ປະຫວັດຄວາມເປັນມາ ແລະ ຄວາມໝາຍຂອງທຸງຊາດຫວຽດນາມ

ທຸງຊາດແມ່ນສັນຍະລັກສະແດງເຖິງການຄວາມຄົງຕົວ ແລະ ເອກະລາດຂອງຊາດ, ແມ່ນເຄື່ອງໝາຍຮັບຮູ້ໃນເວທີສາກົນ ເຊິ່ງແຕ່ລະສີ, ແຕ່ລະຮູບພາບທີ່ຢູ່ເທິງທຸງຊາດລ້ວນແຕ່ມີຄວາມໝາຍສະເພາະທີ່ສະທ້ອນໃຫ້ເຫັນເຖິງປະຫວັດສາດ, ວັດທະນະທຳ, ສາດສະໜາ ຫຼື ຄຸນຄ່າຫຼັກຂອງຊາດນັ້ນໆ. ທຸງຊາດໄດ້ປະກົດຂື້ນໃນເຫດການສາກົນ, ງານບຸນ, ກອງປະຊຸມ, ງານກິລາ… ເພື່ອເປັນຕົວແທນໃຫ້ແກ່ປະເທດຊາດ. ທຸງຊາດຍັງເປັນສັນຍະລັກທີ່ຊ່ວຍໃຫ້ປະຊາຊົນມີຄວາມຮູ້ສຶກຜູກພັນ, ພາກພູມໃຈ ແລະ ສາມັກຄີກັນກັບປະເທດຂອງຕົນ. ໃນເວລາເກີດສົງຄາມ ຫຼື ການປະຕິບັດງານທາງການທະຫານ. ນອກຈາກນັ້ນແລ້ວ, ທຸງຊາດຍັງຊ່ວຍຈຳແນກກຳລັງ ແລະ ກຳນົດການຄວມຄຸມອານາເຂດ. ໃນບົດຄວາມນີ້, ພວກເຮົາມາຮຽນຮູ້ກ່ຽວກັບປະຫວັດສາດ ແລະ ຄວາມໝາຍຂອງທຸງຊາດຫວຽດນາມນຳກັນ.

ປະຊາຊົນຫວຽດນາມພາກັນປະດັບປະດາທຸງຊາດ ຢູ່ທຸກແຫ່ງເນື່ອງໃນວັນຊາດ
ປະຊາຊົນຫວຽດນາມພາກັນປະດັບປະດາທຸງຊາດ ຢູ່ທຸກແຫ່ງເນື່ອງໃນວັນຊາດຫວຽດ

1. ປະຫວັດຄວາມເປັນມາຂອງທຸງຊາດຫວຽດນາມ

ທຸງຊາດຫວຽດນາມ ແມ່ນສັນຍະລັກທີ່ສັກສິດຂອງຊົນຊາດຫວຽດນາມ ເຊິ່ງຕິດພັນກັບປະຫວັດສາດການຕໍ່ສູ້ເພື່ອເອກະລາດ ແລະ ການສ້າງສາປະເທດຊາດ. ທຸກຄັ້ງທີ່ທຸງນີ້ປິວສະບັດ, ມັນໄດ້ສ້າງແຮງບັນດານໃຈໃຫ້ແກ່ຄວາມພາກພູມໃຈ, ຄວາມຮັກຊາດ ແລະ ຄວາມມຸ່ງໝັ້ນທີ່ຈະກ້າວໄປຂ້າງໜ້າໃນຈິດໃຈຂອງປະຊາຊົນຊາວຫວຽດນາມທຸກຄົນ. ທຸງແດງດາວເຫຼືອງ ໄດ້ປະກົດຂຶ້ນຄັ້ງທຳອິດໃນປີ 1940, ໃນຂະບວນການລຸກຮືຂຶ້ນຢູ່ພາກໃຕ້ ເພື່ອຕໍ່ຕ້ານພວກລ່າເມືອງຂຶ້ນຝຣັ່ງ. ໃນເວລານັ້ນ, ທຸງໄດ້ຖືກອອກແບບດ້ວຍພື້ນສີແດງ ແລະ ມີດາວສີເຫຼືອງຫ້າແສກຢູ່ກາງ.

ທຸງຊາດຫວຽດນາມແບບດັ້ງເດີມ
ທຸງຊາດຫວຽດນາມແບບດັ້ງເດີມ

ວັນທີ 23/11/ 1940: ທຸງສີແດງດາວເຫຼືອງໄດ້ປະກົດຂຶ້ນຄັ້ງທຳອິດໃນການລຸກຮືຂຶ້ນຢູ່ພາກໃຕ້ (ວັນທີ 23/11/1940). ຜູ້ທີ່ອອກແບບແມ່ນທ່ານ Nguyễn Hữu Tiến (ບາງເອກະສານກ່າວວ່າແມ່ນທ່ານ Lê Quang Sô).

ທ່ານ Nguyễn Hữu Tiến ກຳລັງແຕັ້ມຮູບທຸງຊາດຫວຽດນາມ
ທ່ານ Nguyễn Hữu Tiến ກຳລັງແຕ້ມຮູບທຸງຊາດຫວຽດນາມ

ວັນທີ 02/9/1945, ທີ່ສະໜາມຫຼວງບາດິ່ງ (Ba Đình), ປະທານ ໂຮ່ຈີມິນ ໄດ້ອ່ານຖະແຫຼງການປະກາດເອກະລາດ ແລະ ທຸງແດງດາວເຫຼືອງ ໄດ້ກາຍເປັນທຸງຊາດຢ່າງເປັນທາງການຂອງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ.

