ຄຳສັບກ່ຽວກັບເຄື່ອງໃຊ້ຂອງສອຍໃນເຮືອນໃນພາສາຫວຽດ

​ໃນ​ເຮືອນທີ່​ພວກ​ເຮົາ​ອາ​ໄສ​ຢູ່, ມີ​ເຄື່ອງ​ໃຊ້ຂອງສອຍ​ໃນ​ເຮືອນ​ຫຼາຍ​ຢ່າງ. ພວກມັນເປັນສິ່ງຈໍາເປັນແທ້ໆໃນຊີວິດປະຈໍາວັນເພາະວ່າມັນເຮັດໃຫ້ຊີວິດຂອງພວກເຮົາງ່າຍ ແລະ ສະດວກຂຶ້ນ. ບົດ​ຮຽນບົດນີ້​ຈະ​ຊ່ວຍ​ໃຫ້​ທ່ານ​ຮຽນ​ຮູ້​ຄໍາ​ສັບ​ເພີ່ມ​ເຕີມ​ກ່ຽວ​ກັບ​ເຄື່ອງ​ໃຊ້​ຂອງສອຍ​ໃນ​ພາ​ສາ​ຫວຽດໃຫ້ຫຼາຍຂື້ນ​​.

ເຄື່ອງ​ໃຊ້​ໃນ​ຄົວ​ເຮືອນ​ປະ​ກອບ​ມີ​ຂອງໃຊ້​ໃນ​ເຮືອນ ແລະ​ ໃຊ້ນອກ​ເຮືອນ​. ຕໍ່ໄປນີ້ແມ່ນຄໍາສັບກ່ຽວກັບເຄື່ອງໃຊ້ໃນເຮືອນ.

ຫ້ອງຮັບແຂກຖືກຖືວ່າເປັນສູນກາງຂອງເຮືອນ. ດັ່ງນັ້ນ, ພວກເຮົາມັກຈະລົງທຶນຫຼາຍເພື່ອຕົບແຕ່ງດ້ວຍສິ່ງຂອງທີ່ສວຍງາມ ແລະ ມີຄຸນຄ່າ, ດ້ານລຸ່ມນີ້ແມ່ນຊື່ເຄື່ອງໃຊ້ບາງຈຳນວນຢູ່ໃນຫ້ອງຮັບແຂກ.

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Ghế sofaເ-ກ ໂສຟາຕັ່ງໂຊຟາ
2Bànບ່ານໂຕະ
3Tivi /Vô tuyếnຕີ ວີ / ໂວ ຕວຽນໂທລະທັດ
4Rèm cửaແຢ່ມ ເກືອມ່ານປະຕູ
5Bộ ấm chénໂບະ ເອິມ ເເຈນຊຸດເຕົ້າຈອກນ້ຳຊາ
6Khăn lau bànຄັນ ເລົາ ບ່ານຜ້າເຊັດໂຕະ
7Thảm trải sànຖາມ ຈາຍ ຊ່ານຜ້າພົມ
8Bình hoaບິ່ງ ຮວາໂຖດອກໄມ້
9Điều khiển tiviດ່ຽວ ຂຽນ ຕີ ວີວິໂມດໂທລະທັດ
10Tranh treo tườngແຈັງ ແຈວ ເຕື່ອງຮູບແຕ້ມຝາ
11Đồng hồດົ່ງ ໂຮ່ໂມງ
12Đèn trang tríແດ່ນ ຈາງ ຈີໄຟຕົກແຕ່ງ
13Quạt trầnກວາດ ເຈິ່ນພັດລົມຕິດເພດານ
14Quạt treo tườngກວາດ ແຈວ ເຕື່ອງພັດລົມຕິດຝາ
15Quạt câyກວາດ ເກິຍພັດລົມຕັ້ງພື້ນ
16Điều hòaດ່ຽວ ຮວ່າແອ
17Kệ tiviເກະ ຕີ ວີຫິ້ງໃສ່ໂທລະທັດ
18Loa nghe nhạcລວາ ແງ ຍາກລຳໂພຟັງເພງ
19Cốcໂກກຈອກ
20Lyລີຈອກ (ໃສ່ວາຍ)
21Máy chiếuໄໝ ຈຽວເຄື່ອງສາຍໜັງ
ຕາຕະລາງ: ຄຳສັບກ່ຽວກັບເຄື່ອງໃຊ້ໃນຫ້ອງຮັບແຂກ

*ເບິ່ງເພີ່ມຕື່ມຄຳສັບກ່ຽວກັບກິດຈະວັດປະຈຳວັນໃນພາສາຫວຽດ>>>

ຄຳສັບກ່ຽວກັບເຄື່ອງໃຊ້ໃນຫ້ອງຮັບແຂກ
ຄຳສັບກ່ຽວກັບເຄື່ອງໃຊ້ໃນຫ້ອງຮັບແຂກ

ເຮືອນຄົວແມ່ນຫ້ອງທີ່ໃຊ້ໃນການປຸງແຕ່ງອາຫານໂດຍສະເພາະ, ດັ່ງນັ້ນຫ້ອງນີ້ຈຶ່ງມີເຄື່ອງໃຊ້ ແລະ ເຄື່ອງມືເພື່ອກະກຽມການເຮັດອາຫານ. ຕໍ່ໄປນີ້ແມ່ນຄໍາສັບກ່ຽວກັບເຄື່ອງໃຊ້ໃນເຮືອນຄົວ.

