ເລື່ອງຊວນຫົວ “Nghe là sợ” ແປເປັນພາສາລາວວ່າ: ຟັງກໍຢ້ານແລ້ວ ເປັນເລື່ອງຊວນຫົວໜຶ່ງທີ່ມີເນື້ອໃນເວົ້າເຖິງຄົນໜຶ່ງໄດ້ສົງໄສກ່ຽວກັບພຶດຕິກຳທີ່ບໍ່ສຸພາບຂອງນັກສຶກສາຄົນໜຶ່ງທີ່ເຂົ້າໄປເຮືອນຂອງຄົນອື່ນໂດຍບໍ່ທັກທາຍ ແລະ ຍັງປະພຶດແບບບໍ່ເໝາະສົມ. ຄົນໜຶ່ງອະທິບາຍແບບຕະຫຼົກວ່າ: “ໂອ້, ລາວກຳລັງຮຽນຢູ່ມະຫາວິທະຍາໄລວິທະຍາສາດທຳມະຊາດ” ຄຳຕອບນີ້ເບິ່ງຄືວ່າຈະເຊື່ອມໂຍງບຸກຄະລິກກະພາບ “ທຳມະຊາດ” ກັບຊື່ໂຮງຮຽນທີ່ສ້າງຂຶ້ນໃນສະຖານະການທີ່ຕະຫຼົກ ແລະ ຫຼອກລວງກັບຄວາມຄາດຫວັງຂອງພາສາ.
ກ່ອນທີ່ຈະເຂົ້າອ່ານເລື່ອງຊວນຫົວນີ້, ເຊີນທ່ານທຳຄວາມຮູ້ຈັກກັບບາງຄຳສັບດັ່ງນີ໊:
ຄຳສັບ
Vô ý vô tư: ເສຍມາລະຍາດ ຫຼືການທຳຕົວບໍ່ເໝາະສົມ
Người ta: ເຂົາເຈົ້າ
Chào hỏi: ທັກທາຍ, ທັກທາຍໄຕ່ຖາມ, ທັກທາຍສະບາຍດີ
tự nhiên: ເປັນກັນເອງ, ທຳມະຊາດ
Đại học Khoa học tự nhiên: ມະຫາວິທະຍາໄລວິທະຍາສາດທຳມະຊາດ
ເນື້ອເລື່ອງ
Nghe là sợ

− Cậu ấy là sinh viên, mà sao vô ý vô tứ, vào nhà người ta, chẳng chào hỏi ai cả, cứ tự nhiên như không thế nhỉ?
ລາວເປັນນັກສຶກສາ ແຕ່ເປັນຫຍັງຄືບໍ່ມີມາລະຍາດແທ້ ເຂົ້າໄປໃນເຮືອນເຂົາເຈົ້າ ແຕ່ບໍ່ທັກບໍ່ທາຍໃຜເລີຍ ເຮັດຄືເປັນກັນເອງແທ້ນໍ!
− À, cậu ấy đang học Đại học Khoa học Tự nhiên mà lại!
ເອີ, ລາວຫັ້ນກຳລັງຮຽນຢູ່ມະຫາວິທະຍາໄລວິທະຍາສາດເປັນກັນເອງເດ້!
***
ທ່ານເຫັນວ່າບົດເລື່ອງຊວນຫົວ “Nghe là sợ” ນີ້ເປັນແນວໃດ? ຖ້າທ່ານເຫັນວ່າມ່ວນ, ຢ່າລືມແບ່ງປັນໃຫ້ໝູ່ທ່ານມາຮຽນຳພວກເຮົາແດ່ເດີ! ຂໍຂອບໃຈ!