ອັບເດດລ່າສຸດ: [23 ພະຈິກ 2025]
ຍິນດີຕ້ອນຮັບສູ່ phasaviet.com. ການທີ່ທ່ານເຂົ້າຊົມ ແລະ ນຳໃຊ້ເວັບໄຊນີ້, ໝາຍຄວາມວ່າທ່ານຕົກລົງເຫັນດີທີ່ຈະປະຕິບັດຕາມຂໍ້ກຳນົດ ແລະ ເງື່ອນໄຂລຸ່ມນີ້. ກະລຸນາອ່ານຢ່າງລະອຽດກ່ອນການນຳໃຊ້.
1. ສິດຊັບສິນທາງປັນຍາ (Intellectual Property)
ເນື້ອຫາບົດຮຽນ, ບົດຄວາມ ແລະ ຂໍ້ຄວາມທັງໝົດໃນເວັບໄຊນີ້ ແມ່ນໄດ້ຖືກຮຽບຮຽງ ແລະ ຂຽນຂຶ້ນໂດຍທີມງານ phasaviet.com ແລະ ຖືເປັນຊັບສິນທາງປັນຍາຂອງພວກເຮົາ.
ຫ້າມບໍ່ໃຫ້ຄັດລອກ, ພິມຈຳໜ່າຍຄືນ ຫຼື ນຳໃຊ້ເນື້ອຫາເຫຼົ່ານີ້ເພື່ອຈຸດປະສົງທາງການຄ້າ ໂດຍບໍ່ໄດ້ຮັບການອະນຸຍາດເປັນລາຍລັກອັກສອນຈາກພວກເຮົາ.
2. ການນຳໃຊ້ເຕັກໂນໂລຊີ ປັນຍາປະດິດ AI (AI Usage Disclaimer)
ພວກເຮົາ ມຸ່ງໝັ້ນທີ່ຈະມອບປະສົບການການຮຽນຮູ້ທີ່ທັນສະໄໝ ແລະ ໜ້າສົນໃຈ. ດັ່ງນັ້ນ:
– ເນື້ອຫາບົດຮຽນ (Text): ແມ່ນຖືກຂຽນຂຶ້ນໂດຍມະນຸດ 100% ໂດຍອີງໃສ່ຄວາມຮູ້ ແລະ ປະສົບການຕົວຈິງ ເພື່ອຮັບປະກັນຄວາມຖືກຕ້ອງ ແລະ ເໝາະສົມທາງດ້ານວັດທະນະທຳ.
– ຮູບພາບປະກອບ ແລະ ສຽງອ່ານ (Images & Voice): ພວກເຮົາໄດ້ນຳໃຊ້ເຕັກໂນໂລຊີ ປັນຍາປະດິດ (AI) ເຂົ້າມາຊ່ວຍໃນການສ້າງຮູບພາບ ແລະ ສຽງອ່ານຕົວຢ່າງໃນບາງບົດຮຽນ ເພື່ອຊ່ວຍໃຫ້ການຮຽນຮູ້ມີຄວາມເຂົ້າໃຈງ່າຍຂຶ້ນ. ເຖິງຢ່າງໃດກໍຕາມ, ສຽງອ່ານຈາກ AI ແມ່ນມີໄວ້ເພື່ອການອ້າງອີງເທົ່ານັ້ນ.
3. ສິດທິການນຳໃຊ້ຂອງຜູ້ໃຊ້
ທ່ານ ສາມາດ:
– ເຂົ້າຊົມ ແລະ ຮຽນຮູ້ບົດຮຽນຕ່າງໆໃນເວັບໄຊໄດ້ໂດຍບໍ່ເສຍຄ່າ;
– ແບ່ງປັນບົດຄວາມລົງໃນສື່ສັງຄົມອອນລາຍ (Social Media) ໂດຍມີເງື່ອນໄຂຕ້ອງ ລະບຸແຫຼ່ງທີ່ມາ ຈາກ phasaviet.com.
ທ່ານ ບໍ່ສາມາດ:
– ນຳໃຊ້ເນື້ອຫາໃນເວັບໄຊນີ້ໄປເພື່ອການຄ້າຂາຍ ຫຼື ຈຸດປະສົງອື່ນໃນນທຸກຮູບແບບ;
– ເຜີຍແຜ່ເນື້ອຫາທີ່ເປັນອັນຕະລາຍ, ສະແປມ (Spam) ຫຼື ໂຈມຕີລະບົບຂອງເວັບໄຊ.
ຖ້າຫາກພົບເຫັນພາກສ່ວນໃດລັກ Coppy ພວກເຮົາຈະຖືວ່າເປັນການລ່ວງລະເມີດລິຂະສິດຊັບສິນທາງບັນຍາ ແລະ ພວກເຮົາຈະດຳເນີນປັບໄໝຕາມລະບຽບກົດໝາຍຂອງ ສປປ ລາວ.
4. ການປະຕິເສດຄວາມຮັບຜິດຊອບ (Disclaimer)
ເວັບໄຊນີ້ສະໜອງຄວາມຮູ້ເພື່ອຈຸດປະສົງໃນການຊ່ວຍເຫຼືອສັງຄົມ ແລະ ການຮຽນຮູ້ດ້ວຍຕົນເອງ. ພວກເຮົາບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍໃດໆ ທີ່ເກີດຂຶ້ນໂດຍທາງກົງ ຫຼື ທາງອ້ອມ ຈາກການນຳໃຊ້ຂໍ້ມູນໃນເວັບໄຊນີ້.
5. ການປ່ຽນແປງຂໍ້ກຳນົດ
ພວກເຮົາຂໍສະຫງວນສິດໃນການປ່ຽນແປງ ຫຼື ແກ້ໄຂຂໍ້ກຳນົດເຫຼົ່ານີ້ໄດ້ທຸກເວລາ ເພື່ອໃຫ້ສອດຄ່ອງກັບການດຳເນີນງານຂອງເວັບໄຊ ແລະ ກົດໝາຍຂອງ ສປປ ລາວ.
>>>ອ່ານເພິ່ມກ່ຽວກັບກົດໝາຍວ່າດ້ວຍຊັບສິນທາງປັນຍາ>>>