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1DaoຢາວມີດD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
2Chénແຈນຈອກ, ຖ້ວຍນ້ອຍພາກເໝືອ ແລະ ພາກໃຕ້ເອີ້ນຕ່າງກັນ
3Bátບາດຖ້ວຍ
4Đĩaເດຍຈານ
5Đũaດົວໄມ້ຖູ່
6Thớtເຖິດຂຽງ
7Cốiໂກຍຄົກ
8Chàyໄຈ່ສາກ
9Tạp dềຕາບ ເຢ່ຜ້າກັນເປື້ອນD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
10Miếng lót nồiໝຽງ ຫຼອດ ໂນ່ຍຜືນຮອງກົ້ນໝໍ້
11Miếng lót cốcໝຽງ ຫຼອດ ກົກຜືນຮອງຈອກ
12Bếp gaເບບ -ກາເຕົາແກັດ
13Bếp củiເບບ ກຸຍເຕົາຟືນ
14Bếp từເບບ ຕື່ເຕົາແມ່ເຫຼັກ
15Bếp điệnເບບ ດ້ຽນເຕົາໄຟຟ້າ
16Bếp thanເບບ ທານເຕົາຖ່ານ
17Lò vi sóngລໍ່ ວີ ສອງໄມໂກຼເວບ
18Xoongຊອງໝໍ້
19Nồiໂນ່ຍໝໍ້
20Chảoຈາວໝໍ້ກະທະ/ໝໍ້ຂາງ
21Xửngສຶງຊຶງ
22Rây lọcເຢິຍ ລອກຮ່ອນຕອງ
23Ấm đun nướcເອິມ ດູນ ເໜຶອກກະຕິກຕົ້ມນ້ຳຮ້ອນ
24Ấm siêu tốcເອິມ ຊຽວ ຕົກກະຕິກຕົ້ມນ້ຳຮ້ອນໃຊ້ຄວາມໄວສູງ
25Thùng đựng gạoທຸ່ງ ດຶງ -ກ້າວຖັງໃສ່ເຂົ້າສານ
26Màng bọc thực phẩmມ່າງ ບອກ ທຶກ ເຝິມແຜ່ນຫໍ່ອາຫານ
27Tủ lạnhຕູ ແລັ້ງຕູ້ເຢັນ
28Bồn rửa bátໂບ່ນ ເຢືອ ບາດອ່າງລ້າງຖ້ວຍ
29Nước rửa bátເໜືອກ ເຢືອ ບາດນ້ຳຢາລ້າງຖ້ວຍ
30Lọ đựng gia vịເລາະ ດຶ້ງ ຢາ ວິກະປ໋ອງໃສ່ເຄື່ອງປຸງGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
31Hộp nhựaໂຮບ ເຍື້ອກ່ອງພາດສະຕິກ
32Máy xayໄໝ ໄຊຈັກບົດ/ເຄື່ອງບົດ
33Giẻ rửa bátແຢ ເຢືອ ບາດຟ້ອຍລ້າງຖ້ວຍGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
34Tủ đựng bát đĩaຕູ ດຶ້ງ ບາດ ເດຍຕູ້ໃສ່ຖ້ວຍຈານ
35Khay đựng đồ ănໄຄ ດຶ້ງ ໂດ່ ອັນພານໃສ່ອາຫານ
36Bật lửaເບິດ ເຫຼືອກັບໄຟ
37Than, củiທານ, ກຸຍຖ່ານ, ຟືນ
38Nồi cơm điệnໂນ່ຍ ເກີມ ດ້ຽນໝໍ້ຫຸງເຂົ້າໄຟຟ້າ
39Niêu đấtນຽວ ເດິດໝໍ້ດິນ
40Đá mài daoດາ ມ່າຍ ຢາວຫີນລັບມີດD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
41Giấy ănເຢິຍ ອັນທິດຊູ/ກໍ້ເຈ້ຍGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
42Bộ bàn ănໂບະ ບ່ານ ອັນຊຸດໂຕະອາຫານ
43Khăn trải bànຄັນ ຈາຍ ບ່ານຜ້າປູໂຕະ
44Tămຕຳໄມ້ຈີ້ມແຂ້ວ
45Rổໂຢກະຕ່າ
46Bếp nướngເບບ ເໜືອງເຕົາປີ້ງ
47Vỉ nướngວີ ເໜືອງກະແຕະປີ້ງ
48Miếng cọ sắt chà xoongໝຽງ ເກາະ ສັດ ຈ່າ ຊອງຟອຍທອງຂັດໝໍ້
49Thảm nhà bếpຖາມ ຍ່າ ເບັບພົມປູພື້ນເຮືອນຄົວ
50Dụng cụ mở nắp chaiຢຸງ ກຸ ເໝີ ນັບ ຈາຍອຸປະກອນໄຂຝາແກ້ວD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
51Thìaເທ່ຍບ່ວງ
52Dĩaເຢຍສ້ອມD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
53Muỗngໝວງຈອງຕັກແກງ/ບ່ວງໃຫຍ່
54Bàn nạoບ່ານ ນ້າວເຄື່ອງຂູດ
55Kẹp gắp thanແກບ -ກັບ ທານໄມ້ຄີບຖ່ານ
56Máy lọc nướcໄໝ ລອກ ເໜຶອກເຄື່ອງກອງນ້ຳ
57Máy rửa bátໄໝ ເຢືອ ບາດເຄື່ອງລ້າງຖ້ວຍ
58Chậuເຈົ້າຊານ
ຕາຕະລາງ: ຄຳສັບກ່ຽວກັບເຄື່ອງໃຊ້ໃນຫ້ອງຄົວ
ຄຳສັບກ່ຽວກັບເຄື່ອງໃຊ້ໃນເຮືອນຄົວ
ຄຳສັບກ່ຽວກັບເຄື່ອງໃຊ້ໃນເຮືອນຄົວ

ຫ້ອງນອນແມ່ນບ່ອນທີ່ພວກເຮົາພັກຜ່ອນຫຼັງຈາກມື້ທີ່ອິດເມື່ອຍມາຈາກການເຮັດວຽກ. ຫ້ອງນອນມັກຈະມີເຟີນີເຈີໜ້ອຍກວ່າຫ້ອງຮັບແຂກ ຫຼື ເຮືອນຄົວ. ຄຳສັບກ່ຽວກັບເຄື່ອງເຟີນີເຈີຫ້ອງນອນປະກອບມີ:

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Giườngເຢື່ອງຕຽງGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
2Giường đơnເຢື່ອງ ເດີນຕຽງດ່ຽວ
3Giường đôiເຢື່ອງ ໂດຍຕຽງຄູ່
4Tủ quần áoຕູ ກວ່ນ ອາວຕູ້ເສື້ອຜ້າ
5Đèn ngủແດ່ນ ຫງູໂຄມໄຟ/ໄຟໃຊ້ໃນຫ້ອງນອນ
6Đồng hồ báo thứcດົ່ງ ໂຫ່ ບາວ ທຶກໂມງປຸກ
7Chănຈັນຜ້າຫົ່ມ
8Ga trải giường-ກາ ຈາຍ ເຢື່ອງຜ້າປູຕຽງ
9Gốiໂ-ກຍໝອນ
10Đệmເດ້ມເສື່ອ
11Rèm cửaແຢ່ມ ເກືອຜ້າກັ້ງ
1​2Mắc treo đồໝັກ ແຈວ ໂດ່ຢ່ວງຫ້ອຍເຄື່ອງ
13Nệmເນມເສື່ອ
14Gối ômໂ-ກຍ ໂອມໝອນກອດ
15Bàn trang điểmບ່ານ ຈາງ ດຽມໂຕະແຕ່ງໜ້າ
16Gươngເ-ກືອງແວ່ນແຍງ
ຕາຕະລາງ: ຄຳສັບກ່ຽວກັບເຄື່ອງໃຊ້ໃນຫ້ອງນອນ
ຄຳສັບກ່ຽວກັບເຄື່ອງໃຊ້ໃນຫ້ອງນອນ
ຄຳສັບກ່ຽວກັບເຄື່ອງໃຊ້ໃນຫ້ອງນອນ

