບຍໜື້ງປາມຶກໃສ່ເບຍ
ຕາຕະລາງ: ຄຳສັບກ່ຽວກັບອາຫານປະເພດໜື້ງໃນພາສາຫວຽດ

ອາຫານປະເພດປີ້ງ ຫຼື ຢ້າງແມ່ນອາຫານທີ່ປຸງແຕ່ງໂດຍການປີ້ງອາຫານໃສ່ເຕົາໄຟ ຫຼື ໃນເຕົາອົບ. ການປີ້ງຈະ​​ຊ່ວຍ​ໃຫ້​ອາ​ຫານ​ສຸກ​ເທົ່າ​ກັນ​, ເຮັດໃຫ້​ດ້ານ​ນອກກອບ ແລະ​ ມີສີສັນ​ທີ່ໜ້າ​ດຶງ​ດູດ​​. ອາຫານປະເພດປີ້ງມັກຈະມີກິ່ນຫອມທີ່ເປັນເອກະລັກ ແລະ ມີລົດຊາດທີ່ແຊບ. ອາຫານປະເພດປີ້ງຢ້າງທີ່ນິຍົມມາມີ: ປີ້ງຊີ້ນ, ປີ້ງໄກ່, ອາຫານທະເລປີ້ງ, ແລະ ຜັກປີ້ງ. ອາຫານປະເພດປີ້ງຢ້າງແມ່ນເປັນທີ່ນິຍົມໃນງານລ້ຽງ ຫຼື ພົບປະສ້າງສັນໃນຄອບຄົວ ແລະ ໝູ່ເພື່ອນ. ດັ່ງລຸ່ມນີ້ແມ່ນຄຳສັບກ່ຽວກັບອາຫານປະເພດປີ້ງຢ້າງໃນພາສາຫວຽດ:

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Hàu nướng mỡ hànhເຮົ່າ ເໜືອງ ເໝີ ແຮັ່ງປີ້ງຫອຍນາງລົມໃສ່ໃບຜັກບົວ
2Vịt nướng luວິດ ເໜືອງ ລູຢ້າງເປັດໃສ່ໃນໄຫ
3Cá chim nướng giấy bạcກາ ຈິມ ເໜືອງ ເຢິຍ ບາກປີ້ງປະກະພົງໃສ່ໃນເຈ້ຍຊືນGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
4Cà tím nướng phô maiກ່າ ຕິມ ເໜືອງ ໂຟ ມາຍປີ້ງໝາກເຂືອໃສ່ເນີຍແຂງ(ຊິສ)
5Cá quả nướng ống treກາ ກວາ ເໜືອງ ອົງ ແຈປີ້ງປາໂດໃສ່ໃນລຳໄມ້ໄຜ່
6Tôm càng xanh nướng phô maiໂຕມ ກ່າງ ແຊັງ ເໜືອງ ໂຟ ມາຍປີ້ງກຸ້ງກ້າມໃຫຍ່ໃສ່ເນີຍແຂງ(ຊິສ)
7Xúc xích nướngສຸກ ສິກ ເໜືອງປີ້ງໄສ້ກອກ
8Cá trê nướngກາ ເຈ ເໜືອງປີ້ງປາດຸກ
9Măng tây nướng tỏiມັງ ເຕິຍ ເໜືອງ ຕອຍປີ້ງໜໍ່ໄມ້ຝະລັ່ງໃສ່ກະທຽມ
10ếch nướng mật ongແອັກ ເໜືອງ ເມິດ ອອງປີ້ງກົບໃສ່ນ້ຳເຜິ້ງ
11Đùi gà nướng bơ tỏiດຸ່ຍ ກ່າ ເໜືອງ ເບີ ຕອຍປີ້ງຂາໄກ່ໃສ່ເນີຍກະທຽມ
12Thịt xiên nướngທິດ ຊຽນ ເໜືອງປີ້ງຊີ້ນສຽບໄມ້(ປີ້ງຊີ້ນ)
13Mực nướngມຶກ ເໜືອງປີ້ງປາມຶກ
14Cá rô nướngກາ ໂຢ ເໜືອງປີ້ງປາເຂັງ
15Gà nướngກາ ເໜືອງປີ້ງໄກ່
16Nem nướngແນມ ເໜືອງປີ້ງແນມ
17Vú dê nướngວູ ເຢ ເໜືອງປີ້ງນົມແບ້D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
18Vú heo nướngວູ ແຮວ ເໜືອງປີ້ງນົມໝູ
19Tôm nướngໂຕມ ເໜືອງປີ້ງກຸ້ງ
20Lợn quayເລິນ ກວາຍໝູປິ່ນ
21Trâu nướng lá lốtເຈົາ ເໜືອງ ຫຼາ ໂຫຼດປີ້ງຊີ້ນໃສ່ໃບອີ່ເລີດ
ຕາຕະລາງ: ຄຳສັບກ່ຽວກັບອາຫານປະເພດປີ້ງໃນພາສາຫວຽດ
ຄຳສັບກ່ຽວກັບການອາຫານປະເພດປີ້ງ-ຢ້າງໃນພາສາຫວຽດ
ຄຳສັບກ່ຽວກັບການອາຫານປະເພດປີ້ງ-ຢ້າງໃນພາສາຫວຽດ

