ສີແມ່ນຄຸນລັກສະນະທາງສາຍຕາຂອງວັດຖຸທີ່ສ້າງຂື້ນເມື່ອແສງສະຫວ່າງສະທ້ອນ ຫຼື ປ່ອຍອອກມາຈາກວັດຖຸ, ຊ່ວຍໃຫ້ຕາຂອງພວກເຮົາຮັບຮູ້ ແລະ ແຍກວັດຖຸຕ່າງໆໄດ້. ຮູບຊົງແມ່ນລັກສະນະພາຍນອກ, ເສັ້ນໂຄງຮ່າງ ຫຼື ພື້ນຜິວຂອງວັດຖຸ, ຊ່ວຍໃຫ້ມັນແຕກຕ່າງຈາກວັດຖຸອື່ນໆ. ຮູບຊົງອະທິບາຍໂຄງສ້າງທາງພື້ນທີ່ຂອງວັດຖຸ, ບໍ່ລວມເອົາປັດໄຈຕ່າງໆເຊັ່ນ: ສີ, ວັດສະດຸ, ຂະໜາດ, ຫຼື ທີ່ຕັ້ງ. ໃນບົດຄວາມນີ້, ຈະແນະນໍາຄໍາສັບກ່ຽວກັບສີ ແລະ ກຸ່ມສີຕ່າງໆໃນພາສາຫວຽດ, ຄຳສັບກ່ຽວກັບຮູບຊົງໃນພາສາຫວຽດ.
1. ຄຳສັບກ່ຽວກັບສີ ແລະ ກຸ່ມສີຕ່າງໆໃນພາສາຫວຽດ
1.1 ຄຳສັບກ່ຽວກັບສີພື້ນຖານໃນພາສາຫວຽດ
ສີພື້ນຖານ ຫຼື ເອີ້ນວ່າສີເດີມ ແມ່ນສີທີ່ສາມາດປະສົມເຂົ້າກັນເພື່ອສ້າງສີອື່ນໆທັງໝົດໄດ້. ສີເດີມ ຫຼື ແມ່ສີມີ 12 ສີດັ່ງນີ້:
ລ/ດ | ຄຳສັບພາສາຫວຽດ | ຄຳທັບສັບພາສາລາວ | ຄວາມໝາຍ | ໝາຍເຫດ |
---|---|---|---|---|
1 | Màu đen | ເມົ່າ ແດນ | ສີດຳ | |
2 | Màu trắng | ເມົ່າ ຈັງ | ສີຂາວ | |
3 | Màu đỏ | ເມົ່າ ດໍ | ສີແດງ | |
4 | Màu vàng | ເມົ່າ ວ່າງ | ສີເຫຼືອງ | |
5 | Màu cam | ເມົ່າ ກາມ | ສີສົ້ມ | |
6 | Màu tím | ເມົ່າ ຕິມ | ສີມ່ວງ | |
7 | Màu xanh | ເມົ່າ ແຊັງ | ສີຟ້າ | |
8 | Màu xanh lá | ເມົ່າ ແຊັງ ຫຼາ | ສີຂຽວ | |
9 | Màu nâu | ເມົ່າ ເນົາ | ສີນ້ຳຕານ | |
10 | Màu xám | ເມົ່າ ສາມ | ສີເທົາ | |
11 | Màu hồng | ເມົ່າ ຮົ່ງ | ສີບົວ | |
12 | Màu bạc | ເມົ່າ ບາກ | ສີນໍ້າເງິນ (ສີປອນ) |
ໝາຍເຫດ: ຄຳທັບສັບ (ຄຳອ່ານ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100 % ແລະ ບາງສີຢູ່ແຕ່ລະເຂດຈະເອີ້ນຕ່າງກັນ.