ຫ້ອງນ້ຳເປັນຫ້ອງຂະໜາດນ້ອຍທີ່ໃຊ້ໃນການອະນາໄມສ່ວນບຸກຄົນເຊັ່ນ: ລ້າງມື, ລ້າງໜ້າ, ອາບນ້ຳ ແລະ ເຂົ້າຫ້ອງນ້ຳ. ຄຳສັບກ່ຽວກັບເຄື່ອງໃຊ້ໃນຫ້ອງນ້ຳໃນພາສາຫວຽດປະກອບມີ:

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Khăn tắmຄັນ ຕຳຜ້າເຊັດໂຕ
2Dầu gộiເຢົ່າ ໂ-ກ້ຍຢາສະຜົມD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
3Dầu xảເຢົ່າ ສາຢານວດຜົມ
4Xà phòng tắmຊ່າ ຟ່ອງ ຕຳສະບູອາບນ້ຳ
5Bồn tắmໂບ່ນ ຕຳອ່າງອາບນ້ຳ
6Vòi senວ່ອຍ ແຊນກັອກບົວ
7Bồn rửa mặtໂບ່ນ ເຢືອ ມັດອ່າງລ້າງໜ້າ
8Khăn mặtຄັນ ມັດຜ້າເຊັດໜ້າ
9Bàn chải đánh răngບ່ານ ຈາຍ ແດັງ ຢັງໄມ້ຖູແຂ້ວ
10Kem đánh răngແກມ ແດັງ ຢັງຢາຖູແຂ້ວ
11Nước hoaເໜຶອກ ຮວານ້ຳຫອມ
12Sửa tắmເສືອ ຕຳຄຣີມອາບນ້ຳ
13Gươngເກືອງແວ່ນແຍງ
14Máy sấy tócໄໝ ເສິຍ ຕອກເຄື່ອງເປົ່າຜົມ
15Lượcເລຶອກຫວີ
16Dao cạo râuຢາວ ກ້າວ ເຢົາມີດແຖໜວດD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
18Giấy vệ sinhເຢິຍ ເວະ ຊິງເຈ້ຍອະນາໄມGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
19Áo choàng tắmອາວ ຈວ່າງ ຕຳເສື້ອຄຸມອາບນ້ຳ
20Giỏ đựng đồຢໍ ດຶງ ໂດ່ກະຕ່າໃສ່ເຄື່ອງGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
21Bồn cầuໂບ່ນ ເກົ່າຊັກໂຄກ
22Máy giặtໄໝ ຢັດຈັກຊັກເຄື່ອງ
ຕາຕະລາງ: ຄຳສັບກ່ຽວກັບເຄື່ອງໃຊ້ໃນຫ້ອງນ້ຳ
ຄຳສັບກ່ຽວກັບເຄື່ອງໃຊ້ໃນຫ້ອງນ້ຳ
ຄຳສັບກ່ຽວກັບເຄື່ອງໃຊ້ໃນຫ້ອງນ້ຳ

ຫ້ອງເຮັດວຽກເປັນຫ້ອງທີ່ເຮົາເຮັດບາງສີ່ງບາງຢ່າງເຊັ່ນ: ການອ່ານ, ຮຽນໜັງສື ແລະ ເຮັດວຽກບາງສິ່ງທີ່ເປັນສ່ວນຕົວທີ່ຕ້ອງການຄວາມງຽບສະຫງົບ. ເຄື່ອງ​ເຟີ​ນີ​ເຈີ​ຫ້ອງ​ເຮັດພາ​ສາ​ຫວຽດ​ທີ່​ທ່ານ​ຄວນ​ຮູ້​ປະ​ກອບ​ມີ​:

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Kệ sáchເກະ ແສັກຮ້ານໃສ່ປຶ້ມ
2Sổ tayໂສສະໝຸດບັນທຶກ
3Sáchແສັກປຶ້ມ
4Bútບຸດບິກ
5Giá để tài liệuຢາ ເດ ຕ່າຍ ລ້ຽວຫິ້ງໃສ່ເອກະສານGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
6Máy tính xách tayໄໝ ຕິງ ແສັກ ໄຕຄອມພິວເຕີ
7Máy tính để bànໄໝ ຕິງ ເດ ບ່ານຄອມຕັ້ງໂຕະ
8Khay đựng bútໄຄ ດຶ້ງ ບຸດກະຕ່າໃສ່ບິກ
9Thước kẻເຖຶອກ ແກໄມ້ບັນທັດ
10Bút xóaບຸດ ສວານ້ຳລຶບບິກ
11Đèn đọc sáchແດ່ນ ດອກ ແສັກໂຄມໄຟໃຊ້ອ່ານປື້ມ
12Bànບ່ານໂຕະ
13Ghếເ-ກຕັ້ງ
14Tượng trang tríເຕື້ອງ ຈາງ ຈີຮູບປັ້ນ
15Máy inໄໝ ອິນເຄື່ອງພິມ
16Ghim-ກິມເຂັມປັກໝຸດ
17Chậu cây cảnhເຈົ້າ ເກິຍ ແກັງກະຖາງຕົ້ນໄມ່ປະດັບ
18Bể cáເບ ກາອ່າງປາ
ຕາຕະລາງ: ຄຳສັບກ່ຽວກັບເຄື່ອງໃຊ້ໃນຫ້ອງການ
ຄຳສັບກ່ຽວກັບເຄື່ອງໃຊ້ໃນຫ້ອງການ
ຄຳສັບກ່ຽວກັບເຄື່ອງໃຊ້ໃນຫ້ອງການ