ປີ 1976: ພາຍຫຼັງປະເທດໄດ້ໂຮມເຂົ້າກັນ, ສະພາແຫ່ງຊາດຫວຽດນາມໄດ້ຕົກລົງນຳໃຊ້ທຸງສີແດງດາວເຫຼືອງເປັນທຸງຊາດຂອງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຈົນເຖິງປັດຈຸບັນ.

2. ການອອກແບບ ແລະຄວາມໝາຍຂອງທຸງຊາດຫວຽດນາມ

2.1 ການອອກແບບຂອງທຸງຊາດ

ຕາມນັ້ນທີ່ໄດ້ກ່າວໄປຂ້າງເທິງນັ້ນ, ທຸງຊາດຫວຽດນາມເປັນຮູບສີ່ແຈສາກ, ຄວາມກວ້າງເທົ່າກັບສອງສ່ວນສາມຂອງຄວາມຍາວ, ພື້ນສີແດງ ແລະ ຢູ່ທາງກາງມີຮູບດາວຫ້າແຈສີເຫຼືອງ.

– ດາວສີເຫຼືອງແມ່ນວາງຢູ່ຈຸດໃຈກາງ (ຈຸດຕັດກັນຂອງສອງເສັ້ນຂວາງ) ຂອງທຸງຊາດ.

– ໄລຍະຫ່າງຈາກຈຸດໃຈກາງຂອງດາວໄປຫາປາຍແຫຼມຂອງດາວແມ່ນເທົ່າກັບໜຶ່ງສ່ວນຫ້າຂອງຄວາມຍາວຂອງທຸງຊາດ.

– ແຈໜຶ່ງຂອງດາວຕັ້ງສາກກັບຂອບຍາວຂອງທຸງຊາດ ແລະ ຊີ້ຊື່ຂຶ້ນໄປຂ້າງເທິງຕາມປາຍເສົາທຸງຊາດ.

– ທັງສອງດ້ານ (ດ້ານໜ້າ ແລະ ດ້ານຫຼັງ) ຂອງທຸງຊາດລ້ວນແຕ່ມີຮູບດາວສີເຫຼືອງຄືກັນ.

– ພື້ນທຸງຊາດເປັນສີແດງສົດ ແລະ ດາວເປັນສີເຫຼືອງສົດໃສ.

ທຸງຊາດຫວຽດນາມທີ່ໄດ້ນຳໃຊ້ໃນປັດຈຸບັນ
ທຸງຊາດຫວຽດນາມທີ່ໄດ້ນຳໃຊ້ໃນປັດຈຸບັນ

2.2 ຄວາມໝາຍຂອງທຸງຊາດຫວຽດນາມ

ທຸງຊາດຫວຽດນາມມີຄວາມໝາຍຄືດັ່ງນີ້:

ພື້ນສີແດງ ເປັນສັນຍາລັກຂອງເລືອດບັນດາວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຄວາມເປັນເອກະລາດ, ເສລີພາບຂອງປະເທດຊາດ, ພ້ອມດຽວກັນນັ້ນ ກໍສະແດງເຖິງຈິດໃຈປະຕິວັດທີ່ອົງອາດກ້າຫານ.

ດາວສີເຫຼືອງຫ້າແຈຢູ່ກາງ ເປັນສັນຍາລັກໃຫ້ແກ່ຄວາມສາມັກຄີຂອງ 5 ຊົນຊັ້ນໃນສັງຄົມຫວຽດນາມຄື: ກຳມະກອນ, ຊາວກະສິກອນ, ນັກປັນຍາຊົນ, ຊາວໜຸ່ມ ແລະ ທະຫານ.

ສີເຫຼືອງຂອງດາວ ເປັນສັນຍາລັກໃຫ້ແກ່ສີຜິວຂອງຊາວຫວຽດນາມ, ພ້ອມດຽວກັນນັ້ນກໍເປັນການລະລຶກເຖິງຮີດຄອງປະເພນີ ແລະ ເອກະລັກຂອງຊາດ.

*ເບິ່ງເພີ່ມຕື່ມ ຄຳສັບກ່ຽວກັບສີ ແລະ ຮູບຊົງໃນພາສາຫວຽດ

ທຸງແດງດາວເຫຼືອງ ບໍ່ພຽງແຕ່ເປັນສັນຍາລັກແຫ່ງຊາດເທົ່ານັ້ນ, ແຕ່ຍັງເປັນຄວາມພາກພູມໃຈ, ເປັນເຄື່ອງເຕືອນໃຈກ່ຽວກັບອະດີດທີ່ສະຫງ່າລາສີ ແລະ ເປັນຄວາມຮັບຜິດຊອບໃນການປົກປັກຮັກສາປະເທດຊາດສຳລັບຄົນຮຸ່ນປັດຈຸບັນ ແລະ ອະນາຄົດອີກດ້ວຍ.

ຂໍຂອບໃຈ!

Lên đầu trang