ຄຳສັບກ່ຽວກັບສຸຂະພາບໃນພາສາຫວຽດ

ໃນຊີວິດຂອງພວກເຮົາ, ສຸຂະພາບແມ່ນສິ່ງທີ່ສໍາຄັນທີ່ສຸດ, ແລະ ມັນອາດຈະໂຊກບໍ່ດີຖ້າທ່ານມີບັນຫາສຸຂະພາບໃນເວລາມາຮຽນ ຫຼື ເຮັດວຽກຢູ່ຫວຽດນາມ ແຕ່ຢ່າກັງວົນເພາະວ່າໃນບົດຄວາມນີ້ ທ່ານຈະໄດ້ຮຽນຮູ້ຄໍາສັບກ່ຽວກັບສຸຂະພາບໃນພາສາຫວຽດ. ທ່ານຈະຮູ້ວິທີອະທິບາຍສະພາບຮ່າງກາຍຂອງຕົນ, ຄຳສັບທົ່ວໄປໃນເວລາໄປກວດ ແລະ ປິ່ນປົວພະຍາດ, ຊື່ພະຍາດ, ປະໂຫຍກສື່ສານບາງປະໂຫຍກ ແລະ ສຸດທ້າຍແມ່ນພາກສົນທະນາເພື່ອໃຫ້ທ່ານຝຶກທັກສະການສື່ສານຂອງຕົນຕໍ່ໄປ ຫຼັງຈາກຮຽນຄຳສັບຂ້າງເທິງນີ້.

ຮ່າງກາຍຂອງຄົນເຮົາບໍ່ມີສຸຂະພາບດີສະເໝີໄປ, ບາງຄັ້ງເຈົ້າຮູ້ສຶກອິດເມື່ອຍ, ຄຽດ ແລະ ບໍ່ຢາກເຮັດຫຍັງ. ຕໍ່​ໄປ​ນີ້​ແມ່ນ​ຄໍາ​ສັບ​ທີ່​ຈະ​ເວົ້າ​ກ່ຽວ​ກັບ​ພາບ​ສຸ​ຂະ​ພາບ​ຂອງ​ທ່ານ​ໃນ​ພາ​ສາ​ຫວຽດ​​.