ເຮືອນ​ທີ່​ພວກ​ເຮົາ​ອາ​ໄສ​ຢູ່​ມັກ​ຈະ​ມີ​ບ່ອນ​ຫວ່າງ​ຢູ່​ທາງ​ໜ້າ​ ຫຼື​ ຫລັງ​ເຮືອນ​ເພື່ອ​ເຮັດ​ສວນ. ຂຶ້ນກັບຄວາມມັກຂອງແຕ່ລະຄົນ, ເນື້ອທີ່ດິນເປົ່າຫວ່າງນີ້ສາມາດນຳໃຊ້ໄດ້ຕາມຈຸດປະສົງຕ່າງໆເຊັ່ນ: ຈອດລົດ, ປູກຕົ້ນໄມ້ປະດັບ, ເຮັດສວນ, ປູກຜັກ ແລະ ລ້ຽງສັດ. ​ເພື່ອ​ບົວລະບັດ​ຮັກສາ​ສວນ​ແມ່ນ​ຈຳ​ເປັນ​ຕ້ອງ​ມີ​ເຄື່ອງ​ມື​ເຊັ່ນ: ​ຈົກ, ຊວ້ານ ​ແລະ ອື່ນໆ… ແລະລຸ່ມນີ້ນັ້ນ​ແມ່ນ​ເຄື່ອງ​ມື​ເຮັດ​ສວນ​ໃນ​ພາສາ​ຫວຽດ:

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Cuốcກັວກຈົກ
2Xẻngແສງຊວ້ານ
3Vòi tưới nướcວ່ອຍ ເຕືອຍ ເໜຶອກບົວຫົດນ້ຳ
4Chổiໂຈຍຟອຍກວາດ
5Ki hốt rácກີ ຮົດ ຢາກໂສບຂີ້ເຫຍື້ອ (ກະໂຈກຕັກຂີ້ເຫຍື້ອ)
6Máy cắt cỏໄໝ ກັດ ກໍຈັກຕັດຫຍ້າ
7Bồ càoໂບ່ ກ່າວຄາດ
8Kéo tỉa câyແກວ ເຕຍ ເກິຍມີດຕັດຕົ້ນໄມ່
9Bình xịtບິ່ງ ສີດປ໋ອງສີດ
10Cưaເກືອເລື່ອຍ
11Liềmລ່ຽມກ່ຽວ
ຕາຕະລາງ: ຄຳສັບກ່ຽວກັບເຄື່ອງໃຊ້ໃນສວນ
ຄຳສັບກ່ຽວກັບເຄື່ອງໃຊ້ໃນສວນ
ຄຳສັບກ່ຽວກັບເຄື່ອງໃຊ້ໃນສວນ

Trang, một nữ doanh nhân thành đạt, sở hữu một căn biệt thự sang trọng và hiện đại, nơi mà mỗi góc nhỏ đều phản ánh sự tinh tế và phong cách sống đẳng cấp của cô. Bước vào phòng khách, bạn sẽ ngay lập tức bị cuốn hút bởi không gian mở với gam màu trung tính, kết hợp với các chi tiết nội thất có đường cong mềm mại. Bộ sofa êm ái, bàn trà tròn và ghế đơn tạo nên một không gian tiếp khách thoải mái và thân thiện. Tivi được gắn tường, kết hợp với hệ thống đèn chiếu sáng thông minh, tạo nên điểm nhấn hiện đại cho căn phòng.

Phòng bếp của Trang được trang bị đầy đủ các thiết bị hiện đại nhất, từ tủ lạnh thông minh, lò vi sóng, máy rửa chén đến bếp từ cao cấp. Mọi thứ đều được sắp xếp gọn gàng và khoa học, giúp Trang dễ dàng chuẩn bị những bữa ăn ngon miệng cho gia đình và bạn bè. Bàn ăn lớn với mặt kính sang trọng, kết hợp với ghế bọc da cao cấp, tạo nên một không gian ấm cúng và lịch sự.

Phòng ngủ chính của Trang là một không gian thư giãn tuyệt vời với giường king-size, chăn ga gối đệm cao cấp và hệ thống đèn ngủ dịu nhẹ. Tủ quần áo rộng rãi với cửa kính trong suốt, giúp Trang dễ dàng lựa chọn trang phục mỗi ngày. Bên cạnh đó, phòng tắm riêng với bồn tắm massage, vòi sen hiện đại và các sản phẩm chăm sóc da cao cấp, mang lại cho Trang những giây phút thư giãn tuyệt đối sau một ngày làm việc căng thẳng.

Ngoài ra, căn biệt thự còn có một phòng làm việc được thiết kế riêng cho Trang, với bàn làm việc lớn, ghế xoay thoải mái và hệ thống máy tính hiện đại. Đây là nơi Trang có thể tập trung làm việc, lên kế hoạch và quản lý công việc một cách hiệu quả. Phòng thay đồ rộng rãi với hệ tủ áo kính cao cấp, tạo không gian lưu trữ và trưng bày thời trang một cách gọn gàng và tinh tế.

Không gian ngoài trời của căn biệt thự cũng không kém phần ấn tượng với khu vườn xanh mát, hồ bơi lớn và khu vực BBQ. Đây là nơi Trang thường tổ chức các buổi tiệc ngoài trời, thư giãn và tận hưởng không khí trong lành cùng gia đình và bạn bè.

Căn biệt thự của Trang không chỉ là nơi ở, mà còn là một không gian sống hoàn hảo, thể hiện rõ nét cá tính và phong cách sống của một nữ doanh nhân thành đạt. Với thiết kế hiện đại, tiện nghi và đầy đủ các sản phẩm cao cấp, căn biệt thự này mang đến một không gian sống đẳng cấp, nơi mà mỗi góc nhỏ đều chứa đựng sự tinh tế và nữ tính.

ແປ: ຈາງ (Trang), ນັກທຸລະກິດທີ່ປະສົບຄວາມສໍາເລັດ, ເປັນເຈົ້າຂອງເຮືອນວິນລາທີ່ຫຼູຫຼາ ແລະ ທັນສະໄຫມ, ທຸກມຸມນ້ອຍໆສະທ້ອນໃຫ້ເຫັນເຖິງຄວາມຫຼູຫຼາ ແລະ ວິຖີຊີວິດຂອງນາງ. ເມື່ອເຂົ້າໄປໃນຫ້ອງຮັບແຂກ, ທ່ານຈະຖືກດຶງດູດທັນທີໂດຍພື້ນທີ່ໂລ່ງທີ່ໃຊ້ໂທນສີທີ່ທຳມະດາ, ປະສົມປະສານກັບລາຍລະອຽດພາຍໃນທີ່ງາມ. ຊຸດໂຊຟາທີ່ນິ່ມນວນ, ໂຕະນໍ້າຊາທີ່ມົນ ແລະ ຕັ້ງໄວ້ເພື່ອທີ່ຕ້ອນຮັບແຂກຢ່າງສະດວກສະບາຍ ແລະ ເປັນມິດ. ໂທລະພາບຕິດໄວ້ຢູ່ຝາທີ່ປະສົມປະສານກັບລະບົບແສງໄຟສະຫວ່າງ, ສ້າງຈຸດເດັ່ນທີ່ທັນສະໄຫມໄປທົ່ວຫ້ອງ.