*ເບິ່ງເພີ່ມຕື່ມ: ປະຫວັດຄວາມເປັນມາ ແລະ ຄວາມໝາຍຂອງທຸງຊາດຫວຽດນາມ
1.2 ຄຳສັບກ່ຽວກັບກຸ່ມສີແດງ
ກຸ່ມສີແດງລວມມີທັງໝົດ 06 ສີດັ່ງນີ້:
ລ/ດ | ຄຳສັບພາສາຫວຽດ | ຄຳທັບສັບພາສາລາວ | ຄວາມໝາຍ | ໝາຍເຫດ |
---|---|---|---|---|
1 | Màu đỏ anh đào | ເມົ່າ ດໍ ແອັງ ດ່າວ | ສີແດງເຊີຣີ | |
2 | Màu đỏ sáng | ເມົ່າ ດໍ ສາງ | ສີແດງແຈ້ງ | |
3 | Màu đỏ mận | ເມົ່າ ດໍ ເມິ້ນ | ສີແດງບົວ (ແດງໝາກໝັ້ນ) | |
4 | Màu đỏ rượu vang | ດໍ ເມົ່າ ຢ້ຽວ ວາງ | ສີແດງເຫຼົ້າແວງ | |
5 | Đỏ hoa hồng | ດໍ ຮວາ ຮົ່ງ | ສີແດງດອກກຸຫຼາບ | |
6 | Đỏ nhạt | ດໍ ຍາດ | ສີແດງອ່ອນ |
ໝາຍເຫດ: ຄຳທັບສັບ (ຄຳອ່ານ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100 % ແລະ ບາງສີຢູ່ແຕ່ລະເຂດຈະເອີ້ນຕ່າງກັນ.
1.3 ຄຳສັບກ່ຽວກັບກຸ່ມສີເຫຼືອງ
ກຸ່ມສີເຫຼືອງລວມມີທັງໝົດ 04 ດັ່ງນີ້:
ລ/ດ | ຄຳສັບພາສາຫວຽດ | ຄຳທັບສັບພາສາລາວ | ຄວາມໝາຍ | ໝາຍເຫດ |
---|---|---|---|---|
1 | Màu quả dưa vàng | ເມົ່າ ກວາ ເຢືອ ວ່າງ | ສີເຫຼືອງໝາກແຕງແຄນຕາລຸບ | D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
2 | Màu quýt | ເມົ່າ ກວິດ | ສີໝາກກ້ຽງນ້ອຍ | |
3 | Vàng cam | ວ່າງ ກາມ | ສີເຫຼືອງສົ້ມ | |
4 | Vàng nhạt | ວ່າງ ຍາດ | ສີເຫຼືອງອ່ອນ |
ໝາຍເຫດ: ຄຳທັບສັບ (ຄຳອ່ານ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100 % ແລະ ບາງສີຢູ່ແຕ່ລະເຂດຈະເອີ້ນຕ່າງກັນ.
1.4 ຄຳສັບກ່ຽວກັບກຸ່ມສີມ່ວງ
ກຸ່ມຄຳສັບສີມ່ວງລວມມີທັງໝົດ 03 ສີດັ່ງນີ້:
ລ/ດ | ຄຳສັບພາສາຫວຽດ | ຄຳທັບສັບພາສາລາວ | ຄວາມໝາຍ | ໝາຍເຫດ |
---|---|---|---|---|
1 | Màu tím thẫm | ເມົ່າ ຕິມ ເຖິມ | ສີມ່ວງເຂັ້ມ | |
2 | Màu cà tím | ເມົ່າ ກ່າ ຕິມ | ສີມ່ວງໝາກເຂືອ | |
3 | Màu tím nhạt | ເມົ່າ ຕິມ ຍາດ | ສີມ່ວງອ່ອນ |
ໝາຍເຫດ: ຄຳທັບສັບ (ຄຳອ່ານ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100 % ແລະ ບາງສີຢູ່ແຕ່ລະເຂດຈະເອີ້ນຕ່າງກັນ.