ລ/ດຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Khỏe mạnhຄວ ແມັ້ງແຂງແຮງ
2Bình thườngບິ່ງ ເຖື່ອງທຳມະດາ, ປົກກະຕິ
3Ốmໂອມໄຂ້
4Mệt mỏiເມດ ໝອຍອິດເມື່ອຍ
5Căng thẳngກັງ ຖັງເຄັ່ງຄຽດ
6Hoa mắtຮວາ ມັດຕາລາຍ
7Đau đầuເດົາ ເດົ່າເຈັບຫົວ
8Hoຮໍໄອ
9Viêmວຽມອັກເສບ
10Viêm họngວຽມ ຮ້ອງອັກເສບຄໍ
11Sốtໂຊດເປັນໄຂ້
12Sốt caoໂຊດ ກາວໄຂ້ຂື້ນສູງ
13Cảm lạnhກາມ ແລັ້ງເປັນຫວັດໜາວ
14Sổ mũiໂສ ໝຸຍນ້ຳມູກໄຫຼ
15Sưng tấyສຶງ ເຕິຍໃຄ່ຂື້ນ
16Đau nhứcເດົາ ຍຶກເຈັບປວດ
17Đỡ đauເດີ ເດົາໄຄ (ເຊົາເຈັບໜ້ອຍໜຶ່ງ)
18Vừa mới khỏi ốmເວື່ອ ເໝີຍ ຂອຍ ໂອມຫາກໍເຊົາໄຂ້
19ເຕມຶນ
20Buốtບວດປວດ
21Chảy máuໄຈ ເໝົາເສຍເລືອດ
22Chầy daເຈິ່ຍ ຢາໜັງເປິກD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
23Mẩn ngứaເໝິນ ເຫງືອຜື່ນຄັນ
24Dị ứngຢິ ອືງພູມແພ້D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
25Bầm tímເບິ່ມ ຕິມຂຽວຊ້ຳ
26Tụ máuຕຸ ເໝົາຊ້ຳເລືອດ /ເລືອດກ້າມ
27Xanh xaoແຊັງ ຊາວເຫຼືອຫຼ່າ
28Yếu ớtອຽວ ເອິດອ່ອນແອ
29Mất vị giácເໝິດ ວິ ຢາກລິ້ນບໍ່ມີລົດຊາດGi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
30Ngạt mũiງາດ ໝຸຍຕັນດັງ
31Sổ mũiໂສ ໝຸຍນ້ຳມູກໄຫຼ
32Mất nhiều máuເໝິດ ຍ່ຽວ ເໝົາເສຍເລືອດຫຼາຍ
33Sốc nhiệtໂສກ ຍຽດຊັອກແດດ
34Sốc phản vệໂສກ ຝານ ເວະພູມແພ້ຂັ້ນຮຸນແຮງ
35Bị choángບິ ຈວາງຊັອກ
36Nhiệt miệngຍຽດ ມ້ຽງຮ້ອນໃນ
37Oảiອວາຍເມື່ອຍລ້າ
38Thiếu ngủຖຽວ ຫງູນອນໜ້ອຍ
39Căng thẳngກັງ ຖັງເຄັ່ງຄຽດ
40Trầm cảmເຈິ່ມ ກາມຊຶມເສົ້າ
41Kiệt sứcກຽດ ສຶກໝົດແຮງ
42Tăng huyết ápຕັງ ຮວຽດ ອາບຄວາມດັນເລືອດສູງ
43Tụt huyết ápຕູດ ຮວຽດ ອາບຄວາມດັນເລືອດຫຼຸດລົງ (ຕ່ຳ)
44Suy nhược cơ thểຊຸຍ ເຍືອກ ເກີ ເຖຮ່າງກາຍອ່ອນແອ
45Đột quỵໂດດ ກຸ້ຍເປັນລົມອຳມະພາດ
46Ngất xỉuເງິດ ສິວສະຫຼົບໄປ
47Ngộ độcໂງະ ໂດກພິດ (ພິດອາຫານ)
48Phù nềຟູ່ ເນ່ໃຄ່ບວມ
49Có đờmກໍ ເດີ່ມມີຂີ້ກະເທິ
50Buồn nônບ່ວນ ໂນນປວດຮາກ
51Bại liệtບ້າຍ ລຽດເປ້ຍລ່ອຍ
52Ngồi xe lănໂງ່ຍ ແຊ ລັນນັ່ງລົດເຂັນ
53Chống nạngຈົງ ນ້າງຄ້ຳໄມ້ຄ້ອນເທົ້າ
ຕາຕະລາງ: ຄຳສັບກ່ຽວກັບສະພາວະການຂອງສຸຂະພາບໃນພາສາຫວຽດ

*ເບິ່ງບົດຮຽນວິທີຖາມເຖິງສຸຂະພາບໃນພາສາຫວຽດ>>>

ຄຳສັບກ່ຽວກັບສະພາວະການຂອງສຸຂະພາບໃນພາສາຫວຽດ
ຄຳສັບກ່ຽວກັບສະພາວະການຂອງສຸຂະພາບໃນພາສາຫວຽດ

ເມື່ອທ່ານມີບັນຫາດ້ານສຸຂະພາບ, ທ່ານຄວນໄປພົບແພດ. ນີ້ແມ່ນບາງຄຳສັບທີ່ກ່ຽວກັບການກວດສຸຂະພາບ ແລະ ການປິ່ນປົວທີ່ທ່ານຄວນຮູ້.