ເຮືອນຄົວຂອງ ຈາງ ມີອຸປະກອນຄົບຊຸດດ້ວຍເຄື່ອງໃຊ້ທີ່ທັນສະໄໝທີ່ສຸດ, ນັບຕັ້ງແຕ່ຕູ້ເຢັນອັດສະລິຍະ, ໄມໂຄເວຟ, ເຄື່ອງລ້າງຈານ ຈົນເຖິງເຕົາໄຟຟ້າແຮງສູງ. ທຸກສິ່ງທຸກຢ່າງຖືກຈັດລຽງຢ່າງເປັນລະບຽບ ແລະ ຊັດເຈນ, ເຮັດໃຫ້ມັນງ່າຍສໍາລັບຈາງໃນການກະກຽມອາຫານແຊບໆໃຫ້ຄອບຄົວ ແລະ ໝູ່ເພື່ອນ. ໂຕະກິນເຂົ້າຂະໜາດໃຫຍ່ທີ່ດ້ານເທິງເຮັດແກ້ວທີ່ຫຼູຫຼາພ້ອມດ້ວຍຕັ່ງຫຸ້ມໜັງທີ່ມີຄຸນນະພາບສູງ, ເຮັດໃຫ້ພື້ນທີ່ມີຄວາມສະດວກສະບາຍ ແລະ ຮຽບຮ້ອຍດີ.

ຫ້ອງນອນຫຼັກຂອງ ຈາງ ເໝາະແກ່ການພັກຜ່ອນທີ່ສຸດດ້ວຍຕຽງນອນຂະໜາດໃຫຍ່, ເສື່ອປູນອນທີ່ມີຄຸນນະພາບສູງ ແລະ ມີແສງໄຟກາງຄືນອ່ອນໆ. ຕູ້ເສື້ອຜ້າກວ້າງຂວາງທີ່ມີປະຕູແກ້ວໂປ່ງໃສຊ່ວຍໃຫ້ຈາງເລືອກເຄື່ອງນຸ່ງທຸກໆມື້ໄດ້ຢ່າງງ່າຍດາຍ. ນອກຈາກນັ້ນ, ຫ້ອງນ້ຳສ່ວນຕົວຍັງມີອ່າງອາບນ້ຳ, ຝັກບົວທີ່ທັນສະໄໝ ແລະ ຜະລິດຕະພັນດູແລຜິວໜັງທີ່ມີຄຸນນະພາບສູງ, ຊ່ວຍໃຫ້ ຈາງ ຜ່ອນຄາຍໄດ້ດີຫຼັງຈາກມື້ເຮັດວຽກທີ່ເຄັ່ງຕຶງ.

ນອກຈາກນັ້ນ, ເຮືອນວິນລາຍັງມີຫ້ອງເຮັດວຽກທີ່ອອກແບບສະເພາະໃຫ້ ຈາງ, ໂຕະເຮັດວຽກໃຫຍ່, ຕັ່ງໝຸນທີ່ສະດວກສະບາຍ ແລະ ລະບົບຄອມພິວເຕີທີ່ທັນສະໄຫມ. ນີ້​ແມ່ນ​ບ່ອນ​ທີ່ຈາງ​ເຮັດ​ວຽກ, ວາງ​ແຜນ ​ແລະ ຄຸ້ມ​ຄອງ​ວຽກ​ງານ​ຢ່າງ​ມີ​ປະສິດທິ​ຜົນ. ມີຫ້ອງແຕ່ງກາຍທີ່ກວ້າງຂວາງດ້ວຍລະບົບຕູ້ເສື້ອຜ້າແກ້ວທີ່ມີຄຸນນະພາບສູງ, ສ້າງພື້ນທີ່ເກັບຮັກສາ ແລະ ຈັດວາງແຟຊັ່ນໃຫ້ເປັນລະບຽບຮຽບຮ້ອຍ ແລະ ທັນສະໄຫມ.

ພື້ນທີ່ກາງແຈ້ງຂອງເຮືອນວິນລາກໍ່ມີຄວາມປະທັບໃຈກັບສວນຫຍ້າຂຽວງາມຕາ, ມີສະລອຍນ້ຳຂະຫນາດໃຫຍ່ ແລະ ພື້ນທີ່ຈັດງານລ້ຽງ. ນີ້​ແມ່ນ​ບ່ອນ​ທີ່ ຈາງ ມັກ​ຈັດ​ງານ​ລ້ຽງ​ກາງ​ແຈ້ງ, ຜ່ອນ​ຄາຍ​ ແລະ ເພີດເພີນກັບອາກາດທີ່ບໍລິສຸດກັບຄອບຄົວ ແລະ ຫມູ່ເພື່ອນ.

ເຮືອນວິນລາຂອງຈາງບໍ່ພຽງແຕ່ເປັນບ່ອນຢູ່ອາໄສເທົ່ານັ້ນ, ແຕ່ຍັງເປັນບ່ອນຢູ່ອາໄສທີ່ມີສົມບູນແບບ, ສະແດງເຖິງບຸກຄະລິກກະພາບ ແລະ ວິຖີຊີວິດຂອງນັກທຸລະກິດທີ່ປະສົບຜົນສຳເລັດ. ດ້ວຍການອອກແບບທີ່ທັນສະ ໄໝ, ມີເຄື່ອງໃຊ້ຢ່າງຄົບຖ້ວນ ແລະ ຜະລິດຕະພັນລະດັບທີ່ມີຄຸນນະພາບສູງ, ເຮືອນວິນລາຫຼັງນີ້ສະແດງເຖິງຊັ້ນວັນນະ, ເຊິ່ງທຸກມຸມນ້ອຍໆປະກອບດ້ວຍຄວາມຊັບຊ້ອນ ແລະ ມີຄວາມເປັນຜູ້ຍິງ.

Linh, một sinh viên năm cuối trường Đại học Điện lực Hà Nội, sống trong một căn phòng trọ nhỏ nhưng ấm cúng và đầy đủ tiện nghi. Phòng trọ của Linh được bài trí gọn gàng, phản ánh tính cách ngăn nắp và chu đáo của cô.

Ngay khi bước vào phòng, bạn sẽ thấy một chiếc giường đơn được đặt gọn gàng ở góc phòng. Trên giường là bộ chăn ga gối đệm màu xanh nhạt, tạo cảm giác dễ chịu và thư giãn sau những giờ học tập căng thẳng. Bên cạnh giường là một chiếc bàn học nhỏ, nơi Linh thường ngồi làm bài tập và nghiên cứu. Trên bàn, cô sắp xếp gọn gàng sách vở, laptop và một chiếc đèn bàn hiện đại, giúp cô có đủ ánh sáng để học tập vào buổi tối.