ຄືທີ່ພວກເຮົາຮູ້, ການເຮັດອາຫານປະເພດນີ້, ເຮົາມັກຈະເອົາໝໍ້ຕົ້ມນ້ຳຄ້າງໃສ່ເຕົາ, ຫຼັງຈາກນ້ຳເດືອດໃຜຢາກກິນຫຍັງກໍ່ຈຸ່ມລົງ, ວັດຖຸດິບຈະປະກອບມີ: ຊີ້ນ, ປາ, ອາຫານທະເລ, ຜັກ ແລະ ເຫັດລົງໃສ່ໝໍ້ແລ້ວຖ້າມັນສຸກ. ນ້ຳຊຸບຂອງສຸກີ້ສາມາດເຮັດຈາກສ່ວນປະກອບທີ່ແຕກຕ່າງກັນ, ເຮັດໃຫ້ລົດຊາດກົມກ່ອມ ແລະ ມີລົດຊາດທີ່ຫຼາກຫຼາຍ. ຄົນຫວຽດກໍ່ມັກກິນສຸກີ້ໝໍ້ຮ້ອນຄືກັບຄົນລາວ, ໂດຍສະເພາະຕອນອາກາດເຢັນ. ດັ່ງລຸ່ມນີ້ແມ່ນຄຳສັບກ່ຽວກັບອາຫານປະເພດສຸກີ້ໃນພາສາຫວຽດ:

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Lẩu gà chanh ớtເຫຼົາ ກ່າ ແຈັງ ເອິດສຸກີ້ໄກ່ໃສ່ໝາກນາວ ແລະ ໝາກເຜັດ
2Lẩu ếch chuối đậuເຫຼົາ ແອັກ ຈວຍ ເດົ້າສຸກີ້ກົບໃສ່ໝາກປີ ແລະ ເຕົ້າຮູ້
3Lẩu hải sảnເຫຼົາ ຫາຍ ສາສຸກີ້ທະເລ
4Lẩu bạch tuộc chua cayເຫຼົາ ແບັກ ຕວັກ ຈົວ ໄກສຸກີ້ປາມຶກຍັກສົ້ມເຜັດ
5Lẩu bòເຫຼົາ ບໍ່ສຸກີ້ງົວ
6Lẩu cá lăngເຫຼົາ ກາ ລັງສຸກີ້ປາກົດ
7Lẩu lòng bòເຫຼົາ ລ່ອງ ບໍ່ສຸກີ້ເຄື່ອງໃນງົວ
8Lẩu nướngເຫຼົາ ເໜືອງສຸກີ້ປີ້ງຢ້າງ
9Lẩu vịtເຫຼົາ ວິດສຸກີ້ເປັດ
10Lẩu mựcເຫຼົາ ມຶກສຸກີ້ປາມຶກ
11Lẩu cuaເຫຼົາ ກົວສຸກີ້ກະປູ
12Lẩu cháoເຫຼົາ ຈາວສຸກີ້ເຂົ້າປຽກ
ຕາຕະລາງ: ຄຳສັບກ່ຽວກັບອາຫານປະເພດສຸກີ້ໃນພາສາຫວຽດ
ຄຳສັບກ່ຽວກັບອາຫານປະເພດສຸກີ້ໃນພາສາຫວຽດ
ຄຳສັບກ່ຽວກັບອາຫານປະເພດສຸກີ້ໃນພາສາຫວຽດ

ອາຫານປະເພດກ້ອຍ ຫຼື ຍຳແມ່ນມີວິທີປຸງໂດຍການຄົນໃຫ້ເຂົ້າກັນ ອາຫານແຕ່ລະຊະນິດມີລົດຊາດທີ່ແຕກຕ່າງກັນໄປ:
ອາຫານປະເພດກ້ອຍ ຫຼື ຍຳແມ່ນອາຫານພື້ນເມືອງຂອງຫວຽດນາມ. ອາຫານປະເພດນີ້ໄດ້ປຸ່ງແຕ່ງໂດຍການປະສົມສ່ວນປະສົມເຂົ້າກັນເຊັ່ນ: ໝາກຫຸ່ງຊອຍເປັນເສັ້ນ, ຊີ້ນ, ກຸ້ງ ຫຼື ປາ, ແລ້ວຄົນໃສ່ກັບນ້ຳປາປົນກັບໝາກເຜັດ, ນ້ຳໝາກນາວ ເພື່ອເຮັດໃຫ້ລົດຊາດມີຄວາມຫວານ ແລະ ສົ້ມ. ອາຫານປະເພດກ້ອຍ ຫຼື ຍຳມັກກິນກັບເຂົ້າຂຽບກຸ້ງ ຫຼື ແຜ່ນຢໍ່.