ລ/ດ ຄຳສັບພາສາຫວຽດຄຳທັບສັບພາສາລາວຄວາມໝາຍໝາຍເຫດ
1Khám sức khỏeຂາມ ສຶກ ເເຄວກວດສຸຂະພາບ
2Khám bệnhຂາມ ເບັ້ງກວດພະຍາດ
3Chữa bệnhເຈືອ ເບັ້ງປິ່ນປົວພະຍາດ
4Điều trịດ່ຽວ ຈິປິ່ນປົວ
5Kê đơn thuốcເກ ເດີນ ທັວກຂຽນໃບສັ່ງຢາ
6Chẩn đoánຈວນ ດວານປົ່ງມະຕິ
7Triệu chứngຈ້ຽວ ຈຶງອາການ
8Đo huyết ápດໍ ຮວຽດ ອາບວັດແທກຄວາມດັນເລືອດ
9Xét nghiệm máuແຊັດ ງ້ຽມ ເໝົາວິເຄາະເລືອດ/ກວດເລືອດ
10Xét nghiệm phân và nước tiểuແຊັດ ງ້ຽມ ເຟິນ ວ່າ ເນຶອກ ຕຽວກວດອາຈົມ ແລະ ປັດສະວະ
11Uống thuốcອວງ ທັວກກິນຢາ
12Tiêm thuốcຕຽມ ທັວກສັກຢາ
13Truyền nướcຈວ່ຽນ ເນຶອກໃສ່ນ້ຳ
14Dán miếng hạ sốtຢານ ໝຽງ ຮະ ສົດຕິດແຜ່ນຫຼຸດໄຂ້D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້.
15Tiêm phòngຕຽມ ຟ່ອງຊັກຢາປ້ອງກັນ
16Chụp X-quangຈ້ບ ອິກ-ກວາງເອັກສະເລ
17Nội soiໂນ້ຍ ຊອຍສ່ອງພາຍໃນ
18Sơ cứuເຊີ ກິວປິ່ນປົວໃນເບື້ອງຕົ້ນ
19Cấp cứuເກິບ ກິວສຸກເສີນ
20Cầm máuເກິ່ມ ເໝົາຫ້າມເລືອດ
21Băng bó vết thươngບັງ ບໍ ເວດ ເທືອງພັນບາດແຜ
22Mổໂໝຜ່າຕັດ
23Gây têເ-ກິຍ ເຕໃສ່ຢາມຶນ
24Gây mêເ-ກິຍ ເມໃສ່ຢາສະຫຼົບ
25Phẫu thuậtເຟົາ ທວດສັນຍະກຳ
26Tiểu phẫuຕຽວ ເຟົາຜ່າຕັດນ້ອຍຜ່າຕັດສິ່ງທີ່ນ້ອຍໆ
27Khám lạiຂາມ ຫຼ້າຍກວດຄືນ
28Lấy venເຫຼິຍ ແວນເຈາະເສັ້ນເລືອດດຳ
29Truyền máuຈວ່ຽນ ເໝົາໃສ່ເລືອດ
30Hiến máuຫຽນ ເໝົາບໍລິຈາກເລືອດ
31Khâuເຄົາຫຍິບ
32Cắt chỉກັດ ຈີຕັດໄໝຫຍິບ
33Vết thương hởເວັດ ເທືອງ ເຫີ໋ບາດແຜເປີດ
34Chờ kết quảເຈີ່ ເກັດ ກວາຖ້າຜົນກວດ
35Kiêng đồ tanhກຽງ ໂດ່ ແຕັງງົດອາຫານຄາວ
36Bảo hiểm y tếບາວ ຮຽມ ອີ ເຕປະກັນສຸຂະພາບ
37Sổ khám bệnhໂສ ຂາມ ເບັ້ງປື້ມ​ບັນ​ທຶກ​ກວດພະຍາດ
38Bệnh l‎aoເບັ້ງ ລາວວັນນະໂລກ
39Hồi phụcໂຮ່ຍ ຟຸກຟຶ້ນຄືນ
40Ủ bệnhອູ ເບັ້ງເລີ່ມເກີດມີຂຶ້ນ
41Bệnh cũ tái phátເບັ້ງ ກູ ຕາຍ ຟາດພະຍາດເກົ່າກັບຄືນມາ
42Mãn tínhໝານ ຕິງຊ້ຳເຮື້ອ
43Khám lâm sàngຂາມ ເລິມ ຊ່າງກວດທົ່ວໄປ
44Chuyển bệnh việnຈວຽນ ເບັ້ງ ວ້ຽນຍ້າຍໂຮງໝໍ
45Bệnh nặngເບັ້ງ ນັ້ງພະຍາດຮ້າຍແຮງ
46Bệnh nhẹເບັ້ງ ແຍະພະຍາດເບົາບາງ
47Nằm phòng cấp cứuນ່ຳ ຟ່ອງ ເກິບ ກິວຢູ່ໃນຫ້ອງສຸກເສີນ
48Nằm việnນ່ຳ ວ້ຽນນອນໂຮງໝໍ
49Nhập việnເຍິບ ວ້ຽນເຂົ້າໂຮງໝໍ
50Xuất việnຊັວດ ວ້ຽນອອກຈາກໂຮງໝໍ
51Thanh toán viện phíແທັງ ຕວານ ວ້ຽນ ຝີ ​ຊໍາ​ລະ​ຄ່າ​ໂຮງ​ຫມໍ​
52Đo huyết ápດໍ ຮວຽດ ອາບວັດແທກຄວາມດັນ
53Đo nhịp timດໍ ຍິບ ຕິມວັດແທກອັດຕາການເຕັ້ນຂອງຫົວໃຈ
ຕາຕະລາງ: ຄຳສັບກ່ຽວກັບການກວດສຸຂະພາບ ແລະ ການປິ່ນປົວ