Phòng trọ của Linh còn có một tủ quần áo nhỏ nhưng đủ để chứa tất cả trang phục của cô. Tủ được chia thành nhiều ngăn, giúp Linh dễ dàng sắp xếp và tìm kiếm đồ đạc. Bên cạnh tủ quần áo là một giá treo đồ, nơi cô treo những bộ quần áo thường dùng hàng ngày.

Khu vực bếp của Linh tuy nhỏ nhưng rất tiện nghi. Cô có một bếp từ nhỏ, một nồi cơm điện và một ấm đun nước siêu tốc. Những vật dụng này giúp Linh có thể tự nấu những bữa ăn đơn giản và nhanh chóng. Bên cạnh đó, cô còn có một bộ dao kéo, chén đĩa và ly tách, đủ để phục vụ cho nhu cầu ăn uống hàng ngày.

Phòng tắm của Linh được thiết kế khép kín, với đầy đủ các tiện nghi như vòi sen, bồn rửa mặt và gương. Cô cũng trang bị thêm một số sản phẩm chăm sóc cá nhân như sữa tắm, dầu gội và kem đánh răng, giúp cô luôn cảm thấy thoải mái và sạch sẽ.

Ngoài ra, Linh còn có một chiếc quạt điện nhỏ, giúp làm mát không gian phòng trong những ngày hè nóng bức. Cô cũng trang bị thêm một chiếc máy lọc không khí, giúp không gian sống luôn trong lành và thoáng đãng.

Phòng trọ của Linh tuy nhỏ nhưng đầy đủ tiện nghi, tạo nên một không gian sống thoải mái và tiện lợi. Đây là nơi cô có thể tập trung học tập, nghỉ ngơi và thư giãn sau những giờ học tập căng thẳng tại trường. Với sự sắp xếp gọn gàng và khoa học, Linh đã biến căn phòng trọ nhỏ bé của mình thành một tổ ấm thực sự, nơi cô có thể yên tâm học tập và chuẩn bị cho tương lai.

ແປ: ລິງ (Linh), ນັກ​ສຶກ​ສາ​ອປີສຸດທ້າຍທີ່ກຳລັງສຶກສາ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລພະັລງງານ​ໄຟ​ຟ້າ​ຮ່າ​ໂນ້ຍ, ອາ​ໄສ​ຢູ່​ໃນ​ຫ້ອງ​ເຊົ່າ​ຂະ​ຫນາດ​ນ້ອຍ​ແຕ່​ສະ​ດວກ​ສະ​ບາຍ​ ແລະ​ ມີອຸ​ປະ​ກອນ​ຄົບຖ້ວນ. ຫ້ອງ​ຂອງ ລິງ ຈັດເຄື່ອງເປັນລະບຽບຮຽບຮ້ອຍ, ສະ​ແດງ​ໃຫ້​ເຫັນ​ບຸກ​ຄະ​ລິກ​​ ແລະ ຄວາມລອບຄອບຂອງ ລິງ.

ທັນທີທີ່ເຈົ້າເຂົ້າໄປໃນຫ້ອງ, ເຈົ້າຈະເຫັນຕຽງດ່ຽວທີ່ວາງໄວ້ຢ່າງເປັນລະບຽບຢູ່ແຈຂອງຫ້ອງ. ຢູ່ເທິງຕຽງນອນຈະມີຊຸດຜ້າປູບ່ອນນອນສີຟ້າອ່ອນ, ເມື່ອເບິ່ງແລ້ວຮູ້ສຶກອ່ອນໂຍນ ແລະ ຜ່ອນຄາຍຫຼັງຈາກທີ່ຮຽນໜັງສືຫຼາຍຊົ່ວໂມງ. ຂ້າງຕຽງແມ່ນໂຕະນ້ອຍໆ, ບ່ອນທີ່ Linh ມັກນັ່ງເຮັດວຽກບ້ານ ແລະ ຄົ້ນຄວ້າບົດຮຽນ. ຢູ່​ເທິງ​ໂຕະ, ລາວ​ຈັດ​ປຶ້ມ, ແລັບ​ທັອບ ​ແລະ ​ໂຄມ​ໄຟ​ຕັ້ງ​ໂຕະ​ທີ່​ທັນ​ສະ​ໄໝ, ເຮັດ​ໃຫ້​ລາວມີ​ແສງ​ໄຟພຽງ​ພໍ​ສຳຫຼັບການ​ຮຽນໜັງສື​ໃນ​ຕອນ​ແລງ.

ຫ້ອງເຊົ່າຂອງ ລິງ ຍັງມີຕູ້ເສື້ອຜ້າຂະໜາດນ້ອຍພໍທີ່ຈະໃສ່ເຄື່ອງນຸ່ງທັງໝົດຂອງລາວ. ຕູ້​ແບ່ງ​ອອກ​ເປັນ​ຫຼາຍ​ຊ່ອງ, ຊ່ວຍ​ໃຫ້ ລິງຈັດ​ລຽງ ​ແລະ​ ຊອກ​ຫາ​ສິ່ງ​ຂອງ​ໄດ້​ງ່າຍ. ຖັດຈາກຕູ້ເສື້ອຜ້າແມ່ນບ່ອນແຂວນເຄື່ອງນຸ່ງປະຈຳວັນຂອງລາວ.

ພື້ນທີ່ເຮືອນຄົວຂອງ ລິງ ເຖິງຈະເປັນຂະຫນາດນ້ອຍແຕ່ສະດວກສະບາຍຫຼາຍ. ລາວມີໝໍ້ໄຟ້ຟ້ານ້ອຍ, ໝໍ້ຫຸງເຂົ້າໄຟຟ້າ ແລະ ໝໍ້ຕົ້ມນ້ຳຮ້ອນໄຟຟ້າ. ບັນດາເຄື່ອງໃຊ້ເຫຼົ່ານີ້ຊ່ວຍລິງແຕ່ງກິນງ່າຍ ແລະ ໄວ. ນອກ​ນີ້, ລາວຍັງ​ມີ​ຊຸດມີດ, ຖ້ວຍຈານ ​ແລະ ​ຈອກກາເຟ, ​​ພຽງພໍ​ກັບ​ຄວາມ​ຕ້ອງການ​ໃນ​ການແຕ່ງ​ກິນ​ໃນຊີວິດປະຈຳ​ວັນ.