1.5 ຄຳສັບກ່ຽວກັບກຸ່ມສີຂຽວ
ກຸ່ມສີຂຽວລວມມີທັງໝົດ 13 ສີດັ່ງນີ້:
ລ/ດ | ຄຳສັບພາສາຫວຽດ | ຄຳທັບສັບພາສາລາວ | ຄວາມໝາຍ | ໝາຍເຫດ |
---|---|---|---|---|
1 | Màu lam | ເມົ່າ ລາມ | ສີຟ້າແກ່ | |
2 | Xanh nhạt | ແຊັງ ຍາດ | ສີຟ້າອ່ອນ | |
3 | Xanh Navi | ແຊັງ ນາວີ | ສີກົມເຂັ້ມ | |
4 | Màu xanh đậm | ເມົ່າ ແຊັງ ເດິ້ມ | ສີຟ້າເຂັ້ມ | |
5 | Xanh diệp lục | ແຊັງ ຢຽບ ລຸກ | ສີຂຽວແກ່ | D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
6 | Màu xanh nước biển tươi | ເມົ່າ ແຊັງ ເໜືອກ ບຽນ ເຕືອຍ | ສີຟ້າທະເລສົດ | |
7 | Màu xanh lá cây tươi | ເມົ່າ ແຊັງ ຫຼາ ເກິຍ ເຕືອຍ | ສີຂຽວສົດ | |
8 | Màu xanh lá cây nhạt | ເມົ່າ ແຊັງ ຫຼາ ເກິຍ ຍາດ | ສີຂຽວອ່ອນ | |
9 | Màu xanh lá cây đậm | ເມົ່າ ແຊັງ ຫຼາ ເກິຍ ເດິມ | ສີຂຽວແກ່ | |
10 | Màu xanh da trời nhạt | ເມົ່າ ແຊັງ ຢາ ເຈີ່ຍ ຍາດ | ສີຟ້າອ່ອນ | D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
11 | Màu xanh da trời đậm | ເມົ່າ ແຊັງ ຢາ ເຈີ່ຍ ເດິ້ມ | ສີຟ້າແກ່ | D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
12 | Xanh hành lá | ແຊັງ ແຮັ່ງ ຫຼາ | ສີຂຽວໃບຫອມບົ່ວ | |
13 | Xanh táo | ແຊັງ ຕາວ | ສີຂຽວໝາກແອັບເປິ້ນ |
ໝາຍເຫດ: ຄຳທັບສັບ (ຄຳອ່ານ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100 % ແລະ ບາງສີຢູ່ແຕ່ລະເຂດຈະເອີ້ນຕ່າງກັນ.
2. ຄຳສັບກ່ຽວກັບຮູບຊົງໃນພາສາຫວຽດ
ຮູບຊົງໝາຍເຖິງລັກສະນະພາຍນອກ, ເສັ້ນຂອບ, ຫຼືໂຄງສ້າງທີ່ປະກອບເປັນຮູບຊົງຂອງວັດຖຸ, ຊຶ່ງຊ່ວຍໃຫ້ເຮົາສາມາດຈໍາແນກມັນອອກຈາກວັດຖຸອື່ນໆ.
ລ/ດ | ຄຳສັບພາສາຫວຽດ | ຄຳທັບສັບພາສາລາວ | ຄວາມໝາຍ | ໝາຍເຫດ |
---|---|---|---|---|
1 | Hình lập phương | ຮິ່ງ ເລິບ ເຟືອງ | ຮູບກ້ອນ | |
2 | Hình tam giác | ຮິ່ງ ຕາມ ຢາກ | ຮູບສາມແຈ | Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
3 | Hình tròn | ຮິ່ງ ຈ່ອນ | ຮູບວົງມົນ | |
4 | Hình vuông | ຮິ່ງ ວວງ | ຮູບຈະຕຸລັດ | |
5 | Hình chữ nhật | ຮິ່ງ ຈື້ ເຍິດ | ຮູບສີ່ແຈສາກ | |
6 | Hình lục giác | ຮິ່ງ ລຸກ ຢາກ | ຮູບຫົກແຈ | Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
7 | Hình ngũ giác | ຮິ່ງ ຫງູ ຢາກ | ຮູບຫ້າແຈ | Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
8 | Hình bát giác | ຮິ່ງ ບາດ ຢາກ | ຮູບແປດແຈ | Gi ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
9 | Hình bầu dục | ຮິ່ງ ເບົາ ຢຸກ | ຮູບໄຂ່ | D ຈະອອກສຽງເປັນໂຕ ຢ ຖ້າທຽບໃສ່ສຳນຽງພາກໃຕ້ |
10 | Hình nón | ຮິ່ງ ໜອນ | ຮູບຈວຍ | |
11 | Hình sao | ຮິ່ງ ຊາວ | ຮູບດາວ | |
12 | Hình cầu | ຮິ່ງ ເກົ່າ | ຮູບຊົງມົນ | |
13 | Hình trụ | ຮິ່ງ ຈຸ | ຮູບທໍ່ | |
14 | Hình chóp | ຮິ່ງ ຈອບ | ຮູບປີລະມິດ/ທາດຈວຍ |
ໝາຍເຫດ: ຄຳທັບສັບ (ຄຳອ່ານ) ຈະບໍ່ຖືກຕ້ອງຕາມສຳນຽງພາສາຫວຽດ 100 %.