*ເບິ່ງເພີ່ມຕື່ມຄຳສັບກ່ຽວກັບອາໄວຍາວະຂອງຄົນໃນພາສາຫວຽດ>>>

ຄຳສັບກ່ຽວກັບການກວດສຸຂະພາບ ແລະ ການປິ່ນປົວ
ຄຳສັບກ່ຽວກັບການກວດສຸຂະພາບ ແລະ ການປິ່ນປົວ
ລ/ດຄຳສັບພາສາຫວຽດຄຳທັບສັບພາສາຫວຽດຄວາມໝາຍໝາຍເຫດ
1Cảm cúmກາມ ກູມໄຂ້ຫວັດໃຫຍ່
2Viêm daວຽນ ຢາຜິວໜັງອັກເສບD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
3Sốt xuất huyếtສົດ ຊັວດ ຮວຽດໄຂ້ເລືອດອອກ
4Bệnh sởiເບັ້ງ ເສີຍພະຍາດໝາກແດງ
5Bệnh ngoài daເບັ້ງ ງວ່າຍ ຢາພະຍາດທາງນອກD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
6Bệnh đau nửa đầuເບັ້ງ ເດົາ ເໜືອ ເດົ່າໄມເກຣນ
7Bệnh thấp khớpເບັ້ງ ເທິບ ເຂິບໂລກຂໍ້ອັກເສບ
8Bệnh dạ dàyເບັ້ງ ຢະ ໄຢ່ໂລກກະເພາະD ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
9Bệnh ung thưເບັ້ງ ອຸງ ທືໂລກມະເຮັງ
10Bệnh phổiເບັ້ງ ໂຝຍພະຍາດປອດ
11Bệnh viêm ganເບັ້ງ ວຽນ -ການພະຍາດຕັບອັກເສບ
ຕາຕະລາງ: ຄຳສັບກ່ຽວກັບບາງພະຍາດທົ່ວໄປໃນພາສາຫວຽດ

ກໍລະນີ​ການ​ສົນທະນາ: ​ເອື້ອຍ ​ຮວາ ເປັນໄຂ້​ຈຶ່ງ​ໄປ​ຮ້ານ​ຂາຍ​ຢາ​ໃກ້​ເຮືອນ​ເພື່ອ​ຊື້​ຢາ. ຢູ່​​ນີ້, ເອື້ອຍລິງເປັນພະນັກງານ​ຂາຍ​ຢາ, ​ໄດ້​ແນະນຳ ​ແລະ ຂຽນໃບສັ່ງຢາໃຫ້ເອື້ອຍ ຮວາ. ຂ້າງລຸ່ມນີ້ແມ່ນຕົວຢ່າງການສົນທະນາລະຫວ່າງເອື້ອຍຮວາ ກັບ ເອື້ອຍລິງຢູ່ຮ້ານຂາຍຢາ:

Chị Hòa: Chào chị, tôi cảm thấy không khỏe lắm. Tôi bị đau đầu và sốt cao từ hôm qua đến giờ. ສະບາຍດີເອື້ອຍ, ຂ້ອຍຮູ້ສຶກບໍ່ສະບາຍປານໃດ. ຂ້ອຍເຈັບຫົວ ແລະ ໄຂ້ຂື້ນສູງແຕ່ມື້ວານນີ້ຈົນມາຮອດຕອນນີ້.

Chị Linh: Dạ, chị có thể mô tả thêm về triệu chứng của mình không? Chị có bị ho, đau họng hay khó thở không? ເຈົ້າ, ເອື້ອຍສາມາດອະທິບາຍອາການຂອງເອື້ອຍຕື່ມອີກໄດ້ບໍ? ເອື້ອຍມີອາການໄອ, ເຈັບຄໍ ຫຼື ຫາຍໃຈຍາກບໍ?