ຫ້ອງນໍ້າຂອງ ລິງ ຖືກອອກແບບມາໃຫ້ເປັນຫ້ອງນໍ້າຢ່າງແຈບສະໜິດ, ມີສິ່ງອໍານວຍຄວາມສະດວກຄົບຊຸດເຊັ່ນ: ຟັກບົວອາບນໍ້າ, ອ່າງລ້າງໜ້າ ແລະ ແວ່ນ. ລາວໄດ້ກະກຽມຜະລິດຕະພັນໃຊ້ສ່ວນຕົວໄວ້ເຊັ່ນ: ຄຣີບອາບນ້ຳ, ຢາສະຜົມ ແລະ ຢາສີຟັນ, ຊ່ວຍໃຫ້ລາວຮູ້ສຶກສະດວກສະບາຍ ແລະ ສະອາດສະອ້ານ.

ນອກຈາກນັ້ນ, ລິງ (Linh) ຍັງມີພັດລົມໄຟຟ້ານ້ອຍ, ຊ່ວຍເຮັດໃຫ້ຫ້ອງເຢັນ. ລາວຍັງໄດ້ຕິດຕັ້ງເຄື່ອງຟອກອາກາດ, ຊ່ວຍໃຫ້ບັນຍາກາດພາຍໃນຫ້ອງມີຄວາມສົດຊື່ນ ແລະ ມີອາກາດທີ່ປອດໂປ່ງ.

ຫ້ອງ​ເຊົ່າຂອງ ລິງ ເຖິງຈະຂະ​ໜາດນ້ອຍ​ແຕ່ກໍ່​ມີອຸ​ປະ​ກອນຄົບຖ້ວນ, ສ້າງ​ບັນຍາກາດໃນການດໍາ​ລົງ​ຊີ​ວິດ​ສະ​ດວກ​ສະ​ບາຍ. ນີ້ແມ່ນບ່ອນທີ່ລາວສາມາດສຸມໃສ່ການຮຽນ, ພັກຜ່ອນ ແລະ ຜ່ອນຄາຍຫຼັງຈາກທີ່ມີຄວາມເຄັ່ງຕຶງໃນການຮຽນຢູ່ໂຮງຮຽນມາ. ດ້ວຍ​ການ​ຈັດ​ວາງ​ຢ່າງ​ເປັນ​ລະບຽບ​ຮຽບຮ້ອຍ​ທາງພາວະວິໄສ, ລິງ ໄດ້​ປ່ຽນ​ຫ້ອງ​ເຊົ່າ​ຂະໜາດ​ນ້ອຍ​ໃຫ້​ກາຍ​ເປັນ​ເຮືອນ​, ​ເຊິ່ງເປັນບ່ອນທີ່ລາວເອົາໄວ້​ຮ່ຳຮຽນ​ ​ແລະ ກະກຽມ​ສຳລັບ​ອະນາຄົດຂອງລາວ.

Tình huống hội thoại: Cuộc hội thoại này diễn ra giữa 02 người, một người tên là Nam, chuyên gia đầu tư chứng khoán, người sở hữu 01 căn biệt thự ở Vincom Hà Nội còn người kia là bạn học cấp 2 của Nam, anh ấy tên là Minh. Tình huống hội thoại là Nam tình cờ gặp Minh và mời Minh về nhà mình chơi. Sau đó Nam giới thiệu về các tác phẩm nghệ thuật trong phòng khách của mình cho Minh biết.

ກໍລະນີການສົນທະນາ : ບົດສົນທະນາຄັ້ງນີ້ໄດ້ເກີດຂື້ນລະຫວ່າງ 2 ຄົນ, ຄົນທີ່ໜື່ງຊື່ວ່າ ນາມ,ຜູ້​ຊ່ຽວ​ຊານ​ການ​ລົງ​ທຶນ​ຫຼັກ​ຊັບ​,ຄົນໜຶ່ງເປັນເຈົ້າຂອງເຮືອນວິນລາຢູ່ Vincom ຮ່າໂນ້ຍ ແລະ ອີກຄົນໜຶ່ງແມ່ນໝູ່ທີ່ເຄີຍຮຽນຢູ່ໂຮງຮຽນມັດທະຍົມຕອນຕົ້ນຂອງ ນາມ (Nam), ລາວຊື່ວ່າ ມິງ. ສະຖານະການໃນ​ສົນທະນາ​ຂອງ ​ນາມ​ໄດ້​ພົບ​ມິງໂດຍ​ບັງ​ເອີນ ​ແລະ ​ໄດ້​ເຊີນ​ມິງ​ໄປຫຼິ້ນ​ເຮືອນ​ຂອງ​ຕົນ​. ຫຼັງຈາກນັ້ນ ນາມໄດ້ແນະນຳກ່ຽວກັບງານສິລະປະໃນຫ້ອງຮັບແຂກຂອງຕົນໃນມິງຮູ້.

Nam: Minh! Lâu quá không gặp, cậu dạo này thế nào? ມິງ! ດົນລະໄດ໋ເຮົາບໍ່ໄດ້ພົບກັນ​, ຊ່ວງນີ້ເຈົ້າເປັນແນວໃດ?

Minh: Đúng là lâu rồi không gặp. Mình vẫn ổn, còn cậu thì sao? ແມ່ນດົນແລ້ວທີ່ເຮົາບໍ່ໄດ້ພົບກັນ. ຂ້ອຍສະບາຍດີ, ແລ້ວເຈົ້າເດເປັນແນວໃດ?

Nam: Mình cũng tốt. Mình vừa mới chuyển về căn biệt thự ở Vincom Hà Nội. Cậu có rảnh không? Về nhà mình chơi nhé! ຂ້ອຍກໍສະບາຍດີ, ຂ້ອຍຫາກໍຍ້າຍເຮືອນຢູ່ Vincom ຮ່າໂນ້ຍ. ເຈົ້າມີເວລາວ່າງບໍ? ມາຫຼິ້ນເຮືອນຂ້ອຍເດີ!

Minh: Thật sao? Mình rất muốn xem căn biệt thự của cậu. Đi thôi! ແທ້ບໍ? ຂ້ອຍຢາກເຫັນເຮືອນວິນລ່າຂອງເຈົ້າແທ້ໆ. ໄປກັນແທ້ກໍ້!

Nam: Đây là phòng khách của mình. Cậu thấy thế nào? ນີ້ແມ່ນຫ້ອງຮັບແຂກຂອງຂ້ອຍ. ເຈົ້າຮູ້ສຶກແນວໃດ?