ອາຫານປະເພດສະຫຼັດແມ່ນມີອິດທິຜົນມາຈາກເອີຣົບ ແລະ ໄດ້ກາຍເປັນອາຫານທີ່ນິຍົມກັນທົ່ວໂລກ. ສ່ວນປະກອບຂອງສະຫຼັດປົກກະຕິແລ້ວປະກອບມີ ຜັກສະຫຼັດ, ໝາກໄມ້, ຜັກ, ຊີ້ນ ຫຼື ອາຫານທະເລມາປະສົມກັບຊອດເຊັ່ນ: ນ້ຳສົ້ມສາຍຊູ ແລະ mayonnaise. ສະຫຼັດແມ່ນມັກຈະຈັດເປັນອາຫານວ່າງ ຫຼື ອາຫານຫຼັກໃນທາງຕາເວັນຕົກ. ດັ່ງລຸ່ມນີ້ແມ່ນຄຳສັບກ່ຽວກັບອາຫານປະເພດກ້ອຍ (ຍຳ) ແລະ ສະຫຼັດ ໃນພາສາຫວຽດ:

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Gỏi gà xé phayກອຍ ກ່າ ແສ ໄຟຍຳໄກ່ຈີກ
2Nộm đu đủ Lào/Tháiໂນ້ມ ດູ ດູ່ ລ່າວ/ທາຍຕຳໝາກຫຸ່ງລາວ/ໄທ
3Gỏi mướp đắng tôm, thịtກອຍ ເໝືອບ ດັງ ໂຕມ, ທິດຍຳໝາກໄສໃສ່ກຸ້ງ, ຊີ້ນ
4Nộm sứa hoa chuốiໂນ້ມ ເສືອ ຮວາ ຈວຍຍຳແມງກະພຸນໃສ່ໝາກປີ
5Gỏi chân gà rút xươngກອຍ ເຈິນ ກ່າ ຢູດ ເຊືອງຍຳຕີນໄກ່ບໍ່ມີກະດູກ
6Gỏi củ hũ dừa hải sảnກອຍ ກູ ຫູ ເຢື່ອ ຫາຍ ສານຍຳຍອດໝາກພ້າວໃສ່ເຄື່ອງທະເລD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
7Gỏi bắp chuối thịt heoກອຍ ບັບ ຈວຍ ທິດ ແຮວຍຳໝາກປີໃສ່ຊີ້ນໝູ
8Nộm bò tài chanhໂນ້ມ ບໍ່ ຕ່າຍ ແຈັງຍຳຊີ້ນງົວສຸກດິບ
9Nộm gà đu đủໂນ້ມ ກ່າ ດູ ດູ່ຍຳໄກ່ໃສ່ໝາກຫຸ່ງ
10Nộm rau muốngໂນ້ມ ເຢົາ ໝວງຍຳຜັກບົ້ງ
11Salad đậu Hà Lanຊາລາດ ເດົ້າ ຮ່າ ລານສາຫຼັດຖົ່ວລັນເຕົາ
12Salad nui trộnຊາລາດ ນຸຍ ໂຈ້ນສາຫຼັດພາສຕາລວມ
13Salad xà lách trộn chayຊາລາດ ຊ່າ ແລັກ ໂຈ້ນ ໄຈສາຫຼັດເຈຜັກສາຫຼັດ
14Salad táo tươiຊາລາດ ຕາວ ເຕືອຍສາຫຼັດໝາກແອັບເປີ້ນສົດ
15Salad dưa chuột, cà chua, sốt mayonnaiseຊາລາດ ເຢືອ ຈວດ, ກ່າ ຈົວ, ສົດ ມາຍອງເນດສາຫຼັດໝາກແຕງ, ໝາກເລັ່ນ, ຊອສມາຍອງເນດD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
ຕາຕະລາງ: ຄຳສັບກ່ຽວກັບອາຫານປະເພດກ້ອຍ (ຍຳ) ແລະ ສາຫຼັດໃນພາສາຫວຽດ
ຄຳສັບກ່ຽວກັບອາຫານປະເພດກ້ອຍ ( ຍຳ ) ແລະ ສາຫຼັດໃນພາສາຫວຽດ
ຄຳສັບກ່ຽວກັບອາຫານປະເພດກ້ອຍ ( ຍຳ ) ແລະ ສາຫຼັດໃນພາສາຫວຽດ