Chị Hòa: Vâng, tôi có bị ho và đau họng, nhưng không khó thở. Tôi cũng cảm thấy mệt mỏi và không muốn ăn uống gì cả. ເຈົ້າ, ຂ້ອຍມີອາການໄອ ແລະ ເຈັບຄໍ, ແຕ່ຫາຍໃຈບໍ່ຍາກ. ຂ້ອຍຮູ້ສຶກເມື່ອຍ ແລະ ບໍ່ຢາກກິນຫຍັງເລີຍ.

Chị Linh: Tôi hiểu rồi. Chị có bị dị ứng với loại thuốc nào không? ຂ້ອຍເຂົ້າໃຈແລ້ວ, ເອື້ອຍມີອາການແພ້ຢາຫຍັງບໍ?

Chị Hòa: Không, tôi không bị dị ứng với thuốc nào cả. ບໍ່. ຂ້ອຍບໍ່ໄດ້ແພ້ຢາຫຍັງເລີຍ.

Chị Linh: Vậy thì tốt. Tôi sẽ kê cho chị một số loại thuốc để giảm triệu chứng. Đây là thuốc hạ sốt và giảm đau, chị uống mỗi lần một viên sau khi ăn, ngày ba lần. Còn đây là thuốc ho và thuốc kháng sinh, chị uống theo chỉ dẫn trên bao bì. ຄັ້ນຊັ້ນລະດີ. ຂ້ອຍຈະຈັດຢາໃຫ້ເອື້ອຍເພື່ອຫຼດອາການ. ນີ້ແມ່ນຢາລົດຫຼຸດໄຂ້ ແລະ ຫຼຸດເຈັບ, ເອື້ອຍກິນເທື່ອລະ 1 ເມັດຫຼັງຈາກກິນເຂົ້າ, ສາມຄັ້ງຕໍ່ມື້. ສ່ວນນີ້ແມ່ນຢາດີໄອ ແລະ ຢາຕ້ານເຊື່ອ, ເອື້ອຍກິນຕາມຄຳແນະນຳຢູ່ກັບເດີ.

Chị Hòa: Cảm ơn chị. Tôi có cần lưu ý gì thêm khi dùng thuốc không? ຂອບໃຈເອື້ອຍ. ຂ້ອຍຕ້ອງເອົາໃຈໃສ່ຫຍັງຕື່ມອິກບໍເວລາກິນຢາ?

Chị Linh: Chị nhớ uống đủ nước và nghỉ ngơi nhiều. Nếu sau 3 ngày mà không thấy đỡ, chị nên đi khám bác sĩ để được tư vấn thêm. Chị cũng nên tránh tiếp xúc với người khác để không lây bệnh. ເອື້ອຍຢ່າລືມກິນນ້ຳໃສ່ຫຼາຍໆ ແລະ ພັກຜ່ອນໃຫ້ພຽງພໍ. ຖ້າວ່າກິນຢາສາມມື້ແລ້ວຍັງບໍ່ເຊົາ, ເອື້ອຍຄວນໄປກວດນຳທ່ານໝໍເພື່ອໃຫ້ຮູ້ວ່າເປັນຫຍັງ. ເອື້ອຍກໍ່ຄວນຫຼີກລຽງຕິດຕໍ່ກັບຜູ້ອື່ນເພື່ອຫຼີກເວັ້ນການແຜ່ເຊື້ອພະຍາດ.

Chị Hòa: Vâng, tôi sẽ làm theo lời khuyên của chị. Cảm ơn chị rất nhiều. ເຈົ້າ, ຂ້ອຍເຮັດຕາມຄຳແນະນຳຂອງເອື້ອຍ. ຂອບໃຈເອື້ອຍຫຼາຍໆ.

Chị Linh: Không có gì đâu ạ. Chúc chị mau khỏe! ບໍ່ເປັນຫຍັງ, ຂໍໃຫ້ເອື້ອຍເຊົາໄວໆເດີ.