Minh: Ồ, thật đẹp! Mình rất ấn tượng với các tác phẩm nghệ thuật này. Cậu có thể giới thiệu cho mình biết thêm không? ໂອ່, ງາມແທ້! ຂ້ອຍປະທັບໃຈຫຼາຍກັບງານສິລະປະນີ້. ເຈົ້າສາມາດແນະນຳໃຫ້ຂ້ອຍຮູ້ເພີ່ມເຕີມໄດ້ບໍ?

Nam: Tất nhiên rồi. Bức tranh này là của một họa sĩ nổi tiếng người Việt Nam, tên là Nguyễn Thanh Bình. Ông ấy chuyên vẽ về cuộc sống thường ngày và phong cảnh Việt Nam. Bức này miêu tả một buổi sáng sớm ở Hà Nội. ແນ່ນອນແລ້ວ. ຮູບພາບນີ້ແມ່ນຂອງນັກຈິດຕະການທີ່ມີຊື່ສຽງເປັນຄົນຫວຽດນາມ, ຊື່ວ່າ ຫວຽນ ແທັງ ບິ່ງ (Nguyễn Thanh Bình). ລາວແມ່ນຊ່ຽວຊານແຕ້ມກ່ຽວກັບການດຳລົງຊີວິດປະຈຳວັນ ແລະ ທິວທັດທຳມະຊາດຂອງຫວຽດນາມ. ຮູບນີ້ແມ່ນພັນລະນາເຖິງຕອນຮຸ່ງເຊົ້າຢູ່ຮ່າໂນ້ຍ.

Minh: Thật tuyệt vời! Còn bức tượng này thì sao? ສຸດຍອດຫຼາຍ! ສ່ວນຮູບປັ້ນນີ້ເດແມ່ນຫຍັງ?

Nam: Đây là tác phẩm của một nghệ nhân điêu khắc từ Huế. Tượng này được làm từ gỗ trầm hương, rất quý hiếm. Nó tượng trưng cho sự bình an và thịnh vượng. ນີ້​ແມ່ນ​ຜົນງານ​ຂອງ​ຊ່າງ​ແກະ​ສະຫຼັກ​ຊາວ​ເຫ້ວ. ຮູບປັ້ນນີ້ແມ່ນເຮັດຈາກໄມ້ໄຜ່, ທີ່ຫາຍາກ. ມັນເປັນສັນຍະລັກຄວາມສະຫງົບສຸກ ແລະ ຄວາມຈະເລີນຮຸ່ງເຮືອງ.

Minh: Mình rất thích cách cậu sưu tầm và trưng bày các tác phẩm nghệ thuật. Nó thực sự tạo nên một không gian rất đặc biệt. ຂ້ອຍມັກທີ່ເຈົ້າເອົາງານສິລະປະນີ້ມາລວບລວມ ແລະ ວາງງໂຊແບບນີ້. ມັນເຮັດໃຫ້ບັນຍາກາດໃນຫ້ອງເຈົ້າພິເສດຫຼາຍ.

Nam: Cảm ơn cậu. Mình luôn tin rằng nghệ thuật không chỉ làm đẹp cho ngôi nhà mà còn mang lại cảm hứng và sự thư giãn. ຂອບໃຈເດີ. ຂ້ອຍເຊື່ອສະເໝີວ່າງານສິລະປະບໍ່ພຽງແຕ່ນຳປະດັບປະດາໃຫ້ເຮືອນສວຍງາມເທົ່ານັ້ນແຕ່ມັນຍັງນຳມາສູ່ແຮງບັນດານໃຈ ແລະ ຄວາມຜ່ອນຄາຍອີກດ້ວຍ.

Minh: Mình đồng ý. Cảm ơn cậu đã mời mình đến chơi và giới thiệu về các tác phẩm nghệ thuật này. Mình rất vui khi được gặp lại cậu. ຂ້ອຍເຫັນດີນຳ. ຂອບໃຈເຈົ້າທີ່ເຊິນຂ້ອຍມາຫຼິ້ນເຮືອນ ແລະ ແນະນຳກ່ຽວກັບງານສິລະປະນີ້. ຂ້ອຍດີໃຈຫຼາຍທີ່ໄດ້ພົບເຈົ້າອີກຄັ້ງ.

Nam: Không có gì. Mình cũng rất vui khi gặp lại cậu. Lần sau cậu nhớ ghé chơi nữa nhé! ບໍ່ເປັນຫຍັງ. ຂ້ອຍກໍດີໃຈຄືກັນທີ່ໄດ້ພົບເຈົ້າອີກຄັ້ງ. ເທື່ອໜ້າເຈົ້າຢ່າລືມາຫຼິ້ນເຮືອນຂ້ອຍອີກເດີ!

Minh: Chắc chắn rồi. Hẹn gặp lại cậu sớm! ແນ່ນອນແລ້ວ. ແລ້ວພົບກັນໃໝ່ໄວໆນີ້ເດີ!

Nam: Ừ! Hẹn gặp lại! ອື່! ພົບກັນໃໝ່ເດີ!

ບົດສະຫຼຸບ: ຂ້າງເທິງນີ້ແມ່ນຄຳສັບກ່ຽວກັບເຄື່ອງໃຊ້ຂອງສອຍໃນພາສາຫວຽດ, ຄຳສັບກ່ຽວກັບເຄື່ອງໃຊ້ໃນເຮືອນ, ເຄື່ອງໃຊ້ໃນຫ້ອງຮັບແຂກ, ເຄື່ອງໃຊ້ໃນເຮືອນຄົວ, ເຄື່ອງໃຊ້ໃນຫ້ອງນອນ, ເຄື່ອງໃຊ້ໃນຫ້ອງນ້ຳ, ເຄື່ອງໃຊ້ໃນຫ້ອງເຮັດວຽກ, ບົດພັນລະນາແນະນຳກ່ຽວກັບເຮືອນຂອງຂ້ອຍ ແລະ ບົດສົນທະນາກ່ຽວກັບເຄື່ອງໃຊ້ໃນເຮືອນໃນພາສາຫວຽດ. ພວກ​ເຮົາ​ຫວັງ​ວ່າ​ຄໍາ​ສັບ​ເຫຼົ່າ​ນີ້​ຈະ​ຊ່ວຍ​ໃຫ້​ທ່ານ​ຮຽນ​ຮູ້​ພາ​ສາ​ຫວຽດ​ໄດ້​ດີກ​ວ່າ. ຖ້າທ່ານເຫັນວ່າບົດຄວາມນີ້ເປັນປະໂຫຍດ, ທ່ານສາມາດແບ່ງປັນກັບຫມູ່ເພື່ອນຂອງທ່ານໄດ້ຮຽນນຳເດີ.

ຂໍຂອບໃຈ!

Bình luận đã bị đóng.

Lên đầu trang