3. ປະໂຫຍກຕົວຢ່າງກ່ຽວກັບສີ ແລະ ຮູບຊົງ
ລ/ດ | ປະໂຫຍກ | ຄວາມໝາຍ | ໝາຍເຫດ |
---|---|---|---|
1 | Màu xanh biển khiến tôi nhớ đến mùa hè. | ສີຟ້າທະເລເຮັດໃຫ້ຂ້ອຍຄິດຮອດລະດູຮ້ອນ. | |
2 | Chiếc váy này có nhiều màu sắc rực rỡ rất bắt mắt. | ກະໂປ່ງຜືນນີ້ມີສີສັນສົດໃສ ແລະ ໂດດເດັ່ນຫຼາຍ. | |
3 | Chiếc xe hơi màu bạc này vừa mới ra mắt trên thị trường. | ລົດນໍ້າເງິນ (ສີປອນ) ຄັນນີ້ຫາກໍ່ອອກໃໝ່ໃນທ້ອງຕະຫຼາດ. | |
4 | Lá cây mùa thu chuyển sang màu vàng và màu đỏ rất thơ mộng. | ໃນລະດູໃບໄມ້ຫຼົ່ນ, ໃບໄມ້ປ່ຽນເປັນສີເຫຼືອງ ແລະ ສີແດງຢ່າງງົດງາມ. | |
5 | Cô ấy tô son màu hồng nhạt để trông tự nhiên hơn. | ລາວທາລິບສະຕິກສີບົວອ່ອນ ເພື່ອໃຫ້ເບິ່ງເປັນທຳມະຊາດຫຼາຍຂຶ້ນ. | |
6 | Cái bảng trong lớp học có hình chữ nhật dài. | ກະດານໃນຫ້ອງຮຽນເປັນຮູບສີ່ແຈສາກຍາວ. | |
7 | Anh ấy cắt bánh pizza thành các miếng hình tam giác. | ລາວຕັດພິດຊ່າໃຫ້ເປັນຕ່ອນໆຄືຮູບສາມ. | |
8 | Cái hộp quà nhỏ này có hình tròn nhìn rất đáng yêu. | ກ່ອງຂອງຂວັນນ້ອຍໆນີ້ເປັນຮູບຊົງມົນໜ້າຮັກຫຼາຍ. | |
9 | Lọ hoa có hình dáng thon dài. | ໂຖດອກໄມ້ມີຮູບຊົງຍາວ. | |
10 | Chiếc gương trong phòng tắm có hình bầu dục. | ແວ່ນໃນຫ້ອງນ້ຳເປັນຮູບຊົງຄືໜ່ວຍໄຂ່ |
ບົດສະຫຼຸບ: ຂ້າງເທິງນີ້ແມ່ນຄຳສັບກ່ຽວກັບສີ ແລະ ກຸ່ມສີຕ່າງໆໃນພາສາຫວຽດ, ຄຳສັບກ່ຽວກັບຮູບຊົງໃນພາສາຫວຽດ, ປະໂຫຍກກ່ຽວກັບສີ ແລະ ຮູບຊົງທີ່ໃຊ້ທົ່ວໄປໃນພາສາຫວຽດ. ພວກເຮົາຫວັງວ່າຄໍາສັບເຫຼົ່ານີ້ຈະຊ່ວຍໃຫ້ທ່ານຮຽນຮູ້ພາສາຫວຽດໄດ້ດີກວ່າ. ຖ້າທ່ານເຫັນວ່າບົດຄວາມນີ້ເປັນປະໂຫຍດ, ທ່ານສາມາດແບ່ງປັນກັບຫມູ່ເພື່ອນຂອງທ່ານໄດ້ຮຽນນຳເດີ.
ຂໍຂອບໃຈ!