ສະພາບ​ການ​ສົນທະນາ​ແມ່ນ​ພໍ່ຕູ້ ທື ອາຍຸ 80 ປີ ​ໄດ້​ມາ​ກວດ​ຕາ​ຕາມ​ການ​ນັດ​ໝາຍ​ຂອງ​ທ່ານ​ໝໍ ເທືອງ. ອາທິດທີ່ຜ່ານມາ, ລາວໄດ້ໄປໂຮງຫມໍເພື່ອຜ່າຕັດຕາ. ຢູ່​ທີ່​ນີ້, ທ່ານ​ໝໍ​ ເທືອງໄດ້​ກວດຄືນ​ໃຫ້ໃໝ່ ​ແລະ ​ໃຫ້​ຄຳ​ແນະນຳ​ກັບພໍ່ຕູ້ ທື ​ໄດ້​ຟື້ນ​ຟູ​ໄດ້​ໄວ. ຂ້າງລຸ່ມນີ້ແມ່ນຕົວຢ່າງການສົນທະນາລະຫວ່າງພໍ່ຕູ້ທື ແລະ ທ່ານໝໍ ເທືອງ ຢູ່ໂຮງໝໍ:

Ông Thư: Chào bác sĩ, tôi đến theo lịch hẹn để khám lại mắt sau khi mổ tuần trước. ສະບາຍດີທ່ານໝໍ, ຂ້ອຍມາຕາມນັດກວດຕາຄືນຫຼັງຈາກຜ່າຕັດໃນອາທິດແລ້ວນີ້.

Bác sĩ Thương: Chào bác, mời ông ngồi. Bác cảm thấy thế nào sau khi mổ mắt? ສະບາຍດີລຸງ. ເຊີນລຸງນັ່ງກ່ອນ. ລຸງຮູ້ສຶກແນວໃດຫຼັງຈາກຜ່າຕັດຕາແລ້ວ?

Ông Thư: Tôi thấy mắt mình đỡ đau hơn, nhưng vẫn còn hơi mờ và khó chịu. ຂ້ອຍຮູ້ສຶກວ່າຕາຂອງຂ້ອຍເຈັບໜ້ອຍລົງ, ແຕ່ກໍ່ຍັງມົວໜ້ອຍໜຶ່ງ ແລະ ໝຸດໝັດ.

Bác sĩ Thương: Đó là điều bình thường sau phẫu thuật. Cháu sẽ kiểm tra lại mắt của bác để xem tình hình thế nào. Bác có gặp vấn đề gì khác không? ນັ້ນແມ່ນເລື່ອງປົກກະຕິຫຼັງຈາກການຜ່າຕັດ. ຫຼານຈະກວດເບິ່ງຕາຂອງລຸງອີກຄັ້ງເພື່ອເບິ່ງວ່າເປັນແນວໃດ. ລຸງມີບັນຫາອື່ນອີກບໍ?

Ông Thư: Không, chỉ có mắt là hơi mờ thôi. Tôi cũng đã tuân thủ đúng theo hướng dẫn của bác sĩ. ບໍ່, ພຽງແຕ່ຕາຂ້ອຍຍັງມົວໜ້ອຍໜຶ່ງ. ຂ້ອຍເຮັດຕາມຄໍາແນະນໍາຂອງທ່ານໝໍຢ່າງເຄັ່ງຄັດ.

Bác sĩ Thương: Vậy là tốt rồi ạ. Để cháu kiểm tra mắt của bác một chút. (Bác sĩ Thương kiểm tra mắt của ông Thư) Mắt của bác đang hồi phục tốt. Tuy nhiên, bác cần tiếp tục chăm sóc mắt cẩn thận. Ngoài ra, bác cũng nên tránh tiếp xúc với ánh sáng mạnh và không nên đọc sách hoặc xem tivi quá lâu. Ông nên nhỏ thuốc mắt theo đúng chỉ dẫn và giữ vệ sinh mắt sạch sẽ. Nếu có bất kỳ dấu hiệu bất thường nào, bác hãy đến bệnh viện ngay. ດີຫຼາຍແລ້ວ. ໃຫ້ຫຼານກວດຕາອິກໜ້ອຍໜື່ງ. (ທ່ານໝໍກວດຕາຄືນໃຫ້ພໍ່ຕູ້ ທື) ຕາຂອງເຈົ້າກຳລັງຟື້ນຄືນໄດ້ດີ. ຢ່າງໃດກໍຕາມ, ເຈົ້າຈໍາເປັນຕ້ອງສືບຕໍ່ດູແລຕາຂອງເຈົ້າ. ນອກຈາກນັ້ນ, ເຈົ້າຄວນຫຼີກລ້ຽງການສໍາຜັດກັບແສງແຈ້ງ ແລະ ບໍ່ຄວນອ່ານຫນັງສື ຫຼື ເບິ່ງໂທລະພາບດົນເກີນໄປ. ເຈົ້າຄວນໃສ່ຢາຢອດຕາ ແລະ ຮັກສາດວງຕາໃຫ້ສະອາດ. ຫາກມີອາການຜິດປົກກະຕິ, ໃຫ້ມາຫາໝໍທັນທີ.