ອາຫານປະເພດເຝີ ຫຼື ເຂົ້າປຸ້ນແມ່ນອາຫານທີ່ມີນ້ຳຊຸບເປັນສ່ວນປະກອບຫຼັກ, ມັກຈະປຸງນ້ຳຊຸບດ້ວຍກະດູກ, ຊີ້ນ ຫຼື ຜັກເພື່ອເຮັດໃຫ້ລົດຊາດມີຄວາມເຂັ້ມຂຸ້ນ ແລະ ເພີ່ມສານອາຫານໃຫ້ຄົບ. ຢູ່​ຫວຽດ​ນາມມີອາ​ຫານປະເພດທີ່ມີນ້ຳຫຼາກຫຼາຍ​ ແລະ ຄົນ​ຫວຽດ​ມັກ​ກິນ​ອາ​ຫານ​ເຫຼົ່າ​ນີ້​ໃນ​ແຕ່​ລະ​ເຊົ້າ, ພິ​ເສດ​ແມ່ນເຝີ. ຖ້າ​ຫາກ​ທ່ານ​ໄດ້​ມີ​ໂອ​ກາດ​ໄປ​ຮຽນ​ ​ຫຼື​ ​ໄປທ່ອງທ່ຽວ​ຫວຽດ​ນາມ​, ທ່ານ​ຄວນ​ລອງຊິມ​ອາ​ຫານ​ເຫຼົ່ານີ້. ດັ່ງລຸ່ມນີ້ແມ່ນຄຳສັບກ່ຽວກັບອາຫານປະເພດທີ່ມີນ້ຳໃນພາສາຫວຽດ:

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Phở bòເຝີ ບໍ່ເຝີງົວ
2Phở bò táiເຝີ ບໍ່ ຕາຍເຝີຊີ້ນງົວສຸກດິບ
3Phở gàເຝີ ກ່າເຝີໄກ່
4Bún bò Huếບູນ ບໍ່ ເຫວ້ເຂົ້າປູ້ນຊີ້ນງົວເຫວ້
5Bún gàບູນ ກ່າເຂົ້າປູ້ນໄກ່
6Bún cáບູນ ກາເຂົ້າປູ້ນປາ
7Bún ốcບູນ ອົກເຂົ້າປູ້ນຫອຍ
8Bún chảບູນ ຈາເຂົ້າປູ້ນລູກຊີ້ນ (ເຂົ້າປູ້ນຈ່າ)
9Bún riêu cuaບູນ ຢຽວ ຈົວເຂົ້າປູ້ນແກງສົ້ມກະປູ
10Bún mọcບູນ ມອກເຂົ້າປູ້ນລູກຊີ້ນ
11Bún măng giò heoບູນ ມັງ ຢໍ່ ແຮ່ວເຂົ້າປູ້ນໜໍ່ໄມ້,ຢໍ່ໝູGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
12Bún vịtບູນ ວິດເຂົ້າປູ້ນເປັດ
13Bún sườn bòບູນ ເຊື່ອນ ບໍ່ເຂົ້າປູ້ນກະດູກງົວ
14Bún hải sảnບູນ ຫາຍ ສານເຂົ້າປູ້ນທະເລ
15Hủ tiếuຫູ ຕຽວເຝີ
ຕາຕະລາງ: ຄຳສັບກ່ຽວກັບອາຫານປະເພດເປັນນ້ຳໃນພາສາຫວຽດ
ຄຳສັບກ່ຽວກັບອາຫານປະເພດເປັນນ້ຳໃນພາສາຫວຽດ

ເຂົ້າປຽກແມ່ນອາຫານປະເພດໜຶ່ງທີ່ມັກເຮັດຈາກເຂົ້າ ຫຼື ເມັດທັນຍາພືດອື່ນໆ, ປະສົມກັບນ້ຳ ແລະ ສ່ວນປະກອບອື່ນໆເຊັ່ນ: ຊີ້ນ, ປາ, ຜັກ ແລະ ຫົວຜັກ. ເຂົ້າປຽກສາມາດປຸງແຕ່ງໃຫ້ແຫຼວ ຫຼື ຂຸ້ນຂື້ນກັບຄວາມມັກ ແລະ ວິທີການປຸງແຕ່ງຂອງແຕ່ລະຄົນ. ເຂົ້າປຽກ​ແມ່ນ​​ອາ​ຫານ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຫຼາຍໃນ​ທະວີບ​ອາຊີ, ເປັນຕົ້ນ​ແມ່ນ​ຫວຽດນາມ. ເຂົ້າປຽກມັກຈະເປັນອາຫານເຊົ້າ, ອາຫານວ່າງ ຫຼື ໃນເວລາທີ່ຄົນເຈັບຕ້ອງການອາຫານທີ່ຍ່ອຍງ່າຍ. ດັ່ງລຸ່ມນີ້ແມ່ນຄຳສັບບາງຄຳສັບກ່ຽວກັບເຂົ້າປຽກໃນພາສາຫວຽດ:

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Cháo gà tía tôຈາວ ກ່າ ເຕຍ ໂຕເຂົ້າປຽກໄກ່ໃສ່ໃບສີອິດ(ຫອມເຫືອດ)
2Cháo lưỡi lợnຈາວ ເຫຼືອຍ ເລິນເຂົ້າປຽກລີ້ນໝູ
3Cháo tim bòຈາວ ຕິມ ບໍ່ເຂົ້າປຽກຫົວໃຈງົວ
4Cháo củ cải trắngຈາວ ກູ ກາຍ ຈັງເຂົ້າປຽກຫົວຜັກກາດຂາວ
5Cháo lươnຈາວ ເລືອນເຂົ້າປຽກອ່ຽນ
6Cháo gan lợnຈາວ ການ ເລິນເຂົ້າປຽກຕັບໝູ
7Cháo cáຈາວ ກາເຂົ້າປຽກປາ
8Cháo thịt bò hạt senຈາວ ທິດ ບໍ່ ຫາດ ແຊນເຂົ້າປຽກຊີ້ນງົວໃສ່ເມັດໝາກບົວ
9Cháo cua bí đỏຈາວ ກົວ ບີ ດໍເຂົ້າປຽກປູໃສ່ໝາກອຶ
10Cháo chân giò cà rốtຈາວ ເຈິນ ຢໍ່ ກ່າ ໂຢດເຂົ້າປຽກຂາໝູໃສ່ກາຣົດGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
11Cháo tôm khoai langຈາວ ໂຕມ ຄວາຍ ລາງເຂົ້າປຽກກຸ້ງໃສ່ມັນດ້າງ
12Cháo chim bồ câuຈາວ ຈິມ ໂບ່ ເກົາເຂົ້າປຽກນົກກາງແກ
13Cháo thịt băm tía tôຈາວ ທິດ ບຳ ເຕຍ ໂຕເຂົ້າປຽກຊີ້ນບົດໃສ່ໃບສີອິດ(ຫອມເຫືອດ)
14Cháo lòngຈາວ ລ່ອງເຂົ້າປຽກເຄື່ອງໃນ
15Cháo chim cútຈາວ ຈິມ ກູດເຂົ້າປຽກນົກກະທາ
16Cháo hànhຈາວ ແຮັ່ງເຂົ້າປຽກໃບຜັກບົວ
17Cháo sườn sụnຈາວ ເຊື່ອນ ຊຸນເຂົ້າປຽກກະດູກອ່ອນ
18Cháo vịtຈາວ ວິດເຂົ້າປຽກເປັດ
19Cháo dê đậu xanhຈາວ ເຢ ເດົ້າ ແຊັງເຂົ້າປຽກແບ້ໃສ່ຖົ່ວຂຽວD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
20Cháo ếchຈາວ ແອັກເຂົ້າປຽກກົບ
ຕາຕະລາງ: ຄຳສັບກ່ຽວກັບເຂົ້າປຽກໃນພາສາຫວຽດ
ຄຳສັບກ່ຽວກັບເຂົ້າປຽກໃນພາສາຫວຽດ
ຄຳສັບກ່ຽວກັບເຂົ້າປຽກໃນພາສາຫວຽດ

ອາຫານວ່າງແມ່ນອາຫານເບົາໆ, ມັກຈະກິນລະຫວ່າງຖ້າອາຫານຫຼັກເພື່ອເສີມພະລັງງານ ຫຼື ພຽງແຕ່ກິນເພື່ອຄວາມເພີດເພີນ. ອາຫານເຫຼົ່ານີ້ມັກຈະມີລົດຊາດທີ່ໜ້າດຶງດູດ, ກິນງ່າຍ ແລະ ບໍ່ເຮັດໃຫ້ເກີດຄວາມເບື່ອໜ່າຍ. ອາຫານວ່າງເປັນທີ່ນິຍົມຍ້ອນມີຫຼາກຫຼາຍ ແລະ ສະດວກສະບາຍຕໍ່ການກິນ. ດັ່ງລຸ່ມນີ້ແມ່ນຄຳສັບບາງຄຳສັບກ່ຽວກັບອາຫານກິນຫຼິ້ນ ຫຼື ອາຫານວ່າງໃນພາສາຫວຽດ:

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Bánh tráng trộnແັບງ ຈາງ ໂຈ້ນຍຳເຂົ້າຂຽບ
2Bắp xào tépບັບ ຊ່າວ ແຕບສາລີຂົ້ວກຸ້ງນ້ອຍ
3Chân gà ngâm sả tắcເຈິນ ກ່າ ເງິມ ສາ ຕັກຕີນໄກ່ດອງຫົວສີໄຄ
4Bánh chuối chiênແບັງ ຈວຍ ຈຽນເຂົ້າໝົມກ້ວຍທອດ
5Cá viên chiênກາ ວຽນ ຈຽນທອດລູກຊີ້ນປາ
6Da heo chiên mắmຢາ ແຮວ ຈຽນ ມຳໜັງໝູທອດນ້ຳປາD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
7Rong biển cháy tỏiຢອງ ບຽນ ໄຈ ຕອຍສາລ່າຍທອດກະທຽມ
8Bánh tráng nướngແບັງ ຈາງ ເໜືອງເຂົ້າຂຽບປີ້ງ
9Bánh mỳ nướng muối ớtແບັງ ມີ່ ເໜືອງ ເອີດປີ້ງເຂົ້າຈີ່ໃສ່ເກືອໝາກເຜັດ
10Bánh cayແບັງ ໄກເຂົ້າໝົມຜັດ
11Nộm bò khôໂນ້ມ ບໍ່ ໂຄຍຳຊີ້ນງົວແຫ້ງ
12Sụn gà rang muốiຊຸນ ກ່າ ຢາງ ມວຍກະດູກອ່ອນໄກ່ຂົ້ວເກືອ
13Xoài lắcຊວ່າຍ ຫຼັກໝາກມ່ວງຂະເຍົ່າ
14Bánh tômແບັງ ໂຕມກຸ້ງຊູບແປ້ງທອດ
15Mực rim meມຶກ ຢິມ ແມມຶກອ່ອມນ້ຳໝາກຂາມ
16Khoai lang queຄວາຍ ລາງ ແກມັນດ້າງທອດ
17Chuối nướngຈວຍ ເໜືອງກ້ວຍປີ້ງ
18Trứng vịt lộnຈຶງ ວິດ ໂລ້ນໄຂ່ລູກເປັດ(ໄຂ່ລູກ)
19Trứng cút lộnຈຶງ ກູດ ໂລ້ນໄຂ່ລູກນົກກະທາ(ໄຂ່ລູກ)
20Phở cuốnເຝີ ກວນເຝີມ້ວນ
ຕາຕະລາງ: ຄຳສັບກ່ຽວກັບອາຫານກິນຫຼິ້ນໃນພາສາຫວຽດ
ຄຳສັບກ່ຽວກັບອາຫານກິນຫຼິ້ນ ຫຼື ອາຫານວ່າງໃນພາສາຫວຽດ

ເຄື່ອງດື່ມແມ່ນຂອງແຫຼວທີ່ຄົນເຮົາບໍລິໂພກເພື່ອດັບຄວາມກະຫາຍ ແລະ ສະໜອງໂພຊະນາການ. ເຄື່ອງດື່ມມີບົດບາດສໍາຄັນໃນວັດທະນະທໍາ ແລະ ຊີວິດປະຈໍາວັນຂອງຄົນເຮົາ, ດັ່ງລຸ່ມນີ້ແມ່ນຄຳສັບບາງຄຳສັບກ່ຽວກັບເຄື່ອງດື່ມໃນພາສາຫວຽດ:

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Nước lọcເໜືອກ ລອກນ້ຳ
2Rượu ຢ້ຽວເຫຼົ້າ
3Rượu vangຢ້ຽວ ວາງເຫຼົ້າອະງຸ່ນ
4Rượu thuốcຢ້ຽວ ຖວກເຫຼົ້າບອງຢາ
5Biaເບຍເບຍ
6Bia hơiເບຍ ເຮີຍເບຍສົດ
7Bia lonເບຍ ລອນເບຍປ໋ອງ
8Bia chaiເບຍ ຈາຍເບຍແກ້ວ
9Sữa dưa lướiເສືອ ເຢືອ ເຫຼືອຍນ້ຳນົມໝາກແຕງເມລ່ອນD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
10Trà hồng đàoຈ່າ ຮົ່ງ ດ່າວຊາດອກກຸຫຼາບ
11Trà chanhຈ່າ ແຈັງຊາໝາກນາວ
12Trà nhãn hạt chiaຈ່າ ຫຍານ ຫາດ ເຈຍຊາໝາກລຳໄຍໃສ່ເມັດເຈຍ
13Trà đàoຈ່າ ດ່າວຊາໝາກຄາຍ
14Trà sữa gạo rangຈ່າ ເສືອ ກ້າວ ຢາງຊານົມເຂົ້າຂົ້ວ
15Trà ổiຈ່າ ໂອຍຊາໝາກສີດາ
16Trà dưa hấuຈ່າ ເຢືອ ເຫົາຊາໝາກໂມD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
17Trà bí đaoຈ່າ ບີ ດາວຊາໝາກໂຕ່ນ
18Trà cam mật ongຈ່າ ກາມ ເມິດ ອອງຊາໝາກກ້ຽງນ້ຳເຜີ້ງ
19Trà tắc nha đamຈ່າ ຕັກ ຍາ ດາມຊາໝາກກ້ຽງນ້ອຍ
20Trà gạo lứtຈ່າ ກ້າວ ຫຼືດຊາເຂົ້າກ້ອງ
21Trà hạt lựuຈ່າ ຫາດ ລືວຊາໝາກພິລາ
22Trà mậnຈ່າ ເມິນຊາໝາກໝັ້ນ
23Trà bưởi mật ongຈ່າ ເບືອຍ ເມິດ ອອງຊາໝາກພຸກນ້ຳເຜີ້ງ
24Cocktailຄອກເທວຄອກເທວ
25Cà phêກ່າ ເຟກາເຟ
26Bạc xỉuບາກ ສິວກາເຟບາກສິວ
27Nước ép trái câyເໜືອກ ແອບ ຈາຍ ເກິຍນ້ຳໝາກໄມ້
28Nước ép cà chuaເໜືອກ ແອບ ກ່າ ຈົວນ້ຳໝາກເລັ່ນ
29Nước ép dưa hấuເໜືອກ ແອບ ເຢືອ ເຫົານ້ຳປັ່ນໝາກໂມD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
30Nước ép bưởiເໜືອກ ແອບ ເບືອຍນ້ຳໝາກພຸກ
31Nước ép dâu tâyເໜືອກ ແອບ ເຢົາ ເຕິຍນ້ຳສະຕໍເບີລີD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
32Nước ép dứaເໜືອກ ແອບ ເຢືອນ້ຳໝາກນັດD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
33Nước ép khếເໜືອກ ແອບ ເຂນ້ຳໝາກເຟືອງ
34Nước ép rau ngótເໜືອກ ແອບ ເຢົາ ຫງອດນ້ຳຜັກຫວານບ້ານ
35Nước ép kiwiເນືອກ ແອບ ກິວິນ້ຳໝາກກີວີ
36Nước ép súp lơ xanhເໜືອກ ແອບ ສູບ ເລີ ແຊັງນ້ຳບ໋ອກຄໍລີ
37Nước ép cam cà rốtເໜືອກ ແອບ ກາມ ກ່າ ໂຣດນ້ຳໝາກກ້ຽງກາຣົດ
38Nước ép nhoເໜືອກ ແອບ ຍໍນ້ຳໝາກລຳໄລ
39Nước ép dưa chuộtເໜືອກ ແອບ ເຢືອ ຈວດນ້ຳໝາກແຕງD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
40Sinh tố bơຊິງ ໂຕ ເບີນ້ຳປັ່ນໝາກອາໂວກາໂດ
41Sinh tố mãng cầuຊິງ ໂຕ ໝາງ ເກົ່ານ້ຳປັ່ນໝາກຂຽບຝຣັ່ງ
42Sinh tố hồng xiêmຊິງ ໂຕ ຮົ່ງ ຊຽມນ້ຳປັ່ນໝາກລະມຸດ
43Nước ngọtເໜືອກ ງອດນ້ຳຫວານ
44Nước tăng lựcເໜືອກ ຕັງ ລຶກນ້ຳຊູກຳລັງ
ຕາຕະລາງ: ຄຳສັບກ່ຽວກັບເຄື່ອງດື່ມໃນພາສາຫວຽດ
ຄຳສັບກ່ຽວກັບເຄື່ອງດື່ມໃນພາສາຫວຽດ

ນີ້ແມ່ນ 10 ປະໂຫຍກຕົວຢ່າງກ່ຽວກັບອາຫານທີ່ທ່ານສາມາດນຳໃຊ້ໃນບາງສະຖານະການເພື່ອສື່ສານກັບຄົນຫວຽດ:

ລ/ດປະໂຫຍກຄວາມໝາຍໝາຍເຫດ
1Bạn gọi món gì rồi?ເຈົ້າສັ່ງອາຫານແລ້ວບໍ?
2Tôi gọi một suất cơm rang và hai quả trứng ốp.ຂ້ອຍສັ່ງເຂົ້າຜັດຈານໜື່ງ ແລະ ໄຂ່ດາວສອງໜ່ວຍແລ້ວ.
3Bạn không gọi đồ uống à?ເຈົ້າບໍ່ສັ່ງຫຍັງມາກິນບໍ?
4Cho tôi một ly sinh tố bơ.ເອົານ້ຳປັ່ນໝາກອາໂວກາໂດໃຫ້ຂ້ອຍແນ່ຈອກໜື່ງ?
5Tôi đang giảm béo nên không ăn đồ ngọt.ຂ້ອຍກຳລັງຫຼຸດນ້ຳໜັກສະນັ້ນຂ້ອຍບໍ່ກິນຂອງຫວານGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
6Tối nay liên hoan, chúng ta sẽ ăn những món gì?ມື້ແລງມີງານລ້ຽງ, ພວກເຮົາຈະກິນຫຍັງດີ?
7Chúng ta sẽ ăn lẩu hải sản.ພວກເຮົາຈະກິນສູກີ້ທະເລ
8Tôi bị dị ứng, không ăn được hải sản.ຂ້ອຍເປັນພູມແພ້, ຂ້ອຍກິນອາຫານທະເລບໍ່ໄດ້.D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
9Vậy chúng ta ăn lẩu gà nhé.ຄັນຊັ້ນພວກເຮົາກິນສຸກີ້ໄກ່ເດີ
10Được đấy! Tôi sẽ mua bia. Có ai uống rượu không?ໄດ້! ຂ້ອຍຈະຊື້ເບຍ. ມີໃຜຊິກິນເຫຼົ້າບໍ?
11Không. Bạn nhớ mua pepsi cho mấy bạn nữ. Họ không uống được bia.ບໍ່. ຂ້ອຍຫາເຈົ້າຊື້ແປັບຊີໃຫ້ໝູ່ຜູ້ຍິງແນ່. ພວກເຂົາກິນເບຍບໍ່ໄດ້.
12Sáng nay tao ăn được mỗi bát phở, đói quá!ມື້ເຊົ້ານີ້ກູກິນເຝີເບິດຖ້ວຍໜື່ງລະ, ແຕ່ຍັງຢາກອິກ!
13Tao còn bánh mỳ này, mày ăn không?ກູມີເຂົ້າຈີ່, ມຶງກິນບໍ?
14Thôi, mày ăn đi. Nữa tao xuống căng tin ăn mỳ tôm cũng được.ບໍ່, ມຶງກິນແມະ. ຈັກໜ້ອຍກູລົງໄປກັງຕິນໄປກິນຕົ້ມໝີ່ອິກ.
15Này! Tao thèm ăn nộm đu đủ Lào, mày làm cho tao ăn đi!ເຮີຍ, ກູຢາກກິນຕຳໝາກຫຸ່ງລາວ, ມຶງເຮັດໃຫ້ກູກິນແນ່ແມະ!
16Mày đi chợ mua đu đủ với ớt về đây tao làm cho.ມຶງໄປຕະຫຼາດຊື້ມາກຫຸ່ງກັບໝາກເຜັດມາໃຫ້ກູເຮັດເດີ.
17Nấu cơm chưa con?ແຕ່ງກິນລະບໍລູກ?
18Con nấu cơm rồi ạ!ລູກແຕ່ງກິນແລ້ວໆ!
19Mày nấu canh gì đấy?ມຶງເຮັດແກງຫຍັງຫັ້ນ?
20Tao nấu canh măng kiểu Lào. Mày ăn bao giờ chưa?ກູເຮັດແກງໜໍ່ໄມ້ແບບລາວ. ມຶງເຄີຍກິນລະບໍ?Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
21Tao chưa. Có khác canh măng của Việt không?ກູຍັງບໍ່ເຄີຍກິນ. ມັນຕ່າງຈາກແກງໜໍ່ໄມ້ຢູ່ຫວຽດບໍ?
22Tất nhiên là khác rồi!ແນ່ນອນມັນຕ່າງຢູ່ແລ້ວ!
ຕາຕະລາງ: ປະໂຫຍກກ່ຽວກັບອາຫານ ແລະ ເຄື່ອງດື່ມໃນພາສາຫວຽດ

ສະຫຼຸບ: ບົດ​ຄວາມ​ຂ້າງ​ເທິງ​ນີ້​ໄດ້​ຮວບ​ຮ່ວມ​ຫຼາຍ​ກວ່າ 100 ຄຳ​ສັບ​ກ່ຽວ​ກັບ​ອາ​ຫານ ແລະ ເຄື່ອງ​ດື່ມ​ໃນ​ພາ​ສາ​ຫວຽດ. ພວກເຮົາຫວັງວ່າຄຳສັບເຫຼົ່ານີ້ຈະຊ່ວຍທ່ານຮຽນພາສາຫວຽດໄດ້ໄວຂື້ນ. ຖ້າທ່ານເຫັນວ່າບົດຄວາມນີ້ຫນ້າສົນໃຈທ່ານສາມາດແບ່ງປັນໃຫ້ກັບຫມູ່ເພື່ອນຂອງທ່ານໄດ້!

ຂໍຂອບໃຈ!

Lên đầu trang