Ông Thư: Cảm ơn bác sĩ. Tôi sẽ làm theo lời khuyên của bác sĩ. ຂອບໃຈທ່ານໝໍ. ຂ້ອຍຈະເຮັດຕາມຄຳແນະນຳຂອງທ່ານໝໍ.

Bác sĩ Thương: Không có gì đâu bác. Chúc bác mau chóng bình phục. Hẹn gặp lại bác trong lần khám tiếp theo. ບໍ່ເປັນຫຍັງດອກ. ຂໍໃຫ້ລຸງເຈົ້າເຊົາໄວໆເດີ. ແລ້ວພົບກັນໃໝ່.

Ông Thư: Vâng, cảm ơn bác sĩ. Chào bác sĩ tôi về. ໂດຍ, ຂອບໃຈທ່ານໝໍ. ຂ້ອຍກັບກ່ອນເດີທ່ານໝໍ.

ລ/ດປະໂຫຍກຄວາມໝາຍໝາຍເຫດ
1Dạo  này bạn thế nào?ຊ່ວງນີ້ເຈົ້າເປັນແນວໃດ?D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້
2Bạn có khỏe không?ເຈົ້າສະບາຍດີບໍ?
3Cảm ơn bạn. Tôi khỏe.ຂອບໃຈ. ຂ້ອຍສະບາຍດີ
4Bố mẹ bạn có khỏe không?ພໍ່ແມ່ເຈົ້າສະບາຍດີບໍ?
5Cảm ơn bạn. Bố mẹ tôi vẫn khỏe.ຂອບໃຈເດີ. ພໍ່ແມ່ຂ້ອຍສະບາຍດີ.
6Anh ấy bị cảm cúm.ລາວເປັນໄຂ້ຫວັດໃຫຍ່.
7Bạn nên sớm đi khám.ເຈົ້າຮີບຄວນໄປກວດ.
8Chúc anh mau khỏi bệnh.ຂໍໃຫ້ອ້າຍເຊົາໄວໆ.
9Tôi thường đi khám sức khỏe định kỳ.ຂ້ອຍມັກຈະໄປກວດສຸຂະພາບເປັນປະຈຳ.
10Bố chị ngày mai được xuất viện rồi nhé!ມື້ອື່ນ, ພໍ່ເອື້ອຍໄດ້ອອກໂຮງໝໍລະເດີ!
ຕາຕະລາງ: ປະໂຫຍກທີ່ສື່ສານທົ່ວໄປໃນພາສາຫວຽດກ່ຽວກັບສຸຂະພາບ

ບົດສະຫຼຸບ: ຂ້າງເທິງນີ້ແມ່ນຄຳສັບກ່ຽວກັບສຸຂະພາບໃນພາສາຫວຽດ, ຄຳສັບກ່ຽວກັບສະພາບຂອງສຸຂະພາບໃນພາສາຫວຽດ, ຄຳສັບກ່ຽວກັບການກວດສຸຂະພາບ ແລະ ການປິ່ນປົວ, ຄຳສັບກ່ຽວກັບບາງພະຍາດທົ່ວໄປໃນພາສາຫວຽດ, ບົດສົນທະນາກ່ຽວກັບສຸຂະພາບໃນພາສາຫວຽດ ແລະ ປະໂຫຍກສື່ສານທົ່ວໄປໃນພາສາຫວຽດກ່ຽວກັບສຸຂະພາບ. ພວກ​ເຮົາ​ຫວັງ​ວ່າ​ຄໍາ​ສັບ​ເຫຼົ່າ​ນີ້​ຈະ​ຊ່ວຍ​ໃຫ້​ທ່ານ​ຮຽນ​ຮູ້​ພາ​ສາ​ຫວຽດ​ໄດ້​ດີກ​ວ່າ. ຖ້າທ່ານເຫັນວ່າບົດຄວາມນີ້ເປັນປະໂຫຍດ, ທ່ານສາມາດແບ່ງປັນກັບໝູ່ເພື່ອນຂອງທ່ານໄດ້ຮຽນນຳເດີ.

ຂໍຂອບໃຈ!

Lên đầu trang